Jump to content

ກົດໝາຍວ່າດ້ວຍການປະກັນສັງຄົມ(ສະບັບປັບປຸງ) 27-03-2018

From Wikisource

ການປະກັນສັງຄົມ(ສະບັບປັບປຸງ) 27-03-2018

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງແລະການກວດກາວຽກງານປະກັນສັງຄົມເພື່ອໃຫ້ວຽກງານດັ່ງກ່າວເປັນລະບົບ,ເຂົ້ມແຂງແລະມີປະສິດທິພາບຮັບປະກັນການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ໃຊ້ແຮງງານ,ຜູ້ປະກັນຕົນແລະສະມາຊິກຄອບຄົວດ້ວຍການປະກອບທຶນສົມທົບແລະການສະໜອງການອຸດໜູນປະກັນສັງຄົມແນໃສ່ຄໍ້າປະກັນການດໍາເລົງຊີວິດຂັ້ນພື້ນຖານ,ການສ້າງຄວາມສາມັກຄີປອງດອງ,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ.

ມາດຕາ2(ປັບປຸງ)ການປະກັນສັງຄົມ ການປະກັນສັງຄົມແມ່ນການຮັບປະກັນໃຫ້ຜູ້ປະກັນຕົນແລະສະມາຊິກຄອບຄົວໄດ້ຮັບການອຸດໜູນຈາກກອງທຶນປະກັນສັງຄົມເພື່ອຄໍ້າປະກັນພື້ນຖານການດໍາລົງຊີວິດເມື່ອມີການປິ່ນປົວສຸຂະພາບ,ເກີດອຸປະຕິເຫດແຮງງານຫຼືພະຍາດອາຊີບ,ອອກລູກ,ປ່ວຍການ,ເສຍກໍາລັງແຮງງານ,ບໍານານ,ເສຍຊີວິດ,ອຸດໜູນສະມາຊິກຄອບຄົວແລະວ່າງງານຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນແຕ່ລະກໍລະນີ

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຜູ້ໃຊ້ແຮງງານໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ຜູ້ອອກແຮງງານເຮັດວຽກໃຫ້ຕົນໂດຍຕ້ອງຈ່າຍເງິນເດືອນຫຼືຄ່າແຮງງານລວມທັງຜົນປະໂຫຍດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະສັນຍາແຮງງານ; 2.ຫົວໜ່ວຍແຮງງານໝາຍເຖິງຫົວໜ່ວຍການຜະລິດ,ທຸລະກິດ,ການຄ້າຫຼືການບໍລິການຂອງທຸກພາກສ່ວນເສດຖະກິດສັງຄົມທີ່ໄດ້ຂຶ້ນທະບຽນຕາມກົດໝາຍ; 3.ພະນັກງານລັດຖະກອນໝາຍເຖິງພົນລະເມືອງລາວຜູ້ຖືກຮັບບັນຈຸໃຫ້ເຮັດວຽກ,ເລືອກຕັ້ງຫຼືແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງໃດໜຶ່ງໃນອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ສະຫະພັນນັກຮົບເກົ້າລາວແລະອົງການຈັດຕັ້ງປະມາຊົນຂັ້ນສູນກາງແລະທ້ອງຖິ່ນຫຼືໄປປະຈໍາການຢູ່ສໍານັກງານຜູ້ຕາງໜ້າສປປລາວຢູ່ຕ່າງປະເທດແລະອົງການຈັດຕັ້ງສາກົນຊຶ່ງໄດ້ຮັບເງິນເດືອນແລະເງິນອຸດໜູນຈາກງົບປະມານຂອງລັດ; 4.ຜູ້ອອກແຮງງານໝາຍເຖິງບຸກຄົນທີ່ເຮັດວຽກຢູ່ພາຍໃຕ້ການຄຸ້ມຄອງດູແລຂອງຜູ້ໃຊ້ແຮງງານໂດຍໄດ້ຮັບການທົດແທນຈາກການອອກແຮງງານເປັນເງິນເດືອນຫຼືຄ່າແຮງງານລວມທັງຜົນປະໂຫຍດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະສັນຍາແຮງງານ; 5.ຜູ້ປະກອບອາຊີບສ່ວນບຸກຄົນໝາຍເຖິງຜູ້ເຮັດວຽກໃຫ້ຕົນເອງໃນຂົງເຂດຕ່າງໆເປັນຕົ້ນຂົງເຂດກະສິກໍາ,ອຸດສາຫະກໍາ,ການຄ້າແລະການບໍລິການ; 6.ຜູ້ສະໝັກໃຈໝາຍເຖິງຜູ້ປະກອບອາຊີບສ່ວນບຸກຄົນແລະບຸກຄົນທົ່ວໄປທີ່ສະໝັກໃຈສົມທົບເງິນເຂົ້າກອງທຶນປະກັນສັງຄົມ; 7.ຜູ້ປະກັນຕົນໝາຍເຖິງພະນັກງານລັດຖະກອນ,ທະຫານ,ຕໍາຫຼວດ,ຜູ້ອອກແຮງງານທີ່ໄດ້ຮັບເງິນເດືອນຫຼືຄ່າແຮງງານແລະຜູ້ສະໝັກໃຈທີ່ໄດ້ສົມທົບເງິນເຂົ້າກອງທຶນປະກັນສັງຄົມລວມທັງຜູ້ຮັບບໍານານແລະຜູ້ຮັບອຸດໜູນເສຍກໍາລັງແຮງງານ; 8.ໄລຍະປະກັນຕົນໝາຍເຖິງໄລຍະເວລາທີ່ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມ,ໄລຍະຮັບອຸດໜູນປ່ວຍການຫຼືໄລຍະຮັບອຸດໜູນອອກລູກສໍາລັບພະນັກງານລັດຖະກອນໃຫ້ນັບແຕ່ໄລຍະບັນຈຸເຂົ້າເປັນພະນັກງານລັດຖະກອນເປັນຕົ້ນໄປ; 9.ສະມາຊິກຄອບຄົວໝາຍເຖິງຜົວ,ເມຍ,ລູກ,ພໍ່ແລະແມ່ຂອງຜູ້ປະກັນຕົນ; 10.ຜູ້ດູແລໝາຍເຖິງຜົວ,ເມຍ,ລູກຫຼືບຸກຄົນອື່ນທີ່ເຮັດໜ້າທີ່ໃນການເບິ່ງແຍງຊ່ວຍເຫຼືອຜູ້ເສຍກໍາລັງແຮງງານປະເພດ1; 11.ເງິນສົມທົບໝາຍເຖິງງິນທີ່ລັດຖະບານ,ຜູ້ໃຊ້ແຮງງານ,ຜູ້ປະກັນຕົນໄດ້ມອບເຂົ້າກອງທຶນປະກັນສັງຄົມເປັນລາຍເດືອນຕາມອັດຕາສ່ວນທີ່ໄດ້ກໍານົດໄວ້; 12.ການເສຍກໍາລັງແຮງງານໝາຍເຖິງການຂາດສະມັດຖະພາບແຮງງານຫຼືສະພາວະປົກກະຕິທາງຈິດ,ການສູນເສຍອະໄວຍະວະຫຼືເສຍອົງຄະໃດໜຶ່ງຍ້ອນປະສົບອຸປະຕິເຫດແຮງງານຫຼືພະຍາດອາຊີບ,ປະສົບອຸປະຕິເຫດອື່ນຫຼືພະຍາດທົ່ວໄປ; 13.ອຸປະຕິເຫດແຮງງານໝາຍເຖິງການເກີດອຸປະຕິເຫດຍ້ອນການເຮັດວຽກຢູ່ໃນຫຼືນອກສະຖານທີ່ເຮັດວຽກ,ເວລາເດີນທາງໄປກັບລະຫວ່າງທີ່ພັກເຊົາຫາບ່ອນເຮັດວຽກແລະໄລຍະການເຄື່ອນໄຫວທາງການ; 14.ພະຍາດອາຊີບໝາຍເຖິງພະຍາດທຸກຊະນິດທີ່ເກີດຈາກການປະກອບວິຊາຊີບຊຶ່ງພາໃຫ້ເກີດຜົນກະທົບທັງໄຍະສັ້ນແລະໄລຍະຍາວຕໍ່ສຸຂະພາບຮ່າງກາຍແລະສຸຂະພາບຈິດຂອງຜູ້ປະກັນຕົນ; 15.ຜູ້ເກີດສິດປິ່ນຜົວສຸຂະພາບໝາຍເຖິງຜູ້ປະກັນຕົນ,ຜົວຫຼືເມຍແລະລູກຂອງຜູ້ປະກັນຕົນລວມທັງຜູ້ກໍາລັງຮັບອຸດໜູນປະກັນສັງຄົມ; 16.ຜູ້ຮັບບໍານານຄືນໝາຍເຖິງພະນັກງານລັດຖະກອນ,ທະຫານ,ຕໍາຫຼວດເຂົ້າເຮັດການປະຕິວັດແຕ່ປີ1975ຄືນຫຼັງຊຶ່ງໄດ້ອອກພັກການມີເງື່ອນໄຂຮັບອຸດໜູນບໍານານແຕ່ໄດ້ຮັບອຸດໜູນເທື່ອດຽວຫຼືຜູ້ທີ່ການຈັດຕັ້ງຂອງພັກ,ລັດໃຫ້ໄປເຮັດວຽກຢູ່ລັດວິສາຫະກິດໃດໜຶ່ງໄດ້ອອກພັກຜ່ອນແຕ່ປີ1994ຄືນຫຼັງໃນເວລາທີ່ລັດວິສາຫະກິດກຸ້ມຕົນເອງທາງດ້ານງົບປະມານຫຼືຫັນເປັນຮູບການກໍາມະສິດອື່ນ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານປະກັນສັງຄົມ ລັດຊຸກຍູ້ແລະສົ່ງເສີມການພັດທະນາວຽກງານປະກັນສັງຄົມໃຫ້ດໍາເນີນໄປຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດຊຶ່ງລັດ,ຜູ້ໃຊ້ແຮງງານແລະຜູ້ປະກັນຕົວປະກອບທຶນເຂົ້າວຽກງານປະກັນສັງຄົມເພື່ອຮັບປະກັນການຕອບສະໜອງການອຸດໜູນປະກັນສັງຄົມພາຍໃຕ້ການຄຸ້ມຄອງຂອງລັດໂດຍມີການຍົກເວັ້ນອາກອນສໍາລັບເງິນອຸດໜູນປະກັນສັງຄົມປະເພດຕ່າງໆ. ລັດຊຸກຍູ້ໃຫ້ພົນລະເມືອງເຂົ້າຮ່ວມປະກັນສັງຄົມເພື່ອຮັບປະກັນໃຫ້ໄດ້ຮັບການອຸດໜູນປະກັນສັງຄົມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ລົດຊຸກຍູ້ໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດປະກອບສ່ວນດ້ານທຶນຮອນແລະເຕັກນິກວິຊາການເຂົ້າໃນການພັດທະນາວຽກງານປະກັນສັງຄົມໃຫ້ເຕີບໃຫຍ່ຂະຫຍາຍຕົວ.

ມາດຕາ5(ປັບປຸງ)ຫຼັກການພື້ນຖານກ່ຽວກັບວຽກງານປະກັນສັງຄົມ ວຽກງານປະກັນສັງຄົມຕ້ອງດໍາເນີນບົນຫຼັກການພື້ນຖານດັ່ງນີ້: 1.ສອດຄ່ອງກັບແນວທາງນະໂຍບາຍ,ຍຸດທະສາດແລະຄຸ້ມຄອງຕາມກົດໝາຍຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 2.ຮັບປະກັນການສົມທົບທຶນເຂົ້າກອງທຶນປະກັນສັງຄົມຂອງລັດຖະບານ,ຜູ້ໃຊ້ແຮງງານ,ຜູ້ອອກແຮງງານ,ຜູ້ປະກອບອາຊີບສ່ວນບຸກຄົນແລະຜູ້ສະໝັກໃຈຕາມຕັດຕາສ່ວນເງິນສົມທົບທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 3.ຮັບປະກັນການປົກປ້ອງສິດແລະຜົນປະໂຫຍດໃນການອຸດໜູນປະກັນສັງຄົມໃຫ້ຜູ້ປະກັນຕົນແລະສະມາຊິກຄອບຄົວ; 4.ຮັບປະກັນຄວາມຍຸຕິທໍາ,ໂປ່ງໃສ,ວ່ອງໄວແລະສາມາດກວດສອບໄດ້; 5.ຮັບປະກັານການສະສົມທຶນ,ສະເລ່ຍຄວາມສ່ຽງ,ຊ່ວຍເຫຼືອຊຶ່ງກັນແລະກັນແລະມີຄວາມຍືນຍົງ; 6.ຮັບປະກັນການຄິດໄລ່ເງິນອຸດໜູນປະກັນສັງຄົມປະເພດຕ່າງໆໂດຍຖືເອົາເງິນປະກັນຕົນຫຼືຄ່າແຮງງານຕໍ່າສຸດເປັນຕົວຕັ້ງ; 7.ສອດຄ່ອງກັບສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ມາດຕາ6ພັນທະຕໍ່ວຽກງານປະກັນສັງຄົມ ພັນທະຕໍ່ວຽກງານປະກັນສັງຄົມມີດັ່ງນີ້: 1.ລັດຖະບານມີພັນທະຈັດສັນງົບປະມານຂອງັດເພື່ອສົມທົບເງິນເຂົ້າກອງທຶນປະກັນສັງຄົມແລະຄໍ້າປະກັນຄວາມຍືນຍົງຂອງກອງທຶນ; 2.ຜູ້ໃຊ້ແຮງງານມີພັນທະເຂົ້າຮ່ວມແລະສົມທົບເງິນເຂົ້າກອງທຶນປະກັນສັງຄົມ; 3.ຜູ້ປະກັນຕົນມີພັນທະຂຶ້ນທະບຽນປະກັນສັງຄົມແລະສົມທົບເງິນເຂົ້າກອງທຶນປະກັນສັງຄົມ.

ມາດຕາ7(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາກລັດ,ພາກວິສາຫະກິດແລະຜູ້ສະໝັກໃຈທີ່ພົວພັນກັບການເຄື່ອນໄຫວວຽກງານປະກັນສັງຄົມໃນຂອບເຂດທົ່ວປະເທດ.

ມາດຕາ8ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານປະກັນສັງຄົມດ້ວຍການຍົກລະດັບຄວາມຮູ້ທາງດ້ານວິຊາການ,ການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດແລະເຕັກໂນໂລຊີເພື່ອພັດທະນາວຽກງານປະກັນສັງຄົມ,ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ປະເພດການອຸດໜູນແລະເປົ້າໝາຍຮັບການອຸດໜູນປະກັນສັງຄົມ

ມາດຕາ9(ປັບປຸງ)ປະເພດການອຸດໜູນປະກັນສັງຄົມ ປະເພດການອຸດໜູນປະກັນສັງຄົມມີດັ່ງນີ້: 1.ການອຸດໜູນປະກັນສຸຂະພາບ; 2.ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ; 3.ການອຸດໜູນອອກລູກ; 4.ການອຸດໜູນປ່ວຍການ; 5.ການອຸດໜູນເສຍກໍາລັງແຮງງານ; 6.ການອຸດໜູນບໍານານ; 7.ການອຸດໜູນເສຍຊີວິດ; 8.ການອຸດໜູນສະມາຊິກຄອບຄົວ; 9.ການອຸດໜູນວ່າງງານ.

ມາດຕາ10(ປັບປຸງ)ການອຸດໜູນປະກັນສຸຂະພາບ ການອຸດໜູນປະກັນສຸຂະພາບແມ່ນການສະໜອງເງິນອຸດໜູນເພື່ອຮັບປະກັນໃຫ້ຜູ້ປະກັນຕົນລວມທັງລູກ,ຜົວຫຼືເມຍຂອງຜູ້ກ່ຽວ,ຜູ້ຮັບອຸດໜູນສະມາຊິກຄອບຄົວແລະຜູ້ຮັບອຸດໜູນດູແລໄດ້ຮັບການບໍລິການປິ່ນປົວສຸຂະພາບເປັນຕົ້ນການບໍລິການກວດແລະບົ່ງມະຕິພະຍາດ,ການປິ່ນປົວທາງການແພດ,ການຟື້ນຟູສະມັດຖະພາບຂອງຮ່າງກາຍ,ການບໍລິການໃນເວລາຖືພາແລະອອກລູກ,ການປິ່ນປົວໃນກໍລະນີໄດ້ຮັບບາດເຈັບຈາກອຸປະຕິເຫດແຮງງານຫຼືພະຍາດອາຊີບ.

ມາດຕາ11(ປັບປຸງ)ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບແມ່ນການສະໜອງເງິນອຸດໜູນປິ່ນປົວສຸຂະພາບ,ອຸດໜູນປ່ວຍການ,ອຸດໜູນເສຍກໍາລັງແຮງງານ,ອຸດໜູນເສຍຊີວິດແລະອຸດໜູນສະມາຊິກຄອບຄົວໃນກໍລະນີເກີດອຸປະຕິເຫດແຮງງານຫຼືເປັນພະຍາດອາຊີບ.

ມາດຕາ12(ປັບປຸງ)ການອຸດໜູນອອກລູກ ການອຸດໜູນອອກລູກແມ່ນການສະໜອງເງິນອຸດໜູນໃຫ້ແກ່ການອອກລູກ,ການຫຼຸລູກ,ລູກຕາຍໃນທ້ອງຫຼືການເອົາເດັກນ້ອຍເກີດໃໝ່ທີ່ມີອາຍຸສາມເດືອນລົງມາເປັນລູກລ້ຽງ. ການອຸດໜູນອອກລູກປະກອບດ້ວຍເງິນບໍາເນັດອອກລູກຊຶ່ງຈ່າຍໃຫ້ເທື່ອດຽວຕໍ່ການອອກລູກແຕ່ລະຄັ້ງແລະເງິນອຸດໜູນອອກລູກຊຶ່ງຈ່າຍເປັນລາຍເດືອນເປັນເງິນທົດແທນລາຍໄດ້ໃຫ້ແກ່ຜູ້ປະກັນຕົນເພດຍິງພາກວິສາຫະກິດໃນເວລາພັກອອກລູກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ13(ປັບປຸງ)ການອຸດໜູນປ່ວຍການ ການອຸດໜູນປ່ວຍການແມ່ນການສະໜອງເງິນທົດແທນລາຍໄດ້ໃຫ້ແກ່ຜູ້ປະກັນຕົນທີ່ຖືກຢຸດຈ່າຍເງິນເດືອນຊົ່ວຄາວໃນເວລາປິ່ນປົວແລະຟື້ນຟູສຸຂະພາອັນເນື່ອງມາຈາກປະສົບອຸປະຕິເຫດແຮງງານຫຼືພະຍາດອາຊີບ,ປະສົມອຸປະຕິເຫດອື່ນຫຼືພະຍາດທົ່ວໄປ,ການອອກລູກ,ຫຼຸລູກຫຼືລູກຕາຍໃນທ້ອງ.

ມາດຕາ14(ໃໝ່)ການອຸດໜູນເສຍກໍາລັງແຮງງານ ການອຸດໜູນເສຍກໍາລັງແຮງງານແມ່ນການສະໜອງເງິນອຸດໜູນໃຫ້ຜູ້ປະກັນຕົນທີ່ຂາດສະມັດຖະພາບແຮງງານຫຼືສະພາວະປົກກະຕິທາງຈິດໃຈ,ການສູນເສຍອະໄວຍະວະຫຼືເສຍອົງຄະໃດໜຶ່ງຍ້ອນປະສົບອຸປະຕິເຫດແຮງງານຫຼືພະຍາດອາຊີບ,ປະສົບອຸປະຕິເຫດອື່ນຫຼືພະຍາດທົ່ວໄປ.

ມາດຕາ15(ປັບປຸງ)ການອຸດໜູນບໍານານ ການອຸດໜູນບໍານານແມ່ນການສະໜອງເງິນອຸດໜູນເປັນລາຍເດືອນໃຫ້ຜູ້ປະກັນຕົນທີ່ຄົບເງື່ອນໄຂພັກຮັບບໍານານ,ສໍາລັບຜູ້ບໍ່ຄົບເງື່ອນໄຂຮັບອຸດໜູນບໍານານຈະໄດ້ຮັບເງິນອຸດໜູນເທື່ອດຽວ.

ມາດຕາ16(ປັບປຸງ)ການອຸດໜູນເສຍຊີວິດ ການອຸດໜູນເສຍຊີວິດແມ່ນການສະໜອງເງິນອຸດໜູນເພື່ອເປັນການແບ່ງເບົາພາລະໃຊ້ຈ່າຍໃນການຈັດພິທີຊາປະນະກິດສົບໃຫ້ແກ່ຜູ້ປະກັນຕົນ,ຜູ້ຮັບອຸດໜູນບໍານານ,ຜູ້ຮັບອຸດໜູນເສຍກໍາລັງແຮງງານແລະສະມາຊິກຄອບຄົວລວມທັງຜູ້ຮັບອຸດໜູນສະມາຊິກຄອບຄົວແລະຜູ້ຮັບອຸດໜູນດູແລທີ່ໄດ້ເສຍຊີວິດ.

ມາດຕາ17ການອຸດໜູນສະມາຊິກຄອບຄົວ ການອຸດໜູນສະມາຊິກຄອບຄົວແມ່ນການສະໜອງເງິນອຸດໜູນເປັນລາຍເດືອນໃຫ້ຜົວຫຼືເມຍ,ລູກ,ພໍ່ແລະແມ່ຂອງຜູ້ປະກັນຕົນທີ່ໄດ້ເສຍຊີວິດ.

ມາດຕາ18(ປັບປຸງ)ການອຸດໜູນວ່າງງານ ການອຸດໜູນວ່າງງານແມ່ນການສະໜອງເງິນອຸດໜູນເພື່ອທົດແທນລາຍໄດ້ເປັນລາຍເດືອນໃຫ້ຜູ້ປະກັນຕົວໃນເວລາວ່າງງານເປັນແຕ່ລະໄລຍະ.

ມາດຕາ19(ປັບປຸງ)ເປົ້າໝາຍຮັບການອຸດໜູນປະກັນສັງຄົມ ເປົ້າໝາຍຮັບການອຸດໜູນປະກັນສັງຄົມຂອງແຕ່ລະກໍ່ລະນີມີດັ່ງນີ້: 1.ພະນັກງານລັດຖະກອນ,ທະຫານແລະຕໍາຫຼວດໄດ້ຮັບການອຸດໜູນປະກັນສັງຄົມຕາມທີ່ໄດ້ກໍານົດໄວ້ໃນພາກທີ3ຂອງກົດໝາຍສະບັບນີ້; 2.ຜູ້ອອກແຮງງານໃນຫົວໜ່ວຍແຮງງານໄດ້ຮັບການອຸດໜູນປະກັນສັງຄົມຕາມທີ່ໄດ້ກໍານົດໄວ້ໃນພາກທີ4ຂອງກົດໝາຍສະບັບນີ້; 3.ຜູ້ສະໝັກໃຈໄດ້ຮັບການອຸດໜູນປະກັນສັງຄົມຕາມທີ່ໄດ້ກໍານົດໄວ້ໃນພາກທີ4ຂອງກົດໝາຍສະບັບນີ້ຍົກເວັ້ນການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບແລະວ່າງງານ; 4.ຜົວຫຼືເມຍແລະລູກຂອງຜູ້ປະກັນຕົນໄດ້ຮັບການອຸດໜູນປິ່ນປົວສຸຂະພາບ,ເສຍຊີວິດຫຼືການອຸດໜູນສະມາຊິກຄອບຄົວ; 5.ພໍ່ແລະແມ່ຂອງຜູ້ປະກັນຕົນໄດ້ຮັບການອຸດໜູນສະມາຊິກຄອບຄົວ; 6.ຜູ້ດູແລຜູ້ເສຍກໍາລັງແຮງງານໄດ້ຮັບການອຸດໜູນປະກັນສຸຂະພາບແລະເສຍຊີວິດ.

ພາກທີ3ການອຸດໜູນປະກັນສັງຄົມພາກລັດ

ໝວດທີ1ການອຸດໜູນປະກັນສຸຂະພາບມີເງື່ອນໄຂດັ່ງນີ້

ມາດຕາ20(ປັບປຸງ)ເງື່ອນໄຂຮັບການອຸດໜູນປະກັນສຸຂະພາບ ຜູ້ທີ່ຮັບການອຸດໜູນປະກັນສຸຂະພາບມີເງື່ອນໄຂດັ່ງນີ້: 1.ໄດ້ບັນຈຸເຂົ້າເປັນພະນັກງານລັດຖະກອນ,ທະຫານ,ຕໍາຫຼວດ; 2.ຜົວຫຼືເມຍທີ່ບໍ່ແມ່ນຜູ້ປະກັນຕົນແລະລູກຂອງຜູ້ກ່ຽວທີ່ມີອາຍຸບໍ່ເກີນສິບແປດປີຫຼືຍັງສືບຕໍ່ສຶກສາຮໍ່າຮຽນທີ່ຍັງບໍ່ທັນໄດ້ແຕ່ງດອງຫຼືຜູ້ທີ່ໄດ້ແຕ່ງດອງແລ້ວແຕ່ຄູ່ສົມລົດບໍ່ແມ່ນຜູ້ປະກັນຕົນຊຶ່ງມີອາຍຸບໍ່ເກີນຊາວສາມປີ. ໃນກໍລະນີຜູ້ປະກັນຕົນຫາກເສຍຊີວິດຜົວຫຼືເມຍແລະລູກຂອງຜູ້ກ່ຽວຮັບການອຸດໜູນປິ່ນປົວສຸຂະພາບພາຍໃນເວລາສາມເດືອນນັບແຕ່ຜູ້ປະກັນຕົນໄດ້ເສຍຊີວິດເປັນຕົ້ນໄປ.

ມາດຕາ21(ປັບປຸງ)ການຄິດໄລ່ເງິນອຸດໜູນປະກັນສຸຂະພາບ ການຄິດໄລ່ເງິນແລະການຈັດຕັ້ງປະຕິບັດການອຸດໜູນປະກັນສຸຂະພາບໄດ້ກໍານົດໄວ້ໃນກົດໝາຍແລະນິຕິກໍາອື່ນທີ່ກ່ຽວຂ້ອງ.

ໝວດທີ2ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ

ມາດຕາ22(ປັບປຸງ)ເງື່ອນໄຂຮັບການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ ຜູ້ທີ່ຮັບການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບມີເງື່ອນໄຂດັ່ງນີ້: 1.ໄດ້ບັນຈຸເຂົ້າເປັນພະນັກງານລັດຖະກອນ,ທະຫານ,ຕໍາຫຼວດ; 2.ໄດ້ພັກວຽກເພື່ອປິ່ນປົວຫຼືຟື້ນຟູສຸຂະພາບ,ຂາດສະມັດຖະພາບແຮງງານແລະສະຖາວະປົກກະຕິທາງຈິດໃຈ,ສູນເສຍອະໄວຍະວະ,ເສຍອົງຄະໃດໜຶ່ງຂອງຮ່າງກາຍຫຼືເສຍຊີວິດຍ້ອນປະສົມອຸປະຕິເຫດແຮງງານຫຼືພະຍາດອາຊີບ. ໃນກໍລະນີມີເຈດຕະນາເຮັດໃຫ້ເກີດອຸປະຕິເຫດແຮງງານຫຼືພະຍາດອາຊີບຈະບໍ່ຖືກເປັນເງື່ອນໄຂຮັບການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ.

ມາດຕາ23(ໃໝ່)ປະເພດແລະການຄິດໄລ່ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ ປະເພດແລະການຄິດໄລ່ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບໃຫ້ປະຕິບັດຕາມແຕ່ລະປະເພດເຊັ່ນການອຸດໜູນປ່ວຍການ,ການອຸດໜູນເສຍກໍາລັງແຮງງານ,ການອຸດໜູນເສຍຊີວິດແລະການອຸດໜູນສະມາຊິກຄອບຄົວຕາມທີ່ໄດ້ກໍານົດໄວ້ໃນມາດຕາ27,29,30,31,32,33,40ແລະມາດຕາ42ຂອງກົດໝາຍສະບັບນີ້.

ໝວດທີ3ການອຸດໜູນອອກລູກ

ມາດຕາ24(ປັບປຸງ)ເງື່ອນໄຂຮັບການອຸດໜູນອອກລູກ ພະນັກງານລັດຖະກອນ,ທະຫານແລະຕໍາຫຼວດທີ່ເປັນເພດຍິງຫຼືເມຍຂອງພະນັກງານລັດຖະກອນ,ທະຫານແລະຕໍາຫຼວດທີ່ບໍ່ແມ່ນຜູ້ປະກັນຕົນຊຶ່ງຖືພາແຕ່ສອງເດືອນຂຶ້ນໄປຈະໄດ້ຮັບເງິນບໍາເນັດອອກລູກແລະເງິນເດືອນປົກກະຕິໃນກໍລະນີອອກລູກ,ຫຼຸລູກຫຼືລູກຕາຍໃນທ້ອງໂດຍມີການຢັ້ງຢືນການແພດ. ສໍາລັບການຫຼຸລູກຫຼເອົາລູກອອກໂດຍບໍ່ຖືກຕ້ອງຕາມກົດໝາຍຈະບໍ່ໄດ້ຮັບເງິນອຸດໜູນດັ່ງກ່າວນີ້.

ມາດຕາ25(ປັບປຸງ)ການຄິດໄລ່ເງິນອຸດໜູນອອກລູກ ໃນໄລຍະພັກວຽກຍ້ອນການອອກລູກຫຼືຫຼຸລູກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພະນັກງານລັດຖະກອນນອກຈາກໄດ້ຮັບເງິນເດືອນປົກກະຕິແລ້ວຍັງໄດ້ຮັບເງິນບໍາເນັດອອກລູກໂດຍຄິດໄລ່ເທົ່າກັບຫົກສິບສ່ວນຮ້ອຍຂອງເງິນເດືອນສຸດທ້າຍຕໍ່ລູກໜຶ່ງຄົນ.

ພາກທີ4ການອຸດໜູນປ່ວຍການ

ມາດຕາ26(ປັບປຸງ)ເງື່ອນໄຂຮັບການອຸດໜູນປ່ວຍການ ຜູ້ທີ່ຮັບການອຸດໜູນປ່ວຍການມີເງື່ອນໄຂດັ່ງນີ້: 1.ມີໃບຢຸດຈ່າຍເງິນເດືອນຊົ່ວຄາວຈາກການຈັດຕັ້ງທີ່ກ່ຽວຂ້ອງ.ສໍາລັບພະນັກງານລັດຖະກອນຍັງຕ້ອງມີການຢັ້ງຢືນຈາກຂະແໜງການພາຍໃນ; 2.ມີການຢັ້ງຢືນການແພດ.

ມາດຕາ27(ປັບປຸງ)ການຄິດໄລ່ເງິນອຸດໜູນປ່ວຍການ ເງິນອຸດໜູນປ່ວຍການໃຫ້ຄິດໄລ່ເທົ່າກັບເຈັດສິບສ່ວນຮ້ອຍຂອງເງິນປະກັນຕົນເດືອນສຸດທ້າຍຂອງຜູ້ກ່ຽວບໍ່ເກີນຫົກເດືອນເປັນໄລຍະທໍາອິດ.ຖ້າຜູ້ກ່ຽວຍັງສືບຕໍ່ພັກວຽກເພື່ອປິ່ນປົວຫຼືຟື້ນຟູສຸຂະພາບກໍ່ຈະໄດ້ຮັບຫົກສິບສ່ວນຮ້ອຍບໍ່ເກີນຫົກເດືອນເປັນໄລຍະສຸດທ້າຍ. ໃນກໍລະນີສຸຂະພາບຂອງຜູ້ກ່ຽວຫາກຍັງບໍ່ດີຂຶ້ນຕ້ອງໄດ້ກວດແລະປະເມີນສຸຂະພາບຄືນໂດຍມີການຢັ້ງຢືນດ້ານການແພດເພື່ອຮັບການໜຸນເສຍກໍາລັງແຮງງານ.

ໝວດທີ5ການອຸດໜູນເສຍກໍາລັງແຮງງານ

ມາດຕາ28(ໃໝ່)ເງື່ອນໄຂຮັບການອຸດໜູນເສຍກໍາລັງແຮງງານ ຜູ້ທີ່ຮັບການອຸດໜູນເສຍກໍາລັງແຮງງານມີເງື່ອນໄຂດັ່ງນີ້: 1.ຂາດສະມັດຖະພາບແຮງງານຫຼືສະພາວະປົກກະຕິທາງຈິດ,ເສຍອົງຄະຫຼືອະໄວຍະວະໃດໜຶ່ງຂອງຮ່າງກາຍຍ້ອນປະສົມອຸປະຕິເຫດແຮງງານຫຼືພະຍາດອາຊີບ,ອຸປະຕິເຫດອື່ນຫຼືພະຍາດທົ່ວໄປ; 2.ມີໜັງສືຢັ້ງຢືນການຕີລາຄາຈັດປະເພດແລະລະດັບການເສຍກໍາລັງແຮງງານຕາມລະບຽບການທີ່ກ່ຽວຂ້ອງ. ສໍາລັບການເສຍອົງຄະກ່ອນເປັນພະນັກງານລັດຖະກອນ,ທະຫານຫຼືຕໍາຫຼວດຈະບໍ່ຖືເປັນເງື່ອນໄຂຮັບການອຸດໜູນເສຍກໍາລັງແຮງງານ.

ມາດຕາ29(ປັບປຸງ)ປະເພດແລະລະດັບການເສຍກໍາລັງແຮງງານ ປະເພດແລະລະດັບກນເສຍກໍາລັງແຮງງານໄດ້ກໍານົດດັ່ງນີ້: 1.ປະເພດທີໜຶ່ງມີລະດັບການເສຍກໍາລັງແຮງງານແຕ່ແປດສິບເອັດສ່ວນຮ້ອຍຫາໜຶ່ງຮ້ອຍສ່ວນຮ້ອຍ; 2.ປະເພດທີ່ສອງມີລະດັບການເສຍກໍາລັງແຮງງານແຕ່ເຈັດສິບເອັດສ່ວນຮ້ອຍຫາແປດສິບສ່ວນຮ້ອຍ; 3.ປະເພດທີສາມມີລະດັບການເສຍກໍາລັງແຮງງານແຕ່ຫົກສິບເອັດສ່ວນຮ້ອຍຫາເຈັດສິບສ່ວນຮ້ອຍ; 4.ປະເພດທີສີ່ມີລະດັບການເສຍກໍາລັງແຮງງານແຕ່ຫ້າສິບເອັດສ່ວນຮ້ອຍຫາຫົກສິບສ່ວນຮ້ອຍ; 5.ປະເພດທີ່ຫ້າມີລະດັບການເສຍກໍາລັງແຮງງານແຕ່ສີ່ສິບເອັດສ່ວນຮ້ອຍຫາຫ້າສິບສ່ວນຮ້ອຍ; 6.ປະເພດທີຫົກມີລະດັບການເສຍກໍາລັງແຮງງານແຕ່ສິບຫ້າສ່ວນຮ້ອຍຫາສີ່ສິບສ່ວນຮ້ອຍ. ສໍາລັບຜູ້ມີລະດັບການເສຍກໍາລັງແຮງງານແຕ່ໜຶ່ງສ່ວນຮ້ອຍຫາສິບສີ່ສ່ວນຮ້ອຍຈະບໍ່ຢູໃນເງື່ອນໄຂຮັບການອຸດໜູນເສຍກໍາລັງແຮງງານ. ລະດັບການເສຍກໍາລັງແຮງງານນັບແຕ່ປະເພດທີໜຶ່ງຫາປະເພດທີຫ້າຈະໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເປັນລາຍເດືອນ,ສ່ວນປະເພດທີ່ຫົກຈະໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວ. ການຕີລາຄາຈັດປະເພດແລະລະດັບການເສຍກໍາລັງແຮງງານໃຫ້ປະຕິບັດຕາມປຶ້ມຄູ່ມືການແບ່ງຂັ້ນຂາດສະມັດຖະພາບແຮງງານຂອງຄົນເຈັບພິການທີ່ກະຊວງສາທາລະນະສຸກກໍານົດ. ໃນກໍລະນີມີເຫດຜົນທີ່ຈໍາເປັນໃຫ້ນໍາເອົາຜົນການຕີລາຄາຈັດປະເພດແລະລະດັບການເສຍກໍາລັງແຮງງານສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ.

ມາດຕາ30(ປັບປຸງ)ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານລາຍເດືອນ ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານລາຍເດືອນໃຫ້ຄິດໄລ່ໂດຍເອົາເງິນປະກັນຕົນເດືອນສຸດທ້າຍຂອງຜູ້ກ່ຽວກ່ອນເສຍກໍາລັງແຮງງານຄູນກັບລະດັບສ່ວນຮ້ອຍຂອງເງິນອຸດໜູນເສຍກໍາລັງແຮງງານຕາມແຕ່ລະປະເພດດັ່ງນີ້: 1.ປະເພດທີໜຶ່ງເທົ່າກັບແປດສິບສ່ວນຮ້ອຍ; 2.ປະເພດທີສອງເທົ່າກັບເຈັດສິບສ່ວນຮ້ອຍ; 3.ປະເພດທີສາມເທົ່າກັບຫົກສິບສ່ວນຮ້ອຍ; 4.ປະເພດທີສີ່ເທົ່າກັບຫ້າສິບສ່ວນຮ້ອຍ; 5.ປະເພດທີຫ້າເທົ່າກັບສີ່ສິບສ່ວນຮ້ອຍ. ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານໃຫ້ຄິດໄລ່ເທົ່າກັບໜຶ່ງຮ້ອຍສ່ວນຮ້ອຍສໍາລັບຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດແຮງງານຫຼືພະຍາດອາຊີບແລະແປດສິບສ່ວນຮ້ອຍສໍາລັບຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດອື່ນທີ່ພະຍາດທົ່ວໄປຂອງລະດັບສ່ວນຮ້ອຍເງິນອຸດໜູນເສຍກໍາລັງແຮງງານແຕ່ລະປະເພດ.ຖ້າຜູ້ເສຍກໍາລັງແຮງງານຫາກຍັງເຮັດວຽກມີເງິນເດືອນເງິນອຸດໜູນເສຍກໍາລັງແຮງງານຈະໄດ້ເທົ່າກັບຫ້າສິບສ່ວນຮ້ອຍແລະຖ້າເຂົ້າຮໍາບໍານາດຈະໄດ້ຮັບຊາວຫ້າສ່ວນຮ້ອຍຂອງເງິນອຸດໜູນເສຍກໍາລັງແຮງງານຂອງຜູ້ກ່ຽວ. ຜູ້ປະກັນຕົນທີ່ໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານມາກ່ອນຫາກໄດ້ຮັບເງິນອຸດໜູນບໍາເນັດອອກການເທື່ອດຽວແລ້ວຈະໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເທົ່າກັບອັດຕາສ່ວນຮ້ອຍເງິນອຸດໜູນເສຍກໍາລັງແຮງງານຂອງຜູ້ຮັບອຸດໜູນກໍານານໄປຕະຫຼອດຊີວິດ. ໃນກໍລະນີການເສຍກໍາລັງແຮງງານຫາກມີການຊຸດໂຊມລົງຫຼືມີການສູນເສຍເພີ່ມໃໝ່ຕ້ອງໄດ້ຮັບການຕີລາຄາຈັດປະເພດແລະລະດັບການເສຍກໍາລັງແຮງງານຄືນໃໝ່. ສໍາລັບລະດັບສ່ວນຮ້ອຍຂອງເງິນອຸດໜູນເສຍກໍາລັງແຮງງານຂອງຜູ້ຮັບອຸດໜູນເສຍກໍາລັງແຮງງານລາຍເດືອນກ່ອນກົດໝາຍສະບັບນີ້ມີຜົນໃຊ້ບັງຄັບນັ້ນແມ່ນບໍ່ມີການປ່ຽນແປງ.

ມາດຕາ31(ປັບປຸງ)ການປະກອບອຸປະກອນຫຼືອົງກະທຽມໃຫ້ຜູ້ຮັບອຸດໜູນເສຍກໍາລັງແຮງງານ ຜູ້ຮັບອຸດໜູນເສຍກໍາລັງແຮງງານລາຍເດືອນທີ່ມີຜົນກະທົບຕໍ່ການເຄື່ອນໄຫວວຽກງານແລະການດໍາລົງຊີວິດຈະໄດ້ຮັບການປະກອບອຸປະກອນຫຼືອົງຄະທຽມຕາມທີ່ລັດສະໜອງໃຫ້ໃນກໍລະນີມີການໃຊ້ຈ່າຍສໍາລັບອຸປະກອນຫຼືອົງຄະທຽມນັ້ນໃຫ້ນໍາໃຊ້ເງິນກອງທຶນປະກັນສັງຄົມ.

ມາດຕາ32(ປັບປຸງ)ການອຸດໜູນຜູ້ດູແລ ການອຸດໜູນຜູ້ດູແລແມ່ນການສະໜອງເງິນອຸດໜູນໃຫ້ຜູ້ດູແລຜູ້ເສຍກໍາລັງແຮງງານປະເພດໜຶ່ງເທົ່ານັ້ນຊຶ່ງຜູ້ດູແລຈະໄດ້ຮັບເງິນອຸດໜູນດູແລເທົ່າກັບເງິນເດືອນລັດບໍລິຫານຊັ້ນ1ຂັ້ນ5ຈົນກວ່າຜູ້ເສຍກໍາລັງແຮງງານຈະເສຍຊີວິດ. ສໍາລັບຜູ້ຮັບເງິນອຸດໜູນຜູ້ດູແລກ່ອນກົດໝາຍສະບັບນີ້ມີຜົນໃຊ້ບັງຄັບນັ້ນບໍ່ມີການປ່ຽນແປງ.

ມາດຕາ33(ປັບປຸງ)ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວ ເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວໃຫ້ຄິດໄລ່ດັ່ງນີ້: 1.ຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດແຮງງານຫຼືພະຍາດອາຊີບໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວເທົ່າກັບລະດັບການເສຍກໍາລັງແຮງງານຄູນສິບສອງເດືອນຂອງເງິນປະກັນຕົນເດືອນສຸດທ້າຍຂອງຜູ້ກ່ຽວ; 2.ຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດອື່ນຫຼືພະຍາດທົ່ວໄປໄດ້ຮັບເງິນອຸດໜູນສຍກໍາລັງແຮງງານເທື່ອດຽວເທົ່າກັບລະດັບການເສຍກໍາລັງແຮງງານຄູນສິບເດືອນຂອງເງິນປະກັນເດືອນສຸດທ້າຍຂອງຜູ້ກ່ຽວ.

ໝວດທີ6ການອຸດໜູນບໍານານ

ມາດຕາ34(ປັບປຸງ)ເງື່ອນໄຂຮັບການອຸດໜູນບໍານານ ຜູ້ທີ່ຮັບການອຸດໜູນບໍານານມີເງື່ອນໄຂດັ່ງນີ້: 1.ມີອາຍຸກະສຽນຫົກສິບປີແລະມີປີການຊາວຫ້າປີຂຶ້ນໄປ,ສໍາລັບເພດຍິງຈະສະໝັກໃຈອອກຮັບການອຸດໜູນບໍານານກ່ອນກໍ່ໄດ້ແຕ່ອາຍຸກະສຽນບໍ່ໃຫ້ຫຼຸດຫ້າສິບຫ້າປີ,ສໍາລັບຜູ້ມີປີການສາມສິບປີຂຶ້ນໄປແຕ່ອາຍຸກະສຽນບໍ່ຄົບເງື່ອນໄຂສາມປີລົງມາຫຼືຜູ້ມີອາຍະກະສຽນເກີນຫົກສິບປີແຕ່ປີການຍັງສອງປີລົງມາສາມາດຮັບອຸດໜູນບໍານານໄດ້ແຕ່ອາຍຸກະສຽນຫຼືປີການຫຼຸດໜຶ່ງປີໃດໃຫ້ຫຼຸດອັດຕາສ່ວນອຸດໜູນບໍານານລົງໜຶ່ງສ່ວນຮ້ອຍ; ສໍາລັບອາຍຸກະສຽນແລະປີການຂອງທະຫານ,ຕໍາຫຼວດໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວແລະກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ. 2.ເຂົ້າການປະຕິວັດກ່ອນປີ1975,ເສຍກໍາລັງແຮງງານປະເພດໜຶ່ງຫາສີ່,ເຮັດວຽກກັບທາດເບື່ອ,ເຄມີແລະສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ຫ້າປີຂຶ້ນໄປຕາມການຢັ້ງຢືນທາງການແພດ,ມີອາຍຸກະສຽງຫ້າສິບຫ້າປີຂຶ້ນໄປສໍາລັບເພດຊາຍ,ຫ້າສິບປີຂຶ້ນໄປສໍາລັບເພດຍິງແລະມີປີການແຕ່ຊາວປີຂຶ້ນໄປແລະໃຫ້ຈັດເຂົ້າຢູ່ໃນກູ່ມຜູ້ຮັບບໍານານໄລຍະທີສາມ; 3.ເຮັດວຽກໃນລະບອບເກົ່າກ່ອນປີ1975ໃຫ້ຄິດໄລ່ປີການສາມປີໃດເທົ່າກັບໜື່ງປີການໃໃຫ້ຈັດເຂົ້າເປັນໄລຍະທີສອງ; 4.ມີການຢັ້ງຢືນພັກຮັບບໍານານຢ່າງຖືກຕ້ອງຈາກຂະແໜງການທີ່ກ່ຽວຂ້ອງ.

ມາດຕາ35(ປັບປຸງ)ການກໍານົດອັດຕາສ່ວນຮ້ອຍອຸດໜູນບໍານານ ການກໍານົດອັດຕາສ່ວນຮ້ອຍອຸດໜູນບໍານານມີສິ່ໄລຍະດັ່ງນີ້: 1.ຜູ້ເຮັດການປະຕິວັດແຕ່ປີ1954ຄືນຫຼັງໃຫ້ຈັດເຂົ້າເປັນໄລຍະທີໜຶ່ງຊຶ່ງໄດ້ຮັບອຸດໜູນບໍານານໂດຍເລີ່ມແຕ່ແປດສິບສ່ວນຮ້ອຍຫາໜຶ່ງຮ້ອຍສ່ວນຮ້ອຍ; 2.ຜູ້ເຮັດການປະຕິວັດແຕ່ປີ1955ຫາປີ1974ໃຫ້ຈັດເຂົ້າເປັນໄລຍະທີສອງຊຶ່ງໄດ້ຮັບອຸດໜູນບໍານານໂດຍເລີ່ມແຕ່ເຈັດສິບຫ້າສ່ວນຮ້ອຍຫາເກົ້າສິບສ່ວນຮ້ອຍ; 3.ຜູ້ເຮັດການປະຕິວັດແຕ່ປີ1975ເປັນຕົ້ນມາໃຫ້ຈັດເຂົ້າເປັນໄລຍະທີສາມຊຶ່ງໄດ້ຮັບອຸດໜູນບໍານານໂດຍເລີ່ມແຕ່ເຈັດສິບສ່ວນຮ້ອຍຫາແປດສິບຫ້າສ່ວນຮ້ອຍ; 4.ຜູ້ສັງກັດລັດນັບແຕ່ວັນທີ1ມັງກອນ2018ເປັນຕົ້ນໄປໃຫ້ຈັດເຂົ້າເປັນໄລຍະທີສີ່ຊຶ່ງໄດ້ຮັບອຸດໜູນບໍານານໂດຍເລີ່ມແຕ່ຫົກສິບສ່ວນຮ້ອຍຫາເຈັດສິບຫ້າສ່ວນຮ້ອຍ. ອັດຕາສ່ວນຮ້ອຍອຸດໜູນບໍານານໃຫ້ເອົາປີການຕໍ່າສຸດຂອງຜູ້ກ່ຽວທຽບກັບອັດຕາສ່ວນຮ້ອຍອຸດໜູນບໍານານຕໍ່າສຸດຕາມີ່ໄລຍະເທິງນີ້ເປັນຈຸດເລີ່ມ,ຖ້າປີການຫາກເກີນໜຶ່ງປີໃດໃຫ້ເພີ່ມຂຶ້ນໜຶ່ງສ່ວນຮ້ອຍຕໍ່ປີແຕ່ບໍ່ໃຫ້ເກີນເພດານດັດຕາສ່ວນຮ້ອຍສູງສຸດຂອງແຕ່ລະໄລຍະ.

ມາດຕາ36(ໃໝ່)ການຄິດໄລ່ເງິນອຸດໜູນບໍານານ ການຄິດໄລ່ເງິນອຸດໜູນບໍານານໃຫ້ເອົາອັດຕາສ່ວນຮ້ອຍອຸດໜູນບໍານານຄູນເງິນປະກັນຕົນເດືອນສຸດທ້າຍຂອງຜູ້ກ່ຽວ.

ມາດຕາ37(ປັບປຸງ)ການດັດປັບເງິນອຸດໜູນບໍານານ ການດັດປັບເງິນອຸດໜູນບໍານານໃຫ້ປະຕິບັດຕາມການດັດປັບມູນຄ່າດັດສະນີເງິນເດືອນຂອງພະນັກງານລັດຖະກອນໃນແຕ່ລະໄລຍະ.

ມາດຕາ38(ປັບປຸງ)ການຄິດໄລ່ເງິນອຸດໜູນເທື່ອດຽວ ຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບໍານານຈະໄດ້ຮັບເງິນອຸດໜູນເທື່ອດຽວຊຶ່ງເທົ່າກັບໜຶ່ງເດືອນເຄິ່ງຂອງເງິນປະກັນຕົນເດືອນສຸດທ້າຍຄູນຈໍານວນປີການຂອງຜູ້ກ່ຽວ. ສໍາລັບຜູ້ຄົບເງື່ອນໄຂຮັບການອຸດໜູນບໍານານຈະບໍ່ອະນຸຍາດໃຫ້ຮັບການອຸດໜູນດັ່ງກ່າວ.

ໝວດທີ7ການອຸດໜູນເສຍຊີວິດ

ມາດຕາ39(ປັບປຸງ)ເງື່ອນໄຂຮັບການອຸດໜູນເສຍຊີວິດ ຜູ້ທີ່ຮັບການອຸດໜູນເສຍຊີວິດມີເງື່ອນໄຂດັ່ງນີ້: 1.ຜູ້ປະກັນຕົນ,ຜົວຫຼືເມຍແລະລູກທີ່ມີອາຍຸບໍ່ເກີນສິບແປດປີເສຍຊີວິດ; 2.ມີເອກະສານຢັ້ງຢືນການເສຍຊີວິດຢ່າງຖືກຕ້ອງ. ສໍາລັບເງື່ອນໄຂຮັບການອຸດໜູນເສຍຊີວິດຍ້ອນການສູ້ຮົບແລະຮັບໃຊ້ການສູ້ຮົບເພື່ອປະເທດຊາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ40(ປັບປຸງ)ການຄິດໄລ່ເງິນອຸດໜູນເສຍຊີວິດ ເງິນອຸດໜູນເສຍຊີວິດໃຫ້ຄິດໄລ່ດັ່ງນີ້: 1.ຜູ້ມີປີການແຕ່ໜຶ່ງເດືອນຫາໜຶ່ງປີສໍາລັບກໍລະນີເສຍຊີວິດຍ້ອນສູ້ຮົບຫຼືຮັບໃຊ້ການສູ້ຮົບ,ປະສົບອຸປະຕິເຫດແຮງງານຫຼືພະຍາດອາຊີບແລະສາມເດືອນຫາໜຶ່ງປີສໍາລັບກໍລະນີເສຍຊີວິດຍ້ອນປະສົບອຸປະຕິເຫດອື່ນຫຼືພະຍາດທົ່ວໄປໃຫ້ຄິດໄລ່ເທົ່າກັບສິບຫ້າເດືອນຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍເປັນຈຸດເລີ່ມ; 2.ຜູ້ມີປີການເກີນໜຶ່ງປີຫາຫົກປີໃຫ້ຄິດໄລ່ເພີ່ມໃຫ້ໜຶ່ງເດືອນຕໍ່ປີທີ່ເກີນ,ສໍາລັບຜູ້ມີປີການແຕ່ເຈັດປີຂຶ້ນໄປໃຫ້ຄິດໄລ່ເພີ່ມເຄິ່ງເດືອນຕໍ່ຈໍານວນປີທີ່ເກີນ; 3.ຜົວຫຼືເມຍຂອງຜູ້ປະກັນຕົນ,ຜູ້ຮັບອຸດໜູນບໍານານແລະຜູ້ຮັບອຸດໜູນເສຍກໍາລັງແຮງງານຫາກເສຍຊີວິດໃຫ້ຄິດໄລ່ເທົ່າກັບຫົກເດືອນຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານ,ຖ້າຜົວຫຼືເມຍລ້ວນແຕ່ເປັນຜູ້ປະກັນຕົນເມື່ອຜູ້ໃດໜຶ່ງເສຍຊີວິດກໍ່ຈະໄດ້ຮັບເງິນອຸດໜູນເສຍຊີວິດຂອງຜູ້ກ່ຽວເທົ່າັນ້ນໂດຍຈະບໍ່ໄດ້ຮັບເງິນອຸດໜູນເສຍຊີວິດຕາມສິດຂອງຜົວຫຼືເມຍຕື່ມອີກ; 4.ລູກຂອງຜູ້ປະກັນຕົນ,ຜູ້ຮັບອຸດໜູນບໍານານຫຼືຜູ້ຮັບອຸດໜູນເສຍກໍາລັງແຮງງານທີ່ມີອາຍຸບໍ່ເກີນສິບແປດປີຫາກເສຍຊີວິດໃຫ້ຄິດໄລ່ເທົ່າກັບສາມເດືອນຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼເງິນອຸດໜູນເສຍກໍາລັງແຮງງານ,ໃນກໍລະນີລູກທີ່ພໍ່ແລະແມ່ລ້ວນແຕ່ເປັນຜູ້ປະກັນຕົນຫາກເສຍຊີວິດຈະໄດ້ຮັບເງິນອຸດໜູນເສຍຊີວິດຕາມເງິນປະກັນຕົນເອງພໍ່ຫຼືແມ່ເທົ່ານັ້ນ; 5.ຜູ້ໄດ້ຮັບເງິນອຸດໜູນສະມາຊິກຄອບຄົວທີ່ເປັນຜົວຫຼືເມຍ,ພໍ່ຫຼືແມ່ແລະຜູ້ຮັບອຸດໜູນດູແລຫາກເສຍຊີວິດຈະໄດ້ຮັບເງິນອຸດໜູນເສຍຊີວິດເທົ່າກັບຫົກເດືອນແລະສໍາລັບລູກທີ່ໄດ້ຮັບເງິນອຸດໜູນສະມາຊິກຄອບຄົວຈະໄດ້ເທົ່າກັບສາມເດືອນຂອງເງິນອຸດໜູນຜູ້ດຽວ.

ໝວດທີ8ການອຸດໜູນສະມາຊິກຄອບຄົວ

ມາດຕາ41(ປັບປຸງ)ເງື່ອນໄຂຮັບການອຸດໜູນສະມາຊິກຄອບຄົວ ສະມາຊິກຄອບຄົວຈະໄດ້ຮັບການອຸດໜູນສະມາຊິກຄອບຄົວກໍ່ຕໍ່ເມື່ອຜູ້ປະກັນຕົນ,ຜູ້ຮັບບໍານານແລະຜູ້ຮັບອຸດໜູນເສຍກໍາລັງແຮງງານໄດ້ເສຍຊີວິດແລະໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຫ້າປີຂຶ້ນໄປ. ສະມາຊິກຄອບຄົວຕ້ອງມີເງື່ອນໄຂດັ່ງນີ້: 1.ຜົວມີອາຍຸກະສຽງຫົກສິບປີ,ເມຍຫ້າສິບປີຂຶ້ນໄປນັບແຕ່ວັນຜູ້ປະກັນຕົນເສຍຊີວິດທີ່ບໍ່ມີລາຍໄດ້ປົກກະຕິແລະບໍ່ໄດ້ແຕ່ງດອງໃໝ່ຫຼືເປັນຜູ້ເສຍກໍາລັງແຮງງານທີ່ບໍ່ໄດ້ຮັບເງິນອຸດໜູນໃດໜຶ່ງນໍາອົງການປະກັນສັງຄົມແຫ່ງຊາດ; 2.ລູກຄີງ,ລູກລ້ຽງຫຼືລູກນ້າທີ່ມີອາຍຸສິບແປດປີລົງມາຈະໄດ້ຮັບອຸດໜູນສະມາຊິກຄອບຄົວນໍາພໍ່ຫຼືແມ່ທີ່ປະກັນຕົນ; ລູກທີ່ເປັນຄົນພິການຫຼືເສຍຈິດໃນໄລຍະແຕ່ກໍາເນີດຫາອາຍຸສິບແປດປີທີ່ບໍ່ສາມາດເຮັດວຽກຫຼືບໍ່ມີລາຍໄດ້ໃດໜຶ່ງຈະໄດ້ຮັບເງິນອຸດໜູນເປັນາຍເດືອນຕະຫຼອດຊີວິດ.ສ່ວນລູກທີ່ມີພໍ່ແລະແມ່ທັງສອງເປັນຜູ້ປະກັນຕົ້ນໄດ້ເສຍຊີວິດຈະໄດ້ຮັບອຸດໜູນສະມາຊິກຄອບຄົວນໍາພໍ່ຫຼືແມ່; 3.ກໍລະນີຜູ້ປະກັນຕົນເປັນລູກຄົນດຽວຫຼືລູກໂທນເປັນຜູ້ເບິ່ງແຍງລ້ຽງພໍ່ແມ່ຫາກເສຍຊີວິດ,ພໍ່ມີອາຍຸກະສຽນຫົກສິບປີແລະແມ່ມີອາຍຸກະສຽງຫ້າສິບຫ້າປີຂຶ້ນໄປຊຶ່ງບໍ່ມີລາຍໄດ້ປົກກະຕິກໍ່ຈະໄດ້ຮັບເງິນອຸດໜູນເປັນລາຍເດືອນຕະຫຼອດຊີວິດ. ພໍ່ຫຼືແມ່ທີ່ລູກໄກເສຍສະລະຊີວິດຍ້ອນການສູ້ຮົບແລະຮັບໃຊ້ການສູ້ຮົບໝົດທຸກຄົນຈະໄດ້ຮັບການອຸດໜູນຕາມລະບຍບການທີ່ກ່ຽວຂ້ອງ.

ມາດຕາ42ການຄິດໄລ່ເງິນອຸດໜູນສະມາຊິກຄອບຄົວ ເງິນອຸດໜູນສະມາຊິກຄອບຄົວໃຫ້ຄິດໄລ່ເປັນລາຍເດືອນດັ່ງນີ້: 1.ຜົວຫຼືເມຍຈະໄດ້ຮັບເທົ່າກັບສາມສິບສ່ວນຮ້ອຍຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ; 2.ລູກຈະໄດ້ຮັບຜູ້ລະຊາວສ່ວນຮ້ອຍຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ,ຖ້າຫາກມີລູກບໍ່ທັນພົ້ນກະສຽນຫຼາຍຄົນນັ້ນເງິນອຸດໜູນລູກລວມທັງໝົດບໍ່ໃຫ້ເກີນຫົກສິບສ່ວນຮ້ອຍ; 3.ພໍ່ຫຼືແມ່ຈະໄດ້ຮັບເທົ່າກັບສາມສິບສ່ວນຮ້ອຍຂອງເງິນເດືອນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ.ຖ້າຫາກພໍ່ແລະແມ່ລ້ວນແຕ່ໄດ້ຮັບເງິນອຸດໜູນນັ້ນລວມທັງໝົດບໍ່ໃຫ້ເກີນຫ້າສິບສ່ວນຮ້ອຍ; ເງິນອຸດໜຸນສະມາຊິກຄອບຄົວຂອງຜົວຫຼືເມຍແລະລູກໄດ້ຮັບທັງໝົດສູງສຸດບໍ່ໃຫ້ເກີນແປດສິບສ່ວນຮ້ອຍຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ.

ພາກທີ4ການອຸດໜູນປະກັນສັງຄົມພາກວິສາຫະກິດແລະຜູ້ສະໝັກໃຈ

ໝວດທີ1ການອຸດໜູນປະກັນສຸຂະພາບ

ມາດຕາ43(ປັບປຸງ)ເງື່ອນໄຂຮັບການອຸດໜູນປະກັນສຸຂະພາບ ຜູ້ທີ່ຮັບການອຸດໜູນປະກັນສຸຂະພາບມີເງື່ອນໄຂດັ່ງນີ້: 1.ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແຕ່ໜຶ່ງເດືອນຂຶ້ນໄປສໍາລັບການເກີດອຸປະຕິເຫດແຮງງານຫຼືພະຍາດອາຊີບແລະການບໍລິການໃນເວລາຖືພາແລະອອກລູກ; 2.ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແຕ່ສາມເດືອນຂຶ້ນໄປສໍາລັບການເກີດອຸປະຕິເຫດອື່ນແລະພະຍາດທົ່ວໄປ; 3.ຜົວຫຼືເມຍທີ່ບໍ່ແມ່ນຜູ້ປະກັນຕົນແລະລູກຂອງຜູ້ກ່ຽວທີ່ມີອາຍຸບໍ່ເກີນສິບແປດປີຫຼືຍັງສືບຕໍ່ສຶກສາຮໍ່າຮຽນທີ່ຍັງບໍ່ທັນໄດ້ແຕ່ງດອງຫຼືຜູ້ທີ່ໄດ້ແຕ່ງດອງແລ້ວແຕ່ຄູ່ສົມລົດບໍ່ແມ່ນຜູ້ປະກັນຕົນຊຶ່ງມີອາຍຸບໍ່ເກີນຊາວສາມປີໄດ້ຮັບການອຸດໜູນປິ່ນປົວສຸຂະພາບ. ໃນກໍລະນີຜູ້ປະກັນຕົນຫາກເສຍຊີວິດຜົວຫຼືເມຍແລະລູກຂອງຜູ້ກ່ຽວໄດ້ຮັບການອຸດໜູນປິ່ນປົວສຸຂະພາບພາຍໃນເວລາສາມເດືອນນັບແຕ່ຜູ້ປະກັນຕົນໄດ້ເສຍຊີວິດເປັນຕົ້ນໄປ.

ມາດຕາ44(ປັບປຸງ)ການຄິດໄລ່ເງິນອຸດໜູນປະກັນສຸຂະພາບ ການຄິດໄລ່ເງິນແລະການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບໄດ້ກໍານົດໄວ້ໃນກົດໝາຍແລະນິຕິກໍາອື່ນທີ່ກ່ຽວຂ້ອງ.

ໝວດທີ2ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ

ມາດຕາ45(ປັບປຸງ)ເງື່ອນໄຂຮັບການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ ຜູ້ທີ່ຮັບການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບມີເງື່ອນໄຂດັ່ງນີ້: 1.ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມນັບແຕ່ໜຶ່ງເດືອນຂຶ້ນໄປ; 2.ໄດ້ພັກວຽກເພື່ອປິ່ນປົວຫຼືຟື້ນຟູສຸຂະພາບ,ຂາດສະມັດຖະພາບແຮງງານແລະສະພາວະປົກກະຕິທາງຈິດ,ສູນເສຍອະໄວຍະວະ,ເສຍອົງຄະໃດໜຶ່ງຂອງຮ່າງກາຍ; 3.ເສຍຊີວິດຍ້ອນປະສົບອຸປະຕິເຫດແຮງງານ; 4.ເປັນພະຍາດອາຊີບທີ່ເກີດຈາກວຽກງານວິຊາສະເພາະ. ສໍາລັບເງື່ອນໄຂທີ່2ແລະ4ເທິງນີ້ຕ້ອງມີການຢັ້ງຢືນການແພດ. ໃນກໍລະນີມີເຈດຕະນາເຮັດໃຫ້ເກີດອຸປະຕິເຫດແຮງງານຫຼືພະຍາດອາຊີບຈະບໍ່ຖືເປັນເງື່ອນໄຂຮັບການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ.

ມາດຕາ46(ໃໝ່)ປະເພດແລະການຄິດໄລ່ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ ປະເພດແລະການຄິດໄລ່ການອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບໃຫ້ປະຕິບັດຕາມແຕ່ລະປະເພດເຊັ່ນການອຸດໜູນປ່ວຍການ,ການອຸດໜູນເສຍກໍາລັງແຮງງານ,ການອຸດນູນເສຍຊີວິດແລະການອຸດໜູນສະມາຊິກຄອບຄົວຕາມທີ່ໄດ້ກໍານົດໄວ້ໃນມາດຕາ51,53,54,55,56,57,63ແລະມາດຕາ65ຂອງກົດໝາຍສະບັບນີ້.

ໝວດທີ3ການອຸດໜູນອອກລູກ

ມາດຕາ47(ປັບປຸງ)ເງື່ອນໄຂຮັບການອຸດໜູນອອກລູກ ຜູ້ທີ່ຮັບເງິນອຸດໜູນອອກລູກມີເງື່ອນໄຂດັ່ງນີ້: 1.ໄດ້ມອບເງິນເຂົ້າກອງທຶນປະກັນສັງຄົມແຕ່ຫົກເດືອນຂຶ້ນໄປພາຍໃນເວລາສິບສອງເດືອນຄືນຫຼັງນັບແຕ່ວັນອອກລູກ,ຫຼຸລູກ,ລູກຕາຍໃນທ້ອງຈະໄດ້ຮັບເງິນບໍາເນັດອອກລູກເທື່ອດຽວ; 2.ໄດ້ມອບເງິນເຂົ້າກອງທຶນປະກັນສັງຄົມແຕ່ເກົ້າເດືອນຂຶ້ນໄປພາຍໃນເວລາສິບສອງເດືອນຄືນຫຼັງນັບແຕ່ວັນອອກລູກ,ຫຼຸລູກ,ລູກຕາຍໃນທ້ອງຫຼືເອົາເດັກເກີດໃໝ່ທີ່ມີອາຍຸສາມເດືອນລົງມາເປັນລູກລ້ຽງຈະໄດ້ຮັບເງິນອຸດໜູນອອກລູກເປັນລາຍເດືອນ; 3.ອອກລູກ,ຫຼຸລູກຫຼືລູກຕາຍໃນທ້ອງທີ່ມີອາຍຸຖືພາຫົກເດືອນຂຶ້ນໄປໂດຍມີການຢັ້ງຢືນການແພດ. ສໍາລັບຜູ້ປະກັນຕົນທີ່ມີອາຍຸຖືພາສອງເດືອນຫາຫ້າເດືອນຫາກຫຼຸລູກຈະໄດ້ຮັບເງິນບໍາເນັດອອກລູກ. ຜູ້ປະກັນຕົນທີ່ເອົາເດັກເກີດໃໝ່ທີ່ມີອາຍຸສາມເດືອນລົງມາເປັນລູກລ້ຽງທີ່ຖືກຕ້ອງຕາມກົດໝາຍຈະໄດ້ຮັບເງິນອຸດໜູນຂອງລູກຕາມໄລຍະການພັກວຽກຕົວຈິງແຕ່ສູງສຸດບໍ່ໃຫ້ເກີນສາມເດືອນ. ເມຍຂອງຜູ້ປະກັນຕົນທີ່ບໍ່ແມ່ນສະມາຊິກປະກັນສັງຄົມກໍ່ຈະໄດ້ຮັບບໍາເນັດອອກລູກຕາມສິດຂອງຜົວ. ສໍາລັບການຫຼຸລູກຫຼືເອົາລູກອອກໂດຍບໍ່ຖືກຕ້ອງຕາມກົດໝາຍຈະບໍ່ໄດ້ຮັບເງິນອຸດໜູນດັ່ງກ່າວນີ້.

ມາດຕາ48(ປັບປຸງ)ການຄິດໄລ່ເງິນບໍາເນັດອອກລູກ ຜູ້ປະກັນຕົນຫຼືເມຍຂອງຜູ້ປະກັນຕົນທີ່ມີອາຍຸຖືພາສອງເດືອນຂຶ້ນໄປຈະໄດ້ຮັບເງິນບໍາເນັດອອກລູກ,ຫຼຸລູກຫຼືລູກຕາຍໃນທ້ອງເທົ່າກັບຫົກສິບສ່ວນຮ້ອຍຂອງເງິນເດືອນປະກັນຕົນສະເລີຍພາຍໃນຫົກເດືອນຄືນຫຼັງຕໍ່ລູກນຶ່ງຄົນ.

ມາດຕາ49(ປັບປຸງ)ການຄິດໄລ່ເງິນອຸດໜູນອອກລູກ ຜູ້ປະກັນຕົ້ນເພດຍິງທີ່ເຮັດວຽກໃນຫົວໜ່ວຍແຮງງານແລະຜູ້ປະກັນຕົນສະໝັກໃຈທີ່ອອກລູກ,ຫຼຸລູກ,ລູກຕາຍໃນທ້ອງຫຼືເອົາເດັກເກີດໃໝ່ທີ່ມີອາຍຸສາມດືອນລົງມາເປັນລູກລ້ຽງຈະໄດ້ຮັບເງິນອຸດໜູນອອກລູກເທົ່າກັບແປດສິບສ່ວນຮ້ອຍຂອງກິນປະກັນຕົນຂອງຜູ້ກ່ຽວສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງໃນໄລຍະໜຶ່ງຮ້ອຍຫ້າວັນແລະໜຶ່ງຮ້ອຍຊາວວັນຖ້າຫາກແມ່ນການອອກລູກຝາແຝດ.ສໍາລັບສ່ວນຜິດດ່ຽງຂອງເງິນປະກັນຕົນ,ເງິນເດືອນຫຼືຄ່າແຮງງານທັງໝົດນັ້ນຜູ້ໃຊ້ແຮງງານເປັນຜູ້ຮັບຜິດຊອບຈ່າຍໃຫ້ຜູ້ກ່ຽວ. ພາຍຫຼັງສິ້ນສຸດໄລຍະການຮັບອຸດໜູນອອກລູກດັ່ງກ່າວນີ້ແລ້ວຫາກສຸຂະພາບຍັງບໍ່ແຂງແຮງຊຶ່ງຕ້ອງໄດ້ສືບຕໍ່ພັກວຽກເພື່ອຟື້ນຟູສຸຂະພາບກໍ່ຈະສືບຕໍ່ໄດ້ຮັບອຸດໜູນປ່ວຍການ.

ໝວດທີ4ການອຸດໜູນປ່ວຍການ

ມາດຕາ50(ປັບປຸງ)ເງື່ອນໄຂຮັບການອຸດໜູນປ່ວຍການ ຜູ້ທີ່ຮັບການອຸດໜູນປ່ວຍການມີເງື່ອນໄຂດັ່ງນີ້: 1.ໄດ້ມອບເງິນເຂົ້າກອງທຶນປະກັນສັງຄົມແຕ່ໜຶ່ງເດືອນຂຶ້ນໄປສໍາລັບອຸປະຕິເຫດແຮງງານຫຼືພະຍາດອາຊີບ; 2.ໄດ້ມອບເງິນເຂົ້າກອງທຶນປະກັນສັງຄົມແຕ່ສາມເດືອນຂຶ້ນໄປພາຍໃນເວລາຫົກເດືອນຄືນຫຼັງກ່ອນການເຈັບປ່ວຍສໍາລັບອຸປະຕິເຫດອື່ນຫຼືພະຍາດທົ່ວໄປ; 3.ໄດ້ຖືກຢຸດຈ່າຍເງິນເດືອນຊົ່ວຄາວໂດຍການຢັ້ງຢືນຈາກຜູ້ໃຊ້ແຮງງານ; 4.ມີການຢັ້ງຢືນການແພດ.

ມາດຕາ51(ປັບປຸງ)ການຄິດໄລ່ເງິນອຸດໜູນປ່ວຍການ ເງິນອຸດໜູນປ່ວຍການໃຫ້ຄິດໄລ່ດັ່ງນີ້: 1.ຜູ້ປະກັນຕົນທີ່ພັກວຽກຍ້ອນອຸປະຕິເຫດແຮງງານຫຼືພະຍາດອາຊີບພາຍໃນເວລາຫົກເດືອນທໍາອິດຈະໄດ້ຮັບເງິນອຸດໜູນປ່ວຍການແປດສິບສ່ວນຮ້ອຍຂອງເງິນປະກັນຕົນຂອງຜູ້ກ່ຽວສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງ.ຖ້າຜູ້ກ່ຽວຍັງສືບຕໍ່ພັກວຽກເພື່ອປິ່ນປົວຫຼືຟື້ນຟູສຸຂະພາບຕື່ມອີກຈະໄດ້ຮັບເຈັດສິບສ່ວນຮ້ອຍແຕ່ບໍ່ເກີນຫົກເດືອນເປັນໄລຍຸສຸດທ້າຍ; 2.ຜູ້ປະກັນຕົນທີ່ໄດພັກວຽກຍ້ອນປະສົບອຸປະຕິເຫດອື່ນຫຼືພະຍາດທົ່ວໄປ,ການອອກລູກ,ຫຼຸລູກຫຼືລູກຕາຍໃນທ້ອງຖາຍໃນເວລາຫົກເດືອນທໍາອິດຈະໄດ້ຮັບເງິນອຸດໜູນປ່ວຍການເຈັດສິບສ່ວນຮ້ອຍຂອງເງິນປະກັນຕົນຂອງຜູ້ກ່ຽວສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງ.ຖ້າຜູ້ກ່ຽວຍັງສືບຕໍ່ພັກວຽກເພື່ອປິ່ນປົວຫຼືຟື້ນຟູສຸຂະພາບຕື່ມອີກຈະໄດ້ຮັບຫົກສິບສ່ວນຮ້ອຍແຕ່ບໍ່ເກີນຫົກເດືອນເປັນໄລຍະສຸດທ້າຍ. ການຄິດໄລ່ເງິນອຸດໜູນປ່ວຍການຕາມຈໍານວນວັນພັກວຽກຈິງໃຫ້ຖືເອົາການສະເລ່ຍສາມສິບວັນຕໍ່ເດືອນເປັນຕົວຕັ້ງ. ໃນກໍລະນີສຸຂະພາບຂອງຜູ້ກ່ຽວຫາກຍັງບໍ່ດີຂຶ້ນຕ້ອງໄດ້ກວດແລະປະເມີນສຸຂະພາບຄືນໂດຍມີການຢັ້ງຢືນການແພດເພື່ອຮັບການອຸດໜູນເສຍກໍາລັງແຮງງານ.

ໝວດທີ5ການອຸດໜູນເສຍກໍາລັງແຮງງານ

ມາດຕາ52(ໃໝ່)ເງື່ອນໄຂຮັບການອຸດໜູນເສຍກໍາລັງແຮງງານ ຜູ້ທີ່ຮັບການອຸດໜູນເສຍກໍາລັງແຮງງານມີເງື່ອນໄຂດັ່ງນີ້: 1.ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມນັບແຕ່ໜຶ່ງເດືອນຂຶ້ນໄປສໍາລັບອຸປະຕິເຫດແຮງງານຫຼືພະຍາດອາຊີບແລະສີບສອງເດືອນຂຶ້ນໄປສໍາລັບອຸປະຕິເຫດອື່ນຫຼືພະຍາດທົ່ວໄປ; 2.ໄດຮັບການຕີລາຄາຈັດປະເພດແລະລະດັບການເສຍກໍາລັງແຮງງານຕາມລະບຽບການທີ່ກ່ຽວຂ້ອງ. ສໍາລັບຜູ້ເສຍກໍາລັງແຮງງານກ່ອນການເຂົ້າປະກັນຕົນຈະບໍ່ໄດ້ຖືເປັນເງື່ອນໄຂຮັບການອຸດໜູນເສຍກໍາລັງແຮງງານນີ້.

ມາດຕາ53(ປັບປຸງ)ປະເພດແລະລະດັບການເສຍກໍາລັງແຮງງານ ປະເພດແລະລະດັບການເສຍກໍາລັງແຮງງານໄດກໍານົດດັ່ງນີ້: 1.ປະເພດທີໜຶ່ງມີລະດັບການເສຍກໍາລັງແຮງງານແຕ່ແປດສິບເອັດສ່ວນຮ້ອຍຫາໜຶ່ງຮ້ອຍສ່ວນຮ້ອຍ; 2.ປະເພດທີສອງມີລະດັບການເສຍກໍາລັງແຮງງານແຕ່ເຈັດສິບເອັດສ່ວນຮ້ອຍຫາແປດສິບສ່ວນຮ້ອຍ; 3.ປະເພດທີສາມມີລະດັບການເສຍກໍາລັງແຮງງານແຕ່ຫົກສິບເອັດສ່ວນຮ້ອຍຫາເຈັດສິບສ່ວນຮ້ອຍ; 4.ປະເພດທີສີ່ມີລະດັບການເສຍກໍາລັງແຮງງານແຕ່ຫ້າສິບເອັດສ່ວນຮ້ອຍຫາຫົກສິບສ່ວນຮ້ອຍ; 5.ປະເພດທີຫ້າມີລະດັບການເສຍກໍາລັງແຮງງານແຕ່ສີ່ສິບເອັດສ່ວນຮ້ອຍຫາຫ້າສິບສ່ວນຮ້ອຍ; 6.ປະເພດທີຫົກມີລະດັບການເສຍກໍາລັງແຮງງານແຕ່ສິບຫ້າສ່ວນຮ້ອຍຫາສີ່ສິບສ່ວນຮ້ອຍ. ສໍາລັບຜູ້ມີລະດັບການເສຍກໍາລັງແຮງງານແຕ່ໜຶ່ງສ່ວນຮ້ອຍຫາສິບສີ່ສ່ວນຮ້ອຍຈະບໍ່ຢູ່ໃນເງື່ອນໄຂຮັບການອຸດໜູນເສຍກໍາລັງແຮງງານ. ລະດັບການເສຍກໍາລັງແຮງງານນັບແຕ່ປະເພດທີໜຶ່ງຫາປະເພດທີຫ້າຈະໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເປັນລາຍເດືອນ,ສ່ວນປະເພດທີຫົກຈະໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວ. ການຕີລາຄາຈັດປະເພດແລະລະດັບການເສຍກໍາລັງແຮງງານໃຫ້ປະຕິບັດຕາມປ້ອມຄູ່ມືການແບ່ງຂັ້ນຂາດສະມັດຖະພາບແຮງງານຂອງຄົນເຈັບພິການທີ່ກະຊວງສາທາລະນະສຸກກໍານົດ. ໃນກໍລະນີມີເຫດຜົນທີ່ຈໍາເປັນໃຫ້ນໍາເອົາຜົນການຕີລາຄາຈັດປະເພດແລະລະດັບການເສຍກໍາລັງແຮງງານສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ.

ມາດຕາ54(ປັບປຸງ)ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານລາຍເດືອນ ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານລາຍເດືອນໃຫ້ຄິດໄລ່ໂດຍເອົາເງິນປະກັນຕົນສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງຂອງຜູ້ກ່ຽວກ່ອນເສຍກໍາລັງແຮງງານຄູນກັບລະດັບສ່ວນຮ້ອຍຂອງເງິນອຸດນູນເສຍກໍາລັງແຮງງານຕາມແຕ່ລະປະເພດດັ່ງນີ້: 1.ປະເພດທີໜຶ່ງເທົ່າກັບແປດສິບສ່ວນຮ້ອຍ; 2.ປະເພດທີສອງເທົ່າກັບຈັດສິບສ່ວນຮ້ອຍ; 3.ປະເພດທີສາມເທົ່າກັບຫົກສິບສ່ວນຮ້ອຍ; 4.ປະເພດທີສີ່ເທົ່າກັບຫ້າສິບສ່ວນຮ້ອຍ; 5.ປະເພດທີຫ້າເທົ່າກັບສີ່ສິບສ່ວນຮ້ອຍ; ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານໃຫ້ຄິດໄລ່ເທົ່າກັບໜຶ່ງຮ້ອຍສ່ວນຮ້ອຍສໍາລັບຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດແຮງງານຫຼືພະຍາດອາຊີບແລະແປດສິບສ່ວນຮ້ອຍສໍາລັບຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດອື່ນຫຼືພະຍາດທົ່ວໄປຂອງລະດັບສ່ວນຮ້ອຍເງິນອຸດໜູນເສຍກໍາລັງແຮງງານແຕ່ລະປະເພດ.ຖ້າຜູ້ເສຍກໍາລັງແຮງງານຫາກຍັງເຮັດວຽກມີເງິນເດືອນເງິນອຸດໜູນເສຍກໍາລັງແຮງງານຈະໄດ້ເທົ່າກັບຫ້າສິບສ່ວນຮ້ອຍແລະຖ້າເຂົ້າຮັບບໍານານຈະໄດ້ຮັບຊາວຫ້າສ່ວນຮ້ອຍຂອງເງິນອຸດໜູນເສຍກໍາລັງແຮງງານຂອງຜູ້ກ່ຽວ. ຜູ້ປະກັນຕົນທີ່ໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານມາກ່ອນຫາກໄດ້ຮັບເງິນອຸດໜູນບໍາເນັດອອກການເທື່ອດຽວແລ້ວຜູ້ກ່ຽວຈະໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເທົ່າກັບອັດຕາສ່ວນຮ້ອຍເງິນອຸດໜູນເສຍກໍາລັງແຮງງານຂອງຜູ້ຮັບອຸດໜູນບໍານານໄປຕະຫຼອດຊີວິດ. ສໍາລັບລະດັບສ່ວນຮ້ອຍຂອງເງິນອຸດໜູນເສຍກໍາລັງແຮງງານຂອງຜູ້ຮັບອຸດໜູນເສຍກໍາລັງແຮງງານລາຍເດືອນກ່ອນກົດໝາຍສະບັບນີ້ມີຜົນໃຊ້ບັງຄັບນັ້ນແມ່ນບໍ່ມີການປ່ຽນແປງ.

ມາດຕາ55(ປັບປຸງ)ການປະກອບອຸປະກອນຫຼືອົງຄະທຽມໃຫ້ຜູ້ຮັບອຸດໜູນເສຍກໍາລັງແຮງງານ ຜູ້ຮັບອຸດໜູນເສຍກໍາລັງແຮງງານລາຍເດືອນທີ່ມີຜົນກະທົບຕໍ່ການເຄື່ອນໄຫວວຽກງານແລະການດໍາເລົງຊີວິດຈະໄດ້ຮັບການປະກອບອຸປະກອນຫຼືອົງຄະທຽມຕາມທີ່ລັດສະໜອງໃຫ້,ໃນກໍລະນີມີການໃຊ້ຈ່າຍສໍາລັບອຸປະກອນຫຼືອົງຄະທຽມນັ້ນໃຫ້ນໍາໃຊ້ເງິນກອງທຶນປະກັນສັງຄົມ.

ມາດຕາ56(ປັບປຸງ)ການອຸດໜູນຜູ້ດູແລ ການອຸດໜູນຜູ້ດູແລແມ່ນການສະໜອງເງິນອຸດໜູນໃຫ້ຜູ້ດູແລຜູ້ເສຍກໍາລັງແຮງງານປະເພດໜຶ່ງເທົ່ານັ້ນຊຶ່ງຜູ້ດູແລຈະໄດ້ຮັບເງິນອຸດໜູນດູແລເທົ່າກັບຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານຈົນກວ່າຜູ້ເສຍກໍາລັງແຮງງານຈະເສຍຊີວິດ. ສໍາລັບຜູ້ຮັບເງິນອຸດໜູນຜູ້ດູແລກ່ອນກົດໝາຍສະບັບນີ້ມີຜົນໃຊ້ບັງຄັບນັ້ນແມ່ນບໍ່ມີການປ່ຽນແປງ.

ມາດຕາ57(ປັບປຸງ)ການຄິດໄລ່ເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວ ເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວສໍາລັບປະເພດທີຫົກໃຫ້ຄິດໄລ່ດັ່ງນີ້: 1.ຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດແຮງງານຫຼືພະຍາດອາຊີບໄດ້ຮັບອງິນອຸດໜູນເສຍກໍາລັງແຮງງານເທື່ອດຽວເທົ່າກັບລະດັບການເສຍກໍາລັງແຮງງານຄູສິບສອງເດືອນຂອງເງິນປະກັນຕົນສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງຂອງຜູ້ກ່ຽວກ່ອນເສຍກໍາລັງແຮງງານ; 2.ຜູ້ເສຍກໍາລັງແຮງງານຍ້ອນອຸປະຕິເຫດອື່ນຫຼືພະຍາດທົ່ວໄປໄດ້ຮັບເງິນອຸດໜູນເສຍກໍາລັງແຮງງານເທື່ອດຽວເທົ່າກັບລະດັບການເສຍກໍາລັງແຮງງານຄູນສິບເດືອນຂອງເງິນປະກັນຕົນສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງຂອງຜູ້ກ່ຽວກ່ອນເສຍກໍາລັງແຮງງານ.

ໝວດທີ6ການອຸດໜູນບໍານານ

ມາດຕາ58(ປັບປຸງ)ເງື່ອນໄຂຮັບການອຸດໜູນບໍານານ ຜູ້ຮັບການອຸດໜູນບໍານານມີເງື່ອນໄຂດັ່ງນີ້: 1.ມີອາຍຸກະສຽນຫົກສິບປີ,ສໍາລັບເພດຍິງຈະສະໝັກໃຈອອກຮັບການອຸດໜູນບໍານານກ່ອນກໍ່ໄດ້ແຕ່ອາຍຸກະສຽນບໍ່ໃຫ້ຫຼຸດຫ້າສິບຫ້າປີ; 2.ຜູ້ເຮັດວຽກກັບທາດເບື່ອ,ເຄມີແລະສານພິດຕ່າງໆທີ່ເປັນອັນຕະລາຍຕໍ່ສຸຂະພາບຕິດຕໍ່ກັນແຕ່ຫ້າປີຂຶ້ນໄປຕາມການຢັ້ງຢືນການແພດ,ເພດຊາຍມີອາຍຸກະສຽນຫ້າສິບຫ້າປີແລະເພດຍິງຫ້າສິບປີ; 3.ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແຕ່ໜຶ່ງຮ້ອຍແປດສິບເດືອນຂຶ້ນໄປ,ສໍາລັບຜູ້ປະກັນຕົນທີ່ເຂົ້າປະກັນສັງຄົມກ່ອນວັນທີ1ຕຸລາ2014ນັ້ນໃຫ້ມີປີການປະກັນຕົນຫົກສິບເດືອນຂຶ້ນໄປ; 4.ໄດ້ມອບເງິນສົມທົບຄົບເງື່ອນໄຂແຕ່ມີອາຍຸກະສຽນບໍ່ຄົບເງື່ອນໄຂສາມປີລົງມາກໍ່ສາມາດຮັບອຸດໜູນບໍານານໄດ້,ອາຍຸກະສຽນຫຼຸດໜຶ່ງປີໃດໃຫ້ຫຼຸດເງິນອຸດໜູນບໍານານລົງໜຶ່ງສ່ວນຮ້ອຍ; 5.ມີການຢັ້ງຢືນພັກຮັບບໍານານຢ່າງຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ59(ປັບປຸງ)ການຄິດໄລ່ເງິນອຸດໜູນບໍານານ ການຄິດໄລ່ເງິນອຸດໜູນບໍານານໃຫ້ເອົາຄະແນນບໍານານທັງໝົດຂອງຜູ້ກ່ຽວຄູນກັບເງິນປະກັນຕົນສະເລ່ຍຄາດຄະເນຂອງຜູ້ປະກັນຕົນທັງໝົດຄູນຕົວດັດສະນີສອງສ່ວນຮ້ອຍຊຶ່ງວິທີການຄິດໄລ່ມີດັ່ງນີ້: 1.ຄະແນນບໍານານທັງໝົດຂອງຜູ້ກ່ຽວແມ່ນຄະແນນບໍານານຈາກການຈ່າຍເງິນສົດທົບທັງໝົດບວກຄະແນນບໍານານຈາກການຢຸດຈ່າຍເງິນສົມທົບຊົ່ວຄາວບວກຄະແນນບໍານານນະໂຍບາຍຊຶ່ງມີການຄິດໄລ່ແຕ່ລະປະເພດຄະແນນບໍານານ; 1.1.ຄະນະບໍານານຈາກການຈ່າຍເງິນສົມທົບແມ່ນຈໍານວນເງິນປະກັນຕົນສະເລ່ຍຂອງຜູ້ກ່ຍວໃນແຕ່ລະປີຫານໃຫ້ຈໍານວນເງິນປະກັນຕົນສະເລ່ຍຂອງຜູ້ປະກັນຕົນທັງໝົດໃນໄລຍະເວລາດຽວກັນ; 1.2.ຄະແນນບໍານານຈາກການຢຸດຈ່າຍເງິນສົມທົບຊ່ົວຄາວໃນເວລາຮັບເງິນອຸດໜູນປ່ວຍການຫຼືອຸດໜູນອອກລູກແມ່ນຄະແນນບໍານານຈາກການຈ່າຍເງິນສົມທົບສະເລ່ຍໃນໄລຍະຊາວສີ່ເດືອນກ່ອນໄດ້ຮັບເງິນອຸດນູນຫານໃຫ້ສາມສິບວັນຄູ່ກັບຈໍານວນວັນພັກຮັບເງິນອຸດໜູນ; 1.3.ຄະແນນບໍານານນະໂຍບາຍແມ່ນຄະແນນທີ່ຄິດໄລ່ໃຫ້ຜູ້ເລີ່ມຕົ້ນເຂົ້າປະກັນຕົນທີ່ມີອາຍຸກະສຽນເກີນສາມສິບປີຂຶ້ນໄປໃຫ້ຄິດໄລ່ເທົ່ກັບ0,8ຄະແນນຄູນກັບຈໍານວນປີທີ່ອາຍຸກະສຽນເກີນ,ຄະແນນນະໂຍບາຍດັ່ງກ່າວຄິດໄລ່ໃຫ້ສູງສຸດບໍ່ເກີນ12ຄະແນນ. 2.ເງິນເດືອນປະກັນຕົນສະເລ່ຍຂອງຜູ້ປະກັນຕົນທົງໝົດແມ່ນຈໍານວນເງິນເດືອນຂອງຜູ້ປະກັນຕົວທັງໝົດໃນໜຶ່ງປີຫານໃຫ້ຈໍານວນຄັ້ງຈ່າຍເງິນສົມທົບທັງໝົດຂອງຜູ້ປະກັນຕົນໃນປີດຽວກັນຊຶ່ງນໍາໃຊ້ສໍາລັບການຄິດໄລ່ຄະແນນບໍານານ. ເງິນປະກັນຕົນສະເລ່ຍຄາດຄະເນຂອງຜູ້ປະກັນຕົນທັງໝົດແມ່ນຈໍານວນເງິນປະກັນຕົນສະເລ່ຍທັງໝົດໃນໜຶ່ງປີຜ່ານມາບອກກັບອັດຕາການເໜັງຕີງທີ່ສົມທຽບໃສ່ປີກ່ອນນັ້ນໜຶ່ງປີເພື່ອນໍາໃຊ້ເຂົ້າໃນການຄິດໄລ່ເງິນອຸດໜູນບໍານານ,ຄ່າແຮງງານສະເລ່ຍຄາດຄະເນຂອງຜູ້ປະກັນຕົນທັງໝົດຈະໄດ້ປັບປຸງໃນເດືອນມັງກອນຂອງແຕ່ລະປີ. 3.ຕົດດັດສະນີສອງສ່ວນຮ້ອຍແມ່ນຕົວກໍານົດອັດຕາຕອບແທນຄືນໃນແຕ່ລະປີຊຶ່ງສາມາດດັດປັບໃຫ້ສອດຄ່ອງກັບການຄິດໄລ່ເງິນອຸດໜູນບໍານານໃນແຕ່ລະໄລຍະ. ເງິນເດືອນຫຼືຄ່າແຮງງານສະເລ່ຍຄາດຄະເນຂອງຜູ້ປະກັນຕົນທັງໝົດສໍາລັບຜູ້ອອກແຮງງານໃນຫົວໜ່ວຍແຮງງານແລະຜູ້ສະໝັກໃຈຈະໄດ້ປັບປຸງໃຈເດືອນມັງກອນຂອງແຕ່ລະປີ. ການຄິດໄລ່ເງິນອຸດໜູນບໍານານໃຫ້ຜູ້ປະກັນຕົວໃນຫົວໜ່ວຍແຮງງານແລະຜູ້ສະໝັກໃຈສູງສຸດບໍ່ເກີນເຈັດສິບຫ້າສ່ວນຮ້ອຍຂອງເງິນປະກັນຕົນຂອງຜູ້ກ່ຽວ.

ມາດຕາ60(ປັບປຸງ)ການດັດປັບເງິນອຸດໜູນບໍານານ ການດັດປັບເງິນອຸດໜູນບໍານານຂອງພາກວິສາຫະກິດແລະຜູ້ສະໝັກໃຈໃຫ້ປະຕິບັດຕາມການເໜັງຕີງຂອງເງິນປະກັນຕົນສະເລ່ຍຄາດຄະເນຂອງຜູ້ປະກັນຕົນທັງໝົດໃນເດືອນມັງກອນຂອງແຕ່ລະປີ.

ມາດຕາ61(ປັບປຸງ)ການຄິດໄລ່ເງິນອຸດໜູນເທື່ອດຽວ ຜູ້ອອກແຮງງານແລະຜູ້ສະໝັກໃຈທີ່ຄົບອາຍຸກະສຽນແຕ່ຈ່າຍເງິນສົມທົບຫຼືມີປະປະກັນຕົນບໍ່ຄົບຕາມເງື່ອນໄຂຫຼືຜູ້ມີບັນຫາສຸຂະພາບທີ່ບໍ່ສາມາດສືບຕໍ່ເຮັດວຽກຈະໄດ້ຮັບການອຸດໜູນເທື່ອດຽວຊຶ່ງເທົ່າກັບໜຶ່ງເດືອນເຄິ່ງຂອງເງິນປະກັນຕົນທີ່ສະເລ່ຍພາຍໃນເວລາຫົກສິບເດືອນຄືນຫຼັງຄູນກັບຈໍານວນປີປະກັນຕົນຂອງຜູ້ກ່ຽວ. ສໍາລັບຜູ້ປະກັນຕົນທີ່ບໍ່ຄົບເງື່ອນໄຂອາຍຸກະສຽນຫຼືປີປະກັນຕົນຊຶ່ງໄດ້ອອກຈາກຫົວໜ່ວຍແຮງງານແຕ່ຜູ້ກ່ຽວຍັງຢູ່ໃນໄວກະສຽນເຮັດວຽກແລະສາມາດສືບຕໍ່ເຮັດວຽກຈະບໍ່ໄດ້ຮັບເງິນອຸດໜູນເທື່ອດຽວໂດຍຈະໄດ້ສະສົມເງິນສົມທົບຂອງຜູ້ກ່ຽວໄວ້ເພື່ອພິຈາລະນາຮັບອຸດໜູນບໍານານຫຼືອຸດໜູນເທື່ອດຽວເມື່ອອາຍຸກະສຽນຄົບຕາມເງື່ອນໄຂເທົ່ານັ້ນ. ຜູ້ອອກແຮງງານຕ່າງປະເທດທີ່ໄດ້ກັບຄືນປະເທດພາຍຫຼັງສິ້ນສຸດສັນຍາແຮງງານຈະໄດ້ຮັບການອຸດໜູນເທື່ອດຽວຊຶ່ງເທົ່າກັບໜຶ່ງເດືອນເຄິ່ງຂອງເງິນປະກັນຕົນທີ່ສະເລ່ຍພາຍໃນເວລາຫົກສິບເດືອນຄືນຫຼັງຄູນກັບຈໍານວນປີປະກັນຕົນຂອງຜູ້ກ່ຽວ.

ໝວດທີ7ການອຸດໜູນເສຍຊີວິດ

ມາດຕາ62(ປັບປຸງ)ເງື່ອນໄຂຮັບການອຸດໜູນເສຍຊີວິດ ຜູ້ທີ່ໄດ້ຮັບການອຸດໜູນເສຍຊີວິດມີເງື່ອນໄຂດັ່ງນີ້: 1.ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແຕ່ໜຶ່ງເດືອນຂຶ້ນໄປສໍາລັບຜູ້ເສຍຊີວິດຍ້ອນອຸປະຕິເຫດແຮງງານຫຼືພະຍາດອາຊີບ; 2.ໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມແຕ່ສາມເດືອນຂຶ້ນໄປສໍາລັບອຸປະຕິເຫດອື່ນຫຼືພະຍາດທົ່ວໄປໂດຍສະເລ່ຍພາຍໃນເວລາສິບສອງເດືອນຄືນຫຼັງນັບແຕ່ວັນເສຍຊີວິດ; 3.ລູກມີອາຍຸບໍ່ເກີນສິບແປດປີຂອງຜູ້ປະກັນຕົນ; 4.ມີການຢັ້ງຢືນການເສຍຊີວິດຢ່າງຖືກຕ້ອງ. ຜູ້ປະກັນຕົນທີ່ອອກວຽກຫຼືຢຸດມອບເງິນສົມທົບກໍ່ຍັງຈະໄດ້ຮັບເງິນອຸດໜູນເສຍຊີວິດ,ພາຍໃນເວລາສາມເດືອນຜົວຫຼືເມຍແລະລູກຫາກເສຍຊີວິດກໍ່ຈະໄດ້ຮັບເງິນອຸດໜູນເສຍຊີວິດ. ຜູ້ໄດ້ຮັບເງິນອຸດໜູນສະມາຊິກຄອບຄົວຫາກເສຍຊີວິດກໍ່ຈະໄດ້ຮັບເງິນອຸດໜູນເສຍຊີວິດ.

ມາດຕາ63(ປັບປຸງ)ການຄິດໄລ່ເງິນອຸດໜູນເສຍຊີວິດ ເງິນອຸດໜູນເສຍຊີວິດໃຫ້ຄິດໄລ່ດັ່ງນີ້: ຜູ້ມີປະກັນຕົນແຕ່ໜຶ່ງເດືອນຫາໜຶ່ງປີສໍາລັບກໍລະນີເສຍຊີວິດຍ້ອນປະສົມອຸປະຕິເຫດແຮງງານຫຼືພະຍາດອາຊີບແລະສາມເດືອນຫາໜຶ່ງປີສໍາລັບກໍລະນີເສຍຊີວິດຍ້ອນປະສົມອຸປະຕິເຫດອື່ນຫຼືພະຍາດທົ່ວໄປໃຫ້ຄິດໄລ່ເທົ່າກັບສິບຫ້າເດືອນຂອງເງິນປະກັນຕົນທີ່ສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍເປັນຈຸດເລີ່ມ; 2.ຜູ້ມີປີປະກັນຕົນເກີນໜຶ່ງປີຫາຫົກປີໃຫ້ຄິດໄລ່ເພີ່ມໃຫ້ໜຶ່ງເດືອນຕໍ່ປີທີ່ເກີນ,ສໍາລັບຜູ້ມີປະກັນຕົນແຕ່ເຈັດປີຂຶ້ນໄປໃຫ້ຄິດໄລ່ເພີ່ມເຄິ່ງເດືອນຕໍ່ຈໍານວນປີທີ່ເກີນ; 3.ຜົວຫຼືເມຍຂອງຜູ້ປະກັນຕົນ,ຜູ້ຮັບອຸດໜູນບໍານານແລະຜູ້ຮັບອຸດໜູນເສຍກໍາລັງແຮງງານຫາກເສຍຊີວິດໃຫ້ຄິດໄລ່ເທົ່າກັບຫົກເດືອນຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານ,ຖ້າຜົວຫຼືເມຍລ້ວນແຕ່ເປັນຜູ້ປະກັນຕົນເມື່ອຜູ້ໃດໜຶ່ງເສຍຊີວິດກໍ່ຈະໄດ້ຮັບເງິນອຸດໜູນເສຍຊີວິດຂອງຜູ້ກ່ຽວເທົ່ານັ້ນໂດຍຈະບໍ່ໄດ້ຮັບເງິນອຸດໜູນເສຍຊີວິດຕາມສິດຂອງຜົວຫຼືເມຍຕື່ມອີກ; 4.ລູກຂອງຜູ້ປະກັນຕົນ,ຜູ້ຮັບອຸດໜູນບໍານານຫຼືຜູ້ຮັບອຸດໜູນເສຍກໍາລັງແຮງງານທີ່ມີອາຍຸບໍ່ເກີນສິບແປດປີຫາກເສຍຊີວິດໃຫ້ຄິດໄລ່ເທົ່າກັບສາມເດືອນຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານ,ໃນກໍລະນີລູກທີ່ພໍ່ແລະແມ່ລ້ວນແຕ່ເປັນຜູ້ປະກັນຕົນຫາກເສຍຊີວິດຈະໄດ້ຮັບເງິນອຸດໜູນເສຍຊີວິດຕາມເງິນປະກັນຕົນຂອງພໍ່ຫຼືແມ່ເທົ່ານັ້ນ; 5.ຜູ້ໄດ້ຮັບເງິນອຸດໜູນສະມາຊິກຄອບຄົວທີ່ເປັນຜົວຫຼືເມຍ,ພໍ່ຫຼືແມ່ແລະຜູ້ຮັບອຸດໜູນດູແລຫາກເສຍຊີວິດຈະໄດ້ຮັບເງິນອຸດໜູນເສຍຊີວິດທົ່າກັບຫົກເດືອນແລະສໍາລັບລູກທີ່ໄດ້ຮັບເງິນອຸດໜູນສະມາຊິກຄອບຄົວຈະໄດ້ເທົ່າກັບສາມເດືອນຂອງເງິນອຸດໜູນຜູ້ກ່ຽວ.

ໝວດທີ8ການອຸດໜູນສະມາຊິກຄອບຄົວ

ມາດຕາ64(ປັບປຸງ)ເງື່ອນໄຂຮັບການອຸດໜູນສະມາຊິກຄອບຄົວ ຜົວຫຼືເມຍແລະລູກອາຍຸບໍ່ເກີນສິບແປດປີຂອງຜູ້ປະກັນຕົນຈະໄດ້ຮັບການອຸດໜູນສະມາຊິກຄອບຄົວກໍ່ຕໍ່ເມື່ອຜູ້ປະກັນຕົນເສຍຊີວິດແລະໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມຫ້າປີຂຶ້ນໄປ. ສະມາຊິກຄອບຄົວຕ້ອງມີເງື່ອນໄຂດັ່ງນີ້: 1.ຜົວມີອາຍຸກະສຽນຫົກສິບປີ,ເມຍຫ້າສິບຫ້າປີຂຶ້ນໄປນັບແຕ່ວັນຜູ້ປະກັນຕົນເສຍຊີວິດທີ່ບໍ່ມີລາຍໄດ້ປົກກະຕິແລະບໍ່ໄດ້ແຕ່ງດອງໃໝ່ຫຼືເປັນຜູ້ເສຍກໍາລັງແຮງງານທີ່ບໍ່ໄດ້ຮັບເງິນອຸດໜູນໃດໜຶ່ງນໍາອົງການປະກັນສັງຄົມແຫ່ງຊາດ; 2.ລູກຄີງ,ລູກລ້ຽງຫຼືລູກນ້າທີ່ມີອາຍຸດສິບແປດປີລົງມາແລະລູກທີ່ເປັນຄົນພິການຫຼືເສຍຈິດໃນໄລຍະກຕ່ກໍາເນີດຫຼືໄລຍະຫຼັງກໍາເນີດຫາສິບແປດປີທີ່ບໍ່ສາມາດເຮັດວຽກຫຼືບໍ່ມີລາຍໄດ້ໃດໜຶ່ງຈະໄດ້ຮັບເງິນອຸດໜູນເປັນລາຍເດືອນຕະຫຼອດຊີວິດ,ສ່ວນລູກທີ່ມີພໍ່ແລະແມ່ທັງສອງເປັນຜູ້ປະກັນຕົນໄດ້ເສຍຊີວິດຈະໄດ້ຮັບອຸດໜູນສະມາຊິກຄອບຄົວນໍາພໍ່ຫຼືແມ່; 3.ກໍລະນີຜູ້ປະກັນຕົນເປັນລູກຄົນດຽວຫຼືລູກໂທນເປັນຜູ້ເບິ່ງແຍງລ້ຽງດູພໍ່ແມ່ຫາກເສຍຊີວິດ,ພໍ່ມີອາຍຸກະສຽນຫົກສິບປີແລະແມ່ມີອາຍຸກະສຽນຫ້າສິບປີຂຶ້ນໄປຊຶ່ງບໍ່ມີລາຍໄດ້ປົກກະຕິກໍ່ຈະໄດ້ຮັບເງິນອຸດໜູນເປັນລາຍເດືອນຕະຫຼອດຊີວິດ.

ມາດຕາ65(ປັບປຸງ)ການຄິດໄລ່ອຸດໜູນສະມາຊິດຄອບຄົວ ເງິນອຸດໜູນສະມາຊິກຄອບຄົວໃຫ້ຄິດໄລ່ເປັນລາຍເດືອນດັ່ງນີ້: 1.ຜົວຫຼືເມຍຈະໄດ້ຮັບເທົ່າກັບສາມສິບສ່ວນຮ້ອຍຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ; 2.ລູກຈະໄດ້ຮັບຜູ້ລະຊາວສ່ວນຮ້ອຍຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ,ຖ້າຫາກມີລູກບໍ່ທັນພົ້ນກະສຽນຫຼາຍຄົນນັ້ນເງິນອຸດໜູນລວມທັງໝົດບໍ່ໃຫ້ເກີນຫົກເສິບສ່ວນຮ້ອຍ; 3.ພໍ່ຫຼືແມ່ຈະໄດ້ຮັບເທົ່າກັບສາມສິບສ່ວນຮ້ອຍຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ,ຖ້າຫາກພໍ່ແລະແມ່ລ້ວນແຕ່ໄດ້ຮັບເງິນອຸດໜູນນັ້ນລວມທັງໝົດບໍ່ໃຫ້ເກີດຫ້າສິບສ່ວນຮ້ອຍ. ເງິນອຸດໜູນສະມາຊິກຄອບຄົວຂອງຜົວຫຼືເມຍແລະລູກໄດ້ຮັບທັງໝົດສູງສຸດບໍ່ໃຫ້ເກີນແປດສິບສ່ວນຮ້ອຍຂອງເງິນປະກັນຕົນ,ເງິນອຸດໜູນບໍານານຫຼືເງິນອຸດໜູນເສຍກໍາລັງແຮງງານເດືອນສຸດທ້າຍຂອງຜູ້ເສຍຊີວິດ.

ໝວດທີ9ກາກນອຸດໜູນວ່າງງານ

ມາດຕາ66(ປັບປຸງ)ເງື່ອນໄຂຮັບການອຸດໜູນວ່າງງານ ຜູ້ຮັບການອຸດໜູນວ່າງງານມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ໃນໄລຍະຊາວສີ່ເດືອນຄືນຫຼັງກ່ອນອອກຈາກວຽກຜູ້ກ່ຽວຕ້ອງໄດ້ມອບເງິນສົມທົບສໍາລັບການອຸດໜູນວ່າງງານເຂົ້າກອງທຶນປະກັນສັງຄົມຢ່າງໜ້ອຍສິບສອງເດືອນຂຶ້ນໄປ; 2.ວ່າງງານຍ້ອນການລົ້ມລະລາຍ,ຢຸດເຊົາກິດຈະການຫຼືສິ້ນສຸດໂຄງການຊ່ວຍເຫຼືອເພື່ອການພັດທະນາ; 3.ວ່າງງານຍ້ອນການຢຸດກິດຈະການຊົ່ວຄາວຈາກຜົນກະທົບຂອງໄພພິບັດ; 4.ວ່າງງານຍ້ອນຄວາມຕ້ອງການຫຼຸດຈໍານວນແຮງງານຫຼືການລະດົມໃຫ້ອອກຈາວຽກ; 5.ມີເອກະສານຢັ້ງຢືນການອອກວຽກຈາກຫົວໜ່ວຍແຮງງານທີ່ກ່ຽວຂ້ອງຢ່າງຖືກຕ້ອງ; 6.ວ່າງງານແຕ່ສາມສິບວັນຂຶ້ນໄປໂດຍມີການຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ; 7.ມີສຸຂະພາບແຂງແຮງແລະສາມາດກັບເຂົ້າສູ່ຕະຫຼາດແຮງງານ. ສໍາລັບຜູ້ທີ່ເຄີຍໄດ້ຮັບການອຸດໜູນວ່າງງານແລ້ວເມື່ອຜູ້ກ່ຽວໄດ້ກັບເຂົ້າສູ່ສຽກເທື່ອໃໝ່ຕ້ອງໄດ້ມອບເງິນສົມທົບຕື່ມອີກສິບສອງເດືອນຂຶ້ນໄປຈຶ່ງຈະສາມາດຮັບອຸດໜູນວ່າງງານຄັ້ງໃໝ່.

ມາດຕາ67ການຄິດໄລ່ເງິນອຸດໜູນວ່າງງານ ເງິນອຸດໜູນວ່າງງານໃຫ້ຄິດໄລ່ດັ່ງນີ້: 1.ຫົກສິບສ່ວນຮ້ອຍຄູນເງິນປະກັນຕົນສະເລ່ຍພາຍໃນເວລາຫົກເດືອນຄືນຫຼັງກ່ອນການວ່າງງານ; 2.ໄລຍະຮັບເງິນອຸດໜູນວ່າງງານ: 2.1.ສາມເດືອນ,ຖ້າໄດ້ມອບເງິນສົມທົບແຕ່ສິບສອງເດືອນຫາສາມສິບຫົກເດືອນ; 2.2.ຫົກເດືອນ,ຖ້າໄດ້ມອບເງິນສົມທົບແຕ່ສາມສິບເຈັດເດືອນຫາເຈັດສິບສອງເດືອນ; 2.3.ເກົ້າເດືອນ,ຖ້າໄດ້ມອບເງິນສົມທົບແຕ່ເຈັດສິບສາມເດືອນຫາໜຶ່ງຮ້ອຍສີ່ສິບສີ່ເດືອນ; 2.4.ສິບສອງເດືອນ,ຖ້າໄດ້ມອບເງິນສົມທົບແຕ່ໜຶ່ງຮ້ອຍສີ່ສິບຫ້າເດືອນຂຶ້ນໄປ.

ມາດຕາ68ການແນະນໍາການຝຶກອົບຮົມວິຊາຊີບ ຜູ້ກໍາລັງຮັບການອຸດໜູນວ່າງງານຖ້າຫາກມີຄວາມຈໍາເປັນອົງການປະກັນສົງຄົມແຫ່ງຊາດຈະແນະນໍາການຝຶກອົບຮົມວິຊາຊີບໃຫ້ຜູ້ກ່ຽວຕາມແຕ່ລະກໍລະນີໂດຍປະສານສົມທົບກັບສະຖານທີ່ຝຶກອົບຮົມທີ່ກ່ຽວຂ້ອງ.

ມາດຕາ69(ປັບປຸງ)ການແນະນໍາອາຊີບ ຜູ້ກໍາລັງຮັບການອຸດໜູນວ່າງງານຈະໄດ້ຮັບການແນະນໍາອາຊີບແລະການສະໜອງຂໍ້ມູນຂ່າວສານຈາກສູນບໍລິການຈັດຫາງານຫຼືພະແນກແຮງງານແລະສະຫວັດດີການສັງຄົມແຂວງ,ນະຄອນຫຼວງ.

ມາດຕາ70ການສິ້ນສູດການຮັບອຸດໜູນວ່າງງານ ການສິ້ນສຸດການຮັບອຸດໜູນວ່າງງານມີກໍລະນີດັ່ງນີ້: 1.ໝົດກໍານົດການຮັບອຸດໜູນວ່າງງານ; 2.ປະຕິເສດການຮອບວຽກໃໝ່ໂດຍບໍ່ມີເຫດຜົນ; 3.ມີວຽກເຮັດງານທໍາໃໝ່; 4.ໄດ້ເສຍຊີວິດ.

ພາກທີ5ກອງທຶນປະກັນສັງຄົມ

ໝວດທີ1ກອງທຶນປະກັນສັງຄົມ

ມາດຕາ71(ປັບປຸງ)ກອງທຶນປະກັນສັງຄົມ ກອງທຶນປະກັນສັງຄົມແມ່ນກອງທຶນສະສົມເງິນສົມທົບຂອງລັດຖະບານ,ພະນັກງານລັດຖະກອນ,ທະຫານ,ຕໍາຫຼວດ,ຜູ້ໃຊ້ແຮງງານ,ຜູ້ອອກແຮງງານໃນຫົວໜ່ວຍແຮງງານ,ຜູ້ສະໝັກໃຈ,ຜົນໄດ້ຮັບຈາກການນໍາເງິນສະສົມໄປລົງທຶນແລະແຫຼ່ງອື່ນທີ່ຖືກຕ້ອງຕາມກົດໝາຍ.

ມາດຕາ72(ປັບປຸງ)ອົງປະກອບກອງທຶນປະກັນສັງຄົມ ກອງທຶນປະກັນສັງຄົມປະກອບດ້ວຍ: 1.ກອງທຶນອຸດໜູນປະກັນສຸຂະພາບ; 2.ກອງທຶນອຸດໜູນອຸປະຕິເຫດແຮງງານຫຼືພະຍາດອາຊີບ; 3.ກອງທຶນອຸດໜູນໄລຍະສັ້ນສໍາລັບການອຸດໜູນປ່ວຍການ,ອອກລູກແລະການອຸດໜູນເສຍຊີວິດ; 4.ກອງທຶນອຸດໜູນໄລຍະຍາວສໍາລັບການອຸດໜູນບໍານານ,ເສຍກໍາລັງແຮງງານແລະການອຸດໜູນສະມາຊິກຄອບຄົວ; 5.ກອງທຶນອຸດໜູນວ່າງງານ. ແຕ່ລະກອງທຶນອຸດໜູນໃຫ້ຮັບການແບ່ງອັດຕາສ່ວນເງິນຈາກອງທຶນປະກັນສັງຄົມເພື່ອນໍາໃຊ້ເຂົ້າໃນການໃຊ້ຈ່າຍ,ການສະສົມແລະການຊ່ວຍໜູນຊຶ່ງກັນແລະກັນຕາມທີ່ໄດ້ກໍານົດໄວ້ໃນລະບຽບການ.

ໝວດທີ2ລາຍຮັບຂອງກອງທຶນປະກັນສັງຄົມ

ມາດຕາ73(ປັບປຸງ)ລາຍຮັບຂອງກອງທຶນປະກັນສັງຄົມ ລາຍຮັບຂອງກອງທຶນປະກັນສັງຄົມມີດັ່ງນີ້: 1.ເງິນສົມທົບຂອງລັດຖະບານ,ຜູ້ໃຊ້ແຮງງານຫຼືຫົວໜ່ວຍແຮງງານ; 2.ເງິນສົມທົບຂອງພະນັກງານລັດຖະກອນ,ທະຫານ,ຕໍາຫຼວດ,ຜູ້ອອກແຮງງານໃນຫົວໜ່ວຍແຮງງານແລະຜູ້ສະໝັກໃຈ; 3.ດອກເບ້ຍຫຼືຜົນປະໂຫຍດທີ່ເກີດຈາກການລົງທຶນ; 4.ລາຍຮັບອື່ນທີ່ຖືກຕ້ອງຕາມກົດໝາຍ. ນອກຈາກນີ້ກໍ່ຍັງມີເງິນຊ່ວຍໜູນຈາກງົບປະມານຂອງລັດຕໍ່ຜູ້ຮັບອຸດໜູນເສຍອົງຄະຍ້ອນການສູ້ຮົບແລະຮັບໃຊ້ການສູ້ຮົບ,ຕໍ່ຜູ້ຮັບອຸດໜູນບໍານານຄືນແລະລູກຜູ້ຮັບອຸດໜູນບໍານານ.

ມາດຕາ74(ປັບປຸງ)ອັດຕາເງິນສົມທົບ ອັດຕາເງິນສົມທົບມີດັ່ງນີ້: 1.ອັດຕາເງິນສົມທົບຂອງພາກລັດ; 1.1.ລັດຖະບານປະກອບເງິນສົມທົບເທົ່າກັບແປດສຸດຫ້າສ່ວນຮ້ອຍຂອງຄັງເງິນເດືອນ; 1.2.ພະນັກງານລັດຖະກອນ,ທະຫານແລະຕໍາຫຼວດປະກອບເງິນສົມທົບເປັນລາຍເດືອນເທົ່າກັບແປດສ່ວນຮ້ອຍຂອງເງິນປະກັນຕົນຊຶ່ງມີເງິນເດືອນພື້ນຖານຕາມຊັ້ນ,ຂັ້ນເງິນເດືອນ,ເງິນອຸດໜູນປີການ,ເງິນອຸດໜູນຕໍາແໜ່ງແລະເງິນອຸດໜູນວິຊາການອື່ນທີ່ມີລັກສະນະຖາວອນເຊັ່ນເງິນອຸດໜູນອາຊີບຄູ,ເງິນອຸດໜູນຜູ້ປະກອບວິຊາຊີບປິ່ນປົວ,ສໍາລັບກໍາລັງປະກອບອາວຸດມີເງິນໜ້າທີ່ແລະເງິນສົ່ງເສີມກອງທັບ; 1.3.ພະນັກງານລັດຖະກອນ,ທະຫານແລະຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງໄປປະຈໍາການທາງລັດຖະການຢູ່ຕ່າງປະເທດຫຼືໄປສຶກສາຮໍ່າຮຽນໄລຍະຍາວຢູ່ພາຍໃນແລະຕ່າງປະເທດເງິນສົມທົບແມ່ນໃຫ້ຄິດໄລ່ຈາກເງິນເດືອນເດືອນສຸດທ້າຍກ່ອນໄປປະຈໍາການຫຼືໄປສຶກສາຮໍ່າຮຽນດັ່ງກ່າວ.

2.ອັດຕາເງິນສົມທົບຂອງພາກວິສາຫະກິດແລະຜູ້ສະໝັກໃຈ: 2.1.ຜູ້ໃຊ້ແຮງງານຫຼືຫົວໜ່ວຍແຮງງານປະກອບເງິນສົມທົບເປັນລາຍເດືອນເທົ່າກັບຫົກສ່ວນຮ້ອຍຂອງເງິນປະກັນຕົນຜູ້ອອກແຮງງານແຕ່ລະຄົນຊຶ່ງລວມມີເງິນເດືອນພື້ນຖານ,ເງິນຕາມຜະລິດຕະພັນ,ເງິນລ່ວງເວລາແລະເງິນອື່ນທີ່ແຈ້ງເສຍອາກອນລາຍໄດ້ໂດຍຖືເອົາຄ່າແຮງງານຂັ້ນຕໍ່າສຸດຫາເພດານເງິນເດືອນປະກັນຕົນສູງສຸດເປັນຕົວຕັ້ງໃນການຄິດໄລ່; 2.2.ຜູ້ອອກແຮງງານໃນຫົວໜ່ວຍແຮງງານປະກອບເງິນສົມທົບເປັນລາຍເດືອນເທົ່າກັບຫ້າຈຸດຫ້າສ່ວນຮ້ອຍຂອງເງິນປະກັນຕົນຊຶ່ງລວມມີເງິນເດືອນພື້ນຖານ,ເງິນຕາມຜະລິດຕະພັນ,ເງິນລ່ວງເວລາແລະເງິນອື່ນທີ່ແຈ້ງເສຍອາກອນລາຍໄດ້ໂດຍຖືເອົາຄ່າແຮງງານຂັ້ນຕໍ່າສຸດຫາເພດານເງິນປະກັນຕົນສູງສຸດເປັນຕົວຕັ້ງໃນການຄິດໄລ່.ໃນກໍລະນີຜູ້ອອກແຮງງານຫາກໄດ້ຮັບຄ່າແຮງງານເປັນລາຍວັນຫຼືສັບປະດາໃຫ້ຄິດໄລ່ລາຍຮັບຂອງຜູ້ກ່ຽວເປັນລາຍເດືອນໂດຍໃຫ້ນັບເອົາຈໍານວນເງິນທັງໝົດທີ່ຜູ້ກ່ຽວໄດ້ຮັບ; 2.3.ຜູ້ສະໝັກໃຈປະກອບເງິນສົມທົບເປັນລາຍເດືອນເທົ່າກັບເກົ້າສ່ວນຮ້ອຍໂດຍເລືອກເອົາເງິນປະກັນຕົນຂອງຕົນເອງຕາມການກໍານົດລະຫວ່າງຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານຫາເພດານເງິນເດືອນປະກັນຕົນສູງສຸດເປັນຕົວຕັ້ງໃນການຄິດໄລ່. ຜູ້ຮັບບໍານານ,ຜູ້ເສຍກໍາລັງແຮງງານ,ຜູ້ຮັບອຸດໜູນສະມາຊິກຄອບຄົວແລະຜູ້ຮັບອຸດໜູນຜູ້ດູແລປະກອບເງິນສົມທົບເຄິ່ງໜຶ່ງຂອງອັດຕາສ່ວນເງິນກອງທຶນອຸດໜູນປິ່ນປົວສຸຂະພາບ,ຍົກເວັ້ນຜູ້ດູແລທີ່ເປັນສະມາຊິກຄອບຄົວຂອງຜູ້ປະກັນຕົນ.

ມາດຕາ75(ໃໝ່)ການມອບເງິນສົມທົບ ການມອບເງິນສົມທົບໃຫ້ປະຕິບັດດ່ັງນີ້: 1.ການມອບເງິນສົມທົບຂອງພາກລັດ: 1.1.ກະຊວງການເງິນໃນນາມລັດຖະບານມອບເງິນສົມທົບເປັນແຕ່ລະງວດເທົ່າກັບແປດຈຸດຫ້າສ່ວນຮ້ອຍເຂົ້າບັນຊີເງິນຝາກຂອງອົງການປະກັນສັງຄົມແຫ່ງຊາດຢູ່ຄັງເງິນແຫ່ງຊາດ; 1.2.ການຈັດຕັ້ງທີ່ກ່ຽວຂ້ອງມອບເງິນຝາກຂອງພະນັກງານລັດຖະກອນເປັນລາຍເດືອນເທົ່າກັບແປດສ່ວນຮ້ອຍເຂົ້າບັນຊີເງິນຝາກຂອງອົງການປະກັນສັງຄົມແຫ່ງຊາດຢູ່ຄັງເງິນແຫ່ງຊາດຫຼືຄັງເິນແຫ່ງຊາດປະຈໍາແຂວງ,ນະຄອນຫຼວງ,ສ່ວນເງິນສົມທົບແປດສ່ວນຮ້ອຍຂອງທະຫານແລະຕໍາຫຼວດໃຫ້ມອບເຂົ້າບັນຊີປະກັນສັງຄົມຂອງສອງກໍາລັງດັ່ງກ່າວ; 2.ການມອບເງິນສົມທັບຂອງວິສາຫະກິດແລະຜູ້ສະໝັກໃຈ: 2.1.ຜູ້ໃຊ້ແຮງງານຂຶ້ນບັນຊີເງິນເດືອນຂອງຜູ້ອອກແຮງງານແລະຄິດໄລ່ເງິນສົມທົບຫົກສ່ວນຮ້ອຍຂອງໜ່ວຍແຮງງານແລະຫ້າຈຸດຫ້າສ່ວນຮ້ອຍຂອງຜູ້ອອກແຮງງານເປັນລາຍເດືອນແລ້ວມອບເຂົ້າບັນຊີເງິນຝາກຂອງອົງການປະກັນສັງຄົມແຫ່ງຊາດຢູ່ທະນາຄານແລະແຈ້ງລາຍລະອຽດບັນຊີເງິນສົມທົບຕໍ່ອົງການປະກັນສັງຄົມແຫ່ງຊາດ; 2.2.ຜູ້ສະໝັກໃຈມອບເງິນສົມທົບເກົ້າສ່ວນຮ້ອຍຂອງເງິນປະກັນຕົນເປັນລາຍເດືອນຫຼືລ່ວງໜ້າແຕ່ບໍ່ເກີນອາຍຸຂອງສັນຍາເຂົ້າບັນຊີເງິນຝາກຢູ່ທະນາຄານຫຼືຈ່າຍເປັນເງິນສົດຢູ່ອົງການປະກັນສັງຄົມແຫ່ງຊາດ; 2.3.ຫົວໜ່ວຍແຮງງານຫຼືຜູ້ສະໝັກໃຈສາມາດມອບເງິນສົມທົບເປັນເງິນສົດຊຶ່ງມີຈໍານວນບໍ່ເກີນຫ້າລ້ານກີບຢູ່ອົງການປະກັນສັງຄົມແຫ່ງຊາດໂດຍມີການຈົດຮັບຈົດຈ່າຍຕາມລະບຽບການ. ສໍາລັບຫົວໜ່ວຍແຮງງານສາມາດຢຸດມອບເງິນສົມທົບໄດ້ໃນກໍລະນີຢຸດກິດຈະການ,ລົ້ມລະລາຍຫຼືໄດ້ຮັບຜົນກະທົບຈາກໄພພິບັດໂດຍມີການຢັ້ງຢືນຢ່າງຖືກຕ້ອງ. ເງິນສົມທົບເພື່ອປິ່ນປົວສຸຂະພາບຂອງຜູ້ຮັບອຸດໜູນບໍານານ,ຜູ້ຮັບອຸດໜູນເສຍກໍາລັງແຮງງານ,ຜູ້ຮັບອຸດໜູນຜູ້ດູແລແລະຜູ້ຮັບອຸດໜູນສະມາຊິກຄອບຄົວໃຫ້ຫັກໂດຍກົງຈາກເງິນອຸດໜູນທີ່ກ່ຽວຂ້ອງຜ່ານລະບົບບັນຊີຂອງອົງການປະກັນສັງຄົມແຫ່ງຊາດຢູ່ຄັງເງິນແຫ່ງຊາດຫຼືທະນາຄານ.

ມາດຕາ76(ໃໝ່)ການມອບເງິນຊ່ວຍໜູນຈາກລັດຖະບານສໍາລັບກຸ່ມເປົ້າໝາຍເສຍອົງຄະຍ້ອນການສູ້ຮົບ,ຜູ້ຮັບອຸດໜູນບໍານານຄືນແລະລູກຜູ້ຮັບອຸດໜູນບໍານານ ອົງການປະກັນສັງຄົມແຫ່ງຊາດສັງລວມແຜນງົບປະມານລາຍຮັບເງິນຊ່ວຍໜູນສໍາລັບຜູ້ຮັບອຸດໜູນເສຍອົງຄະຍ້ອນການສູ້ຮົບແລະຮັບໃຊ້ການສູ້ຮົບ,ຜູ້ຮັບອຸດໜູນບໍານານຄືນແລະລູກຜູ້ຮັບອຸດໜູນບໍານານໃຫ້ກະຊວງແຮງງານແລະສະຫວັດດີການສັງຄົມເພື່ອສະເໜີກະຊວງການເງິນພິຈາລະນາແລ້ວໂອນເຂົ້າບັນຊີເງິນຝາກຂອງອົງການປະກັນສັງຄົມແຫ່ງຊາດຢູ່ຄັງເງິນແຫ່ງຊາດ.

ມາດຕາ77(ໃໝ່)ການດັດແກ້ອັດຕາເງິນສົມທົບແລະການກໍານົດເພດດານເງິນເດືອນປະກັນຕົນສູງສຸດ ການດັດແກ້ອັດຕາເງິນສົມທົບແມ່ນການທົບທວນຄືນອັດຕາເງິນສົມທົບຕາມການຄໍານວນທາງດ້ານຄະນິດສາດປະກັນໄພໃນທຸກຫ້າປີເພື່ອໃຫ້ສອດຄ່ອງກັບການເໜັງຕີງທາງດ້ານເສດຖະກິດສັງຄົມຂອງປະເທດ. ການກໍານົດເພດານເງິນເດືອນປະກັນຕົນສູງສຸດໃຫ້ປະຕິບັດບັດພື້ນຖານການເໜັງຕີງທາງດ້ານເສດຖະກິດແລະຄວາມຈໍາເປັນຕາມການຄໍາຄວນທາງດ້ານຄະນິດສາດປະກັນໄພ. ສໍາລັບການກໍານົດພື້ນຖານເງິນປະກັນຕົນຕໍ່າສຸດໃຫ້ອີງໃສ່ຄ່າແຮງງານຂັ້ນຕໍ່າສຸດທີ່ລັດປະກາດໃຊ້ໃນແຕ່ລະໄລຍະ.

ໝວດທີ3ການນໍາໃຊ້ກອງທຶນປະກັນສັງຄົມ

ມາດຕາ78(ປັບປຸງ)ການນໍາໃຊ້ກອງທຶນປະກັນສົງຄົມ ກອງທຶນປະກັນສັງຄົມນໍາໃຊ້ດັ່ງນີ້: 1.ການອຸດໜູນປະກັນສັງຄົມ; 2.ການບໍລິຫານປົກກະຕິ; 3.ໂຄງການລົງທຶນໃສ່ໂຄງລ່າງພື້ນຖານແລະການພັດທະນາວຽກງານປະກັນສັງຄົມ. ການນໍາໃຊ້ເງິນກອງທຶນປະກັນສັງຄົມສໍາລັບການອຸດໜູນປະກັນສັງຕົມຂອງພາກໃດໃຫ້ນໍາໃຊ້ລາຍຮັບຂອງພາກພື້ນ,ສໍາລັບລາຍຈ່າຍບໍລິຫານປົກກະຕິ,ໂຄງການລົງທຶນໃສ່ໂຄງລ່າງພື້ນຖານແລະການພັດທະນາວຍກງານປະກັນສັງຄົມໃຫ້ນໍາໃຊ້ເງິນລາຍໄດ້ຈາກການລົງທຶນຂອງກອງທຶນໂດຍໃຫ້ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ.ໃນກໍລະນີລາຍໄດ້ຈາກກອງທຶນບໍ່ພຽງພໍໃຫ້ຂຶ້ນແຜນນໍາໃຊ້ງົບປະມານຂອງລັດປະຈໍາປີ. ສໍາລັບແຜນງົບປະມານລາຍຮັບລາຍຈາຍປະຈໍາປີທັງໝົດຂອງກອງທຶນປະກັນສັງຄົມສະພາບໍລິຫານເປັນຜູ້ຄົ້ນຄວ້າແລະນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາຕົກລົງ. ການສະຫຼຸບລາຍງານລາຍຮັບລາຍຈ່າຍຂອງກອງທຶນໃນແຕ່ລະປີຕ້ອງໄດ້ຮັບການກວດສອບແລະຢັ້ງຢືນຈາກອົງການກວດສອບແຫ່ງລັດ,ພ້ອມທັງເຜີຍແຜ່ຕໍ່ສັງຄົມ. ສໍາລັບການນໍາໃຊ້ລາຍໄດ້ຈາຍການລົງທຶນຂອງກອງທຶນປະກັນສັງຄົມໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ79(ໃໝ່)ການເບີກຈ່າຍງົບປະມານ ການເບີກຈ່າຍງົບປະມານໃຫ້ປະຕິບັດດັ່ງນີ້: 1.ການເບີກຈ່າຍງົບປະມານຕ້ອງບົນພື້ນຖານແຜນລາຍຈ່າຍງົບປະມານທີ່ໄດ້ຜ່ານການພິຈາລະນາຈາກສະພາບໍລິຫານແລະຮັບຮອງຈາກລັດຖະມົນຕີກະຊວງແຮງງານແລະສະຫວດດີການສັງຄົມ; 2.ການບີກຈ່າຍງົບປະມານຂອງກອງທຶນປະກັນສັງຄົມພາກລັດໃຫ້ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມໃນນາມຜູ້ສັ່ງການເປັນຜູ້ອະນຸມັດຈາກບັນຊີຮັບເຂົ້າບັນຊີຈ່າຍຂອງອົງການປະກັນສັງຄົມແຫ່ງຊາດຢູ່ຄັງເງິນແຫ່ງຊາດແລະໃຫ້ຜູ້ອໍານວຍການໃນນາມຜູ້ຖືກມອບສິດເປັນຜູ້ສັ່ງຈ່າຍຈາກບັນຊີຈ່າຍສໍາລັບການອຸດໜູນປະກັນສັງຄົມປະເພດຕ່າງໆ,ການບໍລິຫານປົກກະຕິແລະໂຄງການລົງທຶນ; 3.ການເບີກຈ່າຍງົບປະມານຂອງກອງທຶນປະກັນສັງຄົມພາກວິສາຫະກິດແລະຜູ້ສະໝັກໃຈໃຫ້ຜູ້ອໍານວຍການໃນນາມຜູ້ຖືກມອບສິດເປັນຜູ້ສັ່ງຈ່າຍຈາກບັນຊີເງິນຝາກທະນາຄານສໍາລັບການອຸດໜູນປະກັນສັງຄົມການບໍລິການປົກກະຕິແລະໂຄງການລົງທຶນຕາມແຜນການທີ່ສະພາບໍລິຫານຮັບຮອງ; 4.ການຄິດໄລ່ເບີກຈ່າຍຕ່າງໆໃຫ້ປະຕິບັດຕາມກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ80(ໃໝ່)ການບັນຊີແລະປີງົບປະມານ ອົງການປະກັນສັງຄົມແຫ່ງຊາດຕ້ອງມີລະບົບບັນຊີແລະສາລະບານງົບປະມານສະເພາະໂດຍຜ່ານການຮັບຮອງຈາກກະຊວງການເງິນເພື່ອຄຸ້ມຄອງລາຍຮັບລາຍຈ່າຍ. ລາຍຮັບລາຍຈ່າຍງົບປະມານທັງໝົດຂອງອົງການປະກັນສັງຄົມແຫ່ງຊາດຕ້ອງລວມສູນເປັນເອກະພາບໂດຍໃຫ້ເປີດບັນຊີຮັບແລະບັນຊີຈ່າຍຢູ່ຄັງເງິນແຫ່ງຊາດ,ຄັງເງິນແຫ່ງຊາດປະຈໍາແຂວງ,ນະຄອນຫຼວງຫຼືທະນາຄານທີ່ຕັ້ງຢູ່ສປປລາວ. ປະງົບປະມານແລະການສະຫຼຸບລາຍງານຂອງອົງການປະກັນສັງຄົມແຫ່ງຊາດໃຫ້ປະຕິບັດຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

ໝວດທີ4ການສະສົມທຶນແລະການລົງທຶນ

ມາດຕາ81(ປັບປຸງ)ການສະກສົມທຶນ ການສະສົມທຶນແມ່ນການເກັບທ້ອງເງິນທີ່ເຫຼືອຈາກການນໍາໃຊ້ລາຍຮັບຕ່າງໆຂອງອົງການປະກັນສັງຄົມແຫ່ງຊາດໄວ້ຢູ່ຄັງເງິນແຫ່ງຊາດຫຼືທະນາຄານເພື່ອຮອງຮັບການຈ່າຍເງິນອຸດໜູນປະກັນສັງຄົມໃນໄລຍະຍາຍ.

ມາດຕາ82(ໃໝ່)ການລົງທຶນ ອົງການປະກັນສັງຄົມແຫ່ງຊາດສາມາດນໍາໃຊ້ເງິນສະສົມຂອງກອງທຶນປະກັນສັງຄົມເຂົ້າໃນການລົງທຶນດ້ວຍຮູບການທີ່ເໝາະສົມຕາມທີ່ໄດ້ກໍານົດໄວ້ໃນມາດຕາ73ຂອງກົດໝາຍສະບັບນີ້ເພື່ອໃຫ້ກອງທຶນເຕີບໃຫຍ່ຂະຫຍາຍຕົວ,ມີຄວາມເຂັ້ມແຂງແລະຍືນຍົງ,ການລົງທຶນຕ້ອງຮັບປະກັນຄວາມໝັ້ນຄົງແລະບໍ່ໃຫ້ມີຄວາມສ່ຽງກ່ຽວກັບຕົ້ນທຶນແລະຜົນຮັບຈາກການລົງທຶນໂດຍມີການຮັບຮອງຂອງສະພາບໍລິຫານ. ການນໍາໃຊ້ເງິນສະສົມຂອງກອງທຶນປະກັນສັງຄົມເຂົ້າໃນການລົງທຶນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ6ສະພາບໍລິຫານແລະອົງການປະກັນສັງຄົມແຫ່ງຊາດ

ມາດຕາ83(ໃໝ່)ສະພາບໍລິຫານ ສະພາບໍລິຫານແມ່ນການຈັດຕັ້ງບໍ່ປະຈໍາການ,ຖືກແຕ່ງຕັ້ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ,ມີພາລະບົດບາດເປັນທີ່ປຶກສາແລະຄຸ້ມຄອງກອງທຶນປະກັນສັງຄົມໃນການຈັດຕັ້ງປະຕິບັດແລະປະສານສົມທົບກັບບັນດາກະຊວງ,ອົງການປົກຄອງທ້ອງຖິ່ນແລະອົງການອື່ນທີ່ກ່ຽວຂ້ອງ. ສະພາບໍລິຫານປະກອບດ້ວຍຕົວແທນສາມຝ່າຍຈາກລັດຖະບານ,ຜູ້ໃຊ້ແຮງງານແລະຜູ້ອອກແຮງງານຊຶ່ງມີອົງການປະກັນສັງຄົມແຫ່ງຊາດເປັນກອງເລຂາ.

ມາດຕາ84(ປັບປຸງ)ໂຄງປະກອບຂອງສະພາບໍລິຫານ ສະພາບໍລິຫານປະກອບດ້ວຍ: 1.ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມເປັນປະທານ 2.ຮອງປະທານສູນກາງສະຫະພັນກໍາມະບານລາວເປັນຮອງປະທານ; 3.ຮອງປະທານສະພາການຄ້າແລະອຸດສາຫະກໍາແຫ່ງຊາດເປັນຮອງປະທານ; 4.ຮອງລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມເປັນຮອງປະທານທັງເປັນຜູ້ປະຈໍາການ; 5.ຮອງລັດຖະມົນຕີກະຊວງການເງິນເປັນກໍາມະການ; 6.ຮອງລັດຖະມົນຕີກະຊວງສາທາລະນະສຸກເປັນກໍາມະການ; 7.ຮອງຫົວໜ້າກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດເປັນກໍາມະຫານ; 8.ຮອງຫົວໜ້າອົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບເປັນກໍາມະການ; 9.ຕາງໜ້າຜູ້ໃຊ້ແຮງງານແລະຜູ້ອອກແຮງງານຢ່າງໜ້ອຍຝ່າຍລະສອງທ່ານເປັນກໍາມະການ; 10.ຜູ້ອໍານວຍການອົງການປະກັນສັງຄົມແຫ່ງຊາດເປັນກໍາມະການທັງເປັນຫົວໜ້າກອງເລຂາ. ໂຄງປະກອບຂອງສະພາບໍລິຫານອາດມີການປັບປຸງໃຫ້ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ.

ມາດຕາ85(ປັບປຸງ)ສິດແລະໜ້າທີ່ຂອງສະພາບໍລິຫານ ສະພາບໍລິຫານມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າປະກອບຄໍາເຫັນຕໍ່ຮ່າງຍຸດທະສາດແລະແຜນປະຕິບັດງານກ່ຽວກັບວຽກງານປະກັນສັງຄົມ; 2.ພິຈາລະນາແລະຮັບຮອງກົດລະບຽບພາຍໃນຂອງອົງການປະກັນສັງຄົມແຫ່ງຊາດ; 3.ຊີ້ນໍາ,ຊຸກຍູ້,ຕິດຕາມແລະກວດກາການເຄື່ອນໄຫວວຽກງານຂອງອົງການປະກັນສັງຄົມແຫ່ງຊາດ; 4.ຄົ້ນຄວ້າພິຈາລະນາແຫຼ່ງລາຍຮັບແລະລາຍຈ່າຍຂອງອົງການປະກັນສັງຄົມແຫ່ງຊາດ; 5.ພິຈາລະນາແລະຮັບຮອງຮູບແບບການລົງທຶນຂອງກອງທຶນປະກັນສັງຄົມເພື່ອຮັບປະກັນໃຫ້ກອງທຶນເຕີບໃຫຍ່ຂະຫຍາຍຕົງ,ມີຄວາມເຂັ້ມແຂງແລະຍືນຍົງ; 6.ຄົ້ນຄວ້າອັດຕາເງິນສົມທົບ,ເພດານເງິນປະກັນຕົນ,ລະດັບການອຸດໜູນແລະການຈັດແບ່ງອັດຕາສ່ວນຂອງແຕ່ລະກອງທຶນອຸດໜູນປະກັນສັງຄົມໃຫ້ສອດຄ່ອງກັບຄວາມຕ້ອງການໃນແຕ່ລະໄລຍະແລ້ວນໍາສະເໜີຕໍ່ກະຊວງແຮງງານແລະສະຫວັດດີການສັງຄົມພິຈາລະນາຮັບຮອງ; 7.ພິຈາລະນາ,ຮັບຮອງບົດສະຫຼຸບແລະແຜນການເຄື່ອນໄຫວວຽກງານແລະງົບປະມານຂອງອົງການປະກັນສັງຄົມແຫ່ງຊາດໃນແຕ່ລະໄລຍະ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ86(ປັບປຸງ)ກອງປະຊຸມສະພາບໍລິຫານ ກອງປະຊຸມສາມັນຂອງສະພາບໍລິຫານຈັດຂຶ້ນສາມເດືອນຕໍ່ຄັ້ງເພື່ອພິຈາລະນາແລະຕົກລົງບັນຫາສໍາຄັນຕ່າງໆກ່ຽວກັບວຽກງານປະກັນສັງຄົມ. ໃນກໍລະນີຈໍາເປັນແລະຮີບດ່ວນກໍ່ສາມາດຈັດກອງປະຊຸມວິສາມັນຂຶ້ນໄດ້ຕາມການຮຽກໂຮມຂອງປະທານສະພາບໍລິຫານຫຼືຕາມການສະເໜີຂອງຜູ້ອໍານວຍການອົງການປະກັນສັງຄົມແຫ່ງຊາດ. ກອງປະຊຸມສາມັນຂອງສະພາບໍລິຫານຈະເປີດຂຶ້ນໄດ້ກໍ່ຕໍ່ເມື່ອມີສະມາຊິກສະພາບໍລິຫານເຂົ້າຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທັງໝົດ. ມະຕິຂອງກອງປະຊຸມຈະມີຜົນສັກສິດກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກທີ່ເຂົ້າຮ່ວມ. ໃນກໍລະນີທີ່ມີຄະແນນສຽງເທົ່າກັນນັ້ນຄະແນນສຽງຂອງປະທານເປັນສຽງຊີ້ຂາດ.

ມາດຕາ87(ໃໝ່)ອົງການປະກັນສັງຄົມແຫ່ງຊາດ ອົງການປະກັນສັງຄົມແຫ່ງຊາດແມ່ນການຈັດຕັ້ງວິຊາການໜຶ່ງທີ່ສັງກັດຢູ່ກະຊວງແຮງງານແລະສະຫວັດດີການສັງຄົມ,ເປັນຫົວໜ່າຍການເງິນສະເພາະ,ມີສາລະບານບັນຊີຕ່າງຫາກເພື່ອໃຫ້ສາມາດກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ,ມີພາລະບົດບາດເປັນເສນາທິການໃຫ້ແກ່ສະພາບໍລິຫານແລະກະຊວງແຮງງານແລະສະຫວັດດີການສັງຄົມໃນການຈັດຕ້ງປະຕິບັດແລະຄຸ້ມຄອງວຽກງານປະກັນສັງຄົມ. ອົງການປະກັນສັງຄົມແຫ່ງຊາດຂຽນອັກສອນຫຍໍ້ວ່າ"ອປຊ".

ມາດຕາ88(ໃໝ່)ໂຄງປະກອບການຈັດຕັ້ງຂອງອົງການປະກັນສັງຄົມແຫ່ງຊາດ ອົງການປະກັນສັງຄົມແຫ່ງຊາດມີກົງຈັກການຈັດຕັ້ງຂອງຕົນນັບແຕ່ສູນກາງລົງຮອດທ້ອງຖິ່ນ. ການຈັດຕັ້ງແລະການເຄື່ອນໄຫວຂອງກົງຈັກການຈັດຕັ້ງແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ89(ໃໝ່)ສິດແລະໜ້າທີ່ຂອງອົງການປະກັນສັງຄົມແຫ່ງຊາດ ອົງການປະກັນສັງຄົມແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານແລະໂຄງການ; 2.ໂຄສະນາເຜີຍແຜ່ນະໂຍບາຍ,ກົດໝາຍ,ລະບຽບການກ່ຽວກັບວຽກງານປະກັນສັງຄົມໃຫ້ແກ່ສັງຄົມຢ່າງເລິກເຊິ່ງແລະກວ້າງຂວາງ; 3.ຄຸ້ມຄອງບໍລິຫານແລະພັດທະນາວຽກງານປະກັນສັງຄົມໃຫ້ມີຄວາມທັນສະໄໝແລະຍືນຍົງ; 4.ຄຸ້ມຄອງແລະຈັດຕັ້ງປະຕິບັດແຜນງົບປະມານລາຍຮັບລາຍຈ່າຍກ່ຽວກັບວຽກງານປະກັນສັງຄົມຕາມກົດໝາຍ; 5.ຄົ້ນຄວ້າວິທະຍາສາດທາງດ້ານປະກັນສັງຄົມ,ການຄິດໄລ່ແລະວິໄຈຂໍ້ມູນທາງດ້ານສະຖິຕິປະກັນໄພ; 6.ສະເໜີປັບປຸງອັດຕາເງິນສົມທົບ,ເພດານເງິນປະກັນຕົນ,ລະດັບການອຸດໜູນແລະອັດຕາສ່ວນຂອງແຕ່ລະກອງທຶນອຸດໜູນໃຫ້ສອດຄ່ອງກັບລະດັບການອຸດໜູນປະກັນສັງຄົມປະເພດຕ່າງໆໃນແຕ່ລະໄລຍະ; 7.ຄົ້ນຄວ້າ,ພິຈາລະນາແລະຈ່າຍເງິນອຸດໜູນປະເພດຕ່າງໆໃຫ້ແກ່ສະມາຊິກໃຫ້ຖືກຕ້ອງແລະວ່ອງໄວ; 8.ຕິດຕາມແລະຊຸກຍູ້ການສະໜອງບໍລິການປິ່ນປົວສຸຂະພາບໃຫ້ແກ່ຜູ້ປະກັນຕົນແລະສະມາຊິກຄອບຄົວຂອງຜູ້ກ່ຽວໂດຍປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ; 9.ຮັບ,ຄົ້ນຄວ້າແລະແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນສັງຄົມ; 10.ເກັບກໍາ,ສັງລວມຂໍ້ມູນ,ສະຖິຕິແລະພັດທະນາຖານຂໍ້ມູນເພື່ອຮັບໃຊ້ວຽກງານປະກັນສັງຄົມ; 11.ຄົ້ນຄວ້າ,ກໍານົດຕໍາແໜ່ງງານແລະສ້າງແຜນພັດທະນາບຸກຄະລາກອນໃນແຕ່ລະໄຍຍະແລະສະເໜີຕົວເລກພະນັກງານໃໝ່ຕາມຄວາມຈໍາເປັນຂອງຕໍາແໜ່ງງານໃນແຕ່ລະປີ; 12.ຈັດຕັ້ງປະຕິບັດແຜນງົບປະມານລາຍຮັບລາຍຈ່າຍຂອງຕົນຕາມການເຫັນດີຂອງສະພາບໍລິຫານແລະການອະນຸມັດຂອງລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ; 13.ສະເໜີສ້າງຕັ້ງ,ປັບປຸງຫຼືຍຸບເລີກກົງຈັກ,ຕໍາແໜ່ງງານຂອງອົງການຕົນຕໍ່ຂັ້ນເທິງພິຈາລະນາ; 14.ສະເໜີແຕ່ງຕັ້ງ,ປົດຕໍາແໜ່ງ,ຍົກຍ້າຍ,ສັບຊ້ອນ,ຍ້ອງຍໍແລະລົງວິໄຈພະນັກງານຂອງຕົນ; 15.ຊຸກຍູ້,ຕິດຕາມແລະກວດກາການຂະຫຍາຍອັດຕາການປົກຄຸມປະກັນສັງຄົມໃຫ້ກວມເອົາກຸ່ມເປົ້າໝາຍຕ່າງໆຢ່າງກວ້າງຂວາງ; 16.ເກັບກໍາຂໍ້ມູນກຸ່ມເປົ້າໝາຍແລະຂະຫຍາຍຜູ້ປະກັນຂອງລະບົບປະກັນສັງຄົມຈາກພາກສ່ວນອື່ນທີ່ກ່ຽວຂ້ອງ; 17.ຈັດກອງປະຊຸມລະດັບຕ່າງໆກ່ຽວກັບວຽກງານປະກັນສັງຄົມ; 18.ອອກແຈ້ງການກ່ຽວກັບວຽກງານປະກັນສັງຄົມ,ສະເໜີປັບປຸງຫຼືຍົກເລີກລະບຽບການຕ່າງໆທີ່ບໍ່ສອດຄ່ອງກັບວຽກງານປະກັນສັງຄົມ; 19.ພົວພັນ,ຮ່ວມມືກັບພາກສ່ວນຕ່າງໆທັງພາຍໃນ,ຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານປະກັນສັງຄົມຕາມການມອບໝາຍຂອງຂັ້ນເທິງ; 20.ສະຫຼຸບ,ປະເມີນຜົນແລະລາຍງານການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃຫ້ຂັ້ນເທິງຢ່າງເປັນປົກກະຕິ; 21.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະຕາມການມອບໝາຍ.

ພາກທີ7ການຂຶ້ນທະບຽນປະກັນສັງຄົມແລະການພິຈາລະນາການອຸດໜູນປະກັນສັງຄົມ

ໝວດທີ1ການຂຶ້ນທະບຽນປະກັນສັງຄົມ

ມາດຕາ90(ປັບປຸງ)ການຂຶ້ນທະບຽນປະກັນສັງຄົມ ການຂຶ້ນທະບຽນປະກັນສັງຄົມໃຫ້ປະຕິບັດດັ່ງນີ້: 1.ພະນັກງານລັດຖະກອນ,ຜູ້ອອກແຮງງານລວມທັງຜູ້ອອກແຮງງານຕ່າງປະເທດ,ຜູ້ສະໝັກໃຈ,ຜູ້ຮັບອຸດໜູນບໍານານ,ຜູ້ຮັບອຸດໜູນເສຍອົງຄະຈາກກໍາລັງປະກອບອາວຸດແລະຜູ້ຮັບອຸດໜູນຜູ້ດູແລຕ້ອງຂຶ້ນທະບຽນປະກັນສັງຄົມຢູ່ອົງການປະກັນສັງຄົມແຫ່ງຊາດຕາມການແຫ່ງຂັ້ນຄຸ້ມຄອງ; 2.ຫົວໜ່ວຍແຮງງານທີ່ມີຜູ້ອອກແຮງງານແຕ່ໜຶ່ງຄົນຂຶ້ນໄປຕ້ອງຂຶ້ນທະບຽນປະກັນສັງຄົມນໍາອົງການປະກັນສັງຄົມແຫ່ງຊາດຕາມການແບ່ງຂັ້ນຄຸ້ມຄອງ; 3.ທຸກອົງການຈັດຕັ້ງຂອງລັດແລະຜູ້ໃຊ້ແຮງງານມີໜ້າທີ່ປະກອບແລະຮິບໂຮມບັນດາແຜບບພິມການຂຶ້ນທະບຽນປະກັນສັງຄົມພ້ອມດ້ວຍເອກະສານຢັ້ງຢືນກ່ຽວກັບການແຈ້ງຂໍ້ມູນຕ່າງທໃຫ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້. ໃນກໍລະນີຜູ້ປະກັນຕົນໄດ້ຂຶ້ນທະບຽນມາກ່ອນແລ້ວຫາກມີການຍົກຍ້າຍບ່ອນເຮັດວຽກຕ້ອງແຈ້ງເລກບັດປະກັນສັງຄົມຂອງຕົນໃຫ້ອົງການປະກັນສັງຄົມແຫ່ງຊາດເພື່ອສະສົມໄລຍະປະກັນຕົນ.

ມາດຕາ91(ປັບປຸງ)ເອກະສານຂຶ້ນທະບຽນປະກັນສັງຄົມ ເອກະສານຂຶ້ນທະບຽນປະກັນສັງຄົມມີດັ່ງນີ້: 1.ໃບແຈ້ງຂໍ້ມູນສ່ວນຕົວຂອງຫົວໜ່ວຍແຮງງານ,ພະນັກງານລັດຖະກອນ,ຜູ້ອອກແຮງງານ,ຜູ້ສະໝັກໃຈ,ຜູ້ຮັບອຸດໜູນບໍານານແລະຜູ້ຮັບອຸໜູນເສຍອົງຄະຈາກກໍາລັງປະກອບອາວຸດ,ຜູ້ຮັບອຸດໜູນຜູ້ດູແລຕາມແບບພິມທິ່ໄດ້ກໍານົດໄວ້; 2.ບັນຊີລາຍຊື່ຜູ້ອອກແຮງງານທີ່ຂຶ້ນທະບຽນປະກັນສັງຄົມຂອງຜູ້ໃຊ້ແຮງງານຕາມແບບພິມທີ່ໄດ້ກໍານົດໄວ້; 3.ສໍາເນົາທະບຽນວິສາຫະກິດ,ທະບຽນອາກອນຫຼືເອກະສານອະນຸຍາດເຄື່ອນໄຫວທຸລະກິດ; 4.ເອກະສານຢັ້ງຢືນຕ່າງໆຕາມແບບພິມທີ່ໄດ້ກໍານົດໄວ້.

ມາດຕາ92(ປັບປຸງ)ການຢື່ນເອກະສານຂຶ້ນທະບຍນແລະການອອກບັດປະກັນສັງຄົມ ການຢື່ນເອກະສານຂຶ້ນທະບຽນແລະການອອກບັນປະກັນສັງຄົມໃຫ້ປະຕິບັດດັ່ງນີ້: 1.ການຈັດຕັ້ງຫຼືຜູ້ໃຊ້ແຮງງານຕ້ອງປິ່ນເອກະສານຂຶ້ນທະບຽນປະກັນສັງຄົມຂອງພະນັກງານລັດຖະກອນ,ຜູ້ອອກແຮງງານຕໍ່ອົງການປະກັນສັງຄົມແຫ່ງຊາດຕາມການແບ່ງຂັ້ນຄຸ້ມຄອງພາຍໃນເວລາສາມສິບວັນນັບແຕ່ວັນໄດ້ບັນຈຸເຂົ້າເປັນພະນັກງານລັດຖະກອນຫຼືນັບແຕ່ວັນໄດ້ເຊັນສັນຍາແຮງງານເປັນຕົ້ນໄປ; 2.ຜູ້ປະກອບອາຊີບສ່ວນບຸກຄົນແລະຜູ້ສະໝັກໃຈໃຫ້ຍື່ນເອກະສານຂຶ້ນທະບຽນປະກັນສັງຄົມຕໍ່ອົງການປະກັນສັງຄົມແຫ່ງຊາດຕາມການແບ່ງຂັ້ນຄຸ້ມຄອງໃນໄລຍະເວລາທີ່ສົມຄວນ; 3.ຜູ້ຮັບອຸດໜູນບໍານານ,ຜູ້ຮັບຜູ້ໜູນເສຍອົງຄະຈາກກໍາລັງປະກອບອາວຸດແລະຜູ້ຮັບອຸດໜູນຜູ້ດູແລໃຫ້ຢື່ນເອກະສານການຂຶ້ນທະບຽນພາຍຫຼັງໄດ້ຮັບຂໍ້ຕົກລົງການເຂົ້າຮັບອຸດໜູນດັ່ງກ່າວ; 4.ກໍລະນີໃບຢັ້ງຢືນການຂຶ້ນທະບຽນປະກັນສັງຄົມຫຼືບັດປະກັນສັງຄົມຫາກສູນຫາຍ,ຖືກທໍາລາຍຫຼືເປ່ເພກໍ່ສາມາດສະເໜີຕໍ່ອົງການປະກັນສັງຄົມແຫ່ງຊາດຕາມການແຫ່ງຂັ້ນຄຸ້ມຄອງເພື່ອຂໍອອກໃບຢັ້ງຢືນຫຼືບັດປະກັນສັງຄົມໃໝ່. ພາຍຫຼັງຢື່ນເອກະສານຂຶ້ນທະບຽນແລ້ວອົງການປະກັນສັງຄົມແຫ່ງຊາດຕ້ອງພິຈາລະນາຂຶ້ນທະບຽນ,ອອກໃບຢັ້ງຢືນການຂຶ້ນທະບຽນໃຫ້ຫົວໜ່ວຍແຮງງານແລະບັດປະກັນສັງຄົມໃຫ້ຜູ້ປະກັນຕົນພາຍໃນເວລາສາມສິບວັນ.

ໝວດທີ2ການສະສົມໄລຍະປະກັນຕົນແລະການພິຈາລະນາການອຸດໜູນປະກັນສັງຄົມ

ມາດຕາ93(ໃໝ່)ການສະສົມໄລຍະປະກັນຕົນ ຜູ້ປະກັນຕົນໄດ້ມອບເງິນສົມທົບເຂົ້າກອງທຶນປະກັນສັງຄົມໄດ້ປ່ຽນບ່ອນເຮັດວຽກໃໝ່,ອອກຈາກຫົວໜ່ວຍແຮງງານຫຼືໄດ້ໂຈະການຈ່າຍເງິນສົມທົບຊົ່ວຄາວກໍ່ສາມາດສືບຕໍ່ມອບເງິນສົມທົບເພື່ອສະສົມເງິນສົມທົບໄວ້ສໍາລັບຜົນປະໂຫຍດໃນການໄດ້ຮັບການອຸດໜູນປະກັນສັງຄົມ. ຜູ້ປະກັນຕົນຢູ່ໃນໄລຍະຮັບອຸດໜູນໄລຍະສັ້ນໃຫ້ນັບເຂົ້າເປັນໄລຍະປະກັນຕົນ,ສ່ວນຜູ້ຢູ່ໃນໄລຍະທີ່ຮັບອຸດໜູນໄລຍະຍາວຫຼືຮັບອຸດໜູນວ່າງງານຈະບໍ່ນັບເຂົ້າເປັນໄລຍະປະກັນຕົນ. ຜູ້ປະກັນຕົນຄົບເງື່ອນໄຂແຕ່ຍັງສືບຕໍ່ເຮັດວຽກແລະມອບເງິນສົມທົບນັ້ນໃຫ້ເພີ່ມເງິນອຸດໜູນບໍານານຕາມອາຍຸກະສຽນທີ່ເກີນໜຶ່ງປີໃດໄດ້ຮັບໜຶ່ງສ່ວນຮ້ອຍແຕ່ທັງໝົດບໍ່ໃຫ້ເກີນອັດຕາສ່ວນສູງສຸດຂອງເງິນອຸດໜູນບໍານານທີ່ໄດ້ກໍານົດໄວ້. ຜູ້ປະກັນທີ່ໄດ້ມອບເງິນສົມທົບຢູ່ຫຼາຍບ່ອນຫຼືຜູ້ປະກັນຕົນທີ່ໄດ້ຍົກຍ້າຍຈາກການຈັດຕັ້ງຂອງລັດໄປຫົວໜ່ວຍແຮງງານຫຼືຫົວໜ່ວຍແຮງງານມາການຈັດຕັ້ງຂອງລັດຊຶ່ງໄດ້ສະເສົມເງິນສົມທົບ,ປີການຫຼືປີປະກັນຕົນແລະຍັງບໍ່ໄດ້ຮັບເງິນອຸດໜູນເທື່ອດຽວມາກ່ອນກໍ່ໃຫ້ສະສົມປີການຫຼືປະປະກັນຕົນເພື່ອຮັບການອຸດດໜູນປະກັນສັງຄົມຕາມພາກລັດຫຼືພາກວິສາຫະກິດແລະຜູ້ສະໝັກໃຈເທົ່ານັ້ນ.

ມາດຕາ94(ປັບປຸງ)ການຮ້ອງຂໍຮັບການອຸດນູນປະກັນສັງຄົມ ກ.ການຮ້ອງຂໍຮັບການອຸດໜູນປະກັນສັງຄົມໃຫ້ປະກອບເອກະສານດັ່ງນີ້: 1.ໜັງສືສະໜີຫຼືແບບພິມຂໍຮັບເງິນອຸດໜູນປະກັນສັງຄົມ; 2.ສໍາເນົາບັດປະກັນສັງຄົມ; 3.ເອກະສານຢັ້ງຢືນການອຸດໜູນປະກັນສັງຄົມຂອງແຕ່ລະປະເພດ; 4.ເອກະສານອື່ນທີ່ກ່ຽວຂ້ອງ. ຂ.ໄລຍະການຂໍຮັບເງິນອຸດໜູນປະກັນສັງຄົມແຕ່ລະປະເພດມີດັ່ງນີ້: 1.ການຂໍຮັບເງິນອຸດໜູນໄລຍະສັດໃຫ້ປະກອບເອກະສານສົ່ງໃຫ້ອົງການປະກັນສັງຄົມແຫ່ງຊາດຕາມການແບ່ງຂັ້ນຄຸ້ມຄອງພາຍໃນເວລາເກົ້າສິບວັນ,ໃນກໍລະນີຈໍາເປັນກໍ່ສາມາດພິຈາລະນາເປັນແຕ່ລະກໍ່ລະນີໂດຍບໍ່ໃຫ້ຈ່າຍເງິນອຸດໜູນອື່ນຊໍ້າຊ້ອນກັນ; 2.ການຂໍຮັບເງິນອຸດໜູນໄລຍະຍາຍໃຫ້ປະກອບເອກະສານສົ່ງໃຫ້ອົງການປະກັນສັງຄົມແຫ່ງຊາດຕາມການແບ່ງຂັ້ນຄຸ້ມຄອງພາຍໃນເວລາໜຶ່ງຮ້ອຍແປດສິບວັນ,ຖ້າຫາກການກໍານົດກໍ່ຈະພິຈາລະນານັບແຕ່ວັນຢື່ນເອກະສານຂໍຮັບເງິນອຸດໜູນນັ້ນເປັນຕົ້ນໄປ. ຜູ້ມີສິດໄດ້ຮັບເງິນອຸດໜູນປະກັນສັງຄົມແມ່ນຜູ້ປະກັນຕົນ,ຜົວ,ເມຍແລະລູກຂອງຜູ້ປະກັນຕົນ,ຜູ້ສືບທອດມູນມໍລະດົກຫຼືຜູ້ໄດ້ຮັບມອບສິດຊຶ່ງຈະຈ່າຍໃຫ້ເປັນບູລິມະສິດຕາມລໍາດັບ.

ມາດຕາ95(ປັບປຸງ)ການພິຈາລະນາການອຸດໜູນປະກັນສັງຄົມ ການພິຈາລະນາການອຸດໜູນປະກັນສັງຄົມໃຫ້ປະຕິບັດດັ່ງນີ້: 1.ອົງການປະກັນສັງຄົມແຫ່ງຊາດຕ້ອງພິຈາລະນາການສະເໜີຂໍຮັບການອຸດໜູນປະກັນສັງຄົມພາຍໃນເວລາສາມສິບວັນນັບແຕ່ວັນໄດ້ຮັບເອກະສານທີ່ຖືກຕ້ອງແລະຄົບຖ້ວນເປັນຕົ້ນໄປ; 2.ການພິຈາລະນາເງິນອຸດໜູນໄລຍະສັ້ນສໍາລັບຜູ້ປະກັນຕົ້ນທີ່ເຮັດວຽກຫຼາຍບ່ອນໃຫ້ບອກເງິນປະກັນຕົນເຂົ້າກັນແຕ່ບໍ່ເກີນເພດານສູງສຸດທີ່ໄດ້ກໍານົດໄວ້,ນອກຈາກນີ້ກໍ່ຍັງສາມາດຮັບເງິນທົດແທນຈາກບ່ອນອື່ນອີກ; ຜູ້ປະກັນຕົນແລະຜູ້ຮັບບໍານານທີ່ມີເງິນອຸດໜູນເສຍກໍາລັງແຮງງານສາມາດເລືອກເອົາແຕ່ເງິນໃດໜຶ່ງທີ່ຫຼາຍກວ່າເປັນຕົ້ວຕັ້ງໃນການຄິດໄລ່ເງິນອຸດໜູນເສຍຊີວິດ. 3.ຜູ້ຮັບເງິນອຸດໜູນສະມາຊິກຄອບຄົວຫາກມີລາຍໄດ້ປົກກະຕິຫຼືໄດ້ແຕ່ງຕອງໃໝ່ຈະຖືກຢຸດຈ່າຍເງິນອຸດໜູນດັ່ງກ່າວ; ຖ້າວ່າຜູ້ເສຍກໍາລັງແຮງງານຫາກເສຍຊີວິດຜູ້ດູແລຈະໄດ້ຮັບເງິນອຸດໜູນດູແລເທື່ອດຽວເທົ່າກັບຫ້າເດືອນຂອງເງິນອຸດໜູນດູແລເປັນຈຸດເລີ່ມ,ຖ້າປີດູແລຫາກເກີນຫ້າປີກໍ່ຈະໄດ້ຮັບເພີ່ມສອງປີໃດເທົ່າກັບໜຶ່ງເດືອນຂອງເງິນອຸດໜູນດູແລແລະຖືເປັນການສິ້ນສຸດການຮັບເງິນອຸດໜູນຜູ້ດູແລເປັນລາຍເດືອນ. 4.ຜູ້ອອກແຮງງານທີ່ຍັງບໍ່ທັນໄດ້ປະກັນຕົນໃຫ້ຫົວໜ່ວຍແຮງງານເປັນຜູ້ຮັບຜິດຊອບປະຕິບັດການອຸດໜູນປະກັນສັງຄົມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ສໍາລັບການອຸດໜູນເສຍອົງຄະແລະການອຸດໜູນຜູ້ດູແລຮ້ອງຜູ້ເສຍອົງຄະຍ້ອນການສູ້ຮົບແລະຮັບໃຊ້ການສູ້ຮົບໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ8ຂໍ້ຫ້າມ

ມາດຕາ96ຂໍ້ຫ້າມສໍາລັບພະນັກງານປະກັນສັງຄົມ ຫ້າມພະນັກງານປະກັນສັງຄົມມີພຶດຕິກໍາດັ່ງນີ້: 1.ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາ,ຂາດຈັນຍາບັນ,ລໍາອຽງ,ໃຫ້ບໍລິການທີ່ບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະຖານ,ບໍ່ຖືກຕ້ອງຕາມກົດໝາຍຕໍ່ຜູ້ປະກັນຕົນ; 2.ສໍ້ໂກງຫຼືຍັກຍອກເງິນອຸດໜູນປະກັນສັງຄົມປະເພດຕ່າງໆ,ປອດແປງເອກະສານຫຼືໃຫ້ເອກະສານປອມ,ກົດໜ່ວງຖ່ວງດຶງ,ທໍາລາຍຫຼືເຮັດໃຫ້ເອກະສານກ່ຽວກັບການຮ້ອງຂໍຮັບການອຸດໜູນປະກັນສັງຄົມເສຍຫາຍ; 3.ສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດແລະໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວ,ຄອບຄົວແລະພັກພວກ,ໃຫ້,ທວງເອົາຫຼືຮັບສິນບົນກ່ຽວກັບວຽກງານປະກັນສັງຄົມ; 4.ເປີດເຜີຍຄວາມລັບຂອງການຈັດຕັ້ງປະກັນສັງຄົມ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ97ຂໍ້ຫ້າມສໍາລັບຜູ້ປະກັນຕົນແລະສະມາຊິກຄອບຄົວ ຫ້າມຜູ້ປະກັນຕົນແລະສະມາຊິກຄອບຄົວມີພຶດຕິກໍາດັ່ງນີ້: 1.ແຈ້ງຂໍ້ມູນທີ່ບໍ່ມີມູນຄວາມຈິງ; 2.ປອມແປງເອກະສານແລະໃຫ້ສິນບົນຕໍ່ພະນັກງານປະກັນສັງຄົມ; 3.ໂຄສະນາໃສ່ຮ້າຍປ້າຍສີພະນັກງານຫຼືການຈັດຕັ້ງປະກັນສັງຄົມ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ98ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້ 1.ສ້າງອຸປະສັກກີດຄວາມການປະຕິບັດວຽກງານຂອງພະນັກງານປະກັນສັງຄົມ; 2.ເປັນສື່ກາງໃຫ້ສິນບົນຫຼືຮັບສິນບົນກ່ຽວກັບວຽກງານປະກັນສັງຄົມ; 3.ໂຄສະນາ,ເຜີຍແຜ່ແລະສະໜອງຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບວຽກງານປະກັນສັງຄົມ; 4.ປົກປ້ອງແລະຊ່ວຍເຫຼືອພະນັກງານລັດຖະກອນ,ຜູ້ອອກແຮງງານຫຼືຜູ້ປະກັນຕົນທີ່ລະເມີດກົດໝາຍແລະລະບຽບການກ່ຽວກັບວຽກງານປະກັນສັງຄົມ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ9ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ99(ປັບປຸງ)ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນສັງຄົມສາມາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການປະນີປະນອນຫຼືການໄກ່ເກ່ຍ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງສານ; 5.ການແກ້ໄຂທີ່ມີລັກສະນະສາກົນ.

ມາດຕາ100ການປະນີປະນອມຫຼືການໄກ່ເກ່ຍ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນສັງຄົມຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດັ່ງກ່າວດ້ວຍການປຶກສາຫາລື,ເຈລະຈາ,ຕົກລົງກັນຫຼືການໄກ່ເກ່ຍເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ມາດຕາ101(ປັບປຸງ)ການແກ້ໄຂທາງດ້ານບໍລິຫານ ໃນກໍ່ລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນສັງຄົມຄູ່ກໍລະນີທີ່ໄດ້ຮັບຄວາມເສຍຫາຍມີສິດສະເໜີໃຫ້ອົງການຄຸ້ມຄອງວຽກງານປະກັນສັງຄົມພິຈາະລາແກ້ໄຂຕາມກົດໝາຍ. ໃນກໍລະນີມີຂໍ້ຂັດແຍ່ງລະຫວ່າງຜູ້ປະກັນຕົນ,ໂຮງໝໍແລະອົງການສັງຄົມແຫ່ງຊາດກ່ຽວກັບການສະໜອງບໍລິການປິ່ນປົວສຸຂະພາບໃຫ້ສະເໜີຕໍ່ຂະແໜງການສາທາລະນະສຸກເພື່ອພິຈາລະນາແກ້ໄຂ.

ມາດຕາ102ການແກ້ໄຂໂດຍອົງການແກ້ໄຂຂໍັ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນສັງຄົມຄູ່ກໍລະນີທີ່ໄດ້ຮັບຄວາມເສຍຫາຍມີສິດສະເໜີໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເປັນຜູ້ພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ103ການຕັດສິນຂອງສານ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນສັງຄົມຄູ່ກໍລະນີຝ່າຍໃດຝ່າຍໜຶ່ງສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

ມາດຕາ104(ໃໝ່)ການແກ້ໄຂທີ່ມີລັກສະນະສາກົນ ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບວຽກງານປະກັນສັງຄົມທີ່ມີລັກສະນະສາກົນໃຫ້ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ10ການຄຸ້ມຄອງແລະການກວດກາວຽກງານປະກັນສັງຄົມ

ໝວດທີ1ການຄຸ້ມຄອງວຽກງານປະກັນສັງຄົມ

ມາດຕາ105(ປັບປຸງ)ອົງການຄຸ້ມຄອງວຽກງານປະກັນສັງຄົມ ລັດຖະບານເປັນຜູ້ຄຸ້ມຄອງວຽກງານປະກັນສັງຄົມຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງແຮງງານແລະສະຫວັດດີການສັງຄົມເປັນຜູ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບບັນດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານປະກັນສັງຄົມປະກອບດ້ວຍ: 1.ກະຊວງແຮງງານແລະສະຫວັດດີການສັງຄົມ; 2.ພະແນກແຮງງານແລະສະຫວັດດີການສັງຄົມແຂວງ,ນະຄອນຫຼວງ; 3.ຫ້ອງການແຮງງານແລະສະຫວັດດີການສັງຄົມເມືອງ,ເທດສະບານ,ນະຄອນ; ໃນກໍລະນີຈໍາເປັນອາດມອບໃຫ້ໜ່ວຍງານວັດທະນະທໍາສັງຄົມຂັ້ນບ້ານເປັນຜູ້ຄຸ້ມຄອງວຽກງານດັ່ງກ່າວ.

ມາດຕາ106(ປັບປຸງ)ສິດແລະໜ້າທີ່ຂອງກະຊວງແຮງງານແລະສະຫວັດດີການສັງຄົມ ໃນການຄຸ້ມຄອງວຽກງານປະກັນສັງຄົມກະຊວງແຮງງານແລະສະຫວັດດີການສັງຄົມມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າສ້າງນະໂຍບາຍ,ຍຸດທະສາດ,ກົດໝາຍກ່ຽວກັບວຽກງານປະກັນສັງຄົມເພື່ອສະເໜີລັດຖະບານພິຈາລະນາ; 2.ຜັນຂະຫຍາຍນະໂຍບາຍ,ຍຸດທະສາດ,ກົດໝາຍກ່ຽວກັບວຽກງານປະກັນສັງຄົມເປັນແຜນການ,ແຜນງານ,ໂຄງການແລະຈັດຕັ້ງປະຕິບັດ; 3.ໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມນະໂຍບາຍ,ຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານປະກັນສັງຄົມໃນຂອບເຂດທົ່ວປະເທດ; 4.ຕິດຕາມແລະຄຸ້ມຄອງລາຍຮັບລາຍຈ່າຍຂອງກອງທຶນປະກັນສັງຄົມ; 5.ຊີ້ນໍາ,ຕິດຕາມ,ກວດກາແລະປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມເປັນຕົ້ນການຂະຫຍາຍອັດຕາການປົກຄຸມປະກັນສັງຄົມໃຫ້ກວມເອົາກຸ່ມເປົ້າໝາຍຕ່າງໆຢ່າງກວ້າງຂວາງ; 6.ພິຈາລະນາແລະຮັບຮອງເພດານເງິນປະກັນຕົນ,ລະດັບການອຸດໜູນແລະການຈັດແບ່ງດັດຕາສ່ວນຂອງແຕ່ລະກ່ອງທຶນອຸດໜູນປະກັນສັງຄົມໃຫ້ສອດຄ່ອງກັບຄວາມຕ້ອງການໃນແຕ່ລະໄລຍະ; 7.ຄົ້ນຄວ້າ,ນໍາສະເໜີລັດຖະບານເພື່ອຮັບຮອງເອົາການດັດແກ້ອັດຕາເງິນສົມທົບ; 8.ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງກ່ຽວກັບການກະທໍາຫຼືການຕົກລົງບັນຫາທີ່ເປັນການລະເມີດກົດໝາຍກ່ຽວກັບວຽກງານປະກັນສັງຄົມ; 9.ຄົ້ນຄວ້າແລະສະເໜີມາດຕະການ,ວິທີການແກ້ໄຂການກະທໍາທີ່ລະເມີດກົດໝາຍໃນການປະຕິບັດວຽກງານປະກັນສັງຄົມໃຫ້ມີຄວາມໂປ່ງໃສແລະສອດຄ່ອງກັບກົດໝາຍ; 10.ຄົ້ນຄວ້າແລະສະເໜີແຕ່ງຕັ້ງສະພາບໍລິຫານເພື່ອໃຫ້ລັດຖະບານພິຈາລະນາ; 11.ຄົ້ນຄ້ວາແລະສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແຕ່ງຜູ້ອໍານວຍການອົງການປະກັນສັງຄົມແຫ່ງຊາດ; 12.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງພະນັກງານຂອງອົງການປະກັນສັງຄົມແຫ່ງຊາດ; 13.ພົບພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານປະກັນສັງຄົມ; 14.ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຕໍ່ລັດຖະບານຢ່າງເປັນປົກກະຕິ; 15.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ107(ປັບປຸງ)ສິດແລະໜ້າທີ່ຂອງພະແນກແຮງງານແລະສະຫວັດດີການສັງຄົມແຂວງ,ນະຄອນຫຼວງ ໃນການຄຸ້ມຄອງວຽກງານປະກັນສັງຄົມພະແນກແຮງງານແລະສະຫວັດດີການສັງຄົມແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດ,ແຜນຍຸດທະສາດ,ກົດໝາຍກ່ຽວກັບວຽກງານປະກັນສັງຄົມລວມທັງໂຄສະນາເຜີຍແຜ່ແລະສຶກສາອົບຮົມວຽກງານດັ່ງກ່າວ; 2.ຕິດຕາມແລະປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ; 3.ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງກ່ຽວກັບການກະທໍາຫຼືການຕົກລົງບັນຫາທີ່ເປັນການລະເມີດກົດໝາຍກ່ຽວກັບວຽກງານປະກັນສັງຄົມ; 4.ຄົ້ນຄວ້າແລະສະເໜີມາດຕະການ,ວິທີການແກ້ໄຂການກະທໍາທີ່ລະເມີດກົດໝາຍໃນການປະຕິບັດວຽກງານປະກັນສັງຄົມໃຫ້ມີຄວາມໂປ່ງໃສ,ສອດຄ່ອງກັບກົດໝາຍ; 5.ຊຸກຍູ້ແລະຂະຫຍາຍອັດຕາການປົກຄຸມປະກັນສັງຄົມໃຫ້ກວມເອົາກຸ່ມເປົ້າໝາຍຕ່າງໆຢ່າງກວ້າງຂວາງ; 6.ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານປະກັນສັງຄົມຕາມການມອບໝາຍຂອງຂັ້ນເທິງ; 7.ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ108(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການແຮງງານແລະສະຫວັດດີການສັງຄົມເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານປະກັນສັງຄົມຫ້ອງການແຮງງານແລະສະຫວັດດີການສັງຄົມເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍກ່ຽວກັບວຽກງານປະກັນສັງຄົມລວມທັງໂຄສະນາເຜີຍແຜ່ແລະສຶກສາອົບຮົມວຽກງານດັ່ງກ່າວ; 2.ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງກ່ຽວກັບການກະທໍາຫຼືການຕົກລົງບັນຫາທີ່ເປັນການລະເມີດກົດໝາຍກ່ຽວກັບວຽກງານປະກັນສັງຄົມ; 3.ຄົ້ນຄວ້າແລະສະເໜີມາດຕະການ,ວິທີການແກ້ໄຂການກະທໍາທີ່ລະເມີດກົດໝາຍໃນການປະຕິບັດວຽກງານປະກັນສັງຄົມໃຫ້ມີຄວາມໂປ່ງໃສແລະສອດຄ່ອງກັບກົດໝາຍ; 4.ຊຸກຍູ້ການຂະຫຍາຍອັດຕາການປົກຄຸ້ມປະກັນສັງຄົມໃຫ້ກວມກຸ່ມເປົ້າໝາຍຕ່າງໆຢ່າງກວ້າງຂວາງ; 5.ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ109(ໃໝ່)ສິດແລະໜ້າທີ່ຂອງຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງ. ໃນການຄຸ້ມຄອງວຽກງານປະກັນສັງຄົມຂະແໜງການ,ອົງການປົກຄອງທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການແຮງງານແລະສະຫວັດດີການສັງຄົມຕາມພາລະບົດບາດແລະຄວາມຮັບຜິດຊອບຂອງຕົນ.

ໝວດທີ2ການກວດກາວຽກງານປະກັນສັງຄົມ

ມາດຕາ110(ປັບປຸງ)ອົງການກວດກາວຽກງານປະກັນສັງຄົມ ອົງການກວດກາວຽກງານປະກັນສັງຄົມປະກອບດ້ວຍ: 1.ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານປະກັນສັງຄົມຕາມທີ່ໄດ້ກໍານົດໄວ້ໃນມາດຕາ105ຂອງກົດໝາຍສະບັບນີ້. 2.ອົງການກວດກາພາຍໃນຊຶ່ງແມ່ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດສອບແຫ່ງລັດ,ອົງການກວດກາລັດແຕ່ລະຂັ້ນ,ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າລາວ,ອົງການຈັດຕັ້ງມະຫາຊົນ,ປະຊາຊົນແລະສື່ທວນຊົນ.

ມາດຕາ111(ປັບປຸງ)ເນື້ອໃນການກວດກາວຽກງານປະກັນສັງຄົມ ການກວດກາວຽກງານປະກັນສັງຄົມມີເນື້ອໃນຕົ້ນຕໍດັ່ງນີ້: 1.ການປະຕິບັດກົດໝາຍກ່ຽວກັບວຽກງານປະກັນສັງຄົມ; 2.ການປະຕິບັດໜ້າທີ່ຂອງພະນັກງານລັດຖະກອນແລະພະນັກງານປະກັນສັງຄົມ; 3.ການສ້າງແລະປະຕິບັດແຜນການກ່ຽວກັບວຽກງານປະກັນສັງຄົມ.

ມາດຕາ112ຮູບການການກວດກາວຽກງານປະກັນສັງຄົມ ການກວດກາວຽກງານປະກັນສັງຄົມມີຮູບການດັ່ງນີ້: 1.ການກວດກາຢ່າງເປັນລະບົບປົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາແບບຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ໃນການກວດກາວຽກງານປະກັນສັງຄົມໃຫ້ປະຕິບັດຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ.

ມາດຕາ113ການລາຍງານແລະການແກ້ໄຂຜົນຂອງການກວດກາ ຄະນະກວດກາຕ້ອງສ້າງບົດບັນທຶກການກວດກາ,ບົດລາຍງານພ້ອມທັງສະເໜີວິທີການແກ້ໄຂຕໍ່ການລະເມີດແລະລາຍງານຕໍ່ອົງການທີ່ມີອໍານາດພິຈາລະນາກ່ຽວກັບຜົນຂອງການກວດກາ. ຄະນະກວດກາຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບການສະຫຼຸບລາຍງານຜົນຂອງການກວດກາແລະຮັກສາຄວາມລັບດ້ານເອກະສານປະກັນສັງຄົມທີ່ໄດ້ກວດກາຢ່າງເຂັ້ມງວດ.

ມາດຕາ114ສິດແລະພັນທະຂອງເປົ້າໝາຍຖືກກວດກາ ເປົ້າໝາຍຖືກກວດກາມີສິດແລະພັນທະດັ່ງນີ້: 1.ຮ້ອງຂໍໃຫ້ຄະນະກວດການໍາສະເໜີຂໍ້ຕົກລົງກ່ຽວກັບການກວດກາແລະບັດອະນຸຍາດກວດກາ; 2.ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການກວດກາທີ່ບໍ່ຖືກຕ້ອງຕາມລະບຽບການ; 3.ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງຄະນະກວດກາ,ສະໜອງເອກະສານ,ຂໍ້ມູນ,ພະຍານຫຼັກຖານແລະຕອບບັນຫາທີ່ພົວພັນເຖິງເນື້ອໃນການກວດກາຕາມການສະເໜີຂອງຄະນະກວດກາ; 4.ນໍາໃຊ້ສິດແລະປະຕິບັດພັນທະອື່ນຕາມທີ່ໄດກໍານົດໄວ້ໃນກົດໝາຍ.

ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ115ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມກົດໝາຍ.

ມາດຕາ116ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍກ່ຽວກັບການປະກັນສັງຄົມຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ117(ປັບປຸງ)ມາດຕະການສຶກສາອົບຮົມ ບຸກຄົນ,ນິນິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍກ່ຽວກັບການປະກັນສັງຄົມເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາແລະເປັນການລະເມີດເທື່ອທໍາອິດຈະຖືກກ່າວເຕືອນແລະສຶກສາອົບຮົມ. ສໍາລັບຜູ້ໃຊ້ແຮງງານທີ່ບໍ່ປະຕິບັດພັນທະຕາມກົດໝາຍສະບັບນີ້ເປັນຕົ້ນບໍ່ເຂົ້າຮ່ວມແລະບໍ່ມອບເງິນສົມທົບຫຼືຜູ້ເຂົ້າຮ່ວມລະບົບແລ້ວແຕ່ຢຸດມອບເງິນສົມທົບຈະຖືກກ່າວເຕືອນພ້ອມທັງເຮັດບົດບັນທຶກເປັນລາຍລັກອັກສອນແລະແນະນໍາໃຫ້ເຂົ້າປະກັນສັງຄົມຫຼືມອບເງິນສົມທົບພາຍໃນເວລາເກົ້າສິບວັນ.

ມາດຕາ118(ປັບປຸງ)ມາດຕະການທາງວິໄນ ພະນັກງານລັດຖະກອນທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມ,ຂາດຄວາມຮັບຜິດຊອບຂອງຕົນທີ່ໄດ້ຮັບມອບໝາຍຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກລົງວິໄນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພະນັກງານລັດຖະກອນ. ສໍາລັບພະນັກງານຂອງອົງການປະກັນສັງຄົມແຫ່ງຊາດໃຫ້ປະຕິບັດຕາມກົດລະບຽບພາຍໃນຂອງອົງການປະກັນສັງຄົມແຫ່ງຊາດ.

ມາດຕາ119(ປັບປຸງ)ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍທັງໝົດ. ສໍາລັບຜູ້ໃຊ້ຮງງານທີ່ບໍ່ປະຕິບັດຕາມການແຈ້ງເຕືອນ,ບົດບັນທຶກເປັນລາຍລັກອັກສອນແລະກໍານົດເວລາທີ່ໄດ້ກໍານົດໄວ້ໃນມາດຕາ117ວັກ2ຂອງກົດໝາຍສະບັບນີ້ຈະຖືກປັບໃໝເທົ່າກັບເງິນສົມທົບສ່ວນຂອງຜູ້ໃຊ້ແຮງງານທີ່ຕ້ອງຈ່າຍສົມທົບເຂົ້າກອງທຶນປະກັນສັງຄົມໃນແຕ່ລະເດືອນ.

ມາດຕາ120ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນອັນເນື່ອງມາຈາກວຽກງານປະກັນສັງຄົມຈະຕ້ອງໄດ້ໃຊ້ແທນຄ່າເສຍຫາຍທາງແພ່ງຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ121ມາດຕະການທາງອາຍາ ບຸກຄົນ,ນິຕິບຸກຄົນທີ່ໄດ້ລະເມີດກົດໝາຍກ່ຽວກບການປະກັນສັງຄົມຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມປະມວນກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາແລ້ວແຕ່ກໍລະນີເບົ້າຫຼືໜັກ.

ພາກທີ12ບົດບັນຍັດສຸດທ້າຍ

ມາດຕາ122ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ123(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການປະກັນສັງຄົມສະບັບເລກທີ34/ສພຊ,ລັງວັນທີ26ກໍລະກົດ2013. ຂໍ້ກໍານົດ,ບັດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້