Jump to content

ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ(ສະບັບປັບປຸງ)14-11-2017

From Wikisource

ການດໍາເນີນຄະດີອາຍາ(ສະບັບປັບປຸງ)14-11-2017

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການດໍາເນີນຄະດີອາຍາຢ່າງຖືກຕ້ອງຍຸຕິທໍາ,ຈໍາກັດ,ສະກັດກັ້ນການກະທໍາຜິດເພື່ອປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງພ້ອມທັງສຶກສາອົບຮົມພົນລະເມືອງໃຫ້ເຄົາລົບແລະປະຕິບັດກົດໝາຍແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບແລະມີຄວາມເປັນລະບຽບຮຽບຮ້ອຍ,ສ້າງເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.

ມາດຕາ2ການດໍາເນີນຄະດີອາຍາ ຄະດີອາຍາແມ່ນຄະດີກ່ຽວກັບການກະທໍາຫຼືການເມີນເສີຍທີ່ເປັນອັນຕະລາຍຕໍ່ລະບອບການເມືອງ,ເສດຖະກິດຫຼືສັງຄົມຂອງສປປລາວ,ຕໍ່ກໍາມະສິດຂອງລັດ,ຂອງລວມໝູ່ແລະຂອງບຸກຄົນ,ຊີວິດ,ສຸຂະພາບ,ກຽດສັກສີ,ສິດ,ເສລີພາບຂອງພົນລະເມືອງ,ຄວາມສະຫງົບຂອງຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຊຶ່ງບົ່ງໄວ້ໃນປະມວນກົດໝາຍອາຍາຫຼືກົດໝາຍອື່ນຂອງສປປລາວທີ່ໄດ້ກໍານົດໂທດທາງອາຍາ. ການດໍາເນີນຄະດີອາຍາແມ່ນການເຄື່ອນໄຫວຂອງອົງການສືບສວນສອບສວນ,ອົງການໄອຍະການ,ສານແລະຜູ້ເຂົ້າຮ່ວມອື່ນເພື່ອຊອກໃຫ້ເຫັນການກະທໍາຜິດຢ່າງຮີບດ່ວນ,ຄົບຖ້ວນແລະຮອບຄອບດນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີແລຮັບປະກັນການປະຕິບັດກົດໝາຍຢ່າງຖືກຕ້ອງ,ຍຸຕິທໍາ,ຜູ້ກະທໍາຜິດຕ້ອງຖືກລົງໂທດຕາມກົດໝາຍ,ຜູ້ບໍ່ກະທໍາຜິດຈະບໍ່ຖືກລົງໂທດ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ອົງການໄອຍະການໝາຍເຖິງອົງການໄອຍະການປະຊາຊົນແລະອົງການໄອຍະການທະຫານ; 2.ສານໝາຍເຖິງສານປະຊາຊົນແລະສານທະຫານ; 3.ຮອບດ້ານໝາຍເຖິງການດໍາເນີນຄະດີຕ້ອງຊອກຫາຫຼັກຖານທັງຜູກມັດແລະແກ້ມັດ; 4.ຄົ້ບຖ້ວນໝາຍເຖິງການດໍາເນີນຄະດີນອກຈາກມີສີ່ອົງປະກອບຂອງການກະທໍາຜິດແລ້ວຕ້ອງຊອກຫາສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືເພີ່ມຄວາມຮັບຜິດຊອບທາງອາຍາຕື່ມອີກ; 5.ພາວະວິໄສໝາຍເຖິງການດໍາເນີນຄະດີຕ້ອງຢູ່ບົນພື້ນຖານກົດໝາຍແລະຄວາມຍຸຕິທໍາຂໍ້ມູນຫຼັກຖານຕ້ອງໄດ້ມາຈາກເຫດການຕົວຈິງແລະບໍ່ສ້າງຂຶ້ນມາເອງ; 6.ພົນລະເມືອງໝາຍເຖິງຄົນລາວ,ຄົນບໍ່ມີສັນຊາດ,ຄົນຕ່າງດ້າວແລະຄົນຕ່າງປະເທດ; 7.ສະຖານທີ່ກັກຕົວໝາຍເຖິງບ່ອນຄວບຄຸມຕົວຜູ້ຖືກສົງໄສພາຍໃນເວລາທີ່ກົດໝາຍໄດ້ກໍານົດໄວ້; 8.ສະຖານທີ່ກັກຂັງໝາຍເຖິງບ່ອນຄຸມຂັງຜູ້ຖືກຫາໃນໄລຍະດໍາເນີນຄະດີກ່ອນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ; 9.ສູນດັດສ້າງໝາຍເຖິງສະຖານທີ່ສຶກສາອົບຮົມ,ດັດສ້າງທາງດ້ານບໍລິຫານຕໍ່ຜູ້ກະທໍາຜິດທາງອາຍາໃນສະຖານເບົາ; 10.ຄ້າຍດັດສ້າງໝາຍເຖິງສະຖານທີ່ປະຕິບັດໂທດຂອງນັກໂທດຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; 11.ຜູ້ຖືກສົງໄສໝາຍເຖິງບຸກຄົນທີ່ສົງໄສວ່າເປັນຜູ້ກະທໍາຜິດທາງອາຍາແຕ່ຍັງບໍ່ທັນມີຄໍາສັ່ງເປີດການສືບສວນສອບສວນ; 12.ຜູ້ຖືກຫາໝາຍເຖິງບຸກຄົນທີ່ຖືກນໍາມາດໍາເນີນຄະດີພາຍຫຼັງມີຄໍາສັ່ງເປີດການສືບສວນສອບສວນ; 13.ການສືບສວນສອບສວນໝາຍເຖິງການຊອກຫາແລະການເກັບກໍາຂໍ້ມູນ,ຫຼັກຖານ; 14.ຈໍາເລີຍໝາຍເຖິງຜູ້ຖືກສັ່ງຟ້ອງຂຶ້ນສານ; 15.ຜູ້ກະທໍາຜິດໝາຍເຖິງຜູ້ຖືກສານຕັດສິນລົງໂທດ; 16.ນັກໂທດໝາຍເຖິງຜູ້ຖືກຄຸມຂັງພາຍຫຼັງຖືກສານຕັດສິນລົງໂທດ; 17.ຫຼັກຖານໜັກແໜ້ນໝາຍເຖິງຫຼັກຖານຜູກມັດ,ຮັດກຸມທີ່ຢັ້ງຢືນວ່າມີການກະທໍາຜິດ; 18.ຫຼັກຖານຜູກມັດໝາຍເຖິງຫຼັກຖານທີ່ຢັ້ງຢືືນວ່າຜູ້ຖືກຫາຫຼືຈໍາເລີຍໄດ້ກະທໍາຜິດ; 19.ຫຼັກຖານແກ້ມັດໝາຍເຖິງຫຼັກຖານທີ່ຢັ້ງຢືນວ່າຜູ້ຖືກຫາຫຼືນໍາເລີຍບໍ່ໄດ້ກະທໍາຜິດ; 20.ການຊັນນະສູດໝາຍເຖິງການກວດກາ,ເກັບກໍາ,ທ້ອນໂຮມຂໍ້ມູນຫຼັກຖານ,ຮ່ອງຮອຍຂອງການກະທໍາຜິດ; 21.ການພິສູດໝາຍເຖິງການນໍາໃຊ້ວິທີການທາງດ້ານເຕັກນິກວິທະຍາສາດ,ວິຊາການ,ສິລະປະແລະອື່ນໆເພື່ອຢັ້ງຢືນຄວາມຖືກຕ້ອງຫຼືບໍ່ຖືກຕ້ອງຂອງເປົ້າໝາຍໃດໜຶ່ງ; 22.ຄໍາຕົກລົງຂອງສານໝາຍເຖິງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ; 23.ຄໍາສັ່ງຂອງສານໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງສານກ່ຽວກັບການດໍາເນີນຄະດີເຊັ່ນຄໍາສັ່ງຍຶດຊັບຫຼືອາຍັດຊັບ,ຄໍາສັ່ງຊັດມ້ຽນຄະດີ,ຄໍາສັ່ງຈັບຕົວແລະອື່ນໆ; 24.ຄໍາຊີ້ຂາດຂອງສານໝາຍເຖິງຄໍາຕົກລົງປະເພດໜຶ່ງຂອງສານກ່ຽວກບການຊີ້ຂາດສິດອໍານາດຂອງສານ,ຂອງຄະນະສານ,ການບໍ່ຮັບເອົາຄິດີມາພິຈາລະນາ,ຄໍາຕັດສິນປະຫານຊີວິດແລະອື່ນໆ; 25.ຄໍາຕັດສິນຂອງສານໝາຍເຖິງຄໍາຕັດສິນຂອງສານຂັ້ນຕົ້ນ; 26.ຄໍາພິພາກສາໝາຍເຖິງຄໍາຕັດສິນຂອງສານຂັ້ນອຸທອນແລະຂັ້ນລົບລ້າງ; 27.ຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໝາຍເຖິງຄໍາຕັດສິນ,ຄໍາພິພາກສາຂອງສານຊຶ່ງຄູ່ຄວາມບໍ່ຂໍອຸທອນ,ບໍ່ຂໍລົບລ້າງຫຼືຫົວໜ້າອົງການໄອຍະການບໍ່ສະເໜີຄັດຄ້ານຄໍາຕັດສິນແລະຄໍາພິພາກສາ; 28.ຄໍາຕົກລົງຂອງຫົວໜ້າອົງການໄອຍະການໝາຍເຖິງຄໍາສະເໜີຄັດຄ້ານ,ຄໍາຕົກລົງບໍ່ຄັດຄ້ານ,ຄໍາຕົກລົງບໍ່ຮື້ຟ້ືນ,ຄໍາຕົກລົງລົບລ້າງ; 29.ການຂໍອຸທອນໝາຍເຖິງການທີ່ຄູ່ຄວາມຫຼືອົງການໄອຍະການບໍ່ພໍໃຈຕໍ່ຄໍາຕັດສິນຂອງສານຂັ້ນຕົ້ນແລະໄ້ດຂໍອຸທອນຫຼືສະເໜີຄັດຄ້ານ; 30.ການຂໍລົບລ້າງໝາຍເຖິງການທີ່ຄູ່ຄວາມຫຼືອົງການໄອຍະການບໍ່ພໍໃຈຕໍ່ຄໍາພິພາກສາຂອງສານຂັ້ນອຸທອນແລະໄດ້ຂໍລົບລ້າງຫຼືສະເໜີຄັດຄ້ານ; 31.ພຶດຕິກໍາໝາຍເຖິງການກະທໍາຫຼືການເມີນເສີຍ; 32.ການໂຕ້ແຍ່ງໝາຍເຖິງການຊີ້ແຈງຕໍ່ຂໍ້ກ່າວຫາຫຼືຫຼັກຖານທີ່ໄດ້ຍົກຂຶ້ນໃນໄລຍະດໍາເນີນຄະດີ; 33.ການໂຕ້ຖຽງໝາຍເຖິງການຊີ້ແຈງຕໍ່ຂໍ້ກ່າວຫາຫຼືຫຼັກຖານທີ່ໄດ້ຍົກຂຶ້ນໃນທີ່ປະຊຸມສານ; 34.ລະຫຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕໍານິວິຈານຕໍ່ໜ້າມະຫາຊົນຫຼືໂທດປັບໃໝ; 35.ໂທສານຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດຕັດອິດສະລະພາບແຕ່ສາມເດືອນຫາສິບປີແລະໂທດປັບໃໝ; 36.ຄະຣຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ຫ້າປີຂຶ້ນໄປຫາຕະຫຼອດຊີວິດພ້ອມທັງໂທດປັບໃໝແລະໂທດປະຫານຊີວິດ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບການດໍາເນີນຄະດີອາຍາ ລັດສ້າງເງື່ອນໄຂສະດວກໃຫ້ແກ່ການດໍາເນີນຄະດີອາຍາດ້ວຍການວາງນະໂຍບາຍ,ກົດໝາຍ,ລະບຽບການ,ການສະໜອງງົບປະມານ,ການປະກອບບຸກຄະລາກອນ,ພາຫະນະ,ອຸປະກອນ,ເຕັກນິກ,ເຕັກໂນໂລຊີແລະການກໍ່ສ້າງພື້ນຖານໂຄງລ່າງແນໃສ່ເຮັດໃຫ້ການດໍາເນີນຄະດີອາຍາມີຄວາມວ່ອງໄວ,ໂປ່ງໃສ,ຖືກຕ້ອງຕາມກົດໝາຍແລະຮັບປະກັນຄວາມຍຸດຕິທໍາໃນສັງຄົມ. ລັດເອົາໃຈໃສ່ໂຄສະນາ,ສຶກສາອົບຮົມກົດໝາຍໃຫ້ພົນລະເມືອງຮູ້,ເຂົ້າໃຈ,ເຄົາລົບແລະປະຕິບັດ,ປະກອບສ່ວນເຂົ້າໃນການສະກັດກັ້ນແລະຕ້ານອາຍະຊາກໍາ.

ມາດຕາ5ຄວາມຈໍາເປັນຕ້ອງດໍາເນີນຄະດີອາຍາ ເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ86ຂອງກົດໝາຍສະບັບນີ້ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງເປີດການສືບສວນສອບສວນ,ດໍາເນີນການສືບສວນສອບສວນແລະນໍາໃຊ້ມາດຕະການສະກັດກັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍແນໃສ່ຊອກໃຫ້ເຫັນການກະທໍາຜິດແລະຜູ້ກະທໍາຜິດເພື່ອສັ່ງຟ້ອງຂຶ້ນສານພິຈາລະນາຕັດສິນຕາມກົດໝາຍ.

ມາດຕາ6(ປັບປຸງ)ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປ ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປມີດັ່ງນີ້: 1.ຂາດເຫດການຂອງການກະທໍາຜິດທາງອາຍາ; 2.ຂາດອົງປະກອບຂອງການກະທໍາຜິດທາງອາຍາ; 3.ໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ; 4.ມີການນິລະໂທດກໍາ; 5.ມີການຕົກລົງໄກ່ເກ່ຍກັນໃນຄະດີທີ່ການກະທໍາຜິດບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມລະຫວ່າງຜູ້ຖືກເສຍຫາຍກັບຜູ້ຖືກຫາຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ; 6.ຂາດການຮ້ອງຟ້ອງຂອງຜູ້ຖືກເສຍຫາຍຖອນຄໍາຮ້ອງຟ້ອງໃນກໍລະນີການກະທໍາຜິດທີ່ຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ; 7.ມີການກະທໍາຜິດທີ່ມີຜົນເສຍຫາຍທາງດ້ານວັດຖຸຕໍ່າກວ່າມູນຄ່າຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ; 8.ຜູ້ກະທໍາຜິດໄດ້ເສຍຊີວິດ,ຍົກເວັ້ນກໍລະນີການເສຍຊີວິດໃນເວລາດໍາເນີນຄະດີຢູ່ສານ; 9.ມີຄໍາສັ່ງຊັດມ້ຽນຫຼືມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວກ່ຽວກັບຄະດີດຽວກັນ. ສໍາລັບເດັກອາຍຸຕໍ່າກວ່າສິບຫ້າປີທີ່ມີພຶດຕິກໍາຊຶ່ງເປັນອັນຕະລາຍຕໍ່ສັງຄົມນັ້ນໃຫ້ປະຕິບັດຕາມກົດໝາຍວ່າດວ້ຍການປົກປ້ອງສິດແລະຜົນປະໂຫຍດຂອງເດັກ,ກົດໝາຍວ່າດ້ວຍການດໍາເນີນຄະດີເດັກ,ປະມວນກົດໝາຍອາຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ7ການປົກປ້ອງ ໃນການດໍາເນີນຄະດີອາຍາອົງການແລະຜູ້ດໍາເນີນຄະດີອາຍາໄດ້ຮັບການປົກປ້ອງຕາມລະບຽບ,ກົດໝາຍຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະລະພາບ,ກຽດສັກສີ,ຊັບສິນສ່ວນລວມ,ສ່ວນຕົວຫຼືຄອບຄົວ. ທຸກພຶດຕິກໍາຂອງບຸກຄົນຫຼືການຈັດຕັ້ງອື່ນເຊັ່ນການບັງຄັບ,ການນາບຂູ່,ການໃສ່ຮ້າຍແລະການນິນທາຊຶ່ງສ້າງຄວາມເສຍຫາຍຕໍ່ອົງການແລະຜູ້ດໍາເນີນຄະດີອາຍາຈະຖືກລົງໂທດຕາມກົດໝາຍ. ໃນການດໍາເນີນຄະດີອາຍາພົນລະເມືອງໄດ້ຮັບການປົກປ້ອງຊີວິດ,ສຸຂະພາບ,ກຽດສັກສີຫຼືຊັບສິນຂອງຕົນ. ທຸກພຶດຕິກໍາຂອງອົງການແລະຜູ້ດໍາເນີນຄະດີອາຍາເຊັ່ນການທຸບຕີ,ການທໍລະມານ,ການບັງຄັບແລະການນາບຂູ່ຊຶ່ງສ້າງຄວາມເສຍຫາຍຕໍ່ພົນລະເມືອງຈະຖືກລົງໂທດຕາມກົດໝາຍ.

ມາດຕາ8ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບອົງການສືບສວນສອບສວນ,ອົງການໄອຍະການ,ສານແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ63ຂອງກົດໝາຍສະບັບນີ້.

ມາດຕາ9ການຮ່ວມມືສາກົນ ລັດສົ່ງເສີມການຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບການດໍາເນີນຄະດີອາຍາດ້ວຍການປະສານງານ,ແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ຍົກລະດັບຄວາມຮູ້,ຄວາມສາມາດໃຫ້ບຸກຄະລາກອນຂອງການຈັດຕັ້ງທີ່ດໍາເນີນຄະດີອາຍາໂດຍສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ຫຼັກການພື້ນຖານໃນການດໍາເນີນຄະດີອາຍາ

ມາດຕາ10ຫຼັກການພື້ນຖານໃນການດໍາເນີນຄະດີອາຍາ ການດໍາເນີນຄະດີອາຍາຕ້ອງປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ນິຕິທໍາ; 2.ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງພົນລະເມືອງ; 3.ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍແລະສານ; 4.ການຮັບປະກັນສິດໃນການຕໍ່ສູ້ຄະດີ; 5.ການສັນນິຖານວ່າເປັນຜູ້ບໍລິສຸດ; 6.ການພິຈາລະນາຄ່າເສຍຫາຍໃນຄະດີອາຍາ; 7.ສິດອໍານາດໃນການຕັດສິນຄະດີ; 8.ການພິຈາລະນາຄະດີເປັນຄະນະ; 9.ຄວາມເປັນເອກະລາດຂອງຜູ້ພິພາກສາ; 10.ພາສາທີ່ໃຊ້ໃນການດໍາເນີນຄະດີ; 11.ການໄຕ່ສວນຄະດີຢ່າງເປີດເຜີຍ; 12.ການຂໍຖອນຕົວແລະການຄ້ານຕົວ; 13.ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນ; 14.ການດໍາເນີນຄະດີຮອບດ້ານ,ຄົບຖ້ວນ,ພາວະວິໄສແລະຍຸຕິທໍາ; 15.ການຮັບປະກັນສິດໃນການຮ້ອງຟ້ອງ; 16.ການປະສານສົມທົບ.

ມາດຕາ11ນິຕິທໍາ ອົງການ,ເຈົ້າໜ້າທີ່,ຜູ້ເຂົ້າຮ່ວມທີ່ມີສິດແລະໜ້າທີ່ກ່ຽວຂ້ອງໃນການດໍາເນີນຄະດີອາຍາຕ້ອງເຄົາລົບ,ປະຕິບັດກົດໝາຍແລະຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຢ່າງເຂັ້ມງວດ.

ມາດຕາ12ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງພົນລະເມືອງ ບໍ່ອະນຸຍາດໃຫ້ກັກຕົວໂດຍບໍ່ມີຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການ. ບໍ່ອະນຸຍາດໃຫ້ຈັບຕົວ,ກັກຂັງຫຼືກວດຄົ້ນເຄຫະສະຖານໂດຍບໍ່ມີຄໍາສັ່ງຂອງຫົວໜ້າອົງການໄອຍະການຫຼືສານບ່ອນການກະທໍາຜິດເກີດຂຶ້ນເວັ້ນເສຍແຕ່ການຈັດບຕົວ,ການກວດກຄົ້ນເຄຫະສະຖານໃນກໍລະນີການກະທໍາຜິດເຊິ່ງໜ້າຫຼືໃນກໍລະນີທີ່ຮີບດ່ວນເທົ່ານັ້ນ. ໃນກໍລະນີການກັກຕົວ,ຈັບຕົວ,ກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍຫຼືການກັກຂັງເກີນກໍານົດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຫຼືບໍ່ຖືກຕ້ອງຕາມຄໍາຕັດສິນຂອງສານນັ້ນຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງປ່ອຍຕົວໃນທັນໃດ. ບໍ່ອະນຸຍາດໃຫ້ບັງຄັບ,ນາບຂູ່,ທຸບຕີຫຼືທໍລະມານຜູ້ຖືກສົງໄສ,ຜູ້ຖືກຫາຫຼືນໍາເລີຍໃນເວລາດໍາເນີນຄະດີ. ບຸກຄົນໃດຫາກໄດ້ກັກຕົວ,ຈັບຕົວ,ກັກຂັງ,ກວດຄົ້ນເຄຫະສະຖານຫຼືຕົວບຸກຄົນໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກດໍາເນີນຄະດີແລະຮັບຜິດຊອບທາງອາຍາພ້ອມທັງໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນ.

ມາດຕາ13ຄວາມສະເໝີພາບຂອງພັນລະເມືອງຕໍ່ໜ້າກົດໝາຍແລະສານ ການດໍາເນີນຄະດີອາຍາຕ້ອງປະຕິບັດບົນພື້ນຖານຄວາມສະເໝີພາບຂອງພົນລະເມືອງທຸກຄົນຕໍ່ໜ້າກົດໝາຍແລະສານໂດຍບໍ່ຈໍາແນກເພດ,ເຊື້ອຊາດ,ສັນຊາດ,ເຜົ່າ,ຖານະທາງດ້ານເສດຖະກິດແລະສັງຄົມ,ພາສາ,ລະດັບການສຶກສາ,ອາຊີບ,ຄວາມເຊື່ອຖື,ພູມລໍາເນົາແລະອື່ນໆ. ອົງການສືບສວນສອບສວນ,ອົງການໄອຍະການແລະສານຕ້ອງສ້າງເງື່ອນໄຂໃຫ້ພົນລະເມືອງໂດຍສະເພາະຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງໄດ້ນໍາໃຊ້ສິດຕາມກົດໝາຍເພື່ອຮັບປະກັນໃຫ້ການດໍາເນີນຄະດີອາຍາຖືກຕ້ອງຕາມຄວາມເປັນຈິງແລະພາວະວິໄສ.

ມາດຕາ14ການຮັບປະກັນສິດໃນການຕໍ່ສູ້ຄະດີ ຜູ້ຖືກສົງໄສ,ຜູ້ຖືກຫາແລະຈໍາເລີຍມີສິດຕໍ່ສູ້ຄະດີທີ່ຕົນຖືກຫາຫຼືຖືກກ່າວຟ້ອງດ້ວຍຕົນເອງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນເພື່ອຊ່ວຍເຫຼືອທາງດ້ານກົດໝາຍ. ອົງການສືບສວນສອບສວນ,ອົງການໄອຍະການແລະສານຕ້ອງຮັບປະກັນສິດໃນການຕໍ່ສູ້ຄະດີຂອງຜູ້ຖືກສົງໄສ,ຜູ້ຖືກຫາແລະຈໍາເລີຍເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງພວກກ່ຽວ. ຜູ້ຖືກສົງໄສ,ຜູ້ຖືກຫາແລະຈໍາເລີຍມີສິດໂຕ້ແຍ່ງ,ໂຕ້ຖຽງ,ສະເໜີຫຼັກການເພື່ອປົກປ້ອງຄົນເອງແລະຈະບໍ່ຖືກບັງຄັບໃຫ້ຊອກຫາຫຼັກຖານມາຢັ້ງຢືນຄວາມບໍລິສຸດຂອງຕົນ.

ມາດຕາ15ການສັນນິຖານວ່າເປັນຜູ້ບໍລິສຸດ ໃນການດໍາເນີນຄະດີອາຍາຜູ້ຖືກສົງໄສ,ຜູ້ຖືກຫາແລະຈໍາເລີຍທີ່ຍັງບໍ່ທັນມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດວ່າເປັນຜູ້ກະທໍາຜິດນັ້ນໃຫ້ຖືວ່າຜູ້ກ່ຽວຍັງເປັນຜູ້ບໍລິສຸດ.

ມາດຕາ16ການພິຈາລະນາຄ່າເສຍຫາໃນຄະດີອາຍາ ການພິຈາລະນາການໃຊ້ແທນຄ່າເສຍຫາຍໃນຄະດີອາຍາຕ້ອງດໍາເນີນໄປພ້ອມກັນກັບການພິຈາລະນາຕັດສິນຄະດີອາຍາ. ໃນກໍລະນີທີ່ສານບໍ່ສາມາດກໍານົດມູນຄ່າຄວາມເສຍຫາຍໄດ້ເຊັ່ນຄະດີອຸບປະຕິເຫດແລະຄະດີອື່ນຊຶ່ງຜູ້ຖືກເສຍຫາຍຍັງຕ້ອງສືບຕໍ່ປິ່ນປົວສານຈະພິຈາລະນາຕັດສິນທາງອາຍາກ່ອນ,ສ່ວນການໃຊ້ແທນຄ່າເສຍຫາຍນັ້ນໃຫ້ດໍາເນີນການແກ້ໄຂທາງແພ່ງ. ໃນກໍລະນີທີ່ຈໍາເລີຍຫາກເສຍຊີວິດໃນເວລາດໍາເນີນຄະດີຢູ່ສານໃຫ້ການທໍາການພິຈາລະນາຄະດີຂອງຜູ້ກ່ຽວຈົນເປັນທີ່ສິ້ນສຸດຕາມກົດໝາຍ.

ມາດຕາ17ສິດອໍານາດໃນການຕັດສິນຄະດີ ສານເທົ່ານັ້ນມີສິດອໍານາດພິຈາລະນາຕັດສິນຄະດີອາຍາ,ບຸກຄົນໃດໜຶ່ງຈະບໍ່ຖືກວ່າເປັນຜູ້ກະທໍາຜິດແລະຖືກລົງໂທດທາງອາຍາຖ້າຫາກບໍ່ມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.

ມາດຕາ18(ປັບປຸງ)ການພິຈາລະນາຄະດີເປັນຄະນະ ຄະນະສານຕັດສິນຂອງສານປະຊາຊົນສູງສຸດ,ສານປະຊາຊົນພາກ,ສານປະຊາຊົນແຂວງ,ນະຄອນຫຼວງ,ສານປະຊາຊົນເຂດ,ສານທະຫານຂັ້ນສູງ,ສານທະຫານພາກປະກອບດ້ວຍຜູ້ພິພາກສາສາມຄົນ,ໃນນັ້ນຜູ້ໜຶ່ງເປັນປະທານແລະອີກສອງຄົນເປັນຄະນະ,ຍົກເວັ້ນຄະດີເບົາບາງເລັກນ້ອຍໃຫ້ຜູ້ພິພາກສາຜູ້ດຽວພິຈາລະນາຕັດສິນເປັນຂັ້ນຕົ້ນກໍ່ໄດ້. ຜູ້ພິພາກສາທີ່ຖືກແຕ່ງຕັ້ງຢ່າງຖືກຕ້ອງຕາມກົດໝາຍເທົ່ານັ້ນຈຶ່ງມີສິດປະກອບເຂົ້າເປັນຄະນະສານຕັດສິນໄດ້. ຄໍາຕົກລົງຂອງຄະນະສານຕ້ອງຖືເອົາຕາມສຽງສ່ວນຫຼາຍ.

ມາດຕາ19ຄວາມເປັນເອກະລາດຂອງຜູ້ພິພາກສາ ການພິຈາລະນາຕັດສິນຄະດີຜູ້ພິພາກສາຕ້ອງເປັນເອກະລາດແລະມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.

ມາດຕາ20ພາສາທີ່ໃຊ້ໃນການດໍາເນີນຄະດີ ການດໍາເນີນຄະດີອາຍາຕ້ອງໃຊ້ພາສາລາວ,ຜູ້ເຂົ້າຮ່ວມໃນການດໍາເນີນຄະດີທີ່ບໍ່ຮູ້ພາສາລາວມີສິດໃຊ້ພາສາຕົນເອງຫຼືພາສາອື່ນໂດຍຜ່ານການແປພາສາ.

ມາດຕາ21ການໄຕ່ສວຍຄະດີຢ່າງເປີດເຜີຍ ການໄຕ່ສວນຄະດີອາຍາຢູ່ທີ່ປະຊຸມສານຕ້ອງດໍາເນີນຢ່າງເປີດເຜີຍເວັ້ນເສຍແຕ່ຄະດີກ່ຽວກັບຄວາມລັບຂອງລັດຫຼືຂອງສັງຄົມເປັນຕົ້ນການກະທໍາຜິດຕໍ່ສາຍຜົຍເມຍ,ຮີດຄອງປະເພນີອັນດີງາມຂອງຊາດ,ເດັກ,ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຊຶ່ງຕ້ອງດໍາເນີນຢ່າງປິດລັບ. ການອ່ານຄໍາຕັດສິນບໍ່ວ່າໃນກໍລະນີໃດຕ້ອງດໍາເນີນຢ່າງເປີດເຜີຍ.

ມາດຕາ22(ປັບປຸງ)ການຂໍຖອນຕົວແລການຄ້ານຕົວ ຜູ້ດໍາເນີນຄະດີອາຍາ,ຈ່າສານ,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາທີ່ເປັນຍາດພີ່ນ້ອງ,ໝູ່ຄູ່,ຄົນຮັກແພງມີຜົນປະໂຫຍດຫຼືມີຂໍ້ຂັດແຍ່ງກັບຄູ່ຄວາມຝ່າຍໃດຝ່າຍນຶ່ງຕ້ອງຂໍຖອນຕົວອອກຈາກການດໍາເນີນຄະດີນັ້ນ. ຖ້າຜູ້ກ່ຽວຫາກບໍ່ຍອມຖອນຕົວຄູ່ຄວາມຝ່າຍໃດຝ່າຍນຶ່ງກໍ່ມີສິດສະເໜີຄ້ານຕົວຜູ້ກ່ຽວອອກຈາກການດໍາເນີນຄະດີ.

ມາດຕາ23ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນ ຜູ້ພິພາກສາທີ່ໄດ້ເຂົ້າຮ່ວມໃນການພິຈາລະນາຄະດີອາຍາຄັ້ງໜຶ່ງແລ້ວຈະບໍ່ອະນຸຍາດໃຫ້ເຂົ້າຮ່ວມພິຈາລະນາຄະດີດຽວກັນເປັນຄັ້ງທີສອງອີກບໍ່ວ່າຢູ່ສານຂັ້ນໃດ.

ມາດຕາ24ການດໍາເນີນຄະດີຮອບດ້ານ,ຄົບຖ້ວນແລະພາວະວິໄສ ການດໍາເນີນຄະດີອາຍາຕ້ອງນໍາໃຊ້ມາດຕະການຕ່າງໆທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ເພື່ອເຮັດໃຫ້ການດໍາເນີນຄະດີໄດ້ເປັນໄປຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສແນໃສ່ຊອຫາແລະຊອກໃຫ້ເຫັນຫຼັກຖານຜູກມັດແລະຫຼັກຖານແກ້ມັດເພື່ອຢັ້ງຢືນຄວາມບໍລິສຸດຂອງຜູ້ຖືກສົງໄສ,ຜູ້ຖືກຫາຫຼືຈໍາເລີຍແລະຄົ້ນຄວ້າຫາສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ. ໃນການເອົາຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາຫຼືຈໍາເລີຍແລະບຸກຄົນທີ່ເຂົ້າຮ່ວມໃນຄະດີນັ້ນບໍ່ອະນຸຍາດໃຫ້ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່,ທຸບຕີ,ທໍລະມານຫຼືນໍາໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ.

ມາດຕາ25(ປັບປຸງ)ການຮັບປະກັນສິດໃນການຮ້ອງທຸກ ບຸກຄົນຫຼືການຈັດຕັ້ງມີສິດຮ້ອງທຸກອົງການສືບສວນສອບສວນ,ອົງການໄອຍະການ,ສານຫຼືບຸກຄົນທີ່ກ່ຽວຂ້ອງຊຶ່ງປະຕິບັດໜ້າທີ່ໂດຍບໍ່ຖືກຕ້ອງຕາມກົດໝາຍ.ຄໍາຮ້ອງທຸກໃຫ້ຍື່ນຕໍ່ອົງການຈັດຕັ້ງຂັ້ນເທິງຖັດນັ້ນຫຼືອົງການຈັດຕັ້ງທີ່ບຸກຄົນນັ້ນສັງກັດຢູ່. ອົງການຈັດຕັ້ງທີ່ໄດ້ຮັບຄໍາຮ້ອງທຸກຕ້ອງຄົ້ນຄວ້າ,ພິຈາລະນາຢ່າງທັນການແລະຕ້ອງແຈ້ງຜົນການຄົ້ນຄວ້າເປັນລາຍລັກອັກສອນໃຫ້ແກ່ບຸກຄົນຫຼືການຈັດຕັ້ງທີ່ຍື່ນຄໍາຮ້ອງຟ້ອງຊາບພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງທຸກເປັນຕົ້ນໄປ. ອົງການຫຼືບຸກຄົນທີ່ກ່ຽວຂ້ອງທີ່ໄດ້ລະເມີດກົດໝາຍຕ້ອງປົວແປງກຽດສັກສີແລະທົດແທນຄ່າເສຍຫາຍໃຫ້ແກ່ຜູ້ຖືກເສຍຫາຍ.ບຸກຄົນທີ່ກ່ຽວຂ້ອງນັ້ນຕ້ອງຖືກລົງວິໄນຫຼືຖືກລົງໂທດຕາມສະຖານເບົາຫຼືໜັກ.

ມາດຕາ26ການປະສານສົມທົບ ອົງການດໍາເນີນຄະດີອາຍາຕ້ອງປະສານສົມທົບແລະຮ່ວມມືກັບອົງການຈັດຕັ້ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມລວມທັງອົງການປົກຄອງບ້ານແລະຄອບຄົວໃນການສະກັດກັ້ນແລະຕ້ານອາຊະຍາກໍາ. ອົງການຈັດຕັ້ງດັ່ງກ່າວຕ້ອງໃຫ້ການຮ່ວມມືກັບອົງການດໍາເນີນຄະດີອາຍາກ່ຽວກັບການປະຕິບັດມາດຕະການເພື່ອສະກັດກັ້ນ,ລົບລ້າງສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດທາງອາຍາເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ພາກທີ3ຫຼັກຖານໃນຄະດີອາຍາ

ໝວດທີ1ຫຼັກຖານ

ມາດຕາ27ຫຼັກຖານ ຫຼັກຖານໃນຄະດີອາຍາແມ່ນຂໍ້ມູນຕົວຈິງທີ່ເກັບໂຮມໄດ້ຕາມຂັ້ນຕອນການດໍາເນີນຄະດີຊຶ່ງອົງການສືບສວນສອບສວນ,ອົງການໄອຍະການແລະສານນາມາຊັ່ງຊາຕີລາຄາແລະໃຊ້ເປັນພື້ນຖານໃນການກໍານົດວ່າມີຫຼືບໍ່ມີພຶດຕິກໍາທີ່ເປັນອັນຕະລາຍຕໍ່ສັງຄົມ,ຄວາມຜິດຂອງບຸກຄົນທີ່ໄດ້ສ້າງພຶດຕິກໍານັ້ນແລະເຫດການອື່ນທີ່ເປັນປະໂຫຍດໃຫ້ແກ່ການພິຈາລະນາແກ້ໄຂຫຼືຕັດສິນຄະອີອາຍາໃຫ້ຖືກຕ້ອງແລະເປັນທໍາ.

ມາດຕາ28ປະເພດຫຼັກຖານ ຫຼັກຖານໃນຄະດີອາຍາປະກອບດ້ວຍ: 1.ຫຼັກຖານທາງດ້ານວັດຖຸ; 2.ຫຼັກຖານທາງດ້ານເອກະສານ; 3.ຫຼັກຖານທາງດ້ານບຸກຄົນ. ຫຼັກຖານທີ່ກ່າວມີເທິງນີ້ມີທັງຫຼັກຖານຜູກມັດຊຶ່ງເປັນຫຼັກຖານທີ່ຢັ້ງຢືນວ່າຜູ້ຖືກຫາຫຼືນໍາເລີຍເປັນຜູ້ກະທໍາຜິດແລະມີທັງຫຼັກຖານແກ້ມັດຊຶ່ງເປັນຫຼັກຖານທີ່ຢັ້ງຢືນວ່າຜູ້ຖືກຫາຫຼືຈໍາເລີຍເປັນຜູ້ບໍລິສຸດ. ການດໍາເນີນຄະດີອາຍາຕ້ອງຊອກຫາທັງຫຼັກຖານຜູກມັດແລະຫຼັກຖານແກ້ມັດໄປພ້ອມກັນ.

ໝວດທີ2ຫຼັກຖານທາງດ້ານວັດຖຸ

ມາດຕາ29ຫຼັກຖານທາງດ້ານວັດຖຸ ຫຼັກຖານທາງດ້ານວັດຖຸແມ່ນຮ່ອງຮອຍຂອງວັດຖຸ,ວັດຖຸທີ່ໄດ້ໃຊ້ຫຼືຈະໃຊ້ເປັນເຄື່ອງມືໃນການກະທໍາຜິດເຊັ່ນປືນ,ມີດ,ຮອຍມື,ຄາບເລືອດແລະວັດຖຸອື່ນທີ່ມີຄວາມໝາຍສໍາຄັນສໍາລັບຄະດີ.

ມາດຕາ30(ປັບປຸງ)ການເກັບໂຮມແລະການເກັບຮັກສາຫຼັກຖານທາງດ້ານວັດຖຸຫຼືຂອງກາງຄະດີ ການເກັບໂຮມຫຼັກຖານທາງດ້ານວັດຖຸຕ້ອງດໍາເນີນໃນທັນໃດເມື່ອເວລາພົບເຫັນ.ການເກັບໂຮມຫຼັກຖານຕ້ອງໃຫ້ຄົບຖ້ວນ,ບັນທຶກກ່ຽວກັບສະພາບຂອງວັດຖຸແລະເກັບຮັກສາໄວ້ຕາມລະບຽບການ.ໃນກໍລະນີທີ່ບໍ່ສາມາດເກັບໂຮມເອົາຫຼັກຖານມາໄດ້ກໍ່ຕ້ອງຖ່າຍຮູບຫຼືຖ່າຍພາບແລ້ວເກັບຮັກສາໄວ້ຕາມລະບຽບການທາງດ້ານເຕັກນິກ,ຖ້າເປັນວັດຖຸຄ້າຍຄືເງິນ,ຄໍາ,ເພັດ,ພອຍຫຼືວັດຖຸມີຄ່າອື່ນຕ້ອງນໍາໄປວິໄຈແລະຢັ້ງຢືນກ່ຽວກັບຄຸນນະພາບພ້ອມດ້ວຍຊັ່ງນໍ້າໜັກຂອງວັດຖຸດັ່ງກ່າວໃນທັນໃດ. ຫຼັກຖານທາງດ້ານວັດຖຸໃຫ້ເກັບຮັກສາດ້ວຍເຄື່ອງຫຸ້ມຫໍ່ຫຼືໃສ່ຖົງໄວ້. ຫຼັກຖານທາງດ້ານວັດຖຸຫຼືຂອງກາງຄະດີຕ້ອງເກັບຮັກສາໄວ້ບໍ່ໃຫ້ມີການກະທົບ,ເສື່ອມຄຸນ,ຕົກເຮ່ຍເສຍຫາຍ,ສັບປ່ຽນ,ເປ່ເພແລະສັບສິນປົນເປກັນ. ການເກັບຮັກສາຫຼັກຖານທາງດ້ານວັດຖຸໃຫ້ປະຕິບັດດັ່ງນີ້: 1.ວັດຖຸທີ່ຈໍາເປັນຕ້ອງເກັບຮັກສາໄວ້ດ້ວຍເຄື່ອງຫຸ່ມຫໍ່ຫຼືໃສ່ຖົງແລ້ວອັດໜີບຄັ່ງໄວ້ໃນທັນໃດພາຍຫຼັງໄດ້ສິ້ນສຸດການເກັບໂຮມແລ້ວແລະຕ້ອງບັນທຶກໄວ້ຢ່າງລະອຽດແລະບົດບັນທຶກນັ້ນຕ້ອງເກັບໄວ້ໃນສໍານວນຄະດີ; 2.ວັດຖຸທີ່ເປັນເງິນ,ພັນທະບັດ,ຄໍາ,ເງິນທີ່ເປັນໂລຫະ,ເພັດ,ພອຍຫຼືວັດຖຸທີ່ມີຄ່າອື່ນໃຫ້ນໍາໄປຝາກໄວ້ທະນາຄານຕາມລະບຽບການ; 3.ວັດຖຸທີ່ເປັນເຄມີຕົ້ນຫຼືທາດເສບຕິດໃຫ້ທໍາການພິສູດແລ້ວເກັບມ້ຽນໄວ້ຕາມລະບຽບການ; 4.ວັດຖຸທີ່ເປັນປືນ,ທາດລະເບີດ,ທາດເຊື້ອໄຟແລະທາດທີ່ເປັນອັນຕະລາຍອື່ນຕ້ອງມອບໃຫ້ອົງການວິຊາສະເພາະກ່ຽວຂ້ອງເກັບຮັກສາພ້ອມທັງເຮັດບົດບັນທຶກໄວ້ຢ່າງລະອຽດ; 5.ວັດຖຸທີ່ເປັນຄາບເລືອດ,ເສັ້ນຜົມ,ຮອຍມື,ຮອຍຕີນ,ກະສອບລູກປືນແລະວັດຖຸອື່ນຕ້ອງເກັບຮັກສາໄວ້ໃຫ້ຖືກຕ້ອງຕາມລະບຽບການທາງດ້ານເຕັກນິກ. ຫຼັກຖານທາງດ້ານວັດຖຸຫຼືຂອງກາງຄະດນທີ່ເກັບຮັກສາໄວ້ນັ້ນທີ່ມີການຕົກເຮ໋ຍເສຍຫາຍ,ສັບປ່ຽນແລະເປ່ເພໂດຍບໍ່ມີເຫດຜົນພຽງພໍເຈົ້າໜ້າທີ່ຜູ້ປົກປັກຮັກສາວັດຖຸສິ່ງຂອງນັ້ນຈະໄດ້ຮັບຜິດຊອບທາງອາຍາຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ.

ມາດຕາ31ການແກ້ໄຂບັນຫາກ່ຽວກັບຫຼັກຖານທາງດ້ານວັດຖຸ ອົງການດໍາເນີນຄະດີອາຍາມີສິດແລະໜ້າທີ່ແກ້ໄຂບັນຫາກ່ຽວກັບຂອງກາງຄະດີທີ່ເປັນຫຼັກຖານທາງດ້ານວັດຖຸດັ່ງນີ້: 1.ວັດຖຸທີ່ໃຊ້ຫຼືຈະໃຊ້ເຂົ້າໃນການກະທໍາຜິດຫຼືທີ່ໄດ້ມາຈາກການກະທໍາຜິດຊຶ່ງເປັນວັດຖຸຕ້ອງຫ້າມໃນການຄອບຄອງຫຼືການນໍາໃຊ້ໃຫ້ຍຶດແລະຮິບເປັນຂອງລັດ; 2.ວັດຖຸສິ່ງຂອງຂອງລັດທີ່ຜູ້ກະທໍາຜິດເອົາໄປຫຼືໃຊ້ເປັນເຄື່ອງມືສໍາລັບການກະທໍາຜິດຕ້ອງສົ່ງຄືນໃຫ້ລັດ; 3.ວັດຖຸສິ່ງຂອງທີ່ໄດ້ມາຈາກການກະທໍາຜິດທີ່ບໍ່ຮູ້ຫຼືບໍ່ອາດຮູ້ໄດ້ວ່າຜູ້ໃດເປັນເຈົ້າຂອງໃຫ້ຮິບເປັນຂອງລັດ; 4.ວັດຖຸທີ່ເສື່ອມຄຸນນະພາບແລະບູດເໜົ່າງ່າຍໃຫ້ປະກາດຂາຍຕາມລະບຽບການແລ້ວນໍາມາປະຕິບັດຕາມຄໍາຕັດສິນຂອງສານ; 5.ວັດຖຸທີ່ບໍ່ມີຄຸນຄ່າຫຼືບໍ່ມີຜົນປະໂຫຍດໃນການນໍາໃຊ້ແລ້ວໃຫ້ທໍາລາຍຖິ້ມ. ຂໍ້ຂັດແຍ່ງກ່ຽວກັບວັດຖຸສິ່ງຂອງທີ່ເປັນຫຼັກຖານໃນຄະດີອາຍາໃຫ້ແກ້ໄຂຕາມກົດໝາຍ.

ໝວດທີ3ຫຼັກຖານທາງດ້ານເອກະສານ

ມາດຕາ32ຫຼັກຖານທາງດ້ານເອກະສານ ຫຼັກຖານທາງດ້ານເອກະສານແມ່ນຫຼັກຖານທີ່ໄດ້ມາຈາກຈົດໝາຍ,ບົດບັນທຶກການສືບສວນ-ສອບສວນ,ບົດບັນທຶກການເຄື່ອນໄຫວຂອງສານ,ບັນຊີ,ແຜນວາດ,ຮູບພາບແລະເອກະສານອື່ນທີ່ພົວພັນກັບການກະທໍາຜິດ.

ມາດຕາ33ບົດບັນທຶກຂອງຜູ້ດໍາເນີນຄະດີ ບົດບັນທຶກການຈັບຕົວ,ການກວດຄົ້ນ,ການຍຶດຫຼືອາຍັດຊັບ,ການຊັນນະສູດສະຖານທີ່ເກີດເຫດ,ການພິສູດຫຼັກຖານ,ການເອົາຄໍາໃຫ້ການ,ການສອບຖາມຊ້ອງໜ້າ,ການຢັ້ງຢືນແລະການທົດລອງຂໍ້ມູນຄືນໃໝ່ຂອງຜູ້ດໍາເນີນຄະດີ,ບົດບັນທຶກການປະຊຸມສານແລະບົດບັນທຶກອື່ນລວມທັງຈົດໝາຍ,ບັນຊີ,ແຜນວາດ,ຮູບພາບແລະເອກະສານອື່ນທີ່ພົວພັນກັບການກະທໍາຜິດທີ່ໄດ້ມາຢ່າງຖືກຕ້ອງນັ້ນຖືກເປັນຫຼັກຖານໃນຄະດີອາຍາ.

ໝວດທີ4ຫຼັກຖານທາງດ້ານບຸກຄົນ

ມາດຕາ34ຫຼັກຖານທາງດ້ານບຸກຄົນ ຫຼັກຖານທາງດ້ານບຸກຄົນແມ່ນຫຼັກຖານທີ່ໄດ້ມາຈາກຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາຫຼືຈໍາເລີຍ,ພະຍານ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງ,ການຊີ້ຕົວ,ການຢັ້ງຢືນ,ຄໍາເຫັນຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ພົວພັນກັບການກະທໍາຜິດ.

ມາດຕາ35ຄໍາໃຫ້ການຂອງຜູ້ຖືກສົງໄສ ຄໍາໃຫ້ການຂອງຜູ້ຖືກສົງໄສແມ່ນການໃຫ້ຂໍ້ມູນທາງປາກເປົ່າຫຼືເປັນລາຍລັກອັກສອນຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂໍ້1ແລະ2ຂອງກົດໝາຍສະບັບນີ້. ກ່ອນຈະເອົາຄໍາໃຫ້ການຂອງຜູ້ຖືກສົງໄສຕ້ອງແຈ້ງສິດແລະພັນທະໃຫ້ຜູ້ກ່ຽວຊາບຕາມທີ່ໄດ້ກໍານົດໄວ້ໃນມາດຕາ64ຂອງກົດໝາຍສະບັບນີ້.

ມາດຕາ36ຄໍາໃຫ້ການຂອງຜູ້ຖືກຫາຫຼືຈໍາເລີຍ ຄໍາໃຫ້ການຂອງຜູ້ຖືກຫາຫຼືຈໍາເລີຍແມ່ນການໃຫ້ຂໍ້ມູນຂອງຜູ້ຖືກຫາຫຼືຈໍາເລີຍຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂອງກົດໝາຍສະບັບນີ້. ຄໍາໃຫ້ການຮັບສາລະພາບຂອງຜູ້ຖືກຫາຫຼືຈໍາເລີຍຕໍ່ການກະທໍາຜິດຈະຖືເປັນຫຼັກຖານໃນຄະດີໄດ້ກໍ່ຕໍ່ເມື່ອຄໍາຮັບສາລະພາບນັ້ນຫາກໄດ້ຮັບການຢັ້ງຢືນດ້ວຍຫຼັກຖານຜູກມັດອື່ນທີ່ໜັກແໜ້ນ. ຄໍາໃກ້ການຮັບສາລະພາບຂອງຜູ້ຖືກຫາຫຼືຈໍາເລີຍທີ່ໄດ້ມາດ້ວຍການຕົວະຍົວະຫຼອກລວງ,ບັງຄັບ,ນາບຂູ່,ທຸບຕີ,ທໍລະມານຫຼືການກະທໍາອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍຈະໃຊ້ເປັນຫຼັກຖານໃນຄະດີບໍ່ໄດ້. ໃນກໍລະນີທີ່ຜູ້ຖືກຫາຫຼືຈໍາເລີຍຫາກບໍ່ໃຫ້ການຜູ້ດໍາເນີນຄະດີອາຍາຕ້ອງບັນທຶກໄວ້.

ມາດຕາ37ຄໍາໃຫ້ການຂອງຜູ້ຖືກເສຍຫາຍ ຄໍາໃຫ້ການຂອງຜູ້ຖືກເສຍຫາຍແມ່ນການໃຫ້ຂໍ້ມູນກ່ຽວກັບຄວາມເສຍຫາຍຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂອງກົດໝາຍສະບັບນີ້ໃນເວລາດໍາເນີນການສືບສວນສອບສວນ,ການສອບສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມສານ. ຜູ້ຖືກເສຍຫາຍອາດຈະຖືກສອບຖາມກ່ຽວກັບສະພາບການທີ່ມີຄວາມໝາຍສໍາຄັນສໍາລັບການປະກອບຫຼັກຖານໃນຄະດີພ້ອມທັງສາຍພົວພັນລະຫວ່າງຜູ້ກ່ຽວກັບຜູ້ຖືກຫາຫຼືນໍາເລີຍ.

ມາດຕາ38ຄໍາໃຫ້ການຂອງໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ ຄໍາໃຫ້ການຂອງໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແມ່ນການໃຫ້ຂໍ້ມູນກ່ຽວກັບຄວາມເສຍຫາຍແລະການໃຊ້ແທນຄ່າເສຍຫາຍຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂອງກົດໝາຍສະບັບນີ້ໃນເວລາດໍາເນີນການສືບສວນສອບສວນ,ການສອບສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມສານ.

ມາດຕາ39ຄໍາໃຫ້ການຂອງພະຍານ ຄໍາໃຫ້ການຂອງພະຍານແມ່ນການໃຫ້ຂໍ້ມູນກ່ຽວກັບການທີ່ໄດ້ຮູ້,ໄດ້ເຫັນ,ໄດ້ຍິນຫຼືໄດ້ຍິນຈາກບຸກຄົນອື່ນຕໍ່ການສອບຖາມຂອງຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂອງກົດໝາຍສະບັບນີ້ໃນເວລາດໍາເນີນການສືບສວນສອບສວນ,ການສອບສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມສານ. ພະຍານອາດຖືກສອບຖາມກ່ຽວກັບສະພາບການຫຼືເຫດການຂອງຄະດີທີ່ຜູ້ກ່ຽວໄດ້ຮູ້,ໄດ້ເຫັນດ້ວຍຕົນເອງລວມທັງສາຍພົວພັນລະຫວ່າງຜູ້ກ່ຽວກັບຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະພະຍານຄົນອື່ນ.

ມາດຕາ40ບົດສະຫຼຸບຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ ພາຍຫຼັງໄດ້ສໍາເລັດການພິສູດແລ້ວຜູ້ຊ່ຽວຊານຫຼືຜູ້ຊໍານານງານຕ້ອງເຮັດບົດສະຫຼຸບລາຍງານຜົນການພິສູດຂອງຕົນເປັນລາຍລັກອັກສອນແລະມີຄວາມຮັບຜິດຊອບຕໍ່ບົດສະຫຼຸບຂອງຕົນ. ໃນກໍລະນີທີ່ການພິສູດຫາກໄດ້ດໍານເນີນດ້ວຍຄະນະຜູ້ຊ່ຽວຊານຫຼືຄະນະຜູ້ຊໍານານງານນັ້ນບົດສະຫຼຸບລາຍງານຜົນຂອງການພິສູດຕ້ອງໄດ້ເຊັນໂດຍຄະນະຜູ້ຊ່ຽວຊານຫຼືຄະນະຜູ້ຊໍານານງານທັງໝົດທີ່ໄດ້ເຂົ້າຮ່ວມ. ໃນກໍລະນີທີ່ຄໍາເຫັນຂອງຄະນະຜູ້ຊ່ຽວຊານຫຼືຄະນະຜູ້ຊໍານານງານຫາກບໍ່ເປັນເອກະພາບກັນນັ້ນຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ບໍ່ເຫັນດີກັບບົດສະຫຼຸບລາຍງານຜົນຂອງການພິສູດນັ້ນມີສິດລົງຄໍາເຫັນຂອງຕົນໃສ່ບົດສະຫຼຸບດັ່ງກ່າວ. ໃນກໍລະນີທີ່ອົງການສືບສວນສອບສວນ,ອົງການໄອຍະການຫຼືສານຫາກບໍ່ມີຄວາມໝັ້ນໃຈກ່ຽວກັບຜົນຂອງການພິສູດນັ້ນຕ້ອງໃຫ້ເຫດຜົນຂອງຕົນຢ່າງລະອຽດແລະໃນກໍລະນີທີ່ຄໍາເຫັນຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານນັ້ນຫາກບໍ່ຈະແຈ້ງຫຼືບໍ່ຄົບຖ້ວນກໍ່ສະເໜີໃຫ້ທໍາການພິສູດຄືນໃໝ່ໂດຍເພີ່ມຈໍານວນຜູ້ຊ່ຽວຊານຫຼືຜູ້ຊໍານານງານເຂົ້າຕື່ມຫຼືໃຫ້ຄະນະຜູ້ຊ່ຽວຊານຫຼືຄະນະຜູ້ຊໍານານງານທໍາການພິສູດຄືນໃໝ່ຫຼືແຕ່ງຕັ້ງຜູ້ຊ່ຽວຊານຫຼືຜູ້ຊໍານານງານຄະນະໃໝ່ທໍາການພິສູດກໍ່ໄດ້.

ໝວດທີ5ການປະກອບຫຼັກຖານ

ມາດຕາ41ສະພາບການທີ່ຕ້ອງຊອກຫາຄວາມຈິງ ໃນເວລາດໍາເນີນການສືບສວນສອບສວນ,ການສັ່ງຟ້ອງແລະການຕັດສິນຄະດີອົງການດໍາເນີນຄະດີອາຍາຕ້ອງຊອກຫາຄວາມຈິງກ່ຽວກັບສະພາບການດັ່ງນີ້: 1.ເຫດການຂອງຄະດີ(ພຶດຕິກໍາ,ວັນ,ເວລາ,ສະຖານທີ່,ພາຫະນະ,ອຸປະກອນ,ວິທີການແລະສະພາບການອື່ນ); 2.ຄວາມຜິດຂອງຜູ້ຖືກຫາຫຼືຈໍາເລີຍແລະເຫດຜົນໃນການກະທໍາຜິດ; 3.ລັກສະນະແລະລະດັບຄວາມເປັນອັນຕະລາຍຂອງການກະທໍາຜິດພ້ອມທັງບຸກຄະລິກກະພາບຂອງຜູ້ຖືກຫາຫຼືຈໍາເລີຍ; 4.ລັກສະນະແລະລະດັບຄວາມເສຍຫາຍທີ່ເນື່ອງມາຈາກການກະທໍາຜິດ; 5.ສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາຫຼືສາເຫດທີ່ພາໃຫ້ມີຄວາມຮັບຜິດຊອບທາງອາຍາ; 6.ສາເຫດທີ່ພາໃຫ້ຫຼຸດຫຼືເພີ່ມຄວາມຮັບຜິດຊອບທາງອາຍາ.

ມາດຕາ42ການບໍ່ຖືກເປັນຫຼັກຖານ ຂໍ້ມູນທີ່ໄດ້ມາດ້ວຍວິທີການທີ່ລະເມີດກົດໝາຍສະບັບນີ້ຈະບໍ່ຖືເປັນຫຼັກຖານໃນຄະດີອາຍາ. ຂໍ້ມູນທີ່ບໍ່ຖືວ່າເປັນຫຼັກຖານໄດ້ນັ້ນຈະບໍ່ມີຜົນທາງດ້ານກົດໝາຍແລະບໍ່ສາມາດໃຊ້ເປັນພື້ນຖານໃນການດໍາເນີນຄະດີອາຍາ.

ມາດຕາ43ການເກັບໂຮມຫຼັກຖານ ໃນການເກັບໂຮມຫຼັກຖານອົງການດໍາເນີນຄະດີອາຍາມີສິດແລະໜ້າທີ່ດັ່ງນີ້: 1.ເອົາຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະພະຍານ; 2.ຊັນນະສູດສະຖານທີ່ເກີດເຫດ,ກວດຄົ້ນເຄຫະສະຖານ,ຍານພາຫະນະແລະຕົວບຸກຄົນ,ທົດສອບຂໍ້ມູນຄືນໃໝ່,ຍຶດຫຼືອາຍັດຊັບ; 3.ຮຽກບຸກຄົນທີ່ຮູ້ເຫັນເຫດການມາໃຫ້ການເປັນພະຍານ,ສອບຖາມຊ້ອງໜ້າ,ຊີ້ຕົວແລະຢັ້ງຢືນ; 4.ແຕ່ງຕັ້ງຜູ້ຊ່ຽວຊານ,ຜູ້ຊໍານານງານເພື່ອໃຫ້ຄໍາເຫັນ; 5.ທວງເອົາເອກະສານຫຼືວັດຖຸສິ່ງຂອງທີ່ເປັນຫຼັກຖານໃນຄະດີອາຍາຈາກບຸກຄົນຫຼືການຈັດຕັ້ງ; 6.ໃຫ້ພິສູດຫຼັກຖານ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງຕ້ອງປະຕິບັດຕາມໝາຍຮຽກ,ໝາຍເຊີນ,ການທວງຫຼືການແຕ່ງຕັ້ງຂອງອົງການດໍາເນີນຄະດີອາຍາ. ບຸກຄົນແລະການຈັດຕັ້ງສາມາດເກັບໂຮມຫຼັກຖານໃນຄະດີອາຍາແລ້ວມອບໃຫ້ອົງການດໍາເນີນຄະດີອາຍາ.

ມາດຕາ44ການກວດກາແລະຊັ່ງຊາຕີລາຄາຫຼັກຖານ ຫຼັກຖານທີ່ເກັບໂຮມມາໄດ້ນັ້ນຕ້ອງທໍາການກວດກາແລະຊັ່ງຊາຕີລາຄາກ່ຽວກັບຄວາມຖືກຕ້ອງທາງດ້ານກົດໝາຍ,ຄວາມຈິງ,ຄວາມຄົບຖ້ວນ,ການພົວພັນກັບຄະດີແລະສາມາດເປັນບ່ອນອີງໃຫ້ແກ່ການພິຈາລະນາແກ້ໄຂຫຼືຕັດສິນຄະດີອາຍາ. ອົງການດໍາເນີນຄະດີອາຍາຕ້ອງກວດກາ,ຊັ່ງຊາຕີລາຄາຫຼັກຖານບົນພື້ນຖານການພິຈາລະນາຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສດ້ວຍຄວາມໝັ້ນໃຈຂອງຕົນ. ໃນການກວດກາ,ຊັ່ງຊາຕີລາຄາຫຼັກຖານນັ້ນຖ້າຫາກຍັງສົງໄສວ່າຜູ້ຖືກຫາຫຼືຈໍາເລີຍອາດຈະເປັນຜູ້ກະທໍາຜິດຫຼືບໍ່ເປັນຜູ້ກະທໍາຜິດນັ້ນແລ້ວກໍ່ຕ້ອງປ່ອຍຕົວຜູ້ກ່ຽວຫຼືໃຫ້ຜູ້ກ່ຽວພົ້ນຂໍ້ກ່າວຫາ. ການດໍາເນີນຄະດີອາຍາບໍ່ໃຫ້ຖືເອົາການຮັບສາລະພາບຂອງຜູ້ຖືກຫາຫຼືຈໍາເລີຍເປັນຕົ້ນຕໍແຕ່ຕ້ອງຊອກຫາຫຼັກຖານອື່ນມາຢັ້ງຢືນການກ່າວຫາຫຼືການກະທໍາຜິດຂອງຜູ້ກ່ຽວຕື່ມອີກ. ຜູ້ຖືກຫາຫຼືຈໍາເລີຍທີ່ປະຕິເສດຫຼືບໍ່ຮັບສາລະພາບກ່ຽວກັບການກະທໍາຜິດຂອງຕົນແຕ່ຖ້າຫາກມີຫຼັກຖານທີ່ໜັກແໜ້ນແລ້ວກໍຈະຖືວ່າຜູ້ກ່ຽວເປັນຜູ້ກະທໍາຜິດ.

ພາກທີ4ອົງການແລະຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ

ໝວດທີ1ອົງການແລະຜູ້ດໍາເນີນຄະດີອາຍາ

ມາດຕາ45ອົງການດໍາເນີນຄະດີອາຍາ ອົງການດໍາເນີນຄະດີອາຍາປະກອບດ້ວຍ: 1.ອົງການສືບສວນສອບສວນ; 2.ອົງການໄອຍະການ; 3.ສານ.

ມາດຕາ46(ປັບປຸງ)ອົງການສືບສວນສອບສວນ ອົງການສືບສວນສອບສວນມີດັ່ງນີ້: 1.ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ; 2.ອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານ; 3.ອົງການສືບສວນສອບສວນຂອງເຈົ້າໜ້າທີ່ພາສີ,ອາກອນ; 4.ອົງການສືບສວນສອບສວນຂອງເຈົ້າໜ້າທີ່ປ່າໄມ້; 5.ອົງການສືບສວນສອບສວນຂອງເຈົ້າໜ້າທີ່ດ້ານການສໍ້ລາດບັງຫຼວງ; 6.ອົງການສືບສວນສອບສວນຂອງພາກສ່ວນອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍ. ການສ້າງຕັ້ງອົງການສືບສວນສອບສວນ,ການແຕ່ງຕັ້ງຫຼືປົດຕໍາແໜ່ງຫົວໜ້າ,ຮອງຫົວໜ້າອົງການສືບສວນສອບສວນແລະເຈົ້າໜ້າທີ່ສືບສວນສອບສວວນຂອງພາກສ່ວນໃດແມ່ນລັດຖະມົນຕີກະຊວງຫຼືຫົວໜ້າອົງການຂັ້ນສູນກາງຂອງພາກສ່ວນນັ້ນເປັນຜູ້ຕົກລົງ.

ມາດຕາ47ສິດແລະໜ້າທີ່ຂອງອົງການສືບສວນສອບສວນ ອົງການສືບສວນສອບສວນມີສິດແລະໜ້າທີ່ດັ່ງນີ້: 1.ຮັບແລະບັນທຶກການແຈ້ງຄວາມກ່ຽວກັບການກະທໍາຜິດ; 2.ລາຍງານຢ່າງທັນການໃຫ້ຫົວໜ້າອົງການໄອຍະການກ່ຽວກັບການກະທໍາຜິດ; 3.ອອກຄໍາສັ່ງເປີດການສືບສວນສອບສວນແລະສົ່ງສໍາເນົາຄໍາສັ່ງນັ້ນລາຍງານໃຫ້ຫົວໜ້າອົງການໄອຍະການໃນທັນໃດ; 4.ດໍາເນີນການສືບສວນສອບສວນ; 5.ນໍາໃຊ້ມາດຕະການສະກັດກັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍລວມທັງການປ່ອຍຕົວຜູ້ຖືກສົງໄສທີ່ໄດ້ຖືກກັກຕົວແລະລາຍງານເປັນລາຍລັກອັກສອນໃຫ້ຫົວໜ້າອົງການໄອຍະການ; 6.ຂໍອຸທອນຄໍາສັ່ງຂອງຫົວໜ້າອົງການໄອຍະການຂັ້ນຂອງຕົນຂຶ້ນຫາຫົວໜ້າອົງການໄອຍະການຂັ້ນເທິງ; 7.ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ; 8.ສະຫຼຸບການສືບສວນສອບສວນແລະປະກອບສໍານວນຄະດີພ້ອມດ້ວຍຂອງກາງສົ່ງໃຫ້ຫົວໜ້າອົງການໄອຍະການ. ການນໍາໃຊ້ສິດແລະປະຕິບັດໜ້າທີ່ດັ່ງກ່າວອົງການສືບສວນສອບສວນຕ້ອງດໍາເນີນໃນຂອບເຂດສິດແລະໜ້າທີ່ທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ48ອົງການໄອຍະການປະຊາຊົນ ອົງການໄອຍະການປະຊາຊົນປະກອບດ້ວຍ: 1.ອົງການໄອຍະການປະຊາຊົນສູງສຸດ; 2.ອົງການໄອຍະການປະຊາຊົນພາກ; 3.ອົງການໄອຍະການປະຊາຊົນແຂວງ,ນະຄອນຫຼວງ; 4.ອົງການໄອຍະການປະຊາຊົນເຂດ; 5.ອົງການໄອຍະການທະຫານ.

ມາດຕາ49ສິດແລະໜ້າທີ່ຂອງອົງການໄອຍະການ ສິດແລະໜ້າທີ່ຂອງອົງການໄອຍະການໃນການດໍາເນີນຄະດີອາຍາມີດັ່ງນີ້: 1.ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນ; 2.ດໍາເນີນການສືບສວນສອບສວນຄະດີໃດໜຶ່ງເປັນບາງສ່ວນຫຼືທັງໝົດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 3.ສັ່ງຟ້ອງຜູ້ຖືກຫາຂຶ້ນສານ; 4.ຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ; 5.ຕິດຕາມກວດກາການປະຕິບັດຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ; 6.ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງແລະສະຖານທີ່ປະຕິບັດມາດຕະການບັງຄັບອື່ນຂອງສານ; 7.ປະສານສົມທົບກັບອົງການສືບສວນສອບສວນແລະອົງການອື່ນທີ່ກ່ຽວຂ້ອງດໍາເນີນການສະກັດກັ້ນ,ຕ້ານອາຊະຍາກໍາຫຼືການກະທໍາຜິດແລະການລະເມີດກົດໝາຍອື່ນພ້ອມທັງລົບລ້າງບັນດາສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດເກີດຂຶ້ນ; 8.ຮື້ຟື້ນຄະດີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ50ສານປະຊາຊົນ ສານປະຊາຊົນປະກອບດ້ວຍ: 1.ການປະຊາຊົນສູງສຸດ; 2.ການປະຊາຊົນພາກ; 3.ສານປະຊາຊົນແຂວງ,ນະຄອນຫຼວງ; 4.ການປະຊາຊົນເຂດ; 5.ສານທະຫານ.

ມາດຕາ51ສິດແລະໜ້າທີ່ຂອງສານ ສານມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: 1.ພິຈາລະນາຕັດສິນຄະດີອາຍາພ້ອມດ້ວຍການໃຊ້ແທນຄ່າເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ16ຂອງກົດໝາຍສະບັບນີ້; 2.ນໍາໃຊ້ວິທີການສືບສວນສອບສວນແລະມາດຕະການສະກັດກັ້ນໃນກໍລະນີທີ່ສໍານວນຄະດີມາຮອດສານ; 3.ສຶກສາອົບຮົມຄູ່ຄວາມແລະໄກ່ເກ່ຍບັນຫາທາງແພ່ງໃນຄະດີອາຍາ; 4.ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ; 5.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ52ຜູ້ດໍາເນີນຄະດີອາຍາ ຜູ້ດໍາເນີນຄະດີອາຍາມີດັ່ງນີ້: 1.ຫົວໜ້າ,ຮອງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນແລະຜູ້ຊ່ວຍເຈົ້າໜ້າທີ່ສືບສວນສອບສວນ; 2.ຫົວໜ້າ,ຮອງຫົວໜ້າອົງການໄອຍະການ,ພະນັກງານໄອຍະການແລະຜູ້ຊ່ວຍພະນັກງານໄອຍະການ; 3.ປະທານ,ຮອງປະທານສານ,ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາແລະຈ່າສານ.

ມາດຕາ53ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າອົງການສືບສວນສອບສວນ ຫົວໜ້າອົງການສືບສວນສອບສວນມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງແລະຊີ້ນໍາໂດຍກົງວຽກງານສືບສວນສອບສວນຂອງອົງການສືບສວນສອບສວນ; 2.ມອບໝາຍຫຼືປ່ຽນເຈົ້າໜ້າທີ່ສືບສວນສອບສວນດໍາເນີນການສືບສວນສອບສວນຄະດີອາຍາ; 3.ພິຈາລະນາປ່ຽນແປງຫຼືລົບລ້າງຄໍາສັ່ງຂອງເຈົ້າໜ້າທີ່ສືບສວນສອບສວນທີ່ບໍ່ມີພ້ືນຖານແລະບໍ່ຖືກຕ້ອງຕາມກົດໝາຍ; 4.ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນ,ໝາຍຮຽກ,ໝາຍເຊີນ,ຄໍາສ່ັງພາຕົວ,ຄໍາສັ່ງກັກຕົວ,ຄໍາສັ່ງຄຸມຄົວຢູ່ກັບທີ່,ຄໍາສັ່ງປິດຫຼືອາຍັດຊັບ,ຄໍາສັ່ງປ່ອຍຕົວຜູ້ຖືກສົງໄສທີ່ຖືກກັກຕົວ,ຄໍາສັ່ງໂຈະຫຼືຊັດມ້ຽນຄະດີອາຍາ; 5.ແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ; 6.ອອກຄໍາສັ່ງແຕ່ງຕັ້ງຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ; 7.ຮັບເອົາການແຕ່ງຕັ້ງຫຼືສະເໜີແຕ່ງຕັ້ງທະນາຍຄວາມ; 8.ສະເໜີຂໍຄໍາສັ່ງຈັບຕົວ,ກັກຂັງພາງ,ປ່ອຍຕົວພາງ,ກວດຄົ້ນເຄຫະສະຖານ,ງົດໜ້າທີ່ຫຼືຕໍາແໜ່ງ,ຕໍ່ກໍານົດເວລາການສືບສວນສອບສວນແລະຕໍ່ກໍານົດເວລາການກັກຂັງພາງຈາກຫົວໜ້າອົງການໄອຍະການ; 9.ສະຫຼຸບແລະປະກອບສໍານວນຄະດີອາຍາສົ່ງໃຫ້ອົງການໄອຍະການເພື່ອພິຈາລະນາພາຍຫຼັງການສືບສວນສອບສວນໄດ້ສໍາເລັດແລ້ວ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຮອງຫົວນ້າອົງການສືບສວນສອບສວນມີໜ້າທີ່ຊ່ວຍຫົວນ້າໃນການດໍາເນີນຄະດີອາຍາຕາມການມອບໝາຍ.

ມາດຕາ54(ປັບປຸງ)ສິດແລະໜ້າທີ່ຂອງເຈົ້າໜ້າທີ່ສືບສວນສອບສວນ ເຈົ້າໜ້າທີ່ສືບສວນສອບສວນທີ່ໄດ້ຮັບມອບໝາຍໃຫ້ດໍາເນີນການສືບສວນສອບສວນຄະດີມີສິດແລະໜ້າທີ່ດັ່ງນີ້: 1.ຮັບແລະບັນທຶກການແຈ້ງຄວາມ,ການລາຍງານຫຼືການຮ້ອງຟ້ອງກ່ຽວກັບການກະທໍາຜິດທາງອາຍາ; 2.ສະເໜີອອກໝາຍຮຽກ,ໝາຍເຊີນ,ຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນ,ຄໍາສັ່ງແຕ່ງຕັ້ງຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ,ຄໍາສັ່ງພາຕົວ,ຄໍາສັ່ງກັກຕົວ,ຄໍາສັ່ງຄຸມຕົວຢູ່ກັບທີ່,ຄໍາສັ່ງຢຶດຫຼືອາຍັດຊັບ,ຄໍາສັ່ງປ່ອຍຕົວຜູ້ຖືກສົງໄສທີ່ຖືກກັກຕົວ,ຄໍາສັ່ງໂຈະຫຼືຊັດມ້ຽນຄະດີອາຍາ; 3.ເອົາຄໍາໃຫ້ການຂອງຜູ້ຖືກສົງໄສ,ຜູ້ຖືກຫາ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ພະຍານແລະບຸກຄົນອື່ນທີ່ກ່ຽວຂ້ອງ; 4.ຊັນນະສູດສະຖານທີ່ເກີດເຫດ,ຊາກສົບ,ກວດຄົ້ນເຄຫະສະຖານ,ຍານພາຫະນະ,ກວດຄົ້ນຕົວບຸກຄົນພ້ອມທັງເກັບກໍາລວບລວມຫຼັກຖານຕ່າງໆກ່ຽວກັບການກະທໍາຜິດທາງອາຍາ; 5.ພາຕົວ,ກັກຕົວ,ປ່ອຍຕົວຜູ້ຖືກຫາຕາມຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ; 6.ຊອກຫາ,ຈໍາຕົວ,ພາພົວ,ປ່ອຍຕົວພາງຜູ້ຖືກຫາຕາມຄໍາສັ່ງຂອງຫົວໜ້າອົງການໄອຍະການຫຼືສານ; 7.ແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ; 8.ປະຕິບັດຄໍາສັ່ງແລະລາຍງານສະພາບການກ່ຽວກັບການດໍາເນີນຄະດີອາຍາຕໍ່ຫົວນ້າອົງການສືບສວນສອບສວນ; 9.ສະຫຼຸບລາຍງານແລະປະກອບສໍານວນຄະດີອາຍາສະເໜີຕໍ່ຫົວນ້າອົງການສືບສວນສອບສວນ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມຄໍາສັ່ງຂອງຫົວໜ້າແລະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ໃນການດໍາເນີນຄະດີອາຍາເຈົ້າໜ້າທີ່ສືບສວນສອບສວນຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍແລະຫົວໜ້າອົງການສືບສວນສອບສວນ.

ມາດຕາ55ສິດແລະໜ້າທີ່ຂອງຜູ້ຊ່ວຍເຈົ້າໜ້າທີ່ສືບສວນສອບສວນ ຜູ້ຊ່ວຍເຈົ້າໜ້າທີ່ສືບສວນສອບສວນມີສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ54ຂອງກົດໝາຍສະບັບນີ້ຕາມການມອບໝາຍຍົກເວັ້ນການສືບສວນສອບສວນ.

ມາດຕາ56ສິດແລະໜ້າທີ່ຂອງຫົວໜ້າ,ຮອງຫົວໜ້າອົງການໄອຍະການ ຫົວນ້າອົງການໄອຍະການມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງແລະຊີ້ນໍາໂດຍກົງການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີອາຍາ; 2.ແກ້ໄຂຄໍາຮ້ອງຟ້ອງ; 3.ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນ; 4.ແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ; 5.ອອກຄໍາສັ່ງປ່ຽນແປງຫຼືລົບລ້າງຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນຂອງອົງການສືບສວນສອບສວນ; 6.ສະເໜີໃຫ້ຫົວໜ້າອົງການສືບສວນສອບສວນປ່ຽນເຈົ້າໜ້າທີ່ສືບສວນສອບສວນ,ດໍາເນີນການສືບສວນສອບສວນ; 7.ອອກຄໍາສັ່ງພາຕົວ,ກັກຕົວ,ຈັບຕົວ,ກັກຂັງພາງ,ປ່ອວຕົວພາງ,,ປ່ອຍຕົວ,ຄຸມຄົວຢູ່ກັບທີ່,ງົດໜ້າທີ່ຫຼືຕໍາແໜ່ງ,ກວດຄົ້ນ,ຍຶດຊັບ,ອາຍັດຊັບ,ອອກຄໍາສັ່ງໂຈດຫຼືຊັດມ້ຽນຄິດີອາຍາ; 8.ຕິດຕາມກວດກາການຈັດຕັ້ງປະຕິບັດຄໍາສັ່ງຕ່າງໆທີ່ໄດ້ກໍານົດໄວ້ໃນຂໍ້7ມາດຕານີ້; 9.ລົບລ້າງຄໍາສັ່ງຂອງອົງການສືບສວນສອບສວນທີ່ບໍ່ຖືກຕ້ອງຕາມກົດໝາຍ; 10.ສິ່ງສໍານວນຄະດີໃຫ້ອົງການທີ່ມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນ; 11.ອອກຄໍາສັ່ງແຕ່ງຕັ້ງຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ; 12.ເປີດການສືບສວນສອບສວນແລະດໍາເນີນການສືບສວນສອບສວນຄະດີອາຍາໃດໜຶ່ງເປັນບາງສ່ວນຫຼືທັງໝົດ; 13.ສັ່ງຟ້ອງຜູ້ຖືກຫາຂຶ້ນສານ; 14.ຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີອາຍາຢູ່ສານ; 15.ຕິດຕາມກວດກາການປະຕິບັດຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; 16.ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງແລະສະຖານທີ່ປະຕິບັດມາດຕະການບັງຄັບອື່ນຂອງສານ; 17.ປະສານສົມທົບກັບອົງການສືບສວນສອບສວນແລະອົງການອື່ນທີ່ກ່ຽວຂ້ອງດໍາເນີນການສະກັດກັ້ນ,ຕ້ານອາຊະຍາກໍາພ້ອມທັງແນະນໍາໃຫ້ບຸກຄົນຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງນໍາໃຊ້ມາດຕະການລົບລ້າງສາເຫດແລະເງື່ອນໄຂທີ່ພາໃຫ້ການກະທໍາຜິດເກີດຂຶ້ນ; 18.ສະເໜີການຮື້ຟື້ນຄະດີອາຍາຕາມກົດໝາຍ; 19.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຮອງຫົວໜ້າອົງການໄອຍະການມີນ້າທີ່ຊ່ວຍຫົວນ້າໃນການດໍາເນີນຄະດີອາຍາຕາມການມອບໝາຍ.

ມາດຕາ57ສິດແລະໜ້າທີ່ຂອງພະນັກງານໄອຍະການ ພະນັກງານໄອຍະການມີສິດແລະໜ້າທີ່ຕາມການມອບໝາຍຂອງຫົວໜ້າອົງການໄອຍະການດັ່ງນີ້: 1.ດໍານີນການສືບສວນສອບສວນຄະດີອາຍາ; 2.ແຈ້ງຂໍ້ຫ່າວຫາ,ສິດແລະພັນທະໃຫ້ຜູ້ຖືກສົງໄສ,ຜູ້ຖືກຫາ; 3.ເອົາຄໍາໃຫ້ການຂອງໂຈດ,ຈໍາເລີຍແລະບຸກຄົນອື່ນທີ່ເຂົ້າຮ່ວມໃນການດໍາເນີນຄະດີອາຍາ; 4.ເກັບກໍາຂໍ້ມູນຫຼັກຖານກ່ຽວກັບຄະດີອາຍາ; 5.ຄົ້ນຄວ້າສະຫຼຸບສໍານວນຄະດີອາຍາ,ຮ່າງຄໍາຖະແຫຼງຫຼືຄໍາຕົກລົງຂອງຫົວໜ້າອົງການໄອຍະການ; 6.ເຂົ້າຮ່ວມປະຊຸມສານອາຍາ; 7.ຕິດຕາມກວດກາການປະຕິບັດຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; 8.ຕິດຕາມກວດກາສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ສູນດັດສ້າງ,ຄ້າຍດັດສ້າງ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ58ສິດແລະໜ້າທີ່ຂອງຜູ້ຊ່ວຍພະນັກງານໄອຍະການ ຜູ້ຊ່ວຍພະນັກງານໄອຍະການມີສິດແລະໜ້າທີ່ຕາມການມອບໝາຍຂອງພະນັກງານໄອຍະການດັ່ງນີ້: 1.ເຂົ້າຮ່ວມແລະບັນທຶກການເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ; 2.ຊ່ວຍຄົ້ນຄວ້າ,ສະຫຼຸບສໍານວນຄະດີອາຍາແລະຮ່າງຄໍາຖະແຫຼງຫຼືຄໍາຕົກລົງຂອງຫົວໜ້າອົງການໄອຍະການ; 3.ໃສ່ເລກທີຄະດີ,ຈັດສໍານວນຄະດີອາຍາແລະເຮັດບັນຊີເອກະສານ,ເກັບມ້ຽນແລະເຮັດສະຖິຕິສໍານວນຄະດີອາຍາ; 4.ເຮັດບັນຊີແລະຕິດຕາມການເກັບມ້ຽນຂອງກາງຄະດີອາຍາ; 5.ເຮັດບັນຊີແລະສະຖິຕິຜູ້ຖືກຫາ,ນັກໂທດ; 6.ເຮັດໝາຍຮຽກ,ໝາຍເຊີນ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມການມອບໝາຍ.

ມາດຕາ59ສິດແລະໜ້າທີ່ຂອງປະທານ,ຮອງປະທານສານ ປະທານສານມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: 1.ຊີ້ນໍາການຈັດຕັ້ງແລະການເຄື່ອນໄຫວວຽກງານຕັດສິນຄະດີອາຍາຂອງສານ; 2.ຕົກລົງແຕ່ງຕັ້ງຜູ້ພິພາກສາເພື່ອປະກອບເປັນຄະນະສານຮັບຜິດຊອບຄົ້ນຄວ້າແລະພິຈາລະນາຕັດສິນຄະດີອາຍາແລະແຕ່ງຕັ້ງຈ່າສານ; 3.ຕົກລົງປ່ຽນຜູ້ພິພາກສາແລະຈ່າສານກ່ອນການເປີດປະຊຸມສານ; 4.ເປັນປະທານຄະນະສານພິຈາລະນາຕັດສິນຄະດີອາຍາໃດໜຶ່ງ. 5.ອອກຄໍາສັ່ງ,ແຈ້ງການແລະຄໍາຊີ້ຂາດກ່ຽວກັບຄະດີອາຍາ; 6.ນໍາໃຊສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຮອງປະທານສານມີໜ້າທີ່ຊ່ວຍປະທານໃນການດໍາເນີນຄະດີອາຍາຕາມການມອບໝາຍ.

ມາດຕາ60ສິດແລະໜ້າທີ່ຂອງຜູ້ພິພາກສາ ຜູ້ພິພາກສາມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: 1.ຄົ້ນຄວ້າສໍານວນຄະດີອາຍາທີ່ໄດ້ຮັບມອບໝາຍ; 2.ເອົາຄໍາໃຫ້ການຂອງໂຈດ,ຈໍາເລີຍແລະບຸກຄົນອື່ນທີ່ເຂົ້າຮ່ວມໃນການດໍາເນີນຄະດີອາຍາ; 3.ເກັບກໍາຂໍ້ມູນຫຼັກຖານເພີ່ມເຕີມກ່ຽວກັບຄະດີອາຍາ; 4.ໄກ່ເກ່ຍຄູ່ຄວາມໃນຄະດີອາຍາກ່ຽວກັບບັນຫາທາງແພ່ງ; 5.ເປັນຄະນະສານຕັດສິນຄະດີອາຍາ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ61ສິດແລະໜ້າທີ່ຂອງຜູ້ຊ່ວຍຜູ້ພິພາກສາ ຜູ້ຊ່ວຍຜູ້ພິພາກສາມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: 1.ຊ່ວຍຜູ້ພິພາກສາໃນການຄົ້ນຄວ້າສໍານວນຄະດີອາຍາ; 2.ຊ່ວຍຜູ້ພິພາກສາໃນການເອົາຄໍາໃຫ້ການຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ; 3.ເຂົ້າຮ່ວມບັນທຶກການໄກ່ເກ່ຍຄູ່ຄວາມໃນຄະດີອາຍາກ່ຽວກັບບັນຫາທາງແພ່ງ; 4.ສະຫຼຸບລາຍງານຄະດີທີ່ຕົນຮັບຜິດຊອບຄົ້ນຄວ້າຕໍ່ຜູ້ພິພາກສາ; 5.ຊ່ວຍຜູ້ພິພາກສາໃນການຂຽນຄໍາຕົກລົງຂອງສານ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມການມອບໝາຍ.

ມາດຕາ62ສິດແລະໜ້າທີ່ຂອງຈ່າສານ ຈ່າສານມີສິດແລະໜ້າທີ່ໃນການດໍາເນີນຄະດີອາຍາດັ່ງນີ້: 1.ຮັບສໍານວນຄະດີແລະຂຶ້ນຟ້ອງຄະດີອາຍາ,ຈັດວາງແລະເຮັດບັນຊີເອກະສານໃນສໍານວນຄະດີອາຍາ; 2.ອອກໝາຍຮຽກ,ໝາຍເຊີນຕາມການແນະນໍາຂອງຜູ້ພິພາກສາ; 3.ເຂົ້າຮ່ວມບັນທຶກໃນການເອົາຄໍາໃຫ້ການແລະໃນການໄກ່ເກ່ຍບັນຫາທາງແພ່ງໃນຄະດີອາຍາ; 4.ກະກຽມແລະແຈ້ງລະບຽບການປະຊຸມສານ; 5.ບັນທຶກການປະຊຸມສານ,ຮັບຜິດຊອບຄວາມຖືກຕ້ອງແລະຄົບຖ້ວນໃນການບັນທຶກການປະຊຸມສານ; 6.ສໍາເນົາບົດບັນທຶກການປະຊຸມສານໃສ່ສໍານວນຄະດີອາຍາ; 7.ອະທິບາຍ,ຊີ້ແຈງເຫດຜົນໃຫ້ຄູ່ຄວາມເຂົ້າໃນກ່ຽວກັບການຕັດສິນຫຼືພິພາກສາຄະດີຂອງສານພ້ອມທັງແຈ້ງສິດໃນການຂໍອຸທອນຫຼືຂໍລົບລ້າງ; 8.ຮັບຄໍາຮ້ອງຂໍອຸທອນ,ຄໍາຮ້ອງຂໍລົບລ້າງ,ອອກໃບຮັບການຈອງຂໍອຸທອນຫຼືຂໍລົບລ້າງ; 9.ເຊັນຢັ້ງຢືນຄໍາຕັດສິນຫຼືຄໍາພິພາກສາແລະເອກະສານອື່ນຕາມກົດໝາຍ; 10.ເຮັດບັນຊີແລະເກັບມ້ຽນຂອງກາງຄະດີ; 11.ສະຫຼຸບສະຖິຕິຄະດີ,ສົ່ງຄໍາຕັດສິນຫຼືຄໍາພິພາກສາໃຫ້ສານຂັ້ນເທິງແລະອົງການໄອຍະການທີ່ກ່ຽວຂ້ອງເພື່ອຕິດຕາມກວດກາ; 12.ເຮັດບັນຊີເອກະສານແລະສົ່ງສໍານວນຄະດີອາຍາໄປໃຫ້ສານທີ່ກ່ຽວຂ້ອງໃນກໍລະນີທີ່ມີຄໍາຮ້ອງຂໍອຸທອນຫຼືຂໍລົບລ້າງແລະຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະການ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມການມອບໝາຍ.

ໝວດທີ2ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ

ມາດຕາ63ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາມີດັ່ງນີ້: 1.ຜູ້ຖືກສົງໄສ; 2.ຜູ້ຖືກຫາ; 3.ຈໍາເລີຍ; 4.ຜູ້ຖືກເສຍຫາຍ; 5.ໂຈດທາງແພ່ງ; 6.ຜູ້ຮັບຜິດຊອບທາງແພ່ງ; 7.ພະຍານ; 8.ທະນາຍຄວາມຫຼືຜູ້ປົກປ້ອງອື່ນ; 9.ຜູ້ຊ່ຽວຊານ; 10.ຜູ້ຊໍານານງານ; 11.ຜູ້ແປພາສາ.

ມາດຕາ64ຜູ້ຖືກສົງໄສ ຜູ້ຖືກສົງໄສແມ່ນບຸກຄົນທີ່ສົງໄສວ່າເປັນຜູ້ກະທໍາຜິດທາງອາຍາແຕ່ອົງການສືບສວນສອບສວນຫຼືອົງການໄອຍະການຍັງບໍ່ສາມາດອອກຄໍາສັ່ງເປີການສືບສວນສອບສວນຕໍ່ຜູ້ກ່ຽວ. ຜູ້ຖືກສົງໄສມີສິດດັ່ງນີ້: 1.ຮັບຊາບຂໍ້ສົງໄສຕໍ່ຕົນ; 2.ໄດ້ຮັບການອະທິບາຍກ່ຽວກັບສິດແລະພັນທະຂອງຕົນ; 3.ໃຫ້ຄໍາອະທິບາຍຫຼືໃຫ້ການກ່ຽວກັບຂໍ້ສົງໄສຕໍ່ຕົນ; 4.ສະເໜີຫຼັກຖານ; 5.ຮ້ອງຟ້ອງຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງອົງການສືບສວນສອບສວນແລະອົງການໄອຍະການ; 6.ສະເໜີປະກັນຕົວສໍາລັບການກະທໍາຜິດໃນສະຖານໂທສານຸໂທດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ສາມປີລົງມາ. ຜູ້ຖືກສົງໄສມີພັນທະດັ່ງນີ້: 1.ເຂົ້າມາສະເໜີຕົວຕາມໝາຍຮຽກ; 2.ໃຫ້ການຮ່ວມມືແກ່ອົງການສືບສວນສອບສວນແລະອົງການໄອຍະການ.

ມາດຕາ65ຜູ້ຖືກຫາ ຜູ້ຖືກຫາແມ່ນບຸກຄົນທີ່ຖືກນໍາມາດໍາເນີນຄະດີໂດຍຄໍາສັ່ງເປີດການສືບສວນສອບສວນຂອງຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການເວັ້ນເສຍແຕ່ໃນກໍລະນີມີການສັ່ງຟ້ອງຂຶ້ນສານໂດຍກົງ. ຜູ້ຖືກຫາມີສິດດັ່ງນີ້: 1.ຮັບຊາບແລະແກ້ຂໍ້ກ່າວຫາ; 2.ໄດ້ຮັບການອະທິບາຍກ່ຽວກັບສິດແລະພັນທະຂອງຕົນໃນການຕໍ່ສູ້ຄະດີ; 3.ໃຫ້ການແລະສະເໜີຫຼັກຖານ; 4.ສະເໜີປະກັນຕົວແລະຍື່ນຄໍາຮ້ອງຂໍອື່ນ; 5.ໄດ້ຮັບເອກະສານກ່ຽວກັບການເປີດການສືບສວນສອບສວນ,ບົດບັນທຶກຄໍາໃຫ້ການຂອງຕົນ,ຄໍາສັ່ງກ່ຽວກັບການນໍາໃຊ້,ປ່ຽນແປງຫຼືລົບລ້າງມາດຕະການສະກັດກັ້ນ,ຄໍາສັ່ງໂຈະ,ບົດສະຫຼຸບຜົນຂອງການສືບສວນສອບສວນ,ຄໍາສັ່ງຟ້ອງແລະຄໍາຖະແຫຼງຂອງຫົວໜ້າອົງການໄອຍະການ,ຄໍາສ່ັງຊັດມ້ຽນ,ເອກະສານແລະຄໍາສັ່ງອື່ນກ່ຽວກັບການດໍາເນີນຄະດີທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 6.ເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາເນື້ອໃນເອກະສານ; 7.ເອົາແລະພົບທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ; 8.ສະເໜີຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂໍ້1ແລະຂໍ້2ຂອງກົດໝາຍສະບັບນີ້,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາ; 9.ຮ້ອງງຟ້ອງຕໍ່ການກະທໍາຫຼືການອອກຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະກສານຫຼືພະນັກງານໄອຍະການທີ່ເຫັນວ່າບໍ່ຖືກຕ້ອງ; 10.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ຜູ້ຖືກຫາມີພັນທະດັ່ງນີ້: 1.ເຂົ້າມາສະເໜີຕົວຕາມໝາຍຮຽກ,ຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການ; 2.ປະຕິບັດລະບຽບການສືບສວນສອບສວນ.

ມາດຕາ66(ປັບປຸງ)ຈໍາເລີຍ ຈໍາເລີຍແມ່ນຜູ້ຖືກຫາທີ່ຖືກສັ່ງຟ້ອງຂຶ້ນສານ. ຈໍາເລີຍມີສິດດັ່ງນີ້: 1.ຮັບຊາບຄໍາສັ່ງຟ້ອງແລະແກ້ຂໍ້ກ່າວຫາ; 2.ໄດ້ຮັບການອະທິບາຍກ່ຽວກັບສິດແລະພັນທະຂອງຕົນໃນການຕໍ່ສູ້ຄະດີ; 3.ເອົາແລະພັບທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ; 4.ໃຫ້ການ,ແກ້ຂໍ້ກ່າວຫາແລະສະເໜີຫຼັກຖານ; 5.ຊີ້ແຈງແລະຕອບຄໍາຖາມໃນທີ່ປະຊຸມສານ; 6.ເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາເນື້ອໃນເອກະສານ,ຍື່ນຄໍາຮ້ອງຂໍ; 7.ເຂົ້າຮ່ວມປະຊຸມສານ; 8.ສະເໜີຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂໍ້2ແລະຂໍ້3ຂອງກົດໝວດສະບັບນີ້,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາ; 9.ໃຫ້ຄໍາເຫັນກ່ຽວກັບການໂຕ້ຖຽງແລະໃຫ້ຄໍາເຫັນເປັນຜູ້ສຸດທ້າຍໃນທີ່ປະຊຸມສານ; 10.ໄດ້ຮັບຄໍາຕົກລົງຂອງສານ; 11.ຂໍອຸທອນຫຼືຂໍລົບລ້າງຄໍາຕົກລົງຂອງສານ; 12.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ຈໍາເລີຍມີພັນທະດັ່ງນີ້ 1.ເຂົ້າສະເໜີຕົວຕາມໝາຍຮຽກຂອງສານ; 2.ປະຕິບັດຕາມລະບຽບແລະຄໍາສັ່ງຂອງສານໃນທີ່ປະຊຸມສານ; 3.ຮັບຜິດຊອບຕໍ່ຄ່າເສຍຫາຍທາງແພ່ງຕາມກົດໝາຍ.

ມາດຕາ67(ປັບປຸງ)ຜູ້ຖືກເສຍຫາຍ ຜູ້ຖືກເສຍຫາຍແມ່ນບຸກຄົນທີ່ໄດ້ຮັບຄວາມເສຍຫາຍທາງດ້ານສຸຂະພາບຫຼືຊີວິດ,ວັດຖຸຫຼືຈິດໃຈຍ້ອນການກະທໍາຜິດຂອງບຸກຄົນອື່ນ. ຜູ້ຖືກເສຍຫາຍມີສິດດັ່ງນີ້: 1.ໃຫ້ການກ່ຽວກັບຄະດີ; 2.ສະເໜີຫຼັກຖານ; 3.ຍື່ນຄໍາຮ້ອງຂໍ; 4.ໄດ້ຮັບການທົດແທນຄ່າເສຍຫາຍ; 5.ເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາເນື້ອໃນທີ່ຈໍາເປັນອອກຈາກສໍານວນຄະດີຫຼັງຈາກສິ້ນສຸດການສືບສວນສອບສວນ; 6.ເຂົ້າຮ່ວມການໄຕ່ສ່ວນຄະດີໃນທີ່ປະຊຸມສານ; 7.ສະເໜີຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂອງກົດໝາຍສະບັບນີ້,ຜູ້ຊ່ຽວຊານ,ຜູ້ຊໍານານງານແລະຜູ້ແປພາສາ; 8.ຮ້ອງຟ້ອງຕໍ່ການກະທໍາຫຼືຄໍາສັ່ງຂອງຫົວໜ້າອົງການສອບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການ,ພະນັກງານໄອຍະການຫຼືສານທີ່ຕົນເຫັນວ່າບໍ່ຖືກຕ້ອງ; 9.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການ,ຄໍາຕົກລົງຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 10.ຕົກລົງໄກ່ເກ່ຍກັບຜູ້ຖືກຫາຫຼືຈໍາເລີຍກ່ຽວກັບຄ່າເສຍຫາຍທາງແພ່ງແລະຄະດີທີ່ການກະທໍາຜິດບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ; 11.ເອົາທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ; 12.ຖອນຄໍຮ້ອງຟ້ອງ. ໃນກໍລະນີທີ່ຜູ້ຖືກເສຍຫາຍຫາກໄດ້ເສຍຊີວິດຍາດພີ່ນ້ອງທີ່ໃກ້ຊິດຂອງຜູ້ກ່ຽວຈະເປັນຜູ້ໃຊ້ທິດແທນຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້. ຜູ້ຖືກເສຍຫາຍມີພັນທະດັ່ງນີ້: 1.ເຂົ້າມາສະເໜີຕົວຕາມໝາຍຮຽກ,ຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືສານ; 2.ຮັບຜິດຊອບຕໍ່ການປະຕິເສດບໍ່ຍອມໃຫ້ການຫຼືຕໍ່ຄໍາໃຫ້ການເທັດຂອງຕົນ.

ມາດຕາ68ໂຈດທາງແພ່ງ ໂຈດທາງແພ່ງແມ່ນບຸກຄົນທີ່ໄດ້ທໍາການຮ້ອງຟ້ອງທາງແພ່ງຕໍ່ຜູ້ຖືກຫາຫຼືຈໍາເລີຍຫຼືຕໍ່ຜູ້ຮັບຜິດຊອບທາງແພ່ງເພື່ອໃຫ້ໃຊ້ແທນຄ່າເສຍຫາຍແກ່ຕົນ. ໂຈດທາງແພ່ງມີສິດແລະພັນທະຄືກັນກັບສິດແລະພັນທະຂອງຜູ້ຖືກເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ67ຂອງກົດໝາຍສະບັບນີ້.

ມາດຕາ69ຮູ້ຮັບຜິດຊອບທາງແພ່ງ ຜູ້ຮັບຜິດຊອບທາງແພ່ງແມ່ນບຸກຄົນຫຼືການຈັດຕັ້ງທີ່ມີພັນທະໃຊ້ແທນຄ່າເສຍຫາຍເນື່ອງມາຈາກການກະທໍາຜິດຂອງຜູ້ຖືກຫາຫຼືຈໍາເລີຍທີ່ຢູ່ໃນການຄຸ້ມຄອງຂອງຕົນ. ຜູ້ຮັບຜິດຊອບທາງແພ່ງອາດຈະແມ່ນພໍ່ແມ່,ພໍ່ລ້ຽງແມ່ລ້ຽງ,ຜູ້ປົກຄອງ,ຜູ້ໃຊ້ວຽກ,ຜູ້ຄຸ້ມຄອງ,ການຈັດຕັ້ງຫຼືວິສາຫະກິດ. ຜູ້ຮັບຜິດຊອບທາງແພ່ງມີສິດດັ່ງນີ້: 1.ແກ້ຄໍາຮ້ອງຟ້ອງ; 2.ໃຫ້ຄໍາອະທິບາຍຕໍ່ຄໍາຮ້ອງຟ້ອງ; 3.ສະເໜີຫຼັກຖານ; 4.ຍື່ນຄໍາຮ້ອງຂໍ; 5.ຂໍເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາເນື້ອໃນທີ່ຈໍາເປັນອອກຈາກສໍານວນຄະດີຫຼັງຈາກການສືບສວນສອບສວນໄດ້ສໍາເລັດແລ້ວ; 6.ເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານ; 7.ສະເໜີຄ້ານຕົວຜູ້ດໍາເນີນຄະດີອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ52ຂອງກົດໝາຍສະບັບນີ້,ຜູ້ຊ່ຽວຊານ,ຜູ້ຊໍານານງານແລະຜູ້ແປພາສາ; 8.ຮ້ອງຟ້ອງຕໍ່ການກະທໍາຫຼືການອອກຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການ,ພະນັກງານໄອຍະການຫຼືສານທີ່ເຫັນວ່າບໍ່ຖືກຕ້ອງ; 9.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການ,ຄໍາຕົກລົງຂອງສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 10.ເອົົາທະນາຍຄວາມຫຼືຜູ້ປົກປ້ອງອື່ນໃນການຕໍ່ສູ້ຄະດີ. ຜູ້ຮັບຜິດຊອບທາງແພ່ງມີພັນທະຄືກັນກັບພັນທະຂອງຜູ້ຖືກເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ67ຂອງກົດໝາຍສະບັບນີ້.

ມາດຕາ70ພະຍານ ພະຍານແມ່ນບຸກຄົນທີ່ໄດ້ຮູ້ເຫັນເຫດການຂອງການກະທໍາຜິດຫຼືສະພາບຄະດີ. ຄົນຫູໜວກ,ຕາບອດ,ປາກກືກ,ປັນຍາອ່ອນເສຍຈິດ,ເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ຍາດພີ່ນ້ອງຂອງຄູ່ຄວາມອາດນໍາມາໃຫ້ການເພື່ອຊອກຫາຂໍ້ມູນແຕ່ບໍ່ໃຫ້ຖືກວ່າເປັນພະຍານ. ພະຍານມີສິດດັ່ງນີ້: 1.ໃຫ້ການ; 2.ເບິ່ງບັດບັນທຶກຄໍາໃຫ້ການຂອງຕົນໃນຂັ້ນສືບສວນສອບສວນ; 3.ສະເໜີປ່ຽນແປງຫຼືເພີ່ມເຕີມບົດບັນທຶກຄໍາໃຫ້ການຂອງຕົນ; 4.ຮ້ອງຟ້ອງຕໍ່ການກະທໍາຫຼືການອອກຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການ,ພະນັກງານໄອຍະການຫຼືສານທີ່ຕົນເຫັນວ່າບໍ່ຖືກຕ້ອງ; 5.ໄດ້ຮັບການປົກປ້ອງຕາມກົດໝາຍຈາກການຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ຊັບສິນຫຼືຈິດໃຈຍ້ອນການໃຫ້ການຂອງຕົນ. ພະຍານມີພັນທະຄືກັນກັບພັນທະຂອງຜູ້ຖືກເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ67ຂອງກົດໝາຍສະບັບນີ້.

ມາດຕາ71(ປັບປຸງ)ທະນາຍຄວາມຫຼືຜູ້ປົກປ້ອງອື່ນ ທະນາຍຄວາມແມ່ນບຸກຄົນທີ່ໄດ້ຮັບອະນຸຍາດຈາກລັດໃຫ້ເຄື່ອນໄຫວອາຊີບອິດສະລະແລະໃຫ້ການບໍລິການທາງດ້ານກົດໝາຍແກ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະສັງຄົມເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງລູກຄວາມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ທະນາຍຄວາມສາມາດເຂົ້າຮ່ວມໃນການດໍາເນີນຄະດີອາຍານັບແຕ່ວັນທີ່ຕົນໄດ້ຮັບການແຕ່ງຕັ້ງຫຼືການສະເໜີຢ່າງເປັນລາຍລັກອັກສອນຂອງລູກຄວາມຫຼືສະມາຊິກຄອບຄົວຫຼືການຈັດຕັ້ງຂອງຜູ້ກ່ຽວເປັນຕົ້ນໄປ. ທະນາຍຄວາມມີສິດແລະໜ້າທີ່ດັ່ງນີ້: 1.ພົບກັບລູກຄວາມຕາມການສະເໜີຂອງຜູ້ກ່ຽວພາຍຫຼັງຖືກກັກຕົວ,ຈັບຕົວຫຼືຖືກກັກຂັງຫຼືພົບກັບຜູ້ທີ່ຈະເປັນລູກຄວາມ; 2.ຮັບຊາບຂໍ້ກ່າວຫາໃສ່ລູກຄວາມແລະເຂົ້າຮ່ວມຮັບຟັງການເອົາຄໍາໃຫ້ການຂອງລູກຄວາມຕົນ; 3.ເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາເນື້ອໃນເອກະສານ; 4.ສະເໜີຫຼັກຖານແລະພາຍານ; 5.ສະເໜີຄ້ານຕົວຜູ້ພິພາກສາ,ພະນັກງານໄອຍະການ,ເຈົ້າໜ້າທີ່ສືບສວນສອບສວນ,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາ; 6.ໃຫ້ຄໍາເຫັນ,ສອບຖາມຜູ້ເຂົ້າຮ່ວມອື່ນໃນເວລາໄຕ່ສວນຄະດີໃນທີ່ປະຊຸມສານ; 7.ຄັດຄ້ານຫຼືຮ້ອງທຸກຕໍ່ການກະທໍາທີ່ບໍ່ຖືກຕ້ອງຫຼືບໍ່ເໝາະສົມຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 8.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືຄໍາຕົກລົງຂອງສານຕາທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 9.ສະເໜີປະກັນຕົວ,ການປ່ອຍຕົວພາງລູກຄວາມຂອງຕົນຕາມກົດໝາຍ; 10.ໃຫ້ການຮ່ວມມືໃນການນໍາຕົວລູກຄວາມຂອງຕົນທີ່ຖືກປ່ອຍຕົວພາງເຂົ້າມາສານຫຼືອົງການໄອຍະການ; 11.ຮັບການແຕ່ງຕັ້ງເປັນທະນາຍຄວາມໃນກໍລະນີການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດປະຫານຊີວິດແລະການກະທໍາຜິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 12.ຮັບໝາຍຮຽກໃຫ້ລູກຄວາມຂອງຕົນເຂົ້າຮວມໃນການດໍາເນີນຄະດີ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຜູ້ປົກປ້ອງອື່ນແມ່ນບຸກຄົນທີ່ເຂົ້າຮ່ວມໃນການດໍານີນຄະດີອາຍາເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຖືກສົງໄສ,ຜູ້ຖືກຫາຫຼືຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບພາງແພ່ງ. ຜູ້ປົກປ້ອງອື່ນຈະເຂົ້າຮ່ວມໃໃນການດໍາເນີນຄະດີອາຍາໄດ້ກໍ່ຕໍ່ເມື່ອໄດ້ຮັບການມອບສິດເທົ່ານັ້ນເວັ້ນເສຍແຕ່ຜູ້ຕາງໜ້າທີ່ຖືກຕ້ອງທາງດ້ານກົດໝາຍເຊັ່ນພໍ່,ແມ່,ຜົວຫຼືເມຍ,ລູກ,ຜູ້ປົກຄອງ. ຜູ້ປົກປ້ອງມີສິດດັ່ງນີ້: 1.ປົກປ້ອງຜູ້ທີ່ໄດ້ຮັບມອບສິດໃຫ້ຕົນໃນເວລາດໍາເນີນຄະດີອາຍາ; 2.ພົບກັບຜູ້ທີ່ຖືກກັກຕົວ,ຈັບຕົວຫຼືກັກຂັງຕາມການສະເໜີຂອງຜູ້ກ່ຽວ; 3.ປົກປ້ອງຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງ; 4.ຮັບຊາບຂໍ້ກ່າວຫາຕໍ່ຜູ້ປົກປ້ອງແລະເຂົ້າຮ່ວມຮັບຟັງການເອົາຄໍາໃຫ້ການຂອງຜູ້ທີ່ຕົນປົກປ້ອງ; 5.ເບິ່ງເອກະສານຢູ່ໃນສໍານວນຄະດີ,ສໍາເນົາຫຼືກ່າຍເອົາເນື້ອໃນເອກະສານ; 6.ສະເໜີຫຼັກຖານແລະພະຍານ; 7.ສະເໜີຄ້ານຕົວຜູ້ພິພາກສາ,ພະນັກງານໄອຍະການ,ເຈົ້າໜ້າທີ່ສືບສວນສອບສວນ,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາ; 8.ໃຫ້ການ,ໂຕ້ຖຽງ,ສອບຖາມຜູ້ເຂົ້າຮ່ວມອື່ນໃນເວລາໄຕ່ສວນຄະດີໃນທີ່ປະຊຸມສານ; 9.ຄັດຄ້ານຫຼືຮ້ອງທຸກຕໍ່ການກະທໍາທີ່ບໍ່ຖືກຕ້ອງຫຼືບໍ່ເໝາະສົມຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 10.ຂໍອຸທອນ,ຂໍລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືຄໍາຕົກລົງຂອງສານ; 11.ສະເໜີປະກັນຕົວ,ການປ່ອຍຕົວພາງຜູ້ທີ່ຕົນປົກປ້ອງຕາມກົດໝາຍ; 12.ໃຫ້ການຮ່ວມມືໃນການນໍາຕົວຜູ້ທີ່ຕົນປົກປ້ອງທີ່ຖືກປ່ອຍຕົວພາງເຂົ້າມາສານຫຼືອົງການໄອຍະການ; 13.ຮັບໝາຍຮຽກໃຫ້ຜູ້ທີ່ຕົນປົກປ້ອງເຂົ້າຮ່ວມໃນການດໍາເນີນຄະດີ. ຜູ້ປົກປ້ອງອື່ນມີພັນທະດັ່ງນີ້: 1.ນໍາໃຊ້ທຸກວິທີການປົກປ້ອງທີ່ໄດ້ກໍານົດໄວ້ໃນກົດໝາຍເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ທີ່ຕົນປົກປ້ອງ; 2.ເຂົ້າມາຕາມໝາຍຮຽກຂອງອົງການດໍາເນີນຄະດີ; 3.ຮັກສາຄວາມລັບໃນການດໍາເນີນຄະດີ; 4.ປະກອບສ່ວນຊອກຫາຫຼັກຖານເພື່ອເຮັດໃຫ້ການດໍາເນີນຄະດີຖືກຕ້ອງແລະຍຸຕິທໍາ. ຜູ້ປົກປ້ອງອື່ນຕາງນ້າທີ່ຖືກຕ້ອງທາງດ້ານກົດໝາຍແມ່ນມີສິດແລະັນທະຄືກັນກັບຜູ້ປົກປ້ອງອື່ນທີ່ໄດ້ຮັບການມອບສິດ. ໃນກໍລະນີທີ່ຜູ້ຖືກຫາຫຼືຈໍາເລີຍຫາກແມ່ນເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກືກ,ຄົນປັນຍາອ່ອນ,ເສຍຈິດ,ຜູ້ບໍ່ຮູ້ພາສາລາວແລະຜູ້ທີ່ກົດໝາຍກໍານົດໂທດປະຫານຊີວິດນັ້ນຈໍາເປັນຕ້ອງມີທະນາຍຄວາມຫຼືຜູ້ປົກປ້ອງອື່ນ.ຖ້າວ່າຜູ້ຖືກຫາຫຼືຈໍາເລີຍຫາກບໍ່ມີທະນາຍຄວາມຫຼືຜູ້ປົກປ້ອງອື່ນແລ້ວອົງການດໍາເນີນຄະດີທີ່ກ່ຽວຂ້ອງເປັນຜູ້ສະເໜີຕໍ່ສະພາທະນາຍຄວາມເພື່ອແຕ່ງຕັ້ງທະນາຍຄວາມໃຫ້ໂດຍໜ້າທີ່.ສະພາທະນາຍຄວາມຕ້ອງພິຈາລະນາແຕ່ງຕັ້ງຕາມຄໍາສະເໜີຂອງອົງການດໍາເນີນຄະດີອາຍາພາຍໃນເວລາເຈັດວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.

ມາດຕາ72ຜູ້ຊ່ຽວຊານ ຜູ້ຊ່ຽວຊານແມ່ນບຸກຄົນທີ່ມີຄວາມຮູ້ແລະປະສົບການທາງດ້ານວິຊາສະເພາະໃດໜຶ່ງທີ່ຖືກຮັບຮູ້ຈາກສະຖາບັນທີ່ກ່ຽວຂ້ອງຊຶ່ງສາມາດໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາທີ່ພົວພັນກັບວິຊາສະເພາະຂອງຕົນ. ໃນການພິສູດຫຼັກຖານຫົວໜ້າອົງການສືບສວນສອບສວນ,ຫົວນ້າອົງການໄອຍະການຫຼືສານຕ້ອງອອກຄໍາສັ່ງແຕ່ງຕັ້ງຜູ້ຊ່ຽວຊານ. ຜູ້ຊ່ຽວຊານມີສິດແລະພັນທະດັ່ງນີ້: 1.ໄດ້ຮັບເອກະສານແລະວັດຖຸທີ່ຕ້ອງການໃຫ້ພິສູດ; 2.ເຂົ້າຮ່ວມຟັງການເອົາຄໍາໃຫ້ການແລະຕັ້ງຄໍາຖາມກ່ຽວກັບບັນຫາທີ່ພົວພັນກັບເປົ້າໝາຍທີ່ຕ້ອງການພິສູດ; 3.ປະຕິເສດການພິສູດແຕ່ຕ້ອງໃຫ້ເຫດຜົນ; 4.ສະຫຼຸບຜົນຂອງການພິສູດ. ຜູ້ຊ່ຽວຊານຕ້ອງດໍາເນີນການພິສູດຫຼັກຖານຢູ່ໃນຂອບເຂດແລະເວລາທີ່ໄດ້ກໍານົດໄໄວ້ໃນຄໍາສັ່ງແຕ່ງຕັ້ງ. ຜູ້ຊ່ຽວຊານໃຫ້ຄໍາເຫັນໃນນາມຂອງຕົນແລະຮັບຜິດຊອບຕໍຄໍາເຫັນດັ່ງກ່າວພ້ອມທັງຮັກສາຄວາມລັບຄະດີ.

ມາດຕາ73ຜູ້ຊໍານານງານ ຜູ້ຊໍານານງານແມ່ນບຸກຄົນທີ່ມີຄວາມຊໍານານໃນດ້ານໃດໜຶ່ງແລະມີຄວາມສາມາດໃຫ້ຄໍາເຫັນກ່ຽວກັບບັນຫາທີ່ອົງການດໍານີນຄະດີອາຍາໃຫ້ທໍາການພິສູດ. ໃນການພິສູດຫຼັກຖານຜູ້ຊໍານານງານໄດ້ຮັບການແຕ່ງຕັ້ງຄືກັນກັບຜູ້ຊ່ຽວຊານ. ຜູ້ຊໍານານງານມີສິດປະຕິເສດການພິສູດແຕ່ຕ້ອງໃຫ້ເຫດຜົນ. ຜູ້ຊໍານານງານໃຫ້ຄໍາເຫັນໃນນາມຂອງຕົນແລະຮັກສາຄວາມລັບໃນຄະດີ.

ມາດຕາ74ຜູ້ແປພາສາ ຜູ້ແປພາສາແມ່ນບຸກຄົນທີ່ມີຄວາມຮູ້,ຄວາມສາມາດຫຼືປະສົບການໃນການແປພາສາໃດໜຶ່ງຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີທີ່ບໍ່ຮູ້ພາສາລາວ. ຜູ້ແປພາສາໄດ້ຮັບການແຕ່ງຕັ້ງຄືກັນກັບຜູ້ຊ່ຽວຊານ. ຜູ້ແປພາສາຕ້ອງຮັບຜິດຊອບຕໍ່ການແປຂັງຕົນແລະມີພັນທະໃນການຮັກສາຄວາມລັບໃນຄະດີ. ຄ່າໃຊ້ຈ່າຍໃນການແປພາສາແມ່ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍຄ່າທໍານຽມສານ.

ພາກທີ5ການດໍາເນີນການສືບສວນສອບສວນ

ໝວດທີ1ສິດແລະນ້າທີ່ຂອງອົງການດໍາເນີນການສືບສວນສອບສວນ

ມາດຕາ75ອົງການທີ່ມີສິດແລະໜ້າທີ່ ອົງການທີ່ມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນປະກອບດ້ວຍອົງການສືບສວນສອບສວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ46ຂອງກົດໝາຍສະບັບນີ້ແລະອົງການໄອຍະການ.

ມາດຕາ76ສິດແລະໜ້າທີ່ຂອງອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບທຸກການກະທໍາຜິດທີ່ຢູ່ໃນຂອບເຂດສິດແລະໜ້າທີ່ຂອງຕົນ;

ມາດຕາ77(ປັບປຸງ)ສິດແລະໜ້າທີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນດັ່ງນີ້: 1.ການກະທໍາຜິດທາງທະຫານຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ; 2.ຄະດີທີ່ພົວພັນເຖິງການກະທໍາຜິດທາງອາຍາຂອງນາຍແລະພົນທະຫານ,ກໍາມະກອນແລະພາລະກອນປ້ອງກັນຊາດ; 3.ຄະດີທີ່ພັວພັນເຖິງການກະທໍາຜິດທາງອາຍາຂອງກໍາລັງສໍາຮອງ,ກໍາລັງປ້ອງກັນຕົວ,ກອງຫຼອນແລະຂອງບຸກຄົນທີ່ພວມເຮັດໜ້າທີ່ໃນໄລຍະອົບຮົມ,ຫັດແອບ,ກຽມພ້ອມສູ້ຮົບ,ເຄື່ອນໄຫວສູ້ຮົບຫຼືລາດຕະເວນຊຶ່ງກອງທັບເປັນຜູ້ຄຸ້ມຄອງໂດຍກົງ; 4.ຄະດີທີ່ພົວພັນເຖິງການກະທໍາຜິດທາງອາຍາຂອງບຸກຄົນນອກກອງທັບທີ່ກໍ່ຄວາມເສຍຫາຍຕໍ່ຄວາມໝັ້ນຄົງຂອງຊາດ,ຄວາມລັບທາງການທະການແລະຕໍ່ຜົນປະໂຫຍດຂອງກອງທັບ,ຊີວິດ,ຊັບສິນ,ສຸຂະພາບຫຼືກຽດສັກສີຂອງນາຍແລະພົນທະຫານ.

ມາດຕາ78(ປັບປຸງ)ສິດແລະໜ້າທີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ພາສີອາກອນ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ພາສີ,ອາກອນມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບການລະເມີດລະບຽບການກ່ຽວກັບລະບອບພາສີ,ອາກອນຂອງລັດທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ,ກົດໝາຍວ່າດ້ວຍພາສີ,ກົດໝາຍວ່າດ້ວຍສ່ວຍສາອາກອນ,ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມແລະກົດໝາຍອື່ນທີ່ກ່ຍວຂ້ອງ.

ມາດຕາ79ສິດແລະໜ້າທີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ປ່າໄມ້ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ປ່າໄມ້ມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບການລະເມີດໃນປະມວນກົດໝາຍອາຍາ,ກົດໝາຍວ່າດ້ວຍປ່າໄມ້,ກົດໝາຍວ່າດ້ວຍສັດນໍ້າແລະສັດປ່າທີ່ເປັນການກະທໍາຜິດທາງອາຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ80ສິດແລະໜ້າທີ່ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕ້ານການສໍ້ລາດບັງຫຼວງ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ດ້ານການສໍ້ລາດບັງຫຼວງມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ,ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ81ສິດແລະໜ້າທີ່ອົງການສືບສວນສອບສວນຂອງພາກສ່ວນອື່ນ ອົງການສືບສວນສອບສວນຂອງພາກສ່ວນອື່ນມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນກ່ຽວກັບການກະທໍາຜິດທີ່ກ່ຽວຂ້ອງໃນພາກສ່ວນຂອງຕົນຕາທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ82ສິດແລະໜ້າທີ່ຂອງອົງການໄອຍະການ ອົງການໄອຍະການມີສິດແລະໜ້າທີ່ດໍານີນການສືບສວນສອບສວນກ່ຽວກັບການກະທໍາຜິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ83(ປັບປຸງ)ສິດທາງງດ້ານພື້ນທີ່ ອົງການສືບສວນສອບສວນມີສິດແລະໜ້າທີ່ດໍາເນີນສືບສວນສອບສວນຄະດີອາຍາທີ່ເກີດຂຶ້ນຢູ່ໃນຂອບເຂດພື້ນທີ່ຄວາມຮັບຜິດຊອບຂອງຕົນຫຼືບ່ອນຢູ່ຂອງຜູ້ກະທໍາຜິດ. ອົງການສືບສວນສອບສວນຂັ້ນເມືອງມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນຄະດີອາຍາທີ່ເກີດຂຶ້ນພາຍໃນຂອບເຂດເມືອງ,ເທດສະບານ,ນະຄອນຂອງຕົນ. ອົງການສືບສວນສອບສວນຂັ້ນແຂວງມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນຄະດີອາຍາທີ່ເກີດຂຶ້ນພາຍໃນຂອບເຂດແຂວງດນະຄອນຫຼວງຂອງຕົນ. ອົງການສືບສວນສອບສວນຂັ້ນສູນກາງທີ່ມີສິດແລະໜ້າທີ່ດໍາເນີນການສືສວນສອບສວນຄະດີອາຍານັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ສໍາລັບອົງການສືບສວນສອບສວນຂອງເຈົ້າໜ້າທີ່ທະຫານດໍາເນີນການສືບສວນສອບສວນທຸກການກະທໍາຜິດທາງທະຫານທີ່ເກີດຂຶ້ນຕາທີ່ໄດ້ກໍານົດໄວ້ໃນມາດຕາ77ຂອງກົດໝາຍສະບັບນີ້.

ໝວດທີ2ການເປີດການສືບສວນສອບສວນ

ມາດຕາ84ການເປີດການສືບສວນສອບສວນ ໃນກໍລະນີທີ່ມີຫຼັກຖານໜັກແໜ້ນຢັ້ງຢືນວ່າບຸກຄົນໃດໜຶ່ງໄດ້ກະທໍາຜິດທາງອາຍາຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງເປີດການສືບສວນສອບສວນໃສ່ບຸກຄົນນັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ91ຂອງກົດໝາຍສະບັນີ້. ໃນກໍລະນີທີ່ມີບຸກຄົນຖືກກ່າວຫາວ່າໄດ້ກະທໍາຜິດຫຼາຍສະຖານຄໍາສັ່ງຕ້ອງບອກຂໍ້ກ່າວຫາແຕ່ລະສະຖານການກະທໍາຜິດພ້ອມທັງມາດຕາຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາທີ່ກ່ຽວຂ້ອງກັບແຕ່ລະຂໍ້ກ່າວຫານັ້ນ. ສໍາເນົາຄໍາສັ່ງເປີດການສືບສວນສອບສວນພ້ອມດ້ວຍບົດສະຫຼຸບເຫດການທີ່ເປັນພື້ນຖານໃຫ້ແກ່ການອອກຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນຕ້ອງສົ່ງໃຫ້ຫົວໜ້າອົງການໄອຍະການຂັ້ນດຽວກັນຊາບພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາອອກຄໍາສັ່ງເປັນຕົ້ນໄປ.ພາຍໃນເວລາສີ່ສິບແປດຊົ່ວໂມງພາຍຫຼັງທີ່ໄດ້ຮັບສໍາເນົາຄໍາສັ່ງດັ່ງກ່າວແລ້ວຫົວນ້າອົງການໄອຍະການຕ້ອງຕົກລົງເຫັນດີຫຼືບໍ່ເຫັນດີໃນການອອກຄໍາສັ່ງດັ່ງກ່າວແລ້ວສົ່ງໃຫ້ຫົວໜ້າອົງການສືບສວນສອບສວນຊາບແລະປະຕິບັດໃນທັນໃດ. ໃນກໍລະນີຫົວໜ້າອົງການໄອຍະການຫາກເຫັນວ່າຍັງມີບຸກຄົນອື່ນທີ່ໄດ້ເຂົ້າຮ່ວມໃນການກະທໍາຜິດແຕ່ຍັງບໍ່ທັນໄດ້ອອກຄໍາສັ່ງເປີດການສືບສວນສອບສວນໃສ່ຜ້ກ່ຽວຫົວໜ້າອົງການໄອຍະການຕ້ອງສະເໜີໃຫ້ຫົວໜ້າອົງການສືບສວນສອບສວນອອກຄໍາສັ່ງເປີດການສືບສວນສອບສວນໃສ່ບຸກຄົນນັ້ນ.

ມາດຕາ85ການປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນ ໃນເວລາດໍາເນີນການສືບສວນສອບສວນຖ້າເຫັນວ່າຂໍ້ກ່າວຫາຕາມທີ່ໄດ້ກໍານົດໄວ້ໃນຄໍາສັ່ງເປີດການສືບສວນສອບສວນໃສ່ຜູ້ຖືກຫາຫາກບໍ່ຖືກຕາມສະຖານການກະທໍາຜິດທີ່ຜູ້ກ່ຽວໄດ້ກະທໍາຫຼືຍັງມີການກະທໍາຜິດໃນສະຖານອື່ນອີກທີ່ຍັງບໍ່ທັນໄດກໍານົດໄວ້ໃນຄໍາສັ່ງເປີດການສືບສວນສອບສວນຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍໍາສັ່ງປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຂອງຕົນ. ພາຍໃນເວລາຊາວສີ່ຊົ່ວໂມງພາຍຫຼັງອອກຄໍາສັ່ງເປີດການສືບສວນສອບສວນຜູ້ຖືກຫາແລ້ວອົງການສືບສວນສອບສວນຕ້ອງສົ່ງຄໍາສັ່ງນັ້ນພ້ອມດ້ວຍເອກະສານທີ່ພາໃຫ້ມີການປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນລາຍງານຕໍ່ຫົວໜ້າອົງການໄອຍະການທີ່ກ່ຽວຂ້ອງເພື່ອພິຈາລະນາຕົກລົງເຫັນດີຫຼືບໍ່ເຫັນດີແລ້ວສົ່ງໃຫ້ຫົວໜ້າອົງການສືບສວນສອບສວນພາຍໃນເວລາຊາວສີ່ຊົ່ວໂມງ.

ໝວດທີ3ລະບຽບການທົ່ວໄປກ່ຽວກັບການສືບສວນສອບສວນ

ມາດຕາ86ສາເຫດທີ່ພາໃຫ້ເປີດການສືບສວນສອບສວນ ສາເຫດທີ່ພາໃຫ້ເປີດການສືບສວນສອບສວນຄະດີອາຍາມີດັ່ງນີ້: 1.ມີຄໍາຮ້ອງຟ້ອງຫຼືການແຈ້ງຄວາມຂອງບຸກຄົນຫຼືການຈັດຕັ້ງກ່ຽວກັບການກະທໍາຜິດ; 2.ມີການເຂົ້າມອບຕົວຂອງຜູ້ກະທໍາຜິດ; 3.ພົບເຫັນຮ່ອງຮອຍຂອງການກະທໍາຜິດໂດຍອົງການສືບສວນສອບສວນຫຼືອົງການໄອຍະການ. ໃນເວລາຄົ້ນຄວ້າພິຈາລະນາຄະດີຂອງສານຖ້າຫາກພົບເຫັນຫຼັກຖານໃນການກະທໍາຜິດອັນໃໝ່ກໍ່ມີສິດສະເໜີໃຫ້ອົງການໄອຍະການເປີດການສືບສວນສອບສວນຄະດີໃໝ່.

ມາດຕາ87ຄໍາຮ້ອງຟ້ອງຫຼືການແຈ້ງຄວາມ ຄໍາຮ້ອງຟ້ອງຫຼືການແຈ້ງຄວາມກ່ຽວກັບການກະທໍາຜິດທາງອາຍາສາມາດແຈ້ງທາງປາກເປົ່າຫຼືເຮັດເປັນລາຍລັກອັກສອນແລະໃຫ້ຍື່ນຫຼືແຈ້ງຕໍ່ອົງການສືບສວນສອບສວນຫຼືອົງການໄອຍະການຊຶ່ງຕ້ອງຮັບແລະພິຈາລະນາຕາມເວລາທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.ສໍາລັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມຂອງອົງການຈັດຕັ້ງຕ້ອງເປັນລາຍລັກອັກສອນ. ໃນກໍລະນີຄໍາຮ້ອງຟ້ອງຫຼືການແຈ້ງຄວາມຫາກເຮັດໂດຍປາກເປົ່າເຈົ້າໜ້າທີ່ຜູ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມຕ້ອງເຮັດບົກບັນທຶກເອົາຂໍ້ມູນກ່ຽວກັບປະຫວັດ,ສໍາເນົາບັດປະຈໍາຕົວຫຼືສໍາມະໂນຄົວຂອງຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມ,ເນື້ອໃນຂອງຄໍາຮ້ອງຟ້ອງຫຼືການແຈ້ງຄວາມແລ້ວໃຫ້ເຈົ້າໜ້າທີ່ແລະຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມລົງລາຍເຊັນ,ບົດບັນທຶກດັ່ງກ່າວຕ້ອງເຮັດເປັນສອງສະບັບຄືສະບັບໜຶ່ງມອບໃຫ້ຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມສ່ວນອີກໜຶ່ງສະບັບໃຫ້ເກັບໄວ້ໃນສໍານວນຄະດີ. ເຈົ້າໜ້າທີ່ຜູ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມຕ້ອງແຈ້ງໃຫ້ບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຊາບກ່ຽວກັບຄວາມຮັບຜິດຊອບຕາມກົດໝາຍໃນກໍລະນີທີ່ຄໍາຮ້ອງຟ້ອງຫຼືການແຈ້ງຄວາມນັ້ນຫາກບໍ່ມີມູນຄວາມຈິງຫຼືເປັນການເທັດ.

ມາດຕາ88ການເຂົ້າມອບຕົວ ການເຂົ້າມອບຕົວແມ່ນການເຂົ້າສະເໜີຕົວຂອງບຸກຄົນໃດໜຶ່ງດ້ວຍຄວາມສະໝັກໃຈເພື່ອລາຍງານກ່ຽວກັບການກະທໍາຂອງຕົນຕໍ່ອົງການສືບສວນສອບສວນຫຼືອົງການໄອຍະການ. ເຈົ້າໜ້າທີ່ຜູ້ຮັບການເຂົ້າມອບຕົວນັ້ນຕ້ອງເຮັດບົດບັນທຶກກ່ຽວກັບຊີວວະປະຫວັດແລະຄໍາໃຫ້ການຂອງຜູ້ເຂົ້າມອບຕົວ.ໃນກໍລະນີທີ່ຜູ້ກ່ຽວຫາກເຂົ້າມອບຕົວຕໍ່ອົງການອື່ນທີ່ບໍ່ແມ່ນອົງການດໍາເນີນຄະດີແລ້ວອົງການນັ້ນຕ້ອງນໍາສົ່ງບຸກຄົນດັ່ງກ່າວໃຫ້ອົງການສືບສວນສອບສວນຫຼືອົງການໄອຍະການທີ່ກ່ຽວຂ້ອງບ່ອນໃກ້ຄຽງໃນທັນໃດ.

ມາດຕາ89ການພົບເຫັນຮ່ອງຮອຍຂອງການກະທໍາຜິດ ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການທີ່ພົບເຫັນຮ່ອງຮອຍຂອງການກະທໍາຜິດຕ້ອງເຮັດບົດບັນທຶກກ່ຽວກັບສະພາບທີ່ພົບເຫັນແລະເກັບກໍາຂໍ້ມູນໃນເບື້ອງຕົ້ນເພື່ອໃຊ້ເປັນພື້ນຖານໃຫ້ແກ່ການເປີດການສືບສວວນສອບສວນ.

ມາດຕາ90ກໍານົດເວລາໃນການພິຈາລະນາຄໍາຮ້ອງຟ້ອງຫຼການແຈ້ງຄວາມ ອົງການສືບສວນສອບສວນ,ອົງການໄອຍະການຕ້ອງພິຈາລະນາຄໍາຮ້ອງຟ້ອງລືການແຈ້ງຄວາມບໍ່ໃຫ້ເກີນເວລາຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມເປັນຕົ້ນໄປ.ໃນກໍລະນີມີຄວາມຫຍຸ້ງຍາກສັບສົນກໍານົດເວລາດັ່ງກ່າວແມ່ນບໍ່ໃຫ້ເກີນສິບວັນແລະຕ້ອງລົງຄໍາເຫັນໃດໜຶ່ງດັ່ງນີ້: 1.ອອກຄໍາສັ່ງເປີດການສືບສວນສອບສວນ; 2.ອອກຄໍາສັ່ງບໍ່ເປີດການສືບສວນສອບສວນ; 3.ສົ່ງຕໍາຮ້ອງຟ້ອງຫຼືການແຈ້ງຄວາມໄປໃຫ້ອົງການທີ່ມີສິດແລະໜ້າທີ່ກ່ຽວຂ້ອງພິຈາລະນາ. ໃນການພິຈາລະນາຄໍາຮ້ອງຟ້ອງຫຼືການແຈ້ງຄວາມນັ້ນກ່ອນຈະອອກຫຼືບໍ່ອອກຄໍາສັ່ງເປີດການສືບສວນສອບສວນວເຈົ້າໜ້າທີ່ຜູ້ດໍາເນີນຄະດີສາມາດທວງເອົາຂໍ້ມູນຫຼັກຖານເບື້ອງຕົ້ນແລະຟັງຄໍາອະທິບາຍທີ່ຈໍາເປັນກໍ່ໄດ້.

ມາດຕາ91ຄໍາສັ່ງເປີດການສືບສວນສອບສວນ ໃນກໍລະນີທີ່ມີຂໍ້ມູນໜັກແໜ້ນກ່ຽວກັບການກະທໍາຜິດຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງເປີດການສືບສວນສອບສວນໃນຂອບເຂດສິດແລະໜ້າທີ່ຂອງຕົນ,ເນື້ອໃນຂອງຄໍາສັ່ງເປີດການສືບສວນສອບສວນນັ້ນຕ້ອງບອກວັນ,ເວລາແລະສະຖານທີ່ອອກຄໍາສັ່ງ,ຊື່ແລະນາມສະກຸນ,ໜ້າທີ,ຕໍາແໜ່ງຂອງຜູ້ອອກຄໍາສັ່ງ,ເຫດຜົນແລະພື້ນຖານທີ່ພາໃຫ້ເປີດການສືບສວນສອບສວວນ,ສະຖານການກະທໍາຜິດແລະມາດຕາທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາແລະກົດໝາຍອື່ນທີ່ໄດ້ກໍານົດໂທດທາງອາຍາ. ໃນກໍລະນີທີ່ຫົວໜ້າອົງການສືບສວນສອບສວນເປັນຜູ້ອອກຄໍາສັ່ງເປີດການສືບສວນສອບສວນຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການຊາບໃນທັນໃດພອມທັງມອບໝາຍໃຫ້ເຈົ້າໜ້າທີ່ສືບສວນສອບສວນດໍາເນີນການສືບສວນສອບສວນ,ໃນກໍລະນີທີ່ຫົວໜ້າອົງການໄອຍະການຫາກເປີດການສືບສວນສອບສວນກໍ່ອາດຈະມອບໝາຍໃຫ້ພະນັກງານໄອຍະການຫຼສົ່ງຄໍາສັ່ງເປີດການສືບສວນສອບສວນໃຫ້ຫົວໜ້າອົງການສືບສວນສອບສວນເພື່ອມອບໝາຍໃຫ້ເຈົ້າໜ້າທີ່ສືບສວນສອບສວນດໍາເນີນການສືບສວນສອບສວນ. ການເປີດການສືບສວນສອບສວນດໍາເນີນໄດ້ໃນສອງກໍ່ລະນີຄື: 1.ໃສ່ເຫດການຂອງການກະທໍາຜິດໃນກໍລະນີທີ່ພົບເຫັນຮ່ອງຮອຍຂອງການກະທໍາຜິດແຕ່ບໍ່ທັນສາມາດຮູ້ໄດ້ວ່າບຸກຄົນໃດເປັນຜູ້ກະທໍາຜິດ; 2.ໃສ່ບຸກຄົນທີ່ຮູ້ວ່າໄດ້ກະທໍາຜິດ. ໃນກໍລະນີການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບສູງສຸດບໍ່ເກີນສາມປີຖ້າມີຫຼັກຖານຄົບຖ້ວນແລ້ວຫົວໜ້າອົງການສືບສວນສອບສວນຕ້ອງສະຫຼຸບແລ້ວສົ່ງສໍານວນຄະດີພ້ອມດ້ວຍຂອງກາງແລະຜູ້ຖືກຫາໃຫ້ອົງການໄອຍະການໂດຍບໍ່ຕ້ອງເປີດການສືບສວນສອບສວນກໍ່ໄດ້. ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນທີ່ໄດ້ອອກໄປແລ້ວນັ້ນຖ້າເຫັນວ່າຄໍາສັ່ງດັ່ງກ່າວຫາກບໍ່ຖືກຕ້ອງກັບພຶດຕິກໍາຕົວຈິງຫຼືຫາກຍັງຂາດຂໍ້ກ່າວຫາອື່ນ. ໃນກໍລະນີທີ່ອົງການສືບສວນສອບສວນຫາກໄດ້ປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຂອງຕົນຕ້ອງລາຍງານຄໍາສັ່ງດັ່ງກ່າວໃຫ້ຫົວໜ້າອົງການໄອຍະການເພື່ອຕິດຕາມກວດກາພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາໄດ້ປ່ຽນແປງຫຼືເພີ່ມເຕີມເປັນຕົ້ນໄປ. ໃນກໍລະນີທີ່ຫົວໜ້າອົງການໄອຍະການຫາກໄດ້ປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຂອງອົງການສືບສວນສອບສວນນັ້ນຕ້ອງສົ່ງຄໍາສັ່ງດັ່ງກ່າວໄປໃຫ້ອົງການສືບສວນສອບສວນພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາໄດ້ປ່ຽນແປງຫຼືເພີ່ມເຕີມເປັນຕົ້ນໄປ. ໃນກໍລະນີທີ່ຫົວໜ້າອົງການໄອຍະການຫາກໄດ້ປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຂອງຕົນຕ້ອງລາຍງານຄໍາສັ່ງດັ່ງກ່າວຕໍ່ອົງການໄອຍະການຂັ້ນເທິງຖັດນັ້ນພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາໄດ້ປ່ຽນແປງຫຼືເພີ່ມເຕີມເປັນຕົ້ນໄປ.

ມາດຕາ92ສາເຫດທີ່ບໍ່ພາໃຫ້ເປີດການສືບສວນສອບສວນ ສາເຫດທີ່ບໍ່ພາໃຫ້ເປີດການສືບສວນສອບສວນມີດ່ັງນີ້: 1.ບໍ່ມີຂໍ້ມູນຫຼັກຖານໜັກແໜ້ນ; 2.ມີສາເຫດໃດໜຶ່ງທີ່ໄດ້ກໍານົດໄວ້ໃນມາດຕາ6ຂອງກົດໝາຍສະບັບນີ້.

ມາດຕາ93(ປັບປຸງ)ຄໍາສັ່ງບໍ່ເປີດການສືບສວນສອບສວນ ໃນກໍລະນີທີ່ມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ92ຂອງກົດໝາຍສະບັບນີ້ຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງບໍ່ເປີດການສືບສວນສອບສວນພ້ອມທັງແຈ້ງຄໍາສັ່ງດັ່ງກ່າວໃຫ້ບຸກຄົນຫຼືການຈັດຕັ້ງທີ່ໄດ້ຮ້ອງຟ້ອງຫຼືແຈ້ງຄວາມນັ້ນຊາບ. ຄູ່ຄວາມມີສິດຂໍອຸທອນຄໍາສັ່ງບໍ່ເປີດການສືບສວນສອບສວນຂອງຫົວໜ້າອົງການສືບສວນສອບສວນຕໍ່ຫົວໜ້າອົງການໄອຍະການຂັ້ນດຽວກັນແລະຄູ່ຄວາມມີສິດຂໍອຸທອນຄໍາສັ່ງບໍ່ເປີດການສືບສວນສອບສວນຂອງຫົວໜ້າອົງການໄອຍະການຕໍ່ຫົວໜ້າອົງການໄອຍະການຂັ້ນເທິງຖັດນັ້ນໄດ້ພາຍໃນເວລາເຈັດວັນລັດຖະການນັບແຕ່ວັນຮັບຊາບຄໍາສັ່ງເປັນຕົ້ນໄປ.ຫົວໜ້າອົງການໄອຍະການຕ້ອງພິຈາລະນາຄໍາຮ້ອງຂໍອຸທອນຄໍາສັ່ງບໍ່ເປີດການສືບສວນສອບສວນພາຍໃນເວລາຫ້າວັນ.

ມາດຕາ94ການຕິດຕາມກວດກາໃນການເປີດການສືບສວນສອບສວນ ຫົວໜ້າອົງການໄອຍະການມີສິດແລະໜ້າທີ່ຕິດຕາມກວດກາການປະຕິບັດກົດໝາຍໃນການເປີດການສືບສວນສອບສວນ. ໃນກໍລະນີທີ່ຫົວນ້າອົງການສືບສວນສອບສວນຫາກໄດ້ອອກຄໍາສັ່ງເປີດການສືບສວນສອບສວນໂດຍບໍ່ມີຂໍ້ມູນໜັກແໜ້ນທາງດ້ານກົດໝາຍຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງເປີດການສືບສວນສອບສວນຂອງຫົວໜ້າອົງການສືບສວນສອບສວນແລ້ວອອກຄໍາສັ່ງຊັດມ້ຽນຄະດີ. ໃນກໍລະນີທີ່ຫົວໜ້າອົງການສືບສວນສອບສວນອອກຄໍາສັ່ງບໍ່ເປີດການສືບສວນສອບສວນໂດຍບໍ່ມີເຫດຜົນພຽງພໍຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງບໍ່ເປີດການສືບສວນສອບສວນແລ້ວອອກຄໍາສັ່ງເປີດການສືບສວນສອບສວນດ້ວຍຕົນເອງ.

ມາດຕາ95(ປັບປຸງ)ການເຄື່ອນໄຫວຂອງເຈົ້າໜ້າທີ່ສືບສວນສອບສວນ ເມື່ອໄດ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມ,ການເຂົ້າສະເໜີຕົວຫຼືການພົບເຫັນຮ່ອງຮອຍຂອງການກະທໍາຜິດຊຶ່ງມີພື້ນຖານຢ່າງໜັກແໜ້ນກ່ຽວກັບການກະທໍາຜິດແລ້ວເຈົ້າໜ້າທີ່ສືບສວນສອບສວນຕ້ອງລາຍງານໃຫ້ຫົວໜ້າອົງການສືບສວນສອບສວນເພື່ອລາຍງານໃຫ້ຫົວໜ້າອົງການໄອຍະການຊາບພາຍໃນເວລາຊາວສີ່ຊົ່ວໂມງ. ໃນກໍລະນີທີ່ມີຄວາມຈໍາເປັນຮີບດ່ວນຕ້ອງໄດ້ດໍາເນີນການສືບສວນສອບສວນນັ້ນຫົວໜ້າອົງການສືບສວນສອບສວນຕ້ອງອອກຄໍາສັ່ງເປີດການສືບສວນສອບສວນພ້ອມທັງລາຍງານໃຫ້ຫົວໜ້າອົງການໄອຍະການຊາບພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາອອກຄໍາສັ່ງເປີດການສືບສວນສອບສວນເປັນຕົ້ນໄປ. ເມື່ອອົງການສືບສວນສອບສວນໄດ້ຮັບຄໍາສັ່ງເປີດການສືບສວນສອບສວນແລ້ວຕ້ອງດໍາເນີນການສືບສວນສອບສວນແລະນໍາໃຊ້ວິທີການສືບສວນສອບສວນແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

ມາດຕາ96ສະຖານທີ່ດໍາເນີນການສືບສວນສອບສວນ ການສືບສວນສອບສວນໃຫ້ດໍາເນີນຢູ່ສະຖານທີ່ບ່ອນການກະທໍາຜິດໄດ້ເກີດຂຶ້ນ. ໃນກໍລະນີທີ່ບໍ່ສາມາດຮູ້ໄດ້ແນ່ນອນສະຖານທີ່ບ່ອນການກະທໍາຜິດເກີດຂຶ້ນກໍ່ໃຫ້ດໍາເນີນຢູ່ບ່ອນພົບເຫັນ,ບ່ອນຢູ່ຫຼືບ່ອນຈັບຕົວຜູ້ຖືກຫາ. ໃນກໍລະນີເຈົ້າໜ້າທີ່ສືບສວນສອບສວນຫາກໄດ້ພົບເຫັນການກະທໍາຜິດທີ່ບໍ່ຢູ່ໃນຄວາມຮັບຜິດຊອບຂອງຕົນກໍ່ຕ້ອງອອກຄໍາສັ່ງເປີດການສືບສວນສອບສວນເພື່ອເກັບໂຮມເອົາຂໍ້ມູນຫຼັກຖານທີ່ຈໍາເປັນແລະຮີບດ່ວນໃນເບື້ອງຕົ້ນແລ້ວສົ່ງໃຫ້ອົງການສືບສວນສອບສວນທີ່ມີສິດແລະໜ້າທີ່ດໍາເນີນການສືບສວນສອບສວນ.

ມາດຕາ97ການກະທໍາຜິດທີ່ເກີດຂຶ້ນຢູ່ຫຼາຍສະຖານທີ່ ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກະທໍາຜິດຢູ່ຫຼາຍເຂດຫຼືຫຼາຍແຂວງໃຫ້ເອົາບ່ອນການກະທໍາຜິດສຸດທ້າຍເປັນບ່ອນດໍາເນີນຄະດີ. ຖ້າຫາກມີການກະທໍາຜິດຫຼາຍອັນຫຼືຫຼາຍສະຖານໃຫ້ຖືເອົາບ່ອນການກະທໍາຜິດທີ່ໜັກກວ່າໝູ່ນັ້ນເປັນບ່ອນດໍາເນີນຄະດີ.

ມາດຕາ98ການມອບໝາຍໃຫ້ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການດໍາເນີນການສືບສວນສອບສວນ ໃນການດໍາເນີນຄະດີອາຍາຫົວນ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການມີສິດມອບໝາຍໃຫ້ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການຜູ້ໜຶ່ງຫຼືຫຼາຍຄົນແລ້ວແຕ່ກໍລະນີເພື່ອດໍາເນີນການສືບສວນສອບສວນ.

ມາດຕາ99ການອບປະເດັນການສືບສວນສອບສວນ ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໄດ້ເກັບໂຮມເອົາຂໍ້ມູນຫຼັກຖານທີ່ຢູ່ນອກເຂດພື້ນທີ່ຄວາມຮັບຜິດຊອບຂອງຕົນຫົວໜ້າອົງການສືບສວນສອບສວນມີສິດມອບໃຫ້ອົງການສືບສວນສອບສວນທີ່ມີສິດແລະໜ້າທີ່ໃນພື້ນທີ່ກ່ຽວຂ້ອງເກັບໂຮມເອົາຂໍ້ມູນຫຼັກຖານຕາມປະເດັນແລ້ວສົ່ງໃຫ້ຕົນກໍ່ໄດ້. ປະເດັນການສືບສວນສອບສວນຕ້ອງເຮັດເປັນລາຍລັກອັກສອນໃນນັ້ນຕ້ອງກໍານົດເຫດການຂອງການກະທໍາຜິດໂດຍຫຍໍ້ແລະສະເໜີບັນຫາແຕ່ລະຢ່າງທີ່ຕ້ອງການໃຫ້ລະອຽດຈະແຈ້ງເພື່ອໃຫ້ອົງການສືບສວນສອບສວນອື່ນປະຕິບັດແທນ. ອົງການສືບສວນສອບສວນທີ່ໄດ້ຮັບປະເດັນນັ້ນຕ້ອງປະຕິບັດໃຫ້ສໍາເລັດແລ້ວສົ່ງໃຫ້ອົງການສືບສວນສອບສວນທີ່ໄດ້ມອບປະເດັນພາຍໃນເວລາທີ່ໄດ້ກໍານົດໄວ້ໃນປະເດັນ.

ມາດຕາ100ບົດບັນທຶກການສືບສວນສອບສວນ ໃນການດໍາເນີນການສືບສວນສອບສວນຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງເຮັດບົດບັນທຶກຢ່າງຖືກຕ້ອງ. ເນື້ອໃນບົດບັນທຶກການສືບສວນສອບສວນມີດັ່ງນີ້: 1.ວັດທີ,ເດືອນ,ປີແລະສະຖານທີ່ດໍາເນີນການສືບສວນສອບສວນ,ເວລາເລີ່ມຕົ້ນແລະສິ້ນສຸດການສືບສວນສອບສວນ; 2.ຊື່ແລະນາມສະກຸນ,ຕໍາແໜ່ງ,ໜ້າທີ່,ບ່ອນປະຈໍາການຂອງເຈົ້າໜ້າທີ່ແລະຜູ້ບັນທຶກ;ໃນກໍລະນີມີເຈົ້າໜ້າທີ່ເຂົ້າຮ່ວມຫຼາຍຄົນກໍ່ຕ້ອງບອກຊື່ແລະນາມສະກຸນ,ຕໍາແໜ່ງ,ໜ້າທີ່,ບ່ອນປະຈໍາການຂອງແຕ່ລະຄົນ; 3.ຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບ,ທີ່ຢູ່ຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີແຕ່ລະຄົນ,ສໍາລັບຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງນັ້ນໃຫ້ເອົາຊີວະປະຫວັດຂອງແຕ່ລົຄົນ; 4.ຂໍ້ກ່າວຫາ; 5.ເນື້ອໃນຂອງການສືບສວນສອບສວນ(ຄໍາໃຫ້ການ,ຜົນການສອບຖາມຊ້ອງໜ້າ,ການຊັນນະສູດ,ການທົດສອບຂໍ້ມູນຄືນໃໝ່,ການຊີ້ຕົວແລະການຢັ້ງຢືນ,ການກວດຄົົ້ນ,ການຍຶດຫຼືອາຍັດຊັບ); 6.ຮູບຖ່າຍ,ພາບຫຼືສຽງບັນທຶກ,ຮອຍມື,ຮອຍຕີນ,ຄາບເລືອດແລະວັດຖຸອື່ນຖ້າຫາກມີ. ພາຍຫຼັງທີ່ໄດ້ເຮັດບົດບັນທຶກການສືບສວນສອບສວນແລ້ວຕ້ອງໃຫ້ຜູ້ກ່ຽວອ່ານເອງຫຼືອ່ານໃຫ້ຜູ້ກ່ຽວຟັງພ້ອມທັງຖາມຄໍາເຫັນຂອງຜູ້ກ່ຽວແລ້ວຈຶ່ງໃຫ້ລົງລາຍເຊັນແລະແປະໂປ້ມືໃສ່. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການບໍ່ອະນຸຍາດໃຫ້ເພີ່ມເຕີມ,ຕັດອອກຫຼືປ່ຽນແປງບົດບັນທຶກ. ຖ້າຫາກມີການຂີດຂ້າຫຼືເພີ່ມເຕີມຂໍ້ຄວາມໃນບົດບັນທຶກການສືບສວນສອບສວນແລ້ວໃຫ້ລົງລາຍເຊັນຢັ້ງຢືນ,ສ່ວນຜູ້ຖືກຫານັ້ນຍັງຕ້ອງແປະໂປ້ມືໃສ່ຕໍ່ນ້າແຖວບ່ອນມີການຂີດຂ້າຫຼືເພີ່ມເຕີມັ້ນ. ຖ້າບົດບັນທຶກການສືບສວນສອບສວນຫາກມີຫຼາຍກວ່າໜຶ່ງໜ້າເຈ້ຍໃຫ້ຜູ້ຖືກສອບສວນເຊັນແລະແປະໂປ້ມືຢັ້ງຢືນໄວ້ໃນແຕ່ລະໜ້າເຈ້ຍ.

ໃນກໍລະນີທີ່ຜູ້ເຂົ້າຮ່ວມຫາກບໍ່ຍອມລົງລາຍເຊັນແລະແປະໂປ້ມືໃສ່ບົດບັນທຶການສືບສວນສອບສວນໃຫ້ໝາຍເຫດໄວ້ໃນຕອນທ້າຍຂອງບົດບັກທຶກແລ້ວລົງລາຍເຊັນຢັ້ງຢືນໄວ້. ບົດບັນທຶກການສືບສວນສອບສວນໃຫ້ເຮັດເປັນສາມສະບັບຄືສະບັບໜຶ່ງປະກອບໃສ່ສໍານວນຄະດີ,ອີກໜຶ່ງສະບັບໃຫ້ເຈົ້າໜ້າທີ່ສືບສວນສອບສວນທີ່ກ່ຽວຂ້ອງເກັບມ້ຽນໄວ້ແລະໜຶ່ງສະບັບອີກມອບໃຫ້ຜູ້ໃຫ້ການ.

ມາດຕາ101ການຮັກສາຄວາມລັບຂອງການສືບສວນສອບສວນ ໃນກໍລະນີຈໍາເປັນເພື່ອຮັກສາຄວາມລັບໃນການສືບສວນສອບສວນຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວນ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງແຈ້ງໃຫ້ຜູ້ເຂົ້າຮ່ວມໃນການດໍາເນີນຄະດີຮູ້ລ່ວງໜ້າກ່ຽວກັບການບໍ່ອະນຸຍາດໃຫ້ເປີດເຜີຍຄວາມລັບ,ການແຈ້ງດັ່ງກ່າວຕ້ອງບັນທຶກໄວ້,ຜູ້ເຂົ້າຮ່ວມທີ່ໄດ້ລະເມີດຈະມີຄວາມຮັບຜິດຊອບທາງອາຍາ.

ມາດຕາ102ການພິຈາລະນາຄໍາຮ້ອງຂໍຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ໃນກໍລະນີທີ່ຜູ້ເຂົ້າຮ່ວມໃນການດໍາເນີນຄະດີຫາກໄດ້ຮ້ອງຂໍກ່ຍວກັບບັນຫາໃດນຶ່ງເຊັ່ນການພິສູດຫຼັກຖານ,ການທົດສອບຂໍ້ມູນຄືນໃໝ່,ການຍຶດຫຼືອາຍັດຊັບເພື່ອໃຊ້ແທນຄ່າເສຍຫາຍນັ້ນຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງພິຈາລະນາແກ້ໄຂຄໍາຮ້ອງຂໍນັ້ນພາຍໃນເວລາເຈັດວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປແລະຕ້ອງແຈ້ງຜົນຂອງການພິຈາລະນາເປັນລາຍລັກອັກສອນຂອງຕົນໃຫ້ເຈົ້າຂອງຄໍາຮ້ອງນັ້ນຊາບ. ໃນກໍລະນີທີ່ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຫາກບໍ່ເຫັນດີແກ້ໄຂຫຼືບໍ່ພິຈາລະນາແກ້ໄຂພາຍໃນເວລາເຈັດວັນເຈົ້າຂອງຄໍາຮ້ອງມີສິດຂໍອຸທອນການຕົກລົງຕໍ່ຫົວໜ້າອົງການໄອຍະການຂັ້ນດຽວກັນແລະຂໍອຸທອນການຕົກລົງຂອງຫົວໜ້າອົງການໄອຍະການຕໍ່ຫົວໜ້າອົງການໄອຍະການຂັ້ນເທິງຖັດນັ້ນພາຍໃນເວລາເຈັດວັນນັບແຕ່ວັນຮັບຊາບການຕົກລົງນັ້ນເປັນຕົ້ນໄປ.ການຕົກລົງຂອງຫົວນ້າອົງການໄອຍະການຂັ້ນອຸທອນເປັນການຕົກລົງຂັ້ນສຸດທ້າຍ. ຫົວໜ້າອົງການໄອຍະການທີ່ໄດ້ຮັບຄໍາຮ້ອງຂໍອຸທອນນັ້ນຕ້ອງພິຈາລະນາແກ້ໄຂພາຍໃນເວລາສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍອຸທອນເປັນຕົ້ນໄປ.

ມາດຕາ103ການຮ້ອງຂໍຄ່າເສຍຫາຍໃນເວລາດໍາເນີນການສືບສວນສອບສວນ ຜູ້ຖືກເສຍຫາຍຫຼືຜູ້ຕາງໜ້າຂອງຜູ້ກ່ຽວມີສິດຮ້ອງຂໍຄ່າເສຍຫາຍທີ່ເນື່ອງມາຈາກການກະທໍາຜິດທາງອາຍາໃນເວລາດໍາເນີນການສືບສວນສອບສວນ.ໃນກໍລະນີທີ່ຜູ້ຮ້ອງຂໍຫາກບໍ່ຜູ້ສິດດັ່ງກ່າວຫົວນ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງອະທິບາຍໃຫ້ຜູ້ກ່ຽວຊາບ. ການຮ້ອງຂໍຄ່າເສຍຫາຍສາມາດເຮັດເປັນລາຍລັກອັກສອນຫຼືທາງປາກເປົ່າກໍ່ໄດ້. ໃນກໍລະນີການຮ້ອງຂໍຄ່າເສຍຫາຍທາງປາກເປົ່າຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສື່ບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງເຮັດບົດບັນທຶກເອົາການຮ້ອງຂໍດັ່ງກ່າວຢ່າງລະອຽດແລະຄົບຖ້ວນ,ບົດບັນທຶກກ່ຍວກັບການຮ້ອງຂໍຄ່າເສຍຫາຍໃຫ້ເກັບໄວ້ໃນສໍານວນຄະດີ.

ມາດຕາ104ການເປັນຜູ້ຮັບຜິດຊອບທາງແພ່ງ ເມື່ອມີການຮ້ອງຂໍຄ່າເສຍຫາຍຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງໄດ້ຄົ້ນຄວ້າພິຈາລະນາກ່ຽວກັບບຸກຄົນຫຼືການຈັດຕັ້ງທີ່ຈະເປັນຜູ້ຮັບຜິດຊອບທາງແພ່ງ. ໃນກໍລະນີທີ່ຜູ້ຖືກຫາາຫາກແມ່ນຜູ້ຮັບໃຊ້ວຽກຫຼືຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດໃຫ້ບຸກຄົນຫຼືການຈັດຕັ້ງທີ່ໃຊ້ວຽກຫຼືຄຸ້ມຄອງບຸກຄົນດັ່ງກ່າວເປັນຜູ້ຮັບຜິດຊອບທາງແພ່ງ.

ມາດຕາ105ການເຂົ້າຮ່ວມຂອງຜູ້ແປພາສາໃນການສືບສວນອສອບສວນ ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງເຊີນເອົາບຸກຄົນໃດໜຶ່ງຊຶ່ງຮູ້ພາສາທີ່ກ່ຽວຂ້ອງດີມາເປັນຜູ້ແປພາສາເຖິງວ່າຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຈະຮູ້ພາສາທີ່ຕ້ອງການແປນັ້ນເປັນຢ່າງດີກໍ່ຕາມ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງແຈ້ງສິດແລະພັນທະລວມທັງຄວາມຮັບຜິດຊອບໃຫ້ຜູ້ແປພາສາແລະເຮັດບົດບັນທຶກໄວ້ໂດຍໃຫ້ຜູ້ກ່ຽວເຊັນຢັ້ງຢືນ.

ມາດຕາ106(ປັບປຸງ)ບຸກຄົນທີ່ບໍ່ສາມາດເປັນຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ ບຸກຄົນທີ່ບໍ່ສາມາດຖືກແຕ່ງຕັ້ງໃຫ້ເປັນຜູ້ແປພາສາ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານມີດັ່ງນີ້: 1.ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ຍາດພີ່ນ້ອງຂອງໂຈດທາງແພ່ງຫຼືຜູ້ຖືກຫາໃນຄະດີ; 2.ບຸກຄົນທີ່ເປັນພະຍານໃນຄະດີ,ຜູ້ປົກປ້ອງ,ຜູ້ຕາງໜ້າຂອງຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ຫົວໜ້າຫຼືຮອງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າຫຼືຮອງຫົວໜ້າອົງການໄອຍະການ,ພະນັກງານໄອຍະການ,ຜູ້ຊ່ວຍພະນັກງານໄອຍະການ,ປະທານຫຼືຮອງປະທານສານ,ຜູ້ພິພາກສາ,ຜູ້ຊ່ວຍຜູ້ພິພາກສາແລະຈ່າສານ; 3.ບຸກຄົນຫຼືຍາດພີ່ນ້ອງຂອງຜູ້ມີຜົນປະໂຫຍດໃນຄະດີ.

ມາດຕາ107ການຮັບປະກັນການໃຊ້ແທນຄ່າເສຍຫາຍ ເພື່ອຮັບປະກັນການໃຊ້ແທນຄ່າເສຍຫາຍຕາມການຮ້ອງຂໍຂອງຜູ້ຖືກເສຍຫາຍຫຼືຜູ້ຕ່າງໜ້າຂອງຜູ້ກ່ຽວຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງພິຈາລະນາອອກຄໍາສັ່ງຍຶດຫຼືອາຍັດຊັບຂອງຜູ້ຖືກຫາຫຼືຜູ້ຮັບຜິດຊອບທາງແພ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ128ຂອງກົດໝາຍສະບັບນີ້. ໃນກໍລະນີທີ່ການກະທໍາຜິດຫາກໄດ້ສ້າງຄວາມເສຍຫາຍໃຫ້ແກ່ອົງການລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຫຼືອົງການຈັດຕັ້ງສັງຄົມຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການໂດຍໜ້າທີ່ຕ້ອງອອກຄໍາສັ່ງຍຶດຫຼືອາຍັດຊັບຂອງຜູ້ຖືກຫາຫຼືຜູ້ຮັບຜິດຊອບທາງແພ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ128ຂອງກົດໝາຍສະບັບນີ້. ກາຍຍຶດຫຼືອາຍາດຊັບເພື່ອຮັບປະກັນການໃຊ້ແທນຄ່າເສຍຫາຍຕ້ອງຢູ່ໃນຂອບເຂດຂອງມູນຄ່າຄວາມເສຍຫາຍ.

ມາດຕາ108ກາຍຶດຫຼືອາຍັດຊັບ,ວັດຖຸສິ່ງຂອງ ໃນກໍລະນີທີ່ໄດ້ຮູ້ແຈ້ງກ່ຽວກັບປະເພດ,ຈໍານວນແລະສະຖານທີ່ເກັບມ້ຽນຊັບ,ວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດແລະຈະນໍາໃຊ້ເປັນປະໂຫຍດໃນການດໍາເນີນຄະດີຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຍຶດຫຼືອາຍັດຊັບ,ວັດຖຸສິ່ງຂອງນັ້ນ. ໃນກໍລະນີທີ່ຊັບ,ວັດຖຸສິ່ງຂອງທີ່ຍຶດຫຼືອາຍັດຈະເກີດຄວາມເສຍຫາຍຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງແຕ່ງຕັ້ງຄະນະກໍາມະການເພື່ອແກ້ໄຂ. ໃນກໍລະນີທີ່ມີຫຼັກຖານຢັ້ງຢືນວ່າຊັບ,ວັດຖຸສິ່ງຂອງທີ່ຍຶດຫຼືອາຍັດຫາກເປັນກໍາມະສິດທີ່ຖືກຕ້ອງຂອງຜູ້ຖືກເສຍຫາຍກໍ່ໃຫ້ສົ່ງຄືນແກ່ຜູ້ກ່ຽວ.

ມາດຕາ109ການໂຮມຫຼືແຍກຄະດີອາຍາເພື່ອດໍານີນການສືບສວນສອບສວນ ຜູ້ຖືກຫາຜູ້ໜຶ່ງທີ່ກະທໍາຜິດຫຼາຍສະຖານຫຼືຜູ້ຖືກຫາຫຼາຍຄົນໄດ້ຮ່ວມກັນກະທໍາຜິດໃນສະຖານດຽວຫຼືຫຼາຍສະຖານລວມທັງຜູ້ຜິດບັງການກະທໍາຜິດໃຫ້ດໍາເນີນການສືບສວນສອບສວນເປັນຄະດີດຽວ. ການສືບສວນສອບສວນຄະດີອາຍາສາມາດແຍກໄດ້ໃນກໍລະນີຈໍາເປັນດັ່ງນີ້: 1.ການສືບສວນສອບສວນບໍ່ສາມາດດໍາເນີນໄດ້ຢ່າງຄົບຖ້ວນໃນເວລາອັນຄວນ; 2.ການສືບສວນສອບສວນບໍ່ມີຜົນກະທົບຕໍ່ຄວາມເປັນຈິງຂອງຄະດີ; 3.ການກະທໍາຜິດຂອງເດັກອາຍຸບໍ່ເຖິງສິບແປດປີຮ່ວມກັບຜູ້ໃຫຍ່. ໃນການໂຮມຫຼືການແຍກການສືບສວນສອບສວນຫົວໜ້າອົງການສືບສວນສອບສວນຕ້ອງອອກການຕົກລົງແລະແຈ້ງໃຫ້ຫົວໜ້າອົງການໄອຍະການໃນຂັ້ນດຽວກັນພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາອອກການຕົກລົງເປັນຕົ້ນໄປ.

ມາດຕາ110(ປັບປຸງ)ກໍານົດເວລາການສືບສວນສອບສວນ ເຈົ້າໜ້າທີ່ສືບສວນສອບສວນຕ້ອງດໍາເນີນການສືບສວນສອບສວນ,ສະຫຼຸບການສືບສວນສອບສວນແລະປະກອບສໍານວນຄະດີພ້ອມດ້ວຍຂອງກາງສົ່ງໃຫ້ອົງການໄອຍະການພາຍໃນເວລາສອງເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະສາມເດືອນສໍາລັບການກະທໍາຜິດໃນສະຖານຄະຣຸໂທດນັບແຕ່ວັນອອກຄໍາສັ່ງເປີດການສືບສວນສອບສວນເປັນຕົ້ນໄປ. ຖ້າເຫັນວ່າມີຄວາມຈໍາເປັນຈະຕ້ອງໄດ້ສືບຕໍ່ດໍາເນີນການສືບສວນສອບສວນແລ້ວຫົວໜ້າອົງການໄອຍະການອາດຈດຕໍ່ເວລາໃນການສືບສວນສອບສວນໄດ້ອີກເທື່ອລະສອງເດືອນແຕ່ລວມທັງໝົດບໍ່ໃຫ້ເກີນຫົກເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະເທື່ອລະສາມເດືອນແຕ່ລວາມທັງໝົດບໍ່ໃຫ້ເກີນນຶ່ງປີສໍາລັບການກະທໍາຜິດໃນສະຖານຄະຣຸໂທດຕາມການສະເໜີຂອງຫົວໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການ,ການສະເໜີຂໍຕໍ່ເວລາແຕ່ລະເທື່ອໃຫ້ດໍາເນີນສິບຫ້າວັນກ່ອນໝົດກໍານົດເວລາການສືບສວນສອບສວນ. ໃນກໍລະນີທີ່ມີການສົ່ງສໍານວນຄະດີພ້ອມທັງປະເດັນການສືບສວນອສບສວນເພີ່ມເຕີມຄືນໃຫ້ອົງການສືບສວນສອບສວນດໍາເນີນການສືບສວນສແບວນເພີ່ມເຕີມນັ້ນກໍານົດເວລາການສືບສວນສອບສວນເພີ່ມເຕີມແມ່ນບໍ່ໃຫ້ເກີນສອງເດືອນນັບແຕ່ວັນອົງການສືບສວວນສອບສວນໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີທີ່ມີການສືບສວນສອບສວນຄືນຄະດີທີ່ຖືກໂຈະຫຼືຊັດມ້ຽນໄວ້ນັ້ນການສືບສວນສອບສວນໃຫ້ປະຕິບັດຕາມເວລາທີ່ໄດ້ກ່າວໄວ້ໃນວັກ1ແລະວັກ2ຂອງມາດຕານີ້ນັບແຕ່ວັນອອກຄໍາສັ່ງໃຫ້ສືບສວນສອບສວນຄະດີຄືນເປັນຕົ້ນໄປ. ໃນການອະນຸຍາດຫຼືບໍ່ອະນຸຍາດໃຫ້ຕໍ່ເວລາການສືບສວນສອບສວນນັ້ນຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງເປັນລາຍລັກອັກສອນພ້ອມດ້ວຍເຫດຜົນພາຍໃນເວລາສີ່ສິບແປດຊົ່ວໂມງນັບແຕ່ເວລາໄດ້ຮັບຄໍາສະເໜີເປັນຕົ້ນໄປ.

ມາດຕາ111ກໍານົດເວລາຂອງການກັກຂັງພາງ ກໍານົດເວລາຂອງການກັກຂັງພາງເພື່ອດໍາເນີນການສືບສວນສອບສວນບໍ່ໃຫ້ເກີນສອງເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະບໍ່ໃຫ້ເກີດສາມເດືອນສໍາລັບການກະທໍາຜິດໃນສະຖານຄະຣຸໂທດນັບແຕ່ວັນອອກຄໍາສັ່ງກັກຂັງພາງເປັນຕົ້ນໄປ. ຖ້າເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ດໍາເນີນການສືບສວນສອບສວນຫົວໜ້າອົງການໄອຍະການອາດຈະຕໍ່ເວລາການກັກຂັງພາງໄດ້ອີກເທື່ອລະສອງເດືອນແຕ່ທັງໝົດບໍ່ໃຫ້ເກີນຫົກເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດ;ສໍາລັບການກະທໍາຜິດໃນສະຖານຄະຣຸໂທດນັ້ນສາມາດຕໍ່ໄດ້ເທື່ອລະສາມເດືອນແຕ່ທັງໝົດບໍ່ໃຫ້ເກີນໜຶ່ງປີ.ການສະເໜີຂໍຕໍ່ເວລາການກັກຂັງພາງແຕ່ລະເທື່ອໃຫ້ດໍາເນີນສິບຫ້າວັນກ່ອນໝົດກໍານົດເວລາການກັກຂັງພາງ. ເມື່ອໝົດກໍານົດເວລາການກັກຂັງພາງແລ້ວແຕ່ຍັງບໍ່ທັນມີຫຼັກຖານພຽງພໍເພື່ອສະຫຼຸບການສືບສວນສອບສວນແລະປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການນັ້ນຫົວໜ້າອົງການສືບສວນສອບສວນຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການຊາບພ້ອມທັງຂໍຄໍາສັ່ງປ່ອຍຕົວຜູ້ຖືກຫາແລ້ວສົ່ງສິ່ງຂອງຕິດຕົວທີ່ຖືກຕ້ອງຂອງຜູ້ກ່ຽວຄືນຢ່າງຄົບຖ້ວນແລະຢູ່ໃນສະພາບເດີມໂດຍເຮັດບົກບັນທຶກມອບຮັບຢ່າງຄັກແນ່.

ມາດຕາ112ມາດຕະການລົບລ້າງສາເຫດຫຼືເງື່ອນໄຂຂອງການກະທໍາຜິດ ໃນເວລາດໍາເນີນການສືບສວນສອບສວນຖ້າຫາກຮູ້ສາເຫດຫຼືເງື່ອນໄຂທີ່ພາໃຫ້ການກະທໍາຜິດເີດຂຶ້ນແລ້ວຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງສະເໜີມາດຕະການໃດໜຶ່ງໃຫ້ອົງການລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ວິສາຫະກິດແລະບຸກຄົນທີ່ກ່ຽວຂ້ອງເພື່ອພິຈາລະນາລົບລ້າງ. ບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງທີ່ໄດ້ນໍາໃຊ້ມາດຕະການລົບລ້າງນັ້ນແລ້ວຕ້ອງແຈ້ງໃຫ້ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຊາບພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.

ພາກທີ6ວິທີການສືບສວນສອບສວນແລະມາດຕະການສະກັດກັ້ນ

ໝວດທີ1ການເອົາຄໍາໃຫ້ການ

ມາດຕາ113ໝາຍຮຽກ ຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການອອກໝາຍຮຽກຜູ້ຖືກຫາທີ່ບໍ່ໄດ້ຖືກກັກຂັງແລະຜູ້ຖືກສົງໄສໃຫ້ເຂົ້າມາສະເໜີຕົວ. ຫົວນ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການອອກໝາຍຮຽກຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະພະຍານເພື່ອເຂົ້າມາໃຫ້ການ. ໝາຍຮຽກຕ້ອງບອກຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບແລະທີ່ຢູ່ຂອງຜູ້ຖືກຣຽກ,ເຫດຜົນຂອງການຮຽນ,ວັນເວລາສະຖານທີ່ໃຫ້ເຂົ້າພົບ,ຄວາມຮັບຜິດຊອບໃນກໍລະນີທີ່ບໍ່ເຂົ້າມາພົບຕາມໝາຍຮຽກ.

ມາດຕາ114ລະບຽບການຮຽກ ໝາຍຮຽກຕ້ອງເຮັດເປັນສອງສະບັບຄືໜຶ່ງສະບັບມອບໃຫ້ຜູ້ຖືກຫາເພື່ອໃຫ້ຜູ້ກ່ຽວຖືມາໃນເວລາເຂົ້າສະເໜີຕົວແລະອີກໜຶ່ງສະບັບເອົາໄວ້ສໍານວນຄະດີໂດຍໃຫ້ຜູ້ຖືກຫາຫຼືຜູ້ຮັບໝາຍຣຽກແທນຜູ້ກ່ຽວເຊັນຢັ້ງຢືນວ່າໄດຮັບໝາຍຣຽກໂດຍບອກວັນເວລາທີ່ໄດ້ຮັບມອບແລ້ວສົ່ງກັບຄືນໃຫ້ເຈົ້າໜ້າທີ່ສືບສວນສອບສວນທີ່ກ່ຽວຂ້ອງ.ໃນໝາຍຮຽກຕ້ອງບອກຊື່ແລະນາມສະກຸນ,ທີ່ຢູ່ຂອງຜູ້ຖືກຫາ,ຂໍ້ກ່າວຫາ,ສະຖານທີ່,ວັນເວລາເຂົ້າສະເໜີຕົວ,ຊື່ແລະນາມສະກຸນຂອງເຈົ້າໜ້າທີ່ຜູ້ຮັບການເຂົ້າສະເໜີຕົວແລຄວາມຮັບຜິດຊອບຕາມກົດໝາຍໃນກໍລະນີທີ່ບໍ່ປະຕິບັດຕາມໝາຍຮຽກ. ໃນກໍລະນີທີ່ຜູ້ຖືກຫາບໍ່ຢູາຕ້ອງມອບໝາຍຮຽກໃຫ້ອົງການປົກຄອງບ້ານບ່ອນເຮືອນຜູ້ກ່ຽວຕັ້ງຢູ່ຫຼືສໍານັກງານ,ອົງການ,ໂຮງຈັກ,ໂຮງງານບ່ອນຜູ້ກ່ຽວເຮັດວຽກເພື່ອມອບຕໍ່ໃຫ້ຜູ້ຖືກຫາ. ໃນກໍລະນີທີ່ຮຽກຜູ້ຖືກຫາທີ່ມີອາຍຸບໍ່ເຖິງສິບແປດປີຕ້ອງມອບໝາຍຮຽກໃຫ້ພໍ່ແມ່,ຜູ້ຕາງໜ້າຫຼືຜູ້ປົກປ້ອງອື່ນຂອງຜູ້ຖືກຫາ. ໝາຍຮຽກຕ້ອງສົ່ງໃຫ້ຜູ້ຖືກຫາສາມວັນແລະຫ້າວັນກ່ອນວັດນັດໝາຍໃນກໍລະນີທີ່ຜູ້ຖືກຫາຫາກຢູ່ເຂດຫ່າງໄກສອກຫຼີກ. ສໍານັກງານ,ອົງການ,ການຈັດຕັ້ງ,ໂຮງຈັກ,ໂຮງງານຕ້ອງອະນຸຍາດໃຫ້ຜູ້ຖືກຫາເຂົ້າສະເໜີຕົວຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຕາມໝາຍຮຽກ. ໃນກໍລະນີທີ່ຜູ້ຖືກຮຽກໄດ້ຮັບໝາຍຮຽກເຖິງສາມຄັ້ງແຕ່ບໍ່ເຂົ້າມາພົບໂດຍບໍ່ມີເຫດຜົນຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການມີສິດອອກຄໍາສັ່ງພາຕົວຜູ້ກ່ຽວຕາມທີ່ໄດ້ກໍານົດໄວ້ໃນມາດຕາ137ຂອງກົດໝາຍສະບັບນີ້. ສໍາລັບການຮຽກຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີກໍ່ໃຫ້ປະຕິບັດດັ່ງດຽວກັນກັບການຮຽກຜູ້ຖືກຫາ.

ມາດຕາ115ການເອົາຄໍາໃຫ້ການ ກ່ອນເອົາຄໍາໃຫ້ການຕ້ອງແຈ້ງສິດແລະພັນທະຂອງຜູ້ໃຫ້ການຕາມທີ່ໄດ້ກໍານົດໄວ້ໃນມາດຕາ67,68,69ແລະ70ຂອງກົດໝາຍສະບັບນີ້. ການເອົາຄໍາໃຫ້ການຕ້ອງດໍາເນີນຢູ່ຫ້ອງການຂອງອົງການສືບສວນສອບສວນຫຼືອົງການໄອຍະການແຕ່ຖ້າຫາກມີຄວາມຈໍາເປັນອາດຈະດໍາເນີນຢູ່ບ່ອນອື່ນທີ່ເຫັນວ່າເໝາະສົມກໍ່ໄດ້. ໃນການເອົາຄໍາໃຫ້ການນອກຈາກເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການແລ້ວຕ້ອງມີພະນັກງານຜູ້ໜຶ່ງເຂົ້າຮ່ວມເພື່ອບັນທຶກ. ການເອົາຄໍາໃຫ້ການຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ116ການເອົາຄໍາໃຫ້ການຂອງຜູ້ຖືກຫາ ຫົວໜ້າອົງການສືບສວນສອບວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການລືພະນັກງານໄອຍະການຕ້ອງເອົາຄໍາໃຫ້ການຂອງຜູ້ຖືກຫາໃນທັນໃດພາຍຫຼັງໄດ້ອອກຄໍາສັ່ງເປີດການສືບສວນສອບສວນໃສ່ຜູ້ກ່ຽວແລ້ວຖ້າຫາກວ່າຫານເອົາຄໍາໃຫ້ການຂອງຜູ້ຖືກຫານັ້ນຫາກບໍ່ສາມາດດໍາເນີນໄດ້ໃນທັນໃດກໍ່ຕ້ອງເຮັດບົດບັນທຶກພ້ອມດ້ວຍເຫດຜົນ. ກ່ອນຈະເອົາຄໍາໃຫ້ການຂອງຜູ້ຖືກຫາຕ້ອງແຈ້ງຂໍ້ກ່າວຫາພ້ອມທັງສິດແລະພັນທະຕາມທີ່ໄດ້ກໍານົດໄວ້ໃນມາດຕາ65ຂອງກົດໝາຍສະບັບນີ້ໃຫ້ຜູ້ກ່ຽວຊາບ.ຖ້າວ່າມີຜູ້ປົກປ້ອງອື່ນຫຼືຜູ້ແປພາສາເຂົ້າຮ່ວມກໍ່ຕ້ອງແຈ້ງສິດແລະພັນທະໃຫ້ພວກກ່ຽວຊາບຕາທີ່ໄດ້ກໍານົດໄວ້ໃນມາດຕາ71ແລະ74ຂອງກົດໝາຍສະບັບນີ້. ຖ້າມີຜູ້ຖືກຫາຫຼາຍຄົນຕ້ອງເອົາຄໍາໃຫ້ການເທື່ອລະຄົນແລະຕ້ອງເຮັດບົດບັນທຶກຄໍາໃຫ້ການ,ຜູ້ຖືກຫາຈະຂຽນຄໍາໃຫ້ການດ້ວຍຕົນເອງກໍ່ໄດ້. ການເອົາຄໍາໃຫ້ການແຕ່ລະເທື່ອບໍ່ໃຫ້ເກີນສີ່ຊົ່ວໂມງ. ການເອົາຄໍາໃຫ້ານບໍ່ອະນຸຍາດໃນເວລາກາງຄືນເວັ້ນເສຍແຕ່ໃນກໍລະນີຈໍາເປັນຫຼືຮີບດ່ວນແຕ່ຕ້ອງແຈ້ງເຫດຜົນໄວ້ໃນບົດບັນທຶກການເອົາຄໍາໃຫ້ການ. ການເອົາຄໍາໃຫ້ການບໍ່ອະນຸຍາດໃຫ້ດໍາເນີນດ້ວຍການຕົວະຍົວະ,ບັງຄັບ,ນາບຂູ່,ທຸບຕີຫຼືທໍລະມານ,ຖ້າຫາກມີການລະເມີດກໍ່ຈະຖືກດໍານີນຄະດີອາຍາແລະຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ເນື່ອງມາຈາກການລະເມີດນັ້ນຕາມກົດໝາຍ. ການເອົາຄໍາໃຫ້ການຂອງຜູ້ຖືກຫາຕ້ອງເຮັດບັດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ117ການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກືກ,ປັນຍາອ່ອນ,ເສຍຈິດ. ການເອົາຄໍາໃຫ້ການຂອງເດັກທີ່ຍັງບໍ່ທັນເຖິງອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກືກ,ປັນຍາອ່ອນ,ເສຍຈິດຊຶ່ງບໍ່ສາມາດປະຕິບັດສິດຂອງຕົນໄດ້ນັ້ນຕ້ອງມີການເຂົ້າຮ່ວມຂອງພໍ່ແມ່,ຜູ້ປົກຄອງ,ຄູ່,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຕາມກົດໝາຍແລະເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ118(ປັບປຸງ)ການເອົາຄໍາໃຫ້ການຂອງພະຍານ ການເອົາຄໍາໃຫ້ການຂອງພະຍານໃຫ້ປະຕິບັດຕາມມາດຕາ115ຂອງກົດໝາຍສະບັບນີ້. ການເອົາຄໍາໃຫ້ການຂອງພະຍານຫຼາຍຄົນໃຫ້ດໍາເນີນໄປເທື່ອລະຄົນແລະໃຫ້ແຍກພວກກ່ຽວຢູ່ແຕ່ລະບ່ອນພ້ອມທັງບໍ່ອະນຸຍາດໃຫ້ພວກກ່ຍວສົນທະນາກັນ. ໃນການເອົາຄໍາໃຫ້ການຂອງເດັກ,ຄົນຫູໜວກ,ຕາບອດ,ປາກກືກແລະຄົນປັນຍາອ່ອນ,ເສຍຈິດທີ່ຖືກອ້າງເປັນພະຍານນັ້ນຕ້ອງເຊີນພໍ່ແມ່,ຜູ້ປົກຄອງ,ຄູ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຕາມກົດໝາຍເຂົ້າຮ່ວມນໍາ.

ມາດຕາ119ການສອບຖາມຊ້ອງໜ້າ ເມື່ອຄໍາໃຫ້ການຫາກບໍ່ກົງກັນຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນຫຼືຫົວໜ້າອົງການໄອຍະການ,ພະນັກງານໄອຍຍະການມີສິດທໍາການສອບຖາມຊ້ອງໜ້າລະຫວ່າງຜູ້ໃຫ້ການດ້ວຍກັນແຕ່ການສອບຖາມຊ້ອງໜ້າແຕ່ລະເທື່ອນັ້ນບໍ່ໃຫ້ເກີນສອງຄົນ. ກ່ອນທໍາການສອບຖາມຊ້ອງໜ້າກັນຕ້ອງແຈ້ງໃຫ້ຜູ້ເຂົ້າຮ່ວມນັ້ນຊາບກ່ຽວກັບຄວາມຮັບຜິດຊອບໃນການປະຕິເສດຫຼືການໃຫ້ການເທັດ,ການແຈ້ງສິດແລະພັນທະຕ້ອງບົ່ງໄວ້ໃນບົດບັນທຶກການສອບຖາມຊ້ອງໜ້າ. ກ່ອນເລີ່ມຕົນການຊ້ອງໜ້າຕ້ອງສອບຖາມກ່ຽວກັບສາຍພົວພັນລະຫວ່າງຜູ້ເຂົ້າຮ່ວມການສອບຖາມຊ້ອງໜ້າດ້ວຍກັນແລະຕ້ອງແຈ້ງບັນຫາທີ່ຕ້ອງການຄວາມກະຈ່າງແຈ້ງໃຫ້ກັນຊາບ. ພາຍຫຼັງໄດ້ຟັງຄໍາໃຫ້ການແລ້ວອາດຈະສືບຕໍ່ສອບຖາມຜູ້ເຂົ້າຮ່ວມແຕ່ລະຄົນແລະບັນທຶກໄວ້ໃນບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ120ການຊີ້ຕົວແລະການຢັ້ງຢືນ ການຊີ້ຕົວແມ່ນວິທີການໜຶ່ງໃນການສືບສວນສອບສວນທີ່ສະແດງອອກໂດຍໃຫ້ພະຍານຫຼືຜູ້ຖືກເສຍຫາຍເປັນຜູ້ຊີ້ຕົວຜູ້ຖືກຫາທີ່ຕົນຮູ້ເຫັນວ່າເປັນຜູ້ກະທໍາຜິດ. ການຢັ້ງຢືນແມ່ນວິທີການໜຶ່ງໃນການສືບສວນສອບສວນທີ່ສະແດງອອກໂດຍໃຫ້ພະຍານຫຼືຜູ້ຖືກເສຍຫາຍຢັ້ງຢືນວັດຖຸສິ່ງຂອງທີ່ພົວພັນເຖິງການກະທໍາຜິດຫຼືຊາກສົບທີ່ຕົນຮູ້ເຫັນ. ໃນກໍລະນີທີ່ຈໍາເປັນຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງໃຫ້ພະຍານ,ຜູ້ຖືກເສຍຫາຍ,ຜູ້ຖືກສົງໄສຫຼືຜູ້ຖືກຫາຊີ້ຕົວບຸກຄົນ,ຢັ້ງຢືນວັດຖຸສິ່ງຂອງຫຼືຊາກສົບ. ກ່ອນທໍາການຊີ້ຕົວຫຼືຢັ້ງຢືນນັ້ນຜູ້ຈະຊີ້ຕົວບຸກຄົນ,ຢັ້ງຢືນວັດຖຸສິ່ງຂອງຫຼືຊາກສົບຕ້ອງໃຫ້ການກ່ຍວກັບສະພາບທີ່ຕົນໄດ້ພົບເຫັນພ້ອມທັງບອກຕໍານິ,ຮູບປະພັນ,ຈຸດພິເສດຕ່າງໆຂອງບຸກຄົນ,ວັດຖຸສິ່ງຂອງຫຼືຊາກສົບນັ້ນ. ໃນການຊີ້ຕົວຕ້ອງນໍາເອົາບຸກຄົນທີ່ຈະຖືກຊີ້ຕົວມຮ່ວມກັບບຸກຄົນອື່ນຢ່າງໜ້ອຍສາມຄົນທີ່ມີຮູບຮ່າງຄ້າຍຄືກັນແລ້ວເອົາຜູ້ຈະຊີ້ຕົວນັ້ນມາຊີ້ຕົວໂດຍຮັບປະກັນຄວາມລັບແລະຄວາມປອດໄພໃຫ້ຜູ້ກ່ຽວ. ໃນການຢັ້ງຢືນວັດຖຸສິ່ງຂອງຕ້ອງນໍາເອົາວັດຖຸສິ່ງຂອງທີ່ຈະຖືກຢັ້ງຢືນນັ້ນມາວາງລວມກັນກັບວັດຖຸສິ່ງຂອງອື່ນທີ່ມີລັກສະນະຄ້າຍຄືກັນ,ປະເພດດຽວກັນຢ່າງໜ້ອຍສາມອັນແລ້ວເອົາຜູ້ຈະຢັ້ງຢືນມາຢັ້ງຢືນວັດຖຸທີ່ກ່ຽວຂ້ອງ. ການຊີ້ຕົວແລະການຢັ້ງຢືນຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ໝວດທີ2ການກວດຄົ້ນ,ການຍຶດຫຼືການອາຍັດຊັບ

ມາດຕາ121ການກວດຄົ້ນ ການກວດຄົ້ນຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີຄໍາສັ່ງເປັນລາຍລັກອັກສອນຂອງຫົວນ້າອົງການໄອຍະການຫຼືສານເທົ່ານັ້ນເວັ້ນເສຍແຕ່ໃນກໍລະນີການກະທໍາຜິດເຊິ່ງໜ້າຫຼືຮີບດ່ວນແຕ່ກໍ່ຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການຊາບພາຍໃນເວລາຊາວສີ່ຊົ່ວໂມງພາຍຫຼັງທີ່ການກວດຄົ້ນໄດ້ສິ້ນສຸດແລ້ວ. ຄໍາສັ່ງກວດຄົ້ນມີຜັນບັງຄັບນັບແຕ່ວັນລົງລາຍເຊັນເປັນຕົ້ນໄປແລະຕ້ອງຈັດຕັ້ງປະຕິບັດພາຍໃນເວລາຊາວສີ່ຊົ່ວໂມງ. ກ່ອນແລະຫຼັງການກວດຄົ້ນນັ້ນບຸກຄົນທີ່ເຂົ້າຮ່ວມໃນການກວດຄົ້ນຕ້ອງສະແດງຄວາມບໍລິສຸດຂອງຕົນຕໍ່ເຈົ້າຂອງສະຖານທີ່,ເຈົ້າຂອງຍານພາຫະນະຫຼືຕໍ່ບຸກຄົນທີ່ຖືກກວດຄົ້ນ.

ມາດຕາ122ສາເຫດທີ່ພາໃຫ້ທໍາການກວດຄົ້ນ ສາເຫດທີ່ພາໃຫ້ທໍາການກວດຄົ້ນເຄຫະສະຖານ,ຍານພາຫະນະແລະຕົວບຸກຄົນມີດັ່ງນີ້: 1.ມີຂໍ້ມູນທີ່ເຊື່ອໄດ້ວ່າໃນເຄຫະສະຖານ,ຍານພາຫະນະຫຼືຕົວບຸກຄົນໄດ້ເກັບມ້ຽນຫຼືຊຸກເຊື່ອງວັດຖຸສິ່ງຂອງທີ່ຜິດກົດໝາຍຫຼືໄດ້ມາຈາກການກະທໍາຜິດຫຼືວັດຖຸແລະເອກະສານອື່ນທີ່ພົວພັນກັບການກະທໍາຜິດ; 2.ໃນກໍລະນີຈໍາເປັນເພື່ອເກັບໂຮມຫຼັກຖານທາງດ້ານເອກະສານແລະວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດ. ການກວດຄົ້ນເຄຫະສະຖານຫຼືຍານພາຫະນະອາດຈະດໍາເນີນເພື່ອຊອກຫາຜູ້ກະທໍາຜິດກໍ່ໄດ້.

ມາດຕາ123ການກວດກຄົ້ນເຄຫະສະຖານ ເຄຫະສະຖານແມ່ນເຮືອນຢູ່ແລະສິ່ງຕ່າງໆທີ່ຕັ້ງຢູ່ໃນບໍລິເວນເດີ່ນບ້ານ,ເຮືອ,ແພທີ່ໃຊ້ເປັນບ່ອນຢູ່ປະຈໍາຂອງຄອບຄົວ,ສໍານັກງານ,ເຮືອນພັກ,ໂຮງແຮມ,ໂຮງງານແລະເຄຫະສະຖານອື່ນ. ການກວດກຄົ້ນເຄຫະສະຖານຕ້ອງເຮັດຊ້ອງໜ້າອົງການປົກຄອງບ້ານ,ເຈົ້າຂອງເຮືອນແລະພະຍານຢ່າງໜ້ອຍສອງຄົນ,ໃນກໍລະນີທີ່ມີການກວດຄົນສໍານັກງານ,ອົງການ,ວິສາຫະກິດຕ້ອງເຮັດຊ້ອງໜ້າຜູ້ຕາງໜ້າສໍານັກງານ,ອົງການ,ວິສາຫະກິດທີ່ກ່ຽວຂ້ອງ. ການກວດຄົ້ນສາສະໜາສະຖານຊຶ່ງແມ່ນເຄຫະສະຖານປະເພດໜຶ່ງເຊ່ນກຸຕິວິຫານ,ສິມ,ໂບດ,ຫໍແລະສິ່ງຕ່າງໆທີ່ຕັ້ງຢູ່ໃນບໍລິເວນສາສະໜາສະຖານຕ້ອງມີການເຂົ້າຮ່ວມຂອງເຈົ້າອະທິການວັດ,ຄຸນພໍ່,ຜູ້ຮັບຜິດຊອບຫຼືຜູ້ຕາງໜ້າອົງການສາສະໜາທີ່ກ່ຽວຂ້ອງນັ້ນ. ການກວດຄົ້ນເຄຫະສະຖານແລະສາສະໜາສະຖານໃຫ້ດໍາເນີນໃນເວລາກາງເວັ້ນແຕ່ຫົກໂມງຫາສິບແປດໂມງ,ໃນກໍລະນີທີ່ການກວດຄົ້ນຫາກໄດ້ດໍາເນີນມາແລ້ວແຕ່ເມື່ອຮອດສິບແປດໂມງແຕ່ການກວດຄົ້ນຍັງບໍ່ທັນສິ້ນສຸດນັ້ນກໍ່ໃຫ້ສືບຕໍ່ຈົນກວ່າຈະສໍາເລັດ.ໃນເວລາທໍາການກວດຄົ້ນເຈົ້າໜ້າທີ່ທີ່ທໍາການກວດຄົ້ນມີສິດບໍ່ອະນຸຍາດໃຫ້ບຸກຄົນພາຍໃນອອກນອກຫຼືບົນຄົນພາຍນອກເຂົ້າມາພາຍໃນເຄຫະສະຖານຫຼືບໍ່ອະນຸຍາດໃຫ້ມີການຕິດຕໍ່ພົວພັນລະຫວ່າງບຸກຄົນພາຍໃນແລະພາຍນອກຈົນກວ່າການກວດຄົ້ນຈະສໍາເລັດ. ວັດຖຸສິ່ງຂອງແລະເອກະສານຕ່າງທທີ່ຈະຍຶດເອົາເປັນຂອງກາງໃນຄະດີໄດ້ນັ້ນກໍ່ຕໍ່ເມື່ອສິ່ງດັ່ງກ່າວຫາກພົວພັນກັບການກະທໍາຜິດຫຼືເປັນສິ່ງທີ່ຜິດກົດໝາຍເທົ່ານັ້ນ.

ມາດຕາ124ການກວດຄົ້ນຍານພາຫະນະແລະຕົວບຸກຄົນ ການກວດຄົ້ນຍານພາຫະນະເຊັ່ນລົດ,ເຮືອດຫຼືຍານພາຫະນະອື່ນທີ່ຖືກສົງໄສວ່າໄດ້ມີການຊຸກເຊື່ອງສິ່ງທີ່ຜິດກົດໝາຍຫຼືຜູ້ກະທໍາຜິດນັ້ນຈະດໍາເນີນເວລາໃດກໍ່ໄດ້ແຕ່ຕ້ອງດໍາເນີນໂດຍຊ້ອງໜ້າເຈົ້າຂອງຍານພາຫະນະນັ້ນ. ການກວດຄົນຕົວບຸກຄົນທີ່ຖືກຈັບຕົວ,ກັກຂັງຫຼືທີ່ຖືກສົງໄສວ່າໄດ້ຊຸກເຊື່ອງສິ່ງຂອງຕ່າງໆທີ່ຜິດກົດໝາຍນັ້ນຈະເຮັດຂຶ້ນໂດບໍ່ມີຄໍາສັ່ງຂອງຫົວໜ້າອົງການໄອຍະການຫຼືສານກໍ່ໄດ້. ເຈົ້າໜ້າທີ່ຜູ້ທໍາການກວດຄົ້ນຕົ້ວແມ່ຍິງຕ້ອງແມ່ນບຸກຄົນທີ່ເປັນເພດດຽວກັນແລະການກວດຄົ້ນນັ້ນຕ້ອງເຮັດໃນສະຖານທີ່ກໍາບັງ.

ມາດຕາ125ບົດບັນທຶກການກວດຄົ້ນ ເມື່ອໄດ້ກວດຄົ້ນເຄຫະສະຖານ,ຍານພາຫະນະຫຼືຕົວບຸກຄົນສໍາເລັດແລ້ວເຈົ້າໜ້າທີ່ຜູ້ທໍາການກວດຄົ້ນຕ້ອງຮັດບົດບັນທຶກການກວດຄົ້ນແລະບັນຊີຂອງກາງຕາມຮູບປະພັນ,ຈໍານວນແລະຄຸນນະພາບຢ່າງລະອຽດກັບທີ່. ບົດບັນທຶກການກວດຄົ້ນເຄຫະສະຖານຕ້ອງເຮັດເປັນສາມສະບັບແລະອ່ານຊ້ອງໜ້າຜູ້ເຂົ້າຮ່ວມໃນການກວດຄົ້ນແລ້ວພ້ອມກັນລົງລາຍເຊັນແລະແປະໂປ້ມືໄວ້ເປັນຫຼັກຖານ,ບົດບັນທຶກດັ່ງກ່າວໜຶ່ງສະບັບປະກອບເຂົ້າໃນສໍານວນຄະດີ,ອີກສະບັບໜຶ່ງມອບໃຫ້ເຈົ້າຂອງເຮືອນຫຼືຜູ້ຕາງໜ້າສໍານັກງານ,ອົງການ,ວິສາຫະກິດທີ່ກ່ຽວຂ້ອງແລະອີກໜຶ່ງສະບັບມອບໃຫ້ອົງການປົກຄອງບ້ານ. ສໍາລັບບົດບັນທຶກການກວດຄົ້ນຍານພາຫະນະຫຼືຕົວບຸກຄົນກໍ່ຕ້ອງເຮັດເປັນສາມສະບັບເຊັ່ນດຽວກັນຄືໜຶ່ງສະບັບປະກອບເຂົ້າໃນສໍານວນຄະດີ,ອີກສະບັບໜຶ່ງມອບໃຫ້ເຈົ້າຂອງຍານພາຫະນະຫຼືບຸກຄົນທີ່ຖືກກວດຄົ້ນແລະອີກໜຶ່ງສະບັບມອບໃຫ້ເຈົ້າໜ້າທີ່ເກັບມ້ຽນໄວ້. ການກວດຄົ້ນຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ126ການຍຶດວັດຖຸສິ່ງຂອງຫຼືເອກະສານໃນເວລາກວດຄົ້ນ ໃນເວລາກວດຄົ້ນເຄຫະສະຖານ,ສະຖານທີ່ເຮັດວຽກ,ຍານພາຫະນະແລະຕົວບຸກຄົນນັ້ນເຈົ້າໜ້າທີ່ສືບສວນສອບສວນມີສິດຍຶດວັດຖຸສິ່ງຂອງຫຼືເອກະສານທີ່ເປັນຫຼັກຖານຫຼືຂອງກາງຄະດີ,ການເກັບມ້ຽນຊັບຫຼືເອກະສານທີ່ຍຶດໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ30ຂອງກົດໝາຍສະບັບນີ້. ກາຍຶດວັດຖຸສິ່ງຂອງຫຼືເອກະສານໃນເວລາດໍາເນີນການກວດຄົ້ນຕ້ອງເຮັດບົດບັນທຶກ,ໃນບົດບັນທຶກນັ້ນຕ້ອງບອກແຈ້ງວັນ,ເວລາ,ສະຖານທີ່ກວດຄົ້ນ,ຊື່ແລະນາມສະກຸນ,ຕໍາແໜ່ງໜ້າທີ່ຜູ້ເຂົ້າຮ່ວມໃນການກວດຄົ້ນ,ລາຍການວັດຖຸສິ່ງຂອງທີ່ຖືກຍຶດ,ເມື່ອເຮັດບົດບັນທຶກແລ້ວຕ້ອງອ່ານໃຫ້ຜູ້ເຂົ້າຮ່ວມຟັງແລ້ວໃຫ້ລົງລາຍເຊັນແລະແປະໂປ້ມືໄວ້. ການປິດວັດຖຸສິ່ງຂອງຫຼືເອກະສານຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ127ການຍຶດໄປສະນີພັນ,ວັດສະດຸໄປສະນີແລະໂທລະເລກ ໃນກໍລະນີທີ່ສົງໄສວ່າໄປສະນີພັນ,ວັດສະດຸໄປສະນີແລະໂທລະເລກຫາກມີການພົວພັນກັບການກະທໍາຜິດຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຍຶດຍົກເວັ້ນໃນກໍລະນີຈໍາເປັນຫຼືຮີບດ່ວນແຕ່ພາຍຫຼັງໄດ້ຍຶດແລ້ວຕ້ອງເຮັດບົດບັນທຶກແລະລາຍງານຕໍ່ຫົວໜ້າອົງການໄອຍະການພາຍໃນເວລາຊາວສີ່ຊົ່ວໂມງ. ກ່ອນທໍາການຍຶດເຈົ້າໜ້າທີ່ຜູ້ປະຕິບັດຄໍາສັ່ງຍຶດຕ້ອງແຈ້ງໃຫ້ຜູ້ຮັບຜິດຊອບຫ້ອງການໄປສະນີທີ່ກ່ຽວຂ້ອງຊາບແລະໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດຊຶ່ງຕ້ອງດໍາເນີນໂດຍຊ້ອງໜ້າຜູ້ກ່ຽວ. ບົດບັນທຶກການຍຶດໃຫ້ມີລາຍເຊັນຂອງຜູ້ຮັບຜິດຊອບຫ້ອງການໄປສະນີແລະປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ128ການຍຶດຫຼືອາຍັດຊັບທີ່ເປັນປະໂຫຍດໃຫ້ແກ່ການດໍາເນີນຄະດີ ໃນການດໍາເນີນການສືບສວນສອບສວນຫົວໜ້າອົງການສືບສວນສອບສວນມີສິດອອກຄໍາສັ່ງຍຶດຫຼືອາຍັດຊັບທີ່ພົວພັນກັບຄະດີເພື່ອຮັບປະກັນການໃຊ້ແທນຄ່າເສຍຫາຍ,ການປັບໃໝແລະຄ່າທໍານຽມສານຫຼືເພື່ອຮັບເປັນຂອງລັດ. ຊັບທີ່ຍຶດຫຼືອາຍັດນັ້ນອາດມອບໃຫ້ອົງການທີ່ກ່ຽວຂ້ອງຫຼືເຈົ້າຂອງຊັບເປັນຜູ້ປົກປັກຮັກສາແລະຮັບຜິດຊອບຕໍ່ຊັບດັ່ງກ່າວ,ໃນກໍລະນີມີການລະເມີດເຊັ່ນຊື້ຂາຍ,ຊວດຈໍາ,ມອບໂອນ,ປິດບັງ,ປົກປິດເອົາຫຼືທໍາລາຍຜູ້ປົກປັກຮັກສາຈະມີຄວາມຮັບຜິດຊອບຕາມກົດໝາຍ. ການຍຶດຫຼືອາຍັດຊັບຕ້ອງດໍາເນີນໂດຍຊ້ອງໜ້າເຈົ້າຂອງຊັບຫຼືຜູ້ຕາງໜ້າຄອບຄົວຂອງຜູ້ກ່ຽວ,ຂອງອົງການປົກຄອງບ້ານຫຼືຂອງອົງການຈັດຕັ້ງທີ່ກ່ຽວຂ້ອງແລະພະຍານສອງຄົ້ນຂຶ້ນໄປ. ການຍຶດຫຼືອາຍັດຊັບຕ້ອງເຮັດບົດບັນທຶກຊຶ່ງໃນນັ້ນຕ້ອງບອກຊື່ແລະນາມສະກຸນ,ໜ້າທີ່,ຕໍາແໜ່ງຂອງເຈົ້າໜ້າທີ່ຜູ້ທໍາການຍຶດຫຼືອາຍັດ;ຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບຂອງຜູ້ເຂົ້າຮ່ວມແຕ່ລະຄົນ;ປະເພດແລະຈໍານວນຊັບທີ່ຍຶດຫຼືອາຍັດພ້ອມດ້ວຍຂໍ້ຫ້າມຕ່າງໆ. ບົດບັນທຶກການຍຶດຫຼືອາຍັດຊັບຕ້ອງເຮັດເປັນສາມສະບັບຄືໜຶ່ງສະບັບມອບໃຫ້ເຈົ້າຂອງຊັບທີ່ຖືກອາຍັດ,ອີກສະບັບໜຶ່ງມອບໃຫ້ອົງການປົກຄອງບ້ານບ່ອນຊັບທີ່ຖືກຍຶດຫຼືອາຍັດນັ້ນຕັ້ງຢູ່ແລະອີກໜຶ່ງສະບັບປະກອບໄວ້ໃນສໍານວນຄະດີທີ່ກ່ຽວຂ້ອງ. ການຍຶດຫຼືອາຍັດຊັບຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ໝວດທີ3ການຊັນນະສູດສະຖານທີ່ເກີດເຫດ,ການຊັນນະສູດຊາກສົບ,ການແຕ່ງຕັ້ງຜູ້ຊ່ຽວຊານຫຼືຜູ້ຊໍານານງານທໍາການພິສູດແລະການທົດສອບຂໍ້ມູນຄືນໃໝ່

ມາດຕາ129ການຊັນນະສູດສະຖານທີ່ເກີດເຫດ ເພື່ອຊອກຫາຮ່ອງຮອຍຂອງການກະທໍາຜິດແລະຫຼັກຖານເປັນຕົ້ນຫຼັກຖານທາງດ້ານວັດຖຸແນໃສ່ເຮັດໃຫ້ສະພາບຂອງການກະທໍາຜິດໄດ້ແຈ້ງຂ່າວນັ້ນຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງທໍາການຊັນນະສູດສະຖານທີ່ເກີດເຫດ,ເກັບກໍາເອົາວັດຖຸສິ່ງຂອງ,ເອກະສານແລະອື່ນໆທີ່ພົວພັນກັບການກະທໍາຜິດ. ການຊັນນະສຸດສະຖານທີ່ເກີດເຫດອາດຈະເຮັດຂຶ້ນກ່ອນຫຼືຫຼັງການເປີດການສືບສວນສອບສວນກໍ່ໄດ້. ການຊັນນະສູດສະຖານທີ່ເກີດເຫດຕ້ອງດໍາເນີນໃນເວລາກາງເວັນແຕ່ຫົກໂມງຫາສິບແປດໂມງເວັ້ນເສຍແຕ່ໃນກໍລະນີທີ່ມີຄວາມຈໍາເປັນແລະຮີບດ່ວນເທົ່ານັ້ນ.ໃນກໍລະນີທີ່ຮອດສິບແປດໂມງແລ້ວແຕ່ການຊັນນະສູດສະຖານທີ່ເກີດເຫດນັ້ນຫາກຍັງບໍ່ທັນສໍາເລັດກໍໍ່ໃຫ້ສືບຕໍ່ໄປຈົນກວ່າຈະສໍາເລັດ. ໃນເວລາທໍາການຊັນນະສູດສະຖານທີ່ເກີດເຫດນັ້ນຕ້ອງໃຫ້ມີພະຍານຢ່າງໜ້ອຍສອງຄົນເຂົ້າຮ່ວມນໍາ,ໃນກໍລະນີຈໍາເປັນຕ້ອງເຊີນພະນັກງານໄອຍະການເພື່ອເຂົ້າຮ່ວມຕິດຕາມກວດກາແລະຜູ້ຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມນໍາອີກດ້ວຍ. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການມີສິດນໍາຕົວຜູ້ຖືກສົງໄສຫຼືຜູ້ຖືກຫາ,ຮຽກຜູ້ຖືກເສຍຫາຍ,ພະຍານແລະເຊີນຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງເຂົ້າຮ່ວມທໍາການຊັນນະສູດສະຖານທີ່ເກີດເຫດນໍາ. ໃນການຊັນນະສູດສະຖານທີ່ເກີດເຫດຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງແຕ້ມແຜນວາດສະຖານທີ່ເກີດເຫດ,ເກັບໂຮມເອົາວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດ,ເອົາຮ່ອງຮອຍການກະທໍາຜິດແລະຖ່າຍຮູບໄວ້.

ມາດຕາ130ການກວດກາຮ່ອງຮອຍຕາມຮ່າງກາຍ ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງກວດກາຮ່າງກາຍຂອງຜູ້ຖືກກັກຕົວ,ຜູ້ຖືກຈັບຕົວ,ຜູ້ຖືກກັກຂັງ,ຜູ້ຖືກເສຍຫາຍ,ພະຍານເພື່ອຊອກຫາຮ່ອງຮອຍຂອງການກະທໍາຜິດຫຼືຮ່ອງຮອຍອື່ນທີ່ມີຄວາມໝາຍສໍາຄັນຕໍ່ຄະດີ. ຜູ້ກວດກາຮ່ອງຮອຍຕາມຮ່າງກາຍຕ້ອງແມ່ນເພດດຽວກັນກັບຜູ້ຖືກກວດກາແລະຕ້ອງມີພະຍານຢ່າງໜ້ອຍສອງຄົນທີ່ເປັນເພດດຽວກັນເຂົ້າຮ່ວມ,ໃນກໍລະນີຈໍາເປັນອາດຈະໃຫ້ມີແພດເຂົ້າຮ່ວມນໍາກັນກໍ່ໄດ້. ບໍ່ອະນຸຍາດໃຫ້ລ່ວງລະເມີດກຽດສັກສີ,ສຸຂະພາບຂອງຜູ້ຖືກກວດກາ.

ມາດຕາ131ການຊັນນະສູດຊາກສົບ ການເສຍຊີວິດໂດຍບໍ່ຮູ້ສາເຫດຕ້ອງທໍາການຊັນນະສູດຊາກສົບ. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງທໍາການຊັນນະສູດຊາກສົບຢູ່ສະຖານທີ່ເກີດເຫດໂດຍໃຫ້ມີພະຍານຢ່າງໜ້ອຍສອງຄົນ,ນິຕິແພດ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງເຂົ້າຮ່ວມນໍາ,ໃນກໍລະນີຈໍາເປັນກໍ່ຕ້ອງເຊີນຜູ້ຕາງໜ້າອົງການປົກຄອງບ້ານເຂົ້າຮ່ວມນໍາອີກດ້ວຍ. ການຜ່າຊາກສົບເພື່ອພິສູດຫຼືການຊັນນະສູດຊາກສົບທີ່ຝັງແລ້ວຕ້ອງມີຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການ,ມີນິຕິແພດເຂົ້າຮ່ວມແລະແຈ້ງໃຫ້ຄອບຄົວຫຼືຍາດພີ່ນ້ອງຂອງຜູ້ເສຍຊີວິດຊາບ,ໃນກໍລະນີຈໍາເປັນຕ້ອງເຊັ່ນຜູ້ຊ່ຽວຊານຫຼືຜູ້ຊໍານານງານແລະພະຍານເຂົ້າຮ່ວມນໍາ. ການຊັນນະສູດຊາກສົບຕ້ອງສະເໜີໃຫ້ຫົວໜ້າອົງການໄອຍະການເຂົ້າຮ່ວມແລະຕິດຕາມກວດກາ.

ມາດຕາ132ບົກບັນທຶກການຊັນນະສູດ ໃນການຊັນນະສູດສະຖານທີ່ເກີດເຫດຫຼືຊາກສົບນັ້ນຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວນ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງເຮັດບົດບັນທຶກກັບທີ່,ໃນບົດບັນທຶກຕ້ອງບົ່ງບອກສະຖານທີ່,ວັນ,ເວລາເລີ່ມຕົ້ນແລະເວລາສໍາເລັດການຊັນນະສູດ,ຊື່ແລະນາມສະກຸນ,ທີ່ຢູ່,ອາຊີບ,ໜ້າທີ່ຕໍາແໜ່ງຂອງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການແລະບຸກຄົນທີ່ເຂົ້າຮ່ວມໃນການຊັນນະສູດ,ສະພາບທີ່ພົບເຫັນຫຼືເກີດຂຶ້ນໃນຂະນະນັ້ນແລະວັດຖຸສິ່ງຂອງ,ສິ່ງທີ່ຖືກຍຶດໂດຍບອກປະເພດ,ຈໍານວນ,ຮູບປະພັນ,ຂະໜາດ,ນໍາໜັກແລະຄຸນນະພາບ. ພາຍຫຼັງທີ່ໄດ້ເຮັດບົດບັນທຶກ,ແຜນວາດແລະໄດ້ອ່ານຜ່ານກັນແລ້ວບຸກຄົນທີ່ເຂົ້າຮ່ວມໃນການຊັນນະສູດນັ້ນຕ້ອງພ້ອມກັນລົງລາຍເຊັນແລະແປະໂປ້ມືໄວ້. ການຊັນນະສູດສະຖານທີ່ເກີດເຫດຫຼືຊາກສົບຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ມາດຕາ133ການແຕ່ງຕັ້ງຜູ້ຊ່ຽວຊານຫຼືຜູ້ຊໍານານງານໃຫ້ທໍາການພິສູດ ເມື່ອເຫັນວ່າມີຄວາມຈໍາເປັນທີ່ຕ້ອງທໍາການພິສູດເປັນຕົ້ນໃນກໍລະນີທີ່ມີການເສຍຊີວິດໂດຍບໍ່ຮູ້ສາເຫດ,ການຂົ່ມຂືນທໍາຊໍາເລົາຫຼືມີການສົງໄສກ່ຽວກັບກະສຽນອາຍຸ,ສະຕິສໍານຶກຂອງຜູ້ຖືກຫານັ້ນຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະານຕ້ອງອອກຄໍາສັ່ງແຕ່ງຕັ້ງນິຕິແພດ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງໃຫ້ທໍາການພິສູດ. ໃນຄໍາສັ່ງນັ້ນຕ້ອງບົ່ງບອກຊື່ແລະນາມສະກຸນຂອງນິຕິແພດ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງ,ບັນຫາທີ່ຈະຕ້ອງພິສູດ,ກໍານົດເວລາພິສູດ,ສິດແລະພັນທະຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ. ຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕ້ອງແຈ້ງຄໍາສັ່ງດັ່ງກ່າວໃຫ້ຜູ້ຖືກຫາ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງຊາບ,ບຸກຄົນດັ່ງກ່າວມີສິດສະເໜີຄັດຄ້ານຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ຖືກແຕ່ງຕັ້ງນັ້ນໄດ້ພາຍໃນເວລາເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງແຕ່ງຕັ້ງເປັນຕົ້ນໄປ. ພາຍຫຼັງການພິສູດໄດ້ສໍາເລັດແລ້ວຜູ້ຊ່ຽວຊານຫຼືຜູ້ຊໍານານງານຕ້ອງເຮັດບົດສະຫຼຸບໃຫ້ຄວາມເຫັນຂອງຕົນແລ້ວສົ່ງໃຫ້ຫົວໜ້າອົງການສືບສວນສອບສວນຫຼືເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການຕາມກໍານົດເວລາທີ່ໄດ້ມອບໝາຍໃຫ້. ການພິສູດອາດຈະເຮັດໂດຍຜູ້ຊ່ຽວຊານຫຼືຜູ້ຊໍານານງານຜູ້ດຽວ,ຫຼາຍຄົນຫຼືຫຼາຍເທື່ອກໍ່ໄດ້,ໃນການພິສູດຄືນໃໝ່ນັ້ນຕ້ອງໃຫ້ມີຜູ້ຊ່ຽວຊານຫຼືຜູ້ຊໍານານງານຫຼາຍກວ່າເທື່ອຜ່ານມາ.

ມາດຕາ134ການທົດສອບຂໍ້ມູນຄືນໃໝ່ ເພື່ອກວດກາແລະຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນໃດໜຶ່ງຫົວໜ້າອົງການສືບສວນສອບສວນຫຼືເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການສາມາດທໍາການທົດສອບຂໍ້ມູນນັ້ນຄືນໃໝ່ໂດຍໃຫ້ຜູ້ຖືກຫາຫຼືຈໍາເລີຍສະແດງການກະທໍາຂອງຕົນຄືນໃໝ່.ໃນການທົດສອບຂໍ້ມູນຄືນໃໝ່ອາດຈະໃຫ້ຜູ້ຖືກເສຍຫາຍຫຼືພະຍານສະແດງຄືນກໍ່ໄດ້,ການທົດສອບຂໍ້ມູນຄືນໃໝ່ຕ້ອງຖ່າຍຮູບ,ຖ່າຍພາບ,ວັດແທນແລະແຕ້ມແຜນວາດປະກອບ. ໃນການທົດສອບຂໍມູນຄືນໃໝ່ຈະຕ້ອງມີພະຍານເຂົ້າຮ່ວມນໍາຢ່າງໜ້ອຍສອງຄົນແລະອາດຈະມີການເຂົ້າຮ່ວມຂອງຜູ້ຖືກເສຍຫາຍກໍ່ໄດ້.ໃນກໍລະນີທີ່ຈໍາເປັນຕ້ອງໃຫ້ຫົວໜ້າອົງການໄອຍະການແລະຜູ້ຊ່ຽວຊານຫຼືຜູ້ຊໍານານງານທີ່ກ່ຽວຂ້ອງເຂົ້າຮ່ວມນໍາ. ການທົດສອບຂໍມູນຄືນໃໝ່ຈະເຮັດໄດ້ກໍ່ຕໍ່ເມື່ອຫາກເຫັນວ່າບໍ່ເປັນໄພອັນຕະລາຍຕໍ່ຊີວິດ,ສຸຂະພາບຫຼືສິ່ງແວດລ້ອມແລະທັງບໍ່ກໍ່ຄວາມເສຍຫາຍແກ່ກຽດສັກສິຂອງມະນຸດ. ການທົດສອບຂໍ້ມູນຄືນໃໝ່ຕ້ອງເຮັດບົດບັນທຶກຕາມທີ່ໄດ້ກໍານົດໄວ້ໃນມາດຕາ100ຂອງກົດໝາຍສະບັບນີ້.

ໝວດທີ4ມາດຕະການສະກັດກັ້ນ

ມາດຕາ135ພື້ນຖານທີ່ພາໃຫ້ນໍາໃຊ້ມາດຕະການສະກັດກັ້ນ ເພື່ອສະກັດກັ້ນການກະທໍາຜິດຢ່າງທັນການຫຼືເມື່ອມີພື້ນຖານທີ່ພາໃຫ້ເຊື່ອໝັ້ນວ່າຜູ້ຖືກຫາຫຼືຈໍາເລີຍຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ການສືບສວນສອບສວນ,ການສັ່ງຟ້ອງຫຼືການພິຈາລະນາຕັດສິນຄະດີລວມທັງຮັບປະກັນການປະຕິບັດຄໍາຕັດສິນຂອງສານນັ້ນອົງການສືບສວນສອບສວນ,ອົງການໄອຍະການຫຼືສານມີສິດນໍາໃຊ້ມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ136ຂອງກົດໝາຍສະບັບນີ້.

ມາດຕາ136ປະເພດມາດຕະການສະກັດກັ້ນ ມາດຕະການສະກັດກັ້ນແບ່ງອອກເປັນປະເພດດັ່ງນີ້: 1.ການພາຕົວ; 2.ການກັກຕົວ; 3.ການຈັບຕົວ; 4.ການກັກຂັງພາງ; 5.ການປ່ອຍຕົວພາງ; 6.ການຄຸມຕົວຢູ່ກັບທີ່; 7.ການງົດໜ້າທີ່ຫຼືຕໍາແໜ່ງ.

ມາດຕາ137ການພາຕົວ ໃນກໍລະນີທີ່ຜູ້ຖືກສົງໄສ,ຜູ້ຖືກຫາທີ່ບໍ່ຖືກກັກຂັງພາງ,ພະຍານ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງຫາກໄດ້ຮັບໝາຍຮຽກເຖິງສາມຄັ້ງແລ້ວແຕ່ບໍ່ເຂົ້າມາຕາມໝາຍຮຽກໂດຍບໍ່ມີເຫດຜົນພຽງພໍນັ້ນຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືສານຈະອອກຄໍາສັ່ງໃຫ້ພາຕົວຜູ້ກ່ຽວ. ຄໍາສັ່ງພາຕົວໃຫ້ປະຕິບັດໄດ້ແຕ່ເວລາຫົກໂມງຫາສິບແປດໂມງເວັ້ນເສຍແຕ່ໃນກໍລະນີທີ່ຜູ້ຖືກສົງໄສຫຼືຜູ້ຖືກຫາຈະເອົາຕົວຫຼົບໜີຫຼືບໍ່ມີທີ່ຢູ່ອັນແນ່ນອນ. ການປະຕິບັດຄໍາສັ່ງພາຕົວແມ່ນສິດແລະໜ້າທີ່ຂອງເຈົ້າໜ້າທີ່ຕໍາຫຼວດຫຼືທະຫານສໍາລັບການກະທໍາຜິດທາງທະຫານ,ກ່ອນຈະພາຕົວຕ້ອງອ່ານຄໍາສັ່ງໃຫ້ຜູ້ຖືກພາຕົວຊາບ. ບໍ່ອະນຸຍາດໃຫ້ທໍາການພາຕົວແມ່ຍິງຖືພາມານຫຼືຄົນເຈັບປ່ວຍທີ່ບໍ່ສາມາດອອກຈາກສະຖານທີ່ຊຶ່ງໄດ້ຮັບການຢັ້ງຢືນຈາກຄະນະແພດ.

ມາດຕາ138(ປັບປຸງ)ການກັກຕົວ ເມື່ອໄດ້ເອົາຄໍາໃຫ້ການຂອງຜູ້ຖືກສົງໄສແລ້ວຫາກມີຂໍ້ມູນຫຼັກຖານໜັກແໜ້ນວ່າຜູ້ກ່ຽວໄດ້ກະທໍາຜິດທາງອາຍາຊຶ່ງກົດໝາຍໄດ້ກໍານົດໂທດຕັດອິດສະລະພາບ,ຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການອາດຈະອອກຄໍາສັ່ງກັກຕົວຜູ້ກ່ຽວໄວ້ໄດ້ພາຍໃນເວລາສີ່ສິບແປດຊົ່ວໂມງເພື່ອດໍານີນການສືບສວນສອບສວນແຕ່ຫົວນ້າອົງການສືບສວນສອບສວນຕ້ອງລາຍງານເປັນລາຍລັກອັກສອນໃຫ້ຫົວໜ້າອົງການໄອຍະການຊາບພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາກັກຕົວເປັນຕົ້ນໄປ. ໃນການກັກຕົວເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການຕ້ອງອ່ານຄໍາສັ່ງກັກຕົວພ້ອມທັງແຈ້ງສິດແລະພັນທະໃຫ້ຜູ້ຖືກກັກຕົວຊາບແລ້ວແຈ້ງສະຖານທີ່ກັກຕົວໃຫ້ຄອບຄົວ,ສໍານັກງານ,ອົງການຫຼືວິສາຫະກິດທີ່ຜ້ກ່ຽວສັງກັດຢູ່ຊາບພາຍໃນເວລາຊາວສີ່ຊົ່ວໂມງ. ພາຍໃນເວລາສີ່ສິບແປດຊົ່ວໂມງນັບແຕ່ເວລາອອກຄໍາສັ່ງກັກຕົວເປັນຕົ້ນໄປເຈົ້ານ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການຕ້ອງລົງຄໍາເຫັນດັ່ງນີ້: 1.ຖ້າເຫັນວ່າບໍ່ມີຂໍ້ມູນຫຼັກຖານໜັກແໜ້ນທີ່ພາໃຫ້ອອກຄໍາສັ່ງເປີດການສືບສວນສອບສວນໄດ້ນັ້ນເຈົ້າໜ້າທີ່ສືບສວນສອບສວນຕ້ອງຂໍຄໍາສັ່ງປ່ອຍຕົວຈາກຫົວໜ້າອົງການສືບສວນສອບສວນແລ້ວປ່ອຍຕົວຜູ້ຖືກກັກຕົວພ້ອມທັງລາຍງານເປັນລາຍລັກອັກສອນໃຫ້ຫົວໜ້າອົງການໄອຍະການຊາບໃນທັນໃດ,ສໍາລັບພະນັກງານໄອຍະການຕ້ອງຂໍຄໍາສັ່ງປ່ອຍຕົວຈາກຫົວໜ້າອົງການໄອຍະການ; 2.ຖ້າເຫັນວ່າມີຂໍ້ມູນຫຼັກຖານໜັກແໜ້ນທີ່ພາໃຫ້ອອກຄໍາສັ່ງເປີດການສືບສວນສອບສວນໄດ້ນັ້ນຫົວໜ້າອົງການສືບສວນສອບສວນຕ້ອງອອກຄໍາສັ່ງເປີດການສືບສວນສອບສວນ,ສໍາລັບພະນັກງານໄອຍະການຕ້ອງຂໍຄໍາສັ່ງເປີດການສືບສວນສອບສວນຈາກຫົວໜ້າອົງການໄອຍະການ; 3.ຖ້າເຫັນວ່າມີຄວາມຈໍາເປັນຕ້ອງທໍການກັກຂັງພາງເພື່ອດໍານີນການສືບສວນສອບສວນແລ້ວຫົວໜ້າອົງການສືບສວນສອບສວນຕ້ອງຂໍຄໍາສັ່ງກັກຂັງພາງຈາກຫົວນ້າອົງການໄອຍະການ,ສໍາລັບພະນັກງານໄອຍະການຕ້ອງຂໍຄໍາສັ່ງກັກຂັງພາງຈາກຫົວໜ້າອົງການໄອຍະການ. ພາຍຫຼັງທີ່ໄດ້ຮັບຄໍາສະເໜີຂໍຄໍາສັ່ງກັກຂັງພາງຂອງຫົວໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການແລ້ວຫົວໜ້າອົງການໄອຍະການຕ້ອງລົງຄໍາເຫັນຊີ້ຂາດພາຍໃນກໍານົດຊາວສີ່ຊົ່ວໂມງວ່າຈະປ່ອຍຕົວຫຼືຈະກັກຂັງພາງ. ຜູ້ຖືກສົງໄສທີ່ຖືກກັກຕົວມີສິດສະເໜີປະກັນຕົວດ້ວຍການວາງເງິນຄໍ້າປະກັນຕາມທີ່ໄດ້ກໍານົດໄວ້ໃນມາດຕາ64ຂໍ້6ຂອງກົດໝາຍສະບັບນີ້.

ມາດຕາ139ການຈັບຕົວ ການຈັບຕົວບຸກຄົນໃດໜຶ່ງຕ້ອງມີຄໍາສັ່ງຈັບຕົວເປັນລາຍລັກອັກສອນຂອງຫົວໜ້າອົງການໄອຍະການຫຼືສານເວັ້ນເສຍແຕ່ການຈັບຕົວໃນກໍລະນີການກະທໍາຜິດເຊ່ິງໜ້າຫຼືຮີບດ່ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ140ຂອງກົດໝາຍສະບັບນີ້. ໃນການພິຈາລະນາອອກຄໍາສັ່ງຈັບຕົວຫົວໜ້າອົງການໄອຍະການຫຼືສານຕ້ອງອີງໃສ່ເງື່ອນໄຂດັ່ງນີ້: 1.ມີຄໍາສັ່ງເປີດການສືບສວນສອບສວນ; 2.ມີການກະທໍາຊຶ່ງເປັນການກະທໍາຜິດທາງອາຍາທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບ; 3.ມີຫຼັກຖານໃນຄະດີໜັກແໜ້ນ. ນອກຈາກນີ້ແລ້ວຍັງຕ້ອງອີງໃສ່ເງື່ອນໄຂໃດໜຶ່ງເຊັ່ນຜູ້ຖືກຫາອາດຈະເອົາຕົວຫຼົບໜີ,ທໍາລາຍຫຼັກຖານ,ກະທໍາຜິດໃໝ່,ທໍາຮ້າຍຜູ້ຖືກເສຍຫາຍ,ພະຍານຫຼືຜູ້ຖືກຫາອາດຈະຖືກທໍາຮ້າຍຈາກຜູ້ຖືກເສຍຫາຍຫຼືຈາກບຸກຄົນອື່ນ. ການຈັບຕົວພິກຂຸຫຼືສາມະເນນຕ້ອງແຈ້ງໃຫ້ເຈົ້າອະທິການວັດຫຼືຜູ້ຕາງໜ້າຊາບເພື່ອປົງສິຂາບົດເສຍກ່ອນ,ໃນກໍລະນີຈັບນັກບວດຂອງສາສະໜາອື່ນກໍ່ຕ້ອງແຈ້ງໃຫ້ຫົວໜ້າຮັບຜິດຊອບຂອງອົງການສາສະໜານັ້ນຊາບ. ໃນການຈັບຕົວເຈົ້າໜ້າທີ່ຕ້ອງອ່ານຄໍາສັ່ງຈັບຕົວພ້ອມທັງແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກຈັບຕົວຊາບ. ພາຍຫຼັງໄດ້ຈັບຕົວຜູ້ຖືກຫາແລ້ວເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການຕ້ອງເອົາຄໍາໃຫ້ການຂອງຜູ້ຖືກຈັບຕົວໃນທັນໃດແລະຕ້ອງລາຍງານເປັນລາຍລັກອັກສອນໃຫ້ຫົວໜ້າອົງການໄອຍະການຊາບພາຍໃນເວລາຊາວສີ່ຊົ່ວໂມງ. ພາຍໃນເວລາຊາວສີ່ຊົ່ວໂມງນັບແຕ່ເວລາຈັບຕົວເປັນຕົ້ນໄປເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການຕ້ອງລົງຄໍາເຫັນວ່າຈະປ່ອຍຕົວຫຼືຈະກັກຂັງພາງ. ໃນກໍລະນີທີ່ເຫັນວ່າຕ້ອງປ່ອຍຕົວລືມີຄວາມຈໍາເປັນຕ້ອງກັກຂັງພາງເພື່ອດໍາເນີນການສືບສວນສອບສວນແລ້ວຫົວໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການຕ້ອງຂໍຄໍາສັ່ງປ່ອຍຕົວຫຼືຄໍາສັ່ງກັກຂັງພາງຈາກຫົວໜ້າອົງການໄອຍະການ. ພາຍຫຼັງທີ່ໄດ້ຮັບຄໍາສະເນີຂໍປ່ອຍຕົວຫຼືກັກຂັງພາງຂອງຫົວໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການແລ້ວຫົວໜ້າອົງການໄອຍະການຕ້ອງລົງຄໍາເຫັນຊີ້ຂາດພາຍໃນເວລາຊາວສີ່ຊົວໂມງວ່າຈະໃຫ້ປ່ອຍຕົວຫຼືຈະອອກຄໍາສັ່ງກັກຂັງພາງ. ການຈັບຕົວຕ້ອງດໍາເນີນໄປດ້ວຍວິທີແລະຮູບການອັນເໝາະສົມກັບລັກສະນະຂອງການກະທໍາຜິດແລະຜູ້ຖືກຈັບຕົວ. ບໍ່ອະນຸຍາດໃຫ້ທຸບຕີຫຼືທໍລະມານຜູ້ຖືກຈັບຕົວ. ການຈັບຕົວບໍ່ວ່າຈະແມ່ນໃນກໍລະນີໃດຕ້ອງແຈ້ງໃຫ້ຄອບຄົວ,ອົງການປົກຄອງບ້ານ,ສໍານັກງານ,ອົງການຫຼືວິສາຫະກິດທີ່ຜູ້ກ່ຽວສັງກັດຢູ່ຊາບພາຍໃນເວລາຊາວສີ່ຊົ່ວໂມງພ້ອມທັງແຈ້ງສະຖານທີ່ກັກຂັງ.

ມາດຕາ140ການຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າແລະໃນກໍລະນີຮີບດ່ວນ ການກະທໍາຜິດເຊິ່ງນ້າແມ່ນການກະທໍາຜິດຂອງບຸກຄົນໃນກໍລະນີດັ່ງນີ້: 1.ບຸກຄົນທີ່ພວມກະທໍາຜິດຢູ່ຫຼືຫາກສິ້ນສຸດການກະທໍາຜິດ; 2.ບຸກຄົນທີ່ໄດ້ກະທໍາຜິດທີ່ພວມຖືກໄລ່ຕິດຕາມໄປຫຼືມີບຸກຄົນຊຶ່ງຜູ້ເຫັນເຫດການຫຼືຜູ້ຖືກເສຍຫາຍໄດ້ຊີ້ຕົວວ່າເປັນຜູ້ກະທໍາຜິດ; 3.ບຸກຄົນທີ່ມີຮ່ອງຮອຍຂອງການກະທໍາຜິດຢູ່ໃນຕົນຕົວ,ຢູ່ໃນເຮືອນຫຼືບ່ອນເຮັດວຽກຂອງຜູ້ກ່ຽວໃນໄລຍະເວລາຊຶ່ງການກະທໍາຜິດນັ້ນຫາກໍ່ໄດ້ເກີດຂຶ້ນ.

ການກະທໍາຜິດໃນກໍລະນີຮີບດ່ວນແມ່ນການກະທໍາຜິດຂອງບຸກຄົນໃນກໍລະນີດັ່ງນີ້: 1.ບຸກຄົນທີ່ຖືກສົງໄສວ່າໄດ້ກະທໍາຜິດຊຶ່ງມີປະຫວັດບໍ່ດີຫຼືບ່ອນຢູ່ບໍ່ແນ່ນອນ; 2.ບຸກຄົນທີ່ຖືກສົງໄສວ່າໄດ້ກະທໍາຜິດຊຶ່ງພວມຈະເອົາຕົວຫຼົບໜີ. ການຈັບຕົວໃນກໍລະນີການກະທໍາຜິດເຊິ່ງໜ້າແລະໃນກໍລະນີຮີບດ່ວນບໍ່ຈໍາເປັນຕ້ອງມີຄໍາສັ່ງຂອງຫົວໜ້າອົງການໄອຍະການຫຼືສານກໍ່ໄດ້.ແຕ່ການຈັບຕົວໃນກໍລະນີຮີບດ່ວນແມ່ນມີແຕ່ເຈົ້າໜ້າທີ່ສືບສວນສອບສວນເທົ່ານັ້ນຈະປະຕິບັດໄດ້. ໃນກໍລະນີທີ່ບໍ່ແມ່ນເຈົ້າໜ້າທີ່ສືືບສວນສອບສວນທໍາການຈັບຕົວນັ້ນຕ້ອງນໍາຜູ້ຖືກຈັບຕົວໄປມອບໃຫ້ເຈົ້າໜ້າທີ່ສືບສວນສອບສວນໃນທັນໃດ.ສໍາລັບການຈັບຕົວຢູ່ໃນເຂດຫ່າງໄກສອກຫຼີກນັ້ນໃຫ້ນໍາຕົວຜູ້ຖືກຈົບຕົວໄປມອບໃຫ້ເຈົ້າໜ້າທີ່ສືບສວນສອບສວນບໍ່ໃຫ້ເກີນເຈັດວັນນັບແຕ່ວັນຈັບຕົວເປັນຕົ້ນໄປ.

ມາດຕາ141(ປັບປຸງ)ບົດບັນທຶກການຈັບຕົວ ໃນກໍລະນີໃດກໍ່ຕາມການຈັບຕົວຕ້ອງເຮັດບົດບັນທຶກໄວ້ເປັນຫຼັກຖານ. ໃນບົດບັນທຶກການຈັບຕົວນັ້ນຕ້ອງບອກຊື່,ນາມສະກຸນ,ອາຍຸ,ອາຊີບ,ຊັ້ນ,ຕໍາແໜ່ງ,ໜ້າທີ່ແລະບ່ອນຢູ່ຂອງຜູ້ຖືກຈັບຕົວ,ວັນ,ເວລາແລະສະຖານທີ່ຈັບຕົວ,ຂໍ້ກ່າວຫາ,ສາເຫດແລະຂໍ້ມູນຫຼັກຖານທີ່ພາໃຫ້ເຈັບຕົວ. ໃນບົດບັນທຶກການຈັບຕົວຕ້ອງບອກຊື່,ຈໍານວນ,ປະເພດ,ນໍ້າໜັກ,ຄຸນນະພາບ,ຕໍານິແລະຮູບປະພັນອື່ນຂອງວັດຖຸສິ່ງຂອງທີ່ຖືກຍຶດເປັນຂອງກາງແລະວັດຖຸສິ່ງຂອງທີ່ເປັນຂອງຕິດຕົວຂອງຜູ້ຖືກຈັບຕົວ,ສໍາລັບວັດຖຸຄ້າຍຄືເງິນ,ຄໍາ,ເພັດ,ພອຍຫຼືວັດຖຸມີຄ່າອື່ນຕ້ອງນໍາໄປວິໄຈແລະຢັ້ງຢືນກ່ຽວກັບຄຸນະພາບພ້ອມດ້ວຍຕິດຊັ່ງນໍ້ານັກຂອງວັດຖຸດັ່ງກ່າວໃນທັນໃດ. ວັດຖຸສິ່ງຂອງທີ່ເປັນຂອງຕິດຕົວຂອງຜູ້ຖືກຈັບຕົວທີ່ຖືກຕ້ອງຕາມກົດໝາຍນັ້ນຕ້ອງມອບໃຫ້ຄອບຄົວຂອງຜູ້ກ່ຽວຄືນຢ່າງຄົບຖ້ວນແລະຢູ່ໃນສະພາບເດີມພ້ອມທັງເຮັດບົດບັນທຶກມອບຮັບຢ່າງຄັກແນ່ໂດຍຊ້ອງໜ້າຜູ້ຖືກຈັບຕົວນັ້ນພາຍຫຼັງສິ້ນສຸດການສືບສວນສອບສວນ.ໃນກໍລະນີທີ່ວັດຖຸສິ່ງຂອງທີ່ເປັນຂອງຕິດຕົວຂອງຜູ້ຖືກຈັບຕົວຫາກບໍ່ຄົບຖ້ວນຫຼືບໍ່ຢູ່ໃນສະພາບເດີມນັ້ນເຈົ້າໜ້າທີ່ຜູ້ປົກປັກຮັກສາວັດຖຸສິ່ງຂອງນັ້ນຈະໄດ້ຮັບຜິດຊອບທາງອາຍາຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາຫຼືກົດໝາຍອື່ນທີ່ໄດ້ກໍານົດໂທດທາງອາຍາ. ພາຍຫຼັງໄດ້ເຮັດບົດບັນທຶກການຈັບຕົວແລ້ວຕ້ອງອ່ານໃຫ້ຜູ້ເຂົ້າຮ່ວມໃນການຈັບຕົວຟັງແລ້ວໃຫ້ລົງລາຍເຊັນແລະແປະໂປ້ມືໄວ້.

ມາດຕາ142ການກັກຂັງພາງ ການກັກຂັງພາງແມ່ນການກັກຂັງຊົ່ວຄາວກ່ອນຄໍາຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດ. ການກັກຂັງພາງຕ້ອງມີຄໍາສັ່ງເປັນລາຍລັກອັກສອນຂອງຫົວໜ້າອົງການໄອຍະການຫຼືສານແລະຕ້ອງອີງໃສ່ເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາ139ຂອງກົດໝາຍສະບັບນີ້. ຜູ້ຖືກກັກຂັງພາງຕ້ອງນໍາໄປກັກຂັງໂດຍແຍກຕ່າງຫາກຈາກນັກໂທດແລະຕ້ອງຢູ່ໃນເງື່ອນໄຂທີ່ເໝາະສົມເພາະຍັງຖືວ່າເປັນຜູ້ບໍລິສຸດຢູ່. ກໍານົດເວລາການກັກຂັງພາງໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ111ຂອງກົດໝາຍສະບັບນີ້ແລະໃຫ້ນັບເຂົ້າໃນກໍານົດເວລາການປະຕິບັດໂທດ.

ມາດຕາ143ການປ່ອຍຕົວພາງ ການປ່ອຍຕົວພາງແມ່ນການປ່ອຍຕົວຜູ້ຖືກຫາຊົ່ວຄາວກ່ອນການຕັດສິນຂອງສານ. ການປ່ອຍຕົວພາງຕ້ອງມີຄໍາສັ່ງເປັນລາຍລັກອັກສອນຂອງຫົວໜ້າອົງການໄອຍະການຫຼືສານ. ໃນເວລາດໍາເນີນຄະດີຫົວໜ້າອົງການໄອຍະການຫຼືສານອາດຕົກລົງປ່ອຍຕົວພາງໂດຍໜ້າທີ່ຫຼືປ່ອຍຕາມຄໍາຮ້ອງຂໍຂອງຜູ້ຖືກຫາ,ອົງການຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່,ຜູ້ຕາງໜ້າ,ຜົວຫຼືເມຍ,ຜູ້ປົກຄອງ,ພໍ່,ແມ່ຫຼືຍາດພີ່ນ້ອງໃກ້ຊິດຂອງຜູ້ຖືກຫາກໍ່ໄດ້. ການປ່ອຍຕົວພາງຈະປະຕິບັດໄດ້ກໍ່ຕໍ່ເມື່ອມີເງື່ອນໄຂດັ່ງນີ້: 1.ເປັນການກະທໍາຜິດໃນສະຖານໂທສະນຸໂທດທີ່ກົດໝາຍກໍານົດໂທດຕັດອິດສະລະພາບແຕ່ສາມປີລົງມາຍົກເວັ້ນການກະທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນ; 2.ມີຂໍ້ມູນຫຼືພື້ນຖານທີ່ພາໃຫ້ເຊື່ອໝັ້ນວ່າຜູ້ຖືກຫາຫຼືຈໍາເລີຍຈະບໍ່ເອົາຕົວຫຼົບໜີ,ຈະບໍ່ທໍາລາຍຫຼັກຖານ,ຈະບໍ່ໄປກະທໍາຜິດໃໝ່ອີກ,ຈະບໍ່ໄປທໍາຮ້າຍຜູ້ຖືກເສຍຫາຍ,ພະຍານຫຼືຜູ້ຖືກຫາຈະບໍ່ຖືກທໍາຮ້າຍຈາກຜູ້ອື່ນ. ໃນການປ່ອຍຕົວພາງຕາມຄໍາຮ້ອງຂໍຂອງຜູ້ຖືກຫາ,ອົງການຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່,ຜູ້ຕາງໜ້າ,ຜົວຫຼືເມຍ,ຜູ້ປົກຄອງ,ພໍ່ຫຼືແມ່ຫຼືຍາດພີ່ນ້ອງໃກ້ຊິດຂອງຜູ້ຖືກຫານັ້ນໃຫ້ວາງເງິນຄໍ້າປະກັນຕາມແຕ່ລະກໍລະນີ. ໃນກໍລະນີທີ່ຜູ້ຖືກປ່ອຍຕົວພາງຫາກເອົາຕົວຫຼົບໜີຈາກການດໍາເນີນຄະດີເງິນຄໍ້າປະກັນນັ້ນກໍ່ຈະນໍາມາໃຊ້ແທນຄ່າເສຍຫາຍກ່ອນຖ້າຍັງເຫຼືອໃຫ້ຮິບເປັນຂອງລັດຕາມຄໍາຕັດສິນຂອງສານ,ຖ້າຜູ້ກ່ຽວຫາກປະຕິບັດພົນທະຢ່າງຖືກຕ້ອງແລະຄົບຖ້ວນຕາມເງື່ອນໄຂການປ່ອຍຕົວພາງແລ້ວເງິນຄໍ້າປະກັນກໍ່ຈະຖືກສົ່ງຄືນໃຫ້ຜູ້ຄໍ້າປະກັນ.

ມາດຕາ144ການຄຸມຄົວຢູ່ກັບທີ່ ການຄຸມຕົວຢູ່ກັບທີ່ແມ່ນການບໍ່ອະນຸຍາດໃຫ້ຜູ້ຖືກຫາຫຼືຈໍາເລີຍອອກຈາກສະຖານທີ່ໃດໜຶ່ງເພື່ອຮັບປະກັນການດໍາເນີນຄະດີ. ການຄຸມຕົວຢູ່ກັບທີ່ຕ້ອງມີຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືສານໂດຍບໍ່ໃຫ້ຜູ້ຖືກຫາຫຼືຈໍາເລີຍອອກຈາກສະຖານທີ່ປະຕິບັດ. ຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືສານຕ້ອງສົ່ງຄໍາສັ່ງຄຸມຕົວຢູ່ກັບທີ່ໃຫ້ອົງການປົກຄອງບ້ານບ່ອນຜູ້ຖືກຫາຫຼືຈໍາເລີຍອາໄສຢູ່ຊາບພ້ອມທັງມອບໃຫ້ອົງການປົກຄອງບ້ານນັ້ນເປັນຜູ້ຄຸ້ມຄອງແລະຕິດຕາມຈົນກວ່າຈະມີຄໍາສັ່ງລົບລ້າງ. ໃນກໍລະນີທີ່ຜູ້ຖືກຫາຫຼືຈໍາເລີຍຫາກໄດ້ລະເມີດຄໍາສັ່ງຄຸມຕົວຢູ່ກັບທີ່ອາດຈໍາໃຊ້ມາດຕະການສະກັດກັ້ນອື່ນທີ່ໜັກກວ່າເກົ່າໃສ່ຜູ້ກ່ຽວ.

ມາດຕາ145ການງົດໜ້າທີ່ຫຼືຕໍາແໜ່ງ ການງົດໜ້າທີ່ຕໍາແໜ່ງແມ່ນການໂຈະໜ້າທີ່ຫຼືຕໍາແໜ່ງຂອງຜູ້ຖືກສົງໄສຫຼືຜູ້ຖືກຫາຍ້ອນວ່າການກະທໍາຜິດນັ້ນພົວພັນເຖິງໜ້າທີ່ຫຼືຕໍາແໜ່ງຂອງຜູ້ກ່ຽວເພື່ອບໍ່ໃຫ້ເປັນອຸປະສັກໃນການສືບສວນສອບສວນ. ການງົດໜ້າທີ່ຫຼືຕໍາແໜ່ງຕ້ອງມີຄໍາສັ່ງເປັນລາຍລັກອັກສອນຂອງຫົວນ້າອົງການໄອຍະການ. ຄໍາສັ່ງງົດໜ້າທີ່ຫຼືຕໍາແໜ່ງນັ້ນຕ້ອງສົ່ງໃຫ້ອົງການຈັດຕັ້ງທີ່ຜູ້ຖືກຫາສັງກັດຢູ່ເພື່ອພິຈາລະນາງົດໜ້າທີ່ຫຼືຕໍາແໜ່ງ,ຜູ້ຖືກງົດໜ້າທີ່ຫຼືຕໍາແໜ່ງຍັງມີສິດໄດ້ຮັບເງິນເດືອນຕາມປົກກະຕິ. ຫົວໜ້າອົງການໄອຍະການອາດຍົກເລີກຄໍາສັ່ງງົດໜ້າທີ່ຫຼືຕໍາແໜ່ງໃນກໍລະນີທີ່ເຫັນວ່າບໍ່ມີຄວາມຈໍາເປັນອີກຕໍ່ໄປ.

ໝວດທີ5ການໂຈະ,ການຊັດມ້ຽນແລະການສິ້ນສຸດການສືບສວນສອບສວນ

ມາດຕາ146ການໂຈະການສືບສວນສອບສວນ ການໂຈະການສືບສວນສອບສວນແມ່ນການຢຸດເຊົາການສືບສວນສອບສວນໄວ້ຊົ່ວຄາວດ້ວຍສາເຫດໃດໜຶ່ງດັ່ງນີ້: 1.ຜູ້ຖືກຫາໄດ້ລີ້ຊ້ອນ,ຫຼົບຫຼີກຈາກການດໍາເນີນຄະດີຫຼືບໍ່ຮູ້ບ່ອນຢູ່ຂອງຜູ້ກ່ຽວ; 2.ບໍ່ສາມາດຮູ້ໄດ້ວ່າແມ່ນຜູ້ໃດເປັນຜູ້ກະທໍາຜິດ; 3.ຜູ້ຖືກຫາເຈັບປ່ວຍໜັກຫຼືເປັນບ້າເສຍຈິດໂດຍມີການຢັ້ງຢືນຈາກຄະນະແພດ. ການໂຈະການສືບສວນສອບສວນໃນສາເຫດທີໜຶ່ງແລະທີສອງຈະມີໄດ້ກໍ່ຕໍ່ເມື່ອກໍານົດເວລາການສືບສວນສອບສວນຫາກໄດ້ສິ້ນສຸດແລ້ວເທົ່ານັ້ນ. ສໍາລັບການໂຈະໃນສາເຫດທີໜຶ່ງກ່ອນຈະອອກຄໍາສັ່ງໂຈະການສືບສວນສອບສວນຫົວໜ້າອົງການສືບສວນສອບສວນຕ້ອງຂໍຄໍາສັ່ງຈັບຕົວແລ້ວຕິດຕາມຫາຈັບຕົວຜູ້ຖືກຫາ. ການໂຈະໃນສາເຫດທີສາມຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງສົ່ງຜູ້ຖືກຫາໄປປິ່ນປົວ. ການໂຈະການສືບສວນສອບສວນນັ້ນຕ້ອງມີຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນຫຼືຂອງຫົວໜ້າອົງການໄອຍະການໃນກໍລະນີທີ່ອົງການໄອຍະການດໍາເນີນການສອບສວນ,ຄໍາສັ່ງໂຈະການສືບສວນສອບສວນຂອງຫົວໜ້າອົງການສືບສວນສອບສວນນັ້ນຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການຊາບພາຍໃນເວລາຊາວສີ່ຊົ່ວໂມງ. ໃນກໍລະນີທີ່ມີຜູ້ຖືກຫາຫຼາຍຄົນແຕ່ສາເຫດທີ່ພາໃຫ້ໂຈະການສືບສວນສອບສວນນັ້ນບໍ່ພົວພັນກັບຜູ້ຖືກຫາທັງໝົດ,ການໂຈະການສືບສວນສອບສວນກໍ່ຈະປະຕິບັດແຕ່ສະເພາະຜູ້ຖືກຫາທີ່ມີສາເຫດທີ່ພາໃຫ້ໂຈະເທົ່ານັ້ນ. ຄໍາສັ່ງໂຈະຕ້ອງແຈ້ງໃຫ້ຜູ້ຖືກເສຍຫາຍຫຼືໂຈດທາງແພ່ງທີ່ເປັນຄູ່ຄວາມພາຍໃນເວລາສາມວັນລັດຖະການນັບແຕ່ວັນອອກຄໍາສັ່ງແລະພວກກ່ຽວມີສິດຂໍອຸທອນພາຍໃນເວລາເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງນັ້ນເປັນຕົ້ນໄປ. ຄໍາສັ່ງໂຈະຂອງຫົວໜ້າອົງການສືບສວນສອບສວນຕ້ອງຂໍອຸທອນໄປຍັງຫົວໜ້າອົງການໄອຍະການຂັ້ນດຽວກັນ,ຄໍາສັ່ງໂຈະຂອງຫົວໜ້າອົງການໄອຍະການຕ້ອງຂໍອຸທອນໄປຍັງຫົວໜ້າອົງການໄອຍະການຂັ້ນເທິງຖັດໄປ.ໃນກໍລະນີທີ່ຍັງບໍ່ພໍໃຈກໍ່ມີສິດຂໍລົບລ້າງພາຍໃນເວລາເຈັດວັນ. ຄະດີອາຍາທີ່ໄດ້ໂຈະໄວ້ນັ້ນກໍ່ຈະຖືກຊັດມ້ຽນເມື່ອຫາກໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ.

ມາດຕາ147ການສືບຕໍ່ການສືບສວນສອບສວນທີ່ຖືກໂຈະ ເມື່ອສາເຫດຂອງການໂຈະການສືບສວນສອບສວນຫາກຕົກໄປແລະອາຍຸຄວາມໃນການຮ້ອງຟ້ອງຍັງບໍ່ທັນສິ້ນສຸດຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງສືບຕໍ່ດໍາເນີນການສືບສວນສອບສວນທີ່ຖືກໂຈະໄວ້ນັ້ນຄືນໃໝ່.

ມາດຕາ148(ປັບປຸງ)ການຊັດມ້ຽນຄະດີ ການຊັດມ້ຽນຄະດີແມ່ນການຢຸດເຊົາການດໍາເນີນຄະດີດ້ວຍສາເຫດດັ່ງນີ້: 1.ເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ6ຂອງກົດໝາຍສະບັບນີ້; 2.ເມື່ອບໍ່ມີຫຼັກຖານພຽງພໍວ່າຜູ້ຖືກຫາໄດ້ເປັນຜູ້ກະທໍາຜິດ. ໃນກໍລະນີທີ່ມີການຊັດມ້ຽນຄະດີນັ້ນຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງປ່ອຍຕົວຜູ້ຖືກຫາໃນທັນໃດພ້ອມທັງສົ່ງຄືນສິ່ງຂອງຕິດຕົວທີ່ຖືກຕ້ອງຕາມກົດໝາຍລວມທັງວັດຖຸສິ່ງຂອງທີ່ໄດ້ຍຶດເປັນຂອງກາງຊຶ່ງເປັນກໍາມະສິດຂອງຜູ້ກ່ຽວ. ໃນກໍລະນີການຊັດມ້ຽນຄະດີທາງດ້ານກົດໝາຍທີ່ກໍານົດໄວ້ໃນມາດຕາ6ຂໍ້8ຂອງກົດໝາຍສະບັບນີ້ທີ່ພົວພັນກັບຂອງກາງຄະດີ,ຄ່າເສຍຫາຍທາງແພ່ງໃຫ້ອົງການທີ່ກ່ຽວຂ້ອງສະຫຼຸບກ່ຽວກັບຄະດີດັ່ງກ່າວເພື່ອສະເໜນີຕໍ່ຄະນະສານອາຍາພິຈາລະນາຕາມກົດໝາຍ. ການຊັດມ້ຽນຄະດີມີສອງປະເພດດັ່ງນີ້ 1.ການຊັດມ້ຽນຄະດີທາງດ້ານກົດໝາຍ; 2.ການຊັດມ້ຽນຄະດີທາງດ້ານຫຼັກຖານ. ການຊັດມ້ຽນຄະດີທາງດ້ານກົດໝາຍແມ່ນການຊັດມ້ຽນຄະດີຕາມທີ່ໄດ້ກໍານົດໄວ້ໃນຂໍ້1ຂອງມາດຕານີ້. ການຊັດມ້ຽນຄະດີທາງດ້ານຫຼັກຖານແມ່ນການຊັດມ້ຽນຄະດີຕາມທີ່ໄດ້ກໍານົດໄວ້ໃນຂໍ້2ຂອງມາດຕານີ້. ຄໍາສັ່ງຊັດມ້ຽນຄະດີຕ້ອງແຈ້ງໃຫ້ຜູ້ຖືກເສຍຫາຍຫຼືໂຈດທາງແພ່ງທີ່ເປັນຄູ່ຄວາມພາຍໃນເວລາສາມວັນລັດຖະການນັບແຕ່ວັນອອກຄໍາສັ່ງແລະພວກກ່ຽວມີສິດຂໍອຸທອນພາຍໃນເວລາເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງນັ້ນເປັນຕົ້ນໄປ. ຄໍາສັ່ງຊັດມ້ຽນຄະດີຂອງຫົວໜ້າອົງການສືບສວນສອບສວນຕ້ອງຂໍອຸທອນໄປຍັງຫົວໜ້າອົງການໄອຍະການຂັ້ນດຽວກັນ,ຄໍາສັ່ງຊັດມ້ຽນຄະດີຂອງຫົວນ້າອົງການໄອຍະການຕ້ອງຂໍອຸທອນໄປຍັງຫົວໜ້າອົງການໄອຍະການຂັ້ນເທິງຖັດໄປ.ໃນກໍລະນີທີ່ຍັງບໍ່ພໍໃຈກໍ່ມີສິດຂໍລົບລ້ງາພາຍໃນເວລາເຈັດວັນ. ໃນກໍລະນີທີ່ມີການຊັດມ້ຽນຄະດີນັ້ນບົດສະຫຼຸບການສືບສວນສອບສວນຕ້ອງບອກແຈ້ງສະພາບການເຄື່ອນໄຫວດໍາເນີນການສືບສວນສອບສວນ,ເຫດຜົນແລະພື້ນຖານທີ່ພາໃຫ້ຊັດມ້ຽນຄະດີ.

ມາດຕາ149ການສືບຕໍ່ການສືບສວນສອບສວນຄະດີທີ່ຖືກຊັດມ້ຽນ. ການຊັດມ້ຽນຄະດີທາງດ້ານກົດໝາຍບໍ່ສາມາດໃຫ້ສືບຕໍ່ການສືບສວນສອບສວນຄືນໃໝ່ໄດ້. ການຊັດມ້ຽນຄະດີທາງດ້ານຫຼັກຖານສາມາດໃຫ້ສືບຕໍ່ການສືບສວນສອບສວນຄືນໃໝ່ໄດ້. ການສືບຕໍ່ການສືບສວນສອບສວນຄະດີທີ່ຖືກຊັດມ້ຽນນັ້ນຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກມີຫຼັກຖານໃໝ່ແລະອາຍຸຄວາມໃນການຮ້ອງຢ້ອງທາງອາຍາຍັງບໍ່ທັນໄດ້ສິ້ນສຸດເທື່ອ. ໃນການສືບຕໍ່ການສືບສວນສອບສວນຄະດີທີ່ຖືກຊັດມ້ຽນແລ້ວນັ້ນຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງລົບລ້າງຄໍາສັ່ງຊັດມ້ຽນຄະດີດັ່ງກ່າວແລ້ວສັ່ງໃຫ້ສືບຕໍ່ການສືບສວນສອບສວນຄືນໃໝ່.

ມາດຕາ150ການສິ້ນສຸດການສືບສວນສອບສວນ ການສືບສວນສອບສວນຈະສິ້ນສຸດລົງໄດ້ກໍ່ຕໍ່ເມື່ອຫົວໜ້າອົງການສືບສວນສອບສວນຫຼືເຈົ້າໜ້າທີ່ສືບສວນສອບສວນ,ຫົວໜ້າອົງການໄອຍະການຫຼືພະນັກງານໄອຍະການໄດ້ສໍາເລັດການສືບສວນສອບສວນແລະເຮັດບົດສະຫຼຸບຜົນຂອງການສືບສວນສອບສວວນ. ບົດສະຫຼຸບຜົນຂອງການສືບສວນສອບສວນປະກອບດ້ວຍເນື້ອໃນດັ່ງນີ້: 1.ເຫດການຂອງການກະທໍາຜິດ; 2.ຫຼັກຖານຢັ້ງຢືນການກະທໍາຜິດ; 3.ຄໍາເຫັນກ່ຍວກັບການສືບສວນສອບສວນ; 4.ມາດຕະການສະກັດກັ້ນທີ່ໄດ້ປະຕິບັດຜ່ານມາ; 5.ຂອງກາງໃນຄະດີແລະການນໍາໃຊ້ມາດຕະການຍຶດຊັບ,ອາຍັດຊັບເພື່ອຮັບປະກັນການປະຕິບັດຄໍາຕັດສິນຂອງສານ; 6.ເຫດຜົນແລະພື້ນຖານທີ່ພາໃຫ້ສັ່ງຟ້ອງລວມທັງຂໍ້ສະເໜີກ່ຽວກັບການແກ້ໄຂຄະດີ. ຈາກນັ້ນຈຶ່ງປະກອບສໍານວນຄະດີແລ້ວສົ່ງໃຫ້ອົງການໄອຍະການພ້ອມດ້ວຍຂອງກາງພາຍໃນວລາສາມວັນ,ໃນກໍລະນີທີ່ອອກຄໍາສັ່ງຊັດມ້ຽນຄະດີຕ້ອງລາຍງານຕໍ່ອົງການໄອຍະການໃນທັນໃດ.

ພາກທີ7ສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນແລະການສັ່ງຟ້ອງຂຶ້ນສານ

ໝວດທີ1ສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນ.

ມາດຕາ151ສິດແລະໜ້າທີ່ຂອງອົງການໄອຍະການ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນສອບສວນອົງການໄອຍະການມີສິດແລະໜ້າທີ່ດັ່ງນີ້: 1.ຮ້ອງຟ້ອງ,ເປີດການສືບສວນສອບສວນແລະສັ່ງຟ້ອງຜູ້ກະທໍາຜິດ,ນໍາໃຊ້ມາດຕະການເພື່ອບໍ່ໃຫ້ຜູ້ກະທໍາຜິດຫຼຸດພົ້ນອອກຈາກການດໍາເນີນຄະດີ; 2.ຕິດຕາມກວດກາການເຄົາລົບລະບຽບການດໍາເນີນການສືບສວນສອບສວນ; 3.ຕິດຕາມກວດກາເພື່ອບໍ່ໃຫ້ບຸກຄົນໃດໜຶ່ງໄດ້ຖືກກັກຕົວ,ຈັບຕົວຫຼືກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍ; 4.ຕິດຕາມກວດກາຢ່າງເຂັ້ມງວດເພື່ອບໍ່ໃຫ້ຜູ້ບໍ່ໄດ້ກະທໍາຜິດຖືກລົງໂທດ; 5.ທວງເອົາສໍານວນຄະດີອາຍາ,ເອກະສານແລະຂໍ້ມູນຕ່າງໆກ່ຽວກັບການກະທໍາຜິດຈາກອົງການສືບສວນສອບສວນເພື່ອທໍາການກວດກາ; 6.ເຂົ້າຮ່ວມການສືບສວນສອບສວນຄະດີອາຍາແລະໃນກໍລະນີທີ່ຈໍາເປັນຈະດໍາເນີນການສືບສວນສອບສວນດ້ວຍຕົນເອງກໍ່ໄດ້; 7.ລົບລ້າງຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນທີ່ບໍ່ຖືກຕ້ອງຕາມກົດໝາຍຫຼືບໍ່ມີເຫດຜົນ; 8.ໃຫ້ການແນະນໍາເປັນລາຍລັກອັກສອນກ່ຽວກັບການສືບສວນສອບສວນຄະດີອາຍາ,ການຊອກຫາຜູ້ກະທໍາຜິດ,ການຕີຄວາມໝາຍຂອງການກະທໍາຜິດ,ການນໍາໃຊ້ມາດຕະການຕ່າງໆໃນການສືບສວນສອບສວນ; 9.ອອກຄໍາສັ່ງພາຕົວ,ຈັບຕົວ,ກັກຂັງ,ກວດຄົ້ນເຄຫະສະຖານແລະອອກຄໍາສັ່ງປ່ອຍຕົວພາງ; 10.ຕໍ່ເວລາການສືບສວນສອບສວນແລະເວລາການກັກຂັງພາງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 11.ສົ່ງສໍານວນຄະດີຄືນໃຫ້ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການພ້ອມດ້ວຍຄໍາແນະນໍາກ່ຽວກັບການສືບສວນສອບສວນເພີ່ມເຕີມ; 12.ສັ່ງໃຫ້ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການທີ່ໄດ້ລະເມີດກົດໝາຍໃນເວລາດໍາເນີນຄະດີຢຸດເຊົາການສືບສວນສອບສວນພ້ອມທັງດໍາເນີນຄະດີຖ້າຫາກເຫັນວ່າການລະເມີດນັ້ນເປັນການກະທໍາຜິດທາງອາຍາ; 13.ໂຈະການດໍາເນີນຄະດີຫຼືຊັດມ້ຽນຄະດີຕາມສາເຫດທີ່ໄດ້ກໍານົດໄວ້ໃນມາດຕາ146ແລະ148ຂອງກົດໝາຍສະບັບນີ້; 14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ152ກໍານົດເວລາໃນການຄົ້ນຄວ້າຄະດີແລະການລົງຄໍາເຫັນ ຫົວໜ້າອົງການໄອຍະການຕ້ອງຄົ້ນຄວ້າຄະດີທີ່ໄດ້ຮັບຈາກອົງການສືບສວນສອບສວນຫຼືພະນັກງານໄອຍະການຢ່າງຊ້າບໍ່ໃຫ້ເກີນສິບຫ້າວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປແລ້ວຕ້ອງອອກຄໍາສັ່ງໃດໜຶ່ງດັ່ງນີ້: 1.ຖ້າຫາກເຫັນວ່າການສືບສວນສອບສວນຄະດີຍັງບໍ່ທັນຄົບຖ້ວນນັ້ນຫົວໜ້າອົງການໄອຍະການຕ້ອງສົ່ງສໍານວນຄະດີຄືນໃຫ້ອົງການສືບສວນສອບສວນຫຼືພະນັກງານໄອຍະການພ້ອມດ້ວຍປະເດັນການສືບສວນສອບສວນເພີ່ມເຕີມ; 2.ຖ້າຫາກເຫັນວ່າມີສາເຫດທີ່ພາໃຫ້ໂຈະການສືບສວນສອບສວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ146ຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງໂຈະການດໍາເນີນຄະດີ; 3.ຖ້າຫາກເຫັນວ່າມີສາເຫດທີ່ພາໃຫ້ຊັດມ້ຽນຄະດີຕາມທີ່ໄດ້ກໍານົດໄວ້ໃນມາດຕາ148ຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຊັດມ້ຽນຄະດີ; 4.ຖ້າຫາກເຫັນວ່າມາດຕະການສະກັດກັ້ນຊຶ່ງຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການໄດ້ນໍາໃຊ້ນັ້ນຍັງບໍ່ທັນສອດຄ່ອງກັບສະພາບຂອງຄະດີແລ້ວຫົວໜ້າອົງການໄອຍະການກໍ່ມີສິດປ່ຽນແປງ,ເພີ່ມເຕີມ,ຍົກເລີກຫຼືລົບລ້າງມາດຕະການດັ່ງກ່າວ; 5.ຖ້າຫາກເຫັນວ່າມີຂໍ້ມູນຫຼັກຖານພຽງພໍຮັດກຸມແລ້ວຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຟ້ອງຜູ້ຖືກຫາຂຶ້ນສານ. ພາຍຫຼັງໄດ້ລົງຄໍາເຫັນໃດໜຶ່ງຕາມທີ່ໄດ້ກ່າວມານີ້ແລ້ວຫົວໜ້າອົງການໄອຍະການຕ້ອງແຈ້ງໃຫ້ຜູ້ຖືກຫາ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງແລະຜູ້ຮັບຜິດຊອບທາງແພ່ງພາຍໃນເວລາສາມວັນລັດຖະການນັບແຕ່ວັນອອກຄໍາສັ່ງເປັນຕົ້ນໄປ. ຄູ່ຄວາມມີສິດເບິ່ງສໍານວນຄະດີ,ອ່ານຄໍາສັ່ງຂອງຫົວໜ້າອົງການໄອຍະການ,ຈົດກ່າຍຫຼືສໍາເນົາເອກະສານໃນສໍານວນຄະດີ. ອົງການໄອຍະການຕ້ອງສົ່ງຄໍາສັ່ງຟ້ອງແລະສໍານວນຄະດີພ້ອມດ້ວຍຂອງກາງໄປຍັງສານພາຍໃນເວລາສາມວັນລັດຖະການນັບແຕ່ວັນໄດ້ອອກຄໍາສັ່ງຟ້ອງເປັນຕົ້ນໄປ. ໃນກໍລະນີທີ່ເຫັນວ່າຄະດີທີ່ກໍາລັງຄົ້ນຄວ້າພິຈາລະນາຢູ່ນັ້ນຫາກບໍ່ຢູ່ໃນສິດແລະໜ້າທີ່ຂອງຕົນຫົວໜ້າອົງການໄອຍະການຕ້ອງສົ່ງສໍານວນຄະດີໄປຍັງອົງການໄອຍະການທີ່ມີສິດແລະໜ້າທີ່ເປັນຜູ້ດໍາເນີນ. ກໍານົດເວລາໃນການຄົ້ນຄວ້າຄະດີແລະການລົງຄໍາເຫັນຂອງອົງການໄອຍະການໃນຂັ້ນອຸທອນແລະຂັ້ນລົບລ້າງຢ່າງຊ້າບໍ່ໃຫ້ເກີນສາມສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ.

ມາດຕ153(ປັບປຸງ)ການສົ່ງສໍານວນຄະດີຄືນເພື່ອໃຫ້ສືບສວນສອບສວນເພີ່ມເຕີມ ພາຍຫຼັງໄດ້ຄົ້ນຄວ້າສໍານວນຄະດີແລ້ວອົງການໄອຍະການອາດສົ່ງສໍານວນຄະດີຄືນໃຫ້ອົງການສືບສວນສອບສວນເພື່ອສືບສວນສອບສວນເພີ່ມເຕີມໃນກໍລະນີດັ່ງນີ້: 1.ປະກອບຂໍ້ມູນຫຼັກຖານຍັງບໍ່ທັນຄົບຖ້ວນຊຶ່ງອົງການໄອຍະການບໍ່ສາມາດດໍາເນີນການສືບສວນສອບສວນເພີ່ມເຕີມດ້ວຍຕົນເອງໄດ້; 2.ມີພື້ນຖານໃນການເປີດການສືບສວນສອບສວນໃສ່ຜູ້ຖືກຫາຫຼືຜູ້ຮ່ວມມືອື່ນໃນຄະດີດຽວກັນທີ່ຍັງບໍ່ທັນໄດ້ນໍາຕົວມາດໍາເນີນຄະດີ; 3.ມີການລະເມີດກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ໃນການສົ່ງສໍານວນຄະດີຄືນໃຫ້ອົງການສືບສວນສອບສວນຫົວໜ້າອົງການໄອຍະການຕ້ອງເຮັດປະເດັນການສືບສວນສອບສວນເພີ່ມເຕີມ. ອົງການສືບສວນສອບສວນຕ້ອງສົ່ງສໍານວນຄະດີພ້ອມທັງບົດສະຫຼຸບຜົນຂອງການສືບສວນສອບສວນເພີ່ມເຕີມໄປຍັງອົງການໄອຍະການທີ່ກ່ຽວຂ້ອງພາຍໃນເວລາສອງເດືອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ110ວັກສາມຂອງກົດໝາຍສະບັບນີ້.

ໝວດທີ2ການສັ່ງຟ້ອງຂຶ້ນສານ

ມາດຕາ154ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານແມ່ນການອອກຄໍາສັ່ງໂດຍຫົວນ້າອົງການໄອຍະການຊຶ່ງຕັ້ງຂໍ້ກ່າວຫາໃສ່ຜູ້ຖືກຫາເພື່ອໃຫ້ສານພິຈາລະນາຕັດສິນ. ຄໍາສັ່ງຟ້ອງຜູ້ຖືກຫາຂຶ້ນສານຕ້ອງມີເນື້ອໃນດັ່ງນີ້: 1.ວັນ,ເດືອນ,ປີແລະສະຖານທີ່ອອກຄໍາສັ່ງຟ້ອງ; 2.ຊື່,ນາມສະກຸນ,ໜ້າທີ່ແລະຕໍາແໜ່ງພ້ອມທັງລາຍເຊັນຂອງຜູ້ອອກຄໍາສັ່ງຟ້ອງ; 3.ຊື່ແລະນາມສະກຸນຂອງຜູ້ຖືກຫາ,ອາຍຸ,ສັນຊາດ,ເຜົ່າ,ອາຊີບ,ເລກບັດປະຈໍາຕົວຫຼືສໍາມະໂນຄົວ,ທີ່ຢູ່; 4.ຂໍ້ກ່າວຫາ,ວັນ,ເດືອນ,ປີກັກຂັງ,ປ່ອຍຕົວພາງ,ສະຖານທີ່ກັກຂັງ,ມາດຕາປະມວນກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາ. ຫົວໜ້າອົງການໄອຍະການຕ້ອງແຈ້ງຄໍາສັ່ງຟ້ອງໃຫ້ຜູ້ຖືກຫາຫຼືທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຜູ້ກ່ຽວແລ້ວໃຫ້ລົງລາຍເຊັນຮັບຮູ້ພາຍໃນເວລາສາມວັນລັດຖະການກ່ອນການສົ່ງສໍານວນຄະດີໃຫ້ສານ,ໃນກໍລະນີທີ່ບໍ່ລົງລາຍເຊັນໃນຄໍາສັ່ງຟ້ອງກໍ່ໃຫ້ບັນທຶກໄວ້. ໃນການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕ້ອງສົ່ງສໍານວນຄະດີແລະຂອງກາງໄປພ້ອມເພື່ອໃຫ້ສານພິຈາລະນາຕາມກົດໝາຍ.

ມາດຕາ155ການກະທໍາຜິດຂອງເດັກທີ່ບໍ່ສົ່ງໃຫ້ສານ ການກະທໍາຂອງເດັກທີ່ມີອາຍຸຕໍ່າກວ່າສິບແປດປີແຕ່ບໍ່ໃຫ້ຫຼຸດສິບຫ້າປີທີ່ເປັນການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດທີ່ບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າສາມປີລົງມາຈະບໍ່ສົ່ງໃຫ້ສານຕັດສິນແລະຈະຖືກແຫ້ໄຂຕາມກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງເດັກແລະຕາມປະມວນກົດໝາຍອາຍາ.

ມາດຕາ156(ປັບປຸງ)ຄໍາຖະແຫຼງ ຄໍາຖະແຫຼງແມ່ນຄໍາເຫັນຂອງຫົວໜ້າອົງການໄອຍະການທີ່ໄຈ້ແຍກການກະທໍາຜິດຂອງຈໍາເລີຍຕໍ່ສານໂດຍຊີ້ໃຫ້ເຫັນສີ່ອົງປະກອບຂອງການກະທໍາຜິດທາງອາຍາຄືດ້ານວັດຖຸກໍາ,ດ້ານພາວະວິໄສ,ດ້ານອັດຕະວິໄສແລະເຈົ້າກໍາ,ລັກສະນະ,ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດ;ສາເຫດທີ່ພາໃຫ້ຫຼຸດຜ່ອນຫຼືເພີ່ມຄວາມຮັບຜິດຊອບທາງອາຍາ,ເງື່ອນໄຂອື່ນທີ່ມີຄວາມສໍາຄັນສໍາລັບຄະດີ,ມາດຕາປະມວນກົດໝາຍອາຍາ,ກົດໝາຍອື່ນທີ່ກໍານົດໂທດທາງອາຍາ,ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ,ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແລະກົດມມາຍອື່ນທີ່ກ່ຽວຂ້ອງ. ຜູ້ຖືກຫາ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຜູ້ກ່ຽວມີສິດອ່ານແລະຈົດກ່າຍຫຼືສໍາເນົາເອົາເນື້ອໃນຄໍາຖະແຫຼງ. ຄໍາຖະແຫຼງຂອງອົງການໄອຍະການໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ3ການສັ່ງຟ້ອງຂຶ້ນສານໂດຍກົງ

ມາດຕາ157ການສັ່ງຟ້ອງຂຶ້ນສານໂດຍກົງ ການສັ່ງຟ້ອງຂຶ້ນສານໂດຍກົງແມ່ນການທີ່ຫົວໜ້າອົງການໄອຍະການສັ່ງຟ້ອງຜູ້ຖືກຫາຂຶ້ນສານໂດຍບໍ່ຕ້ອງເປີດການສືບສວນສອບສວນ.

ມາດຕາ158ເງື່ອນໄຂການສັ່ງຟ້ອງຂຶ້ນສານໂດຍກົງ ການສັ່ງຟ້ອງຂຶ້ນສານໂດຍກົງຕ້ອງມີເງື່ອນໄຂດັ່ງນີ້: 1.ເປັນການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດທີ່ກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າສາມປີ; 2.ມີຫຼັກຖານຄົບຖ້ວນເປັນຕົ້ນເປັນການກະທໍາຜິດເຊິ່ງນ້າ,ມີການຮັບສາລະພາບຂອງຜູ້ຖືກຫາ.

ມາດຕາ159ຂັ້ນຕອນການສັ່ງຟ້ອງຂຶ້ນສານໂດຍກົງ ເມື່ອມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ158ຂອງກົດໝາຍສະບັບນີ້ຫົວໜ້າອົງການສືບສວນສອບສວນຫຼືພະນັກງານໄອຍະການຕ້ອງສົ່ງສໍານວນຄະດີພ້ອມດ້ວຍຂອງກາງຄະດີແລະຜູ້ຖືກຫາໃຫ້ອົງການໄອຍະການພາຍໃນເວລາສີ່ສິບແປດຊົ່ວໂມງ,ສໍາລັບເຂດຫ່າງໄກສອກຫຼີກນັ້ນແມ່ນພາຍໃນເວລາເຈັດວັນນັບແຕ່ວັນເກີດເຫດຫຼືວັນແຈ້ງຄວາມເປັນຕົ້ນໄປ. ຫົວນ້າອົງການໄອຍະການຕ້ອງສັ່ງຟ້ອງຂຶ້ນສານໂດຍກົງພາຍໃນເວລາສີ່ສິບແປດຊົ່ວໂມງນັບແຕ່ເວລາໄດ້ຮັບສໍານວນຄະດີເປັນຕົ້ນໄປ.

ມາດຕາ8ການດໍາເນີນຄະດີຢູ່ສານຂັ້ນຕົ້ນ

ໝວດທີ1ສິດອໍານາດຂອງສານຕັດສິນຄະດີອາຍາເປັນຂັ້ນຕົ້ນ

ມາດຕາ160ສານທີ່ມີສິດອໍານາດໃນການຕັດສິນຄະດີອາຍາເປັນຂັ້ນຕົ້ນ ສາທນທີ່ມີສິດອໍານາດຕັດສິນຄະດີອາຍາເປັນຂັ້ນຕົ້ນມີດັ່ງນີ້: 1.ສານປະຊາຊົນເຂດມີສິດອໍານາດພິຈາລະນາຄັດສິນເປັນຂັ້ນຕົ້ນຄະດີອາຍາທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ສາມປີລົງມາຍົກເວັ້ນຄະດີເດັກກະທໍາຜິດ; 2.ສານປະຊາຊົນແຂວງ,ນະຄອນຫຼວງມີສິດອໍານາດພິຈາລະນາຕັດສິນເປັນຂັ້ນຕົ້ນຄະດີອາຍາທີ່ບໍ່ຂຶ້ນກັບສິດອໍານາດຂອງສານປະຊາຊົນເຂດ; 3.ສານທະຫານພາກມີສິດອໍານາດພິຈາລະນາຕັດສິນເປັນຂັ້ນຕົ້ນຄະດີອາຍາກ່ຽວກັບການກະທໍາຜິດທີ່ເກີດຂຶ້ນໃນຂົງເຂດວຽກງານການທະຫານຫຼືໃນຂອບເຂດຕັ້ງທັບຂອງທະຫານ.

ມາດຕາ161ສິດອໍານາດຂອງສານປະຊາຊົນເຂດແລະສານປະຊາຊົນແຂວງ,ນະຄອນຫຼວງ ໃນການພິຈາລະນາຕັດສິນຂອງສານປະຊາຊົນເຂດແລະສານປະຊາຊົນແຂວງ,ນະຄອນຫຼວງໃຫ້ປະຕິບັດດັ່ງນີ້: 1.ທຸກການກະທໍາຜິດທາງອາຍາທີ່ກໍານົດຢູ່ໃນວັກໃດໜຶ່ງຂອງມາດຕະປະມວນກົດໝາຍອາຍາຫຼືກົດໝາຍອື່ນຊຶ່ງປະມາຍກົດໝາຍອາຍາກໍານົດໂທດຕັດອິດສະລະພາບແຕ່ສາມປີລົງມາແມ່ນສິດອໍານາດຂອງສານປະຊາຊົນເຂດ; 2.ທຸກການກະທໍາຜິດທາງອາຍາຊຶ່ງປະມວນກົດໝາຍອາຍາກໍານົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປແລະທຸກການກະທໍາຜິດຂອງເດັກໃນກໍລະນີທີ່ບໍ່ມີສານເດັກແມ່ນສິດອໍານາດຂອງສານປະຊາຊົນແຂວງ,ນະຄອນຫຼວງ; 3.ສໍາລັບການກະທໍາຜິດທາງອາຍາຊຶ່ງມີຜູ້ກະທໍາຜິດຫຼາຍຄົນແຕ່ໃນນັ້ນມີບາງຄົນກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປນັ້ນຄະດີດັ່ງກ່າວແມ່ນສິດອໍານາດຂອງສານປະຊາຊົນແຂວງ,ນະຄອນຫຼວງ.

ມາດຕາ162ສິດອໍານາດຂອງສານທາງດ້ານພື້ນທີ່ ສິດອໍານາດທາງດ້ານພື້ນທີ່ໃນການຕັດສິນຄະດີອາຍາຂອງສານປະຊາຊົນແລະສານທະຫານມີດັ່ງນີ້: 1.ສານບ່ອນການກະທໍາຜິດໄດ້ເກີດຂຶ້ນເວັ້ນເສຍແຕ່ໃນກໍລະນີທີ່ຈໍາເປັນເພື່ອຮັບປະກັນຄວາມປອດໄພແລະຄວາມຍຸຕິທໍາປະທານສານປະຊາຊົນສູງສຸດມີສິດຕົກລົງໃຫ້ສານບ່ອນອື່ນຕັດສິນກໍ່ໄດ້; 2.ສໍາລັບການກະທໍາຜິດຊຶ່ງຜູ້ດຽວໄດ້ກໍ່ຂຶ້ນຢູ່ຫຼາຍບ່ອນຫຼືຫຼາຍແຂວງໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ97ຂອງກົດໝາຍສະບັບນີ້: 3.ໃນກໍລະນີທີ່ການກະທໍາຜິດຫາກໄດ້ເກີດຂຶ້ນຢູ່ໃນເຮືອບິນ,ເຮືອ,ກໍາປັ່ນໂດຍສານຫຼືຂົນສົ່ງຂອງສປປລາວທີ່ກໍາລັງດໍາເນີນການບໍລິການຢູ່ພາຍໃນຫຼຢູ່ຕ່າງປະເທດນັ້ນສານບ່ອນເຮືອບິນ,ເຮືອ,ກໍາປັ່ນມາຈອດຢູ່ສະໜາມບິນຫຼືທ່າເຮືອບ່ອນທໍາອິດຂອງສປປລາວເປັນສານທີ່ມີສິດອໍານາດ; 4.ຄົນລາວທີ່ໄດ້ກະທໍາຜິດຢູ່ຕ່າງປະເທດແລະໄດ້ຖືກນໍາມາດໍາເນີນຄະດີຢູ່ສປປລາວໃຫ້ສານປະຊາຊົນແຂວງ,ນະຄອນຫຼວງບ່ອນຢູ່ສຸດທ້າຍຂອງຜູ້ກ່ຽວຢູ່ສປປລາວມີສິດອໍານາດ.ຖ້າຫາກບໍ່ຮູ້ບ່ອນຢູ່ສຸດທ້າຍຂອງຜູ້ກ່ຽວຢູ່ສປປລາວແລ້ວກໍ່ໃຫ້ປະທານສານປະຊາຊົນສູງສຸດຕົກລົງໃຫ້ສານໃດໜຶ່ງມີສິດອໍານາດ.

ມາດຕາ163(ປັບປຸງ)ການຊີ້ຂາດກ່ຽວກັບສິດອໍານາດຂອງສານ ເມື່ອມີການຂັດແຍ່ງກ່ຽວກັບສິດອໍານາດໃນການພິຈາລະນາລະຫວ່າງສານດ້ວຍກັນວ່າສານໃດມີສິດອໍານາດຫຼືບໍ່ມີສິດອໍານາດພິຈາລະນາຄະດີນັ້ນໃຫ້ສານບ່ອນໄດ້ຮັບຄໍາຮ້ອງຟ້ອງສະເໜີໄປຍັງສານປະຊາຊົນສູງສຸດເພື່ອພິຈາລະນາອອກຄໍາຊີ້ຂາດກ່ຽວກັບສິດອໍານາດຂອງສານ.

ໝວດທີ2ການຮັບເອົາຄະດີມາພິຈາລະນາ

ມາດຕາ164ການຮັບເອົາຄະດີມາພິຈາລະນາ ສານຈະຮັບເອົາສໍານວນຄະດີອາຍາມາພິຈາລະນາໄດ້ກໍ່ຕໍ່ເມື່ອຫາກມີຄໍາສັ່ງຟ້ອງຂຶ້ນສານຂອງຫົວນ້າອົງການໄອຍະການເທົ່ານັ້ນ.

ມາດຕາ165ກໍານົດເວລາໃນການພິຈາລະນາຕັດສິນຄະດີຢູ່ສານຂັ້ນຕົ້ນ ສານປະຊາຊົນເຂດ,ສານປະຊາຊົນແຂວງ,ນະຄອນຫຼວງຂັ້ນຕົ້ນແລະສານທະຫານພາກຕ້ອງພິຈາລະນາຕັດສິນຄະດີພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສັ່ງຟ້ອງຈາກຫົວນ້າອົງການໄອຍະການເປັນຕົ້ນໄປ. ສໍາລັບຄະດີທີ່ສັ່ງຟ້ອງຂຶ້ນສານໂດຍກົງຕ້ອງພິຈາລະນາຕັດສິນພາຍໃນເວລາສີ່ສິບແປດຊົ່ວໂມງນັບແຕ່ເວລາໄດ້ຮັບຄໍາສັ່ງຟ້ອງໂດຍກົງຈາກຫົວນ້າອົງການໄອຍະການເປັນຕົ້ນໄປ,ຄໍາຕັດສິນຂອງສານໃນກໍລະນີນີ້ສາມາດຂໍອຸທອນໄດ້ແຕ່ບໍ່ມີສິດຂໍລົບລ້າງ.

ມາດຕາ166ມາດຕະການຂອງສານ ໃນການດໍາເນີນຄະດີຢູ່ສານ,ສານມີສິດນໍາໃຊ້ວິທີການສືບສວນສອບສວນແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ໃນກໍລະນີທີ່ມີການນໍາໃຊ້,ປ່ຽນແປງຫຼືຍົກເລີກມາດຕະການສະກັດກັ້ນສານຕ້ອງແຈ້ງໃຫ້ອົງການໄອຍະການຂັ້ນດຽວກັນ,ຈໍາເລີຍ,ໂຈດທາງແພ່ງ,ທະນາຍຄວາມ,ຜູ້ປົກປ້ອງອື່ນຫຼືສະຖານທີ່ກັກຂັງຈໍາເລີຍໃນທັນໃດ.

ມາດຕາ167ການຄົ້ວຄວ້າຄະດີຂອງສານ ພາຍຫຼັງທີ່ສານໄດ້ຮັບສໍານວນຄະດີຈາກອົງການໄອຍະການແລ້ວປະທານສານຈະມອບໃຫ້ຜູ້ພິພາກສາໃດໜຶ່ງເປັນຜູ້ຄົ້ນຄ້ວາຄວາມຖືກຕ້ອງແລະຄົບຖ້ວນກ່ຽວກັບການດໍາເນີນຄະດີຂອງອົງການສືບສວນສອບສວນ,ອົງການໄອຍະການແລະຄໍາສັ່ງຟ້ອງຂອງຫົວໜ້າອົງການໄອຍະການຈາກນັ້ນກໍ່ນໍາສະເໜີປະທານສານເພື່ອພິຈາລະນາຕົກລົງຕາມແຕ່ລະກໍລະນີດັ່ງນີ້: 1.ສົ່ງສໍານວນຄະດີຄືນໃຫ້ອົງການໄອຍະການເພື່ອທໍາການສືບສວນສອບສວນເພີ່ມເຕີມຖ້າເຫັນວ່າການສືບສວນສອບສວນຫາກຍັງບໍ່ທັນຄົບຖ້ວນ. 2.ສົ່ງສໍານວນຄະດີຄືນໃຫ້ອົງການໄອຍະການເພື່ອສັ່ງຟ້ອງເພີ່ມເຕີມຖ້າເຫັນວ່າຍັງມີການກະທໍາຜິດອື່ນຫຼືມີບຸກຄົນອື່ນທີ່ບໍ່ທັນໄດ້ຖືກສັ່ງຟ້ອງຂຶ້ນສານ. 3.ຕົກລົງວັນ,ເວລານໍາເອົາຄະດີອອກມາພິຈາລະນາໃນທີ່ປະຊຸມສານຖ້າເຫັນວ່າການສືບສວນສອບສວນຫາກໄດ້ດໍາເນີນໄປຢ່າງຖືກຕ້ອງແລະຄົບຖ້ວນແລ້ວ. ພາຍຫຼັງປະທານສານໄດ້ອອກຄໍາຕົກລົງໃດໜຶ່ງດັ່ງທີ່ກ່າວມາຂ້າງເທິງນີ້ແລ້ວກໍ່ຕ້ອງແຈ້ງໃຫ້ຈໍາເລີຍແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີຊາບພາຍໃນເວລາສາມວັນນັບແຕ່ວັນອອກຄໍາຕົກລົງນັ້ນເປັນຕົ້ນໄປ.

ມາດຕາ168(ປັບປຸງ)ການສົ່ງສໍານວນຄະດີຄືນເພື່ອດໍາເນີນການສືບສວນສອບສວນຫຼືສັ່ງຟ້ອງເພີ່ມເຕີມ ປະທານສານຈະອອກຄໍາສັ່ງສົ່ງສໍານວນຄະດີໄປຍັງຫົວໜ້າອົງການໄອຍະການເພື່ອດໍາເນີນການສືບສວນສອບສວນຫຼືສັ່ງຟ້ອງເພີ່ມເຕີມຕາມແຕ່ລະກໍລະນີດັ່ງນີ້: 1.ຂາດຫຼັກຖານທີ່ສໍາຄັນ; 2.ມີພື້ນຖານທີ່ພາໃຫ້ເຊື່ອຖືໄດ້ວ່າຈໍາເລີຍຍັງມີການກະທໍາຜິດຫຼືມີຜູ້ກະທໍາຜິດອື່ນອີກໃນຄະດີດຽວກັນທີ່ບໍ່ທັນໄດ້ສັ່ງຟ້ອງຂຶ້ນສານ. ການສືບສວນສອບສວນເພີ່ມເຕີມນັ້ນຕ້ອງເຮັດເປັນປະເດັນພ້ອມທັງບອກແຈ້ງບັນຫາທີ່ຕ້ອງການໃຫ້ສືບສວນສອບສວນ. ໃນກໍລະນີທີ່ສານສົ່ງສໍານວນຄະດີຄືນໃຫ້ອົງການໄອຍະການເພື່ອດໍາເນີນການສືບສວນສອບສວນເພີ່ມເຕີມກໍານົດເວລາການສືບສວນສອບສວນນັ້ນແມ່ນພາຍໃນເວລາໜຶ່ງເດືອນ. ໃນການສືບສວນສອບສວນເພີ່ມເຕີມນັ້ນຖ້າຫາກມີສາເຫດທີ່ພາໃຫ້ຊັດມ້ຽນຄະດີຕາມທີ່ໄດ້ກໍານົດໄວ້ໃນມາດຕາ148ຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງຊັດມ້ຽນຄະດີແລ້ວສະເໜີໃຫ້ສານອອກຄໍາຊີ້ຂາດ. ຖ້າວ່າອົງການໄອຍະການຫາກບໍ່ສາມາດເກັບກໍາຂໍ້ມູນເພີ່ມເຕີມຕາມຄໍາສະເໜີຂອງສານແລະຍັງຢືນຢັນຄໍາສັ່ງຟ້ອງຂອງຕົນສານຕ້ອງນໍາເອົາຄະດີອອກພິຈາລະນາໃນທີ່ປະຊຸມສານ.

ມາດຕາ169ເນື້ອໃນຂອງຄໍາສັ່ງໃຫ້ນໍາເອົາຄະດີອອກພິຈາລະນາ ຫຼັງຈາກຜູ້ພິພາກສາໄດ້ຄົ້ນຄວ້າສໍານວນຄະດີສໍາເລັດແລ້ວປະທານສານຕ້ອງອອກຄໍາສັ່ງໃຫ້ນໍາເອົາຄະດີອອກພິຈາລະນາໃນທີ່ປະຊຸມສານ. ຄໍາສັ່ງມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບ,ແລະທີ່ຢູ່ຂອງຈໍາເລີຍ; 2.ຂໍ້ກ່າວຫາແລະມາດຕາປະມວນກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາຕາມຄໍາສັ່ງຟ້ອງ; 3.ວັນ,ເວລາແລະສະຖານທີ່ປະຊຸມສານ.

ມາດຕາ170ການຮຽກບຸກຄົນຫຼືການຈັດຕັ້ງເຂົ້າມາໃຫ້ການ ເພື່ອເຮັດໃຫ້ການໄຕ່ສ່ວນຄະດີໄດ້ດໍາເນີນໄປຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສນັ້ນສານຈະຮຽກບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງເຂົ້າມາໃຫ້ການຫຼືນໍາຫຼັກຖານຕ່າງໆມາສະເໜີໃນທີ່ປະຊຸມສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ113ຂອງກົດໝາຍສະບັບນີ້.

ໝວດທີ3ລະບຽບການລວມກ່ຽວກັບການດໍາເນີນຄະດີໃນທີ່ປະຊຸມສານ

ມາດຕາ171ຄະນະສານຂັ້ນຕົ້ນ ຄະນະສານຂັ້ນຕົ້ນປະກອບດ້ວຍຜູ້ພິພາກສາສາມຄົນໃນນັ້ນຜູ້ໜຶ່ງເປັນປະທານແລະອີກສອງຄົນເປັນຄະນະ. ຜູ້ພິພາກສາທີ່ເປັນປະເທດຄະນະສານມີໜ້າທີ່ນໍາພາການໄຕ້ສວນຄະດີຢ່າງເປັນກາງໃນທີ່ປະຊຸມສານ. ຜູ້ພິພາກສາທີ່ເປັນຄະນະສານຕ້ອງເຂົ້າຮ່ວມໄຕ່ສວນຄະດີໃນທີ່ປະຊຸມສານນັບແຕ່ເລີ່ມຕົ້ນຈົນສໍາເລັດ. ໃນກໍລະນີທີ່ການໄຕ່ສວນຄະດີໃນທີ່ປະຊຸມສານໄດ້ດໍາເນີນໄປໃນໄລຍະໜຶ່ງແລ້ວແຕ່ມີຜູ້ພິພາກສາໃດໜຶ່ງໃນຄະນະສານບໍ່ສາມາດສືບຕໍ່ເຂົ້າຮ່ວມປະຊຸມສານໄດ້ປະທານສານຕ້ອງແຕ່ງຕັ້ງຜູ້ພິພາກສາຄົນໃໝ່ຢ່າງປ່ຽນແທນແລະການໄຕ່ສວນຄະດີຕ້ອງເລີ່ມຄືນໃໝ່.

ມາດຕາ172ລະບຽບການປະຊຸມສານ ກ່ອນຈະເລີ່ມປະຊຸມສານຈ່າສານຕ້ອງແຈ້ງລະບຽບການໃຫ້ຜູ້ເຂົ້າຮ່ວມໃນທີ່ປະຊຸມສານຊາບ. ທຸກຄົນໃນທີ່ປະຊຸມສານຕ້ອງເຄົາລົບຄະນະສານ,ປະຕິບັດຕາມລະບຽບການແລະຄໍາແນະນໍາຂອງປະທານຄະນະສານ. ໃນເວລາຄະນະສານເຂົ້າມາແລະອອກຈາກທີ່ປະຊຸມສານລວມທັງໃນເວລາອ່ານຄໍາຕັດສິນໝົດທຸກຄົນຕ້ອງຢືນຂຶ້ນເພື່ອເຄົາລົບສານ. ບຸກຄົນທີ່ຖືກຮຽກໃຫ້ເຂົ້າຮ່ວມໃນການໄຕ່ສສວນຄະດີໃນທີ່ປະຊຸມສານມີສິດສະເໜີຄໍາເຫັນຂອງຕົນຕໍ່ຄະນະສານພາຍຫຼັງໄດ້ຮັບອະນຸຍາດຈາກປະທານຄະນະສານ,ຖ້າຜູ້ຖືກໄຕ່ສວນຫາກມີບັນຫາທາງດ້ານສຸຂະພາບປະທານຄະນະສານຈະອະນຸຍາດໃຫ້ຜູ້ກ່ຽວນັ່ງໃຫ້ການກໍ່ໄດ້. ເດັກທີ່ມີອາຍຸຕໍ່າກວ່າສິບແປດປີບໍ່ອະນຸຍາດໃຫ້ເຂົ້າໃນທີ່ປະຊຸມສານຍົກເວັ້ນເດັກກະທໍາຜິດແລະເດັກຖືກເຄາະຮ້າຍ. ລະບຽບການລະອຽດກ່ຽວກັບການປະຊຸມສານໄດ້ກໍານົດໄວ້ຕ່າງຫາກ.

ມາດຕາ173ມາດຕະການຕໍ່ຜູ້ລະເມີດລະບຽບການປະຊຸມສານ ບຸກຄົນທີ່ລະເມີດລະບຽບການປະຊຸມສານຕ້ອງຖືກຕັກເຕືອນ,ສັ່ງໃຫ້ອອກຫຼືນໍາຕົວອອກຈາກຫ້ອງປະຊຸມສານຫຼືຖືກດໍາເນີນຄະດີແລະສັ່ງຟ້ອງກັບທີ່ໃນກໍລະນີຈໍາເປັນ. ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຢູ່ທີ່ປະຊຸມສານຕ້ອງຮັກສາລະບຽບແລະປະຕິບັດຄໍາສັ່ງຂອງປະທານຄະນະສານຕໍ່ຜູ້ລະເມີດ.

ມາດຕາ174ການເຂົ້າຮ່ວມຂອງຫົວນ້າອົງການໄອຍະການ ຫົວໜ້າອົງການໄອຍະການຕ້ອງເຂົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານຂອງສານຂັ້ນດຽວກັນລືອາດມອບໝາຍໃຫ້ພະນັກງານໄອຍະການເຂົ້າຮ່ວມໃນທີ່ປະຊຸມສານແທນຕົ້ນກໍ່ໄດ້.

ມາດຕາ175ການເຂົ້າຮ່ວມຂອງຈໍາເລີຍ ຈໍາເລີຍຕ້ອງເຂົ້າຮ່ວມການໄຕ່ສວນຄະດີທີ່ປະຊຸມສານຕາມໝາຍຮຽກຂອງສານ. ໃນກໍລະນີທີ່ຈໍາເລີຍບໍ່ໄດ້ຖືກກັກຂັງຫາກບໍ່ເຂົ້າຮ່ວມໃນການໄຕ່ສວນຄະດີໂດຍບໍ່ມີເຫດຜົນຜູ້ກ່ຽວກໍ່ຈະຖືກພາຕົວຕາມທີ່ໄດ້ກໍານົດໄວ້ໃນມາດຕາ137ຂອງກົດໝາຍສະບັບນີ້. ຖ້າຈໍາເລີຍຫາກບໍ່ສາມາດເຂົ້າມາຮ່ວມໃນທີ່ປະຊຸມສານຍ້ອນມີເຫດຜົນພຽງພໍສານກໍ່ຈະເລື່ອນການປະຊຸມສານອອກໄປ. ຖ້າຈໍາເລີຍຫາກເຈັບເປັນຢ່າງກະທັນຫັນໃນທີ່ປະຊຸມສານຄະນະສານຕ້ອງໂຈະການໄຕ່ສວນຈົນກ່າຈໍາເລີຍຈະເຊົາເປັນປົກກະຕິ. ຖ້າຈໍາເລີຍຫາກໄດ້ເອົາຕົວຫຼົບໜີຄະນະສານຕ້ອງອອກຄໍາສັ່ງຈັບຕົວຜູ້ກ່ຽວມາດໍາເນີນຄະດີ. ຈໍາເລີຍທີ່ຖືກກັກຂັງພາງໃນເວລາເຂົ້າຮ່ວມໃນທີ່ປະຊຸມສານມີສິດພົບກັບທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຕົນເທົ່ານັ້ນ.ສ່ວນການພົວພັນກັບບຸກຄົນອື່ນກໍ່ຕ້ອງໄດ້ຮັບອະນຸຍາດຈາກປະທານຄະນະສານເທົ່ານັ້ນ. ຈໍາເລີຍທີ່ບໍ່ໄດ້ຖືກກັກຂັງພາງຕ້ອງເຂົ້າຮ່ວມໃນທີ່ປະຊຸມສານແຕ່ຕົ້ນຈົນສໍາເລັດ.

ມາດຕາ176ການເຂົ້າຮ່ວມຂອງຜູ້ຖືກເສຍຫາຍ,ໂຈດທາງແພ່ງແລະຜູ້ຮັບຜິດຊອບທາງແພ່ງ ຜູ້ຖືກເສຍຫາຍ,ໂຈດທາແພ່ງແລະຜູ້ຮັບຜິດຊອບທາງແພ່ງຕ້ອງເຂົ້າຮ່ວມໃນທີ່ປະຊຸມສານຕາມາຍຮຽກຂອງສານ. ໃນກໍລະນີທີ່ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງຫາກບໍ່ໄດ້ເຂົ້າຮ່ວມໃນທີ່ປະຊຸມສານຄະນະສານຕ້ອງພິຈາລະນາຕາມແຕ່ລະກໍ່ລະນີວ່າຈະເລື່ອນຫຼືຈະດໍາເນີນການໄຕ່ສວນຄະດີໃນທີ່ປະຊຸມສານ.

ມາດຕາ177ການເຂົ້າຮ່ວມຂອງພະຍານ ພະຍານຕ້ອງເຂົ້າຮ່ວມໃນທີ່ປະຊຸມສານເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວກັບສະພາບຂອງຄະດີ. ຖ້າພະຍານຫາກບໍ່ເຂົ້າຮ່ວມໃນການໄຕ່ສວນຄະດີໂດຍບໍ່ມີເຫດຜົນຜູ້ກ່ຽວກໍ່ຈະຖືກພາຕົວຕາມທີ່ໄດ້ກໍານົດໄວ້ໃນມາດຕາ137ຂອງກົດໝາຍສະບັບນີ້. ຖ້າພະຍານຫາກບໍ່ສາມາດເຂົ້າຮ່ວມແຕ່ຜູ້ກ່ຽວໄດ້ໃຫ້ການລະອຽດກ່ຽວກັບຄະດີຕໍ່ເຈົ້າໜ້າທີ່ສືບສວນສອບສວນຫຼືພະນັກງານໄອຍະການແລ້ວສານຕ້ອງນໍາເອົາບົດບັນທຶກຄໍາໃຫ້ການຂອງຜູ້ກ່ຽວມາອ່ານໃນທີ່ປະຊຸມສານ.ໃນກໍລະນີທີ່ສານເຫັນວ່າບັນຫາທີ່ຍົກຂຶ້ນນັ້ນມີຄວາມສໍາຄັນແລະຈໍາເປັນຄະນະສານຕ້ອງເລື່ອນການໄຕ່ສວນຄະດີອອກໄປ.

ມາດຕາ178ການເຂົ້າຮ່ວມຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນ ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍມີພັນທະເຂົ້າຮ່ວມການດໍາເນີນຄະດີໃນທີ່ປະຊຸມສານແລະຕ້ອງສົ່ງຄໍາຖະແຫຼງຂອງຕົນເປັນລາຍລັກອັກສອນໃຫ້ສານກ່ອນວັນເປີດປະຊຸມສານ. ໃນກໍລະນີຜູ້ຖືກຫາຫຼືຈໍາເລີຍຫາກແມ່ນເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ຄົນຫູໜວກ,ຕາບອດ,ປາກກືກ,ຄົນປັນຍາອ່ອນເສຍຈິດແລະຜູ້ກະທໍາຜິດໃນສະຖານທີ່ກົດໝາຍກໍານົດໂທດປະຫານຊີວິດນັ້ນຈໍາເປັນຕ້ອງມີທະນາຍຄວາມຫຼືຜູ້ປົກປ້ອງອື່ນເຂົ້າຮ່ວມນໍາ. ໃນກໍລະນີທະນາຍຄວາມຫຼືຜູ້ປົກປ້ອງອື່ນບໍ່ເຂົ້າຮ່ວມໃນທີ່ປະຊຸມສານສານຕ້ອງເປີດປະຊຸມສານເພື່ອດໍາເນີນການໄຕ່ສວນຄະດີຕາມລະບຽບການເວັ້ນເສຍແຕ່ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍມີເຫດຜົນສານຕ້ອງເລື່ອນການໄຕ່ສວນອອກໄປ.

ມາດຕາ179ການເຂົ້າຮ່ວມຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ ຜູ້ຊ່ຽວຊານຫຼືຜູ້ຊໍານານງານຕ້ອງເຂົ້າຮ່ວມໃນທີ່ປະຊຸມສານເພື່ອໃຫ້ຄວາມເຫັນແລະຄໍາອະທິບາຍ. ຖ້າຜູ້ຊ່ຽວຊານຫຼືຜູ້ຊໍານານງານຫາກບໍ່ສາມາດເຂົ້າຮ່ວມໄດ້ຄະນະສານຕ້ອງພິຈາລະນາວ່າຈະເລື່ອນຫຼືຈະດໍາເນີນການໄຕ່ສວນຄະດີໂດຍອີງໃສ່ຄວາມສໍາຄັນແລະຄວາມຈໍາເປັນຂອງການເຂົ້າຮ່ວມຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານນັ້ນ.

ມາດຕາ180ການເຂົ້າຮ່ວມຂອງຜູ້ແປພາສາ ຜູ້ແປພາສາຕ້ອງເຂົ້າຮ່ວມໃນທີ່ປະຊຸມສານເພື່ອແປພາສາ. ຖ້າຜູ້ແປພາສາຫາກບໍ່ສາມາດເຂົ້າຮ່ວມໄດ້ຄະນະສານຕ້ອງເລື່ອນການປະຊຸມການອອກໄປ.

ມາດຕາ181ການໂຈະແລະການເລື່ອນການໄຕ່ສວນຄະດີໃນທີ່ປະຊຸມສານ ການໂຈະການໄຕ່ສວນຄະດີໃນທີ່ປະຊຸມສານແມ່ນການຢຸດເຊົາການປະຊຸມສານຊົ່ວຄາວຍ້ອນມີສະພາບການໃດໜຶ່ງທີ່ເປັນອຸປະສັກຕໍ່ການໄຕ່ສວນຄະດີນັ້ນເປັນຕົ້ນຈໍາເລີຍເຈັບເປັນຢ່າງກະທັນຫັນຫຼືສູນເສຍຄວາມສາມາດທາງດ້ານການປະພຶດ. ການເລື່ອນການໄຕ່ສ່ວນຄະດີແມ່ນການຕົກລົງເອົາຄະດີໄປໄຕ່ສ່ວນໃນວັນໜ້າຍ້ອນຄວາມຈໍາເປັນທີ່ຕ້ອງທວງເອົາຫຼັກຖານໃໝ່ຫຼືຜູ້ເຂົ້າຮ່ວມໃນຄະດີຜູ້ໃດຜູ້ໜຶ່ງທີ່ມີຄວາມສໍາຄັນຕໍ່ການພິຈາລະນາຄະດີນັ້ນບໍ່ມາດຮ່ວມໃນທີ່ປະຊຸມສານຫຼືຍ້ອນເຫດສຸດວິໄສຫຼືເຫດບັງເອີນ.

ມາດຕາ182ກໍານົດເວລາຂອງການເລື່ອນການປະຊຸມສານ ຄະນະສານມີສິດຕົກລົງກໍານົດເວລາຂອງການເລື່ອນການປະຊຸມສານແຕ່ກໍານົດເວລາຂອງການເລື່ອນແຕ່ລະຄັ້ງສູງສຸດບໍ່ໃຫ້ເກີນເຈັດວັນນັບແຕ່ວັນຕົກລົງເລື່ອນເປັນຕົ້ນໄປ.

ມາດຕາ183ຂອບເຂດການພິຈາລະນາຕັດສິນຄະດີ ສານຕ້ອງນໍາເອົາຄໍາສັ່ງຟ້ອງຂອງຫົວໜ້າອົງການໄອຍະການແລະຄໍາຮ້ອງຂໍຂອງຄູ່ຄວາມມາພິຈາລະນາບົນພື້ນຖານຂໍ້ມູນຫຼັກຖານແລະຜົນຂອງການໄຕ່ສວນໃຫ້ທີ່ປະຊຸມສານເປັນຕົ້ນຕໍ.ທຸກຂໍ້ສະເໜີໃນຄໍາສັ່ງຟ້ອງແລະຄໍາຮ້ອງຂໍສານຕ້ອງນໍາມາພິຈາລະນາຕາມກົດໝາຍ,ບັນຫາໃດທີ່ອົງການໄອຍະການຫຼືຄູ່ຄວາມບໍ່ໄດ້ສະເໜີສານຈະບໍ່ນໍາມາພິຈາລະນາ.

ມາດຕາ184ບົດບັນທຶກປະຊຸມສານ ບົດບັນທຶກປະຊຸມສານມີເນື້ອໃນດັ່ງນີ້: 1.ຊື່ແລະຄໍາຂວັນຂອງປະເທດ; 2.ວັນ,ເວລາແລະສະຖານທີ່ປະຊຸມສານ; 3.ເລກທີແລະວັນທີ,ເດືອນ,ປີຂອງຄະດີ; 4.ຊື່ແລະນາມສະກຸນຂອງຄະນະສານ; 5.ຊື່ແລະນາມສະກຸນຂອງຫົວໜ້າຫຼືຜູ້ຕາງໜ້າອົງການໄອຍະການແລະຈ່າສານ; 6.ຊື່ແລະນາມສະກຸນຂອງຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນ; 7.ຂໍ້ກ່າວຫາ;ວັນທີ,ເດືອນ,ປີຖືກກັກຕົວຫຼືຈັບຕົວ,ຖືກກັກຂັງ:ສະຖານທີ່ກັກຂັງ:ວັນທີ,ເດືອນ,ປີປ່ອຍຕົວພາງ; 8.ການແຈ້ງສິດແລະພັນທະໃຫ້ຜູ້ເຂົ້າຮ່ວມ; 9.ຄໍາຖາມແລະຄໍາຕອບຂອງຜູ້ເຂົ້າຮ່ວມ,ຖ້າມີການຖ່າຍພາບຫຼືບັນທຶກສຽງກໍ່ຕ້ອງບອກແຈ້ງໃນບົດບັນທຶກ; 10.ພາກຕັດສິນຂອງສານ; 11.ການແຈ້ງສິດຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນ; 12.ເວລາສິ້ນສຸດປະຊຸມສານ. ຫົວໜ້າຫຼືຜູ້ຕ່າງໜ້າອົງການໄອຍະການ,ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນມີສິດອື່ນບົດບັນທຶກປະຊຸມສານແລະມີສິດສະເໜີປັບປຸງຫຼືເພີ່ມເຕີມກ່ອນລົງລາຍເຊັນແລະ/ຫຼືແປະໂປ້ມື. ໃນກໍລະນີຜູ້ໃດຜູ້ໜຶ່ງຫາກບໍ່ລົງລາຍເຊັນແລະ/ຫຼືແປະໂປ້ມືຈ່າສານຕ້ອງບັນທຶກໄວ້. ປະທານແລະຄະນະສານຕ້ອງກວດເບິ່ງປຶ້ມປະຊຸມສານແລ້ວເຊັນບົດບັນທຶກປະຊຸມສານຮ່ວມກັບຈ່າສານ. ບົດບັນທຶກປະຊຸມສານຕ້ອງສໍາເນົາໄວ້ໃນສໍານວນຄະດີທີ່ກ່ຽວຂ້ອງ.

ໝວດທີ4ການເປີດປະຊຸມສານ

ມາດຕາ185ຂັ້ນຕອນການເປີດປະຊຸມສານ ການເປີດປະຊຸມສານດໍາເນີນຕາມຂັ້ນຕອນດັ່ງນີ້: 1.ຈ່າສານແຈ້ງລະບຽບການປະຊຸມສານສູ່ທີ່ປະຊຸມສານ; 2.ຈ່າສານລາຍງານກ່ຽວກັບຜູ້ເຂົ້າຮ່ວມໃນທີ່ປະຊຸມສານກ່ອນຄະນະສານຈະເຂົ້າສູ່ຫ້ອງປະຊຸມສານ; 3.ຈ່າສານນໍາເອົາສໍານວນຄະດີອບໃຫ້ຄະນະສານເພື່ອທໍາການໄຕ່ສວນ; 4.ປະທານຄະນະສານກ່າວເປີດການປະຊຸມສານແລ້ວອ່ານຄໍາສັ່ງໃຫ້ນໍາເອົາຄະດີອອກພິຈາລະນາໃນທີ່ປະຊຸມສານ; 5.ປະທານຄະນະສານຖາມຈໍາເລີຍກ່ຽວກັບການຮັບຊາບຂໍ້ກ່າວຫາ.

ມາດຕາ186ການແຈ້ງຄະດີທີ່ນໍາອອກພິຈາລະນາ ພາຍຫຼັງທີ່ຈໍາເລີຍຮັບຊາບຂໍ້ກ່າວຫາຕາມການສັ່ງຟ້ອງຂຶ້ນສານຂອງຫົວໜ້າອົງການໄອຍະການແລະຄໍາສັ່ງຂອງປະທານສານແລ້ວປະທານຄະນະສານຕ້ອງແຈ້ງຄະດີທີ່ນໍາອອກພິຈາລະນາໃຫ້ຄູ່ຄວາມແລະຜູ້ເຂົ້າຮ່ວມອື່ນຕາມການດໍາເນີນຄະດີ.

ມາດຕາ187ການແຈ້ງຊື່ຄະນະສານ,ຈ່າສານແລະຫົວນ້າອົງການໄອຍະການ ປະທານະຄະສານຕ້ອງແຈ້ງຊື່ແລະນາມສະກຸນຂອງຄະນະສານ,ຈ່າສານ,ຫົວໜ້າອົງການໄອຍະການໃຫ້ຜູ້ເຂົ້າຮ່ວມໃນທີ່ປະຊຸມສານຊາບໂດຍເລີ່ມຈາກປະທານຄະນະສານ,ຄະນະສານ,ຈ່າສານແລະຫົວໜ້າອົງການໄອຍະການຫຼືຜູ້ຕາງໜ້າຫົວໜ້າອົງການໄອຍະການຕາມລໍາດັບ.

ມາດຕາ188ສິດໃນການຄ້ານຕົວ ປະທານຄະນະສານຕ້ອງແຈ້ງສິດໃນການຄ້ານຕົວຄະນະສານຫຼືບຸກຄົນໃດໜຶ່ງໃນຄະນະສານ,ຈ່າສານ,ຫົວໜ້າອົງການໄອຍະການຫຼືຜູ້ຕາງໜ້າຫົວໜ້າອົງການໄອຍະການ,ຜູ້ຊ່ຽວຊານ,ຜູ້ຊໍານານງານຫຼືຜູ້ແປພາສາໃຫ້ຄູ່ຄວາມຊາບແລະຖາມຄໍາເຫັນຂອງຄູ່ຄວາມ. ຄູ່ຄວາມມີສິດສະໜີຄ້ານຕົວຄະນະສານ,ບຸກຄົນໃດໜຶ່ງທີ່ໄດ້ກ່າວໄວ້ໃນວັກໜຶ່ງເທິງນີ້ຖ້າເຫັນວ່າເປັນຍາດພີ່ນ້ອງ,ມີຜົນປະໂຫຍດຫຼືມີຂໍ້ຂັດແຍ່ງກັບຄູ່ຄວາມຝ່າຍໃດຝ່າຍໜຶ່ງ,ໃນກໍລະນີດັ່ງກ່າວປະທານຄະນະສານຕ້ອງປິດການປະຊຸມສານໄວ້ຊົ່ວຄາວເພື່ອພິຈາລະນາຕົກລົງກ່ຽວກັບບັນຫານີ້ໃນຫ້ອງປະຊຸມລັບ.

ມາດຕາ189ຜົນຂອງການພິຈາລະນາກ່ຽວກັບການຄ້ານຕົວ ພາຍຫຼັງທີ່ໄດ້ພິຈາລະນາກ່ຽວກັບການຄ້ານຕົວໃນຫ້ອງປະຊຸມລັບແລ້ວຄະນະສານຈະອອກສູ່ທີ່ປະຊຸມສານຕາມລະບຽບການທີ່ໄດ້ກໍານົດໄວ້ໃນມາດຕາ172ຂອງກົດໝາຍສະບັບນີ້. ຖ້າວ່າຄໍາສະເໜີຄ້ານຕົວຫາກມີເຫດຜົນແລ້ວຕ້ອງມີການສັບປ່ຽນບຸກຄົນທີ່ຖືກຄ້ານຕົວ.ຖ້າວ່າຄໍາສະເໜີຄ້ານຕົວນັ້ນຫາກບໍ່ມີເຫດຜົນປະທານຄະນະສານຕ້ອງຢັ້ງຢືນເອົາຄະນະສານແລະແຈ້ງເຫດຜົນໃນການບໍ່ສັບປ່ຽນຄະນະສານຫຼືບຸກຄົນອື່ນທີ່ຖືກຄ້ານຕົວແລ້ວດໍາເນີນການໄຕ່ສວນຕໍ່ໄປ.

ມາດຕາ190ການອະທິບາຍສິດແລະພັນທະຂອງຜູ້ຊ່ຽວຊານ,ຜູ້ຊໍານານງານແລະຜູ້ແປພາສາ ໃນກໍລະນີທີ່ມີຜູ້ຊ່ຽວຊານ,ຜູ້ຊໍານານງານແລະຜູ້ແປພາສາເຂົ້າຮ່ວມໃນການປະຊຸມສານປະທານຄະນະສານຕ້ອງແຈ້ງຊື່ແລະນາມສະກຸນ,ອາຊີບແລະໜ້າທີ່ຮັບຜິດຊອບພ້ອມທັງອະທິບາຍສິດແລະພັນທະຂອງພວກກ່ຽວຕາມທີ່ໄດ້ກໍານົດໄວ້ໃນມາດຕາ72,73ແລະ74ຂອງກົດໝາຍສະບັບນີ້.

ມາດຕາ191ການອະທິບາຍສິດແລະພັນທະຂອງພະຍານ ພາຍຫຼັງໄດ້ຖາມຊື່ແລະນາມສະກຸນ,ອາຍຸ,ອາຊີບແລະທີ່ຢູ່ຂອງພະຍານແຕ່ລະຄົນແລ້ວປະທານຄະນະສານຕ້ອງອະທິບາຍສິດແລະພັນທະຂອງຜູ້ກ່ຽວຕາມທີ່ໄດ້ກໍານົດໄວ້ໃນມາດຕາ70ຂອງກົດໝາຍສະບັບນີ້.

ໝວດທີ5ການໄຕ່ສວນຄະດີໃນທີ່ປະຊຸມສານ

ມາດຕາ192ລະບຽບການໄຕ່ສ່ວນຄະດີໃນທີ່ປະຊຸມສານຂັ້ນຕົ້ນ ການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນຕ້ອງເຮັດໂດຍກົງ,ທາງປາກເປົ່າ,ຢ່າງເປີດເຜີຍຫຼືປິດລັບໃນບາງກໍລະນີ,ມີການໂຕ້ຖຽງ,ເຮັດຢ່າງຕໍ່ເນື່ອງກັນແລະໂດຍບໍ່ມີການສັບປ່ຽນຄະນະສານ. ໃນການໄຕ່ສວນຄະດີໃນທີ່ປະຊຸມສານຂັ້ນຕົ້ນສານຕ້ອງກໍານົດເຫດການຂອງຄະດີໂດຍກົງດ້ວຍການຕັ້ງຄໍາຖາມແລະຮັບຟັງຄໍາໃຫ້ການຂອງຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ພະຍານ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ,ການພິສູດຫຼັກຖານ,ການຟັງຄໍາຖະແຫຼງຂອງຫົວໜ້າອົງການໄອຍະການແລະຄໍາຖະແຫຼງຂອງທະນາຍຄວາມຫຼືຜູ້ປົກປ້ອງອື່ນ. ປະທານຄະນະສານມີໜ້າທີ່ນໍາພາການໄຕ່ສວນຄະດີຢ່າງເປັນກາງໃນທີ່ປະຊຸມສານ. ປະທານຄະນະສານຖາມຊີວະປະຫວັດຂອງຈໍາເລີຍ,ແຈ້ງຄໍາສັ່ງຟ້ອງຂອງຫົວໜ້າອົງການໄອຍະການແລະຂໍ້ກ່າວຫາໃຫ້ຜູ້ກ່ຽວຊາບ. ຄະນະສານຈະຟັງຄໍາໃຫ້ການຂອງຜູ້ຖືກເສຍຫາຍຫຼືໂຈດທາງແພ່ງ,ຈໍາເລີຍ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມ,ພະຍານແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີ. ໃນເວລາໄຕ່ສວນຄະດີນັ້ນຫົວໜ້າອົງການໄອຍະການ,ຄະນະສານມີສິດຖາມຄູ່ຄວາມແລະຜູ້ເຂົ້າຮ່ວມອື່ນໃນການດໍາເນີນຄະດີເພີ່ມເຕີມໂດຍການອະນຸຍາດຂອງປະທານຄະນະສານ,ຄະນະສານນໍາເອົາບັນດາຂອງກາງແລະຫຼັກຖານໃນຄະດີມາສະເໜີຕໍ່ທີ່ປະຊຸມສານແລ້ວເປີດການໂຕ້ຖຽງ. ຖ້າຫາກມີການສັບປ່ຽນຄະນະສານຕ້ອງດໍາເນີນການໄຕ່ສວນຄືນໃໝ່.

ມາດຕາ193ການອ່ານຄໍາສັ່ງຟ້ອງຜູ້ຖືກຫາ ກ່ອນທໍາການໄຕ່ສວນຄະດີປະທານຄະນະສານສະເໜີໃຫ້ຫົວໜ້າອົງການໄອຍະການທີ່ເຂົ້າຮ່ວມອ່ານຄໍາສັ່ງຟ້ອງຜູ້ຖືກຫາ.

ມາດຕາ194ວິທີການໄຕ່ສວນຄະດີ ໃນການໄຕ່ສວນຄະດີຄະນະສານຕ້ອງຊອກຫາຫຼັກຖານເພື່ອກໍານົດສະພາບການຢ່າງຄົບຖ້ວນແຕ່ລະເຫດການຂອງການກະທໍາຜິດໃນຄະດີຕາມຂັ້ນຕອນຂອງການໄຕ່ສວນ. ໃນການໄຕ່ສວນແຕ່ລະຄົນປະທານຄະນະສານເປັນຜູ້ຖາມກ່ອນ,ຕໍ່ມາຄະນະສານເປັນຜູ້ຖາມຈາກນັ້ນຈຶ່ງແມ່ນຫົວໜ້າອົງການໄອຍະການ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນ.ຄະນະສານ,ຫົວໜ້າອົງການໄອຍະການ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນກ່ອນຈະຖາຜູ້ເຂົ້າຮ່ວມຕ້ອງໄດ້ຮັບອະນຸຍາດຈາກປະທານຄະນະສານ. ຜູ້ເຈົ້າຮ່ວມການໄຕ່ສວນຄະດີໃນທີ່ປະຊຸມສານມີສິດສະເໜີຕໍ່ປະທານຄະນະສານໃຫ້ຕັ້ງຄໍາຖາມກ່ຽວກັບສະພາບການເພື່ອຄວາມກະຈ່າງແຈ້ງຂອງເຫດການໃນຄະດີ. ຜູ້ຊ່ຽວຊານຫຼືຜູ້ຊໍານານງານສາມາດຕັ້ງຄໍາຖາມຕໍ່ຜູ້ເຂົ້າຮ່ວມກ່ຽວກັບບັນຫາທີ່ພົວພັນກັບການໃຫ້ຄໍາເຫັນຂອງຕົນ.

ມາດຕາ195ການໄຕ່ສວນຈໍາເລີຍ ປະທານຄະນະສານເລີ່ມຕົ້ນການໄຕ່ສວນຄະດີດ້ວຍການຖາມຈໍາເລີຍກ່ຽວກັບຊີວະປະຫວັດຂອງຜູ້ກ່ຽວ,ການຮັບຊາບຄໍາສັ່ງຟ້ອງແລະຂໍ້ກ່າວຫາ,ສະພາບການຂອງຄະດີ,ຫຼັງຈາກນັ້ນປະທານຄະນະສານຕ້ອງສືບຕໍ່ການໄຕ່ສວນກ່ຽວກັບບັນຫາທີ່ຍັງບໍ່ຈະແຈ້ງ,ຄົບຖ້ວນແລະບັນຫາອື່ນ. ໃນກໍລະນີທີ່ມີຈໍາເລີຍຫຼາຍຄົນຄະນະສານຕ້ອງໄຕ່ສວນເທື່ອລະຄົນ. ຖ້າວ່າຄໍາໃຫ້ການຂອງພວກຈໍາເລີຍຫາກຈະສົ່ງຜົນປະທົບຊຶ່ງກັນແລະການຄະນະສານຕ້ອງແຍການໄຕ່ສວນຈໍາເລີຍ.ໃນກໍລະນີນີ້ຕ້ອງແຈ້ງຄໍາໃຫ້ການຂອງຈໍາເລີຍຜູ້ກ່ອນໃຫ້ຈໍາເລີຍຜູ້ຖືກແຍກນີ້ຊາບແລະຜູ້ກ່ຽວກໍ່ມີສິດຕັ້ງຄໍາຖາມຕໍ່ຈໍາເລີຍຜູ້ກ່ອນ. ຫົວນ້າອົງການໄອຍະການມີສິດຖາມກ່ຽວກັບສະພາບການຂອງຄະດີທີ່ພົວພັນກັບຂໍ້ກ່າວຫາຕໍ່ຈໍາເລີຍ. ທະນາຍຄວາມຫຼືຜູ້ປົກປ້ອງອື່ນມີສິດຖາມແລະສະເໜີບັນຫາກ່ຽວກັບສະພາບການທີ່ພົວພັນກັບການປົກປ້ອງສິດແລະຜົນປະໂຍຫດຂອງລູກຄວາມຕົນ. ຜູ້ເຂົ້າຮ່ວມການໄຕ່ສວນຄະດີມີສິດສະເໜີຕໍ່ປະທານຄະນະສານເພື່ອສືບຕໍ່ຖາມກ່ຽວກັບສະພາບການທີ່ພົວພັນເຖິງຕົນເອງ. ໃນກໍລະນີທີ່ຈໍາເລີຍຫາກປະຕິເສດຕອບຄໍາຖາມຄະນະສານຕ້ອງສືບຕໍ່ສອບຖາມບຸກຄົນອື່ນແລະກວດກາຂໍ້ມູນຫຼັກຖານທີ່ພົວພັນກັບຄະດີ.

ມາດຕາ196ການໄຕ່ສວນຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນ ພາຍຫຼັງສິ້ນສຸດການໄຕ່ສວນຈໍາເລີຍແລ້ວຄະນະສານຕ້ອງໄຕ່ສວນຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງພວກກ່ຽວ,ໃນກໍລະນີຍັງມີບັນຫາທີ່ບໍ່ທັນຄົບຖ້ວນ,ຈະແຈ້ງຫຼືຈຸດທີ່ຄໍາໃຫ້ການຂອງພວກກ່ຽວມີຄວາມແຕກຕ່າງກັນໃຫ້ຄະນະສານສືບຕໍ່ການໄຕ່ສວນ.

ມາດຕາ197ການໄຕ່ສວນພະຍານ ຄະນະສານຕ້ອງດໍາເນີນການໄຕ່ສວນພະຍານເທື່ອລະຄົນໃນກໍລະນີມີຫຼາຍຄົນໂດຍແຍກພວກພະຍານອອກຈາກກັນແລະບໍ່ໃຫ້ພວກກ່ຽວຮູ້ເນື້ອໃນຄໍາໃຫ້ການຂອງພະຍານອື່ນທີ່ກໍາລັງຖືກໄຕ່ສ່ວນຢູ່. ໃນການໄຕ່ສວນພະຍານຄະນະສານຕ້ອງຖາມເພື່ອຊອກຮູ້ກ່ຽວກັບການພົວພັນລະຫວ່າງພະຍານແລະຈໍາເລີຍຫຼືບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີ. ຄະນະສານສະເໜີໃຫ້ພະຍານເວົ້າແຈ້ງກ່ຽວກັບສະພາບຂອງຄະດີທີ່ຕົນໄດ້ຮູ້,ໄດ້ເຫັນແລະສືບຕໍ່ຖາມບັນຫາທີ່ຍັງບໍ່ທັນຄົບຖ້ວນຫຼືບໍ່ຈະແຈ້ງ. ພະຍານທີ່ໄດ້ຜ່ານການໄຕ່ສວນຢູ່ທີ່ປະຊຸມສານແລ້ວຕ້ອງຢູ່ໃນຫ້ອງປະຊຸມສານຕໍ່ເພື່ອສະດວກໃນການຖາມເພີ່ມເຕີມ. ໃນກໍລະນີຈໍາເປັນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພະຍານຫຼືຍາດໃກ້ຊິດຂອງຜູ້ກ່ຽວຄະນະສານຕ້ອງນໍາໃຊ້ມາດຕະການປົກປ້ອງທີ່ຈໍາເປັນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ198ການໃຫ້ຄໍາເຫັນຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານ ຜູ້ຊ່ຽວຊານຫຼືຜູ້ຊໍານານງານຕ້ອງເຂົ້າຮ່ວມປະຊຸມສານຕາມໝາຍເຊີນຂອງສານເພື່ອໃຫ້ຄໍາເຫັນຂອງຕົນຕໍ່ສານກ່ຽວກັບບັນຫາທີ່ຕົນຖືກແຕ່ງຕັ້ງໃຫ້ພິສູດ. ໃນທີ່ປະຊຸມສານຜູ້ຊ່ຽວຊານຫຼືຜູ້ຊໍານານງານມີສິດໃຫ້ຄໍາອະທິບາຍເພີ່ມເຕີມກ່ຽວກັບບົດສະຫຼຸບຂອງຕົນ. ໃນກໍລະນີທີ່ຜູ້ຊ່ຽວຊານຫຼືຜູ້ຊໍານານງານຫາກບໍ່ສາມາດເຂົ້າມາຮ່ວມປະຊຸມສານໄດ້ປະທານຄະນະສານຕ້ອງແຈ້ງເນື້ອໃນບົດສະຫຼຸບຂອງຜູ້ຊ່ຽວຊານຫຼືຜູ້ຊໍານານງານແລະຖາມກ່ຽວກັບບັນຫາທີ່ບໍ່ຈະແຈ້ງຫຼືບໍ່ກົງກັບບົດສະຫຼຸບ. ໃນກໍລະນີຈໍາເປັນຄະນະສານສາມາດສະເໜີໃຫ້ຜູ້ຊ່ຽວຊານຫຼືຜູ້ຊໍານານງານທໍາການພິສູດເພີ່ມເຕີມຫຼືທໍາການພິສູດຄືນ.

ມາດຕາ199ການສະແດງຫຼັກຖານ ຫົວໜ້າອົງການໄອຍະການ,ຈໍາເລີຍ,ທະນາຍຄວາມຫຼືຜູ້ເຂົ້າຮ່ວມອື່ນສະເໜີຄໍາເຫັນຂອງຕົນກ່ຽວກັບຫຼັກຖານທາງດ້ານວັດຖຸ. ຫຼັກຖານທາງດ້ານວັດຖຸ,ຮູບພາບ,ພາບຫຼືສຽງບັນທຶກຫຼືບົດບັນທຶກຕ້ອງນໍາມາສະແດງຫຼືສະເໜີຢູ່ທີ່ປະຊຸມສານ. ຫຼັກຖານຕ່າງໆທີ່ນໍາມາສະແດງຫຼືສະເໜີໃນທີ່ປະຊຸມສານຄະນະສານຕ້ອງກວດກາຄວາມຖືກຕ້ອງຄວາມສອດຄ່ອງແລະສາຍກ່ຽວພັນກັບຄະດີ.

ມາດຕາ200ການສິ້ນສຸດການໄຕ່ສວນ ໃນກໍລະນີທີ່ເຫັນວ່າທຸກສະພາບການຄະດີໄດ້ນໍາມາໄດ້ສ່ວນໃນທີ່ປະຊຸມສານຢ່າງຄົບຖ້ວນແລ້ວປະທານຄະນະສານຕ້ອງຖາມຜູ້ເຂົ້າຮ່ວມໃນທີ່ປະຊຸມສານວ່າຍັງມີຫຼັກຖານໃດທີ່ຕ້ອງການນໍາມາສະເໜີຫຼືຕ້ອງການໃຫ້ໄຕ່ສວນບັນຫາໃດຕື່ມ,ຖ້າຫາກຍັງມີການສະເໜີຫຼືການຖາມທີ່ມີເຫດຜົນຄະນະສານກໍ່ຈະສືບຕໍ່ການໄຕ່ສວນຈົນໃຫ້ທຸກບັນຫາມີຄວາມຈະແຈ້ງແລະຄົບຖ້ວນ. ຖ້າຫາກບໍ່ມີການສະເໜີຫຼືການຖາມຕື່ມນັ້ນໃຫ້ຖືວ່າການໄຕ່ສວນຄະດີໄດ້ສິ້ນສຸດລົງ.

ໝວດທີ6ການໂຕ້ຖຽງໃນທີ່ປະຊຸມສານ

ມາດຕາ201ລະບຽບການໂຕ້ຖຽງ ພາຍຫຼັງການໄຕ່ສວນຄະດີໃນທີ່ປະຊຸມສານສິ້ນສຸດແລ້ວປະທານຄະນະສານກໍ່ເປີດການໂຕ້ຖຽງ. ການໂຕ້ຖຽງເລີ່ມຕົ້ນດ້ວຍການຊີ້ແຈງຂອງຫົວນ້າອົງການໄອຍະການກ່ຽວກັບຫຼັກຖານຜູກມັດແລະຄວາມຮັບຜິດຊອບທາງອາຍາຂອງຈໍາເລີຍ. ຈໍາເລີຍຕ້ອງມີຄໍາເຫັນປົກປ້ອງຕົນເອງເຖິງວ່າຈະມີທະນາຍຄວາມຫຼືຜູ້ປົກປ້ອງອື່ນກໍ່ຕາມ. ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງແລະບຸກຄົນອື່ນກໍ່ມີສິດສະເໜີຄໍາເຫັນເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນ,ໃນກໍລະນີທີ່ບຸກຄົນດັ່ງກ່າວມີທະນາຍຄວາມຫຼືຜູ້ປົກປ້ອງອື່ນກໍ່ຈະແມ່ນທະນາຍຄວາມຫຼືຜູ້ປົກປ້ອງອື່ນນັ້ນເປັນຜູ້ປົກປ້ອງສິດແລະຜົນປະໂຫຍດຂອງຜູ້ກ່ຽວ.

ມາດຕາ202ການໂຕ້ຖຽງ ຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນໃຫ້ຄໍາເຫັນກ່ຽວກັບຂໍ້ກ່າວຫາແລ້ວປະທານຄະນະສານສະເໜີໃຫ້ຫົວໜ້າອົງການໄອຍະການຊີ້ແຈ້ງຄໍາເຫັນຂອງພວກກ່ຽວ. ປະທານຄະນະສານໃຫ້ເວລາແກ່ການໂຕ້ຖຽງແລະສ້າງເງື່ອນໄຂໃຫ້ຜູ້ເຂົ້າຮ່ວມໄດ້ສະເໜີຄໍາເຫັນຂອງຕົນແຕ່ບໍ່ອະນຸຍາດໃຫ້ມີຄໍາເຫັນທີ່ບໍ່ກ່ຽວຂ້ອງກັບຄະດີ. ໂຈດທາງແພ່ງແລະຜູ້ຮັບຜິດຊອບທາງແພ່ງມີສິດສະເໜີກ່ຽວກັບບັນຫາທາງແພ່ງ. ຖ້າວ່າຜູ້ເຈົ້າຮ່ວມໃນການໂຕ້ຖຽງຫາກບໍ່ມີຄໍາເຫັນຫຼືຄໍາສະເໜີໃດແລ້ວປະທານຄະນະສານກໍ່ປະກາດປິດການໂຕ້ຖຽງຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ203ວັກສອງຂອງກົດໝາຍສະບັບນີ້. ຫຼັງຈາກນັ້ນປະທານຄະນະສານສະເໜີໃຫ້ປົວໜ້າອົງການໄອຍະການຖະແຫຼງ.

ມາດຕາ203ຄໍາເຫັນສຸດທ້າຍຂອງຈໍາເລີຍ ພາຍຫຼັງທີ່ຫົວໜ້າອົງການໄອຍະການໄດ້ຖະແຫຼງແລ້ວປະທານຄະນະສານຕ້ອງໃຫ້ຈໍາເລີຍມີຄໍາເຫັນເປັນຜູ້ສຸດທ້າຍ. ໃນກໍລະນີທີ່ຄໍາເຫັນສຸດທ້າຍຂອງຈໍາເລີຍຫາກມີສະພາບການໃໝ່ທີ່ສໍາຄັນຕໍ່ຄະດີແລະເປັນໜ້າເຊື່ອຖືໄດ້ປະທານຄະນະສານຕ້ອງດໍາເນີນການໄຕ່ສວນຫຼືໂຕ້ຖຽງເພີ່ມເຕີມ.ເມື່ອບໍ່ມີສະພາບການໃດແລ້ວປະທານຄະນະສານກໍ່ປະກາດປິດປະຊຸມສານຊົ່ວຄາວເພື່ອນໍາເອົາຄະດີເຂົ້າໄປພິຈາລະນາຢູ່ຫ້ອງປະຊຸມລັບ.

ໝວດທີ7ການພິຈາລະນາຄະດີໃນຫ້ອງປະຊຸມລັບແລະການອ່ານຄໍາຕັດສິນ

ມາດຕາ204ການພິຈາລະນາຄະດີໃນຫ້ອງປະຊຸມລັບ ໃນການພິຈາລະນາຄະດີໃນຫ້ອງປະຊຸມລັບຄະນະສານຕ້ອງເຮັດຢ່າງລະອຽດ,ຮອບດ້ານ,ຄົບຖ້ວນແລະພາວະວິໄສໂດຍອີງໃສ່ຜົນຂອງການໄຕ່ສວນໃນທີ່ປະຊຸມສານເປັນຕົ້ນຕໍເພື່ອໃຫ້ຄໍາຕັດສິນຖືກຕ້ອງແລະຍຸຕິທໍາ. ການລົງຄໍາເຫັນຊີ້ຂາດໃນຫ້ອງປະຊຸມລັບຕ້ອງຖືເອົາຕາມສຽງສ່ວນຫຼາຍໂດຍໃຫ້ຄະນະສານຜູ້ມີຄຸນວຸດທິຫຼຸດເປັນຜູ້ອອກຄໍາເຫັນແລະອອກສຽງກ່ອນ,ສ່ວນປະທານຄະນະສານນັ້ນອອກຄໍາເຫັນແລະອອກສຽງເປັນຜູ້ສຸດທ້າຍ,ຜູ້ບໍ່ເຫັນດີຕາມສຽງສ່ວນຫຼາຍນັ້ນກໍ່ມີສິດສະແດງຄໍາເຫັນຂອງຕົນເປັນລາຍລັກອັກສອນໄວ້ໃນສໍານວນຄະດີເພື່ອໃຫ້ສານຂັ້ນເທິງພິຈາລະນາ. ຄະສະສານຕ້ອງລົງລາຍເຊັນໃສ່ຮ່າງຄໍາຕັດສິນຢູ່ຫ້ອງປະຊຸມລັບ.

ມາດຕາ205ຄໍາຕັດສິນ ສານຕັດສິນຄະດີອາຍາໃນສາມສປປລາວ. ຄໍາຕັດສິນຄະດີອາຍາຂອງສານປະກອບດ້ວຍ: 1.ພາກສະເໜີ; 2.ພາກເນື້ອຄະດີ; 3.ພາກວິນິດໄສ; 4.ພາກຕັດສິນ. ຄໍາຕັດສິນຂອງສານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ206ການອ່ານຄໍາຕັດສິນຂອງສານ ພາຍຫຼັງໄດ້ພິຈາລະນາຕົກລົງໃນຫ້ອງປະຊຸມລັບແລ້ວປະທານຄະນະສານຕ້ອງນໍາເອົາຄໍາຕັດສິນອອກມາອ່ານໃນທີ່ປະຊຸມສານຢ່າງເປີດເຜີຍພ້ອມທັງແຈ້ງສິດໃນການຂໍອຸທອນຄໍາຕັດສິນຂອງສານ. ພາຍຫຼັງໄດ້ອ່ານຄໍາຕັດສິນແລ້ວຖ້າວ່າຈໍາເລີຍຫາກບໍ່ຮູ້ພາສາລາວຜູ້ແປພາສາຕ້ອງແປຄໍາຕັດສິນທັງໝົດໃຫ້ຈໍາເລີຍຟັງ.

ມາດຕາ207ການຕັດສິນຊ້ອງໜ້າ,ຊືວ່າຊ້ອງໜ້າແລະການຕັດສິນລັບຫຼັງ ການຕັດສິນຊ້ອງໜ້າແມ່ນການຕັດສິນຂອງສານທີ່ໂຈດແລະຈໍາເລີຍເຂົ້າຮ່ວມໃນການພິຈາລະນາຄະດີຍົກເວັ້ນການພິຈາລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງ. ການຕັດສິນຖືວ່າຊ້ອງນ້າແມ່ນການຕັດສະນຂອງສານທີ່ເປັນຈໍາເລີຍຫຼືໂຈດທາງແພ່ງໄດ້ຮັບໝາຍຮຽກເຂົ້າມາຮ່ວມປະຊຸມສານແລ້ວແຕ່ຫາກບໍ່ໄດ້ເຂົ້າມາຮ່ວມໂດຍບໍ່ມີເຫດຜົນຫຼືໃນກໍລະນີທີ່ການກະທໍາຜິດມີລັກສະນະເບົາຊຶ່ງຈໍາເລີຍຫຼືໂຈດທາງແພ່ງສະເໜີໃຫ້ສານພິຈາລະນາຕັດສິນຄະດີໂດຍທີ່ຜູ້ກ່ຽວບໍ່ໄດ້ເຂົ້າຮ່ວມນໍາ,ໃນກໍລະນີນີ້ຜູ້ກ່ຽວບໍ່ມີສິດຄັດຄ້ານຄໍາຕັດສິນຂອງສານພຽງແຕ່ມີສິດຂໍອຸທອນເທົ່ານັ້ນ. ການຕັດສິນລັບຫຼັງແມ່ນການຕັດສິນຂອງສານທີ່ຈໍາເລີຍ,ໂຈດທາງແພ່ງ,ຜູ້ຖືກເສຍຫາຍຫຼືຜູ້ຮັບຜິດຊອບທາງແພ່ງບໍ່ໄດ້ເຂົ້າຮ່ວມໃນທີ່ປະຊຸມສານຊຶ່ງສານໄດ້ສົ່ງໝາຍຮຽກແລ້ວແຕ່ຜູ້ກ່ຽວບໍ່ໄດ້ຮັບຍ້ອນສາເຫດໃດໜຶ່ງເຊັ່ນໝາຍຮຽກສົ່ງບໍ່ເຖິງມືຜູ້ກ່ຽວ.ໃນກໍລະນີດັ່ງກ່າວຈໍາເລີຍ,ໂຈດທາງແພ່ງ,ຜູ້ຖືກເສຍຫາຍຫຼືຜູ້ຮັບຜິດຊອບທາງແພ່ງມີສິດຄັດຄ້ານໄດ້ພາຍໃນເວລາຊາວວັນນັບແຕ່ວັນໄດ້ຮັບຊາບຄໍາຕັດສິນນັ້ນເປັນຕົ້ນໄປ.ສານຄະນະເກົ່າຕ້ອງຕັດສິນຄະດີນັ້ນຄືນໃໝ່ໂດຍຊ້ອງໜ້າຜູ້ກ່ຽວຕາມລະບຽບການພິຈາລະນາຄະດີຢູ່ສານຂັ້ນຕົ້ນ.

ມາດຕາ208(ປັບປຸງ)ປະເພດຄໍາຕັດສິນຂອງສານຂັ້ນຕົ້ນ ປະເພດຄໍາຕັດສິນຂອງສານຂັ້ນຕົ້ນມີດັ່ງນີ້: 1.ຄໍາຕັດສິນລົງໂທດ: -ຕັດອິດສະລະພາບ,ປັບໃໝ,ຮິບຊັບຫຼືວັດຖຸສິ່ງຂອງແລະໂທດອື່ນຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ; -ພາກໂທດທັງໝົດຫຼືບາງສ່ວນ. 2.ຄໍາຕັດສິນໃຫ້ພົ້ນຂໍ້ກ່າວຫາ. ໃນກໍລະນີທີ່ຈໍາເລີຍຖືກຕັດສິນລົງໂທດຕາມທີ່ໄດ້ກໍານົດໄວ້ໃນຂໍ້ໜຶ່ງຂອງມາດຕານີ້ແລະໄດ້ສ້າງຄວາມເສຍຫາຍຖ້າຫາກມີການຮ້ອງຂໍຄະນະສານຕ້ອງພິຈາລະນາກ່ຽວກັບການໃຊ້ແທນຄ່າເສຍຫາຍດັ່ງກ່າວແລະອາດລົງຄໍາເຫັນໃນຄໍາຕັດສິນໃຫ້ມີການປະຕິບັດພາງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ. ໃນກໍລະນີທີ່ບໍ່ມີການຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນຂອງສານຂັ້ນຕົ້ນແລ້ວຖືວ່າຄໍາຕັດສິນຕັ້ນເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລະບໍ່ສາມາດພໍອຸທອນຫຼືຂໍລົບລ້າງໄດ້.ສານຕ້ອງສົ່ງຄໍາຕັດສິນພ້ອມດ້ວຍສໍານວນຄະດີໄປໃຫ້ອົງການຈັດຕັ້ງປະຕິບັດຄໍາສັດສິນຂອງສານເພື່ອຈັດຕັ້ງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນພາກທີ11ຂອງກົດໝາຍສະບັບນີ້.

ມາດຕາ209ການປ່ອຍຕົວຈໍາເລີຍ ໃນທີ່ປະຊຸມສານຄະນະສານອາຍາຂັ້ນຕົ້ນຕ້ອງອ່ານຄໍາຕັດສິນແລ້ວໃຫ້ປ່ອຍຕົວຈໍາເລີຍທີ່ຖືກກັກຂັງໃນທັນໃດໃນກໍລະນີດັ່ງນີ້: 1.ຈໍາເລີຍຖືກຕັດສິນໃຫ້ພົ້ນຂໍ້ກ່າວຫາ; 2.ຈໍາເລີຍຖືກຕັດສິນລົງໂທດດັດສ້າງໂດຍບໍ່ຕັດອິດສະລະພາບ; 3.ຈໍາເລີຍຖືກຕັດສິນພາກໂທດ; 4.ຈໍາເລີຍຖືກຕັດສິນລົງໂທດຕັດອິດສະລະພາບເທົ່າທີ່ຜູ້ກ່ຽວຖືກັກຂັງຜ່ານມາ.

ມາດຕາ210(ປັບປຸງການພິມແລະການມອບຄໍາຕັດສິນຂອງສານ ສານຕ້ອງພິມແລະມອບຄໍາຕັດສິນຂອງສານໃຫ້ຈໍາເລີຍ,ອົງການໄອຍະການ,ອົງການສືບສວນສອບສວນໃນຂັ້ນດຽວກັນ,ທະນາຍຄົວຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍພາຍໃນເວລາສິບວັນນັບແຕ່ວັນອ່ານຄໍາຕັດສິນເປັນຕົ້ນໄປ. ໃນກໍລະນີການຕັດສິນລັບຫຼັງຈໍາເລີຍຕ້ອງສົ່ງຄໍາຕັດສິນຂອງສານໃຫ້ອົງການປົກຄອງບ້ານບ່ອນຈໍາເລີຍຢູ່ສຸດທ້າຍເພື່ອແຈ້ງໃຫ້ຜູ້ກ່ຽວຊາບ. ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ບຸກຄົນອື່ນທີ່ມີສິດແລະຜົນປະໂຫຍດກ່ຽວກັບຄະດີຫຼືຜູ້ຕາງໜ້າຂອງພວກກ່ຽວມີສິດສະເໜີຕໍ່ສານເພື່ອໃຫ້ສານສໍາເນົາຄໍາຕັດສິນຂອງສານໃຫ້ພວກກ່ຽວ. ເມື່ອມີຄວາມຜິດພາດທາງດ້ານການພິມ,ການຄໍານວນຕົວເລກແລະທາງດ້ານເຕັກນິກອື່ນຊຶ່ງຈໍາເປັນຕ້ອງໄດ້ດັດແກ້ແຕ່ການດັດແກ້ນັ້ນຕ້ອງບໍ່ກະທົບຕໍ່ຂໍ້ຄວາມຈິງໃນຄະດີແລະຜົນຂອງການຕັດສິນ. ການດັດແກ້ຄໍາຕັດສິນຕ້ອງເຮັດເປັນຄໍາຊີ້ຂາດຂອງປະທານຄະນະສານທີ່ກ່ຽວຂ້ອງແລ້ວແຈ້ງໃຫ້ຈໍາເລີຍໂຈດທາງແພ່ງ,ຫົວໜ້າອົງການໄອຍະການຫຼືພະນັກງານປະຕິບັດຄໍາຕັດສິນຂອງສານແລະພາກສ່ວນອື່ນທີ່ກ່ຽວຂ້ອງໃນທັນໃດ.

ພາກທີ9ການດໍາເນີນຄະດີຢູ່ສານຂັ້ນອຸທອນ

ມາດຕາ211ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນອຸທອນ ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນອຸທອນມີດັ່ງນີ້: 1.ສານປະຊາຊົນແຂວງ,ນະຄອນຫຼວງມີສິດອໍານາດພິພາກສາເປັນຂັ້ນອຸທອນຄະດີອາຍາທີ່ສານປະຊາຊົນເຂດໄດ້ຕັດສິນເປັນຂັ້ນຕົ້ນຊຶ່ງມີການຂໍອຸທອນຫຼືສະເໜີຄັດຄ້ານ; 2.ສານປະຊາຊົນພາກ,ສານທະຫານຂັ້ນສູງມີສິດອໍານາດພິພາກສາເປັນຂັ້ນອຸທອນຄະດີອາຍາທີ່ສານປະຊາຊົນແຂວງ,ນະຄອນຫຼວງ,ສານທະຫານພາກຕັດສິນເປັນຂັ້ນຕົ້ນຊຶ່ງມີການຂໍອຸທອນຫຼືສະເໜີຄັດຄ້ານ.

ມາດຕາ212(ປັບປຸງ)ສິດໃນການຂຂໍອຸທອນ ຈໍາເລີຍ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຈໍາເລີຍມີສິດຂໍອຸທອນຄໍາຕົກລົງຂອງສານ. ໂຈະທາງແພ່ງ,ຜູ້ຖືກເສຍຫາຍ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນມີສິດຂໍອຸທອນຄໍາຕົກລົງຂອງສານກ່ຽວກັບບັນຫາທາງແພ່ງເທົ່ານັ້ນ. ການຂໍອຸທອນຄໍາຕົກລົງຂອງສານຕ້ອງຍື່ນຕໍ່ສານທີ່ໄດ້ຕັດສິນເປັນຂັ້ນຕົ້ນ.

ມາດຕາ213ການສະເໜີຄັດຄ້ານຂອງອົງການໄອຍະການ ການສະເໜີຄັດຄ້ານຂອງອົງການໄອຍະການຕໍ່ຄໍາຕົກລົງຂອງສານທີ່ເຫັນວ່າບໍ່ມີເຫດຜົນໜັກແໜ້ນຫຼືບໍ່ຖືກຕ້ອງຕາມກົດໝາຍນັ້ນແມ່ນສິດຂອງອົງການໄອຍະການຂັ້ນດຽວກັນກັບສານແລະອົງການໄອຍະການຂັ້ນເທິງຖັດນັ້ນ.

ມາດຕາ214(ປັບປຸງ)ການຂໍອຸທອນແລະການສະເໜີຄັດຄ້ານຄໍາຕັດສິນຂອງສານ ສານຂັ້ນອຸທອນຈະຮັບເອົາຄະດີມາພິຈາລະນາໄດ້ກໍ່ຕໍ່ເມື່ອຫາກມີຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານເທົ່ານັ້ນ. ສິດໃນການຂໍອຸທອນແລະຂໍສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນຕົ້ນໃຫ້ປະຕິບັດພາຍໃນເວລາເຈັດວັນນັບແຕ່ວັນໄດ້ຮັບຊາບເປັນນຕົ້ນໄປ.ສໍາລັບຄໍາຕັດສິນຂອງສານຂັ້ນຕົ້ນນັ້ນກໍານົດເວລາຂໍອຸທອນຫຼືສະເໜີຄັດຄ້ານແມ່ນຊາວວັນນັບແຕ່ວັນອ່ານຫຼືວັນຮັບຊາບຄໍາຕັດສິນເປັນຕົ້ນໄປ. ໃນກໍລະນີມີການຈອງຂໍອຸທອນຫຼືຈອງຂໍສະເໜີຄັດຄ້ານຄໍາຕັດສິນຂອງສານຕ້ອງຍື່ນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານພາຍໃນເວລາຊາວວັນ,ສໍາລັບຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນຕົ້ນແມ່ນພາຍໃນເວລາເຈັດວັນນັບແຕ່ວັນຈອງເປັນຕົ້ນໄປ. ຖ້າກໍານົດເວລາໃນການຂໍອຸທອນຫຼືການສະເໜີຄັດຄ້ານຄໍາຕັດສິນ,ຄໍາສັ່ງ,ຄໍາຊີ້ຂາດຂອງສານວັນສຸດທ້າຍຫາກເປັນວັນພັກທາງລັດຖະການໃຫ້ເລື່ອນເປັນວັດລັດຖະການຖັດໄປ.

ມາດຕາ215(ປັບປຸງ)ລະບຽບການຂໍອຸທອນຫຼືການສະເໜີຄັດຄ້ານຄໍາຕັດສິນຂອງສານ ການຂໍອຸທອນຫຼືການສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດແລະ/ຫຼືຄໍາຕັດສິນຂອງສານຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຕ້ອງຍື່ນຕໍ່ສານຂັ້ນອຸທອນໂດຍຜ່ານສານທີ່ໄດ້ຕັດສິນຄະດີເປັນຂັ້ນຕົ້ນ.ສານຂັ້ນຕົ້ນຕ້ອງແນະນໍາໃຫ້ຜູ້ຂໍອຸທອນຊາບກ່ຽວກັບກໍານົດເວລາຂໍອຸທອນ,ການຂຽນຄໍາຮ້ອງຂໍອຸທອນ,ຄ່າທໍານຽມຂໍອຸທອນແລະສິດຕ່າງໆຂອງຜູ້່ກ່ຽວ,ສານຂັ້ນຕົ້ນຕ້ອງຮັບຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະການເຖິງວ່າຈະກາຍໄລຍະເວລາການຂໍອຸທອນຫຼືສະເໜີຄັດຄ້ານແລ້ວກໍ່ຕາມ,ພາຍຫຼັງສິ້ນສຸດກໍານົດເວລາຂໍອຸທອນຫຼືສະເໜີຄັດຄ້ານແລ້ວພາຍໃນເວລາສາມວັນສານຂັ້ນຕົ້ນຕ້ອງສົ່ງຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານພ້ອມດ້ວຍສໍານວນຄະດີໄປຍັງສານຂັ້ນອຸທອນ. ສໍາລັບການຈອງຂໍອຸທອນຫຼືຂໍສະເໜີຄັດຄ້ານກໍ່ໃຫ້ປະຕິບັດດັ່ງດຽວກັນກັບການຂໍອຸທອນຫຼືຂໍສະເໜີຄັດຄ້ານຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້. ໃນກໍລະນີທີ່ສານຂັ້ນຕົ້ນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດສິນຂອງສານຜູ້ຂໍອຸທອນຫຼືຜູ້ສະເໜີຄັດຄ້ານມີສິດຂໍອຸທອນຫຼືຂໍສະເໜີຄັດຄ້ານໂດຍກົງຕໍ່ສານຂັ້ນອຸທອນ. ເມື່ອສານຂັ້ນຕົນ້ໄດ້ຮັບຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານແລ້ວແຕ່ແກ່ຍາວການສົ່ງສໍານວນຄະດີກາຍໄລຍະເວລາຂຶ້ນຫາສານຂັ້ນອຸທອນຜູ້ຂໍອຸທອນຫຼືຜູ້ສະເໜີຄັດຄ້ານມີສິດສະເໜີຕໍ່ສານຂັ້ນອຸທອນເພື່ອໃຫ້ທວງເອົາສໍານວນຄະດີດັ່ງກ່າວມາພິຈາລະນາ. ໃນກໍລະນີທີ່ມີຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຄໍາຕັດສິນສານຂັ້ນຕົນຕ້ອງແຈ້ງຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານໃຫ້ຄູ່ຄວາມອີກຝ່າຍໜຶ່ງຊາບພາຍໃນເວລາເຈັດວັນເພື່ອໃຫ້ຜູ້ກ່ຽວແກ້ຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ.ຖ້າວ່າຈໍາເລີຍຫາກຖືກກັກຂັງກໍ່ຕ້ອງແຈ້ງໃຫ້ຜູ້ກ່ຽວຊາບໂດຍຜ່ານເຈົ້າໜ້າທີ່ຄ້າຍຄຸມຂັງ. ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນອຸທອນນັ້ນຜູ້ຂໍອຸທອນຫຼືຜູ້ສະເໜີຄັດຄ້ານມີສິດໃຫ້ຄໍາອະທິບາຍເພີ່ມເຕີມຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນ,ໃຫ້ຄໍາເຫັນກ່ຽວກັບການແກ້ຄໍາຮ້ອງຂໍອຸທອນຂອງອີກຝ່າຍໜຶ່ງຫຼືຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະການ.

ມາດຕາ216ກໍານົດເວລາໃນການພິຈາລະນາຄະດີຂອງສານຂັ້ນອຸທອນ ສານຂັ້ນອຸທອນຕ້ອງພິຈາລະນາພິພາກສາຄະດີພາຍໃນເວລາສີ່ສິບຫ້າວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ.

ມາດຕາ217ສິດໃນການເພີ່ມເຕີມ,ປ່ຽນແປງແລະຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານ ກ່ອນການພິຈາລະນາຄດີຢູ່ສານຂັ້ນອຸທອນບຸກຄົນທີ່ກ່ຽວຂ້ອງໃນຄະດີແລະຫົວໜ້າອົງການໄອຍະການມີສິດສະເໜີເພີ່ມເຕີມ,ປ່ຽນແປງແລະຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານຂອງຕົນໄດ້. ໃນກໍລະນີທີ່ມີການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານແລ້ວບຸກຄົນທີ່ກ່ຽວຂ້ອງໃນຄະດີຫຼືຫົວໜ້າອົງການໄອຍະການບໍ່ມີສິດຂໍອຸທອນຫຼືສະເໜີຄັດຄ້ານຄືນໃໝ່ອີກ. ໃນກໍລະນີທີ່ມີການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານທັງໝົດສານຂັ້ນອຸທອນຕ້ອງຢຸດເຊົາການດໍາເນີນຄະດີແລະຄໍາຕັດສິນຂອງສານຂັ້ນຕົ້ນກໍ່ຈະການເປັນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດນັບແຕ່ວັນສານຂັ້ນອຸທອນອອກຄໍາຊີ້ຂາດຢຸດເຊົາການດໍາເນີນຄະດີເປັນຕົ້ນໄປ.ຖ້າຫາກມີການຖອນຄໍາຮ້ອງຂໍອຸທອນຫຼືຄໍາສະເໜີຄັດຄ້ານບາງສ່ວນສານຂັ້ນອຸທອນຕ້ອງພິຈາລະນາໃນສ່ວນທີ່ບໍ່ໄດ້ຖອນເທົ່ານັ້ນ.

ມາດຕາ218ການສະເໜີແລະການພິຈາລະນາຫຼັກຖານເພີ່ມເຕີມຢູ່ສານຂັ້ນອຸທອນ ກ່ອນເປີດປະຊຸມສານຫຼືໃນເວລາໄຕ່ສວນຄະດີໃນທີ່ປະຊຸມສານບຸກຄົນທີ່ໄດ້ກໍານົດໄວ້ໃນມາດຕາ217ຂອງກົດໝາຍສະບັບນີ້ມີສິດສະເໜີຫຼັກຖານໃໝ່ກ່ອນຫົວໜ້າອົງການໄອຍະການຈະຖະແຫຼງໃນທີ່ປະຊຸມສານ. ຫຼັກຖານທີ່ໄດ້ສະເໜີມາກ່ອນແລ້ວແລະຫຼັກຖານທີ່ໄດ້ສະເໜີເພີ່ມເຕີມຕ້ອງໄດ້ນໍາມາພິຈາລະນາໃນທີ່ປະຊຸມສານ,ຄໍາພິພາກສາຂອງສານຂັ້ນອຸທອນຕ້ອງອີງໃສ່ທັງຫຼັກຖານທີ່ໄດ້ສະເໜີມາກ່ອນແລ້ວແລະຫຼັກຖານໃໝ່ເປັນພື້ນຖານໃນການພິຈາລະນາພິພາກສາຄະດີ.

ມາດຕາ219(ປັບປຸງ)ລະບຽບການພິຈາລະນາຄະດີຢູ່ສານຂັ້ນອຸທອນ ການພິຈາລະນາຄະດີຢູ່ສານຂັ້ນອຸທອນແມ່ນໃຫ້ປະຕິບັດຄືກັນກັບການພິຈາລະນາຄະດີຢູ່ສານຂັ້ນຕົ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ167,170ຫາ207ແລະມາດຕາ20ຂອງກົດໝາຍສະບັບນີ້. ພາຍຫຼັງທີ່ປະທານຄະນະສານໄດ້ກ່າວເປີດປະຊຸມສານແລະຄະນະສານຜູ້ຮັບຜິດຊອບຄະດີໄດ້ລາຍງານແລ້ວປະທານຄະນະສານໃຫ້ຜູ້ຂໍອຸທອນຫຼືຫົວໜ້າອົງການໄອຍະການຂັ້ນອຸທອນສະເໜີເຫດຜົນກ່ຽວກັບການຂໍອຸທອນຫຼືການສະເໜີຄັດຄ້ານຂອງຕົນ. ໃນກໍລະນີທີ່ມີການສະເໜີຫຼັກຖານໃໝ່ໆນັ້ນສານຕ້ອງແຈ້ງໃຫ້ຫົວໜ້າອົງການໄອຍະການຂັ້ນອຸທອນແລະຜູ້ເຂົ້າຮ່ວມໃນທີ່ປະຊຸມສານ.ຈາກນັ້ນໃຫ້ຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນໃຫ້ຄໍາອະທິບາຍຕໍ່ສານ,ສ່ວນລະບຽບການໃນການໄຕ່ສວນ,ການໂຕ້ຖຽງແລະການພິຈາລະນາຕົກລົງໃນຫ້ອງປະຊຸມລັບກໍ່ໃຫ້ປະຕິບັດຄືກັນກັບຢູ່ສານຂັ້ນຕົ້ນ.

ມາດຕາ220(ປັບປຸງ)ຂອບເຂດສິດໃນການພິຈາລະນາຄະດີຂອງສານຂັ້ນອຸທອນ ໃນການພິຈາລະນາຄະດີອາຍາສານຂັ້ນອຸທອນຈະກວດກາຄໍາຕັດສິນໃນດ້ານຄວາມຖືກຕ້ອງຕາມກົດໝາຍແລະເຫດຜົນຂອງຄໍາຕັດສິນໂດຍອີງໃສ່ຜົນຂອງການໄຕ່ສວວນຄະດີໃນທີ່ປະຊຸມສານເປັນຕົ້ນຕໍຫຼືຫຼັກຖານໃໝ່ເພີ່ມເຕີມ,ສານຂັນອຸທອນບໍ່ພຽງແຕ່ຈະພິຈາລະນາບັນຫາທີ່ໄດ້ຂໍອຸທອນຫຼືໄດ້ສະເໜີຄັດຄ້ານເທົ່ານັ້ນແຕ່ຫາກຍັງຕ້ອງກວດກາການດໍາເນີນຄະດີທັງໝົດທີ່ກ່ຽວກັບພວກຈໍາເລີຍໃນຄະດີດຽວກັນເຖິງວ່າຈໍາເລີຍຈໍານວນໜຶ່ງບໍ່ໄດ້ຂໍອຸທອນຫຼືຫົວນ້າອົງການໄອຍະການບໍ່ໄດ້ສະເໜີຄັດຄ້ານກໍ່ຕາມ. ໃນການພິຈາລະນາຄະດີສານຂັ້ນອຸທອນມີສິດພິພາກສາຜ່ອນໂທດໃຫ້ຈໍາເລີຍແຕ່ຫາກບໍ່ມີສິດເພີ່ມໂທດໃຫ້ຈໍາເລີຍໜັກຂຶ້ນກວ່າເກົ່າເວັ້ນເສຍແຕ່ມີຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະການເທົ່ານັ້ນ.ໃນກໍລະນີຫົວໜ້າອົງການໄອຍະການຂັ້ນຕົ້ນສະເໜີຄັດຄ້ານແລະຫົວໜ້າອົງການໄອຍະການຂັ້ນອຸທອນກໍ່ເຫັນດີຖ້າມີເຫດຜົນແມ່ນໃຫ້ສານຂັ້ນອຸທອນພິພາກສາເພີ່ມໂທດເລີຍ. ໃນກໍລະນີຫົວໜ້າອົງການໄອຍະການຂັ້ນຕົ້ນບໍ່ສະເໜີຄັດຄ້ານແຕ່ຫົວນ້າອົງການໄອຍະການຂັ້ນອຸທອນສະເໜີຄັດຄ້ານຖ້າມີເຫດຜົນແມ່ນໃຫ້ສານຂັ້ນອຸທອນພິພາກສາລຶບລ້າງຄໍາຕັດສິນຂອງສານຂັ້ນຕົ້ນແລ້ວສົ່ງສໍານວນຄະດີໃຫ້ສານຂັ້ນຕົ້ນຄະນະໃໝ່ພິຈາລະນາຄືນໃໝ່.

ມາດຕາ221ຄໍາພິພາກສາຂອງສານຂັ້ນອຸທອນ ສານຂັ້ນອຸທອນພິພາກສາຄະດີໃນນາມສປປລາວ. ຄໍາພິພາກສາຂອງສານຂັ້ນອຸທອນປະກອບດ້ວຍ: 1.ພາກສະເໜີ; 2.ພາກເນື້ອຄະພີ; 3.ພາກຮູບຄະດີ; 4.ພາກວິນິດໄສ; 5.ພາກຕັດສິນ. ຄໍາພິພາກສາຂອງສານຂັ້ນອຸທອນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ222(ປັບປຸງ)ປະເພດຄໍາພິພາກສາຂອງສານຂັ້ນອຸທອນ ປະເພດຄໍາພິພາກສາຂອງສານຂັ້ນອຸທອນມີດັ່ງນີ້: 1.ຢັ້ງຢືນເອົາຕາມຄໍາຕັດສິນຂອງສານຂັ້ນຕົ້ນທັງໝົດ; 2.ປ່ຽນແປງຄໍາຕັດສິນຂອງສານຂັ້ນຕົ້ນບາງສ່ວນຫຼືທັງໝົດ,ພິພາກສາເພີ່ມຫຼືຫຼຸດໂທດໃສ່ການກະທໍາຜິດທີ່ສານຂັ້ນຕົ້ນໄດ້ຕັດສິນມາແລ້ວ; 3.ລົບລ້າງຄໍາຕັດສິນແລ້ວສົ່ງສໍານວນຄະດີໄປໃຫ້ສານຂັ້ນຕົ້ນຄະນະໃໝ່ພິຈາລະນາຄືນໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານຄະນະເກົ່ານີ້ຫາກຍັງບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍໃດໜຶ່ງ; 4.ລົບລ້າງຄໍາຕັດສິນຂອງສານຂັ້ນຕົ້ນແລ້ວພິພາກສາໃຫ້ຈໍາເລີຍພົ້ນຂໍ້ກ່າວຫາ. ຄໍາພິພາກສາຂອງສານຂັ້ນອຸທອນເປັນຄໍາພິພາກສາຂັ້ນສຸດທ້າຍທາງດ້ານເນື້ອຄະດີ. ສານຂັ້ນອຸທອນທີ່ໄດ້ພິພາກສາແລ້ວຕ້ອງພິມຄໍາພິພາກສາໃຫ້ແລ້ວພາຍໃນເວລາສິບວັນນັບແຕ່ວັນລົງຄໍາພິພາກສາເປັນຕົ້ນໄປ. ໃນກໍລະນີທີ່ບໍ່ມີການຂໍລົບລ້າງຫຼືການສະເໜີຄັດຄ້ານຄໍາພິພາກສາຂອງສານຂັ້ນອຸທອນແລ້ວຖືວ່າຄໍາພິພາກສານັ້ນໃຊ້ໄດ້ຢ່າງເດັດຂາດ,ສານຕ້ອງສົ່ງຄໍາພິພາກສາພ້ອມດ້ວຍສໍານວນຄະດີໃຫ້ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ໃນກໍລະນີທີ່ສານຂັ້ນອຸທອນໄດ້ພິພາກສາຕາມທີ່ໄດ້ກໍານົດໄວ້ໃນຂໍ້3ຂອງມາດຕານີ້ຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງກື່ນແລະຫົວໜ້າອົງການໄອຍະການບໍ່ອະນຸຍາດໃຫ້ຂໍລົບລ້າງຫຼືສະເໜີຄັດຄ້ານ. ໃນກໍລະນີທີ່ໂຈດທາງແພ່ງຮ້ອງຂໍປະຕິບັດພາງໃຫ້ຂັ້ນຕອນການດໍາເນີນຄະດີຂອງສານຂັ້ນອຸທອນກໍ່ໃຫ້ສານພິຈາລະນາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.

ມາດຕາ223ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນ ສາເຫດທີ່ພາໃຫ້ມີການລົບລ້າງຫຼືປ່ຽນແປງຄໍາຕັດສິນຂອງສານຂັ້ນຕົ້ນມີດັ່ງນີ້: 1.ການສືບສວນສອບສວນຫຼືການໄຕ່ສວນຄະດີໃນທີ່ປະຊຸມສານຫາກບໍ່ຮອບດ້ານ,ບໍ່ຄົບຖ້ວນຫຼືບໍ່ພາວະວິໄສ; 2.ຄໍາເຫັນຂອງສານບໍ່ສອດຄ່ອງກັບເຫດການຕົວຈິງຂອງຄະດີ; 3.ການວາງໂທດບໍ່ສອດຄ່ອງກັບລັກສະນະ,ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດແລະບຸກຄະລິກກະພາບຂອງຜູ້ກະທໍາຜິດ. 4.ລະບຽບການດໍາເນີນຄະດີອາຍາຖືກລະເມີດຫຼືການນໍາໃຊ້ປະມວນກົດໝາຍອາຍາບໍ່ຖືກຕ້ອງ.

ມາດຕາ224(ປັບປຸງ)ການພິຈາລະນາຄະດີຄືໃໝ່ຂອງສານຂັ້ນຕົ້ນ ໃນກໍລະນີທີ່ສານຂັ້ນອຸທອນໄດ້ສົ່ງສໍານວນຄະດີໃຫ້ສານຂັ້ນຕົ້ນພິຈາລະນາຄືນໃໝ່ແລ້ວການພິຈາລະນາຄະດີດັ່ງກ່າວຕ້ອງປະຕິບັດຕາມລະບຽບການທົ່ວໄປກ່ຽວກັບການດໍາເນີນຄະດີແລະສານຂັ້ນຕົ້ນຕ້ອງໄດ້ດໍາເນີນຄະດີຕາມປະເດັນຄໍາພິພາກສາຂອງສານຂັ້ນອຸທອນໂດຍອີງຕາມຂໍ້ມູນຫຼັກຖານແລະກົດໝາຍ,ຖ້າມີເຫດຜົນກໍ່ໃຫ້ຕັດສິນປ່ຽນແປງ,ຖ້າບໍ່ມີເຫດຜົນກໍ່ໃຫ້ຕັດສິນຢັ້ງຢືນ. ໃນການພິຈາລະນາຄະດີຄືນໃໝ່ສານຂັ້ນຕົ້ນຈະເພີ່ມໂທດໄດ້ກໍ່ຕໍ່ເມື່ອໃນການສືບສວນສອບສວນຄະດີຄືນໃໝ່ນັ້ນໄດ້ຊອກເຫັນເຫດການທີ່ຢັ້ງຢືນວ່າຈໍາເລີຍໄດ້ມີການກະທໍາຜິດອັນໃໝ່ໂດຍມີຄໍາສັ່ງຟ້ອງເພີ່ມເຕີມຂອງຫົວໜ້າອົງການໄອຍະການ.

ພາກທີ10ການດໍາເນີນຄະດີຢູ່ສານຂັ້ນລົບລ້າງ

ມາດຕາ225ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນລົບລ້າງ ສານທີ່ມີສິດອໍານາດພິພາກສາຄະດີເປັນຂັ້ນລົບລ້າງມີດັ່ງນີ້: 1.ສານປະຊາຊົນພາກມີສິດອໍານາດພິພາກສາເປັນຂັ້ນລົບລ້າງຄະດີທີ່ສານປະຊາຊົນແຂວງ,ນະຄອນຫຼວງພິພາກສາເປັນຂັ້ນອຸທອນ; 2.ສານປະຊາຊົນສູງສຸດມີສິດອໍານາດພິພາກສາເປັນຂັ້ນລົບລ້າງຄະດີທີ່ສານປະຊາຊົນພາກ,ສານທະຫານຂັ້ນສູງພິພາກສາເປັນຂັ້ນອຸທອນ.

ມາດຕາ226(ປັບປຸງ)ການຂໍລົບລ້າງຫຼືການສະເໜີຄັດຄ້ານຄໍາພິພາກສາ ຈໍາເລີຍ,ໂຈດທາງແພ່ງ,ຜູ້ຖືກເສຍຫາຍ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຫຼືຫົວນ້າອົງການໄອຍະການມີສິດຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂັ້ນອຸທອນຕໍ່ສານຂັ້ນລົບລ້າງເພື່ອກວດກາຄວາມຖືກຕ້ອງທາງດ້ານກົດໝາຍ. ສານຂັ້ນລົບລ້າງຈະຮັບເອົາຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນມາພິຈາລະນາໄດ້ກໍ່ຕໍ່ເມື່ອຫາກມີຄໍາຮ້ອງຂໍລົບລ້າງຂອງຈໍາເລີຍ,ໂຈດທາງແພ່ງ,ຜູ້ຖືກເສຍຫາຍ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຫຼືຄໍາສະເໜີຄັດຄ້ານຂອງຫົວໜ້າອົງການໄອຍະການ.ຍົກເວັ້ນຄະດີທີ່ມີລັກສະນະເບົາຫຼືມີມູນຄ່າບໍ່ເກີນຊາວລ້ານກີບຈະບໍ່ຮັບພິຈາລະນາເປັນຂັ້ນລົບລ້າງ. ຈໍາເລີຍ,ໂຈດທາງແພ່ງ,ຜູ້ຖືກເສຍຫາຍ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມ,ຜູ້ປົກປ້ອງອື່ນຫຼືຫົວໜ້າອົງການໄອຍະການມີສິດຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນອຸທອນໄດ້ພາຍໃນເວລາເຈັດວັນນັບແຕ່ວັນຮັບຊາບຄໍາສັ່ງ,ຄໍາຊີ້ຂາດເປັນຕົ້ນໄປ.ສໍາລັບຄໍາພິພາກສາຂອງສານຂັ້ນອຸທອນນັ້ນໃຫ້ຂໍລົບລ້າງຫຼືສະເໜີຄັດຄ້ານພາຍໃນເວລາສີ່ສິບຫ້າວັນນັບແຕ່ວັນໄດ້ອ່ານຫຼືວັນຮັບຊາບຄໍາພິພາກສາເປັນຕົ້ນໄປ. ໃນກໍລະນີການຈອງຂໍລົບລ້າງຫຼືສະເໜີຄັດຄ້ານຄໍາພິພາກສາຂອງສານຂັ້ນອຸທອນຕ້ອງຍື່ນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານພາຍໃນເວລາສີ່ສິບຫ້າວັນ,ສໍາລັບຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນອຸທອນແມ່ນພາຍໃນເວລາເຈັດວັນນັບແຕ່ວັນຈອງເປັນຕົ້ນໄປ.ຖ້າການຍື່ນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາພິພາກສາ,ຄໍາສັ່ງ,ຄໍາຊີ້ຂາດຂອງສານຫາກກາຍເວລາການຂໍລົບລ້າງຫຼືການສະເໜີຄັດຄ້ານຖືວ່າເປັນຄໍາພິພາກສາ,ຄໍາສັ່ງ,ຄໍາຊີ້ຂາດທີ່ໃຊ້ໄດ້ຢ່າງເດັດຂາດ. ຖ້າກໍານົດເວລາໃນການຂໍລົບລ້າງຫຼືການສະເໜີຄັດຄ້ານຄໍາພິພາກສາ,ຄໍາສັ່ງ,ຄໍາຊີ້ຂາດຂອງສານຂັ້ນອຸທອນວັນສຸດທ້າຍຫາກເປັນວັນພັກທາງລັດຖະການໃຫ້ເລື່ອນເປັນວັດລັດຖະການຖັດໄປ.

ມາດຕາ227(ປັບປຸງ)ລະບຽບການຂໍລົບລ້າງ ໃນກໍລະນີທີ່ມີການຂໍລົບລ້າງຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານນັ້ນຜູ້ຂໍລົບລ້າງຫຼືຜູ້ສະເໜີຄັດຄ້ານຕ້ອງຍື່ນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຂອງຕົນຕໍ່ສານຂັ້ນລົບລ້າງໂດຍຜ່ານສານຂັ້ນອຸທອນທີ່ໄດ້ພິພາກສາຄະດີນັ້ນ,ສານຂັ້ນອຸທອນຕ້ອງແນະນໍາກ່ຽວກັບກໍານົດເວລາ,ການຂຽນຄໍາຮ້ອງ,ຄ່າທໍານຽມສານແລະສິດຕ່າງໆຂອງຜູ້ກ່ຽວໃນການຂໍລົບລ້າງນັ້ນຈະໝົດແລ້ວກໍ່ຕາມ.ພາຍຫຼັງສິ້ນສຸດກໍານົດເວລາຂໍລົບລ້າງຫຼືຄໍາສະເໜີຄັດຄ້ານແລ້ວພາຍໃນເວລາສາມວັນສານຂັ້ນອຸທອນຕ້ອງສົ່ງຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານພ້ອມດ້ວຍສໍານວນຄະດີໄປຍັງສານຂັ້ນລົບລ້າງ. ສໍາລັບການຈອງຂໍລົບລ້າງຫຼືສະເໜີຄັດຄ້ານກໍ່ໃຫ້ປະຕິບັດດັ່ງດຽວກັນກັບການຂໍລົບລ້າງຫຼືສະເໜີຄັດຄ້ານຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້. ໃນກໍລະນີທີ່ສານຂັ້ນອຸທອນຫາກບໍ່ຮັບຫຼືແກ່ຍາວການຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາພິພາກສາຂອງສານ,ຜູ້ຂໍລົບລ້າງຫຼືຜູ້ສະເໜີຄັດຄ້ານມີສິດຂໍລົບລ້າງຫຼືສະເໜີຄັດຄ້ານໂດຍກົງຕໍ່ສານຂັ້ນລົບລ້າງ. ຫຼັງຈາກໍານົດເວລາຂໍລົບລ້າງໄດ້ສິ້ນສຸດແລ້ວຖ້າສານຂັ້ນອຸທອນທີ່ໄດ້ຮັບຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຫາກແກ່ກາຍເກີນກໍານົດເວລາໃນການສົ່ງສໍານວນຄະດີຂຶ້ນສານຂັ້ນລົບລ້າງ,ຜູ້ຂໍລົບລ້າຫຼືຜູ້ສະເໜີຄັດຄ້ານມີສິດສະເໜີຕໍ່ສານຂັ້ນລົບລ້າງເພື່ອໃຫ້ທວງເອົາສໍານວນຄະດີດັ່ງກ່າວມາພິຈາລະນາ. ໃນກໍລະນີທີ່ມີຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຄໍາພິພາກສານັ້ນສານຂັ້ນອຸທອນຕ້ອງແຈ້ງຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານໃຫ້ອີກຝ່າຍໜຶ່ງຊາບພາຍໃນເວລາເຈັດວັນເພື່ອໃຫ້ຜູ້ກ່ຽວເຮັດຄໍາແກ້ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານໃຫ້ອີກຝ່າຍໜຶ່ງຊາບພາຍໃນເວລາເຈັດວັນເພື່ອໃຫ້ຜູ້ກ່ຽວເຮັດຄໍາແກ້ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຖ້າວ່າຈໍາເລີຍຫາກຖືກກັກຂັງກໍ່ຕ້ອງແຈ້ງໃຫ້ຜູ້ກ່ຽວຊາບໂດຍຜ່ານເຈົ້າໜ້າທີ່ຄ້າຍຄຸມຂັງ. ກ່ອນການພິຈາລະນາພິພາກສາຄະດີຢູ່ສານຂັ້ນລົບລ້າງນັ້ນຜູ້ຂໍລົບລ້າງຫຼືຜູ້ສະເໜີຄັດຄ້ານມີສິດໃຫ້ຄໍາອະທິບາຍເປັນລາຍລັກອັກສອນເພື່ອໃຫ້ເຫດຜົນເພີ່ມເຕີມຕໍ່ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານຂອງຕົນ,ໃຫ້ຂໍ້ສັງເກດກ່ຽວກັບການແກ້ຄໍາຮ້ອງຂໍລົບລ້າງຂອງອີກຝ່າຍໜຶ່ງຫຼືຄໍາສະເໜີຄັດຄ້ານຂອງຫົວນ້າອົງການໄອຍະການ

ມາດຕາ228ກໍານົດເວລາໃນການພິຈາລະນາຄະດີຂອງສານຂັ້ນລົບລ້າງ ສານຂັ້ນລົບລ້າງຕ້ອງພິຈາລະນາພິພາກສາຄະດີພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ.

ມາດຕາ229ການພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະເໜີຄັດຄ້ານ ສານຂັ້ນລົບລ້າງພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະເໜີຄັດຄ້ານໃນທີ່ປະຊຸມສານໂດຍມີຫົວໜ້າອົງການໄອຍະການເຂົ້າຮ່ວມນໍາເພື່ອຖະແຫຼງ. ໃນກໍ່ລະນີຈໍາເປັນສານຂັ້ນລົບລ້າງຈະຮຽກເອົາຜູ້ຖືກຕັດສິນແລະບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີມາຮ່ວມໃນທີ່ປະຊຸມສານກໍ່ໄດ້. ພາຍຫຼັງທີ່ໄດ້ເປີດປະຊຸມສານແລ້ວປະທານຄະນະສານຫຼືຄະນະສານຜູ້ຮັບຜິດຊອບຄະດີລາຍງານສະພາບຂອງຄະດີ,ລາຍງ,ລາຍງານກ່ຽວກັບຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາ,ເນື້ອໃນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານພ້ອມດ້ວຍຄໍາເຫັນຂອງຕົນກ່ຽວກັບຄະດີນັ້ນ,ຕໍ່ຈາກນັ້ນຄະນະສານຜູ້ອື່ນ,ຫົວໜ້າອົງການໄອຍະການມີສິດຖາມຜູ້ຮັບຜິດຊອບລາຍງານຄະດີ,ບຸກຄົນອື່ນທີ່ກ່ຽວຂ້ອງໃນຄະດີມີສິດສະເໜີແລະໃຫ້ຄໍາເຫັນຂອງຕົນຕໍ່ທີ່ປະຊຸມສານກ່ຽວກັບຄະດີນັ້ນ. ພາຍຫຼັງທີ່ຫົວໜ້າອົງການໄອຍະການໄດ້ຖະແຫຼງແລ້ວປະທານຄະນະສານກໍ່ກ່າວປິດປະຊຸມສານຊົ່ວຄາວເພື່ອພິຈາລະນາພິພາກສາຄະດີໃນຫ້ອງປະຊຸມລັບແລ້ວນໍາເອົາຄໍາພິພາກສາອອກມາອ່ານຕໍ່ທີ່ປະຊຸມສານ.

ມາດຕາ230ຄໍາພິພາກສາຂອງສານຂັ້ນລົບລ້າງ ສານຂັ້ນລົບລ້າງພິພາກສາຄະດີໃນນາມສປປລາວ. ຄໍາພິພາກສາປະກອບດ້ວຍ: 1.ພາກສະເໜີ; 2.ພາກເນື້ອຄະດີ; 3.ພາກຮູບຄະດີ; 4.ພາກວິນິດໄສ; 5.ພາກຕັດສິນ. ຄໍາພິພາກສາຂອງສານຂັ້ນລົບລ້າງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ231(ປັບປຸງ)ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງ ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງມີດັ່ງນີ້: 1.ບໍ່ຮັບເອົາຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານມາພິຈາລະນາຖ້າວ່າຈໍາເລີຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຫຼືຫົວໜ້າອົງການໄອຍະການຫາກປະຕິບັດບໍ່ຖືກຕ້ອງຕາມລະບຽບການຂໍລົບລ້າງຫຼືຂໍສະເໜີຄັດຄານ; 2.ຍົກເລີກຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານແລ້ວພິພາກສາຢັ້ງຢືນເອົາຕາມຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນອຸທອນທັງໝົດ; 3.ລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນອຸທອນທັງໝົດໂດຍບໍ່ສົ່ງຄະດີຄືນໃຫ້ສານຂັ້ນອຸທອນພິຈາລະນາແລ້ວໃຫ້ຈໍາເລີຍພົ້ນຂໍ້ກ່າວຫາ; 4.ປ່ຽນແປງຄໍາພິພາກສາຂອງສານຂັ້ນອຸທອນບາງສ່ວນຫຼືທັງໝົດທາງດ້ານກົດໝາຍ; 5.ລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນອຸທອນບາງສ່ວນຫຼືທັງໝົດແລ້ວສົ່ງຄະດີໄປຍັງສານຂັ້ນອຸທອນຄະນະໃໝ່ຫຼືຄະນະເກົ່າໃນກໍລະນີທີ່ສານອຸທອນຄະນະເກົ່າບໍ່ທັນໄດ້ພິຈາລະນາຄໍາຮ້ອງຂໍໃດໜຶ່ງຫຼືມີການລະເມີດກົດໝາຍ.

ມາດຕາ232ສາເຫດທີ່ພາໃຫ້ມີການລົບລ້າງຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນ ສາເຫດທີ່ພາໃຫ້ມີການລົບລ້າງຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາພິພາກສາຂອງສານຂັ້ນອຸທອນມີກໍລະນີໃດໜຶ່ງດັ່ງນີ້: 1.ການວາງໂທດບໍ່ສອດຄ່ອງກັບລັກສະນະ,ລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດແລະບຸກຄະລິກກະພາບຂອງຜູ້ກະທໍາຜິດ; 2.ລະບຽບການດໍາເນີນຄະດີອາຍາຖືກລະເມີດຫຼືການນໍາໃຊ້ປະມວນກົດໝາຍອາຍາບໍ່ຖືກຕ້ອງ.

ມາດຕາ233ຂອບເຂດສິດໃນການພິຈາລະນາຄະດີຢູ່ສານຂັ້ນລົບລ້າງ ໃນການພິຈາລະນາຄໍາຮ້ອງຂໍລົບລ້າງແລະຄໍາສະເໜີຄັດຄ້ານນັ້ນສານຂັ້ນລົບລ້າງມີນ້າທີ່ພິຈາລະນາບັນຫາທີ່ໄດ້ຍົກຂຶ້ນໃນຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານທາງດ້ານກົດໝາຍເທົ່ານັ້ນແລະຈະບໍ່ໄດ້ທໍາການໄຕ່ສວນກ່ຽວກັບເຫດການຕ່າງທຂອງຄະດີນັ້ນອີກ. ຖ້າວ່າໃນຄະດີນັ້ນຫາກມີຈໍາເລີຍຖືກພິພາກສາລົງໂທດຫຼາຍຄົ້ນແຕ່ຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານມີແຕ່ຈໍາເລີຍຜູ້ໃດຜູ້ໜຶ່ງຫຼືຈໍານວນໜຶ່ງເທົ່ານັ້ນ,ສານກໍ່ຕ້ອງພິຈາລະນາຄະດີກ່ຽວກັບຈໍາເລີຍທີ່ຖືກພິພາກສາລົງໂທດທັງໝົດໃນຄະດີດຽວກັນເຖິງວ່າຄໍາຮ້ອງຂໍລົບລ້າງຫຼືຄໍາສະເໜີຄັດຄ້ານນັ້ນບໍ່ໄດ້ກ່ຽວຂ້ອງເຖິງພວກກ່ຽວກໍ່ຕາມ. ໃນກໍລະນີທີ່ເຫັນວ່າສານຂັ້ນອຸທອນຫາກໄດ້ພິພາກສາໃຫ້ຈໍາເລີຍພົ້ນຂໍ້ກ່າວຫາໂດຍບໍ່ຖືກຕ້ອງຫຼືຫາກເຫັນວ່າການວາງໂທດໃສ່ຈໍາເລີຍບໍ່ສອດຄ່ອງກັບການກະທໍາຜິດຕົວຈິງນັ້ນ.ສານຂັ້ນລົບ້າງຕ້ອງລົບລ້າງຄໍາພິພາກສາແລ້ວສົ່ງສໍານວນຄະດີໃຫ້ສານຂັ້ນອຸທອນຄະນະໃໝ່ເພື່ອພິຈາລະນາຄືນ.

ມາດຕາ234(ປັບປຸງ)ການພິຈາລະນາຄະດີຄືນໃໝ່ຂອງສານຂັ້ນອຸທອນ ເມື່ອສານຂັ້ນລົບລ້າງໄດ້ສົ່ງສໍານວນຄະດີໃຫ້ສານຂັ້ນອຸທອນພິຈາລະນາຄືນໃໝ່ແລ້ວສານຂັ້ນອຸທອນຕ້ອງນໍາເອົາຄະດີດັ່ງກ່າວມາພິຈາລະນາໃໝ່ບັນພື້ນຖານຂໍ້ມູນຫຼັກຖານ,ກົດໝາຍແລະຕ້ອງປະຕິບັດຕາມລະບຽບການທົ່ວໄປກ່ຽວກັບການດໍາເນີນຄະດີຢູ່ສານ. ໃນກໍລະນີທີ່ສານຂັ້ນອຸທອນຄະນະໃໝ່ຫາກໄດ້ລົງຄໍາພິພາກສາບໍ່ກົງກັບຄໍາພິພາກສາຂອງສານຂັ້ນລົບລ້າງນັ້ນຖ້າວ່າຈໍາເລີຍຫາກບໍ່ໄດ້ຂໍລົບລ້າງແລ້ວ,ຫົວນ້າອົງການໄອຍະການມີສິດສະເໜີຄັດຄ້ານໂດຍໜ້າທີ່ຂຶ້ນຫາສານຂັ້ນລົບລ້າງ. ໃນການພິຈາລະນາຄະດີຄືນໃໝ່ນັ້ນຖ້າຫາກສານຂັ້ນລົບລ້າງໄດ້ພິພາກສາຄືເກົ່າແລະໄດ້ສົ່ງສໍານວນຄະດີຄືນໃຫ້ສານຂັ້ນອຸທອນເປັນເທື່ອທີສອງແລ້ວ,ສານຂັ້ນອຸທອນຄະນະໃໝ່ຕ້ອງໄດ້ປະຕິບັດຕາມຄໍາພິພາກສາຂອງສານຂັ້ນລົບລ້າງຢ່າງເດັດຂາດ.

ພາກທີ11ການປະຕິບັດຄໍາຕົກລົງຂອງສານ

ໝວດທີ1ລະບຽບການທົ່ວໄປກ່ຽວກັບການປະຕິບັດຄໍາຕົກລົງຂອງສານ

ມາດຕຕາ235(ປັບປຸງ)ການປະຕິບັດຄໍາຕົກລົງຂອງສານ ຄໍາຕົກລົງຂອງສານທີ່ນໍາມາປະຕິບັດມີດັ່ງນີ້: 1.ຄໍາສັ່ງ,ຄໍາຊີ້ຂາດແລະຄໍາຕັດສິນຂອງສານຂັ້ນຕົ້ນທີ່ໃຊ້ໄດ້ຢ່າງເດັດຂາດ; 2.ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທີ່ຕ້ອງປະຕິບັດພາງ; 3.ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນອຸທອນທີ່ໃຊ້ໄດ້ຢ່າງເດັດຂາດ; 4.ຄໍາສັ່ງ,ຄໍາຊີ້ຂາດແລະຄໍາພິພາກສາຂອງສານຂັ້ນລົບລ້າງ. ຄໍາຕັດສິນຫຼືຄໍາພິພາກສາທີ່ຕ້ອງນໍາມາປະຕິບັດໃນທັນໃດເຖິງວ່າໄດ້ມີການຂໍອຸທອນ,ການຂໍລົບລ້າງຫຼືການສະເໜີຄັດຄ້ານກໍ່ຕາມມີດັ່ງນີ້: ຄໍາຕັດສິນຫຼືຄໍາພິພາກສາໃຫ້ຈໍາເລີຍພົ້ນຂໍ້ກ່າວຫາ; 1.ຄໍາຕັດສິນຫຼືຄໍາພິພາກສາພາກໂທດທັງໝົດ; 2.ຄໍາຕັດສິນຫຼືຄໍາພິພາກສາລົງໂທດຕັດອິດສະລະພາບຊຶ່ງໂທດຕັດອິດສະລະພາບທີ່ສານໄດ້ລົງໃສ່ເທົ່າກັບເວລາທີ່ຈໍາເລີຍໄດ້ຖືກກັກຂັງພາງຜ່ານມາ; 3.ຄໍາຕັດສິນຫຼືຄໍາພິພາກສາທີ່ໃຫ້ປະຕິບັດພາງກ່ຽວກັບການໃຊ້ແທນຄ່າເສຍຫາຍທາງແພ່ງ.

ມາດຕາ236ຂັ້ນຕອນການປະຕິບັດຄໍາຕົກລົງຂອງສານ ພາຍໃນເວລາເຈັດວັນນັບແຕ່ວັນໄດ້ຮັບຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປປະທານຄະນະສານທີ່ພິຈາລະນາຄະດີເປັນຂັ້ນຕົ້ນຕ້ອງອອກຄໍາສັ່ງໃຫ້ປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງສາານຫຼືມອບໝາຍໃຫ້ສານອື່ນໃນຂັ້ນດຽວກັນອອກຄໍາສັ່ງໃຫ້ປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງສານ. ຄໍາສັ່ງໃຫ້ປະຕິບັດຄໍາຕັດສິນຂອງສານຕ້ອງບອກຊື່ແລະນາມສະກຸນ,ຕໍາແໜ່ງແລະໜ້າທີ່ຂອງຜູ້ອອກຄໍາສັ່ງ,ຊື່ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ:ຊື່ແລະນາມສະກຸນ,ວັນເກີດແລະທີ່ຢູ່ຂອງນັກໂທດ;ຄໍາຕັດສິນຫຼືຄໍາພິພາກສາທີ່ນັກໂທດຕ້ອງໄດ້ປະຕິບັດ. ສໍາເນົາຄໍາສັ່ງໃຫ້ປະຕິບັດຄໍາຕັດສິນແລະຄໍາຕັດສິນຂອງສານຕ້ອງສົ່ງໃຫ້ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ,ນັກໂທດແລະອົງການໄອຍະການໃນຂັ້ນດຽວກັນກັບອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ. ໃນກໍລະນີທີ່ນັກໂທດຖືກປ່ອຍຕົວພາງ,ຄໍາສັ່ງໃຫ້ປະຕິບັດຄໍາຕັດສິນຕ້ອງບອກແຈ້ງວ່າໃຫ້ປະຕິບັດພາຍໃນເວລາເຈັດວັນນັບແຕ່ວັນໄດ້ຮັບຄໍາສັ່ງເປັນຕົ້ນໄປແລະນັກໂທດນັ້ນຕ້ອງເຂົ້າສະເໜີຕົວຕໍ່ຫ້ອງການຂອງເຈົ້າໜ້າທີ່ຕໍາຫຼວດຄຸມຂັງດັດສ້າງເພື່ອປະຕິບັດຄໍາຕັດສິນຂອງສານ. ໃນກໍລະນີທີ່ນັກໂທດຊຶ່ງຖືກປ່ອຍຕົວພາງຫາກບໍ່ມາສະເໜີຕົວຫຼືເອົາຕົວຫຼົບໜີພາຍຫຼັງສານໄດ້ຕັດສິນລົງໂທດຜູ້ກ່ຽວແລ້ວ,ສານຕ້ອງອອກຄໍາສັ່ງຈັບຕົວນັກໂທດແລ້ວໃຫ້ອົງການສືບສວນສອບສວນຂັ້ນດຽວກັນປະຕິບັດ.

ມາດຕາ237ອົງການຈັດຕັ້ງປະຕິບັດຄໍາຕົກລົງຂອງສານ ອົງການຈັດຕັ້ງປະຕິບັດຄໍາຕົກລົງຂອງສານມີດັ່ງນີ້: 1.ຄ້າຍດັດສ້າງຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງແລະກົມຕໍາຫຼວດຄຸມຂັງດັດສ້າງທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບປະຕິບັດຄໍາຕັດສິນຂອງສານກ່ຽວກັບໂທດຕັດອິດສະລະພາບ; 2.ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທະຫານປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານທະຫານທີ່ໃຊ້ໄດ້ຢ່າງເດັດຂາດ; 3.ອົງການປົກຄອງບ້ານປະຕິບັດໜ້າທີ່ຕິດຕາມ,ສຶກສາອົບຮົມບຸກຄົນຊຶ່ງປະຕິບັດໂທດຈໍາກັດທີ່ຢູ່ຫຼືໂທດທີ່ພາກໄວ້; 4.ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຂອງພະແນກຍຸຕິທໍາແຂວງ,ນະຄອນຫຼວງແລະໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຂອງຫ້ອງການຍຸຕິທໍາເມືອງ,ເທດສະບານ,ນະຄອນກ່ຽວກັບການໃຊ້ແທນຄ່າເສຍຫາຍ,ການປັບໃໝ,ການຮິບຊັບແລະໂທດດັດສ້າງໂດຍບໍ່ຕັດອິດສະລະພາບໃນຄະດີອາຍາ.

ມາດຕາ238(ປັບປຸງ)ການປ່ອຍຕົວນັກໂທດ ເມື່ອນັກໂທດໄດ້ປະຕິບັດໂທດຕັດອິດສະລະພາບຄົບຕາມກໍານົດທີ່ສານຕັດສິນແລ້ວເຈົ້າໜ້າທີ່ຄ້າຍດັດສ້າງຕ້ອງລາຍງານໃຫ້ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບທ້ອງຖິ່ນທີ່ກ່ຽວຂ້ອງຫຼືຫົວໜ້າກົມຕໍາຫຼາດຄຸມຂັງດັດສ້າງກ່ຽວກັບການປ່ອຍຕົວນັກໂທດພ້ອມທັງລາຍງານໃຫ້ຫົວນ້າອົງການໄອຍະການຊາບ,ຖ້າຜູ້ກ່ຽວຫາກຍັງບໍ່ທັນໄດ້ຖືກປ່ອຍຕົວນັ້ນຫົວໜ້າອົງການໄອຍະການຕ້ອງອອກຄໍາສັ່ງປ່ອຍຕົວໃນທັນໃດ. ການປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂແມ່ນໃຫ້ປະຕິບັດຕາມປະມວນກົດໝາຍອາຍາ. ການປ່ອຍຕົວນັກໂທດດ້ວຍການໃຫ້ອະໄພຍະໂທດຂອງປະທານປະເທດເນື່ອງໃນວັນຄໍາຄັນຕ່າງໆຂອງຊາດນັ້ນໃຫ້ປະຕິບັດຕາມລະບຽບການກ່ຽວກັບການໃຫ້ອະໄພຍະໂທດ. ການປ່ອຍຕົວນັກໂທດດ້ວຍການໃຫ້ນິລະໂທດກໍາໃຫ້ປະຕິບັດຕາມການປະກາດໃຫ້ນິລະໂທດກໍາຂອງປະທານປະເທດພາຍຫຼັງການຮັບຮອງຂອງສະພາແຫ່ງຊາດ. ການປ່ອຍຕົວນັກໂທດຕາມກໍລະນີຕ່າງໆທີ່ກ່າວມາເທິງນັ້ນຕ້ອງປະຕິບັດໃນທັນໃດເຖິງວ່າໂຈະທາງແພ່ງຈະຂໍອຸທອນ,ຂໍລົບລ້າງຫຼືນັກໂທດຍັງບໍ່ທັນໄດ້ໃຊ້ແທນຄ່າເສຍຫາຍຫຼືໂທດປັບໃໝກໍ່ຕາມ,ສໍາລັບການໃຊ້ແທນຄ່າເສຍຫາຍຫຼືໂທດປັບໃໝນັ້ນມອບໃຫ້ຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານເປັນຜູ້ປະຕິບັດ.

ມາດຕາ239(ປັບປຸງ)ວິທີການຈັດຕັ້ງປະຕິບັດການປ່ອຍຕົວນັກໂທດ ການປ່ອຍຕົວນັກໂທດໃຫ້ປະຕິບັດດັ່ງນີ້: 1.ພາຍຫຼັງທີ່ນັກໂທດໄດ້ປະຕິບັດໂທດຄົບຕາມກໍານົດທີ່ສານຕັດສິນ,ໄ້ຮັບການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ,ໄດ້ຮັບການອະໄພຍະໂທດດ້ວຍການປ່ອຍຕົວ,ໄດ້ຮັບການໃຫ້ນິລະໂທດກໍາຫຼືໄດ້ຮັບການປ່ອຍຕົວຕາມຄໍາສັ່ງຂອງຫົວໜ້າອົງການໄອຍະການແລ້ວຫົວໜ້າຄ້າຍດັດສ້າງຕ້ອງກະກຽມແລະນໍາເອົາບຸກຄົນທີ່ຈະຖືກປ່ອຍຕົວນັັ້ນສາມຶກສາອົບຮົມພ້ອມທັງຂຽນໃບປະຕິຍານຕົນ.ໃນເວລາປ່ອຍຕົວນັ້ນໃຫ້ເຊີນອົງການປົກຄອງບ້ານແລະແຈ້ງໃຫ້ຄອບຄົວຫຼືຍາດພີ່ນ້ອງຂອງຜູ້ກ່ຽວເຂົ້າຮ່ວມນໍາພ້ອມທັງມອບໃຫ້ອົງການປົກຄອງບ້ານສືບຕໍ່ສຶກສາອົບຮົມ; 2.ເຈົ້າໜ້າທີ່ຜູ້ຮັບຜິດຊອບຮັກສາວັດຖຸສິ່ງຂອງຕິດຕົວທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກປ່ອຍຕົວຕ້ອງໄດ້ມອບວັດຖຸສິ່ງຂອງດັ່ງກ່າວຄືນໃຫ້ຜູ້ກ່ຽວຢ່າງຄົບຖ້ວນແລະຢູ່ໃນສະພາບເດີມໂດຍໃຫ້ເຮັດບັດບັນທຶກມອບຮັບຢ່າງຄັກແນ່,ໃນກໍລະນີທີ່ການສົ່ງວັດຖຸສິ່ງຂອງນັ້ນຫາກບໍ່ຄົບຖ້ວນແລະບໍ່ຢູ່ໃນສະພາບເດີມໂດຍບໍ່ມີເຫດຜົນແລ້ວເຈົ້ານ້າທີ່ຜູ້ຮັກສາຕ້ອງມີຄວາມຮັບຜິດຊອບຕາມທີ່ໄດ້ກໍານົດໄວ້ໃນມາດຕາ141ຂອງກົດໝາຍສະບັບນີ້; 3.ໃນການປ່ອຍຕົວນັ້ນຫົວໜ້າຄ້າຍດັດສ້າງຕ້ອງເຮັດບົດບັນທຶກການປ່ອຍຕົວຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການຂອງຄ້າຍດັດສ້າງ; 4.ໃນກໍລະນີນັກໂທດທີ່ຖືກປ່ອຍຕົວນັ້ນຫາກບໍ່ມີຄອບຄົວຫຼືຍາດພີ່ນ້ອງມາຮັບເອົາຫຼືບໍ່ມີເງື່ອນໄຂຈະກັບບ້ານດ້ວຍຕົນເອງໄດ້,ຫົວໜ້າຄ້າຍດັດສ້າງຕ້ອງຄິດໄລ່ຄ່າກິນແລະຄ່າເດີນທາງຕາມເງື່ອນໄຂຕົວຈິງພ້ອມທັງເອກະສານຕ່າງໆໃຫ້ຜູ້ກ່ຽວເພື່ອມອບໃຫ້ອົງການປົກຄອງບ້ານ; 5.ໃນກໍລະນີການປ່ອຍຕົວນັກໂທດຊຶ່ງເປັນຄົນຕ່າງປະເທດທີ່ຍັງບໍ່ທັນໄດ້ໃຊ້ແທນຄ່າເສຍຫາຍນັ້ນກ່ອນຈະອະນຸຍາດໃຫ້ອອກຈາກສປປລາວຜູ້ກ່ຽວຕ້ອງໄດ້ໃຊ້ແທນຄ່າເສຍຫາຍຢ່າງຄົບຖ້ວນຕາມຄໍາຕັດສິນຂອງສານ.

ໝວດທີ2ການປະຕິບັດໂທດຕັດອິດສະລະພາບແລະໂທດອື່ນ

ມາດຕາ240ການປະຕິບັດໂທດຕັດອິດສະລະພາບ ນັກໂທດທີ່ຖືກສານຕັດສິນລົງໂທດຕັດອິດສະລະພາບນັບທັງຜູ້ຖືກປ່ອຍຕົວພາງຫຼືບໍ່ຖືກກັກຂັງພາງກ່ອນນັ້ນຕ້ອງໄດ້ນໍາຕົວມາປະຕິບັດໂທດຕັດອິດສະລະພາບຢູ່ຄ້າຍດັດສ້າງ. ຫົວໜ້າຖະຖານທີ່ກັກຂັງຫຼືຄ້າຍດັດສ້າງຕ້ອງແຈ້ງໃຫ້ຄອບຄົວນັກໂທດຊາບກ່ຍວກັບສະຖານທີ່ບ່ອນນັກໂທດປະຕິບັດໂທດພາຍໃນເວລາສິບຫ້າວັນນັບແຕ່ວັນໄດ້ຮັບນັກໂທດເປັນຕົ້ນໄປ. ໃນກໍລະນີທີ່ນັກໂທດຫາກຖືກັກຂັງເຈົ້າໜ້າທີ່ສະຖານທີ່ກັກຂັງຫຼືເຈົ້າໜ້າທີ່ຄ້າຍດັດສ້າງຕ້ອງອະນຸຍາດໃຫ້ນັກໂທດພົບກັບຍາດພີ່ນ້ອງຂອງຜູ້ກ່ຽວຕາມຄໍາຮ້ອງຂໍກ່ອນຈະຈໍາຕົວຜູ້ກ່ຽວໄປປະຕິບັດໂທດ.

ມາດຕາ241ການໂຈະການປະຕິບັດໂທດຕັດອິດສະລະພາບ ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບແຕ່ຍັງບໍ່ທັນໄດ້ຖືກກັກຂັງມີສິດຂໍໂຈະການປະຕິບັດໂທດຕັດອິດສະລະພາບນັ້ນໂດຍໃຫ້ຜູ້ກ່ຽວສະເໜີຕໍ່ຫົວໜ້າກອງບັນຊາການປ້ອງກັນຄວາສະຫງົບແຂວງ,ນະຄອນຫຼວງຫຼືຫົວໜ້າກົມຕໍາຫຼວດຄຸ້ມຂັງດັດສ້າງທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ. ພາຍໃນເວລາສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍດັ່ງກ່າວເຈົ້ານ້າທີ່ທີ່ກ່ຽວຂ້ອງຕ້ອງພິຈາລະນາ,ເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ242ຂອງກົດໝາຍສະບັບນີ້ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືຫົວໜ້າກົມຕໍາຫຼວດຄຸມຂອງດັດສ້າງຕ້ອງອອກຄໍາສັ່ງໂຈະການປະຕິບັດໂທດຕັດອິດສະລະພາບແລ້ວສົ່ງຄໍາສັ່ງດັ່ງກ່າວໃຫ້ຜູ້ທີ່ຖືກຕັດສິນລົງໂທດແລະລາຍງານໃຫ້ຫົວໜ້າອົງການໄອຍະການເພື່ອຕິດຕາມກວດກາ. ຖ້າຫາກໝົດກໍານົດການໂຈະພາຍໃນເວລາສິບວັນແລະຜູ້ກ່ຽວຍັງບໍ່ໄດ້ປະສະເໜີຕົວຕໍ່ເຈົ້າໜ້າທີ່ຕໍາຫຼວດເພື່ອປະຕິບັດໂທດແລະບໍ່ມີເຫດຜົນພຽງພໍເຈົ້າໜ້າທີ່ຕໍາຫຼວດຕ້ອງພາຕົວຜູ້ກ່ຽວມາປະຕິບັດໃນທັນທີ.

ມາດຕາ242ສາເຫດທີ່ພາໃຫ້ໂຈະການປະຕິບັດໂທດຕັດອິດສະລະພາບ ສາເຫດທີ່ພາໃຫ້ໂຈະການປະຕິບັດໂທດຕັດອິດສະລະພາບມີດັ່ງນີ້: 1.ນັກໂທດທີ່ເຈັບເປັນຢ່າງໜັກໜ່ວງໂດຍມີການຢັ້ງຢືນຈາກຄະນະແພດພາຍລັງທີ່ໄດ້ຮັບການປິ່ນປົວດີແລ້ວໃຫ້ນໍາມາປະຕິບັດໂທດ; 2.ແມ່ຍິງຖືກພາຫຼືມີລູກນ້ອຍທີ່ມີອາຍຸຕໍ່າກວ່າໜຶ່ງປີຈົນກວ່າລູກມີອາຍຸແຕ່ໜຶ່ງປີຂຶ້ນໄປ; 3.ໃນກໍລະນີນັກໂທດຖືກລົງໂທດຕັດອິດສະລະພາບແຕ່ສາມປີລົງມາແລະເປັນແຮງງານຕົ້ນຕໍຂອງຄອບຄົວຖ້າຫາກນໍາໄປປະຕິບັດໂທດຈະມີຜົນກະທົບຢ່າງໜັກໜ່ວງຕໍ່ຄອບຄົວຜູ້ກ່ຽວມີສິດຂໍໂຈະໄດ້ໜຶ່ງປີ; 4.ກໍລະນີມີຄວາມຈໍາເປັນຕ້ອງປະຕິບັດໜ້າທີ່ທາງລັດຖະການໂດຍໄດ້ຮັບການຢັ້ງຢືນຈາກອົງການຈັດຕັ້ງຂອງຜູ້ກ່ຽວຍົກເວັ້ນການກະທໍາຜິດທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມແລະຄວາມໝັ້ນຄົງຂອງຊາດຜູ້ກ່ຽວຈະມີສິດຂໍໂຈະໄດ້ໜຶ່ງປີ. ໄລຍະເວລາການໂຈດການປະຕິບັດໂທດຕັດອິດສະລະພາບໃນກໍລະນີທີ່ກ່າວມາເທິງນີ້ຈະບໍ່ນັບເຂົ້າໃນການປະຕິບັດໂທດ.

ມາດຕາ243ການຄຸ້ມຄອງນັກໂທດທີ່ຖືກໂຈະການປະຕິບັດໂທດ ນັກໂທດທີ່ຖືກໂຈະການປະຕິບັດໂທດຕັດອິດສະລະພາບມອບໃຫ້ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງບ່ອນຜູ້ກ່ຽວອາໄສຢູ່ຫຼືບ່ອນເຮັດວຽກເປັນຜູ້ຄຸ້ມຄອງ.ຜູ້ກ່ຽວຈະບໍ່ສາມາດຍົກຍ້າຍໄປບ່ອນອື່ນໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຄຸ້ມຄອງທີ່ກ່ຽວຂ້ອງ. ໃນໄລຍະເວລາຂອງການໂຈະການປະຕິບັດໂທດຖ້ານັກໂທດຫາກໄດ້ກະທໍາຜິດຮ້າຍແຮງຫຼືມີຂໍ້ມູນທີ່ສາມາດເຊື່ອຖືໄດ້ວ່າຜູ້ກ່ຽວຈະເອົາຕົວຫຼົບໜີຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືຫົວໜ້າກົມຕໍາຫຼວດຄຸມຂັງດັດສ້າງທີ່ໄດ້ອອກຄໍາສັ່ງໂຈະການປະຕິບັດໂທດນັ້ນຕ້ອງລົບລ້າງຄໍາສັ່ງດັ່ງກ່າວແລ້ວອອກຄໍາສັ່ງພາຕົວຜູ້ກ່ຽວມາປະຕິບັດໂທດແລະສົ່ງຄໍາສັ່ງພາຕົວນັ້ນໃຫ້ຫົວໜ້າອົງການໄອຍະການເພື່ອຕິດຕາມກວດກາ.

ມາດຕາ244ການປະຕິບັດໂທດທີ່ພາກໄວ້,ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ນັກໂທດທີ່ຖືກສານຕັດສິນໃຫ້ພາກໂທດມອບໃຫ້ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງບ່ອນຜູ້ກ່ຽວສັງກັດຢູ່ຫຼືບ່ອນເຮັດວຽກເພື່ອຕິດຕາມກວດກາແລະສຶກສາອົບຮົມ. ການຈັດຕັ້ງປະຕິບັດຄໍາຕັດສິນກ່ຍວກັບໂທດດັດສ້າງໂດຍບໍ່ຕັດອິດສະລະພາບໃຫ້ປະຕິບັດຕໍ່ບຸກຄົນທີ່ມີລາຍໄດ້ເທົ່ານັ້ນ. ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງແຈ້ງຄໍາຕັດສິນຂອງສານດັ່ງກ່າວໃຫ້ອົງການຈັດຕັ້ງຫຼືບ່ອນຜູ້ຖືກຈັດຕັ້ງປະຕິບັດຄໍາຕັດສິນຂອງສານພວມເຮັດວຽກຢູ່ເພື່ອຫັກເອົາເງິນເດືອນຫຼືຄ່າແຮງງານແລ້ວມອບເຂົ້າເປັນລາຍຮັບຂອງລັດ.

ມາດຕາ245ການປະຕິບັດໂທດຈໍາກັດທີ່ຢູ່ ນັກໂທດທີ່ຖືກສານຕັດສິນລົງໂທດຈໍາກັດທີ່ຢູ່ຈະຖືກມອບໃຫ້ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງບ່ອນຜູ້ກ່ຽວສັງກັດຢູ່ຫຼືບ່ອນເຮັດວຽກເພື່ອປະຕິບັດໂທດຈໍາກັດທີ່ຢູ່. ນັກໂທດທີ່ຖືກຈໍາກັດທີ່ຢູ່ບໍ່ໃຫ້ອອກຈາກສຖານທີ່ໃດໜຶ່ງຫຼືບໍ່ໃຫ້ເຂົ້າໄປຍັງສະຖານທີ່ໃດໜຶ່ງທີ່ໄດ້ກໍານົດໄວ້ໃນຄໍາຕັດສິນຂອງສານ.

ມາດຕາ246ການປະຕິບັດໂທດປັບໃໝແລະການໃຊ້ແທນຄ່າເສຍຫາຍ ໃນການປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດປັບໃໝແລະການໃຊ້ແທນຄ່າເສຍຫາຍໃຫ້ຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

ມາດຕາ247ການຈັດຕັ້ງປະຕິບັດໂທດຮິບຊັບ,ໂທດຮິບວັດຖຸສິ່ງຂອງ ການຈັດຕັ້ງປະຕິບັດຄໍາຕັດສິນຄະດີອາຍາກ່ຽວກັບໂທດຮິບຊັບແລະຮິບວັດຖຸສິ່ງຂອງໃຫ້ຫ້ອງການຫຼືໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານດໍາເນີນຕາມທີ່ໄດ້ກໍານົດໄວ້ໃນຄໍາຕັດສິນຂອງສານເຖິງວ່າຜູ້ຖືກຕັດສິນຍັງປະຕິບັດໂທດຢູ່,ໄດ້ຮັບການອະໄພຍະໂທດຫຼືພົ້ນໂທດແລ້ວກໍ່ຕາມ.

ໝວດທີ3ການໂຍກຍ້າຍນັກໂທດ

ມາດຕາ248ການໂຍກຍ້າຍນັກໂທດ ການໂຍກຍ້າຍນັກໂທດແມ່ນການເອົານັກໂທດຈາກຄ້າຍດັດສ້າງໜຶ່ງໄປຍັງຄ້າຍດັດສ້າງອື່ນເພື່ອສືບຕໍ່ປະຕິບັດໂທດຕາມຄໍາຕັດສິນຂອງສານ. ເງື່ອນໄຂການໂຍກຍ້າຍນັກໂທດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ249ການຍື່ນຄໍາຮ້ອງຂໍໂຍກຍ້າຍນັກໂທດ ຄໍາຮ້ອງຂໍໂຍກຍ້າຍນັກໂທດໃຫ້ຍື່ນຕໍ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືກົມຕໍາຫຼວດຄຸມຂັງດັດສ້າງເພື່ອຈໍາສະເໜີຕໍ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພິຈາລະນາຕົກລົງແລ້ວລາຍງານໃຫ້ອົງການໄອຍະການປະຊາຊົນສູງສຸດເພື່ອຕິດຕາມກວດກາ.

ມາດຕາ250ການພິຈາລະນາຄໍາຮ້ອງຂໍໂຍກຍ້າຍນັກໂທດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືກົມຕໍາຫຼວດຄຸມຂັງດັດສ້າງຕ້ອງພິຈາລະນາຄໍາຮ້ອງຂໍໂຍກຍ້າຍນັກໂທດບໍ່ໃຫ້ເກີນຊາວວັນແລ້ວສະເໜີຕໍ່ກະຊວງປ້ອງກັນຄວາມສະຫງົບພິຈາລະນາພາຍໃນເວລາສິບຫ້າວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ. ເມື່ອກະຊວງປ້ອງກັນຄວາມສະຫງົບໄດ້ຕົກລົງເຫັນດີໃຫ້ໂຍກຍ້າຍນັກໂທດແລ້ວກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືກົມຕໍາຫຼວດຄຸມຂັງດັດສ້າງບ່ອນນັກໂທດຢູ່ຕ້ອງໄດ້ເກັບກໍາຊີວະປະຫວັດ,ສຸຂະພາບ,ການປະຕິບັດໂທດແລະບັນຫາອື່ນ,ພ້ອມກັນນັ້ນຕ້ອງໃຫ້ຜູ້ກ່ຽວສົ່ງວັດຖຸສິ່ງຂອງທີ່ເປັນຂອງບຸກຄົນອື່ນຫຼືຂອງລວມໝູ່ຄືນ,ສໍາລັບວັດຖຸສິ່ງຂອງສ່ວນຕົວໃຫ້ຜູ້ກ່ຽວເອົາໄປນໍາແຕ່ຕ້ອງແຈ້ງໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືກົດມຕໍາຫຼວດຄຸມຂັງດັດສ້າງບ່ອນຈະຮັບເອົານັກໂທດໄປສືບຕໍ່ປະຕິບັດໂທດ. ການໂຍກຍ້າຍນັກໂທດຕ້ອງຮັບປະກັນຄວາມປອດໄພແລະໃຫ້ເຖິງຈິດທີ່ໝາຍ. ເມື່ອການໂຍກຍ້າຍນັກໂທດໄດ້ປະຕິບັດສໍາເລັດແລ້ວຕ້ອງລາຍງານໃຫ້ອົງການໄອຍະການເພື່ອຕິດຕາມກວດກາ. ສໍາລັບການໂຍກຍ້າຍນັກໂທດຢູ່ຄ້າຍດັດສ້າງຂອງທະຫານມອບໃຫ້ກະຊວງປ້ອງກັນປະເທດເປັນຜູ້ຕົກລົງ.

ມາດຕາ251ຄ່າໃຊ້ຈ່າຍໃນການໂຍກຍ້າຍນັກໂທດ ຄ່າໃຊ້ຈ່າຍໃນການໂຍກຍ້າຍນັກໂທດຕ້ອງປະຕິບັດດັ່ງນີ້: 1.ການໂຍກຍ້າຍນັກໂທດຕາມການຮ້ອງຂໍແມ່ນຄວາມຮັບຜິດຊອບຂອງຜູ້ຮ້ອງຂໍ; 2.ການໂຍກຍ້າຍນັກໂທດໂດຍນ້າທີ່ແມ່ນຄວາມຮັບຜິດຊອບຂອງອົງການລັດທີ່ຕົກລົງໂຍກຍ້າຍ.

ໝວດທີ4ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ

ມາດຕາ252ການປ່ອຍຕົວກ່ອນກໍານົດ ການປ່ອຍຕົວກ່ອນກໍານົດແມ່ນການປ່ອຍຕົວນັກໂທດຊຶ່ງໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງມາແລ້ວ,ມີຄວາມກ້າວໜ້າ,ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ,ເປັນແບບຢ່າງໃນການປະຕິບັດລະບຽບຂອງຄ້າຍດັດສ້າງແລະການອອກແຮງງານ,ໄດ້ມີການປ່ຽນແປງທາງດ້ານທັດສະນະແນວຄິດແລະໄດ້ມີຄວາມຮູ້ສຶກກິນແໜງຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ.

ມາດຕາ253ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ນັກໂທດທີ່ຈະໄດ້ຮັບການພິຈາລະນາປ່ອຍຕົວກ່ອນກໍານົດຕ້ອງແມ່ນນັກໂທດຕາມທີ່ໄດ້ກໍານົດໄວ້ໃນມາດຕາ252ຂອງກົດໝາຍສະບັບນີ້ແລະໄດ້ປະຕິບັດໂທດມາແລ້ວດັ່ງນີ້: 1.ເຄິ່ງໜຶ່ງສໍາລັບຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີໃນເວລາກະທໍາຜິດ; 2.ສອງສ່ວນສາມສໍາລັບຜູ້ກະທໍາຜິດທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ; 3.ສິບຫ້າປີສໍາລັບຜູ້ກະທໍາຜິດທີ່ປະຕິບັດໂທດຕັດອິດສະລະພາບຕະຫຼອດຊີວິດ. ສໍາລັບຜູ້ກະທໍາຜິດທີ່ບໍ່ເຂັດຫຼາບແລະຜູ້ຖືກລົງໂທດປະຫານຊີວິດແລ້ວປ່ຽນມາເປັນໂທດຕັດອິດສະລະພາບນັ້ນແມ່ນບໍ່ອະນຸຍາດໃຫ້ປ່ອຍຕົວກ່ອນກໍານົດ.

ມາດຕາ254ລະບຽບການພິຈາລະນາການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ການພິຈາລະນາການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂຕ້ອງບົນພື້ນຖານການຮ້ອງຂໍຂອງນັກໂທດຫຼືຕາມການສະເໜີຂອງຫົວໜ້າກອງບັນຊາການປ້ອງກັານຄວາມສະຫງົບແຂວງ,ນະຄອນຫຼວງຫຼືຫົວໜ້າກົມຕໍາຫຼວດຄຸມຂັງດັດສ້າງ. ຄໍາຮ້ອງຂໍຂອງນັກໂທດຫຼືຄໍາສະເໜີຂອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືຫົວນ້າກົມຕໍາຫຼວດຄຸມຂັງດັດສ້າງຕ້ອງສົ່ງໃຫ້ຫົວນ້າອົງການໄອຍະການແຂວງ,ນະຄອນຫຼວງພື່ອຖາແຫຼງຕໍ່ສານປະຊາຊົນແຂວງ,ນະຄອນຫຼວງບ່ອນນັກໂທດທີ່ກ່ຽວຂ້ອງປະຕິບັດໂທດ. ຫົວໜ້າອົງການໄອຍະການຕ້ອງຄົ້ນຄວ້າແລະອອກຄໍາຖະແຫຼງພາຍໃນເວລາສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍຫຼືຄໍາສະເໜີຂອງຫົວນ້າກອງປະຊາການປ້ອງກັນຄວາມສຫງົບແຂວງ,ນະຄອນຫຼວງຫຼືຫົວນ້າກົມຕໍາຫຼວດຄຸມຂັງດັດສ້າງ.ຈາກນັ້ນຫົວໜ້າອົງການໄອຍະການຈຶ່ງສະເໜີຕໍ່ສານເພື່ອພິຈາລະນາຕັດສິນພາຍໃນເວລາສິບວັນນັບແຕ່ວັນໄດ້ຮັບຄໍາຖະແຫຼງຂອງຫົວໜ້າອົງການໄອຍະການເປັນຕົ້ນໄປ. ສານປະຊາຊົນແຂວງ,ນະຄອນຫຼວງຫຼືສານທະຫານບ່ອນປະຕິບັດໂທດເປັນຜູ້ພິຈາລະນາການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂແລະວາງເງື່ອນໄຂໃຫ້ຜູ້ໄດ້ຮັບການປ່ອຍຕົວປະຕິບັດ,ຖ້າວ່າພາຍໃນເວລາຫ້າປີຜູ້ຖືກປ່ອຍຕົວກ່ອນກໍານົດຫາກໄດ້ປະຕິບັດຖືກຕ້ອງຕາມເງື່ອນໄຂແລະບໍ່ໄດ້ກະທໍາຜິດໃໝ່,ໂທດທີ່ເຫຼືອນັ້ນກໍຈະຕົກໄປ.ໃນກໍລະນີທີ່ບໍ່ໄດ້ປະຕິບັດຕາມເງື່ອນໄຂພາຍໃນເວລາດັ່ງກ່າວຜູ້ຖືກປ່ອຍຕົວກ່ອນກໍານົດຈະໄດ້ປະຕິບັດໂທດທີ່ຍັງເຫຼືອ,ໃນກໍລະນີທີ່ໄດ້ກະທໍາຜິດໃໝ່ພາຍໃນເວລາດັ່ງກ່າວ,ຜູ້ຖືກປ່ອຍຕົວກ່ອນກໍານົດຈະຕ້ອງປະຕິບັດໂທດໃໝ່ລວມທັງໂທດເກົ່າທີ່ຍັງເຫຼືອອີກດ້ວຍ.

ໝວດທີ5ການປະຕິບັດໂທດປະຫານຊີວິດ

ມາດຕາ255ລະບຽບການຈັດຕັ້ງປະຕິບັດໂທດປະຫານຊີວິດ ພາຍຫຼັງຄໍາຕັດສິນຫຼືຄໍາພິພາກສາປະທານຊີວິດໃຊ້ໄດ້ຢ່າງເດັດຂາດແລ້ວສານນັ້ນຕ້ອງສົ່ງຄໍາຕັດສິນຫຼືຄໍາພິພາກສາດັ່ງກ່າວພ້ອມດ້ວຍສໍານວນຄະດີໃຫ້ປະທານສານປະຊາຊົນສູງສຸດແລະໃຫ້ຫົວໜ້າອົງການໄອຍະການປະຊາຊົນສູງສຸດໃນທັນໃດ. ພາຍໃນເວລາຫົກສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີ,ຄໍາຕັດສິນຫຼືຄໍາພິພາກສາປະທານສານປະຊາຊົນສູງສຸດພ້ອມດ້ວຍຫົວນ້າອົງການໄອຍະການປະຊາຊັນສູງສຸດຕ້ອງກວດກາສໍານວນຄະດີຮ່ວມກັນກ່ຽວກັບຄວາມຖືກຕ້ອງຂອງຄໍາຕັດສິນຫຼືຄໍາພິພາກສາປະທານຊີວິດຕາມເຫດການຕົວຈິງຂອງຄະດີແລະທາງດ້ານກົດໝາຍ.ຖ້າຫາກເຫັນວ່າຖືກຕ້ອງແລ້ວປະທານສານປະຊາຊົນສູງສຸດກໍ່ຈະອອກຄໍາຊີ້ຂາດຢັ້ງຢືນຄວາມຖືກຕ້ອງຂອງຄໍາຕັດສິນຫຼືຄໍາພິພາກສາປະຫານຊີວິດນັ້ນ.ໃນກໍລະນີທີ່ເຫັນວ່າບໍ່ຖືກຕ້ອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກໍ່ຈະສະເໜີຄັດຄ້ານຄໍາຕັດສິນຫຼືຄໍາພິພາກສາປະຫານຊີວິດນັ້ນຕາມລະບຽບການຮື້ຟຶ້ນຄະດີ. ຄໍາຕັດສິນຫຼືຄໍາພິພາກສາປະຫານຊີວິດຈະຖືກນໍາໄປຈັດຕັ້ງປະຕິບັດໄດ້ກໍ່ຕໍ່ເມື່ອມີຄໍາຊີ້ຂາດຂອງປະທານສານປະຊາຊົນສູງສຸດຫຼືບໍ່ຖືກສະເໜີຄັດຄ້ານຈາກຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະບໍ່ມີການໃຫ້ອະໄພຍະໂທດຂອງປະທານປະເທດ. ນັກໂທດທີ່ຖືກສານຕັດສິນປະຫານຊີວິດມີສິດຂໍອະໄພຍະໂທດຕໍ່ປະທານປະເທດພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຊາບຄໍາຊີ້ຂາດຂອງປະທານສານປະຊາຊົນສູງສຸດທີ່ຢັ້ງຢືນເອົາຄໍາຕັດສິນຫຼືຄໍາພິພາກສາປະຫານຊີວິດເປັນຕົ້ນໄປ. ການຈັດຕັ້ງປະຕິບັດໂທດປະຫານຊີວິດຈະດໍາເນີນໄດ້ພາຍຫຼັງໜຶ່ງປີນັບແຕ່ວັນປະທານປະເທດອອກຄໍາຕົກລົງບໍ່ໃຫ້ອະໄພຍະໂທດຫຼືນັບແຕ່ວັນສານປະຊາຊົນສູງສຸດອອກຄໍາຊີ້ຂາດເປັນຕົ້ນໄປໃນກໍລະນີທີ່ບໍ່ມີການຂໍອະໄພຍະໂທດ.

ມາດຕາ256ການປະຕິບັດຄໍາຕັດສິນປະຫານຊີວິດ ພາຍຫຼັງໝົດກໍານົດໜຶ່ງປີຕາມທີ່ໄດ້ກໍານົດໄວ້ໃນມາດຕາ255ຂອງກົດໝາຍສະບັບນີ້ປະທານສານບ່ອນພິຈາລະນາຄະດີເປັນຂັ້ນຕົ້ນຕ້ອງອອກຄໍາສັ່ງໃຫ້ປະຕິບັດຄໍາຕັດສິນປະຫານຊີວິດ. ຄະນະກໍາມະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ຄະນະກໍາມະການັຈດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງກວດກາຊີວະປະຫວັດ,ບັດປະຈໍາຕົວຫຼືສໍາມະໂນຄົວຂອງນັກໂທດເພື່ອຄວາມໝັ້ນໃນວ່າແມ່ນນັກໂທດທີ່ຖືກຕັດສິນລົງໂທດປະຫານຊີວິດແທ້ຕາມຄໍາຕັດສິນຂອງສານ. ໃນກໍລະນີທີ່ນັກໂທດແມ່ນແມ່ຍິງກ່ອນອອກຄໍາສັ່ງໃຫ້ຈັດຕັ້ງປະຕິບັດຄໍາຕັດສິນຂອງສານປະທານສານບ່ອນພິຈາລະນາຕັດສິນຄະດີເປັນຂັ້ນຕົ້ນຕ້ອງກວດກາວ່ານັກໂທດດັ່ງກ່າວມີສາເຫດແລະເງື່ອນໄຂທີ່ບໍ່ໃຫ້ປະຕິບັດຄໍາຕັດສິນປະຫານຊີວິດຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາເຊັ່ນແມ່ຍິງຖືພາຫຼືມີລູກອາຍຸຕໍ່າກວ່າໜຶ່ງປີ.ໃນກໍລະນີທີ່ມີພື້ນຖານບໍ່ໃຫ້ປະຕິບັດໂທດປະຫານຊີວິດປະທານສານຕ້ອງອອກຄໍາສັ່ງເລື່ອນການປະຕິບັດໂທດປະຫານຊີວິດ. ກ່ອນປະຫານຊີວິດຄະນະກໍາມະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງອ່ານຫຼືໃຫ້ຜູ້ກ່ຽວອ່ານເອງຄໍາສັ່ງໃຫ້ປະຕິບັດຄໍາຕັດສິນປະຫານຊີວິດ,ຄໍາຊີ້ຂາດຂອງປະທານສານປະຊາຊົນສູງສຸດແລະລັດຖະດໍາລັດຂອງປະທານປະເທດກ່ຽວກັບການບໍ່ໃຫ້ອະໄພຍະໂທດໃນກໍລະນີທີ່ມີການຂໍອະໄພຍະໂທດ,ການປະຕິບັດໂທດປະຫານຊີວິດໃຫ້ດໍາເນີນດ້ວຍວິທີການຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ. ການປະຕິບັດໂທດປະຫານຊີວິດຕ້ອງເຮັດບົດບັນທຶກຊຶ່ງໃນນັ້ນຕ້ອງບອກວ່າເອກະສານທີ່ກ່າວມາໃນວັກສີ່ຂອງມາດຕານີ້ໄດ້ອ່ານໃຫ້ຜູ້ກ່ຽວຟັງຫຼືຜູ້ກ່ຽວໄດ້ອ່ານເອງແລ້ວ.ນອກນັ້ນໃນບົດບັນທຶກຍັງບົ່ງບອກຄໍາເວົ້າສຸດທ້າຍ,ຈົດໝາຍແລະວັດຖຸສິ່ງຂອງທີ່ຜູ້ຖືກສານຕັດສິນປະຫານຊີວິດມອບໃຫ້ຜົວຫຼືເມຍຫຼືຍາດພີ່ນ້ອງຂອງຜູ້ກ່ຽວ. ໃນກໍລະນີຈໍາເປັນພິເສດຄະນະກໍາມະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງເລື່ອນການປະຕິບັດຄໍາຕັດສິນແລະລາຍງານຕໍ່ປະທານສານບ່ອນໄດ້ຕັດສິນຄະດີເປັນຂັ້ນຕົ້ນເພື່ອລາຍງານຕໍ່ປະທານສານປະຊາຊົນສູງສຸດ.

ໝວດທີ6ການຕິດຕາມກວດກາຂອງອົງການໄອຍະການກ່ຽວກັບການປະຕິບັດຄໍາຕັດສິນຂອງສານ

ມາດຕາ257ສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາສະຖານທີ່ປະຕິບັດໂທດ ໃນການຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງດັດສ້າງໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການມີສິດແລະໜ້າທີ່ດັ່ງນີ້: 1.ຊອກຮູ້ວ່າການໂຍກຍ້າຍ,ການອອກໄປປິ່ນປົວແລະການປ່ອຍຕົວນັກໂທດໄດ້ປະຕິບັດຖືກຕ້ອງຕາມລະບຽບ.ກົດໝາຍຫຼືບໍ່,ຖ້າເຫັນວ່າບໍ່ຖືກຕ້ອງກໍ່ອອກມາດຕະການເພື່ອແກ້ໄຂໃຫ້ທັນການ; 2.ລົງກວດກາຄ້າຍຄຸມຂັງດັດສ້າງແລະສະຖານທີ່ປະຕິບັດມາດຕະການອື່ນຂອງສານຢ່າງເປັນລະບົບຫຼືໃນເວລາໃດກໍ່ໄດ້ຕາມທີ່ກົດໝາຍໄດ້ກໍານົດໄວ້; 3.ກວດກາເອກະສານກ່ຽວກັບການປ່ອຍຕົວ,ການດັດສ້າງແລະການນໍາໃຊ້ມາດຕະການອື່ນຂອງສານ; 4.ກວດກາການຄຸ້ມຄອງຜູ້ຖືກດັດສ້າງແລະການນໍາໃຊ້ມາດຕະການອື່ນຂອງສານພ້ອມທັງສອບຖາມບຸກຄົນດັ່ງກ່າວ; 5.ກວດກາການກະທໍາຂອງເຈົ້າໜ້າທີ່ຕໍ່ບຸກຄົນທີ່ຖືກດັດສ້າງແລະການນໍາໃຊ້ມາດຕະການອື່ນຂອງສານ.ໃນກໍລະນີທີ່ພົບເຫັນການກະທໍາຂອງເຈົ້າໜ້າທີ່ເປັນການລະເມີດລະບຽບ,ກົດໝາຍຕ້ອງຕັກເຕືອນ,ຖ້າຫາກເປັນການກະທໍາຜິດທາງອາຍາກໍ່ຕ້ອງດໍາເນີນຄະດີຕາມກົດໝາຍ; 6.ສັ່ງໃຫ້ປ່ອຍຕົວໃນທັນໃດບຸກຄົນທີ່ຖືກດັດສ້າງຫຼືຖືກປະຕິບັດມາດຕະການອື່ນອຂງສານທີ່ບໍ່ຖືກຕ້ອງຕາມກົດໝາຍ; 7.ເຂົ້າຮ່ວມ,ຄົ້ນຄວ້າ,ພິຈາລະນາ,ຄັດເລືອກ,ຈັດແບ່ງປະເພດແລະເຮັດບັນຊີນັກໂທດທີ່ມີເງື່ອນໄຂໄດ້ຮັບການໄອຍະໄພຍະໂທດແລະກວດກາການຈັດຕັ້ງປະຕິບັດການໃຫ້ອະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດ; 8.ກວດບັນຊີລາຍຊື່ຜູ້ຖືກດັດສ້າງຫຼືນັກໂທດໃນຄ້າຍດັດສ້າງ,ຜູ້ທີ່ໄດ້ຮັບອະນຸຍາດໄປປິ່ນປົວຫຼືນັກໂທດທີ່ໄດ້ຮັບອະນຸຍາດໃຫ້ໂຍກຍ້າຍ; 9.ກວດກາຄໍາສັ່ງແລະລະບຽບການຕ່າງໆຂອງຄະນະຮັບຜິດຊອບຄ້າຍຄຸມຂັງດັດສ້າງເພື່ອໃຫ້ສອດຄ່ອງກັບກົດໝຍແລະໃຫ້ຄະນະຮັບຜິດຊອບດັ່ງກ່າວອະທິບາຍເຫດຜົນຂອງການລະເມີດກົດໝາຍ.ຄະນະຮັບຜິດຊອບຄ້າຍຄຸມຂັງດັດສ້າງຕ້ອງປະຕິບັດຕາມຄໍາສັ່ງຂອງຫົວໜ້າອົງການໄອຍະການກ່ຽວກັບການເຄົາລົບລະບຽບການຄຸມຂັງດັດສ້າງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 10.ນໍາໃຊສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ258ສິດແລະໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານໃນຂອບເຂດຄວາມຮັບຜິດຊອບຂອງຕົນອົງການໄອຍະການມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີໃຫ້ພະນັກງານປະຕິບັດຄໍາຕັດສິນຂອງານ: -ລາຍງານສະພາບການປະຕິບັດຄໍາຕົກລົງຂອງສານ; -ປະຕິບັດຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວຊຶ່ງຍັງບໍ່ທັນໄດ້ຮັບການປະຕິບັດ; 2.ກວດກາຄວາມຖືກຕ້ອງຂອງການຈັດຕັ້ງປະຕິບັດຄໍາຕັດສິນຂອງານເປັນຕົ້ນການປະຕິບັດກົດໝາຍ,ການໃຊ້ແທນຄ່າເສຍຫາຍ,ການເກັບແລະການມອບຄ່າທໍານຽມສານ,ຄ່າອາກອນຂອງລັດແລະຄ່າປັບໃໝເຂົ້າງົບປະມານ,ການຮິບຊັບແລະການຮິບວັດຖຸສິ່ງຂອງເຂົ້າເປັນຂອງລັດ,ການປະຕິບັດໂທດທາງອາຍາ; 3.ສະເໜີປ່ຽນແປງ,ລົບລ້າງຫຼືໂຈະການປະຕິບັດທີ່ບໍ່ຖືກຕ້ອງຕາມຄໍາຕົກລົງຂອງສານ. ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຕ້ອງຈັດຕັ້ງປະຕິບັດທຸກຄໍາສະເໜີຂອງອົງການໄອຍະການພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.

ພາກທີ12ການຮື້ຟື້ນຄະດີ

ມາດຕາ259ການຮັບເອົາຄະດີທີ່ຖືກຮື້ຟື້ນມາພິຈາລະນາ ຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນສາມາດຮື້ຟື້ນໄດ້. ມີແຕ່ສານປະຊາຊົນສູງສຸດເທົ່ານັ້ນຈຶ່ງມີສິດອໍານາດໃນການພິຈາລະນາຄະດີເປັນຂັ້ນຮື້ຟື້ນ. ສານປະຊາຊົນສູງສຸດຈະຮັບເອົາຄະດີມາພິຈາລະນາເປັນຂັ້ນຮື້ຟື້ນໄດ້ກໍ່ຕໍ່ເມື່ອມີຄໍາສະເໜີຮື້ຟື້ນຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດບົນພື້ນຖານຂໍ້ມູນຫຼືຫຼັກຖານໃໝ່ເທົ່ານັ້ນ. ການຮື້ຟື້ນຄະດີແມ່ນດໍາເນີນຕາມຄໍາຮ້ອງຂໍຂອງຄູ່ຄວາມຫຼືໂດຍໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.ການຮື້ຟື້ນຄະດີໂດຍໜ້າທີ່ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແມ່ນເພື່ອຄວາມຖືກຕ້ອງຕາມກົດໝາຍ.

ມາດຕາ260ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີ ສາເຫດທີ່ພາໃຫ້ມີການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ມີດັ່ງນີ້: 1.ພະຍານໃນຄະດີໄດ້ໃຫ້ການເທັດ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານໄດ້ໃຫ້ຄໍາເຫັນເທັດ,ມີການແປພາສາເທັດຫຼືການໃຊ້ຫຼັກຖານປອມຊຶ່ງພາໃຫ້ການຕັດສິນຄະດີມີຄວາມຜິດພາດ; 2.ຜູ້ພິພາກສາ,ຫົວໜ້າອົງການໄອຍະການ,ພະນັກງານໄອຍະການຫຼືຫົວໜ້າອົງການສືບສວນສອບສວນ,ເຈົ້າໜ້າທີ່ສືບສວນສອບສວນໄດ້ສະຫຼຸບຄະດີບໍ່ຖືກຕ້ອງຫຼືໄດ້ເຂົ້າຂ້າງອອກຂາຊຶ່ງພາໃຫ້ການຕັດສິນຄະດີມີຄວາມພິດພາດ; 3.ເຫດການອື່ນທີ່ຊີ້ບອກເຖິງຄວາມບໍລິສຸດຂອງຜູ້ຖືກຕັດສິນຊຶ່ງສານບໍ່ໄດ້ຮູ້ໃນເວລາລົງຄໍາຕັດສິນຫຼືຄໍາພິພາກສານັ້ນ; 4.ລະບຽບການດໍາເນີນຄະດີອາຍາຖືກລະເມີດຫຼືການນໍາໃຊ້ກົດໝາຍບໍ່ຖືກຕ້ອງ.

ມາດຕາ261ກໍານົດເວລາຮຶ້ຟື້ນຄະດີ ການຮື້ຟື້ນຄະດີໃນກໍລະນີທີ່ໄດ້ພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ຊຶ່ງມີຈຸດປະສົງເຮັດໃຫ້ຄວາມຮັບຜິດຊອບທາງອາຍາຂອງຜູ້ຖືກຕັດສິນໜັກຂຶ້ນນັ້ນຈະດໍາເນີນໄດ້ແຕ່ພາຍໃນເວລາໜຶ່ງປີເທົ່ານັ້ນນັບແຕ່ວັນຄໍາຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປ.ສ່ວນການຮື້ຟື້ນຄະດີເພື່ອເຮັດໃຫ້ຄວາມຮັບຜິດຊອບທາງອາຍາຂອງຜູ້ຖືກຕັດສິນເບົາລົງຫຼືຕົກໄປນັ້ນຈະດໍາເນີນໄດ້ໂດຍບໍ່ມີກໍານົດເວລາ. ການເສຍຊີວິດຂອງຜູ້ຖືກຕັດສິນຈະບໍ່ເປັນອຸປະສັກໃຫ້ແກ່ການຮື້ຟື້ນຄະດີເພື່ອຈຸດປະສົງຊອກຫາຄວາມຈິງກ່ຽວກັບການກ່າວຫາໃສ່ຜູ້ກ່ຽວ.

ມາດຕາ262ການຍື່ນແລະການພິຈາລະນາຄໍາຮ້ອງຂໍຮື້ຟື້ນ ບຸກຄົນຫຼືການຈັດຕັ້ງທີ່ໄດ້ພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ກ່ຽວກັບຄະດີຊຶ່ງມີຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນຕ້ອງເປັນຄໍາຮ້ອງຂອງຕົນຕໍ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ໃນການພິຈາລະນາຄໍາຮ້ອງຂໍຮື້ຟື້ນຄະດີເມື່ອມີສາເຫດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ260ຂໍ້1,2ແລະ3ຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕ້ອງສົ່ງຄໍາຮ້ອງຂໍຮື້ຟື້ນໄປຍັງຫົວໜ້າອົງການໄອຍະການບ່ອນດໍາເນີຄະດີເປັນຂັ້ນຕົ້ນເພື່ອອອກຄໍາສັ່ງເປີດການສືບສວນສອບສວນກ່ຽວກັບການພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ໃນກໍລະນີທີ່ມີສາເຫດຕາມທີ່ໄດ້ກໍານົດໄວ້ໃນມາດຕາ260ຂໍ້4ຂອງກົດໝາຍສະບັບນີ້ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕ້ອງອອກຄໍາຕົກລົງສະເໜີຮື້ຟື້ນຄະດີຕາມຄໍາຮ້ອງຂໍຫຼືໂດຍໜ້າທີ່. ໃນກໍລະນີທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫາກເປັນວ່າບໍ່ມີສາເຫດໃນການຮື້ຟື້ນຄະດີຄືນໃໝ່ນັ້ນກໍ່ຕ້ອງຕົກລົງບໍ່ຮື້ຟື້ນຄະດີແລ້ວແຈ້ງໃຫ້ບຸກຄົນຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງຊາບ.

ມາດຕາ263ການຮື້ຟື້ນຄະດີຂອງຫົວໜ້າອົງການໄອຍະການ ພາຍຫຼັງການສືບສວນສອບສວນຄະດີເນື່ອງຈາກການພົບເຫັນຂໍ້ມູນຫຼືຫຼັກຖານໃໝ່ໄດ້ສິ້ນສຸດແລ້ວຖ້າຫາກເຫັນວ່າມີສາເຫດໃນການຮື້ຟື້ນຄະດີນັ້ນ,ຫົວໜ້າອົງການໄອຍະການທີ່ດໍາເນີນຄະດີເປັນຂັ້ນຕົ້ນຕ້ອງສົ່ງສໍານວນຄະດີພ້ອມດ້ວຍເອກະສານຕ່າງໆຂອງການສືບສວນສອບສວນແລະຄໍາເຫັນຂອງຕົນໃຫ້ຫົວໜ້າອົງການໄອຍະການປະຊາຊົນສູງສຸດເພື່ອສະເໜີຮື້ຟື້ນຄະດີຕໍ່ສານປະຊາຊົນສູງສຸດ,ແຕ່ຖ້າຫາກເຫັນວ່າບໍ່ມີສາເຫດໃນການຮື້ຟື້ນຄະດີແລ້ວຫົວໜ້າອົງການໄອຍະການທີ່ກ່ຽວຂ້ອງຕ້ອງລາຍງານຕໍ່ຫົວໜ້າອົົງການໄອຍະການປະຊາຊົນສູງສຸດເພື່ອຕົກລົງບໍ່ຮື້ຟື້ນຄະດີ.

ມາດຕາ264ສິດອໍານາດກ່ຽວກັບການຮື້ຟື້ນຄະດີຂອງສານປະຊາຊົນສູງສຸດ ໃນການພິຈາລະນາກ່ຽວກັບການຮື້ຟື້ນຄະດີສານປະຊາຊົນສູງສຸດມີສິດອໍານາດດັ່ງນີ້: 1.ຍົກເລີກການສະເໜີຮື້ຟື້ນຄະດີຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; 2.ລົບລ້າງຄໍາຕັດສິນຫຼືຄໍາພິພາກສາແລ້ວໃຫ້ຈໍາເລີຍພົ້ນຂໍ້ກ່າວຫາ; 3.ລົງລ້າງຄໍາຕັດສິນຫຼືຄໍາພິພາກສາແລ້ວສົ່ງສໍານວນຄະດີໃຫ້ສານຂັ້ນຕົ້ນຄະນະໃໝ່ພິຈາລະນາ. ການພິຈາລະນາຄະດີຢູ່ສານຂັ້ນຕົ້ນຄະນະໃໝ່ໃຫ້ປະຕິບັດຕາມລະບຽບການທົ່ວໄປຂອງການດໍາເນີນຄະດີຢູ່ສານຂັ້ນຕົ້ນ.

ພາກທີ13ມາດຕະການປິ່ນປົວ

ມາດຕາ265ມາດຕະການປິ່ນປົວ ມາດຕະການປິ່ນປົວແມ່ນການປະຕິບັດນະໂຍບາຍມະນຸດສະທໍາຕໍ່ຜູ້ຖືກກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດທີ່ຢູ່ໃນຄ້າຍຄຸມຂັງດັດສ້າງເມື່ອເປັນບ້າເສຍຈິດ,ມີການເຈັບປ່ວຍ,ເປັນພະຍາດຕິດແປດແລະອື່ນໆອອກໄປທໍາການປິ່ນປົວຢູ່ສະຖານທີ່ປິ່ນປົວໃດໜຶ່ງຕາມລະບຽບການ.

ມາດຕາ266ການນໍາໃຊ້ມາດຕະການປິ່ນປົວ ໃນເວລາດໍາເນີນການສືບສວນສອບສວນຫຼືໃນເວລາດໍາເນີນຄະດີຢູ່ສານຫົວໜ້າອົງການໄອຍະການຫຼືປະທານສານມີສິດນໍາໃຊ້ມາດຕະການປິ່ນປົວຕໍ່ຜູ້ຖືກກັກຂັກງພາງທີ່ເປັນບ້າເສຍຈິດ,ເຈັບປ່ວຍໜັກ,ເປັນພະຍາດຕິດແປດ,ຕິດເຫຼົ້າຫຼືຢາເສບຕິດໂດຍມີການຢັ້ງຢືນຈາກຄະນະແພດດ້ວຍການສົ່ງໄປປິ່ນປົວທີ່ໂຮງໝໍລັດຫຼືສະຖານທີ່ປິ່ນປົວສະເພາະ.ພາຍຫຼັງທີ່ໄດ້ປິ່ນປົວດີແລ້ວຕ້ອງນໍາເອົາຜູ້ກ່ຽວມາດໍາເນີນຄະດີຫຼືນໍາມາສືບຕໍ່ປະຕິບັດໂທດຖ້າຫາກວ່າຍັງບໍ່ທັນໝົດອາຍຸຄວາມໃນການຮ້ອງຟ້ອງຫຼືຍັງບໍ່ທັນໝົດກໍານົດເວລາໃນການປະຕິບັດໂທດ,ໃນກໍລະນີປະຕິບັດໂທດຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນຫຼວງຫຼືກົມຕໍາຫຼວດຄຸມຂັງດັດສ້າງມີສິດນໍາໃຊ້ມາດຕະການປິ່ນປົ່ວຜູ້ຖືກປະຕິບັດໂທດແຕ່ຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການພາຍໃນເວລາຊາວສີ່ຊົ່ວໂມງເພື່ອຕິດຕາມກວດກາ. ກໍານົດເວລາການປິ່ນປົວໃຫ້ນັບເຂົ້າໃນກໍານົດເວລາການປະຕິບັດໂທດ.

ມາດຕາ267ປະເພດມາດຕະການປິ່ນປົວ ປະເພດມາດຕະການປິ່ນປົວມີດັ່ງນີ້: 1.ການປິ່ນປົວໃນກໍລະນີຮີບດ່ວນ; 2.ການຄຸ້ມຄອງປ້ອງກັນຜູ້ຖືກປິ່ນປົວ.

ມາດຕາ268ການປິ່ນປົວໃນກໍລະນີຮີບດ່ວນ ໃນກໍລະນີຜູ້ຖືກກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດທີ່ຢູ່ໃນຄ້າຍຄຸມຂັງດັດສ້າງຫາກເຈັບເປັນຢ່າງກະທັນຫັນແລະແພດປະຈໍາຄ້າຍຄຸມຂັງດັດສ້າງບໍ່ສາມາດປິ່ນປົວໄດ້ຫົວໜ້າຄ້າຍຄຸມຂັງດັດສ້າງຕ້ອງນໍາຜູ້ເຈັບເປັນໄປປິ່ນປົວທີ່ໂຮງໝໍຂອງລັດແລ້ວລາຍງານໃຫ້ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບຫຼືຫົວໜ້າກົມຕໍາຫຼວດຄຸມຂັງດັດສ້າງ,ຫົວໜ້າອົງການໄອຍະການຫຼືປະທານສານພາຍໃນເວລາຊາວສີ່ຊົ່ວໂມງ.

ມາດຕາ269ການຄຸ້ມຄອງປ້ອງກັນຜູ້ຖືກປິ່ນປົວ ຜູ້ຖືກກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດທີ່ຢູ່ໃນຄ້າຍຄຸມຂັງດັດສ້າງຕ້ອງຖືກນໍາໄປປິ່ນປົວຢູ່ໂຮງໝໍຫຼືສະຖານທີ່ປິ່ນປົວສະເພາະຂອງລັດເທົ່ານັ້ນ. ການຄຸ້ມຄອງປ້ອງປັນຜູ້ຖືກປິ່ນປົວແມ່ນຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຕໍາຫຼວດ,ຖ້າເຈົ້າໜ້າທີ່ຕໍາຫຼວດຫາກເຮັດໃຫ້ຜູ້ຖືກກັກຕົວ,ຜູ້ຖືກຫາ,ຈໍາເລີຍແລະນັກໂທດດັ່ງກ່າວທີ່ເອົາໄປປິ່ນປົວນັ້ນໂຕນໜີຈະມີຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ14ການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີອາຍາ

ມາດຕາ270ຫຼັກການໃນການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີອາຍາ ການຮ່ວມມືສາກົນໃນການດໍາເນີນຄະດີອາຍາລະຫວ່າງອົງການທີ່ມີສິດອໍານາດດໍາເນີນຄະດີອາຍາຂອງສປປລາວແລະຂອງຕ່າງປະເທດຕ້ອງປະຕິບັດບົດຫຼັກການເຄົາລົບຄວາມເປັນເອກະລາດ,ອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນຂອງກັນ,ສະເໝີພາບ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທັງສອດຄ່ອງກັບລັດຖະທໍາມະນູນແຫ່ງສປປລາວແລະຫຼັກການພື້ນຖານຂອງກົດໝາຍສາກົນ.

ມາດຕາ271ການຮ່ວມມືສາກົນໃນການດໍາເນີນຄະດີອາຍາ ການຮ່ວມມືສາກົນໃນການດໍາເນີນຄະດີອາຍາຕອງດໍາເນີນໃຫ້ສອດຄ່ອງກັບສັນຍາທີ່ສປປລາວໄດ້ເຊັນກັບຕ່າງປະເທດຫຼືສົນທິສັນຍາສາກົນທີ່ສປປລາວເປັນພາຄີແລະຕາມກົດໝາຍຂອງສປປລາວ. ໃນກໍລະນີທີ່ສປປລາວບໍ່ທັນໄດ້ເຊັນສັນຍາຫຼືບໍ່ທັນໄດ້ເປັນພາຄີໃນສົນທິສັນຍາສາກົນທີ່ພົວພັນເຖິງການດໍາເນີຄະດີອາຍານັ້ນໃຫ້ດໍາເນີນຕາມຫຼັກການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນແຕ່ບໍ່ໃຫ້ຂັດກັບລັດຖະທໍາມະນູນແລະກົດໝາຍຂອງສປປລາວ.

ມາດຕາ272ການປະຕິບັດການຊ່ວຍຫຼືທາງດານຍຸຕິທໍາ ໃນການປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາອົງການທີ່ມີສິດອໍານາດໃນການດໍາເນີນຄະດີອາຍາຂອງສປປລາວຕ້ອງປະຕິບັດຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີແລະຕອງໃຫ້ສອດຄ່ອງກັບກົດໝາຍສະບັບນີ້. ການຊ່ວຍເຫຼືອທາງດ້ານຍຸຕິທໍາອາດແນໃສ່ການສົ່ງຜູ້ຮ້າຍຂ້າມແດນ,ການຍຶດຫຼືການອາຍັດຊັບຂອງຜູ້ຖືກຫາຫຼືຈໍາເລີຍ,ການສະໜອງຂໍ້ມູນຂ່າວສານທາງດ້ານອາຊະຍາກໍາ,ຂໍ້ມູນແລະວັດຖຸສິ່ງຂອງທີ່ພົວພັນກັບຄະດີການປະຕິບັດຄໍາຕັດສິນຂອງສານ,ການຮ່ວມມືດ້ານອາຊະຍາກໍາຂ້າມຊາດແລະອື່ນໆ.

ມາດຕາ273ການປະຕິເສດການຊ່ວຍເຫຼືອທາງດ້າຍຍຸຕິທໍາ ອົງການທີ່ມີສິດອໍານາດໃນການດໍາເນີນຄະດີອາຍາຂອງສປປລາວອາດຈະປະຕິເສດການຊ່ວຍເຫຼືອທາງດ້ານຍຸຕິທໍາໃນກໍລະນີດັ່ງນີ້: 1.ການສະເໜີຂໍການຊ່ວຍເຫຼືອທາງດ້ານຍຸຕິທໍາບໍ່ສອດຄ່ອງກັບສົນທິສັນຍາສາກົນທີ່ສປປລາວເປັນພາຄີແລະກົດໝາຍຂອງສປປລາວ; 2.ການປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາຈະເປັນຜົນກະທົບຕໍ່ອະທິປະໄຕ,ຄວາມສະຫງົບ,ຄວາມໝັ້ນຄົງຂອງຊາດຫຼືຜົນປະໂຫຍດອັນສໍາຄັນຂອງສປປລາວ.

ພາກທີ15ບົດບັນຍັດສຸດທ້າຍ

ມາດຕາ274ການຈັດຕັ້ງປະຕິບັດ ສະຖະບານແຫ່ງສປປລາວ,ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດແລະອົງການອື່ນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ275(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະທໍາດລັດປະກາດໃຊ້ພາຍຫຼັງໄດ້ລົງໃນຈົດໝາຍທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາສະບັບເລກທີ17/ສພຊ,ລົງວັນທີ10ກໍລະກົດ1012

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້