ກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ 23-12-2014
ການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ 23-12-2014
ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກດ້ວຍການປ້ອງກັນ,ປົກປ້ອງ,ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍແລະແກ້ໄຂການໃຊ້ຄວາມຮຸນແຮງດັ່ງກ່າວເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງແລະເດັກແນໃສ່ຈໍາກັດທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ,ຍົກສູງຖານະບົດບາດ,ກຽດສັກສີຂອງແມ່ຍິງແລະເດັກ,ບັນລຸຄວາມສະເໝີພາບຍິງຊາຍປະກອບສ່ວນສ້າງສັງຄົມໃຫ້ມີຄວາສະຫງົບ,ສາມັກຄີ,ປອງດອງ,ຍຸຕິທໍາແລະສີວິໄລ,ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.
ມາດຕາ2ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກແມ່ນພຶດຕິກໍາທີ່ເຮັດໃຫ້ເກີດຫຼືຈະເຮັດໃຫ້ເກີດອັນຕະລາຍດຄວາມເສຍຫາຍຕໍ່ແມ່ຍິງແລະເດັກທາງດ້ານຮ່າງກາຍ,ຈິດໃຈ,ທາງເພດ,ຊັບສິນຫຼືເສດຖະກິດ.
ມາດຕາ3ການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເເດັກແມ່ນການປ້ອງກັນ,ການປົກປ້ອງ,ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍແລະການແກ້ໄຂການໃຊ້ຄວາມຮຸນແຮງລວມທັງການນໍາໃຊ້ມາດຕະການຕໍ່ຜູ້ໃຊ້ຄວາມຮຸນແຮງ.
ມາດຕາ4ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມສາມາດດັ່ງນີ້: 1.ສະມາຊິກໃນຄອບຄົວໝາຍເຖິງຜົວ,ເມຍ,ພໍ່,ແມ່,ລູກ,ອ້າຍ,ເອື້ຍ,ນ້ອງແລະຜູ້ອື່ນທີ່ອາໄສຢູ່ນໍາໂດຍໄດ້ຂຶ້ນສໍາມະໂນຄົວລວມທັງຜູ້ໄດ້ຮັບອະນຸຍາດພັກເຊົາຢ່າງຖືກຕ້ອງ; 2.ດັກໝາຍເຖິງບຸກຄົນທີ່ມີອາຍຸຕໍ່າກວ່າສິບແປດປີ; 3.ຜູ້ໃຊ້ຄວາມຮຸນແຮງໝາຍເຖິງຜູ້ກະທໍາ,ຜູ້ເມີນເສີຍຫຼືລະເລີຍຊຶ່ງກໍ່ໃຫຫ້ເກີດຄວາມເສຍຫາຍຕໍ່ແມ່ຍິງຫຼືເດັກທາງດ້ານຮ່າງກາຍ,ຈິດໃຈ,ທາງເພດ,ຊັບສິນຫຼືເສດຖະກິດ; 4.ຜູ້ຖືກເຄາະຮ້າຍໝາຍເຖິງແມ່ຍິງຫຼືເດັກທີ່ໄດ້ຮັບຄວາມເສຍຫາຍທາງດ້ານຮ່າງກາຍ,ຈິດໃຈ,ທາງເພດ,ຊັບສິນຫຼືເສດຖະກິດຈາກການກະທໍາ,ການເມີນເສີຍຫຼືລະເລີດຂອງຜູ້ໃຊ້ຄວາມຮຸນແຮງ; 5.ການທາລຸນໝາຍເຖິງພຶດຕິກໍາທີ່ເປັນການທໍາຮ້າຍຮ່າງກາຍຫຼືຈິດໃຈຂອງແມ່ນຍິງແລະເດັກເປັນຕົ້ນການເຕະ,ຕີ,ຜູກມັດ,ຂັງ,ໃຫ້ອົດອາຫານ,ບັງຄັບໃຫ້ອອກແຮງງານເກີນຂອບເຂດ,ນອກໃຈ,ລ່ວງລະເມີດທາງເພດຕໍ່ແມ່ຍິງແລະເດັກ; 6.ພຶດຕິກໍາໝາຍເຖິງການກະທໍາ,ການເມີນເສີຍຫຼືລະເລີຍ; 7.ການກະທໍາໝາຍເຖິງການເຮັດແລະການເວົ້າຕົວຈິງ; 8.ການເມີນເສີຍຫຼືລະເລີຍໝາຍເຖິງການບໍ່ເຮັດໃນສິ່ງທີ່ກົດໝາຍບອກໃຫ້ເຮັດຫຼືໃນສິ່ງທີ່ສະມາຊິກໃນຄອບຄົວຄວນປະຕິບັດຕໍ່ກັນຊຶ່ງສ້າງຄວາມເສຍຫາຍຕໍ່ຮ່າງກາຍ,ຈິດໃຈຫຼືສຸຂະພາບຂອງແມ່ຍິງແລະເດັກເປັນຕົ້ນການບໍ່ປະຕິບັດພັນທະຂອງຕົນໃນການເບິ່ງແຍງລ້ຽງດູລູກຫຼືເດັກທີ່ຢູ່ໃນການຄຸ້ມຄອງຂອງຕົນ,ການບໍ່ເບິ່ງແຍງດູແລສະມາຊິກໃນຄອບຄົວໃນເວລາເຈັບເປັນຫຼືເສຍອົງຄະ; 9.ການບັງຄັບຮ່ວມເພດໝາຍເຖິງການກະທໍາຂອງຜົວເພື່ອຮ່ວມເພດກັບເມຍຕົນດ້ວຍການໃຊ້ກໍາລັງ,ບັງຄັບ,ຂົ່ມຂູ່ຊຶ່ງຝືນໃຈຂອງຜູ້ເປັນເມຍຫຼືໃນເວລາທີ່ເມຍຢູ່ໃນສະພາບບໍ່ພ້ອມທີ່ຈະມີເພດສໍາພັນ; 10.ການຂົ່ມຂືນທໍາຊໍາເລົາໝາຍເຖິງການໃຊ້ກໍາລັງ,ໃຊ້ອາວຸດນາບຂູ່,ໃຊ້ຢາສະຫຼົບ,ໃຊ້ສິ່ງມຶນເມົາຫຼືໃຊ້ວິທີອື່ນທີ່ເຮັດໃຫ້ຜູ້ຍິງຫຼືເດັກຕົກຢູ່ໃນສະພາບບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ເພື່ອທໍາຊໍາເລົາດ້ວຍການຂືນໃຈຂອງຜູ້ຍິງຫຼືເດັກ; 11.ການຮ່ວມເພດກັບເດັກໝາຍເຖິງທຸກການກະທໍາທາງເພດຮ່ວມກັບເດັກຍິງຫຼືເດັກຊາຍດ້ວຍການຕົວະຍົວະ,ຫຼອກລວງ,ຊວນເຊື່ອ,ຊື້ຈ້າງ,ຈອບອອຍຫຼືຮູບການອື່ນເພື່ອໃຫ້ເດັກສົມຍອມແລະປະຕິບັດຕາມ; 12.ນັກສັງຄົມສົງເຄາະໝາຍເຖິງບຸກຄົນທີ່ໄດ້ຮັບການອະນຸຍາດຫຼືແຕ່ງຕັ້ງຈາກອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດເພື່ອໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ; 13.ພະນັກງານສັງຄົມສົງເຄາະໝາຍເຖິງພະນັກງານຫຼືເຈົ້າໜ້າທີ່ທີ່ສັງກັດຢູສະຫະພັນແມ່ຍິງແລະຂະແໜງການແຮງງານແລະສະຫວັດດີການສັງຄົມຊຶ່ງເຮັດວຽກກ່ຽວກັບວຽກງານສັງຄົມສົງເຄາະ; 14.ການຈໍາແນກຕໍ່ແມ່ຍິງໝາຍເຖິງການແບ່ງແຍກ,ການກີດກັ້ນ,ກົດໜ່ວງຫຼືຈໍາກັດບົນພື້ນຖານເຊື້ອຊາດ,ຜິວພັນ,ເພດ,ເຜົ່າ,ສາສະໜາ,ພາສາ,ການສຶກສາ,ຄວາມຮູ້ຄວາມສາມາດ,ສະຕິປັນຍາ,ຖານະທາງດ້ານເສດຖະກິດສັງຄົມ,ສຸຂະພາບ,ຮູບຮ່າງ,ຄວາມພິການແລະດ້ານອື່ນຂອງແມ່ຍິງຊຶ່ງເຮັດໃຫ້ຜູ້ກ່ຽວບໍ່ໄດ້ຮັບສິດອັນຊອບທໍາຂອງຕົນ; 15.ການຈໍາແນກຕໍ່ເດັກໝາຍເຖິງການແບ່ງແຍກ,ການກີດກັ້ນ,ກົດໜ່ວງຫຼືຈໍາກັດບົນພື້ນຖານເຊື້ອຊາດ,ຜົວພັນ,ເພດ,ເຜົ່າ,ສາສະໜາ,ພາສາ,ການສຶກສາ,ຄວາມຮູ້ຄວາມສາມາ,ສະຕິປັນຍາ,ຖານະທາງດ້ານເສດຖະກິດສັງຄົມ,ສຸຂະພາບ,ຮູບຮ່າງ,ຄວາມພິການ,ຕົ້ນກໍາເນີດແລະດ້ານອື່ນຂອງເດັກ,ພໍ່ແມ່,ຜູ້ປົກຄອງຫຼືສະມາຊິກອື່ນໃນຄອບຄົວຂອງເດັກຊຶ່ງເຮັດໃຫ້ເດັກບໍ່ໄດ້ຮັບສິດອັນຊອບທໍາຂອງຕົນ; 16.ການໃຊ້ແຮງງານເດັກໝາຍເຖິງການຮັບເອົາເດັກຕໍ່າກວ່າເກນອາຍຸເຂົ້າເຮັດວຽກ,ໃຫ້ເດັກເຮັດວຽກທີ່ເປັນອັນຕະລາຍຫຼືຢູ່ສະຖານທີ່ທີ່ເປັນອັນຕະລາຍ,ໃຫ້ເດັກເຮັດວຽກເກີນໂມງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍແຮງງານແລະລະບຽບການທີ່ກ່ຽວຂ້ອງ; 17.ການປ້ອງກັນໝາຍເຖິງການກັນບໍ່ໃຫ້ເກີດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກດ້ວຍການນໍາໃຊ້ວິທີການ,ຮູບການແລະມາດຕະການຕ່າງໆ; 18.ການປົກປ້ອງໝາຍເຖິງການນໍາໃຊ້ວິທີການ,ມາດຕະການເພື່ອໃຫ້ຢຸດເຊົາການໃຊ້ຄວາມຮຸນແຮງ,ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍແລະແກ້ໄຂຕາມຄວາມເປັນຈິງ,ກົດໝາຍແລະລະບຽບການ; 19.ລະຫຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕໍານິວິຈານຕໍ່ໜ້າມະຫາຊົນຫຼືໂທດປັບໃໝ.
ມາດຕາ5ນະໂຍບາຍຂອງລັດກ່ຽວກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ລັດສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ສິດສະເໝີພາບຍິງຊາຍ,ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງແມ່ຍິງ,ຮັບປະກັນສິດທິພື້ນຖານຂອງເດັກດ້ວຍການສ້າງທຸກເງື່ອນໄຂໃຫ້ແມ່ຍິງແລະເດັກໄດ້ຮັບການພັດທະນາຢ່າງຮອບດ້ານ,ມີບົດບາດໃນຄອບຄົວ,ສັງຄົມແລະໃນເວທີການເມືອງເພື່ອເປັນກໍາລັງແຮງສັງລວມໃນການປົກປັກຮັກສາແລະພັດທະນາປະເທດຊາດ. ລັດຖືວ່າການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກເປັນການກະທໍາຜິດ,ຕ້ານທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກແລະບໍ່ໃຫ້ອ້າງເຖິງຮີດຄອງປະເພນີຫຼືຄວາມເຊື່ອຖືເປັນເຫດຜົນໃນການໃຊ້ຄວາມຮຸນແຮງ. ລັດປະກອບບຸກຄະລາກອນ,ພາຫະນະ,ວັດຖຸປະກອນ,ສະໜອງງົບປະມານເຂົ້າໃສ່ວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ. ລັດເອົາໃຈໃສ່ໂຄສະນາ,ສຶກສາອົບຮົມ,ຊຸກຍູ້,ສົ່ງເສີມການຈັດຕັ້ງພາກລັດ,ເອກະຊົນທັງພາຍໃນແລະຕ່າງປະເທດຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ເຂົ້າຮ່ວມໃນວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກແລະສົ່ງເສີມວັດທະນະທໍາອັນດີງາມຂອງຊາດ.
ມາດຕາ6ຫຼັກການກ່ຽວກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ເອົາການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກເປັນຕົ້ນຕໍ,ເອົາການປົກປ້ອງ,ການຊ່ວຍເຫຼືອແລະການແກ້ໄຂການໃຊ້ຄວາມຮຸນແຮງລວມທັງການນໍາໃຊ້ມາດຕະການເປັນສໍາຄັນ; 2.ປະສານສົມທົບໃນການປ້ອງກັນ,ການປົກປ້ອງ,ການຊ່ວຍເຫຼືອ,ການແກ້ໄຂແລະການນໍາໃຊ້ມາດຕະການໂດຍຖືເອົາຜົນປະໂຫຍດສູງສຸດຂອງແມ່ຍິງແລະເດັກ; 3.ຖືສໍາຄັນ,ຄົ້ນຄວ້າແລະພິຈາລະນາຄວາມຄິດເຫັນຂອງແມ່ຍິງແລະເດັກຕໍ່ທຸກບັນຫາກ່ຽວັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 4.ປົກປ້ອງ,ຊ່ວຍເຫຼືອແມ່ຍິງແລະເດັກທີ່ຖືກເຄາະຮ້າຍຢ່າງທັນການ,ສອດຄອ່ງກັບກົດໝາຍ,ຄວາມເປັນຈິງແລະຄວາມສາມາດຕົວຈິງຂອງບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ; 5.ຮັບປະກັນການຮັກສາຄວາມລັບຂອງແມ່ຍິງແລະເດັກທີ່ຖືກເຄາະຮ້າຍ; 6.ເສີມຂະຫຍາຍບົດບາດແລະຄວາມຮັບຜິດຊອບຂອງບຸກຄົນ,ຄອບຄົວ,ຊຸມຊົນແລະການຈັດຕັ້ງທຸກພາກສ່ວນເຂົ້າໃນວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ.
ມາດຕາ7ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງພາກລັດແລະເອກະຊົນທັງພາຍໃນແລະຕ່າງປະເທດທີ່ອາໄສຢູ່ໃນດິນແດນຂອງສປປລາວ.
ມາດຕາ8ການຮ່ວມມືສາກົນ ລັດສົ່ງເສີມການພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງລະເດັກດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການຄົ້ນຄວ້າວິທະຍາສາດແລະການຮ່ວມມືອື່ນລວມທັງປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.
ພາກທີ2ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ
ໝວດທີ1ຮູບການໃຊ້ຄວາມຮຸນແຮງ
ມາດຕາ9ຮູບການໃຊ້ຄວາມຮຸນແຮງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກມີສອງຮູບການດັ່ງນີ້: 1.ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໂດຍສະມາຊິກໃນຄອບຄົວ; 2.ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໂດຍບຸກຄົນອື່ນ.
ມາດຕາ10.ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໂດຍສະມາຊິກໃນຄອບຄົວ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໂດຍສະມາຊິກໃນຄອບຄົວແມ່ນການກະທໍາ,ການເມີນເສີຍຫຼືລະເລີຍຂອງສະມາຊິກຜູ້ໃດນຶ່ງໃນຄອບຄົວທີ່ກໍ່ໃຫ້ເກີດຄວາມອັນຕະລາຍ,ຄວາມເສຍຫາຍຕໍ່ແມ່ຍິງແລະເດັກທີ່ເປັນສະມາຊິກໃນຄອບຄົວທາງດ້ານຮ່າງກາຍ,ຈິດໃຈ,ທາງເພດ,ຊັບສິນຫຼືເສດຖະກິດໂດຍບໍ່ຂຶ້ນກັບວ່າການໃຊ້ຄວາມຮຸນແຮງດັ່ງກ່າວຈະເກີດຂຶ້ນຢູ່ສະຖານທີ່ໃດກໍ່ຕາມ.
ມາດຕາ11ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໂດຍບຸກຄົນອື່ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໂດຍບຸກຄົນອື່ນແມ່ນການກະທໍາ,ການເມີນເສີຍຫຼືລະເລີຍຂອງບຸກຄົນ,ກຸ່ມຄົນອື່ນທີ່ບໍ່ແມ່ນສະມາຊິກໃນຄອບຄົວຂອງຕົນຕໍ່ແມ່ຍິງແລະເດັກລວມທັງການກະທໍາຂອງເຈົ້າໜ້າທີ່,ພະນັກງານຊຶ່ງກໍ່ໃຫ້ເກີດຄວາມອັນຕະລາຍ,ຄວາມເສຍຫາຍຕໍ່ແມ່ຍິງແລະເດັກທາງດ້ານຮ່າງກາຍ,ຈິດໃຈ,ທາງເພດ,ຊັບສິນຫຼືເສດຖະກິດຢູ່ສະຖານທີ່ຊຸມຊົນ,ສະຖານທີ່ສາທາລະນະ,ສະຖານທີ່ເຮັດວຽກ,ສະຖານການສຶກສາ,ສະຖານທີ່ລ້ຽງເດັກແລະສະຖານທີ່ອື່ນ.
ໝວດທີ2ປະເພດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ
ມາດຕາ12ປະເພດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກມີສີ່ປະເພດດັ່ງນີ້: 1.ຄວາມຮຸນແຮງຕໍ່ຮ່າງກາຍ; 2.ຄວາມຮຸນແຮງຕໍ່ຈິດໃຈ; 3.ຄວາມຮຸນແຮງທາງເພດ; 4.ຄວາມຮຸນແຮງຕໍ່ຊັບສິນຫຼືເສດຖະກິດ.
ມາດຕາ13ຄວາມຮຸນແຮງຕໍ່ຮ່າງກາຍ ຄວາມຮຸນແຮງຕໍ່ຮ່າງກາຍແມ່ນການກະທໍາໂດຍເຈດຕະນາເປັນຕົ້ນການທາລຸນ,ການທໍລະມານ,ການຕົບຕີ,ການເຕະ,ການຊຸກ,ການຍຸ້,ການໂຍນເດັກຖິ້ມຊຶ່ງພາໃຫ້ບາດເຈັບ,ມີຮອຍຊໍ້າຫຼືບາງກໍລະນີອາດຈະບໍ່ເຫັນຮ່ອງຮອຍຂອງການໃຊ້ຄວາມຮຸນແຮງ,ເປັນບ້າເສຍຈິດ,ເສຍອົງຄະຫຼືເສຍຊີວິດ.
ມາດຕາ14ຄວາມຮຸນແຮງຕໍ່ຈິດໃຈ ຄວາມຮຸນແຮງຕໍ່ຈິດໃຈແມ່ນການກະທໍາ,ການເມີນເສີຍຫຼືລະເລີຍທີ່ກໍ່ໃຫ້ເກີດຜົນກະທົບຕໍ່ຈິດໃຈຂອງແມ່ຍິງແລະເດັກເປັນຕົ້ນການມີເມຍຫຼາຍຄົນ,ການໝິ່ນປະໝາດ,ການິນທາ,ການໃສ່ຮ້າຍ,ການປ້ອຍດ່າ,ການປະຈານ,ການບໍ່ໃຫ້ຄວາມສໍາຄັນ,ການທໍາມິດສະຈານ,ການປ່ອຍປະ,ການລໍາອຽງ,ການຈໍາແນກ,ການແຍກຈາກໝູ່ເພື່ອນຫຼືຄອບຄົວ,ການບໍ່ໃຫ້ກຽດ,ບໍ່ນັບຖື,ການເຍາະເຍີ້ຍສຽດສີ,ການກີດກັ້ນ,ການບັງຄັບຫຼືການຂົ່ມຂູ່ຊຶ່ງເຮັດໃຫ້ເສື່ອເສຍຊື່ສຽງ,ກຽດສັກສີ,ອັບອາຍ,ຂາດຄວາມເຊື່ອໝັ້ນ,ເສຍສຸຂະພາບຈິດ,ຊຶມເສົ້າຫຼືຂ້າຕົວຕາຍ.
ມາດຕາ15ຄວາມຮຸນແຮງທາງເພດ ຄວາມຮຸນແຮງທາງເພດແມ່ນການກະທໍາຫຼືຄວາມພະຍາຍາມກະທໍາທີ່ກໍ່ຄວາມເສຍຫາຍຕໍ່ສິດທິທາງເພດຂອງແມ່ຍິງແລະເດັກເປັນຕົ້ນການຂົ່ມຂືນທໍາຊໍາເລົາ,ການບັງຄັບຮ່ວມເພດ,ການທໍາລາມົກ,ການທໍາອະນາຈານ,ການກະທໍາທີ່ຫຍາບຊ້າທາງເພດ,ການເວົ້າຈາຫຼືການສໍາພັດໃນລັກສະນະທາງເພດຊຶ່ງບໍ່ເປັນທີ່ຕ້ອງການຂອງຜູ້ຮັບຟັງຫຼືຜູ້ຖືກສໍາພັດຫຼືການສົ່ງຜູ້ຍິງຫຼືເດັກໃຫ້ບຸກຄົນອື່ນເພື່ອເປົ້າໝາຍທາງເພດ.
ມາດຕາ16ຄວາມຮຸນແຮງຕໍ່ຊັບສິນຫຼືເສດຖະກິດ ຄວາມຮຸນແຮງຕໍ່ຊັບສິນຫຼືເສດຖະກິດແມ່ນການກະທໍາ,ການເມີນເສຍຫຼືລະເລີຍທີ່ກໍ່ຄວາມເສຍຫາຍຕໍ່ຊັບສິນຂອງຄອບຄົວ,ຊັບສິນທີ່ເປັນກໍາມະສິດຮ່ວມກັນ,ຊັບສິນສ່ວນຕົວຂອງແມ່ຍິງແລະເດັກຫຼືເຮັດໃຫ້ສູນເສຍໂອກາດໃນການສ້າງລາຍໄດ້ຫຼືຜົນປະໂຫຍດອື່ນທາງເສດຖະກິດເປັນຕົ້ນການທໍາລາຍ,ຈູດເຜົາ,ມ້າງເພເຮືອນຊານ,ວັດຖຸສິ່ງຂອງ,ການຊຸກເຊື່ອງ,ການຄອບຄອງ,ໂອນ,ນໍາໃຊ້ຫຼືແບ່ງປັນຊັບສິນໂດຍບໍ່ຖືກຕ້ອງ,ການໃຫ້ຄ່າແຮງງານຫຼືປະຕິບັດນະໂຍບາຍບໍ່ເທົ່າທຽມກັບເພດຊາຍ,ການກີດກັ້ນບໍ່ໃຫ້ເຂົ້າຮ່ວມຫຼືເຄື່ອນໄຫວວຽກງານໃດໜຶ່ງທັງໆທີ່ແມ່ຍິງແລະເດັກມີເງື່ອນໄຂແລະຄວາມສາມາດ.
ມາດຕາ17ພຶດຕິກໍາທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ພຶດຕິກໍາທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກມີດັ່ງນີ້: 1.ການທາລຸນ,ການທໍລະມານ,ການທຸບຕີ,ການບັງຄັບ,ການຂົ່ມຂູ່,ການໂຍນເດັກຖິ້ມ,ການກະທໍາທີ່ຫຍາບຊ້າຫຼືການປະພຶດອື່ນໂດຍເຈດຕະນາທີ່ແຕະຕ້ອງຕໍ່ສຸຂະພາບ,ຊິວິດຫຼືຈິດໃຈ; 2.ການນິນທາ,ການໃສ່ຮ້າຍ,ການປ້ອຍດ່າ,ການເຍະເຍີ້ຍສຽດສີ,ການໝິ່ນປະໝາດຫຼືການປະພຶດອື່ນໂດຍເຈດຕະນາທີ່ເຮັດໃຫ້ເສື່ອມເສຍຊື່ສຽງ,ກຽດສັກສີຫຼືຈິດໃຈ; 3.ການຈໍາແນກ,ການເຮັດໃຫ້ໂດດດ່ຽວ,ການໄລ່ອອກຈາກທີ່ພັກອາໄສຫຼືໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງຫຼືສ້າງຄວາມກົດດັນທາງດ້ານຈິດຕະສາດ; 4.ການບໍ່ໃຫ້ໂອກາດ,ການກີດກັ້ນການປະຕິບັດໜ້າທີ່,ການເຄື່ອນໄຫວວຽກງານທາງເສດຖະກິດສັງຄົມຫຼືກີດກັ້ນການປະຕິບັດສິດແລະພັນທະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ; 5.ການທໍາລາມົກ,ການທໍາອະນາຈານ,ການເຜີຍແຜ່ສິ່ງລາມົກ,ການທໍາມິດສະຈານ,ການບັງຄັບຮ່ວມເພດ,ການຮ່ວມເພດກັບເດັກ,ການຂົ່ມຂືນທໍາຊໍາເລົາ,ການບັງຄັບເປັນໂສເພນີ,ການຄ້າໂສເພນີຫຼືການລ່ວງລະເມີດທາງເພດດ້ວຍຮູບການອື່ນ; 6.ການລັກພາຕົວ,ການບັງຄັບໃຫ້ແຕ່ງດອງຫຼືຢ່າຮ້າງ,ການກີດກັ້ນການແຕ່ງດອງຫຼືຢ່າຮ້າງ,ການແຕ່ງດອງແລ້ວນໍາໄປຂາຍ; 7.ການບໍ່ປະຕິບັດພັນທະໃນການເບິ່ງແຍງລ້ຽງດູແລະສຶກສາອົບຮົມລູກ,ບໍ່ຊ່ວຍກັນທໍາມາຫາກິນຫຼືການບໍ່ເບິ່ງແຍງດູແລເດັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 8.ການຄອບຄອງ,ຍ້າຍ,ໂອນ,ນໍາໃຊ້,ແບ່ງປັນ,ຍຶດ,ຊຸກເຊື່ອງຫຼືການທໍາລາຍຊັບໂດຍບໍ່ຖືກຕ້ອງຕາມກົດໝາຍ; 9.ການໃຊ້ແຮງງານເດັກ,ການບັງຄັບໃຫ້ອອກແຮງງານຫຼືໃຫ້ປະກອບສ່ວນທາງດ້ານການເງິນ; 10.ການປະພຶດອື່ນທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ.
ພາກທີ3ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ
ມາດຕາ18ການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ການປ້ອງການການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກປະຕິບັດດັ່ງນີ້: 1.ການປູກຈິດສໍານຶກກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງ; 2.ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງແລະສິດສະເໝີພາບຍິງຊາຍ; 3.ການສົ່ງເສີມສິດທິເດັກ; 4.ການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ; 5.ການຄົ້ນຄວ້າແລະເກັບກໍາຂໍ້ມູນ; 6.ຄວາມຮັບຜິດຊອບຂອງການຈັດຕັ້ງໃນສັງຄົມ; 7.ຄວາມຮັບອິດຊອບຂອງສະມາຊິກໃຈຄອບຄົວ; 8.ຄວາມຮັບຜິດຊອບຂອງແມ່ຍິງ; 9.ຄວາມຮັບຜິດຊອບຂອງຜູ້ຊາຍ.
ມາດຕາ19ການປູກຈິດສໍານຶກກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງ ການປູກຈິດສໍານຶກກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກເປັນວຽກງານໜຶ່ງທີ່ສໍາຄັນຂອງລັດ,ຂອງບຸກຄົນ,ນິຕິບຸກຄົນແລະທຸກພາກສ່ວນໃນສັງຄົມເພື່ອເຮັດໃຫ້ທົ່ວປວງຊົນຮັບຮູ້ແລະເຂົ້າໃຈແນໃສ່ປ່ຽນແປງການປະພຶດ,ວັດທະນະທໍາ,ຮີດຄອງປະເພນີ,ຄວາມເຊື່ອຖືແລະທັດສະນະຄະດີທີ່ເປັນການໝິ່ນປະໝາດ,ຈໍາແນກແລະກົດໜ່ວງຄວາມກ້າວໜ້າຂອງແມ່ຍິງແລະເດັກ. ການປູກຈິດສໍານຶກກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກດໍາເນີນດ້ວຍຫຼາຍຮູບການແລະວິທີການເປັນຕົ້ນສັບຊ້ອນເຂົ້າໃນຫຼັກສູດການສຶກສາ,ການໂຄສະນາເຜີຍແຜ່ທາງກວ້າງແລະທາງເລິກແລະການສ້າງກິດຈະກໍາຕ່າງໆກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ.
ມາດຕາ20ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງແລະສິດສະເໝີພາບຍິງຊາຍ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງແລະສິດເສລີພາບຍິງຊາຍເປັນມາດຕະການໜຶ່ງຂອງລັດເພື່ອຮັບປະກັນໃຫ້ຍິງຊາຍມີຄຸນຄ່າແລະໄດ້ຮັບໂອກາດເທົ່າທຽມກັນທາງດ້ານການເມືອງ,ເສດຖະກິດ,ການສຶກສາ,ວັດທະນະທໍາສັງຄົມ,ຄອບຄົວ,ການປ້ອງກັນຊາດປ້ອງກັນຄວາມສະຫງົບແລະການຕ່າງປະເທດຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແລະກົດໝາຍ. ການສ້າງເງື່ອນໄຂໃຫ້ແມ່ຍິງຮູ້ຈັກສິດຂອງຕົນແລະເປັນເຈົ້າການໃນການນໍາໃຊ້ສິດດັ່ງກ່າວລວມທັງການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແມ່ຍິງດ້ວຍການເຂົ້າເຖິງການສຶກສາ,ການຝຶກອົບຮົມວິຊາຊີບ,ການພັດທະນາສີມືແຮງງານແລະແຫຼ່ງທຶນທີ່ຈໍາເປັນເພື່ອໃຫ້ແມ່ຍິງມີວຍກເຮັດງານທໍາແລະມີຊີວິດທີ່ດີ.
ມາດຕາ21ການສົ່ງເສີມສິດທິເດັກ ການສົ່ງເສີມສິດທິເດັກເປັນມາດຕະການຂອງລັດເພື່ອສ້າງຄວາມເຂັ້ມແຂງໃຫ້ເດັກໄດ້ຮັບສິດແລະໄດ້ຮັບການປົກປ້ອງຈາກການໃຊ້ຄວາມຮຸນແຮງໃນຄອບຄົວແລະສະຖານທີ່ອື່ນດ້ວຍການສ້າງສະຕິສໍານຶກກ່ຽວກັບສິດທິຂອງເດັກ,ການເບິ່ງແຍງລ້ຽງດູ,ການສຶກສາ,ການພັດທະນາແລະການມີສ່ວນຮ່ວມຕາມໄວອາຍຸທີ່ເໝາະສົມຂອງເດັກ.
ມາດຕາ22ການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກເປັນຕົ້ນຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ,ໜ່ວຍງານໃຫ້ຄໍາປຶກສາ,ຕາໜ່າງຫຼືຄະນະກໍາມະການປົກຄອງແລະຊ່ວຍເຫຼືອເດັກ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ເຈົ້າໜ້າທີ່ຕໍາຫຼວດ,ອົງການໄອຍະການປະຊາຊົນແລະສານປະຊາຊົນດ້ວຍການບໍາລຸງ,ສ້າງ,ຈັດຝຶກອົບຮົມແລະສໍາມະນາແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານກ່ຽວກັບວຽກງານດັ່ງກ່າວພ້ອມກັນນັ້ນລັດແລະສັງຄົມປະກອບງົບປະມານ,ທຶນຮອນ,ບຸກຄະລາກອນ,ວັດຖຸປະກອນແລະພາຫະນະຢ່າງເໝາະສົມ.
ມາດຕາ23ການຄົ້ນຄວ້າແລະເກັບກໍາຂໍ້ມູນ ການຄົ້ນຄວ້າແລະເກັບກໍາຂໍ້ມູນກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກເປັນວຽກທີ່ສໍາຄັນເພື່ອໃຫ້ເປັນຂໍ້ມູນພື້ນຖານໃຫ້ແກ່ການສ້າງແລະປັບປຸງນະໂຍບາຍ,ກົດໝາຍ,ລະບຽບການແລະແຜນການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ.
ມາດຕາ24ຄວາມຮັບຜິດຊອບຂອງການຈັດຕັ້ງໃນສັງຄົມ ການຈັດຕັ້ງທຸກພາກສ່ວນໃນສັງຄົມມີຄວາມຮັບຜິດຊອບໃນການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກດ້ວຍການມີສ່ວນຮ່ວມໃນການສົ່ງເສີມສິດຂອງແມ່ຍິງແລະເດັກ,ໃນການປູກຈິດສໍານຶກ,ໃນການສ້າງແລະປັບປຸງນະໂຍບາຍ,ກົດໝາຍ,ລະບຽບການແລະເຂົ້າຮ່ວມກິດຈະກໍາກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກພ້ອມກັນນັ້ນກໍ່ເປັນເຈົ້າການໃນການປະສານສົມທົບ,ຮ່ວມມືແລະຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍແລະລະບຽບການດັ່ງກ່າວໃຫ້ມີປະສິດທິຜົນ.
ມາດຕາ25ຄວາມຮັບຜິດຊອບຂອງສະມາຊິກໃນຄອບຄົວ ສະມາຊິກໃນຄອບຄົວມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ຕັກເຕືອນສະມາຊິກອື່ນໃນຄອບຄົວຕົນໃຫ້ເຄົາລົບສິດຂອງແມ່ຍິງແລະເດັກ,ສົ່ງເສີມຄວາມສະເໝີພາບຍິງຊາຍແລະຕ້ານທຸກພຶດຕິກໍາທີ່ເປັນການໃຊ້ຄວາມຮຸນແຮງໃນຄອບຄົວແລະສັງຄົມພ້ອມກັນນັ້ນກໍ່ສົ່ງເສີມແມ່ຍິງແລະເດັກໃນຄອບຄົວໃຫ້ມີການພັດທະນາຢ່າງຮອບດ້ານ.
ມາດຕາ26ຄວາມຮັບຜິດຊອບຂອງແມ່ຍິງ ແມ່ຍິງຕ້ອງເປັນເຈົ້າການພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທາງດ້ານຮ່າງກາຍ,ຈິດໃຈ,ຄຸນສົມບັດ,ມາລະຍາດ,ການສຶກສາ,ວິຊາຊີບແລະສີມືແຮງງານ,ຍົກສູງບົດບາດຂອງຕົນທາງດ້ານການເມືອງ,ເສດຖະກິດ,ວັດທະນະທໍາສັງຄົມ,ປ້ອງກັນຊາດປ້ອງກັນຄວາມສະຫງົບແລະການຕ່າງປະເທດ. ແມ່ຍິງມີຄວາມຮັບຜິດຊອບແລະເປັນເຈົ້າການໃນການປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຕົນແລະຂອງແມ່ຍິງດ້ວຍກັນ,ຊຸກຍູ້ແລະເຂົ້າຮ່ວມວຽກງານປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກພ້ອມກັນນັ້ນກໍ່ບໍ່ໃຫ້ເອົາຄວາມເຊື່ອຖືແລະຮີດຄອງປະເພນີເປັນສິ່ງກົດໜ່ວງຕົນເອງ.
ມາດຕາ27ຄວາມຮັບຜິດຊອບຂອງຜູ້ຊາຍ ຜູ້ຊາຍມີຄວາມຮັບຜິດຊອບແລະເປັນເຈົ້າການໃນການປ້ອງກັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ,ປັບປ່ຽນພຶດຕິກໍາແລະຍຸດຕິການໃຊ້ຄວາມຮຸນແຮງ,ມີທັດສະນະຄະຕິທີ່ດີ,ເຄົາລົບສິດສ່ວນບຸກຄົນຂອງແມ່ຍິງແລະເດັກ,ຮັບຮູ້ແລະປະຕິບັດພັນທະຂອງຕົນເພື່ອໃຫ້ແມ່ຍິງແລະເດັກໄດ້ໃຊ້ສິດສະເໝີພາບຍິງຊາຍແລະສິດທິເດັກພ້ອມກັນນັ້ນກໍ່ບໍ່ໃຫ້ເອົາຄວາມເຊື່ອຖືແລະຮີດຄອງປະເພນີເປັນຂໍ້ອ້າງເພື່ອໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ. ຜູ້ຊາຍຕ້ອງເປັນເຈົ້າການໃນການໂຄສະນາ,ຊວນເຊື່ອ,ສ້າງສະຕິໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ.
ພາກທີ4ການປົກປ້ອງ,ຊ່ວຍເຫຼືອແລະມາດຕະການປົກປ້ອງຜູ້ຖືກເຄາະຮ້າຍ
ໝວດທີ1ການປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍ
ມາດຕາ28ການປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃນເບື້ອງຕົນ ສະມຊິກຄອບຄົວ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ພົບເຫັນຫຼືຮູ້ເຫດການກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕ້ອງໃຫ້ການປົກປ້ອງແລະຊ່ວຍເຫຼືອຕາມລັກສະນະຂອງຄວາມຮຸນແຮງແລະຄວາມຈໍາເປັນຮີບດ່ວນດ້ວຍວິທີການເຂົ້າໄປຫ້າມ,ກີດກັ້ນການໃຊ້ຄວາມຮຸນແຮງ,ສຶກສາອົບຮົມຄູ່ກໍລະນີດ້ວຍຕົນເອງຫຼືຮ້ອງຂໍໃຫ້ບຸກຄົນ,ການຈັດຕັັັ້ງອື່ນ,ເຂົ້າມາຊ່ວຍເຫຼືອຢ່າງທັນການ,ໃນກໍລະນີການໃຊ້ຄວາມຮຸນແຮງເຮັດໃຫ້ມີການບາດເຈັບຕ້ອງນໍາສົ່ງຄົນເຈັບໄປໂຮງໝໍ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກຮ້ອງຂໍໃຫ້ປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍກໍ່ຕ້ອງໃຫ້ການປົກປ້ອງແລະຊ່ວຍເຫຼືອບົນພື້ນຖານຄວາມສາມາດຂອງຕົນຕາມວິທີການທີ່ໄດ້ກ່າວມາໃນວັກເທິງນີ້.ຜູ້ໃຫ້ການປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍດ້ວຍຄວາມບໍລິສຸດໃຈແລະໄດ້ຮັບການຄຸ້ມຄອງແລະປົກປ້ອງຕາມກົດໝາຍແລະລະບຽບການ.
ມາດຕາ29ການແຈ້ງຫຼືລາຍງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຮູ້ຫຼືໄດ້ເຫັນກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕ້ອງແຈ້ງຫຼືລາຍງານເຫດການໃຫ້ອົງການປົກຄອງບ້ານ,ການຈັດຕັ້ງບ່ອນເກີດເຫດ,ສະຫະພັນແມ່ຍິງ,ຕາໜ່າງຫຼືຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກຫຼືເຈົ້າໜ້າທີ່ຕໍາຫຼວດໃນທັນທີ. ຖ້າແພດ,ຜູ້ເຮັດວຽກກ່ຽວກັບສຸຂະພາບ,ຄູ,ອາຈານ,ຜູ້ເບິ່ງແຍງດູແລເດັກຫຼືພະນັກງານວິຊາການອື່ນທີ່ປະຕິບັດໜ້າທີ່ຫາກພົບເຫັນຫຼືຮູ້ເຫດການກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕ້ອງແຈ້ງຫຼືລາຍງານຕໍ່ການຈັດຕັ້ງຂອງຕົນຫຼືເຈົ້າໜ້າທີ່ຕໍາຫຼວດບ່ອນເກີດເຫດ. ໃນກໍລະນີຜູ້ຖືກເຄາະຮ້າຍຫາກເປັນເດັກນັ້ນການຈັດຕັ້ງທີ່ໄດ້ຮັບການລາຍງານຕ້ອງປະສານສົມທົບກັບຕາໜ່າງຫຼືຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກເພື່ອເຂົ້າຮ່ວມໃນການປົກປ້ອງແລະຊ່ວຍເຫຼືອເດັກຢ່າງທັນການ.
ມາດຕາ30ການຕອບສະໜອງແລະການສົ່ງຕໍ່ ການຈັດຕັ້ງຫຼືເຈົ້າໜ້າທີ່ຕໍາຫຼວດທີ່ໄດ້ຮັບການລາຍງານຫຼືແຈ້ງຄວາມກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕ້ອງຮີບຮ້ອນເຂົ້າໄປສະຖານທີ່ເກີດເຫດເພື່ອຍຸດຕະການໃຊ້ຄວາມຮຸນແຮງແລະໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ,ສອບຖາມ,ສໍາພາດ,ເກັບກໍາຂໍ້ມູນແລະປະເມີນສະພາບຂອງຜູ້ຖືກເຄາະຮ້າຍ,ຖ້າຈໍາເປັນກໍ່ໃຫ້ປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອສົ່ງຕໍ່ຜູ້ຖືກເຄາະຮ້າຍແລະເດັກທີ່ຕິດຕາມຖ້າຫາກມີແນໃສ່ໃຫ້ພວກກ່ຽວໄດ້ຮັບການປົກປ້ອງແລະຊ່ວຍເຫຼືອທີ່ຈໍາເປັນຕາມທີ່ໄດ້ກໍານົດໄວ້ໃນມາດຕາ32ຂອງກົດໝາຍສະບັບນີ້.
ມາດຕາ31ສິດຂອງຜູ້ຖືກເຄາະຮ້າຍ ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງມີສິດດັ່ງນີ້: 1.ຮ້ອງຂໍຫຼືໄດ້ຮັບການຊ່ວຍເຫຼືອຈາກສະມາຊິກໃນຄອບຄົວ,ບຸກຄົນທີ່ຢູ່ໃກ້ຄຽງ,ອົງການປົກຄອງບ້ານ,ການຈັດຕັ້ງບ່ອນຕົນຫຼືຜູ້ໃຊ້ຄວາມຮຸນແຮງສັງກັດຢູ່,ສະຫະພັນແມ່ຍິງ,ຕາໜ່າງຫຼືຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກ,ເຈົ້າໜ້າທີ່ຕໍາຫຼວດຫຼືອົງການອື່ນທີ່ມີສິດອໍານາດ; 2.ໄດ້ຮັບການເຄົາລົບສິດ,ຖືກປະຕິບັດດ້ວຍຄວາມເອົາໃຈໃສ່ແລະວິທີການທີ່ເປັນມິດ; 3.ແຈ້ງກ່ຽວກັບການໃຊ້ຄວາມຮຸນແຮງໃຫ້ອົງການປົກຄອງບ້ານ,ເຈົ້າໜ້າທີ່ຕໍາຫຼວດ,ສະຫະພັນແມ່ຍິງຫຼືຕາໜ່າງຫຼືຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກເພື່ອໃຫ້ການປົກປ້ອງແລະຊ່ວຍເຫຼືອຫຼືດໍາເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ; 4.ເລືອກຮູບການແກ້ໄຂການໃຊ້ຄວາມຮຸນແຮງຕາມທີ່ໄດ້ກໍານົດໄວ້ໃນມາດຕາ47ຂອງກົດໝາຍສະບັບນີ້; 5.ຮ້ອງຂໍແລະໄດ້ຮັບການປົກປ້ອງເນື່ອງຈາກຕົນໄດ້ຖືກບັງຄັບດຂົ່ມຂູ່ຫຼືໄດ້ຮັບຄວາມອັນຕະລາຍທຸກຮູບແບບລວມທັງສະມາຊິກຄອບຄົວຫຼືເດັກທີ່ຕິດຕາມ; 6.ໄດ້ຮັບການຊ່ວຍເຫຼືອທີ່ຈໍາເປັນເປັນຕົ້ນການໃຫ້ຄໍາປຶກສາ,ທີ່ພັກເຊົາທີ່ປອດໄພຊົ່ວຄາວ,ດ້ານການແພດ,ດ້ານກົດໝາຍ,ການສຶກສາ,ການຝຶກອົບຮົມວິຊາຊີບແລະການກັບຄືນສູ່ຄອບຄົວແລະສັງຄົມ; 7.ໄດ້ຮັບການທົດແທນຄ່າເສຍຫາຍແລະຄ່າປົກແປງຈິດໃຈ; 8.ໄດ້ຮັບການຮັກສາຄວາມລັບ; 9.ໄດ້ຮັບການປົກປ້ອງແລະຊ່ວຍເຫຼືອຈາກລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະການຈັດຕັ້ງສັງຄົມຕາມກົດໝາຍແລະລະບຽບການ; 10.ມີສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.
ມາດຕາ32ການປົກປ້ອງແລະຊ່ວຍເຫຼືອທີ່ຈໍາເປັນ ເມື່ອພົບເຫັນຫຼືໄດຮັບການລາຍງານກ່ຽວກັບການໃຊ້ຄວາມຮຸນແຮງແລ້ວຂະແໜງການແລະພາກສ່ວນທີ່ກ່ຽວຂ້ອງຕ້ອງໃຫ້ການປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍແລະເດັກທີ່ຕິດຕາມດ້ານຕ່າງໆດັ່ງນີ້: 1.ສົງຄົມສົງເຄາະ; 2.ການໃຫ້ຄໍາປຶກສາ; 3.ທີ່ພັກເຊົາຊົ່ວຄາວທີ່ປອດໄພ; 4.ການເບິ່ງແຍງລ້ຽງດູເດັກ; 5.ການແພດ; 6.ກົດໝາຍ; 7.ເສດຖະກິດ; 8.ການສຶກສາແລະຝຶກອົບຮົມວິຊາຊີບ; 9.ການກັບຄືນສູ່ຄອບຄົວແລະສັງຄົມ.
ມາດຕາ33ການຊ່ວຍເຫຼືອດ້ານສັງຄົມສົງເຄາະ ການຊ່ວຍເຫຼືອດ້ານສັງຄົມສົງເຄາະສາມາດດໍາເນີນໄດ້ໃນທຸກໄລຍະທີ່ມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຊຶ່ງພະນັກງານສັງຄົມສົງເຄາະຫຼືນັກສັງຄົມສົງເຄາະໃຫ້ການຊ່ວຍເຫຼືອດັ່ງນີ້: 1.ປະເມີນສະພາບຂອງຜູ້ຖືກເຄາະຮ້າຍເປັນຕົ້ນຄວາມສ່ຽງ,ການພັດທະນາແລ້ວສ້າງແຜນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ; 2.ປະສານງານກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອໃຫ້ການປົກປ້ອງແລະຊ່ວຍເຫຼືອທີ່ຈໍາເປັນແລະຕິດຕາມການປົກປ້ອງແລະຊ່ວຍເຫຼືອດັ່ງກ່າວ; 3.ລາຍງານສະພາບກ່ຽວກັບຜູ້ຖືກເຄາະຮ້າຍແລະສະເໜີວິທີທາງແກ້ໄຂໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 4.ເຂົ້າຮ່ວມໃນການສໍາພາດ,ການເອົາຄໍາໃຫ້ການຜູ້ຖືກເຄາະຮ້າຍ,ຕິດຕາມການໄກ່ເກ່ຍແລະການດໍາເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ.
ມາດຕາ34ການຊ່ວຍເຫຼືອດ້ານການໃຫ້ຄໍາປຶກສາ ການຊ່ວຍເຫຼືອດ້ານການໃຫ້ຄໍາປຶກສາເປັນຕົ້ນກ່ຽວກັບຈິດໃຈ,ກົດໝາຍແລະສຸຂະພາບໃຫ້ດໍາເນີນໃນທຸກໄລຍະເພື່ອແກ້ໄຂບັນຫາອັນເນື່ອງມາຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກລວມທັງການສະໜອງຂໍ້ມູນຂ່າວສານກ່ຽວກັບສິດຂອງແມ່ຍິງແລະເດັກແລະສິດຂອງຜູ້ຖືກເຄາະຮ້າຍ.
ມາດຕາ35ການຊ່ວຍເຫຼືອດ້ານທີ່ພັກເຊົາຊົ່ວຄາວທີ່ປອດໄພ ຜູ້ຖືກເຄາະຮ້າຍທີ່ມີຄວາມຈໍາເປັນຕ້ອງໄດ້ແຍກອອກຈາກຜູ້ໃຊ້ຄວາມຮຸນແຮງຊຶ່ງບໍ່ມີທີ່ພັກອາໄສແລະເດັກທີ່ຕິດຕາມຈະໄດ້ຮັບການຊ່ວຍເຫຼືອດ້ານທີ່ພັກເຊົາຊົ່ວຄາວທີ່ປອດໄພຈາກສະຫະພັນແມ່ຍິງແລະຂະແໜງການແຮງງານແລະສະຫວັດດີການສັງຄົມໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນອາຫານ,ຢາປົວພະຍາດ,ເຄື່ອງນຸ່ງຫົ່ມແລະເຄື່ອງໃຊ້ສອຍທີ່ຈໍາເປັນຕາມຄວາມເປັນຈິງ.
ມາດຕາ36ການຊ່ວຍເຫຼືອໃນການເບິ່ງແຍງລ້ຽງດູເດັກ ເດັັກທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງດ້ວຍການກະທໍາຂອງພໍ່ແມ່ຫຼືຜູ້ປົກຄອງຈະໄດ້ຮັບການຊ່ວຍເຫຼືອໃນການເບິ່ງແຍດລ້ຽງດູຈາກຂະແໜງການແຮງງານແລະສະຫວັດດີການສັງຄົມໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຖ້າຫາກວ່າການໃຊ້ຄວາມຮຸນແຮງນັ້ນມີຄວາມສ່ຽງຈະສືບຕໍ່ແລະຍາດພີ່ນ້ອງກໍ່ບໍ່ມີເງື່ອນໄຂທີ່ຈະເບິ່ງແຍງລ້ຽງດູເດັກ.
ມາດຕາ37ການຊ່ວຍເຫຼືອດ້ານການແພດ ຜູ້ຖືກເຄາະຮ້າຍທີ່ໄດ້ຮັບຄວາມເສຍຫາຍທາງດ້ານຮ່າງກາຍຫຼືຈິດໃຈຈະໄດ້ຮັບການຊ່ວຍເຫຼືອດ້ານການແພດດັ່ງນີ້: 1.ໄດ້ຮັບການກວດ,ປິ່ນປົວແລະຢັ້ງຢືນສຸຂະພາບ; 2.ໄດ້ຮັບຄໍາປຶກສາແນະນໍາດ້ານສຸຂະພາບຈິດແລະຈິດບໍາບັດ. ໃນກໍລະນີຜູ້ຖືກເຄາະຮ້າຍເປັນແມ່ຍິງນັ້ນການກວດສຸຂະພາບໃຫ້ດໍາເນີນໂດຍແພດຍິງ,ຖ້າກວດໂດຍແພດຊາຍກໍ່ໃຫ້ມີການເຂົ້າຮ່ວມຂອງນັກສັງຄົມສົງເຄາະຜູ້ຍິງຫຼືພະຍາບານຍິງ. ໃນກໍລະນີເຈົ້າໜ້າທີ່ທີ່ກ່ຽວຂ້ອງຮຽກຮ້ອງໃຫ້ມີການກວດສຸຂະພາບດ້ານນິຕິວິທະຍາຕ້ອງໄດ້ຮັບຄໍາເຫັນດີຈາກຜູ້ຖືກເຄາະຕ້າຍເສຍກ່ອນ. ໃນກໍລະນີຜູ້ຖືກເຄາະຮ້າຍເປັນເດັກທີ່ມີອາຍຸຕໍ່າກວ່າສິບແປດປີໃຫ້ມີການຕົກລົງເຫັນດີຈາກພໍ່ແມ່ຫຼືຜູ້ປົກຄອງ. ຜົນກວດດ້ານການແພດແລະຂໍ້ມູນຂອງຜູ້ຖືກເຄາະຮ້າຍຕ້ອງຮັກສາເປັນຄວາມລັບເວັ້ນເສຍແຕ່ການສະໜອງໃຫ້ອົງການທີ່ມີສິດອໍານາດຂອງລັດ.
ມາດຕາ38ການຊ່ວຍເຫຼືອດ້ານກົດໝາຍ ຜູ້ຖືກເຄາະຮ້າຍໄດ້ຮັບການຊ່ວຍເຫຼືອດ້ານກົດໝາຍດ້ວຍການໄດ້ຮັບຄໍາປຶກສາ,ຄໍາແນະນໍາດ້ານກົດໝາຍ,ມີທະນາຍຄວາມຫຼືຜູ້ປົກປ້ອງອື່ນເປັນຕົວແທນໃນການຕໍ່ສູ້ຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນ. ໃນກໍລະນີຜູ້ຖືກເຄາະຮ້າຍບໍ່ຮູ້ພາສາລາວກໍ່ສາມາດໄດ້ຮັບການຊ່ວຍເຫຼືອຈາກຜູ້ແປພາສາໃນເວລາທີ່ຮ້ອງຂໍລວມທັງການແປເອກະສານທາງກົດໝາຍທີ່ຈໍາເປັນ. ຜູ້ຖືກເຄາະຮ້າຍທີ່ເປັນຜູ້ທຸກຍາກຈະໄດ້ຮັບການຊ່ວຍເຫຼືອດ້ານກົດໝາຍໂດຍບໍ່ເສຍຄ່າ.
ມາດຕາ39ການຊ່ວຍເຫຼືອດ້ານເສດຖະກິດ ຜູ້ຖືກເຄາະຮ້າຍທີ່ທຸກຍາກຫຼືບໍ່ມີເງື່ອນໄຂທາງດ້ານເສດຖະກິດຈະໄດ້ຮັບການຊ່ວຍເຫຼືອດ້ານເສດຖະກິດຈາກຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງເປັນຕົ້ນການຊ່ວຍເຫຼືອເບື້ອງຕົ້ນດ້ານການເງິນ,ການເຂົ້າຫາແຫຼ່ງທຶນຫຼືການປະກອບອາຊີບໃດໜຶ່ງເພື່ອໃຫ້ຜູ້ຖືກເຄາະຄ້າຍສາມາດເຄື່ອນໄຫວຫາລ້ຽງຊີບແລະກຸ່ມຕົ້ນເອງທາງດ້ານເສດຖະກິດ.
ມາດຕາ40ການຊ່ວຍເຫຼືອດ້ານການສຶກສາແລະຝຶກອົບຮົມວິຊາຊີບ ຜູ້ຖືກເຄາະຮ້າຍທີ່ເປັນເດັກ,ແມ່ຍິງທີ່ກໍາລັງສຶກສາຢູ່ຫຼືເດັກທີ່ຕິດຕາມມານໍາຜູ້ຖືກເຄາະຮ້າຍຕ້ອງໄດ້ຮັບໂອກາດໃນການສືບຕໍ່ສຶກສາຢູ່ໂຮງຮຽນຫຼືສະຖານການສຶກສາບ່ອນຜູ້ກ່ຽວຮຽນຢູ່ຫຼືຢູ່ໂຮງຮຽນຫຼືສະຖານການສຶກສາອື່ນທີ່ມີຄວາມປອດໄພຊຶ່ງຂະແໜງການສຶກສາທິການແລະກິລາແລະອົງການອື່ນທີ່ກ່ຽວຂ້ອງຕ້ອງອໍານວຍຄວາມສະດວກແລະໃຫ້ການຊ່ວຍເຫຼືອຕາມເງື່ອນໄຂຕົວຈິງ. ສໍາລັບຜູ້ຖືກເຄາະຮ້າຍທີ່ບໍ່ມີເງື່ອນໄຂສຶກສາຕໍ່ກໍ່ມີສິດໄດ້ຮັບການຝຶກອົບຮົມວິຊາຊີບໃດໜຶ່ງເພື່ອໃຫ້ຜູ້ກ່ຽວມີວຽກເຮັດງານທໍາ,ມີລາຍຮັບແລະຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນຊຶ່ງຂະແໜງການແຮງງານແລະສະຫວັດດິການສັງຄົມສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງເປັນຜູ້ຮັບຜິດຊອບຕາມພາລະບົດບາດຂອງຕົນ.
ມາດຕາ41ການຊ່ວຍເຫຼືອໃນການກັບຄືນສູ່ຄອບຄົວແລະສັງຄົມ ຜູ້ຖືກເຄາະຮ້າຍໄດ້ຮັບການຊ່ວຍເຫຼືອໃນການກັບຄືນສູ່ຄອບຄົວແລະສັງຄົມຊຶ່ງພະນັກງານສັງຄົມສົງເຄາະ,ນັກສັງຄົມສົງເຄາະຫຼືເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງປະເມີນສະພາບຜູ້ຖືກເຄາະຮ້າຍ,ຄອບຄົວ,ການຈັດຕັ້ງແລະສະພາບແວດລ້ອມທີ່ຜູ້ຖືກເຄາະຮ້າຍດໍາລົງຊີວິດຢູ່,ຖ້າເຫັນວ່າຜູ້ຖືກເຄາະຮ້າຍມີຄວາມພ້ອມໃນການກັບຄືນສູ່ຄອບຄົວ,ການຈັດຕັ້ງແລະສະພາບແວດລ້ອມເດີມແລ້ວພະນັກງານສັງຄົມສົງເຄາະ,ນັກສັງຄົມສົງເຄາະຫຼືເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງປະສານກັບເຈົ້າໜ້າທີ່ຫຼືການຈັດຕັ້ງທີ່ກ່ຽວຂ້ອງເພື່ອນໍາສົ່ງຜູ້ກ່ຽວກັບຄືນແລະມີການຕິດຕາມໃນແຕ່ລະໄລຍະ. ໃນກໍລະນີຜູ້ຖືກເຄາະຮ້າຍບໍ່ສາມາດກັບຄືນຫຼືບໍ່ຢາກກັບຄືນນັ້ນພະນັກງານສັງຄົມສົງເຄາະຫຼືນັກສັງຄົມສົງເຄາະຕ້ອງປະສານກັບເຈົ້ານ້າທີ່ຫຼືການຈັດຕັ້ງທີ່ກ່ຽວຂ້ອງເພື່ອຄົ້ນຄວ້າຊອກຫາສະຖານທີ່ທີ່ປອດໄພແລະເໝາະສົມໃຫ້ຜູ້ກ່ຽວຕາມເງື່ອນຕົວຈິງ.
ໝວດທີ2ມາດຕະການປົກປ້ອງຜູ້ຖືກເຄາະຮ້າຍ
ມາດຕາ42ມາດຕະການປົກປ້ອງຜູ້ຖືກເຄາະຮ້າຍ ໃນທຸກໄລຍະຂອງການແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຖ້າມີຄວາມຈໍາເປັນຕ້ອງມີມາດຕະການປົກປ້ອງຜູ້ຖືກເຄາະຮ້າຍ. ມາດຕະການປົກປ້ອງຜູ້ຖືກເຄາະຮ້າຍມີດັ່ງນີ້: 1.ບໍ່ໃຫ້ຜູ້ໃຊ້ຄວາມຮຸນແຮງມີເງື່ອນໄຂໃຊ້ຄວາມຮຸນແຮງຕໍ່ຜູ້ຖືກເຄາະຮ້າຍຕື່ມອີກ; 2.ໃຫ້ຜູ້ໃຊ້ຄວາມຮຸນແຮງຍຸຕິການນາບຂູ່,ກໍ່ກວນຜູ້ຖືກເຄາະຮ້າຍຫຼືສະມາຊິກໃນຄອບຄົວຂອງຜູ້ກ່ຽວ; 3.ໃຫ້ຜູ້ໃຊ້ຄວາມຮຸນແຮງຕອບສະໜອງດ້ານການເງິນແກ່ຜູ້ຖືກເຄາະຮ້າຍລວມທັງການນໍາໃຊ້ພາຫະນະແລະຊັບສິ່ງຂອງທີ່ຈໍາເປັນ; 4.ບໍ່ໃຫ້ຂາຍ,ໂອນ,ທໍາລາຍຊັບສິນທີ່ເປັນກໍາມະສິດຮ່ວມຫຼືສົນສົມສ້າງ; 5.ໃຫ້ຜູ້ໃຊ້ຄວາມຮຸນແຮງເຂົ້າບໍາບັດຖ້າເຫັນວ່າຜູ້ກ່ຽວຫາກຕິດເຄື່ອງດື່ມທີ່ມີທາດເຫຼົ້າຕິດຢາເສບຕິດ; 6.ກັກຕົວ,ຈັບຕົວຫຼືກັກຂັງຜູ້ໃຊ້ຄວາມຮຸນແຮງແລ້ວດໍາເນີນຄະດີຕາມກົດໝາຍ; 7.ໃຫ້ການຊ່ວຍເຫຼືອທີ່ພັກເຊົາທີ່ປອດໄພ,ດ້ານການແພດ,ດ້ານກົດໝາຍ,ການຝຶກອົບຮົມວິຊາຊີບແລະການສຶກສາ,ການກັບຄືນສູ່ຄອບຄົວແລະສັງຄົມແກ່ຜູ້ຖືກເຄາະຮ້າຍຕາມແຕ່ລະກໍ່ລະນີ; 8.ນໍາໃຊ້ມາດຕະການປົກປ້ອງອື່ນທີ່ເຫັນວ່າຈໍາເປັນ.
ມາດຕາ43ການຮ້ອງຂໍຫຼືສະເໜີນໍາໃຊ້ມາດຕະການປົກປ້ອງ ຜູ້ຖືກເຄາະຮ້າຍ,ຜູ້ຕາງນ້າຫຼືການຈັດຕັ້ງຂອງຜູ້ກ່ຽວທີ່ເຫັນວ່າຜູ້ຖືກເຄາະຮ້າຍມີຄວາມສ່ຽງຈະຖືກໃຊ້ຄວາມຮຸນແຮງອີກຫຼືຈະມີໄພອັນຕະລາຍສາມາດຍື່ນຄໍາຮ້ອງຕໍ່ເຈົ້າໜ້າທີ່ຕໍາຫຼວດຫຼືອົງການທີ່ກ່ຽວຂ້ອງເພື່ອພິຈາລະນານໍາໃຊ້ມາດຕະການປົກປ້ອງຢ່າງທັນການ. ການຈັດຕັ້ງຫຼືເຈົ້າໜ້າທີ່ຕໍາຫຼວດທີ່ໄດ້ຮັບການລາຍງານຫຼືແຈ້ງຄວາມກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕອງສະເໜີຕໍ່ອົງການທີ່ກ່ຽວຂ້ອງເພື່ອພິຈາລະນານໍາໃຊ້ມາດຕະການປົກປ້ອງ. ເມື່ອໄດ້ຮັບຄໍາຮ້ອງຫຼືຄໍາສະເໜີແລ້ວອົງການທີ່ກ່ຽວຂ້ອງຕອງພິຈາລະນາອອກຄໍາສັ່ງປົກປ້ອງຜູ້ຖືກເຄາະຮ້າຍພາຍໃນກໍານົດເວລາສາມວັນນັບແຕ່ວັນໄດ້ຮັບຄໍາຮ້ອງຫຼືຄໍາສະເໜີເປັນນຕົ້ນໄປ.
ມາດຕາ44ມາດຕະການປົກປ້ອງຮີບດ່ວນ ເມື່ອໄດ້ຮັບການລາຍງານຫຼືແຈ້ງຄວາມກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກແລ້ວເຈົ້າໜ້າທີ່ສືບສວນສອບສວນຂອງຕໍາຫຼວດຕ້ອງໄປຍັງສະຖານທີ່ເກີດເຫດ,ປະເມີນສະພາບຂອງຜູ້ຖືກເຄາະຮ້າຍແລະຄວາມສ່ຽງທີ່ຈະເກີດມີການໃຊ້ຄວາມຮຸນແຮງອີກຖ້າເຫັນວ່າມີຄວາມຈໍາເປັນແລະຮີບດ່ວນກໍ່ສາມາດນໍາໃຊ້ມາດຕະການປົກປ້ອງຜູ້ຖືກເຄາະຮ້າຍແລະເດັກທີ່ຕິດຕາມມາໂດຍທັນທີ.
ພາກທີ5ຂໍ້ຫ້າມ
ມາດຕາ45ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຫຼືການຈັດຕັ້ງທີ່ກ່ຽວຂ້ອງ ຫ້າມເຈົ້າໜ້າທີ່ຫຼືການຈັດຕັ້ງທີ່ກ່ຽວຂ້ອງມີພຶດຕິກໍາໃດໜຶ່ງດັ່ງນີ້: 1.ສວຍໃຊ້ການເຄື່ອນໄຫວຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກເພື່ອຫາຜົນປະໂຫຍດສ່ວນຕົວໂດຍບໍ່ຖືກຕ້ອງຕາມກົດໝາຍ; 2.ເມີນເສີຍ,ປິດບັງ,ບໍ່ແກ້ໄຂຫຼືແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການ; 3.ເປີດເຜີຍຂໍ້ມູນກ່ຽວກັບຜູ້ຖືກເຄາະຮ້າຍໂດຍບໍ່ໄດ້ຮັບອະນຸຍາດ; 4.ລໍາອຽງໃນການປະຕິບັດໜ້າທີ່; 5.ສວຍໃຊ້ອິດທິພົນຂອງຕົນຕໍ່ບຸກຄົນອື່ນ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.
ມາດຕາ46ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນມີພຶດຕິກໍາໃດໜຶ່ງດັ່ງນີ້: 1.ໃຊ້ຄວາມຮຸນແຮງຕາມທີ່ໄດ້ກໍານົດໄວ້ໃນມາດຕາ17ຂອງກົດໝາຍສະບັບນີ້; 2.ບັງຄັບ,ຊຸກຍູ້,ຍຸແຍ່ຫຼືຊ່ວຍເຫຼືອບຸກຄົນອື່ນໃຫ້ໃຊ້ຄວາມຮຸນແຮງ; 3.ແກ້ແຄ້ນ,ຂົ່ມຂູ່ວ່າຈະແກ້ແຄ້ນຜູ້ໃຫ້ການປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍ; 4.ກີດກັ້ນຜູ້ພົບເຫັນໃນການໃຫ້ການຫຼືໃຫ້ຄວາມຮ່ວມມືໃນການແກ້ໄຂການໃຊ້ຄວາມຮຸນແຮງ; 5.ເອົາປຽບຝ່າຍກົງກັນຂ້າມຫຼືເຂົ້າຂ້າງຍາດພີ່ນ້ອງແລະໝູ່ເພື່ອນຂອງຕົນ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.
ພາກທີ6ການແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ
ມາດຕາ47ຮູບການແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ການແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກດໍາເນີນດ້ວຍສອງຮູບການດັ່ງນີ້: 1.ການສຶກສາອົບຮົມ,ປະນີປະນອມຫຼືການໄກ່ເກ່ຍ; 2.ການດໍາເນີນຄະດີ. ສໍາລັບການໃຊ້ຄວາມຮຸນແຮງທີ່ມີຜົນເສຍຫາຍບໍ່ຫຼວງຫຼາຍຜູ້ຖືກເຄາະຮ້າຍສາມາດເລືອກເອົາຮູບການແກ້ໄຂໃດໜຶ່ງແຕ່ໃນກໍລະນີການໃຊ້ຄວາມຮຸນແຮງທີ່ມີຜົນເສຍຫາຍຫຼວງຫຼາຍຕ້ອງໄດ້ດໍາເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ.
ໝວດທີ1ການສຶກສາອົບຮົມ,ປະນີປະນອມຫຼືການໄກ່ເກ່ຍ
ມາດຕາ48ກາສຶກສາອົບຮົມ,ປະນີປະນອມ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກທີ່ມີຜົນເສຍຫາຍບໍ່ຫຼວງຫຼາຍໃຫ້ແກ້ໄຂດ້ວຍການສຶກສາອົບຮົມ,ປະນີປະນອມ. ການສຶກສາອົບຮົມ,ປະນີປະນອມສາມາດດໍາເນີນໂດຍ: 1.ສະມາຊິກໃນຄອບຄົວ,ຍາດໃກ້ຊິດຫຼືຜູ້ອາວຸໂສໃນບ້ານ; 2.ການຈັດຕັ້ງບ່ອນຜູ້ຖືກເຄາະຮ້າຍຫຼືຜູ້ໃຊ້ຄວາມຮຸນແຮງສັງກັດຢູ່.
ມາດຕາ49ການສຶກສາອົບຮົມ,ປະນີປະນອມໂດຍສະມາຊິກໃນຄອບຄົວ,ຍາດໃກ້ຊິດແລະຜູ້ອາວຸໂສໃນບ້ານ ສະມາຊິກໃນຄອບຄົວມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ປະນີປະນອມແລະຊອກຫາວິທີການແກ້ໄຂການໃຊ້ຄວາມຮຸນແຮງລະຫວ່າງສະມາຊິກໃນຄອບຄົວຢ່າງທັນການເພື່ອຮັກສາສະຖານະພາບ,ຄວາມໝັ້ນຄົງແລະຄວາມສາມັກຄີປອງດອງໃນຄອບຄົວແນໃສ່ຕ້ານແລະສະກັດກັ້ນຄວາມຮຸນແຮງໃນອະນາຄົດແລະເຄົາລົບສິດຂອງສະມາຊິກຄອບຄົວ. ໃນກໍລະນີສະມາຊິກໃນຄອບຄົວຫາກບໍ່ສາມາດແກ້ໄຂດ້ວຍກັນເອງໄດ້ຖ້າມີການຮ້ອງຂໍຂອງສະມາຊິກໃນຄອບຄົວກໍ່ໃຫ້ຍາດໃກ້ຊິດຫຼືຜູ້ອາວຸໂສໃນບ້ານທີ່ໄດ້ຮັບການເຊື່ອຖືເປັນຜູ້ສຶກສາອົບຮົມ,ປະນີປະນອມພ້ອມທັງແນະນໍາ,ຊ່ວຍເຫຼືອແລະຊຸກຍູ້ໃຫ້ມີຄວາມເຂົ້າໃຈ,ຮັກແພງ,ປອງດອງແລະຢຸດເຊົາການໃຊ້ຄວາມຮຸນແຮງ ໃນກໍລະນີບໍ່ສາມາດແກ້ໄຂໄດ້ຜູ້ຖືກເຄາະຮ້າຍສາມາດຮ້ອງຂໍໃຫ້ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຫຼືໜ່ວຍງານໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງແລະເດັກເປັນຜູ້ໄກ່ເກ່ຍ.
ມາດຕາ50ການສຶກສາອົບຮົມ,ປະນີປະນອມໂດຍການຈັດຕັ້ງ ການຈັດຕັ້ງບ່ອນຜູ້ຖືກເຄາະຮ້າຍຫຼືຜູ້ໃຊ້ຄວາມຮຸນແຮງສັງກັດຢູ່ມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ປະນີປະນອມກ່ຽວກັບການໃຊ້ຄວາມຮຸນແຮງທີ່ມີຄວາມເສຍຫາຍບໍ່ຫຼວງຫຼາຍທີ່ເກີດຂຶ້ນພາຍໃນການຈັດຕັ້ງຂອງຕົນເພື່ອຮັກສາຄວາມສາມັກຄີ,ປອງດອງ,ຮ່ວມມືກັນແລະຢຸດເຊົາການໃຊ້ຄວາມຮຸນແຮງ. ໃນກໍລະນີການໃຊ້ຄວາມຮຸນແຮງຍັງສືບຕໍ່ນັ້ນກໍ່ໃຫ້ສະເໜີຕໍ່ເຈົ້າໜ້າທີ່ຕໍາຫຼວດເພື່ອດໍາເນີນການແກ້ໄຂ. ໃນການສຶກສາອົບຮົມ,ປະນີປະນອມແຕ່ລະຄັ້ງຕ້ອງເຮັດບົດບັນທຶກຕາມລະບຽບການ.
ມາດຕາ51ການໃຊ້ຄວາມຮຸນແຮງທີ່ນໍາມາໄກ່ເກ່ຍ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກທີ່ນໍາມາໄກ່ເກ່ຍມີດັ່ງນີ້: 1.ການໃຊ້ຄວາມຮຸນແຮງທີ່ບໍ່ເປັນການກະທໍາຜິດທາງອາຍາ; 2.ການໃຊ້ຄວາມຮຸນແຮງທີ່ເປັນການກະທໍາຜິດໃນສະຖານລະຫຸໂທດຫຼືໂທສານຸໂທດທີ່ກົດໝາຍກໍານົດໂທດຕັດອິດສະລະພາບແຕ່ໜຶ່ງປີລົງມາ.
ມາດຕາ52ອົງການທີ່ມີສິດໃນການໄກ່ເກ່ຍ ການໄກ່ເກ່ຍກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກດໍາເນີນໂດຍອົງການດັ່ງນີ້: 1.ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ; 2.ໜ່ວຍງານໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງແລະເດັກ; 3.ເຈົ້າໜ້າທີ່ສືບສວນສອບສວນຂອງຕໍາຫຼວດ; 4.ອົງການໄອຍະການປະຊາຊົນ; 5.ສານປະຊາຊົນ.
ມາດຕາ53ຫຼັກການໄກ່ເກ່ຍ ການໄກ່ເກ່ຍໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ມີການເຫັນດີຂອງຜູ້ຖືກເຄາະຮ້າຍພາຍຫຼັງໄດ້ຮັບການແຈ້ງສິດແລະທາງເລືອກໃນການແກ້ໄຂ; 2.ມີຂໍ້ມູນ,ຫຼັກຖານຮັດກຸມ,ໜັກແໜ້ນແລະຄົບຖ້ວນ; 3.ມີການຮັບສາລະພາບຂອງຜູ້ໃຊ້ຄວາມຮຸນແຮງ; 4.ຄໍານຶງເຖິງສິດແລະຄວາມປອດໄພຂອງຜູ້ຖືກເຄາະຮ້າຍເປັນຫຼັກ; 5.ຕົກລົງຮັບເອົາຜົນຂອງການໄກ່ເກ່ຍດ້ວຍຄວາມສະໝັກໃຈຂອງຜູ້ຖືກເຄາະຮ້າຍ; 6.ສະເໜີຍຸດຕິການໄກ່ເກ່ຍໄດ້ທຸກເວລາໂດຍຜູ້ຖືກເຄາະຮ້າຍ; 7.ຮັກສາຄວາມລັບຕໍ່ທຸກບັນຫາທີ່ນໍາມາປຶກສາຫາລືໃນການໄກ່ເກ່ຍ.
ມາດຕາ54ມາດຕະການຕໍ່ຜູ້ໃຊ້ຄວາມຮຸນແຮງ ໃນການໄກ່ເກ່ຍການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກອົງການທີ່ມີສິດໄກ່ເກ່ຍນໍາໃຊ້ມາດຕະການຕໍ່ຜູ້ໃຊ້ຄວາມຮຸນແຮງດັ່ງນີ້: 1.ໃຫ້ໄປຂໍອະໄພໂທດນໍາຜູ້ຖືກເຄາະຮ້າຍ,ຄອບຄົວຂອງຜູ້ຖືກເຄາະຮ້າຍແລະບຸກຄົນອື່ນທີ່ໄດ້ຮັບຜົນກະທົບ; 2.ຕັກເຕືອນ,ສຶກສາອົບຮົມໃຫ້ເຂົ້າໃຈຜົນຮ້າຍຂອງການກະທໍາຂອງຕົນແລະໃຫ້ຢຸດເຊົາພຶດຕິກໍາດັ່ງກ່າວ; 3.ບໍາບັດພຶດຕິກໍາທີ່ເປັນຕົ້ນເຫດການໃຊ້ຄວາມຮຸນແຮງເປັນຕົ້ນການຕິດເຫຼົ້າ,ຕິດຢາເສບຕິດ; 4.ເຮັດວຽກ,ອອກແຮງງານເພື່ອຮັບໃຊ້ຊຸມຊົນຫຼືສັງຄົມເປັນເວລາໃດໜຶ່ງທີ່ແນ່ນອນ; 5.ນໍາໃຊ້ມາດຕະການອື່ນທີ່ຈໍາເປັນ.
ມາດຕາ55ລະບຽບການແລະຂັ້ນຕອນການໄກ່ເກ່ຍ ການໄກ່ເກ່ຍນອກຈາກປະຕິບັດຕາມບົດບັນຍັດທີ່ໄດ້ກໍານົດໄວ້ໃນໝວດນີ້ແລ້ວໃຫ້ປະຕິບັດຕາມລະບຽບການແລະຂັ້ນຕອນການໄກ່ເກ່ຍທີ່ໄດ້ກໍານົດໄວ້ຕ່າງຫາກ.
ມາດຕາ56ບົດບັນທຶກການໄກ່ເກ່ຍ ພາຍຫຼັງສິ້ນສຸດການໄກ່ເກ່ຍຕ້ອງໄດ້ເຮັດບົດບັນທຶກກ່ຽວກັບທຸກບັນຫາທີ່ໄດ້ຕົກລົງກັນແລະຕົກລົງກັນບໍ່ໄດ້ລວມທັງການນໍາໃຊ້ມາດຕະການຕໍ່ຜູ້ໃຊ້ຄວາມຮຸນແຮງແລ້ວອ່ານໃຫ້ຜູ້ເຂົ້າຮ່ວມຟັງຖ້າເຫັນດີຕາມບົດບັນທຶກແລ້ວກໍ່ໃຫ້ທັງສອງຝ່າຍແລະຄະນະໄກ່ເກ່ຍລົງລາຍເຊັນຫຼືແປະໂປ້ມືໃສ່.
ໝວດທີ2ການດໍາເນີນຄະດີກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ
ມາດຕາ57ການຮ້ອງຟ້ອງຫຼືການແຈ້ງຄວາມ ການຮ້ອງຟ້ອງຫຼືການແຈ້ງຄວາມກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກສາມາດດໍາເນີນໄດ້ທາງປາກເປົ່າຫຼືລາຍລັກອັກສອນຕໍ່ເຈົ້າໜ້າທີ່ສືບສວນສອບສວນຂອງຕໍາຫຼວດ. ຜູ້ມີສິດຮ້ອງຟ້ອງຫຼືແຈ້ງຄວາມມີດັ່ງນີ້: 1.ຜູ້ຖືກເຄາະຮ້າຍ,ຜູ້ຕາງໜ້າຫຼືການຈັດຕັ້ງຂອງຜູ້ກ່ຽວ; 2.ພໍ່ແມ່ຫຼືຜູ້ປົກຄອງຂອງເດັກທີ່ຖືກເຄາະຮ້າຍ; 3.ບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງທີ່ໄດ້ພົບເຫັນຫຼືຮູ້ເຫດການກ່ຽວກັບການໃຊ້ຄວາມຮຸນແຮງ; 4.ແພດ,ພະນັກງານສັງຄົມສົງເຄາະຫຼືນັກສັງຄົມສົງເຄາະ,ຄູ,ອາຈານ,ຜູ້ເບິ່ງແຍງດູແລເດັກ,ເຈົ້າໜ້າທີ່ຕໍາຫຼວດແລະພະນັກງານອື່ນທີ່ປະຕິບັດໜ້າທີ່ທີ່ໄດ້ພົບເຫັນຫຼືຮູ້ເຫດການກ່ຽວກັບການໃຊ້ຄວາມຮຸນແຮງ.
ມາດຕາ58ການພິຈາລະນາການຮ້ອງຟ້ອງຫຼືການແຈ້ງຄວາມ ເຈົ້າໜ້າທີ່ສືບສວນສອບສວນຂອງຕໍາຫຼວດຕ້ອງພິຈາລະນາຄໍາຮ້ອງຟ້ອງຫຼືການແຈ້ງຄວາມພາຍໃນກໍານົດເວລາສາມວັນນັບແຕ່ວັນໄດ້ຮັບການຮ້ອງຟ້ອງຫຼືແຈ້ງຄວາມວ່າຈະດໍາເນີນການໄກ່ເກ່ຍຫຼືດໍາເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ. ການໄກ່ເກ່ຍຈະເຮັດຂຶ້ນໄດ້ກໍ່ຕໍ່ເມື່ອມີການຕົກລົງເຫັນດີຂອງຜູ້ຖືກເຄາະຮ້າຍຫຼືພໍ່ແມ່ຫຼືຜູ້ປົກຄອງຂອງດັກທີ່ຖືກເຄາະຮ້າຍແລະໃຫ້ປະຕິບັດຕາມໝາຍທີ1ຂອງພາກທີ6ຂອງກົດໝາຍສະບັບນີ້ແລະລະບຽບການອື່ນທີ່ກ່ຽວຂ້ອງ. ໃນກໍລະນີບໍ່ມີເງື່ອນໄຂດໍາເນີນການໄກ່ເກ່ຍຕາມທີ່ໄດກໍານົດໄວ້ໃນມາດຕາ51ຂອງກົດໝາຍສະບັບນີ້ກໍ່ໃຫ້ເປີດການສືບສວນສອບສວນໂດຍປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.
ມາດຕາ59ຫຼັກການໃນການດໍາເນີນຄະດີກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ການດໍາເນີນຄະດີກ່ຽວກັບການໃຊ້ຄວາມຮຸນແຮງແມ່ຍິງແລະເດັກບໍ່ວ່າໃນຂັ້ນຕອນການສືບສວນສອບສວນແລະການໄຕ່ສວນຄະດີໃຫ້ປະຕິບັດຕາມຫຼັກການທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ໃນກໍລະນີຜູ້ຖືກເຄາະຮ້າຍເປັນເດັກຫຼືເດັກເປັນຜູ້ໃຊ້ຄວາມຮຸນແຮງໃຫ້ປະຕິບັດຕາມຫຼັກການທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີເດັກ.
ມາດຕາ60ການຮ້ອງຟ້ອງເອົາຄ່າເສຍຫາຍທາງແພ່ງ ການຮ້ອງຟ້ອງເອົາຄ່າເສຍຫາຍທາງແພ່ງທີ່ຕິດພັນກັບການກະທໍາຜິດທາງອາຍາໃຫ້ດໍາເນີນໄປພ້ອມກັບການດໍາເນີນຄະດີອາຍາ.ໃນກໍລະນີການໃຊ້ຄວາມຮຸນແຮງຕໍ່ຊັບສິນຫຼືເສດຖະກິດຜູ້ຖືກເຄາະຮ້າຍມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອທວງເອົາຄ່າເສຍຫາຍທາງແພ່ງຊຶ່ງການດໍາເນີນຄະດີໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.
ພາກທີ7ການຄຸ້ມຄອງແລະການກວດກາ
ໝວດທີ1ການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງ
ມາດຕາ61ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ສູນກາງສະຫະພັນແມ່ຍິງລາວແລະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບຕາມພາລະບົດບາດຂອງຕົນກັບກໍາມາທິການເພື່ອແມ່ແລະເດັກແຫ່ງຊາດ,ກະຊວງຕ່າງໆທີ່ກ່ຽວຂ້ອງເປັນຕົ້ນກະຊວງແຮງງານແລະສະຫວັດດີການສັງຄົມ,ກະຊວງສາທາລະນະສຸກ,ກະຊວງສຶກສາທຶການແລະກິລາ,ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ,ກະຊວງປ້ອງກັນຄວາມສະຫງົບ,ກະຊວງຍຸຕິທໍາ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ມາດຕາ62ສິດແລະໜ້າທີ່ຂອງສູນກາງສະຄະພັນແມ່ຍິງລາວ ໃນການຕານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກສູນກາງສະຫະພັນແມ່ຍິງລາວມີສິດແລະໜ້າທີ່ຕາມພາລະບົດບາດຂອງຕົນດັ່ງນີ້: 1.ສ້າງແລະປັບປຸງນະໂຍບາຍ,ແຜນຍຸດທະສານແລະກົດໝາຍກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ,ຄວາມສະເໝີພາບຍິງຊາຍແລະການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງແລະເດັກເພື່ອສະເໜີລັດຖະບານພິຈາລະນາ; 2.ສ້າງແລະປະຕິບັດແຜນການ,ກິດຈະກໍາເພື່ອຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 3.ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບສິດສະເໝີພາບຍິງຊາຍ,ການຍົກສູງບົດບາດຂອງແມ່ຍິງແລະການປົກປ້ອງແມ່ຍິງຈາກການໃຊ້ຄວາມຮຸນແງລວມທັງສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ; 4.ຊີ້ນໍາ,ຊຸກຍູ້,ຄຸ້ມຄອງແລະຕິດຕາມການເຄື່ອນໄຫວຂອງພະນັກງານສັງຄົມສົງເຄາະຫຼືນັກສັງຄົມສົງເຄາະທີ່ຂຶ້ນກັບຕົນ; 5.ເກັບກໍາ,ຄົ້ນຄວ້າແລະວິໄຈຂໍ້ມູນກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 6.ຈັດຕັ້ງການໃຫ້ຄໍາປຶກສາແລະປົກປ້ອງແມ່ຍິງແລະເດັກເພື່ອໃຫ້ແມ່ຍິງແລະເດັກໄດ້ຮັບການຊ່ວຍເຫຼືອ,ຮູ້ເງື່ອນໄຂແລະວິທີການເຂົ້າເຖິງຂະບວນການຍຸຕິທໍາ; 7.ສ້າງກິດຈະກໍາເພື່ອສົ່ງເສີມສິດສະເໝີພາບຍິງຊາຍແລະຍົກສູງບົດບາດຂອງແມ່ຍິງແລະເດັກໃນຄອບຄົວແລະສັງຄົມ; 8.ສ້າງກົນໄກແລະລະບົບປະສານງານໃນການຊ່ວຍເຫຼືອແມ່ຍິງແລະເດັກທີ່ຖືກເຄາະຮ້າຍລວມທັງເດັກທີ່ຕິດຕາມຢ່າງທັນການ; 9.ຊ່ວຍເຫຼືອຜູ້ຖືກເຄາະຮ້າຍດ້ານການໃຫ້ຄໍາປຶກສາ,ທີ່ພັກເຊົາຊົ່ວຄາວທີ່ປອດໄພ,ດ້ານກົດໝາຍ,ການສຶກສາ,ການຝຶກອົບຮົມວິຊາຊີບແລະການສົ່ງກັບຄືນສູ່ຄອບຄົວແລະສັງຄົມທັງເປັນຜູ້ປົກປ້ອງຜູ້ຖືກເຄາະຮ້າຍໃນການດໍາເນີນຄະດີໂດຍບໍ່ເສຍຄ່າ; 10.ປະສານສົມທົບ,ຊຸກຍູ້ແລະຕິດຕາມກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 11.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຍກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 12.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ63ສິດແລະໜ້າທີ່ຂອງຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດແລະຄະນະກໍາມາທິການເພື່ອແມ່ແລະເດັກແຫ່ງຊາດ. ໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດແລະຄະນະກໍາມາທິການເພື່ອແມ່ແລະເດັກແຫ່ງຊາດມີສິດແລະໜ້າທີ່ຕາມພາລະບົດບາດຂອງຕົນດັ່ງນີ້: 1.ສະເໜີສ້າງແລະປັບປຸງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະຄົ້ນຄວ້າອອກລະບຽບການທີ່ພົວພັນເຖິງການປົກປ້ອງສິດຂອງແມ່ຍິງແລະສົ່ງເສີມສິດສະເໝີພາບຍິງຊາຍແລະການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 2.ສ້າງແລະປະຕິບັດແຜນການດໍາເນີນງານແຫ່ງຊາດແລະກິດຈະກໍາເພື່ອຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 3.ໂຄສະນາ,ເຜີຍແຜຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ,ຄວາມສະເໝີພາບຍິງຊາຍລວມທັງສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ; 4.ເປັນໃຈກາງປະສານສົມທົບ,ຊຸກຍູ້ແລະຕິດຕາມກະຊວງ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 5.ເກັບກໍາ,ຄົ້ນຄວ້າແລະວິໄຈຂໍ້ມູນກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 6.ພົວພັນ,ຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 7.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ. 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ64ສິດແລະໜ້າທີ່ຂອງກະຊວງແຮງງານແລະສະຫວັດດີການສັງຄົມ ໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກກະຊວງແຮງງການແລະສະຫວັດດີການສັງຄົມມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງຜັນຂະຫຍາຍແຜນນະໂຍບາຍ,ກົດໝາຍ,ລະບຽບການກ່ຽວກັບການປ້ອງກັນການປົກປ້ອງ,ການຊ່ວຍເຫຼືອແລະການກັບສູ່ຄອບຄົວແລະສັງຄົມຂອງຜູ້ຖືກເຄາະຮ້າຍຈາການໃຊ້ຄວາມຮຸນແຮງ; 2.ໂຄສະນາ,ເຜີຍແຜ່ກົດໝາຍ,ລະບຽບການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕາມຄວາມຮັບຜິດຊອບຂອງຕົນ; 3.ສ້າງແລະຄຸ້ມຄອງຕາໜ່າງຫຼືຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກເພື່ອໃຫ້ການປົກປ້ອງແລະຊ່ວຍເຫຼືອເດັກທີ່ຖືກເຄາະຮ້າຍຢ່າງທົ່ວເຖິງ; 4.ຊີ້ນໍາ,ຊຸກຍູ້,ຄຸ້ມຄອງແລະຕິດຕາມການເຄື່ອນໄຫວຂອງພະນັກງານສັງຄົມສົງເຄາະຫຼືນັກສັງຄົມສົງເຄາະທີ່ຂຶ້ນກັບຕົນ; 5.ຊີ້ນໍາແລະຄຸ້ມຄອງວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຢູ່ໂຮງຈັກ,ໂຮງງານ,ວິສາຫະກິດແລະສະຖານທີ່ເຮັດວຽກອື່ນ; 6.ສ້າງກົນໄກແລະລະບົບປະສານງານໃນການຊ່ວຍເຫຼືອເດັກທີ່ຖືກເຄາະຮ້າຍຢ່າງທັນການ; 7.ໃຫ້ການຊ່ວຍເຫຼືອດ້ານທີ່ພັກເຊົາທີ່ປອດໄພ,ຝຶກອົບຮົມວິຊາຊີບ,ສ້າງສີມືແຮງງານແລະການຊອກວຽກເຮັດງານທໍາໃຫ້ແກ່ເດັກຜູ້ຖືກເຄາະຮ້າຍ; 8.ຈັດຝຶກອົບຮົມແລະຍົກລະດັບຄວາມຮູ້ກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງໃຫ້ແກ່ພະນັກງານແລະການຈັດຕັ້ງທີ່ກ່ຽວຂ້ອງຂອງຕົນເຊັ່ນໜ່ວຍງານສັງຄົມສົງເຄາະ; 9.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ65ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກກະຊວງສາທາລະນະສຸກມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີສ້າງຫຼືປັບປຸງນະໂຍບາຍ,ກົດໝາຍແລະຄົ້ນຄວ້າອອກລະບຽບການກ່ຽວກັບການຊ່ວຍເຫຼືອດ້ານການແພດແກ່ຜູ້ຖືກເຄາະຮ້າຍ; 2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕາມຄວາມຮັບຜິດຊອບຂອງຕົນ; 3.ຊີ້ນນໍາແລະຄຸ້ມຄອງການໃຫ້ບໍລິການດ້ານການແພດ,ຟື້ນຟູດ້ານສຸຂະພາບຈິດ,ສຸຂະສຶກສາທີ່ຈໍາເປັນແກ່ຄອບຄົວ,ການຈັດຕັ້ງໂດຍສະເພາະຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ,ຈິດໃຈແລະທາງເພດ; 4.ສ້າງເງື່ອນໄຂໃຫ້ແມ່ຍິງແລະເດັກໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກ; 5.ສ້າງແລະຄຸ້ມຄອງລະບົບການບໍລິການດ້ານການແພດເພື່ອໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍແລະເດັກທີ່ຕິດຕາມຢູ່ບ່ອນດຽວກັນ; 6.ຝຶກອົບຮົມແລະຍົກລະດັບຄວາມຮູ້ກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໃຫ້ແກ່ພະນັກງານຂອງຂະແໜງການຕົນ; 7.ສະຫຼຸບແລະລາຍງານການເຄື່ອນໄຫວວຍກງານຂອງຕົນນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ66ສິດແລະໜ້າທີ່ຂອງກະຊວງສຶກສາທິການແລະກິລາ ໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກກະຊວງສຶກສາທິການແລະກິລາມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີສ້າງຫຼືປັບປຸງນະໂຍບາຍ,ກົດໝາຍແລະຄົ້ນຄວ້າອອກລະບຽບການກ່ຽວກັບການສຶກສາທີ່ສົ່ງເສີມສິດສະເໝີພາບຍິງຊາຍແລະການພັດທະນາເດັກທຸກປະເພດ; 2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕາມຄວາມຮັບຜິດຊອບຂອງຕົນ; 3.ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າເຖິງການສຶກສາໃນທຸກລະດັບ,ຄົ້ນຄວ້າເອົາເນື້ອໃນກ່ຽວກັບສິດສະເໝີພາບຍິງຊາຍ,ການບໍ່ຈໍາແນກເພດແລະການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກສັບຊ້ອນເຂົ້າໃນຫຼັກສູດການສຶກສາ; 4.ຊີ້ນໍາແລະຄຸ້ມຄອງວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຢູ່ສະຖານທີ່ລ້ຽງເດັກ,ໂຮງຮຽນແລະສະຖານການສຶກສາອື່ນ; 5.ຈັດຝຶກອົບຮົມແລະຍົກລະດັບຄວາມຮູ້ແກ່ພະນັກງານ,ຄູແລະອາຈານກ່ຽວກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 6.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ67ສິດແລະໜ້າທີ່ຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ ໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວມີສິດແລະໜ້າທີ່ດັ່ງນີ້: 1.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍ,ລະບຽບການກ່ຽວກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກແລະມູນເຊື້ອວັດທະນະທໍາອັນດີງາມຂອງຊາດ; 2.ເຜີຍແຜ່ຜົນຮ້າຍແລະຄວາມສ່ຽງຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງລະເດັກ; 3.ສະກັດກັ້ນການຜະລິດແລະເຜີຍແຜ່ສື່ລາມົກທີ່ຂັດກັບກົດໝາຍ,ລະບຽບການແລະຮີດຄອງປະເພນີອັນດີງາມຂອງລາວ,ຈໍາກັດການໂຄສະນາ,ເຜີຍແຜ່ສິ່ງທີ່ຈະກໍ່ໃຫ້ເກີດມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 4.ຈັດຝຶກອົບຮົມແລະຍົກລະດັບຄວາມຮູ້ແກ່ພະນັກງານສື່ໃນທຸກລະດັບກ່ຽວກັບງານຕ້ານລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງລະເດັກ; 5.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ68ສິດແລະໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບ ໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກກະຊວງປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ດັ່ງນີ້: 1.ຕິດຕາມ,ຊອກຫາ,ເກັບກໍາຂໍ້ມູນແລະດໍາເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໃຫ້ມີຄວາມຊັດເຈນ,ຖືກຕ້ອງລະວ່ອງໄວ; 2.ສຶກສາອົບຮົມ,ກ່າວເຕືອນ,ໄກ່ເກ່ຍຜູ້ໃຊ້ຄວາມຮຸນແຮງທີ່ກໍ່ຜົນເສຍຫາຍບໍ່ຫຼວງຫຼາຍ; 3.ຊີ້ນໍາແລະຄຸ້ມຄອງການນໍາໃຊ້ວິທີການສືບສວນສອບສວນຫຼືມາດຕະການປົກປ້ອງຜູ້ຖືກເຄາະຮ້າຍເຊັ່ນການຈັບຕົວ,ກັກຕົວ,ກັກຂັງພາງຫຼືການຫ້າມບໍ່ໃຫ້ຜູ້ໃຊ້ຄວາມຮຸນແຮງເຂົ້າໃກ້ຜູ້ຖືກເຄາະຮ້າຍ; 4.ຊ່ວຍເຫຼືອແລະກອບກູ້ເອົາຜູ້ຖືກເຄາະຮ້າຍພ້ອມທັງປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 5.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ69ສິດແລະໜ້າທີ່ຂອງກະຊວງຍຸຕິທໍາ ໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກກະຊວງຍຸຕິທໍາມີສິດແລະໜ້າທີ່ດ່ັງນີ້: 1.ຄົ້ນຄວ້າ,ສະເໜີສ້າງຫຼືປັບປຸງກົດໝາຍກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດແລະສອດຄ່ອງກັບສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ; 2.ໂຄສະນາ,ເຜີຍແຜ່ກົດໝາຍ,ລະບຽບການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ໃຫ້ການຊ່ວຍເຫຼືອດ້ານກົດໝາຍແກ່ແມ່ຍິງແລະເດັກທີ່ຖືກເຄາະຮ້າຍ; 4.ຈັດຝຶກອົບຮົມແລະຍົກລະດັບຄວາມຮູ້ດ້ານກົດໝາຍກ່ຽວກັບວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກໃຫ້ພະນັກງານແລະການຈັດຕັ້ງທີ່ຂຶ້ນກັບຕົນເຊັ່ນຫ້ອງການຍຸຕິທໍາເມືອງ,ສະພາທະນາຍຄວາມ,ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ; 5.ສະຫຼຸບແລະລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ70ສິດແລະໜ້າທີ່ຂອງຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແນວລາວສ້າງຊາດ,ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ສະຫະພັນກໍາມະບານ,ຄະນະສະມາຊິກສະພາແຫ່ງຊາດເພດຍິງ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ເຂົ້າຮ່ວມ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລະແລະຮ່ວມມືໃນການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງ,ການແກ້ໄຂແລະການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຕາມພາລະບົດບາດຂອງຕົນ. ສໍາລັບອົງການໄອຍະການປະຊາຊົນແລະສານປະຊາຊົນກໍ່ໃຫ້ດໍາເນີນຄະດີຕາມກົດໝາຍ.
ໝວດທີ2ການກວດກາວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງ
ມາດຕາ71ອົງການກວດກາ ອົງການກວດກາປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຕາມທີ່ໄດ້ກໍານົດໄວ້ໃນມາດຕາ61ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດ,ອົງການໄອຍະການປະຊາຊົນ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນ.
ມາດຕາ72ເນື້ອໃນການກວດກາ ການກວດກາວຽກງານຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກມີເນື້ອໃນດັ່ງນີ້: 1.ການປະຕິບັດກົດໝາຍແລະລະບຽບການກ່ຽວກັບການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ; 2.ການປະຕິບັດສິດແລະໜ້າທີ່ຂອງອົງການຄຸ້ມຄອງລວມທັງການນໍາໃຊ້ມາດຕະການທາງດ້ານກົດໝາຍຕໍ່ຜູ້ໃຊ້ຄວາມຮຸນແຮງ; 3.ການປ້ອງກັນ,ການປົກປ້ອງ,ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ,ການແກ້ໄຂແລະບັນຫາອື່ນທີ່ກ່ຽວຂ້ອງ.
ມາດຕາ73ຮູບການການກວດກາ ການກວດກາມີສາມຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມແຜນການແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງຄັ້ງຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງນ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາໃນເວລາທີ່ເຫັນວ່າມີຄວາມຈໍາເປັນແລະຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນລ່ວງໜ້າ.
ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ
ມາດຕາ74ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ,ໃນການເຂົ້າຮ່ວມແລະໃຫ້ຄວາມຮ່ວມມືໃນການຕານແລະສະກັດກັນການໃຊຄວາມຮຸນແຮງຕໍ່ແມ່ຍິງແລະເດັກລວມທັງການປົກປ້ອງແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈະໄດຮັບການຍ້ອງຍໍຫຼືປະຕິບັດນະໂຍບາຍອື່ນຕາມລະບຽບການ.
ມາດຕາ75ມາດຕະການຕໍ່ຜູລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ45ແລະ46ຂອງກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ລົງວິໄນ,ປັບໃໝ,ທາງແພ່ງຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.
ມາດຕາ76ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງຫຼືເດັກໃນຄອບຄົວ,ພະນັກງານ,ຜູ້ຮັບໃຊ້ວຽກງານຂອງຕົນຫຼືບຸກຄົນອື່ນທີ່ເປັນແມ່ຍິງຫຼືເດັກທີ່ກໍ່ຜົນເສຍຫາຍບໍ່ຫຼວງຫຼາຍແລະເປັນເທື່ອທໍາອິດຈະຖືກສຶກສາອົບຮົມແລະກ່າວເຕືອນພ້ອມທັງເຮັດບົດບັນທຶກ.
ມາດຕາ77ມາດຕະການທາງວິໄນ ພະນັກງານຫຼືເຈົ້າໜ້າທີ່ຂອງລັດທີ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງຫຼືເດັກຫຼືລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ45ຂອງກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມລະບຽບລັດຖະກອນຕາມແຕ່ລະກໍລະນີດັ່ງນີ້: 1.ຕິຕຽນ,ກ່າວເຕືອນຄວາມຜິດພ້ອມທັງບັນທຶກໄວ້ໃນສໍານວນຊີວະປະຫວັດຂອງຜູ້ກ່ຽວ; 2.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍ; 3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ; 4.ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
ມາດຕາ78ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງຫຼືເດັກຊຶ່ງກໍ່ຄວາມເສຍຫາຍຕໍ່ຮ່າງກາຍ,ສຸຂະພາບ,ຊີວິດຫຼືຊັບສິນເປັນຕົ້ນການທໍາຮ້າຍຮ່າງກາຍ,ການກີດກັ້ນການປະຕິບັດສິດແລະພັນທະ,ການໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງ,ການບັງຄັບທາງເພດຈະຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນເຊັ່ນຄ່າປິ່ນປົວ,ຄ່າປົວແປງຈິດໃຈແລະຄ່າປ່ວຍການ.
ມາດຕາ79ມາດຕະການທາງອາຍາ ບຸກຄົນທີ່ໄດ້ໃຊ້ຄວາມຮຸນແຮງຕໍ່ແມ່ຍິງຫຼືເດັກທີ່ເປັນການກະທໍາຜິດທາງອາຍາຈະຖືກດໍາເນີນຄະດີແລະລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.ນອກຈາກນັ້ນຜູ້ໃຊ້ຄວາມຮຸນແຮງລຸ່ມນີ້ກໍ່ຈະຖືກລົງໂທດດັ່ງນີ້: 1.ບຸກຄົນຜູ້ເປັນຜົວທີ່ໄດ້ບັງຄັບຮ່ວມເພດກັບເມຍຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມແສນກີບຫາໜຶ່ງລ້ານກີບ.ໃນກໍລະນີການບັງຄັບຮ່ວມເພດທີ່ພາໃຫ້ມີການບາດເຈັບໜັກຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສາມລ້ານກີບ; 2.ບຸກຄົນທີ່ໄດ້ຮ່ວມເພດກັບເດັກຍິງຫຼືເດັກຊາຍທີ່ມີອາຍຸຕໍ່າກວ່າສິບແປດປີລົງມາຫາສິບຫ້າປີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສອງລ້ານກີບ.ໃນກໍລະນີຮ່ວມເພດກັບເດັກທີ່ມີອາຍຸຕໍ່າກວ່າສິບຫ້າປີລົງມາຫາສິບສອງປີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບແລະໃນກໍລະນີຮ່ວມເພດກັບເດັກທີ່ມີອາຍຸຕໍ່າກວ່າສິບສອງປີຈະຖືວ່າເປັນການຂົ່ມຂືນທໍາຊໍາເລົາເດັກແລະຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ. 3.ບຸກຄົນທີ່ໄດ້ບັງຄັບຜູ້ຍິງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນແຕ່ງດອງ,ຢ່າຮ້າງຫຼືກີດກັ້ນການແຕ່ງດອງຫຼືການຢ່າຮ້າງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມແສນກີບຫາໜຶ່ງລ້ານກີບ.ໃນກໍລະນີບັງຄັບເດັກຕໍ່າກວ່າສິບແປດປີແຕ່ງດອງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສາມລ້ານກີບ. 4.ບຸກຄົນທີ່ໄດ້ຈໍາແນກເດັກຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສາມລ້ານກີບ.
ມາດຕາ80ມາດຕະການທາງອາຍາຕໍ່ຜູ້ບໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍ ບຸກຄົນທີ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ແມ່ຍິງຫຼືເດັກທີ່ເປັນຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທີ່ເປັນອັນຕະລາຍຮ້າຍແຮງທັງໆທີ່ຕົນມີຄວາມສາມາດຊ່ວຍເຫຼືອໄດ້ກໍ່ຈະມີຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຊາ.
ພາກທີ9ບົດບັນຍັດສຸດທ້າຍ ລັດຖະບານແຫ່ງສປປລາວແລະສຸນກາງສະຫະພັນແມ່ຍິງລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ມາດຕາ82ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ