Jump to content

ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ 21-07-2014

From Wikisource

ການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ 21-07-2014

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມ,ກວດກາວຽກງານຕ້ານສະກັດກັ້ນການຟອກເງິນແລະການສະເໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບແນໃສ່ຕ້ານ,ສະກັດກັ້ນ,ຈໍາກັດແລະກໍາຈັດການກະທໍາຜິດນັ້ນ,ເຮັດໃຫ້ລະບົບເສດຖະກິດການເງິນມີຄວາມເຂັ້ມແຂງ,ໝັ້ນຄົງ,ສັງຄົມມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍ,ເຊື່ອມໂຍງເຂົ້າກັບພາກພື້ນແລະສາກົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ.

ມາດຕາ2ການຟອກເງິນ ການຟອກເງິນແມ່ນການປ່ຽນຮູ້ບ,ນໍາໃຊ້,ເຄື່ອນຍ້າຍ,ແລກປ່ຽນ,ໄດ້ມາ,ຄອບຄອງ,ໂອນກໍາມະສິດທີ່ແທ້ຈິງຂອງເງິນຫຼືຊັບສິນອື່ນທີ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍທີ່ຮູ້,ໄດ້ຮູ້ຫຼືສົງໄສວ່າເງິນຫຼືຊັບສິນນັ້ນມາຈາກການກະທໍາຜິດຕົ້ນເພື່ອປົກປິດຫຼືຊຸກເຊື່ອງຄຸນລັກສະນະ,ທີ່ມາຂອງເງິນ,ທີ່ຕັ້ງຂອງຊັບສິນເພື່ອເຮັດໃຫ້ເງິນຫຼືຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ.

ມາດຕາ3ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນການເຄື່ອນໄຫວໂດຍເຈດຕະນາທັງທາງກົງແລະທາງອ້ອມຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ພະຍາຍາມໃຫ້,ຮິບໂຮມ,ຈັດຫາທຶນທີ່ຖືກຕ້ອງຫຼືບໍ່ຖືກຕ້ອງ,ທັງໝົດຫຼືບາງສ່ວນເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍຫຼືຜູ້ກໍ່ການຮ້າຍຫຼືການກະທໍາທີ່ພົວພັນກັບການກໍ່ການຮ້າຍໂດຍສະເພາະເຖິງວ່າທຶນນັ້ນຈະຖືກນໍາໃຊ້ຫຼືບໍ່ນໍາໃຊ້ເຂົ້າໃນການກະທໍາຕົວຈິງກໍ່ຕາມ.

ມາດຕາ4ການຕ້ານສະກັດກັ້ນການຟອກເງິນ ການຕ້ານສະກັດກັ້ນການຟອກເງິນແມ່ນການເຄື່ອນໄຫວຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີໜ້າທີ່ໂດຍກົງຂອງການຊອກຮູ້,ຕ້ານ,ສະກັດກັ້ນ,ຈໍາກັດແລະກໍາຈັດການຟອກເງິນຕາມທີ່ໄດ້ກໍານົດໄວ້ໃນມາດຕາ2ຂອງກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ,ສ້າງຄວາມເສຍຫາຍຕໍ່ພື້ນຖານເສດຖະກິດສັງຄົມແຫ່ງຊາດ.

ມາດຕາ5ການຕ້ານສະກັດກັ້ນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ການຕ້ານສະກັດກັ້ນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນການເຄື່ອນໄຫວຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີໜ້າທີ່ໂດຍກົງໃນການຊອກຮູ້,ຕ້ານ,ສະກັດກັ້ນ,ຈໍາກັດແລະກໍາຈັດການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ3ຂອງກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທີ່ເປັນອັນຕະລາຍຕໍ່ລະບົບເສດຖະກິດແລະແຕະຕ້ອງເຖິງລະບອບການເມືອງຂອງຊາດ.

ມາດຕາ6ການກະທໍາທີ່ເປັນການຟອກເງິນ ການກະທໍາທີ່ເປັນການຟອກເງິນມີດັ່ງນີ້: 1.ການປ່ຽນຮູບ,ການໂອນເງິນຫຼືຊັບສິນອື່ນໂດຍມີຈຸດປະສົງປົກປິດຫຼືເຊື່ອງອໍາຜົນຈາກການກະທໍາຜິດຕົ້ນ,ໃຫ້ການຊ່ວຍເຫຼືອຜູ້ກະທໍາຜິດຕົ້ນເພື່ອຫຼົບຫຼີກຈາກຜົນສະທ້ອນທາງດ້ານກົດໝາຍ; 2.ການປົກປິດຫຼືເຊື່ອງອໍາແຫຼ່ງ,ສະຖານທີ່,ການໂອນ,ການຄອບຄອງ,ການເຄື່ອນຍ້າຍຫຼືຄວາມເປັນເຈົ້າຂອງຫຼືສິດກ່ຽວກັບທຶນ; 3.ການໄດ້ມີ,ການຄອບຄອງ,ການນໍາໃຊ້ທຶນທີ່ມາຈາກການກະທໍາຜິດຕົ້ນເຊັ່ນການໃຫ້ກູ້ຢືມເງິນຫຼືຊັບສິນອື່ນ,ການນໍາໃຊ້ເງິນຫຼືຊັບສິນນັ້ນເຂົ້າໃສ່ການລົງທຶນໂດຍກົງ; 4.ການເຂົ້າຮ່ວມວາງແຜນ,ພະຍາຍາມຫຼືຊ່ວຍເຫຼືອ,ສົ່ງເສີມ,ອໍານວຍຄວາມສະດວກຫຼືໃຫ້ຄໍາປຶກສາກ່ຽວກັບການກະທໍາຜິດຕາມທີ່ໄດ້ຕາມທີ່ໄດ້ກໍານົດໄວ້ໃນຂໍ້1,2ແລະ3ເທິງນີ້: 1.ການຮັບຮູ້ໂດຍເຈດຕະນາກ່ຽວກັບການກະທໍາຜິດທີ່ຈໍາໄປເຖິງການຟອກເງິນ; 2.ເຫດການຫຼືຫຼັກຖານທີ່ຢັ້ງຢືນວ່າເງິນຫຼືຊັບສິນນັ້ນໄດ້ມາຈາກການກະທໍາຜິດຕົ້ນໂດຍບໍ່ຈໍາເປັນມີການຕັດສິນຂອງສານ. ນອກຈາກການດໍາເນີນຄະດີຕໍ່ຜູ້ກະທໍາຜິດໃນສະຖານການຟອກເງິນແລ້ວຍັງຕ້ອງດໍາເນີນຄະດີຕໍ່ຜູ້ທີ່ມີການກະທໍາຜິດນັ້ນອີກດ້ວຍ.

ມາດຕາ7ການກະທໍາທີ່ເປັນການກໍ່ການຮ້າຍ ການກະທໍາທີ່ເປັນການກໍ່ການຮ້າຍແມ່ນການກະທໍາຂອງບຸກຄົນ,ກຸ່ມຄົນ,ການຈັດຕັ້ງຫຼືອົງການກໍ່ການຮ້າຍໃນຫຼືນອກດິນແດນສປປລາວທີ່ໄດ້ຮັບການສະໜອງທຶນໃຫ້ແກ່ການເຄື່ອນໄຫວກໍ່ການຮ້າຍມີດັ່ງນີ້: 1.ການກະທໍາທີ່ສ້າງຜົນສະທ້ອນຕໍ່ຄວາມໝັ້ນຄົງ,ພື້ນຖານເສດຖະກິດສັງຄົມຂອງຊາດ,ອົງການຈັດຕັ້ງຕ່າງປະເທດ,ອົງການສາກົນ,ສ້າງຄວາມຫຍຸ້ງຍາກຕໍ່ການພົວພັນສາກົນຂອງສປປລາວຫຼືສ້າງຄວາມວຸ້ນວາຍໃຫ້ແກ່ປະຊາຊົນໃນສັງຄົມ; 2.ການກະທໍາທີ່ແຕະຕ້ອງເຖິງຊີວິດ,ສຸຂະພາບ,ສິດເສລີພາບຫຼືການບັງຄັບ,ການນາບຂູ່ທາງດ້ານຮ່າງກາຍແລະຈິດໃຈ; 3.ການຍຶດ,ທໍາລາຍຊັບສິນ,ບຸກລຸກ,ໂຈມຕີ,ຂັດຂວາງ,ສ້າງຄວາມເສຍຫາຍແລະສ້າງຄວາມວຸ້ນວາຍໃຫ້ແກ່ລະບົບຄັອມພິວເຕີ້,ລະບົບຄົມມະນາຄົມ,ລະບົບອິນເຕີເນັດຫຼືເຄື່ອງມືດິຈີຕອນຂອງອົງການຈັດຕັ້ງລັດ,ນະຕະບຸກຄົນ,ການຈັດຕັ້ງແລະບຸກຄົນ; 4.ການປຸງແຕ່ງ,ຜະລິດ,ນໍາໃຊ້,ບັນຈຸ,ຂົນສົ່ງ,ຮີບໂຮມ,ຈັດຫາວັດຖຸລະເບີດ,ສານກໍາມັນຕະພາບລັງສີ,ສານພິດ,ວັດຖຸໄວໄຟແລະຊື້ຂາຍອາວຸດ,ອຸປະກອນ,ຍານພາຫະນະລວມທັງການແນະນໍາໃຫ້ກະທໍາການໃດນຶ່ງໂດຍມີຈຸດປະສົງຕາມທີ່ໄດ້ກໍານົດໄວ້ໃນຂໍ້1,2ແລະ3ຂອງມາດຕານີ້; 5.ການເຜີຍແຜ່,ຊັກຊວນ,ຊຸກຍູ້,ບັງຄັບ,ນາບຂູ່,ວ່າຈ້າງຫຼືສ້າງເງື່ອນໄຂ,ຊ່ວຍເຫຼືໃຫ້ມີການກະທໍາຕາມທີ່ໄດ້ກໍານົດໄວ້ໃນຂໍ້1,2,3,4,7ແລະ8ຂອງມາດຕານີ້; 6.ການຈັດຕັງ,ໃຫ້ທຶນ,ເຂົ້າຮ່ວມແລະພະຍາຍາມເຂົ້າຮ່ວມການຈັດຕັ້ງ,ສິດສອນ,ຝຶກອົບຮົມຫຼືຫັດແອບເປົ້າໝາຍເພື່ອມີການກະທໍາຕາມທີ່ໄດ້ກໍານົດໄວ້ໃນຂໍ້1,2,3,4,5,7ແລະ8ຂອງມາດຕານີ້; 7.ການຮັບຮູ້ການກະທໍາທີ່ມີຫຼັກຖານຢັ້ງຢືນຢ່າງພາວະວິໄສວ່າເປັນການກໍ່ການຮ້າຍ; 8.ການກະທໍາຜິດອື່ນທີ່ຖືກວ່າເປັນການກໍ່ການຮ້າຍຕາມທີ່ໄດ້ກໍານົດໄວ້ໃນສັນຍາສາກົນຫຼືສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ8ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ການກະທໍາຜິດຕົ້ນໝາຍເຖິງການກະທໍາຜິດທາງອາຍາທັງໝົດຊຶ່ງເປັນຕົ້ນຫດຂອງການຟອກເງິນລວມທັງການກະທໍາຜິດນອກດິນແດນສປປລາວທີ່ກໍ່ໃຫ້ເກີດມີຜົນຈາກການກະທໍາຜິດຕົ້ນມີຄືການສໍ້ໂກງຊັບ;ການປຸ້ນຊັບຫຼືການລັກຊັບ;ການຄາດຕະກໍາແລະການທໍາຮ້າຍຮ່າງກາຍ;ການລັກພາຕົວ,ການກັກຂັງແລະການຈັບເປັນຕົວປະກັນ;ການຊື້ຂາຍຊັບທີ່ຜິດກົດໝາຍ;ການປອມແປງເງິນຫຼືການໃຊ້ເງິນປອມລວມທັງການປອມແປງແຊັກ,ການໃຊ້ແຊັກຫຼືພັນທະບັດປອມ;ການປອມແປງເອກະສານຫຼືການໃຊ້ເອກະສານປອມ;ການລະເມີດຊັບສິນທາງປັນຍາ;ການສໍ້ລາດບັງຫຼວງລວມທັງການຮັບສິນບົນແລະການໃຫ້ສິນບົນ;ການຄ້າໂສເພນີຜູ້ໃຫຍ່ແລະເດັກ;ການຄ້າມະນຸດ,ການຂົນຂວາຍສົ່ງຄົນອອກຫຼືການເອົາຄົນເຂົ້າປະເທດ;ການຜະລິດແລະຄ້າຂາຍຢາເສບຕິດ;ການຊື້ຂາຍອາວຸດເສິກຫຼືວັດຖຸລະເບີດ;ການເຂົ້າຮ່ວມໃນກຸ່ມອົງການອາຊະຍາກໍາແລະກຸ່ມຄົນທີ່ເກັບຄ່າຄຸມຄອງ;ການກໍ່ການຮ້າຍລວມທັງການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;ອາຊະຍາກໍາທາງດ້ານສິ່ງແວດລ້ອມ;ອາຊະຍາກໍາທາງດ້ານອາກອນ;ການຊື້ຂາຍຂໍ້ມູນພາຍໃນແລະການປັ່ນຕະຫຼາດ;ການລະເມີດລະບຽບການກ່ຽວກັບລະບອດພາສີ,ອາກອນຂອງລັດ;ການບັງຄັບນາບຂູ່ເອົາຊັບ,ການເປັນໂຈນສະລັດແລະອື່ນໆ; 2.ຜົນຈາກການກະທໍາຜິດຕົ້ນໝາຍເຖິງເງິນຫຼືຊັບສິນທີ່ໄດ້ມາໂດຍທາງກົງຫຼືທາງອ້ອມຈາກການກະທໍາຜິດຕົ້ນ,ຊັບສິນທີ່ໄດ້ປ່ຽນຮູບຫຼືປ່ຽນແປງທັງໝົດຫຼືບາງສ່ວນໄປເປັນຊັບສິນອື່ນລວມທັງຜົນຕອບແທນຈາກການລົງທຶນ; 3.ຜູ້ກໍ່ການຮ້າຍໝາຍເຖິງບຸກຄົນ,ກຸ່ມຄົນ,ການຈັດຕັ້ງຫຼືອົງການກໍ່ການຮ້າຍທີ່ມີການກະທໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ7ຂອງກົດໝາຍສະບັບນີ້; 4.ອົງການກໍ່ການຮ້າຍໝາຍເຖິງກຸ່ມກໍ່ການຮ້າຍໃດໜຶ່ງທີ່ມີເຈດຕະນາກະທໍາ,ພະຍາຍາມກະທໍາ,ມີສ່ວນຮ່ວມ,ຮ່ວມມືກະທໍາຜິດ,ຈັດຕັ້ງ,ນໍາພາເຄື່ອນໄຫວການກໍ່ການຮ້າຍທາງກົງຫຼືທາງອ້ອມແລະມີການເຄື່ອນໄຫວກໍ່ການຮ້າຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ7ຂອງກົດໝາຍສະບັບນີ້; 5.ທຶນໝາຍເຖິງເງິນຫຼືຊັບສິນທີ່ມີຕົວຕົນແລະບໍ່ມີຕົວຕົນ,ອະສັງຫາລິມະຊັບຫຼືສັງຫາລິມະຊັບແລະທຸກເອກະສານຫຼືເຄື່ອງມືທາງດ້ານການເງິນທຸກຮູບແບບທັງໃນຮູບແບບເອເລັກໂຕຼນິກຫຼືຕິຈີຕອນ,ໃບຢັ້ງຢືນກໍາມະສິດຫຼືຜົນປະໂຫຍດຈາກທຶນນັ້ນ; 6.ທຶນທີ່ໄດ້ສະໜອງໝາຍເຖິງທຶນທີ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງສະໜອງຫຼືນໍາໃຊ້ເຂົ້າໃນການກໍ່ການຮ້າຍ; 7.ສະຖາບັນການເງິນໝາຍເຖິງທະນາຄານທຸລະກິດ,ສະຖາບັນການເງິນຈຸລະພາກ,ບໍລິສັດໃຫ້ກູ້ຢືມແລະໃຫ້ສິນເຊື່ອທຸກປະເພດ,ໂຮງຊວດຈໍາ,ບໍລິສັດເຊົ່າສິນເຊື່ອ,ບໍລິສັດຮັບບໍລິການໂອນເງິນ,ຮ້າຍແລກປ່ອນເງິນຕາ,ບໍລິສັດປະກັນໄພ,ບໍລິສັດຫຼັກຊັບ,ບໍລິສັດບໍລິຫານຊັບສິນຫຼືອື່ນໆ; 8.ສະຖາບັນທີ່ບໍ່ນອນໃນຂະແໜງການເງິນໝາຍເຖິງບໍລິສັດຫຼືຕົວແທນຈໍາໜ່າຍແລະບໍລິຫານເຄື່ອງມືການຊໍາລະທາງດ້ານການເງິນ,ບໍລິສັດຕົວແທນຊື້ຂາຍອະສັງຫາລິມະຊັບ,ທຸລະກິດຊື້ຂາຍວັດຖຸມີຄ່າແລະເຄື່ອງເກົ່າ,ສະພາທະນາຍຄວາມຫຼືວິສາຫະກິດກົດໝາຍ,ອົງການທະບຽນສານ,ບໍລິສັດກວດສອບບັນຊີ,ກາຊິໂນຫຼືອື່ນໆ. 9.ທຸລະກໍາໝາຍເຖິງການດໍາເນີນກິດຈະກໍາກ່ຽວກັບການເປີດບັນຊີ,ການຝາກເງິນ,ການຖອນເງິນ,ການໂອນເງິນ,ການແລກປ່ຽນເງິນຕາ,ການຊື້ຂາຍວັດຖຸ,ສິນຄ້າຫຼືການບໍລິການອື່ນ; 10.ທຸລະກໍາທີ່ສົງໄສໝາຍເຖິງທຸລະກໍາທີ່ບໍ່ສອດຄ່ອງກັບປະຫວັດ,ອາຊີບແລະຄວາມເປັນຈິງຂອງລູກຄ້າ; 11.ຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈິງໝາຍເຖິງບຸກຄົນຜູ້ເປັນເຈົ້າຂອງຜົນປະໂຫຍດສຸດທ້າຍທີ່ແທ້ຈິງຈາກການເຄື່ອນໄຫວທຸລະກິດ,ກິດຈະກໍາຫຼືທຸລະກໍາໃດໜຶ່ງລວມທັງຜູ້ທີ່ມີອໍານາດໃນການຄວບຄຸມນິຕິບຸກຄົນ; 12.ບຸກຄົນທີ່ມີສະຖານະພາບທາງການເມືອງໝາຍເຖິງນັກການເມືອງຕ່າງປະເທດ,ພະນັກງານລັດແລະພະນັກງານອົງການຈັດຕັ້ງສາກົນ; 13.ນັກການເມືອງຕ່າງປະເທດໝາຍເຖິງຜູ້ທີ່ດໍາລົງຫຼືເຄີຍດໍາລົງຕໍາແໜ່ງຊຶ່ງໄດ້ຮັບຄວາມໄວ້ວາງໃຈແລະມີບົດບາດສໍາຄັນຕໍ່ພາຍໃນແລະຕ່າງປະເທດລວມທັງສະມາຊິກຄອບຄົວຫຼືບຸກຄົນທີ່ມີສາຍພົວພັນໃຫ້ຊິດກັບບຸກຄົນດັ່ງກ່າວ; 14.ພະນັກງານລັດໝາຍເຖິງຜູ້ທີ່ດໍາລົງຫຼືເຄີຍດໍາລົງຕໍາແໜ່ງສໍາຄັນຊຶ່ງໄດ້ຮັບຄວາມໄວ້ວາງໃຈແລະມີບົດບາດໃນສປປລາວລວມທັງສະມາຊິກສະພາບໍລິຫານ,ຄະນະຜູ້ບໍລິຫານຂອງລັດວິສາຫະກິດຫຼືລັດຮຸ້ນສ່ວນລວມທັງສະມາຊິກຄອບຄົວຫຼືບຸກຄົນທີ່ມີສາຍພົວພັນໃກ້ຊິດກັບບຸກຄົນດັ່ງກ່າວ; 15.ພະນັກງານອົງການຈັດຕັ້ງສາກົນໝາຍເຖິງຜູ້ທີ່ດໍາລົງຫຼືເຄີຍດໍາລົງຕໍາແໜ່ງສະມາຊິກສະພາບໍລິຫານ,ຄະນະຜູ້ບໍລິຫານຊຶ່ງໄດ້ຮັບຄວາມໄວ້ວາງໃຈແລະມີບົດບາດຕໍ່ອົງການຈັດຕັ້ງສາກົນລວມທັງສະມາຊິກຄອບຄົວຫຼືບຸກຄົນທີ່ມີສາຍພົວພັນໃກ້ຊິດກັບບຸກຄົນດັ່ງກ່າວ; 16.ທະນາຄານທີ່ບໍ່ມີຕົວຕົນໝາຍເຖິງທະນາຄານທີ່ບໍ່ມີທີ່ຕັ້ງ,ສໍານັກງານຢ່າງເປັນຮູບປະທໍາຢູ່ໃນປະເທດທີ່ອະນຸຍາດໃຫ້ດໍາເນີນທຸລະກິດການທະນາຄານຫຼືບໍ່ໄດ້ເປັນບໍລິສັດໃນກຸ່ມຂອງສະຖາບັນການເງິນໃດໜຶ່ງທີ່ຖືກຕ້ອງຕາມກົດໝາຍ; 17.ອົງການທີ່ບໍ່ຫວັງຜົນກໍາໄລໝາຍເຖິງນິຕິບຸກຄົນຫຼືການຈັດຕັ້ງທີ່ເຄື່ອນໄຫວກິດຈະກໍາຕົ້ນຕໍເພື່ອການກຸສົນ,ສາສະໜາ,ວັດທະນະທໍາ,ການສຶກສາ,ສິ່ງແວດລ້ອມ,ສາທາລະນະສຸກ,ກິລາກາຍຍະກໍາ,ມະນຸດສະທໍາແລະສັງຄົມສົງເຄາະການສົ່ງເສີມວິຊາຊີບຕ່າງໆໂດຍບໍ່ຫວັງຜົນຕອບແທນ; 18.ທະນາຄານຕົວແທນໝາຍເຖິງທະນາຄານຕ່າງໜ້າຫຼືສື່ກາງໃນການຊໍາລະສະສາງລະຫວ່າງທະນາຄານດ້ວຍກັນລວມທັງທະນາຄານຢູ່ພາຍໃນແລະຕ່າງປະເທດ; 19.ການໂອນເງິນໝາຍເຖິງການເຮັດທຸລະກໍາໃນນາມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍຜ່ານສະຖາບັນການເງິນໃດໜຶ່ງດ້ວຍວິທີການໂອນທາງເອເລັກໂຕຼນິກຊຶ່ງຈະເຮັດໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດສາມາດຮັບຈໍານວນເງິນຢູ່ສະຖາບັນການເງິນອື່ນໄດ້; 20.ການຍຶດຊັບໝາຍເຖິງການນໍາເອົາຊັບສິນຫຼືວັດຖຸສິ່ງຂອງເຄື່ອນທີ່ມາໄວ້ເປັນຂອງກາງຕາມຄໍາສັ່ງຂອງອົງການທີ່ມີສິດອໍານາດກ່ຽວຂ້ອງ; 21.ການອາຍັດຊັບໝາຍເຖິງການບໍ່ອະນຸຍາດໃຫ້ມີການໂອນ,ມອບ,ຊື້ຂາຍ,ແລກປ່ຽນ,ຊວດຈໍາ,ຄໍາປະກັນ,ທໍາລາຍຫຼືປ່ຽນແປງ,ເຄື່ອນຍ້າຍຫຼືເຄື່ອນໄຫວຂອງທຶນ,ຊັບຄົງທີ່ຫຼືຊັບເຄື່ອນທີ່ລວມທັງບັນຊີເງິນຝາກຢູ່ທະນາຄານຕາມຄໍາສັ່ງຂອງອົງການທີ່ມີສິດອໍານາດກ່ຽວຂ້ອງ; 22.ການຮິບຊັບໝາຍເຖິງການນໍາເອົາຊັບສິນຫຼືວັດຖຸສິ່ງຂອງທັງໝົດຫຼືບາງສ່ວນທີ່ເປັນກໍາມະສິດຂອງຜູ້ກະທໍາຜິດມາເປັນຂອງລັດຕາມຄໍາຕັດສິນຂອງສານ; 23.ຍັດຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໝາຍເຖິງຍັດຕິກ່ຽກັບບັນຊີລາຍຊື່ຂອງບຸກຄົນ,ກຸ່ມຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງກັບການກໍ່ການຮ້າຍສາກົນຕາມທີ່ໄດ້ກໍານົດໄວ້ໃນພາກທີ7ຂອງຍັດຕິດັ່ງກ່າວ; 24.ບັນຊີນິລະນາມໝາຍເຖິງບັນຊີເງິນຝາກທີ່ມີຂໍ້ມູນບໍ່ກົງກັບຫຼືບໍ່ຮູ້ຜູ້ເຄື່ອນໄຫວບັນຊີເປັນຕົ້ນຊື່,ນາມສະກຸນ,ວັນ,ເດືອນ,ປີເກິດ,ທີ່ຢູ່,ອາຍຸ,ອາຊີບ; 25.ລູກຄ້າໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໃຊ້ການບໍລິການຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ; 26.ເຄື່ອງມືທາງດ້ານການເງິນໝາຍເຖິງແຊັກທະນາຄາານ,ແຊັກເດີນທາງ,ແຊັກສັ່ງຈ່າຍ,ພັນທະບັດ,ດຣາບແລະອື່ນໆ; 27.ກຸ່ມຄົນທີ່ເກັບຄ່າຄຸ້ມຄອງໝາຍເຖິງກຸ່ມຄົນທີ່ນໍາໃຊ້ສິດບັງຄັບນາບຂູ່ເພື່ອຮຽກເອົາເງິນຫຼືຊັບສິນອື່ນຈາກບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍບໍ່ຖືກຕ້ອງຕາມກົດໝາຍ; 28.ອາຊະຍາກໍາທາງດ້ານສິ່ງແວດລ້ອມໝາຍເຖິງການກະທໍາຜິດທີ່ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ສິ່ງແວດລ້ອມເປັນຕົ້ນການລັກລອບຊື້ຂາຍສັດນໍ້າສັດປ່າທີ່ຫວງຫ້າມ,ການຂຸດຄົ້ນຊັບພະຍາກອນທໍາມະຊາດ,ການຕັດໄມ້ທໍາລາຍປ່າ,ການທໍາລາຍຜົນລະປູກ,ການລ່າເນື້ອ,ການຫາປາຫຼືສັດນໍ້າອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ.

ມາດຕາ9ນະໂຍບາຍກ່ຽວກັບວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ລັກຊຸກຍູ້,ສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທຸກພາກສ່ວນເຂົ້າຮ່ວມໃນການເຄື່ອນໄຫວຕ້ານແລະສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ລັດເອົາໃຈໃສ່ໂຄສະນາ,ສຶກສາອົບຮົມທົ່ວປວງຊົນດ້ວຍຫຼາຍຮູບການເພື່ອສ້າງຈິດສໍານຶກໃຫ້ສັງຄົມເຫັນໄດ້ຜົນຮ້າຍຂອງການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ກໍ່ຄວາມເສຍຫາຍຕໍ່ຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ລະບົບເສດຖະກິດຂອງຊາດ,ພາກພື້ນແລະສາກົນ. ລັດຊຸກຍູ້ສົ່ງເສີມວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍດ້ວຍການສະໜອງງົບປະມານ,ບຸກຄະລາກອນ,ພາຫະນະແລະວັດຖຸປະກອນເຕັກນິກທີ່ທັນສະໄໝໃຫ້ແກ່ອົງການທີ່ມີສິດກ່ຽວຂ້ອງໃນການເຄື່ອນໄຫວວຽກງານຂອງຕົນຢ່າງມີປະສິດທິພາບ.

ມາດຕາ10ຫຼັກການກ່ຽວກັບວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ຮັບປະກັນອໍານາດອະທິປະໄຕ,ຄວາມໝັ້ນຄົງ,ຄວາມສະຫງົບປອດໄພແລະການເຄື່ອນໄຫວທາງດ້ານເສດຖະກິດສັງຄົມຂອງຊາດໃຫ້ເປັນປົກກະຕິ; 2.ຮັບປະກັນການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 3.ຕ້ານທຸກປາກົດການສວຍໃຊ້ສິດອໍານາດ,ໃຊ້ອໍານາດເກີນຂອບເຂດທີ່ສ້າງຄວາມເສຍຫາຍໃຫ້ແກ່ສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 4.ຮັບປະກັນຄວາມສອດຄ່ອງກັບກົດໝາຍ,ລະບຽບການ,ສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ11ການປົກປ້ອງ ພະນັກງານແລະເຈົ້າໜ້າທີ່ທີ່ເຮັດວຽກກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍລວມທັງຜູ້ເຂົ້າຮ່ວມໃນວຽກງານດັ່ງກ່າວເຊັ່ນຜູ້ລາຍງານ,ຜູ້ປະກອບຂໍ້ມູນຂ່າວສານ,ພະຍານ,ຜູ້ຊ່ຽວຊານແລະຄອບຄົວຂອງພວກກ່ຽວຈະໄດ້ຮັບການປົກປ້ອງຕາມກົດໝາຍຈາກການແກ້ແຄ້ນນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະລະພາບແລະການສ້າງຄວາມເສຍຫາຍຕໍ່ກຽດສັກສີ,ຊື່ສຽງຫຼືຊັບສິນສ່ວນຕົວ.

ມາດຕາ12ພັນທະໃນການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພັນທະໃນການສະໜອງຂໍ້ມູນແລະໃຫ້ການຮ່ວມມືໃນການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ມາດຕາ13ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວແລະດໍາເນີນທຸລະກໍາຢູ່ໃນແລະນອກດິນແດນສປປລາວທີ່ກ່ຽວຂ້ອງກັບການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ມາດຕາ14ການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການສໍາມະນາ,ການຍົດລະດັບຄວາມຮູ້,ຄວາມສາມາດທາງດ້ານວິຊາການແລະການຊ່ວຍເຫຼືອເພື່ອພັດທະນາວຽກງານດັ່ງກ່າວ,ປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ການເຄື່ອນໄຫວຕ້ານແລະສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ໝວດທີ1ກິດຈະການເຄື່ອນໄຫວຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ມາດຕາ15ກິດຈະການເຄື່ອນໄຫວຕ້ານສະກັດກັ້ນການຟອກເງິນ ກິດຈະການເຄື່ອນໄຫວຕ້ານສະກັດກັ້ນການຟອກເງິນແມ່ນການເຄື່ອນໄຫວຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອຕ້ານ,ສະກັດກັ້ນ,ຈໍາກັດແລະກໍາຈັດພຶດຕິກໍາທີ່ນໍາເອົາເງິນຫຼືຊັບສິນທີ່ບໍ່ຖືກຕ້ອງມາເຮັດໃຫ້ຖືກຕ້ອງຕາມກົດໝາຍ. ກິດຈະການເຄື່ອນໄຫວລະອຽດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ16ກິດຈະການເຄື່ອນໄຫວຕ້ານສະກັດກັ້ນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ກິດຈະການເຄື່ອນໄຫວສະກັດກັ້ນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນການເຄື່ອນໄຫວຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອຕ້ານ,ສະກັດກັ້ນ,ຈໍາກັດແລະກໍາຈັດພຶດຕິກໍາທີ່ເອົາທຶນສະໜອງໃຫ້ແກ່ການກໍ່ການຮ້າຍ. ກິດຈະການເຄື່ອນໄຫວລະອຽດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ2ຫົວໜ່ວຍທີ່ມີໜ້າທີ່ລາຍງານ

ມາດຕາ17ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຫົວນ່ວຍທີ່ມີໜ້າທີ່ລາຍງານແມ່ນນິຕິບຸກຄົນແລະການຈັດຕັ້ງທີ່ມີພັນທະລາຍງານຂໍ້ມູນຫຼືການເຄື່ອນໄຫວທີ່ສົງໄສວ່າເປັນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນ. ຫົວໜ່ວຍທີ່ມີໜ້າທີ່ລາຍງານມີຄືສະຖາບັນການເງິນແລະສະຖາບັນທີ່ບໍ່ນອນໃນຂະແໜງການການເງິນຕາມທີ່ໄດ້ກໍານົດໄວ້ໃນຂໍ້7ແລະຂໍ້8ມາດຕາ8ຂອງກົດໝາຍສະບັບນີ້.

ມາດຕາ18ສິດແລະພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ຫົວໜ່ວຍທີ່ມີໜ້າທີ່ລາຍງານມີສິດແລະພັນທະດັ່ງນີ້: 1.ສ້າງແຜນງານ; 2.ປະຕິບັດຫຼັກການປະເມີນແລະບໍລິຫານຄວາມສ່ຽງ; 3.ຊອກຮູ້ລູກຄ້າ; 4.ເພີ່ມທະວີການເອົາໃຈໃສ່ລູກຄ້າ; 5.ເກັບກໍາຂໍ້ມູນລະອຽດກ່ຽວກັບລູກຄ້າ; 6.ເກັບກໍາຂໍ້ມູນກ່ຽວກັບທຸລະກໍາຂອງລູກຄ້າ; 7.ພົວພັນກັບບຸກຄົນທີ່ມີສະຖານະພາບທາງການເມືອງ; 8.ພົວພັນກັບທະນາຄານຕົວແທນ; 9.ເກັບກໍາຂໍ້ມູນການໂອນເງິນ; 10.ເກັບຮັກສາຂໍ້ມູນ; 11.ເລື່ອນທຸລະກໍາ; 12.ລາຍງານ; 13.ລາຍງານທຸລະກໍາທີ່ສົງໄສ; 14.ຮັກສາຄວາມລັບຂອງການລາຍງານ. ສາຂາແລະບໍລິສັດໃນກຸ່ມຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານທີ່ຢູ່ຕ່າງປະເທດມີພັນທະປະຕິບັດຕາມມາດຕາ19ຫາມາດຕາ32ຂອງກົດໝາຍສະບັບນີ້. ໃນກໍລະນີກົດໝາຍຂອງປະເທດທີ່ສາຂາແລະບໍລິສັດໃນກຸ່ມຂອງຕົນຕັ້ງຢູ່ນັ້ນຫາກບໍ່ອະນຸຍາດໃຫ້ປະຕິບັດພັນທະດັ່ງກ່າວຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງແຈ້ງໃຫ້ອົງການຄຸ້ມຄອງຂອງຕົນ.

ມາດຕາ19ການສ້າງແຜນງານ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງສ້າງແລະຈັດຕັ້ງປະຕິບັດບັນດາແຜນງານເພື່ອການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍດັ່ງນີ້: 1.ນະໂຍບາຍ,ຂັ້ນຕອນການດໍາເນີນງານແລະການຕິດຕາມກວດກາພາຍໃນຂັ້ນຕອນໃນການເລືອກເຟັ້ນຮັບເອົາພະນັກງານທີ່ໄດ້ມາດຕະຖານ; 2.ແຜນການຝຶກອົບຮົມໃຫ້ພະນັກງານແລະດໍາເນີນການຝຶກອົບຮົມຢ່າງຕໍ່ເນື່ອງ; 3.ການກວດກາພາຍໃນກ່ຽວກັບການຈັດຕັ້ງປະຕິບັດກົດໝາຍສະບັບນີ້ແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ; 4.ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງແຕ່ງຕັ້ງພະນັກງານເກັບກໍາຂໍ້ມູນແລະລາຍງານໃນລະດັບຜູ້ບໍລິຫານຫຼືພະນັກງານອາວຸໂສທີ່ມີຄຸນວຸດທິ,ປະສົບການກ່ຽວກັບວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອຮັບຜິດຊອບວຽກງານທີ່ໄດ້ກໍານົດໄວ້ໃນວັກທີໜຶ່ງຂອງມາດຕານີ້ພ້ອມທັງເປັນຜູ້ປະສານສົມທົບກັບສໍານັກງານຂໍ້ມູນຕ້ານການຟອກເງິນ.

ມາດຕາ20ການປະຕິບັດຫຼັກການປະເມີນແລະບໍລິຫານຄວາມສ່ຽງ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງປະຕິບັດຫຼັກການປະເມີນແລະບໍລິຫານຄວາມສ່ຽງດ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍດ້ວຍການກໍານົດ,ຕີລາຄາ,ຕິດຕາມແລະຫຼຸດຜ່ອນຄວາມສ່ຽງນັ້ນ. ສໍາລັບກົນໄກການປະຕິບັດຫຼັກການປະເມນແລະບໍລິຫານຄວາມສ່ຽງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ21ການຊອກຮູ້ລູກຄ້າ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງຊອກຮູ້ລູກຄ້າດ້ວຍການໃຫ້ລູກຄ້າແຈ້ງເອກະສານຢັ້ງຢືນຕົນເຊັ່ນບັດປະຈໍາຕົວ,ປຶ້ມສໍາມະໂນຄົວ,ໜັງສືຜ່ານແດນ,ໃບທະບຽນວິສາຫະກິດຫຼືເອກະສານທາງລັດຖະການອື່ນທີ່ສາມາດຢັ້ງຢືນກ່ຽວກັບລູກຄ້າຫຼືຜູ້ທີ່ມາເຮັດທຸລະກິດແທນລູກຄ້າແລ້ວບັນທຶກຢ່າງຖືກຕ້ອງ,ສໍາເນົາແລະເກັບຮັກສາໄວ້ເປັນຢ່າງດີ. ສໍາລັບກົນໄກການປະຕິບັດຫຼັກການຊອກຮູ້ລູກຄ້າໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ22ການເພີ່ມທະວີການເອົາໃສ່ລູກຄ້າ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເອົາໃຈໃສ່ລູກຄ້າໃນກໍລະນີດັ່ງນີ້: 1.ໃຫ້ການບໍລິການຫຼືດໍາເນີນທຸລະກໍາກັບລູກຄ້າລາຍໃໝ່ຂອງຕົນ; 2.ເຮັດທຸລະກໍາເປັນພາງຄັ້ງ,ຄັ້ງດຽວຫຼືຫຼາຍຄັ້ງທີ່ມີລັກສະນະພາໃຫ້ສົງໄສ; 3.ມີທຸລະກໍາທີ່ມີຄວາມສະຫຼັບຊັບຊ້ອນ,ມີມູນຄ່າສູງແລະມີລັກສະນະຜິດປົກກະຕິ; 4.ມີທຸລະກໍາທີ່ສົງໄສວ່າເປັນການຟອກເງິນຫຼືການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 5.ມີຂໍ້ມູນໃນເອກະສານຢັ້ງຢືນກ່ຽວກັບລູກຄ້າບໍ່ຄົບຖ້ວນຫຼືມີຂໍ້ສົງໄສວ່າບໍ່ຖືກຕ້ອງ.

ນອກຈາກນີ້ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເອົາໃຈໃສ່ລູກຄ້າຢ່າງຕໍ່ເນື່ອງເພື່ອຮັບປະກັນວ່າຂໍ້ມູນທີ່ລູກຄ້າສະໜອງໃຫ້ໃນເມື່ອກອ່ນນັ້ນຖືກຕ້ອງກັບຄວາມເປັນຈິງໃນປັດຈຸບັນແລະຮັບປະກັນວ່າການດໍາເນີນທຸລະກໍາຂອງລູກຄ້າແມ່ນຖືກຕ້ອງແລະສອດຄ່ອງກັບປະຫວັດ,ການດໍາເນີນທຸລະກິດຂອງຜູ້ກ່ຽວລວມທັງການຊອກຮູ້ທີ່ມາຂອງທຶນຖ້າຫາກຈໍາເປັນ. ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເອົາໃຈໃສ່ເປັນພິເສດຕໍ່ການພົວພັນທຸະກິດຫຼືເຮັດທຸລະກໍາກັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຢູ່ປະເທດທີ່ບໍ່ມີລະບຽບກົດໝາຍກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຫຼືມີແຕ່ຫາກການຈັດຕັ້ງປະຕິບັດລະບຽບກົດໝາຍດັ່ງກ່າວບໍ່ເຂັ້ມງວດ. ກົນໄກສໍາລັບການປະຕິບັດຫຼັກການເພີ່ມທະວີການເອົາໃຈໃສ່ລູກຄ້າໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ23ການເກັບກໍາຂໍ້ມູນລະອຽດກ່ຽວກັບລູກຄ້າ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເກັບກໍາ,ພິສູດແລະຢັ້ງຢືນຂໍ້ມູນກ່ຽວກັບລູກຄ້າທີ່ເປັນບຸກຄົນເຊັ່ນຊື່ແລະນາມສະກຸນ,ວັນ,ເດືອນ,ປີເກີດ,ສັນຊາດ,ທີ່ຢູ່ແລະອາຊີບຂອງລູກຄ້າ. ສໍາຫຼັບລູກຄ້າທີ່ເປັນນິຕິບຸກຄົນນັ້ນຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເກັບກໍາ,ພິສູດແລະຢັ້ງຢືນຂໍ້ມູນກ່ຽວກັບຊື່ແລະທີ່ຢູ່ຂອງບໍລິສັດ,ເອກະສານຢັ້ງຢືນຕົນຂອງຜູ້ອໍານວຍການ,ລາຍລະອຽດກ່ຽວກັບຜູ້ຖືຮຸ້ນ,ການເຄື່ອນໄຫວແລະຂະໜາດຂອງທຸລະກິດ. ໃນກໍລະນີທີ່ບໍ່ສາມາດເກັບກໍາຂໍ້ມູນລະອຽດກ່ຽວກັບລູກຄ້າຕາມທີ່ໄດ້ກໍານົດໄວ້ໃນວັດໜຶ່ງແລະສອງຂອງມາດຕານີ້ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງຢຸດການໃຫ້ບໍລິການຫຼືບໍ່ສ້າງສາຍພົວພັນທຸລະກິດກັບລູກຄ້າຜູ້ນັ້ນແລະໃຫ້ຖືກວ່າເປັນທຸລະກໍາທີ່ສົງໄສແລ້ວລາຍງານຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນຕາມທີ່ໄດ້ກໍານົດໄວ້ໃນມາດຕາ30ແລະ31ຂອກກົດໝາຍສະບັບນີ້.

ມາດຕາ24ການເກັບກໍາຂໍ້ມູນກ່ຽວກັບທຸລະກໍາຂອງລູກຄ້າ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເກັບກໍາຂໍ້ມູນກ່ຽວກັບຈຸດປະສົງແລະເປົ້າໝາຍຂອງລູກຄ້າໃນການໃຊ້ບໍລິການຫຼືສ້າງສາຍພົວພັນທຸລະກິດກັບສະຖາບັນຂອງຕົນ. ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງຊອກຮູ້ວ່າການພົວພັນທຸລະກິດຂອງລູກຄ້ານັ້ນແມ່ນໃນນາມລູກຄ້າເອງຫຼືຜູ້ອື່ນເພື່ອຊອກຮູ້ຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈິງເຊັ່ນເຈົ້າຂອງທຶນລວມທັງທຶນທີ່ປະກອບເຂົ້າໃນການສ້າງຕັ້ງວິສາຫະກິດຊຶ່ງເປັນຕົ້ນກໍາເນີດຫຼືບຸກຄົນທີ່ມີສິດອໍານາດຕົກລົງບັນຫາ.

ມາດຕາ25ການພົວພັນກັບບຸກຄົນທີ່ມີສະຖານະພາບທາງການເມືອງ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງມີລະບົບບໍລິຫານຄວາມສ່ຽງທີ່ເໝາະສົມເພື່ອຊອກຮູ້ວ່າລູກຄ້າຫຼືຜູ້ໄດ້ຮັບຜົນປະໂຫຍດແມ່ນບຸກຄົນທີ່ມີສະຖານະພາບທາງດ້ານເມືອງ. ຫົວໜ່ວຍທີ່ມີໜ້າທີ່ລາຍງານນອກຈາກປະຕິບັດຕາມມາດຕາ19ຫາ32ຂອງກົດໝາຍສະບັບນີ້ຍັງຕ້ອງປະຕິບັດດັ່ງນີ້: 1.ລາຍງານຕໍ່ຄະນະອໍານວຍການຫຼືຄະນະຜູ້ບໍລິຫານຂອງຕົນເພື່ອຂໍອະນຸຍາດກ່ອນເຮັດຫຼືສືບຕໍ່ເຮັດທຸລະກິດຫຼືທຸລະກໍາກັບລູກຄ້າດັ່ງກ່າວ; 2.ນໍາໃຊ້ມາດຕະການທີ່ເໝາະສົມເພື່ອຊອກຮູ້ທີ່ມາຂອງທຶນ; 3.ຕິດຕາມການພົວພັນທຸລະກິດແລະການເຮັດທຸລະກໍາຂອງລູກຄ້າຢ່າງຕໍ່ເນື່ອງ.

ມາດຕາ26ການພົວພັນກັບທະນາຄານຕົວແທນ ສະຖາບັນການເງິນທີ່ມີການພົວພັນທຸລະກິດກັບທະນາຄານຕົວແທນຫຼືມີການພົວພັນອື່ນທີ່ຄ້າຍຄືກັນຕ້ອງປະຕິບັດດັ່ງນີ້: 1.ກວດກາຄືນຖານະນິຕິບຸກຄົນຂອງທະນາຄານຕົວແທນທີ່ຕົນພົວພັນທຸລະກິດນໍາ; 2.ເກັບກໍາຂໍ້ມູນຂ່າວສານກ່ຽວກັບລັກສະນະການດໍາເນີນທຸລະກິດຂອງທະນາຄານຕົວແທນ; 3.ປະເມີນກ່ຽວກັບຄວາມເຊື່ອຖືແລະການດໍາເນີນວຽກງານຄຸມຄອງແລະກວດກາຂອງທະນາຄານຕົວແທນໂດຍອີງໃສ່ຂໍ້ມູນທີ່ເປີດເຜີຍຕໍ່ມວນຊົນ; 4.ປະເມີນການຈັດຕັ້ງປະຕິບັດຕ້ານສະກັດກັ້ນການຟ້ອງເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງທະນາຄານຕົວແທນ; 5.ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງໃນການເປີດສາຍພົວພັນທຸລະກິດກັບທະນາຄານຕົວແທນ. ຖ້າວ່າທະນາຄານຕົວແທນຫາກມີການພົວພັນທຸລະກິດຫຼືເຮັດທຸລະກໍາກັບທະນາຄານທີ່ບໍ່ມີຕົວຕົນຫຼືບໍ່ລິສັດໃນກຸ່ມນັ້ນຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງບໍ່ສ້າງຫຼືບໍ່ສືບຕໍ່ສາຍພົວພັນທຸລະກິດກັບທະນາຄານຕົວແທນຫຼືບໍລິສັດໃນກຸ່ມດັ່ງກ່າວ.

ມາດຕາ27ການເກັບກໍາຂໍ້ມູນການໂອນເງິນ ໃນການໃຫ້ບໍລິການກ່ຽວກັບການໂອນເງິນແຕ່ລະຄັ້ງສະຖາບັນການເງິນຕ້ອງເກັບກໍາແລະກວດກາຂໍ້ມູນກ່ຽວກັບຊື່ແລະນາມສະກຸນ,ທີ່ຢູ່,ເລກບັນຊີແລະຈຸດປະສົງການໂອນເງິນຂອງຜູ້ສັ່ງໂອນ. ໃນກໍລະນີເຮັດໜ້າທີ່ເປັນສື່ກາງໃນການໂອນເງິນສະຖາບັນການເງິນຕ້ອງຮັບປະກັນວ່າຂໍ້ມູນຂອງຜູ້ສັ່ງໂອນແລະລາຍລະອຽດກ່ຽວກັບການໂອນເງິນໄດ້ເກັບກໍາຢ່າງຖືກຕ້ອງແລະຄົບຖ້ວນກ່ອນນໍາສົ່ງໃຫ້ຜູ້ໄດ້ຮັບຜົນປະໂຫຍດ. ໃນກໍລະນີທີ່ສະຖາບັນການເງິນໄດ້ຮັບເງິນໂອນຊຶ່ງບໍ່ມີຂໍ້ມູນຫຼືຂາດຂໍ້ມູນໃດໜຶ່ງກ່ຽວກັບຜູ້ສັ່ງໂອນສະຖາບັນການເງິນດັ່ງກ່າວຕ້ອງກວດກາແລະຊອກຂໍ້ມູນນັ້ນນໍາສະຖາບອນທີ່ສັ່ງໂອນຫຼືຜູ້ໄດ້ຮັບຜົນປະໂຫຍດ.ຖ້າຫາກບໍ່ໄດ້ຮັບການຕອບສະໜອງຂໍ້ມູນດັ່ງກ່າວສະຖາບັນການເງິນທີ່ໄດ້ຮັບໂອນນັ້ນຕ້ອງປະຕິເສດການເບີກຈ່າຍໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດແລ້ວໂອນເງິນກັບຄືນໃຫ້ສະຖາບັນທີ່ສັ່ງໂອນພ້ອມທັງລາຍງານໃຫ້ສໍານັກງານຂໍ້ມູນຕ້ານການຟອກເງິນໃນທັນທີ. ການຄຸ້ມຄອງການໂອນເງິນພາຍໃນແລະຕ່າງປະເທດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ28ການເກັບຮັກສາຂໍ້ມູນ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເກັບຮັກສາຂໍ້ມູນກ່ຽວກັບລູກຄ້າ,ເອກະສານກ່ຽວກັບການພົວພັນທຸລະກິດແລະການເຮັດທຸລະກໍາຂອງລູກຄ້າໄວ້ເປັນຢ່າງດີເພື່ອສະໜອງໃຫ້ສໍານັກງານຂໍ້ມູນຕ້ານການຟອກເງິນແລະອົງການອື່ນທີ່ກ່ຽວຂ້ອງ. ການເກັບຮັກສາຂໍ້ມູນໃຫ້ປະຕິບັດດັ່ງນີ້: 1.ສໍາເນົາເອກະສານຢັ້ງຢືນກ່ຽວກັບລູກຄ້າແລະຜູ້ໄດ້ຮັບຜົນປະໂຫຍດຈາກການເຮັດທຸລະກໍາໄວ້ຢ່າງໜ້ອຍສິບປີນັບແຕ່ວັນສິ້ນສຸດສາຍພົວພັນທຸລະກິດກັບລູກຄ້າ; 2.ຂໍ້ມູນທຸລະກໍາທີ່ລູກຄ້າໄດ້ປະຕິບັດຕ້ອງເກັບຮັກສາໄວ້ຢ່າງໜ້ອຍຫ້າປີນັບແຕ່ວັນໄດ້ປະຕິບັດສໍາເລັດເປັນຕົ້ນໄປ.

ມາດຕາ29ການເລື່ອນທຸລະກໍາ ເມື່ອສົງໄສວ່າການດໍາເນີນທຸລະກໍາຂອງລູກຄ້າເປັນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງເລື່ອນການດໍາເນີນທຸລະກໍາດັ່ງກ່າວອອກໄປພາຍໃນກໍານົດເວລາສາມວັນລັດຖະການຫຼັງຈາກນັ້ນຕ້ອງລາຍງານຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນເພື່ອພິຈາລະນາ.

ມາດຕາ30ການລາຍງານ ຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງລາຍງານຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນໃນກໍລະນີລູກຄ້າສະເໜີເຮັດທຸລະກໍາດັ່ງນີ້: 1.ທຸລະກໍາເງິນສົດທີ່ມີມູນຄ່າເກັນກໍານົດ; 2.ທຸລະກໍາໂອນເງິນທີ່ມີມູນຄ່າເກີນກໍານົດ; 3.ທຸລະກໍາອື່ນຕາມການກໍານົດຂອງສໍານັກງານຂໍ້ມູນຕ້ານການຟອກເງິນ. ທະນາຄານແຫ່ງສປປລາວເປັນຜູ້ກໍານົດມູນຄ່າຂອງທຸລະກໍາເງິນສົດ,ທຸລະກໍາໂອນເງິນທີ່ຕ້ອງລາຍງານແລະອອກນິຕິກໍ່ກ່ຽວກັບການລາຍງານ.

ມາດຕາ31ການລາຍງານທຸລະກໍາທີ່ສົງໄສ ໃນກໍລະນີທີ່ມີຂໍ້ສົງໄສຫຼືສາເຫດພາໃຫ້ສົງໄສວ່າທຸລະກໍາຂອງລູກຄ້າອາດແມ່ນຜົນຈາກການກະທໍາຜິດຕົ້ນ,ພົວພັນຫຼືເຊື່ອມໂຍງກັບການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງລາຍງານທຸລະກໍາດັ່ງກ່າວຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນພາຍໃນສາມວັນລັດຖະການລວມທັງຄວາມພະຍາຍາມໃນການເຮັດທຸລະກໍາຂອງລູກຄ້າທີ່ສໍາເລັດຫຼືບໍ່ສໍາເລັດໂດຍບໍ່ຈໍາກັດຈໍານວນເງິນ.

ມາດຕາ32ການຮັກສາຄວາມຮັບຂອງການລາຍງານ ຜູ້ບໍລິຫານແລະພະນັກງານຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານຕ້ອງຮັກສາຄວາມລັບກ່ຽວກັບການລາຍງານທຸລະກໍາທີ່ສົງໄສວ່າເປັນການຟ້ອງເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຫຼືຂໍ້ມູນຕ່າງໆທີ່ໄດ້ລາຍງານຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນ. ການຮັກສາຄວາມລັບຂອງລູກຄ້າຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບພາຍໃນຫຼືສັນຍາໃດໜຶ່ງຂອງຕົນຕ້ອງໃຫ້ສອດຄ່ອງກັບກົດໝາຍສະບັບນີ້. ຜູ້ບໍລິຫານແລະພະນັກງານຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານຈະບໍ່ຖືກລົງວິໄນຫຼືດໍາເນີນຄະດີໃນສະຖານເປີດເຜີຍຄວາມລັບຂອງລູກຄ້າຖ້າການລາຍງານຫຼືການສະໜອງຂໍ້ມູນນັ້ນຫາກເຮັດດ້ວຍຄວາມບໍລິສຸດໃຈ,ສອດຄ່ອງກັບກົດໝາຍສະບັບນີ້ແລະຈະບໍ່ມີຄວາມຮັບຜິດຊອບທາງກົດໝາຍແຕ່ຢ່າງໃດ.

ໝວດທີ3ພັນທະໃນການແຈ້ງເງິນສົດ,ວັດຖຸມີຄ່າຫຼືເຄື່ອງມືທາງດ້ານການເງິນ

ມາດຕາ33ການແຈ້ງເງິນສົດ,ວັດຖຸມີຄ່າຫຼືເຄື່ອງມືທາງດ້ານການເງິນຢູ່ດ່ານພາສີຊາຍແດນ. ບຸກຄົນທີ່ນໍາເງິນສົດ,ວັດຖຸມີຄ່າຫຼືເຄື່ອງມືທາງດ້ານການເງິນເຂົ້າແລະອອກສປປລາວຊຶ່ງມີມູນຄ່າເກີດລະບຽບການທີ່ທະນາຄານແຫ່ງສປປລາວວາງອອກໃນແຕ່ລະໄລຍະຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນຫຼັງຈາກນັ້ນເຈົ້າໜ້າທີ່ດັ່ງກ່າວຕ້ອງລາຍງານຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນ.

ມາດຕາ34ການກວດກາຂອງເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນມີໜ້າທີ່ກວດກາຄວາມຖືກຕ້ອງກ່ຽວກັບການແຈ້ງເງິນສົດ,ວັດຖຸມີຄ່າຫຼືເຄື່ອງມືທາງດ້ານການເງິນຂອງບຸກຄົນທີ່ເຂົ້າອອກສປປລາວຕາມລະບຽບກົດໝາຍ. ໃນກໍລະນີທີ່ເຈົ້າໜ່າທີ່ພາສີປະຈໍາດ່ານພາສີຊາຍແດນຫາກວດເຫັນ,ພົບເຫັນຫຼືມີຂໍ້ສົງໄສວ່າເງິນສົດ,ວັດຖຸມີຄ່າຫຼືເຄື່ອງມືທາງດ້ານການເງິນທີ່ບໍ່ໄດ້ແຈ້ງຫຼືມີການແຈ້ງຂໍ້ມູນເທັດທີ່ກ່ຽວຂ້ອງກັບການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕ້ອງຍຶດຫຼືກັກໄວ້ໃນທັນທີແລ້ວລາຍງານຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນແລະເປີດການສືບສວນສອບສວນເພື່ອໃຫ້ຮູ້ໄດ້ທີ່ມາຂອງເງິນສົດ,ວັດຖຸມີຄ່າຫຼືເຄື່ອງມືທາງດ້ານການເງິນນັ້ນ. ໃນກໍລະນີຫາກມີການແຈ້ງບໍ່ຖືືກຕ້ອງ,ບໍ່ຄົບຖ້ວນຕາມຈໍານວນຕົວຈິງ,ບໍ່ແຈ້ງຫຼືແຈ້ງຂໍ້ມູນເທັດກ່ຽວກັບເງິນສົດ,ວັດຖຸມີຄ່າຫຼືເຄື່ອງມືທາງດ້ານການເງິນໃນເວລາເຂົ້າອອກສປປລາວຈະຖືກປັບໃໝຕາມລະບຽບການທີ່ກ່ຽວຂ້ອງ.

ໝວດທີ4ການເຄື່ອນໄຫວຂອງນິຕິບຸກຄົນຫຼືການຈັດຕັ້ງແລະອົງການທີ່ບໍ່ຫວັງຜົນກໍາໄລ.

ມາດຕາ35ການເຄື່ອນໄຫວຂອງນິຕິບຸກຄົນຫຼືການຈັດຕັ້ງ ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບການສ້າງຕັ້ງແລະເຄື່ອນໄຫວທຸລະກິດຢູ່ສປປລາວຕ້ອງປະຕິບັດຕາມກົດໝາຍສະບັບນີ້ແລະລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດເພື່ອຮັບປະກັນການເຄື່ອນໄຫວຂອງຕົນບໍ່ໃຫ້ຕົກເປັນເຄື່ອງມືຂອງການຟອກເງິນແລະເປັນແຫຼ່ງຂອງການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ມາດຕາ36ການເຄື່ອນໄຫວຂອງອົງການທີ່ບໍ່ຫວັງຜົນກໍາໄລ ອົງການທີ່ບໍ່ຫວັງຜົນກໍາໄລທີ່ສ້າງຕັ້ງຫຼືເຄື່ອນໄຫວຢູ່ສປປລາວຕ້ອງປະຕິບັດຕາມກົດໝາຍສະບັບນີ້ແລະລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດແລະໄດ້ຮັບການຕິດຕາມກວດກາຢ່າງເປັນປົກກະຕິເພື່ອບໍ່ໃຫ້ຕົກເປັນເຄື່ອງມືຂອງການຟອກເງິນແລະເປັນແຫຼ່ງຂອງການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ມາດຕາ37ຄວາມໂປ່ງໃສຂອງນິຕິບຸກຄົນຫຼືການຈັດຕັ້ງແລະອົງການທີ່ບໍ່ຫວັງຜົນກໍາໄລ ນິຕິບຸກຄົນຫຼືການຈັດຕັ້ງແລະອົງການທີ່ບໍ່ຫວັງຜົນກໍາໄລຕ້ອງເຄື່ອນໄຫວຕາມຂອບເຂດສິດແລະນ້າທີ່ຂອງຕົນໂດຍສະເພາະໃນການສະໜອງຂໍ້ມູນກ່ຽວກັບຜູ້ໄດ້ຮັບກໍາມະສິດ,ຜົນປະໂຫຍດທີ່ແທ້ຈິງແລະຂໍ້ມູນກ່ຽວກັບໂຄງສ້າງດ້ານການຄຸ້ຄອງພາຍໃນຂອງຕົນດ້ວຍຄວາມໂປ່ງໃສແລະຮັບປະກັນຄວາມຊັດເຈນ,ຄົບຖ້ວນແລະຖືກຕ້ອງຕາມແຕ່ລະໄລຍະ. ອົງການທີ່ອອກໃບອະນຸຍາດໃຫ້ແກ່ນິຕິບຸກຄົນຫຼືການຈັດຕັ້ງແລະອົງການທີ່ບໍ່ຫວັງຜົນກໍາໄລດັ່ງກ່າວຕ້ອງເກັບຮັກສາຂໍ້ມູນເຫຼົ່ານັ້ນຕາມທີ່ໄດ້ກໍານົດໄວ້ໃນມາດຕາ28ຂອງກົດໝາຍສະບັບນີ້. ອົງານສືບສວນສອບສວນ,ອົງການຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ,ສໍານັກງານຂໍູ້ນຕ້ານການຟອງເງິນ,ອົງການອື່ນທີ່ມີສິດແລະໜ້າທີ່ກ່ຽວຂ້ອງສາມາດເຂົ້າເຖິງຂໍ້ມູນດັ່ງກ່າວໄດ້ທຸກເວລາ.

ໝວດທີ5ມາດຕະການຊົ່ວຄາວ

ມາດຕາ38ການນໍາໃຊ້ມາດຕະການຊົ່ວຄາວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງມີສິດນໍາໃຊ້ມາດຕະການຊົ່ວຄາວໃນການຍຶດຫຼືອາຍັດທຶນໃນກໍລະນີກວດພົບ,ພົບເຫັນຫຼືສົງໄສວ່າມີການຟອກເງິນຫຼືການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ການນໍາໃຊ້ມາດຕະການຊົ່ວຄາວນັ້ນຕ້ອງປະຕິບັດໃຫ້ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງສປປລາວພ້ອມທັງຮັບປະກັນສິດຜົນປະໂຫຍດຂອງບຸກຄົນທີສາມແລະບໍ່ໃຫ້ມີຜົນສະທ້ອນເຖິງການເຄື່ອນໄຫວຢ່າງເປັນປົກກະຕິຂອງລະບົບການເງິນເງິນຕາ. ຂັ້ນຕອນການຈັດຕັ້ງປະຕິບັດມາດຕະການຊົ່ວຄາວໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ39ການອາຍັດໂດຍບໍ່ແຈ້ງເຕືອນລ່ວງໜ້າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງມິສິດອາຍັດທຶນທີ່ພົວພັນກັບການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໂດຍບໍ່ມີການແຈ້ງເຕືອນລ່ວງໜ້າເພື່ອບໍ່ໃຫ້ມີການໂອນຫຼືສົ່ງຕໍ່ໃຫ້ຜູ້ກໍ່ການຮ້າຍ.

ມາດຕາ40ການຍຶດ,ການອາຍັດທຶນຂອງຜູ້ກໍ່ການຮ້າຍ. ທຶນຂອງຜູ້ກໍ່ການຮ້າຍ,ບຸກຄົນແລະນິຕິບຸກຄົນລວມທັງກຸ່ມຄົນທີ່ສະໜອງທຶນໃຫ້ແກ່ການກໍ່ການຮ້າຍແລະອົງການຈັດຕັ້ງຂອງຜູ້ກໍ່ການຮ້າຍສາກົນທີ່ໄດ້ກໍານົດໄວ້ໃນຍັດຕິS/RES/1267ປີ1999,S/RES/1373ປີ2001ແລະຍັດຕິອື່ນທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຕ້ອງຖືກຍຶດ,ອາຍັດໃນທັນທີ. ຂັ້ນຕອນການຈັດຕັ້ງປະຕິບັດໃນການຍຶດ,ອາຍັດທຶນຂອງຜູ້ກໍ່ການຮ້າຍໃຫ້ປະຕິບັດຕາມນິຕິກໍາສະເພາະ.

ມາດຕາ41ການຮິບທຶນ ໃນກໍລະນີທີ່ມີຂໍ້ມູນຫຼັກຖານພຽງພໍກ່ຽວກັບທຶນທີ່ກ່ຽວຂ້ອງກັບການກະທໍາຜິດຕົ້ນ,ການຟອກເງິນ,ການສະນອງທຶນໃຫ້ແກ່ການກໍ່ການຮ້າຍແລະການເຂົ້າຮ່ວມໃນແຕ່ລະການກະທໍາຜິດສານຕ້ອງລົງຄໍາຕັດສິນໃຫ້ຮິບທຶນດັ່ງນີ້: 1.ທຶນທີ່ເປັນຜົນຈາກການກະທໍາຜິດຕົ້ນລວມທັງຊັບສິນທີ່ໄດ້ຈາກການລົງທຶນຫຼືໄດ້ຮັບຈາກການແລກປ່ຽນຫຼືມູນຄ່າຂອງຊັບສິນທີ່ກ່ຽວຂ້ອງກັບການເຄື່ອນໄຫວດັ່ງກ່າວ; 2.ທຶນທີ່ຈະນໍາໃຊ້ເຂົ້າໃນການກະທໍາຜິດດັ່ງກ່າວ; 3.ທຶນແລະຜົນປະໂຫຍດອື່ນທີ່ເປັນລາຍໄດ້ຈາກທຶນຂອງການກໍ່ອາຊະຍາກໍາ; 4.ເຄື່ອງມືທາງດ້ານການເງິນທີ່ກ່ຽວຂ້ອງກັບການກະທໍາຜິດ; 5.ທຶນຕາມທີ່ໄດ້ກໍານົດໄວ້ໃນຂໍ້ທີ1ຫາ4ທີ່ໄດ້ມີການໂອນກໍາມະສິດໃຫ້ບຸກຄົນໃດໜຶ່ງແລ້ວ,ຍົກເວັ້ນກໍລະນີທີ່ສານເຫັນວ່າເຈົ້າຂອງທຶນນັ້ນຫາກໄດ້ມາຈາກການຊື້ຂາຍຢ່າງຖືກຕ້ອງຫຼືໄດ້ກໍາມະສິດໂດຍຖືກຕ້ອງຕາມກົດໝາຍ. ຄໍາຕັດສິນຂອງສານທີ່ບອກວ່າໃຫ້ຮິບທຶນນັ້ນຕ້ອງບົ່ງບອກລັກສະນະ,ຈໍານວນ,ມູນຄ່າແລະລາຍລະອຽດອື່ນທີ່ຈໍາເປັນຂອງທຶນດັ່ງກ່າວ.

ພາກທີ3ການຮ່ວມມືສາກົນໃນການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ມາດຕາ42ຫຼັກການຮ່ວມມືສາກົນ ການຮ່ວມມືສາກົນໃນການຕ້ານສະກັດກັ້ນການຟອກເງິນແລການສະໜອງທຶນໃຫ້ແກ່ການກໍ່ການຮ້າຍລະຫວ່າງອົງການທີ່ມີສິດອໍານາດຂອງສປປລາວແລະຕ່າງປະເທດໃຫ້ປະຕິບັດຕາມຫຼັກການເຄົາລົບເອກະລາດ,ອໍານາດອິທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ,ບໍ່ແຊກແຊງເຂົ້າໃນວຽກງານຂອງກັນແລະກັນ,ສະເໝີພາບ,ຕ່າງຝ່າຍຕ່າງມີຜົນປະໂຫຍດແລະສອດຄ່ອງກັບສັນຍາສາກົນແລະສົນທິສາຍາທີ່ສປປລາວເປັນພາຄີ.

ມາດຕາ43ເນື້ອໃນການຮ່ວມມືສາກົນ ການຮ່ວມມືສາກົນໃນການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ກາຍຮ້າຍໃຫ້ປະຕິບັດຕາມເນື້ອໃນດັ່ງນີ້: 1.ເກັບກໍາ,ຄົ້ນຄວ້າແລະແລກປ່ຽນຂໍ້ມູນຂ່າວສານ,ເຕັກໂນໂລຊີແລະບົດຮຽນກ່ຽວກັບການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 2.ເຊັນສັນຍາຮ່ວມມືກັບຕ່າງປະເທດຫຼືເຂົ້າຮ່ວມເປັນພາຄີສົນທິສັນຍາແລະສັນຍາສາກົນໃນການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 3.ຊ່ວຍເຫຼືອຊຶ່ງກັນແລະກັນໃນການບໍາລຸງສ້າງພະນັກງານທາງດ້ານວິຊາການແລະການຝຶກອົບຮົມເພື່ອຍົກສູງຄວາມອາດສາມາດໃຫ້ແກ່ພະນັັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 4.ປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ44ການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍ ການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍແນໃສ່ການຮ້ອງຂໍ,ຮ່ວມມືໃນການສືບສວນສອບສວນ,ການຍຶດແລະອາຍັດຊັບຂອງຜູ້ຖືກຫາ,ຈໍາເລີຍ,ຜູ້ກະທໍາຜິດ,ການນໍາໃຊ້ມາດຕະການອື່ນທາງກົດໝາຍ,ການສົ່ງຮູ້ຮ້າຍຂ້າມແດນ,ການຂໍຂໍ້ມູນແລະຫຼັກຖານເພີ່ມເຕີມກ່ຽວກັບການກະທໍາຜິດ. ສໍາລັບກົນໄກແລະຂັ້ນຕອນຂອງການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງສປປລາວ.

ມາດຕາ45ເນື້ອໃນຂອງການຮ້ອງຂໍການຊ່ວຍເຫຼືອເຊິ່ງກັນແລະກັນທາງກົດໝາຍ ການຮ້ອງຂໍການຊ່ວຍເຫຼືອເຊິ່ງກັນແລະກັນທາງກົດໝາຍຕ້ອງມີເນື້ອໃນດັ່ງນີ້: 1.ເອກະສານຢັ້ງຢືນຂອງເຈົ້າໜ້າທີ່ຂອງລັດທີ່ຮ້ອງຂໍ; 2.ຊື່ແລະນາມສະກຸນ,ໜ້າທີ່ຕໍາແໜ່ງຂອງເຈົ້ານ້າທີ່ຂອງລັດທີ່ຮ້ອງຂໍຊຶ່ງດໍາເນີນການສືບສວນສອບສວນ,ຮ້ອງຟ້ອງຫຼືພິຈາລະນາຄະດີດັ່ງກ່າວ; 3.ຊື່ແລະນາມສະກຸນ,ໜ້າທີ່ຕໍາແໜ່ງຂອງເຈົ້າໜ້າທີ່ຂອງລັດທີ່ຖືກຮ້ອງຂໍຊຶ່ງດໍາເນີນການສືບສວນສອບສວນ,ຮ້ອງຟ້ອງຫຼືພິຈາລະນາຄະດີດັ່ງກ່າວ; 4.ຈຸດປະສົງແລະຄວາມຈໍາເປັນໃນການຮ້ອງຂໍ; 5.ສະພາບຄວາມເປັນຈິງໃນການຮ້ອງຂໍ; 6.ລາຍລະອຽດທີ່ຈໍາເປັນເພື່ອສ້າງຄວາມສະດວກໃນການໃຫ້ການຊ່ວຍເຫຼືອເປັນນຕົ້ນຊື່ແລະນາມສະກຸນ,ສະຖານະພາບ,ສັນຊາດ,ທີ່ຢູ່ອາໄສ,ອາຊີບແລະລາຍລະອຽດອື່ນທີ່ຈໍາເປັນ; 7.ຂໍ້ມູນທີ່ສໍາຄັນສໍາລັບການຢັ້ງຢືນແລະຕິດຕາມບຸກຄົນ,ທຶນ,ການນໍາໃຊ້ມາດຕະການຊົ່ວຄາວຕາມການຮ້ອງຂໍ; 8.ບ່ອນອີງທາງດ້ານນິຕິກໍາຕໍ່ການກະທໍາຜິດຂອງຜູ້ຖືກຫາແລະຜູ້ຖືກສົງໄສ. ນອກຈາກນີ້ການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍຍັງຕ້ອງປະຕິບັດຕາມເນື້ອໃນແຕ່ລະກໍລະນີດັ່ງນີ້: 1.ການຮ້ອງຂໍໃຫ້ນໍາໃຊ້ມາດຕະການຊົ່ວຄາວຕ້ອງອະທິບາຍລາຍລະອຽດກ່ຽວກັບມາດຕະການທີ່ຮ້ອງຂໍນັ້ນ; 2.ການຮ້ອງຂໍໃຫ້ມີການອອກຄໍາສັ່ງຍຶດຫຼືອາຍັດທຶນຕ້ອງລາຍງານກ່ຽວກັບສະພາບຄວາມເປັນຈິງທີ່ກ່ຽວຂ້ອງແລະຂໍ້ຂັດແຍ່ງທີ່ເປັນປະໂຫຍດຫຼືເປັນຂໍ້ມູນຫຼັກຖານທີ່ໜັກແໜ້ນໃຫ້ແກ່ການພິຈາລະນາຂອງພະນັກງານຫຼືເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ເອກະສານປະກອບສໍານວນການຮ້ອງຂໍໃຫ້ມີການບັງຄັບໃຊ້ຄໍາສັ່ງຍຶດຫຼືອາຍັດທຶນມີດັ່ງນນີ້: 1.ສໍາເນົາຄໍາສັ່ງ,ບົດລາຍງານເຫດການແລະຄວາມເປັນມາກ່ຽວກັບການອອກຄໍາສັ່ງ; 2.ຄໍາສັ່ງດັ່ງກ່າວມີຜົນສັກສິດແລະໃຊ້ໄດ້ຢ່າງເດັດຂາດ; 3.ເອກະສານຂໍ້ມູນທີ່ພົວພັນເຖິງການທວງເອົາທຶນຂອງບຸກຄົນທີສາມທີ່ຖືກຍຶດຫຼືອາຍັດຖ້າຫາກມີຄວາມຈໍາເປັນ. ໃນກໍລະນີມີການຮ້ອງຂໍກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນຖ້າບຸກຄົນດັ່ງກ່າວຫາກໄດ້ຖືກສານຕັດສິນລົງໂທດແລ້ວກໍ່ສາມາດສະໜອງຄໍາຕັດສິນນັ້ນໃຫ້ຕາມການຮ້ອງຂໍພ້ອມດ້ວຍເອກະສານທີ່ກ່ຽວຂ້ອງກັບຄະດີ,ຂໍ້ບັນຍັດຂອງກົດໝາຍທີ່ເປັນພື້ນຖານໃຫ້ແກ່ການຕັດສິນແລະໂທດທີ່ຍັງເຫຼືອ.

ມາດຕາ46ການທວງເອົາຂໍ້ມູນເພີ່ມເຕີມ ຫົວໜ້າອົງການໄອຍະການປະຊາຊົນຫຼືເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດສາມາດທວງເອົາຂໍ້ມູນເພີ່ມເຕີມຈາກລັດທີ່ຮ້ອງຂໍໄດ້ຖ້າຫາກມີຄວາມຈໍາເປັນໃນການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນການຕາມການຮ້ອງຂໍການຊ່ວຍເຫຼືອຊຶ່ງກັນແລະກັນທາງກົດໝາຍ.

ມາດຕາ47ການຮັກສາຄວາມລັບ ອົງການທີ່ມີສິດອໍານາດຂອງສປປລາວຕ້ອງຮັບປະກັນການຮັກສາຄວາມລັບຂອງການຮ້ອງຂໍຈາກລັດທີ່ກ່ຽວຂ້ອງ.

ມາດຕາ48ການແຈ້ງການຊັກຊ້າ ໃນກໍລະນີການນໍາໃຊ້ມາດຕະການຊົ່ວຄາວຫຼືການສືບສວນສອບສວນຂອງການດໍາເນີນການຕາມການຮ້ອງຂໍການຊ່ວຍເຫຼືອເຊິ່ງກັນແລະກັນທັງກົດໝາຍຫາກມີການຊັກຊ້າຫຼືຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດນັ້ນກໍ່ຄວນແຈ້ງສາເຫດຂອງການຊັກຊ້າຫຼືໃຫ້ຄໍາແນະນໍາແກ່ເຈົ້າໜ້າທີ່ກ່ຽວຂ້ອງຂອງລັດທີ່ຮ້ອງຂໍ.

ມາດຕາ49ການປະຕິເສດການຮ້ອງຂໍ ອົງານທີ່ມີສິດອໍານາດຂາງສປປລາວອາດຈະປະຕິເສດການຮ້ອງຂໍຕາມທີ່ໄດ້ກໍານົດໄວ້ໃນມາດຕາ43ແລະ44ຂອງກົດໝາຍສະບັບນີ້ຖ້າຫາກການຮ້ອງຂໍນັ້ນບໍ່ສອດຄ່ອງກັບມາດຕາ42ຂອງກົດໝາຍສະບັບນີ້.

ພາກທີ4ຂໍຫ້າມ

ມາດຕາ50ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພຶດຕິກໍາກ່ຽວກັບວຽກງານດ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍດັ່ງນີ້: 1.ພົວພັນຫຼືເຂົ້າຮ່ວມກັບການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 2.ພົວພັນທຸກຮູບແບບຫຼືໃຫ້ການຊ່ວຍເຫຼືອແກ້ຜູ້ຟອກເງິນແລະຜູ້ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 3.ເປັນສື່ກາງ,ໃຫ້ສິນບົນແກ່ພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 4.ປອມແປງເອກະສານແລະຕາປະທັບ; 5.ປິດບັງ,ຊຸກເຊື່ອມ,ນາບຂູ່,ກົດໜ່ວງຖ່ວງດຶງແລະຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 6.ເປີດຫຼືນໍາໃຊ້ບັນຊີນິລະນາມຫຼືໃສ່ຊື່ຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ມີຕົວຕົນ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ51ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຫ້າມພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງມີພຶດຕິກໍາກ່ຽວກັບວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍດ່ັງນີ້: 1.ສວຍໃຊ້ສິດ,ໜ້າທີ່ແລະຕໍາແໜ່ງ,ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່ເພື່ອຜົນປະໂຫຍດສ່ວນຕົວ; 2.ເປີດເຜີຍຂໍ້ມູນທີ່ເປັນຄວາມລັບຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ມີສ່ວນກ່ຽວຂ້ອງ; 3.ສົມຮູ້ຮ່ວມຄິດ,ຂໍເອົາ,ທວງເອົາຫຼືຮັບສິນບົນ; 4.ເມີນເສຍຕໍ່ໜ້າທີ່ຮັບຜິດຊອບຂອງຕົນຫຼືກົດໜ່ວງຖ່ວງດຶງເອກະສານ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ52ຂໍ້ຫ້າມສໍາລັບຫົວໜ່ວຍທີ່ມີນ້າທີ່ລາຍງານ ຫ້າມຫົວໜ່ວຍທີ່ມີໜ້າທີ່ລາຍງານມີພຶດຕິກໍາກ່ຽວກັບວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍດັ່ງນີ້: 1.ພົວພັນກັບທະນາຄານຫຼືສະຖາບັນການເງິນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ມີຕົວຕົນ; 2.ພົວພັນກັບທະນາຄານຢູ່ຕ່າງປະເທດທີ່ບໍ່ມີລະບຽບກົດໝາຍກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 3.ເປີດບັນຊີນິລະນາມ; 4.ເຮັດທຸລະກິດຫຼືທຸລະກໍາກັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນອນຢູ່ໃນຍັດຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ5ການຄຸ້ມຄອງແລະການກວດກາວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ໝວດທີ1ການຄຸ້ມຄອງ

ມາດຕາ53ອົງການຄຸ້ມຄອງວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ຄະນະກໍາມະການແຫ່ງຊາດເພື່ອຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ(ຄຕຟງ)ຮັບຜິດຊອບໂດຍກົງໃນການຄຸ້ມຄອງ,ຕິດຕາມບົນພື້ນຖານການປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນຄຕຟງຊຶ່ງມີພາລະບົດບາດເປັນເສນາທິການໃຫ້ລັດຖະບານໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ແລະມາດຕະຖານສາກົນທີ່ກ່ຽວຂ້ອງກັບວຽກງານນີ້ໃຫ້ໄດ້ຮັບຜົນດີ. ຄຕຟງເປັນການຈັດຕັ້ງບໍ່ປະຈໍາການ,ປະກອບດ້ວຍປະທານ,ຮອງປະທານແລະກໍາມະການຈໍານວນໜຶ່ງຊຶ່ງຖືກແຕ່ງຕັ້ງຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີ. ຄຕຟງມີສໍານັກງານຂໍ້ມູນຕ້ານການຟອກເງິນເປັນເສນາທິການທັງເປັນກອງເລຂາ. ຮອງນາຍົກລັດຖະມົນຕີເປັນປະທານຄຕຟງ,ຜູ້ວ່າການທະນາຄານແຫ່ງສປປລາວເປັຮອງປະທານຜູ້ທີໜຶ່ງທັງເປັນຜູ້ປະຈໍາການ,ລັດຖະມົນຕີຊ່ວຍວ່າກ້ານກະຊວງປ້ອງກັນຄວາມສະຫງົບເປັນຮອງປະທານຜູ້ທີສອງແລະລັດຖະມົນຕີຊ່ວຍວ່າການຫຼືຮອງຫົວໜ້າອົງການອື່ນທີ່ກ່ຽວຂ້ອງເປັນກໍາມະການ. ໂຄງປະກອບການຈັດຕັ້ງແລະການເຄື່ອນໄຫວຂອງຄຕຟງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ54ສິດແລະໜ້າທີ່ຂອງຄຕຟງ ຄຕຟງມີສິດແລະໜ້າທີ່ດັ່ງນີ້ 1.ຄົ້ນຄວ້າ,ສ້າງ,ປັບປຸງແຜນຍຸດທະສາດແຫ່ງຊາດ,ນະໂຍບາຍແລະລະບຽບກົດໝາຍກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອນໍາສະເໜີລັດຖະບານພິຈາລະນາ; 2.ຜັນຂະຫຍາຍແຜນຍຸດທະສາດແຫ່ງຊາດ,ນະໂຍບາຍແລະລະບຽບກົດໝາຍກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເປັນແຜນການ,ແຜນງານແລະໂຄງການພ້ອມທັງຈັດຕັ້ງປະຕິບັດໃນແຕ່ລະໄລຍະໂດຍໃຫ້ສອດຄ່ອງກັບມາດຕະການພາກພື້ນແລະສາກົນ; 3.ຮັບຮອງເອົາແຜນການດໍາເນີນງານເພື່ອຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແລະແກ້ໄຂບັນຫາຄົງຄ້າງຕ່າງໆຂອງລະບົບຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 4.ຊີ້ນໍາ,ຊຸກຍູ້,ຄຸ້ມຄອງ,ຕິດຕາມການຈັດຕັ້ງປະຕິບັດແລະໂຄສະນາເຜີຍແຜ່ນະໂຍບາຍ,ແຜນງານແຫ່ງຊາດແລະລະບຽບກົດໝາຍກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງສໍານັກງານຂໍ້ມູນຕ້ານການຟອກເງິນ,ອົງການຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານແລະພາກສ່ວນອື່ນທີ່ກ່ຽວຂ້ອງ; 5.ບໍາລຸງສ້າງແລະຍົກລະດັບພະນັກງານກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 6.ນໍາໃຊ້ມາດຕະການທາງບໍລິຫານຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້; 7.ປະສານສົມທົບກັບຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຂອບເຂດທົ່ວປະເທດ; 8.ພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 9.ສະຫຼຸບແລະລາຍງານວຽກງານຂອງຕົນຕໍ່ລັດຖະບານຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍແລະຕາມການມອບໝາຍຂອງລັດຖະບານ.

ມາດຕາ55ສໍານັກງານຂໍ້ມູນຕ້ານການຟອກເງິນ ສໍານັກງານຂໍ້ມູນຕ້ານການຟອກເງິນແມ່ນການຈັດຕັ້ງໜຶ່ງໃນກົງຈັກການຈັດຕັ້ງຂອງທະນາຄານແຫ່ງສປປລາວແລະມີຄວາມເປັນເອກະລາດທາງດ້ານການເຄື່ອນໄຫວວຽກງານວິຊາສະເພາະ. ສໍານັກງານຂໍ້ມູນຕ່ານການຟອກເງິນມີພາລະບົດບາດຕົ້ນຕໍໃນການເກັບກໍາຂໍ້ມູນ,ວິເຄາະ,ເຜີຍແຜ່,ປະສານງານກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດກ່ຽວກັບການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ສໍານັກງານຂໍ້ມູນຕ້ານການຟອກເງິນນໍາໃຊ້ງົບປະມານຂອງທະນາຄານແຫ່ງສປປລາວ. ໂຄງປະກອບການຈັດຕັ້ງແລະການເຄື່ອນໄຫວຂອງສໍານັກງານຂໍ້ມູນຕ້ານການຟອກເງິນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ56ລະບອບແບບແຜນວິທີເຮັດວຽກ ຄຕຟງເຄື່ອນໄຫວວຽກງານຕາມລະບອບປະຊຸມ,ກອງປະຊຸມຂອງຄຕຟງປະກອບດ້ວຍກອງປະຊຸມສາມັນແລະວິສາມັນ. ກອງປະຊຸມສາມັນເປີດຂຶ້ນສາມເດືອນຕໍ່ຄັ້ງໂດຍມີສະມາຊິກເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທັງໝົດ. ກອງປະຊຸມວິສາມັນສາມາດເປີດຂຶ້ນເວລາໃດກໍ່ໄດ້ຖ້າຫາກມີຄວາມຈໍາເປັນຕາມການຮຽກໂຮມຂອງປະທານຄຕຟງຫຼືຕາມການສະເໜີຂອງກໍາມະການຫຼາຍກວ່າເຄິ່ງໜຶ່ງ. ກອງປະຊຸມຄຕຟງຕົກລົງບັນຫາໂດຍຖືເອົາຕາມສຽງສ່ວນຫຼາຍຂອງສະມາຊິກທີ່ເຂົ້າຮ່ວມກອງປະຊຸມ.ໃນກໍລະນີຫາກມີສຽງເທົ່າກັນສຽງຂອງປະທານຄຕຟງເປັນອັນຕັດສິນ.

ໝວດທີ2ການກວດກາ

ມາດຕາ57ອົງການກວດກາວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ອົງການກວດກາວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ53ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຊື່ມວນຊົນແລະປະຊາຊົນ.

ມາດຕາ58ເນື້ອໃນການກວດກາ ການກວດກາວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍມີເນື້ອໃນດັ່ງນນີ້: 1.ການຈັດຕັ້ງປະຕິບັດກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ; 2.ການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບຂອງພະນັກງານຫຼືເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ມາດຕາ59ຮູບການການກວດກາ ການກວດກາວຽກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍມີສາມຮູບການດັ່ງນີ້: 1.ການກວດກາຢ່າງເປັນລະບົບປົກກະຕິແມ່ນການກວດກາທີ່ດໍານີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາຢ່າງແນ່ນອນ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ; 3.ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາວຍກງານຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເຈົ້າໜ້າທີ່ຂອງອົງການກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ພາກທີ6ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ60ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດມາຍສະບັບນີ້ເປັນຕົ້ນການໃຫ້ການຮ່ວມມື,ການລາຍງານຫຼືສະໜອງຂໍ້ມູນກ່ຽວກັບພຶດຕິກໍາຫຼືການເຄື່ອນໄຫວທີ່ສົງໄສວ່າເປັນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

ມາດຕາ61ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝຫຼືລົງໂທດອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງການໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ62ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍເປັນຕົ້ນລາຍງານຊັກຊ້າກ່ຽວກັບທຸລະກໍາທີ່ສົງໄສ,ບໍ່ຮັກສາຄວາມລັບຂອງການລາຍງານທຸລະກໍາທີ່ສົງໄສຈະຖືກສຶກສາອົບຮົມຫຼືກ່າວເຕືອນ.

ມາດຕາ63ມາດຕະການທາງວິໄນ ເຈົ້າໜ້າທີ່ທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດຂອງຕົນຈະຖືກລົງວິໄນຕາມແຕ່ລະກໍລະນີ.

ມາດຕາ64ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ50,51ແລະ52ຂອກກົດໝາຍສະບັບນີ້ຕາມແຕ່ລະກໍລະນີຊຶ່ງບໍ່ເປັນການກະທໍາຜິດທາງອາຍາກໍ່ຈະຖືກປັບໄໝ. ອັດຕາປັບໃໝໃນແຕ່ລະກໍລະນີໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ65ມາດຕະການຕໍ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຫົວໜ່ວຍທີ່ມີໜ້າທີ່ລາຍງານຈະຖືກປະຕິບັດມາດຕະການດັ່ງນີ້: 1.ມີການລະເມີດຫຼືໃນກໍລະນີທີ່ບໍ່ປະຕິບັດສິດແລະພັນທະຂອງຕົນຕາມມາດຕາ18ຂອງກົດໝາຍສະບັບນີ້ຈະຖືກ; 1.1.ກ່າວເຕືອນເປັນລາຍລັກອັກສອນແລະໃຫ້ປະຕິບັດຕາມສິດແລະພັນທະຂອງຄົນ; 1.2.ປັບໃໝຕາມທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. 2.ມີການລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ50ແລະ52ຂອງກົດໝາຍສະບັບນີ້ຈະຖືກ: 2.1.ໂຈະຫຼືປົດຕໍາແໜ່ງຜູ້ບໍລິຫານ; 2.2.ຖອນໃບອະນຸຍາດດໍາເນີນທຸລະກິດຫຼືທະບຽນວິສາຫະກິດ; 2.3.ດໍາເນີນຄະດີອາຍາຕາມກົດໝາຍແລະປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາສອງຮ້ອຍລ້ານກີບ.

ມາດຕາ66ມາດຕະການທາງອາຍາຕໍ່ການຟອກເງິນ ບຸກຄົນທີ່ໄດ້ກະທໍາຜິດໃນສະຖານການຟອກເງິນ: 1.ຕໍ່າກວ່າໜຶ່ງຮ້ອຍລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. 2.ແຕ່ນຶ່ງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ມີການຈັດຕັ້ງເປັນກຸ່ມຫຼືມີການກະທໍາຜິດເປັນອາຈິນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ເຈັດຮ້ອຍລ້ານກີບຫາເກົ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດແລະຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ67ມາດຕະການທາງອາຍາຕໍ່ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ບຸກຄົນທີ່ໄດ້ກະທໍາຜິດໃນສະຖານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ: 1.ຕໍ່າກວ່າໜຶ່ງພັນລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາແປດປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາແປດຮ້ອຍລ້ານກີບແລະຈະຖືກຮິບຊັບ. 2.ແຕ່ໜຶ່ງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບສອງປີແລະຈະຖືກປັບໃໝແຕ່ແປດລ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ມີການຈັດຕັ້ງເປັນກຸ່ມຫຼືເປັນອາຈິນຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການປະທໍາຜິດແລະຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ68ມາດຕະການທາງອາຍາຕໍ່ການຊື້ຂາຍຂໍ້ມູນພາຍໃນແລະການປັ່ນຕະຫຼາດ ບຸກຄົນທີ່ໄດ້ກະທໍາຜິດໃນສະຖານການຊື້ຂາຍຂໍ້ມູນພາຍໃນແລະການປັ່ນຕະຫຼາດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ມີການຈັດຕັ້ງເປັນກຸ່ມ,ມີການກະທໍາຜິດເປັນອາຈິນຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດແລະຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ69ມາດຕະການທາງອາຍາຕໍ່ການເຂົ້າຮ່ວມໃນກຸ່ມອົງການອາຊະຍາກໍາແລະກຸ່ມຄົນທີ່ເກັບຄ່າຄຸ້ມຄອງ ບຸກຄົນທີ່ໄດ້ກະທໍາຜິດໃນສະຖານການເຂົ້າຮ່ວມໃນກຸ່ມອົງການອາຊະຍາກໍາແລະກຸ່ມຄົນທີ່ເກັບຄ່າຄຸ້ມຄອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫົກປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາຫົກສິບລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດແລະຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ70ມາດຕະການທາງອາຍາຕໍ່ການບັງຄັບເອົາຊັບ ບຸກຄົນທີ່ໄດ້ກະທໍາຜິດໃນສະຖານການບັງຄັບເອົາຊັບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບແລະຈະຖືຮິບຊັບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ71ມາດຕະການທາງອາຍາຕໍ່ອາຊະຍາກໍາທາງດ້ານສິ່ງແວດລ້ອມ ບຸກຄົນທີ່ໄດ້ກໍ່ອາຊະຍາກໍາທາງດ້ານສິ່ງແວດລ້ອມຈະຖືກລົງໂທດຕາມການກະທໍາຜິດໃນແຕ່ລະສະຖານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນທີ່ກໍານົດໂທດທາງອາຍາ.

ພາກທີ7ບົດບັນຍັດສຸດທ້າຍ

ມາດຕາ72ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ73ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ